ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຫລົ້າແລະ ເບຍ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອື່ມ...

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ຈິເຮັດຈັ່ງໃດ໋ໄດ້ ຫ້າມຫວ໋າ ຫ້າມບ່ອນຈຳຫນ່າຍກ່ອນເດີ່
ເບີ່ງໃນແງ່ລົບຫຼາຍເກີນໄປ ແນ່ນອນວ່າທຸກຢ່າງລ້ວນມີດີແດ່ບໍດີແຕ່ນຳກັນ
ຕ່າງແຕ່ວ່າຈິໜ້ອຍຫຼືຫຼາຍເທົ່ານັ້ນ

ຈຂກທ ກະກີນຢູ່ຫວ໋າລ່ະ
ຄັນບໍ່ກີນລະກະບວດສາເດີ່ ອິອິ ດຽວມັນສິໃຫ້ໂທດ

haha tha ham jom man kin lao kin beer ni kue c yak


ຊັ້ນຈິໄດ້ຊື່ວ່າຈອມມານ ອິອິ ເນາະນາງມານເອີ່ຍ

ຮັກນ້ອງຕອນເມົາ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ziix ຂຽນວ່າ...
ກິນນ້ອຍໆແຕ່ພໍປະມານ ຍ່າສິຫາມລຸ່ງຫາມຄ່ຳກັນເດີ້ໝູ່ເຮົາ ມັນສິ້ນເປືອງງົບໃນກະເປ໋າ


ບໍ່ວ່າຫຍັງຫລາຍ
ໄປ່ຕຳຈອກພໍ່ສ່ຽວ ອິອິ

ຮັກນ້ອງຕອນເມົາ

໓ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
mut


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນຄ່ານິຍົມ


໖ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ການດື່ມເຫລົ້າແມ່ນເຮັດໃຫ້ຂາດສະຕິໃນການດຳລົງຊີວິດ


໖ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ເລື້ອງຂອງກະເຈົ້າເຕືອນແລ້ວບໍ່ເຊື່ອກະຕາມໃຈ ຄວນຮັກຕົວເອັງໃຫ້ຫລາຍກວ່າຮັກຄົນອື່ນ...ອິອິ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ເວົ້າເລື່ອງເຫຼົ້າເບຍແລ້ວ..ເຮົາກໍ່ເຫັນແຕ່ຫ້າມສູບຢາບໍ່ເຫັນຫ້າມສູບຢາບໍ່ເຫັນຫ້າມດື່ມເຫຼົ້າແດ່,,,?????(ຫຼືເປັນເພາະຜູ່ມີອາຍຸກໍ່ມັກດື່ມ)ເວົ້າມາເລື່ອງຢາສູບກໍ່ຍັງບໍ່ແລ້ວ ຂ້ອຍຄິດວ່າຢາສູບຍິ່ງຈະກັບມີຄົນສູບຫຼາຍຂຶ້ນເພາະຊອງທີ່ມີສີສັນໜ້າສົນໃຈ,,ແຖມຍັງເປັນການຮັກສາວັດທະນະທັມອີກຈັກໃຜເປັນໃຜ..ກະຊິຫັນມາສູບເພາະເປັນການເພີຍແພ່ວັດທະນະທັມ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໑ ກະທູ້
໑໙໖ ໂພສ
ນັກການກະທູ້
muk ...
pen kuam muk suan tooo

Evil ໃຈດຽວຫຼາຍຄວາມຄິດ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ xayyakhong ຂຽນວ່າ...
ແມ່ນແລ້ວ
ເຫລົ້າ.... ເຖິງແມ່ນວ່າຈະຢູ່ຄູ່ກັບຄົນລາວມາແຕ່ບູຮານ ຫລື ມີມາແຕ່ສະໄຫມໃດກໍ່ຕາມ...ແຕ່ນັ້ນກໍ່ເພາະຄົນລາວເຮົາຍັງບໍ່ທັນເຫັນຄຸນແລະໂທດ
ແຕ່.....ມາຮອດທຸກວັນນີ້...ເລື່ອງເຫລົ້າ ເບຍ ທີ່ເປັນສິ່ງມືນເມົາ ແລະໃຫ້ໂທດຫລາຍກວ່າຄຸນ ເຊິງທຸກຄົນກໍ່ຮູ້ດີ ແລະຍັງພາກັນໄປຫລົງໄຫລ ແລະຕາມກະແສ....ໂດຍສະເພາະແມ່ນກະແສການດືມເບຍ [img]null[/img][img]Untitled-1 copy[/img]


ເມື່ອກ່ອນຄົນລາວຕ້ອງມີເຫລົ້າຂາວໄວ້ໃນເຣືອນຢ່າງບໍ່ມີຕ້ອງແມ່ນ ຫນື່ງແກ້ວເພື່ອມີໄວ້ດອງຢາພື້ນເມືອງທີ່ມີຊັບພະຄຸນແກ້ອາການເຈັບຫລັງປວດແອວພາຍ ຫລັງທີ່ເຣັດວຽກມາແຕ່ລະມື້ ຕ້ອງກິນເຊົ້າຈອກແລງຈອກວ່າຊັ້ນ ເພື່ອແກ້ອາການເຈັບດັ່ງກ່າວ ແມ້ທຸກວັນນີ້ກໍ່ຍັງມີໃຫ້ເຫັນໃນບ້ານເຣືອນ ແຕ່ບໍ່ໄດ້ຫມາຍຄວາມວ່າຄົນລາວມັກເຫລົ້າ ໄປໃສຕ້ອງເຣຣາເມົາມາທຸກມື້ອັນນີ້ເປັນການເຂົ້າໃຈຜິດ ທຸກຢ່າງກິນຫນ້ອຍມັນກະເປັນຢາກິນຫລາຍມັນກະໃຫ້ໂທດ ແມ່ນແຕ່ຢາຝິ່ນທີ່ທົ່ວໂລກຖືວ່າເປັນສິ່ງເສບຕິດຜິດກົດຫມາຍ ແລ້ວຖາມວ່າວົງການດ້ານການຜະລິດຢາປົວຜະຍາດບາງສະນິດບໍ່ໃຫ້ມີສ່ວນປະສົມຂອງຢາຝິ່ນນີ້ໄດ້ບໍ່? ມັນເປັນໄປບໍ່ໄດ້ ແຕ່ໃນການນຳມາເປັນສ່ວນປະສົມຂອງຢາປົວຜະຍາດຕ້ອງຢູ່ໃນຂອບເຂດ ແລະພາຍໃຕ້ການບັງຄັບຂອງກົດຫມາຍ! ປະຈຸບັນນີ້ການດື່ມເຫລົ້າຂາວໃນສັງຄົມແມ່ນນັບມື້ນັບມີຫນ້ອຍຖ້າທຽບກັບເບຍ ທີ່ນີ້ຖາມວ່າກົດຫມາຍບ້ານເຣົາມີການຄວບຄຸມດູແລຢ່າງຈິງຈັງແລ້ວບໍ່? ມັນບໍ່ມີໂຕນີ້ນະ ປ່ວຍໃຫ້ການໂຄສະນາເບຍທາງສື່ຕ່າງໆມີຢ່າງແພ່ຫລາຍໃນສັງຄົມ ເຣັດໃຫ້ສັງຄົມກາຍເປັນຄ່ານິຍົມໃນການບໍລິໂພກເບຍ ບໍ່ເວັ້ນແມ່ນແຕ່ເດັກປະຖົມຍັງປ່ວຍໃຫ້ເຂົ້າໄປດື່ມເບຍໃນຣ້ານ ສິ່ງນີ້ແລະກາຍເປັນສິ່ງຫຍໍ້ທໍ້ໃນສັງຄົມນັບມື້ນັບເພີ້ມ ເກີດມີຂີ້ລັກ ຂ້າປຸ້ນເອົາຊັບກັນ ຂະຫນາດຄົນລາວທັ້ງປະເຫດມີພົນລະເມືອງແຕ່ຫົກລ້ານກ່ວາຄົນ ຖ້າມີຣອດຫົກສິບລ້ານກ່ວາຄົນຄືໄທຫັ້ນມັນສິບໍ່ຣ້າຍກ່ວາເຂົາວະ! ແລ້ວບໍ່ຕ້ອງໄປເວົ້າວ່າໄທຂ້າຄົນຕາຍທຸກມື້ບໍ່ມີຄວາມສະຫງົບ ອັນນັ້ນສື່ມວນຊົນເຂົາເປີດກ້ວາງ ແລ້ວຖາມວ່າບ້ານເຣົາມີບໍ່? ມີຄືກັນຂ້າຕາຍທຸກມື້ ປຸ້ນເອົາເງິນເອົາຄຳ ຄືກັນກັບເຂົາຫັ້ນແລະ ແຕ່ການຄາບຂ່າວຂອງເຂົາມາອອກສື່ໄວກ່ວາເຣົາສະນັ້ນເຣົາຈຶ່ງຣູ້ເຫັນທຸກມູນໃນບ້ານເຂົາ!


ຂ້ອຍກະຄິດແບບເຈົ້າຫັ້ນລະ ໂດຍສະເພາະໂຕຢູ່ ລຸ່ມ ເລື່ອງສື່ສານມວນຊົນລາວ ກັບ ໄທ ຂ້ອຍເວົ້າອະທິບາຍໃຫ້ໝູ່ຟັງຕະຫລອດ ຜູ້ທີ່
ຄິດວ່າບ້ານເມືອງຕົນເອງສະຫງົບສຸກທີ່ສຸດໃນໂລກ


ຖ້າເຮົາສາມາດແກ້ໄຂໄດ້ເຮົາຈະເຮັດແນວໃດລະ??????





ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ກະຄິດເບິ່ງດູ ຖ້າບໍ່ມີເຫຼົ້າ ໂລກນີ້ຈະເປັນແນວໃດ (ເສົ້າ)


ແລ້ວທ່ານວ່າຄວາມສຸກນີ້ເກີດຂຶ້ນໄດ້ຍ້ອນການດື່ມເຫຼົ້າພຽງຢ່າງດຽວບໍ່?????ຕອບແດ່ຜູ່ທີ່ມີປັນຍາທັງຫຼາຍ??????????????????????????




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ກະຄິດເບິ່ງດູ ຖ້າບໍ່ມີເຫຼົ້າ ໂລກນີ້ຈະເປັນແນວໃດ (ເສົ້າ)


ແລ້ວທ່ານວ່າຄວາມສຸກນີ້ເກີດຂຶ້ນໄດ້ຍ້ອນການດື່ມເຫຼົ້າພຽງຢ່າງດຽວບໍ່?????ຕອບແດ່ໃສາມາດຕອບໄດ້????????????????????????????




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໑ ກະທູ້
໑໙໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Adhixay ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ກະຄິດເບິ່ງດູ ຖ້າບໍ່ມີເຫຼົ້າ ໂລກນີ້ຈະເປັນແນວໃດ (ເສົ້າ)


ແລ້ວທ່ານວ່າຄວາມສຸກນີ້ເກີດຂຶ້ນໄດ້ຍ້ອນການດື່ມເຫຼົ້າພຽງຢ່າງດຽວບໍ່?????ຕອບແດ່ໃສາມາດຕອບໄດ້????????????????????????????




man mee khuam souk D

Evil ໃຈດຽວຫຼາຍຄວາມຄິດ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Evil ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Adhixay ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ກະຄິດເບິ່ງດູ ຖ້າບໍ່ມີເຫຼົ້າ ໂລກນີ້ຈະເປັນແນວໃດ (ເສົ້າ)


ແລ້ວທ່ານວ່າຄວາມສຸກນີ້ເກີດຂຶ້ນໄດ້ຍ້ອນການດື່ມເຫຼົ້າພຽງຢ່າງດຽວບໍ່?????ຕອບແດ່ໃສາມາດຕອບໄດ້????????????????????????????




man mee khuam souk D


g0qj;jk7qo[+vvd9kd[hko[
ຄົນບໍ່ອອກຈາກບ້ານບໍ່ເຫັນດ່ານແດນໃກ ຄົນບໍ່ໄປຫາຮຽນບໍ່ຮ່ອນມີຄວາມຮູ້,,,

ມີຜູ່ຊາຍຜູ່ໜຶ່ງຮັກກັບຍິງຄົນໜຶ່ງເຊິ່ງພົບກັນຢູ່ທີ່ຮ້ານເຫຼົ້າກໍ່ເລີຍຫຼົງມັກກັນຫົວປັກຫົວປຳຍິງຄົນນັ້ນເປັນມັກທ່ຽວແລະຊາຍກໍ່ເປັນຄົນມັກທ່ຽວແຕ່ທາງຄອບຄົວຂອງຜູ່ຊາຍຕ້ອງການໃຫ້ລູກຊາຍມີການສຶກສາສູງໆໆກໍ່ເລີຍສົ່ງລູກຊາຍໄປສຶກສາຕໍ່ໂດຍອ້າງວ່າຖ້າລູກຮຽນຈົບມາລູກມັກໃຜແມ່ຊິແຕ່ງໃຫ້ລູກຊາຍຂີນແມ່ບໍ່ໄດ້ ແລະກໍ່ຄິດໃນໃຈວ່າກັບມາເຮົາຈັງແຕ່ງກໍ່ໄດ້ ກໍ່ເລີຍຮັບປາກພໍ່-ແມ່..ໄປສຶກສາຕໍ່ທີ່ຕ່າງແດນ ຫຼັງຈາກ7ປີລາວສຶກສາຈົບເຮັດໃຫ້ຄວາມຄິດຂອງລາວປ່ຽນແປງຈາກເຫັນຍິງຄົນນັ້ນເປັນຄົນສຳຄັນແຕ່ກັບກັນ..ປະຈຸບັນກັບເຫັນວ່າ:ເປັນຄົນຂີ້ເມົາໄຮ້ສາລະກິນເຫຼົ້າຍ້ອມໃຈໄປພຽງວັນ ເຮັດໃຫ້ລາວຕັດສິນໃຈໄປແຕ່ງງານກັບຄົນໃຫມ່,,,
ທ່ານຄິດແນວໃດ໋??
ສຳລັບຜູ່ຂຽນຄິດວ່າ:ການທີ່ເຮົາຫຼົງຢູ່ກັບສິ່ງໃດໜຶ່ງດົນໆໆໂດຍບໍ່ເຄີຍໄດ້ໄປທຳຄວາມເຂົ້າໃຈກັບສິ່ງອຶ່ນແນ່ນອນວ່າເຮົາກໍ່ຈະເຫັນສິ່ງນັ້ນເປັນສິ່ງທີ່ດີ ຫຼື ຈະເວົ້າອີກຢ່າງໜຶ່ງວ່າ:ຖ້າບຸກຄົນໃດໜຶ່ງ ຢູ່ໃນເຮືອນຫຼັງໃຫຍ່ແຕ່ບໍ່ເຄີຍສຳຫຼວດຮອບເຮຶອນເລີຍຢູ່ແຕ່ມູມທີ່ຕົນມັກ ກໍ່ຈະບໍ່ເຫັນຄວາມງາມໃນມູມອື່ນໆໆ[u][u][/u][/u],,,ທ່ານຜູ່ຮູ້ຄິດແນວໃດ໋??




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Adhixay ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ກະຄິດເບິ່ງດູ ຖ້າບໍ່ມີເຫຼົ້າ ໂລກນີ້ຈະເປັນແນວໃດ (ເສົ້າ)


ແລ້ວທ່ານວ່າຄວາມສຸກນີ້ເກີດຂຶ້ນໄດ້ຍ້ອນການດື່ມເຫຼົ້າພຽງຢ່າງດຽວບໍ່?????ຕອບແດ່ໃສາມາດຕອບໄດ້????????????????????????????


ຄວາມສຸກ ຄວາມທຸກ ມັນຢູ່ທີ່ຕົວເຮົາເອງ ຖາມເຮົາກ່ອນວ່າເຮົາທຸກຍ້ອນບໍ່ມີ ຫລືວ່າທຸກຍ້ອນບໍ່ພໍ ບັນຫາທີ່ເກີດຂື້ນໃນສັງຄົມທຸກວັນນີ້ທຸກຢ່າງລ້ວນແຕ່ກ່ຽວຂ້ອງກັບເງິນ.
ຄັນທຸກໃຈແລ້ວໄປເພີ່ງພາເຫລົ້າ ຖາມວ່າເມົາລະໄດ້ຫຍັງ? ມີແຕ່ເສຍທຸກແຫ່ງຕື່ມທຸກເຂົ້າໄປອີກ,,,,
ທາງທີ່ດີຄິດຫາວິທີແກ້ໄຂຈະດີກ່ວາ,,,ເພາະທຸກບັນຫາຂອງມະນຸດມັນຍ່ອມມີທາງອອກສະເໝີ,,,ຢ່າງໜ້ອຍວັນເວລາກະເປັນຕົວຊ່ວຍໃນການແກ້ໄຂບັນຫາເລົ່ານັ້ນຄ່ອຍໆຫາຍໄປໄດ້ ແຕ່ທັ້ງນີ້ທັ້ງນັ້ນທຸກຢ່າງກະແມ່ນໂຕເຮົານີ້ແລະເປັນຜູ້ກຳນົດເອງໄດ້....


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ

ສາ,,,,ທຸ !! ທັມ ອັບ,,,,




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Adhixay ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ກະຄິດເບິ່ງດູ ຖ້າບໍ່ມີເຫຼົ້າ ໂລກນີ້ຈະເປັນແນວໃດ (ເສົ້າ)


ແລ້ວທ່ານວ່າຄວາມສຸກນີ້ເກີດຂຶ້ນໄດ້ຍ້ອນການດື່ມເຫຼົ້າພຽງຢ່າງດຽວບໍ່?????ຕອບແດ່ຜູ່ທີ່ມີປັນຍາທັງຫຼາຍ??????????????????????????


ໄປເບີ່ງຕາມງານດອງ ງານອີຫຍັງຕ່າງໆເດີ່ ເວລາເພີ່ມກີນເຫຼົາກີນເບຍລະມ່ວນຫຼືບໍ່
ຫຼືຖ້າງານທີ່ບໍ່ມີເຫຼົ້າບໍ່ມີເບຍ ທານລອງປຽບທຽບເບີ່ງເດີ່ວ່າ ສີຫນ້າຂອງງານມີສຸລາ ກັບບໍ່ມີນີ້ ມັນແຕກຕ່າງກັນຫຼາຍຊ່ຳໃດ໋
ນີ້ແມ່ນຕົວຢ່າງນ້ອຍໆ

ຮັກນ້ອງຕອນເມົາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສັງຄົມລາວເຊື່ອມຊືມໄປນຳເຫລົ້ານຳເບຍໄປແລ້ວພີ່ນ້ອງເອີຍ..........


໐ ກະທູ້
໒໖໒ ໂພສ
ນັກການກະທູ້
ເຫຼົ້າ ກິນໜ້ຽເປັນ ຢາ!! ເມື່ອກ່ອນເຫຼົ້າແມ່ນບໍ່ໄດ້ຂາຽ!!! ແຕ່ລະເຮືອນຕ້ອງມີເຫຼົ້າໄວ້ຂີ້ຮ້າຽສຸດກະ 1 ລິດໄວ້ຕອ້ນຮັບແຂກໄປໄທມາຫຼືບໍ່ກະບອງຢາໄວ້ກິນເອງຕອນແລງຫຼັງຈາກເລີກວຽກໄຮ່ການນາມາ 1 ຈອກນ້ຽ.
ແຕ່ດຽວນີ້ເຫຼົ້າເປັນສິນຄ້າທີ່ມີຂາຽທົ່ວໄປ ແລະ ການກິນຊູ່ມື້ນີ້ແມ່ນກິນຈົນເມົາຕາມດີມີສາວນ້ຽມືອອ່ນເຫຽັ້ນໃຫ້ແມ່ນບໍ່ກັບບ້ານ. ສ່ວນຜູ້ມີຖານະດີແດ່ກໍ່ກິນເຫຼົ້າ(ຈອ້ນໜີ້) ກິນເມົາແລ້ວຄວາມລັບບໍ່ມີເປີດເຜີຽອອກມາທຸກຢ່າງ.... ຢາກໄດ້ໂຄງການໄປຫາອ້າຽເດີຈ່າຽມາ10%ອ້າຽຈັດການໃຫ້....ຢາກຈ່າຽພາສີ, ອາກອນ ລຸດຜ່ອນໄປຫາອ້າຽບໍ່ຍາກ 10ລ້ານ ຈ່າຽໃຫ້ລັດ 5ລ້ານ ອີກ 5ລ້ານເຮົາປັນກັນຄົນລະເຄິ່ງ....ແລ້ວລູກນ້ອງເດອ້າຽໃຫ້ເຂົາແນວໃດ? ລູກນ້ອງບໍ່ກ່ຽວມັນຕ້ອງຟັງຄວາມນາຽ55555555555!!!! ເຫັນບໍກິນເເຫຼົ້າແລ້ວບໍ່ມີຫັຽງຍາກ... ສະນັ້ນສັງຄົມເຮົາຈິ່ງມັກກິນເຫຼົ້າ....ແລະລົງທຶນໃສ່ດ້ານນີ້ຫຼາຽໆ!!!!!!!!!!! ກຳໄລກໍ່ປັນໄປທົ່ວສັງຄົມໄດ້ດີ. ມີແຕ່ຕົວຜູ້ຂ້ານີ້ລະບໍ່ດື່ມທັງເຫຼົ້າແລະເບັຽເລີຽເຖິງໃຜຊິວ່າໂງ່ແລະບໍ່ທັນສມັຍກະຕາມ ຂໍກິນ້ຳດີກວ່າ!!!!!!


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຄັນບໍລິສັດເຂົາເຈົ້າບໍ່ເຊົາຜະລິດຂ້ອຍກະຊິບໍ່ເຊົາກິນ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ເຂົາບໍໄດ້ຫ້າມການດື່ມເຫຼົ້າແຕ່ຫ້າມບັນຫາ ທີ່ຕາມມາຕ່າງຫາກ,,,ອຸບັດຕິເຫດ,,ເລື່ອງຄວາມສ່ຽງກ່ຽວກັບເພດສຳພັນ..ຂ້ອຍຄິດວ່າ:ບໍ່ມີໃຜກິນເຫຼົ້າແລ້ວບໍ່ເມົາ..ກິນໜ້ອຍບໍ່ເມົາແທ້ແຕ່ຖ້າໄດ້ກິນເມື່ອໃດ ເມົາເມື່ອນັ້ໜ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຂອງມັກເຮັດຈັງໃດໄດ້

ຂ້ອຍແມ່ນ ”ລາວ“

໕ ກະທູ້
໑໑໑ ໂພສ
ນັກການກະທູ້
ກິນສະຫຼອງໃນເຮືອນນຳໝູ່ກະພໍ ຈະໄດ້ບໍ່ທຳຮ້າຍຜູ້ອື່ນ ທຳຮ້າຍໂຕເອງກະພໍລະ ອິອິ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມົາແລ້ວໄດ້ຈັຍ ເມົາແລ້ວມ່ວນ ເມົາແລ້ວນີໃສໄຫມ່ ສຸດທ້າຍຄືລືມຄີງ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ດື່ມຫັ້ນດີແລ້ວ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັກດືມເບຍເຢັນໆ ກັບສາວໆ ໜ້າຮັກ ຮ່າໆ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ບໍ່ດື່ມຫັ້ນດີແລ້ວ



ຖ້າໂຮງງານເບຍລາວບໍຍຸບ ໂຮງງານເຫລົ້າບໍ່ປິດ ແຮ່ໆໆ ຂພຈ ກະ ຍັງ ຈະດືມຕໍ່ໄປ ຮ່າໆໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>