ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ສັດຈະທຳບາງຢ່າງ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ຄູ່​ຕໍ່ສູ້ ສັດຕູ​ທີ່​ເຮົາ​ແສນ​ກຽດຊັງ ບາງເທື່ອ​ເຮົາ​ຕ້ອງ​ກອດ​ມັນ​ໄວ້ບໍ່ແມ່ນ​ເພາະ​ຮັກ​​ແຕ່.. ໜີບ​ໝັດ ບໍ່​ໃຫ້​ມັນ​ຕ່ອຍ​ເຮົາ​ໄດ້​ຖະຫນັດ​ເທົ່າ​ນັ້ນ​ເອງ

2. ບໍ່​ມີ​ຫຍັງ​ບັງຄັບ​ໃຫ້​ມະນຸດ​ອ້າ​ປາກ​ຄ້າງ ໄດ້​ດົນ​ເທົ່າ​ກັບ​ໝໍ​ປົວ​ແຂ້ວ

3. ຜູ້ຍິງ​ດີໆ ຫາ​ງ່າຍຂຶ້ນ​ຢູ່​ກັບ​ວ່າ​ເຮົາ​ມີ​ຄວາມ​ດີ​ພໍ​ທີ່​ຈະ​ດຶງ​ດູດ​ພວກເຂົາ​ມາ​ຫຼືບໍ່

4. ຖ້າ​ເຮົາ​ສັບ​ສົນ​ໃນ​ສິ່ງ​ທີ່​ກຳ​ລັງ​ເຮັດ​ຢູ່ ວ່າ​ເຮົາ​ຄວນ​ຈະ​ເຮັດຫຍັງ​ຕໍ່ໄປ ໃຫ້​ຖາມ​ຕົວ​ເອງ​ວ່າ... ສິ່ງ​ທີ່​ເຮົາ​ເຮັດ​ຢູ່​ມັນ​ເຮັດໃຫ້​ຊີວິດ​ເຮົາ​ດີ​ຂຶ້ນ​ຫຼືບໍ່

5. ເມື່ອ​ເຮົາ​ຮ້າຍ ກຽດຊັງ​ໃຜຈັກ​ຄົນ​ຫລາຍ​ໆ ໃຫ້​ບອກ​ຕົວ​ເຮົາ​ເອງ​ວ່າ ອາ​ຍຸ​ເຮົາ​ສັ້ນ​ເກີນ​ກວ່າ​ຈະ​ຢູ່​ດ້ວຍ​ຄວາມ​ກຽດຊັງ​

7. ວິທີ​ດຽວ​ທີ່​ຈະ​ແກ້​ແຄ້ນ​ພວກ​ອິດສາບັງບຽດ​ໄດ້​ຄື ເຮັດວຽກ​ດີໆ​ປະ​ສົບ​ຄວາມ​ສຳ​ເລັດ​ຍິ່ງໆ ຂຶ້ນ​ໄປ ໄຟ​ອິດສາ​ຈະ​ຍິ່ງ​ເພີ່ມ​ໃນ​ໃຈ​ພວກເຂົາ ຈົນ​ກໍ່​ສານ​ມະ​ເລັງ​ຂຶ້ນ​ມາ​ຂ້າ​ພວກເຂົາ​ເອງ

8. ເອດ​ປ້ອງ​ກັນ​ໄດ້ ຖ້າ​ບໍ່​ໄປ​ກວ​ດ

9. ປະໂຫຍດ​ຂອງ​ການ​ອົກ​ຫັກ ເຮັດໃຫ້​ຟັງ​ເພງມ່ວນ​ຂຶ້ນ

10. ປະໂຫຍດ​ຂອງ​ຄວາມ​ຮ້າຍ ເຮັດໃຫ້​ຫຍ້ຳໝາກ​ມ່ວງ​ໄດ້​ລະອຽດ​ຂຶ້ນ

11. ຢ່າ​ເຊື່ອ... ຖ້າ​ໃຜ​ບອກວ່າ​ພວກເຂົາ​ບໍ່​ເຄີຍ​ລືມ​ຕົວ ຖ້າ​ຄົນໆ ນັ້ນ​ຍັງ​ເຄີຍ​ລືມ​ກິນ​ຢາ​ຫລັງ​ອາ​ຫານ


12. ຊີວິດ​ຄູ່ ຄື​ການ​ຍອມ​ຮັບ​ຄວາມ​ເຮັງ​ຊວຍ​ຂອງ​ຝ່າຍ​ກົງກັນຂ້າມ​ໃຫ້​ໄດ້​ຫລາຍ​ທີ່​ສຸດ

13. ຟັງເພງ​ຫຍັງ​ກໍ​ບໍ່ມ່ວນ ເມື່ອ​ເຮົາ​ດູດ​ຝຸ່ນ

ບໍມີວັນໄດ້ຮັກກັນ

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
10. ປະໂຫຍດ​ຂອງ​ຄວາມ​ຮ້າຍ ເຮັດໃຫ້​ຫຍ້ຳໝາກ​ມ່ວງ​ໄດ້​ລະອຽດ​ຂຶ້ນ

ໝາກມ່ວງເປັັນໜ່ວຍພູ້ນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດເອງຫວາ ຫຼື ກອບປີມາ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຄິດເອງຫວາ ຫຼື ກອບປີມາ





໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ເຖີງວ່າສັດຈະທຳເເຕ່ລະຂໍ້ມັນຢາກເເປກໆໜ້ອຍໜື່ງ
ເເຕ່ມັນກະເເມ່ນຄວາມຈີ່ງ
ເຖີງບາງຂໍ້ມັນຈະເກີນຄວາມຈີ່ງ


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຄິດໆລະກະຄືຊິແມ່ນ

ຊົ່ວຢ່າງສ້າງສັນ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ...ສັດຈະທຳຂອງມະນຸດ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສັຈຈະທັມ

ເປັນເຄືອງນຳມາເຊື່ງຄວາມຈິງ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ