ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ພະພຸດທະເຈົ້າ ສູດເປົ່າ ປິ່ນປົວ/ຕໍ່ອາຍຸ ໃຫ້ຄົນ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ໃຜຮູ້ເລື່ອງພະພຸດທະເຈົ້າ ສູດ ເປົ່າ ປິ່ນປົວ ຫລື ຕໍ່ອາຍຸ ໃຫ້ຄົນ ກະຊ່ອຍ ເລົ່າໃຫ້ຟັງ ພິມໃຫ້ອ່ານແນ່

ຂອບໃຈລ່ວງໜ້າເດີ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ທ່ານ Kumtan Vongsikeo ໄດ້ຊ່ອຍນຳເອົາເລື່ອງນຶ່ງ ໃນທຳມະບົດ ມາເລົ່າສູ່ຟັງ ໃນບົດສຳຫລວດ ທີ່ມີຫົວຂໍ້ຄ້າຍຄືກັນນີ້:

http://punlao.com/Lao4Lao/polls/10801/

ເຄີຍໄດ້ຍິນໃນນິທານທັມະບົດ
ເລື່ອງນາງຍັກຂິນີໄລ່ກິນລູກຂອງຜູ້ຍີງຄົນນຶ່ງຊຶ່ງເປັນຄູ່ສັດຕູກັນມາແຕ່ຫຼາຍຊາດ ເມຶ່ອຣູ້ວ່ານາງຍັກຂິນີຈະມາກິນລູກຕົນ ເລິຍອູ້ມເອົາລູກໄປເພີ້ງພຮະພຸທທະເຈົ້າ ດ້ວຍຣິດເດດຂອງພຣະພຸທທະເຈົ້າ ນາງຍັກຂິນີບໍສາມາດກີນໄດ້
ດັ່ງນັ້ນພຣະພຸທທະເຈົ້າໄດ້ຕັ້ງຊື່ໃຫ້ເດັກຄົນນີ້ວ່າອາຍຸວັຖນະກຸມມານ ມີຍຸເຖິງ 120 ປີ

ນອກຈາກນີ້ພຣະພຸທທະເຈົ້າຍັງເທສນາໂພຊຊົງເຈັດ ໂຜດ ພຣະມະຫາກັສສະປະ ,ໂມກຄະລານະ ແລະ ພຣະມະຫາຈຸນທະ ຊຶ່ງກຳລັງອາພາດ(ປ່ວຍຫນັກ) ພຣະພຸທທະເຈົ້າຍັງເທສນາໂພຊຊົງເຈັດ ໂຜດ ພຣະມະຫາກັສສະປະ ,ໂມກຄະລານະ ແລະ ພຣະມະຫາຈຸນທະ ຊຶ່ງກຳລັງອາພາດ(ປ່ວຍຫນັກ) ຫລັງພຣະພຸທທະເຈົ້າເທສນາຈົບລົງພະຍາດກໍປາກົດວ່າລະງັບດັບຫາຍໄປ ແລະມີອີກຄັ້ງນຶ່ງພຣະຄິຣິມານົນທ໌ ປ່ວຍຫນັກ ພຣະອານົນ ໄດ້ໄປກາບທູນ ໃຫ້ພຣະພຸທທະເຈົ້າຊົງຊາບ ພຣະອົງຄ໌ ໄດ້ຊົງແນະນຳໃຫ້ພຣະອານົນ ນຳສັນຍາສິບປະການ ໄປເທສນາໂຜດພຣະຄິຣິມານົນທ໌ ມີອະນິຈຈະສັນຍາ ແລະ ອະນາປານະສຕິເປັນທີ່ສຸດ.


ຂໍຂອບໃຈ ທີ່ເພິ່ນສະລະເວລາ ມາເລົ່າສູ່ຟັງ.

ໂພຊຊົງເຈັດ ແມ່ນຫຍັງ? ໃຊ້ເວລາໃດແດ່?
ສັນຍາສິບປະການ ແມ່ນຫຍັງ? ໃຊ້ເວລາໃດແດ່?
ເທດສະຫນາ (ເທສນາ) ຫມາຍເຖິງການສະແດງທັມສັ່ງສອນໃນທາງສາດສະຫນາ ແມ່ນບໍ່?
ທຳມະບົດ (ທັມມະບົດ-ຂໍ້ທັມມະ) ຂ້າງເທິງນີ້ ມີຢູ່ໃນພະໄຕປິດົກບໍ່, ຖ້າມີ ແມ່ນຢູ່ໃນກະຕ່າ ພຣະສູຕ ຫລື ພຣະທັມ?

ຂໍນິມົນຄູບາ ອາຈານ ພິກຂຸ ແລະ ທ່ານຜູ້ຮູ້ທັງຫລາຍ ມາຊ່ອຍອະທິບາຍແດ່


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອ່າໃນ http://konbandon.igetweb.com/index.php?mo=5&qid=531177 ເບິ່ງ



ຂອບໃຈ ຫຼາຍໆເດີ
ສັນຍາ 10 ປະການ ກະເຫັນແລ້ວ.

ຍັງແຕ່ ໂພຊຊົງເຈັດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຈັດໄປ http://th.wikipedia.org/wiki/%E0%B9%82%E0%B8%9E%E0%B8%8A%E0%B8%8C%E0%B8%87%E0%B8%84%E0%B9%8C_%E0%B9%97



ຂອບໃຈ ຫຼາຍໆເດີ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ຄືແມ່

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການສັ່ງສົມບາຣະມີໃນພຣະສາສສະດາ ເປັນການສັ່ງສົມອັນເຫຼີດ ປະເສີດກວ່າການສັ່ງສົມໃດໆ ຜູ້ທີ່ເຖືງພ້ອມດ້ວຍຍານທັງສິບນັ້ນ ຕ້ອງເປັນຂອງພິດສະດານໜ້າງຶດງໍ້ອັສສະຈັນ ໜ້າເຄົາຣົບບູຊາສັນເສີອນ
ພຸທທັງພະຄະວັນຕັງອະພິວາເທມິ

ຂໍໃຫ້ ອະຍະ ອະຍະທຸກໆທ່ານເທີນ


ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ ຮູ້ແຕ່ວ່າດີແທ້
ດີກວ່າຢາຫຼວງກະມີບາງທີໄປປົວ
ໂຮ=ໝໍບໍ່ດີໃຫ້ເພີ່ນເປົ່າໃຫ້ຊ້ຳພັດດີ