ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ປຶ້ມພະໄຕປີດົກລາວ ມີຈັກຫົວ?

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ປຶ້ມພະໄຕປີດົກ ພາສາໄທ ມີ 40 ປາຍຫົວ, ອັງກິດ ມີ 50 ປາຍຫົວ. ທີ່ເປັນພາສາລາວ ມີຈັກຫົວ?


໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ພາສາລາວມີຫລາຍຫົວ ແຕ່ກ່ອນຂຽນໃສ່ໃບລານເປັນຈູ້ເລີຍ ຜ່ານມາຍັງບໍ່ໄດ້ພິມຄືປະເທດເຂົາ ປັດຈຸບັນເພຶ່ນກຳລັງພິມວ່າຊັ້ນແຕ່ຈະມີຈັກຫົວກໍ່ລໍເບິ່ງເອົາເດີ


໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ບໍ່ຊາງຮູ້ເດີ ຊ່ວຍຕອບດຸຫັນ


໒໗ ກະທູ້
໔໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ປຶ້ມພະໄຕປີດົກ ພາສາໄທ ມີ 40 ປາຍຫົວ, ອັງກິດ ມີ 50 ປາຍຫົວ. ທີ່ເປັນພາສາລາວ ມີຈັກຫົວ?


ພີ່ນ້ອງບ້ານເຮົາບໍ່ຕ້ອງໄປອ່ານປຶ້ມພະໄຕປີດົກ ພາສາໄທອີກແລ້ວ ເພາະ ນັກປະພັນລາວ ອາຈານ ດວງໄຊ ຫລວງພະສີເພີ່ນໄດ້ ຮີບໂຮມຈາກພາສາຕ່າງໆ ມາເປັນພາສາລາວໃນຫົວດຽວ ສອບຖາມເພີ່ນໄດ້ໂດຍກົງ ໃສ່ທີ່ Link ອາຈານ ດວງໄຊ ຫລວງພະສີ ຂອບໃຈ


໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ປຶ້ມພະໄຕປີດົກເປັນພາສາລາວຍັງບໍ່ມີເທື່ອປັດຈຸບັນນີ້ເພີ່ນກໍາລັງເຮັດຢູ່


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄືຍເຫັນສະບັບເກົ່າທີ່ເປັນຕົວທັມສັບບາລີ ຫົວສີເຫຼືອງມີຮູບຊ້າງສາມຫົວ ຄົງຈະທຳຂື້ນໃນສະໄໝຣາຊາທິປະໄຕ

ແລະອີກສະບັບໜຶ່ງເຫັນເປັນສີຕັບໝູ ຈື່ລັກສະນະຂອງໜ້າປົກບໍ່ໄດ້ ແຕ່ໃຊ້ອັກສອນພະສົມລາວບາລີ ທີ່ຖືກແປແລ້ວ! ບໍ່ຮູ້ວ່າຖືກສ້າງຂື້ນໃນປີໄດ໋ ແຕ່ເດົາໄດ້ວ່າຄົງຈະຖືກສ້າງຂື້ນໃນລາວປີ 2000-2003 ເພາະລັກສະນະທີ່ເຫັນນັ້ນ ບໍ່ຕ່າງຈາກຂອງສະບັບມະຫາປຸ້ຍແສງສາຍຈັກດິ້ເລືຍ

ທັງສອງສະບັບນັ້ນຂ້າພະເຈົ້າເຫັນພຽງຢ່າງລະຫົວເທົ່ານັ້ນ ເລືຍໄດ້ແຕ່ສົງຄືກັນກັບທ່ານ ແລະຢາກຮູ້ຄືກັບທ່ານເຊັ່ນກັນ ວ່າທີ່ແທ້ແລ້ວພຣະໄຕຣປີດົກລາວນັ້ນມັນມີຈັກຫົວຈັກເຫຼັ້ມກັນແທ້

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໗ ກະທູ້
໔໒໕ ໂພສ
ຊຳນານການເວັບບອດ
ມີຫົວ 1 ໃນປີເທດລາວ ຂຽນໂດຍ ອາຈານ ດວງໄຊ ຫລວງພະສີ ນັກຂຽນດັງແຫ່ງ ສ ປ ປ ລາວ ຮາຮາຮາ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ


໑ ກະທູ້
໒໔໐ ໂພສ
ນັກການກະທູ້
ບໍ່ຮູ້ຄືກັນ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເດ
ຍ້ານບໍ່ມີຊຳບໍ່ຈັກ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ