ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຈຸດມຸ່ງໝາຍສູງສຸດຂອງພຸທະສາສນາ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ສອນໃຫ້ທຸກໆຄົນເປັນຄົນດີ.............


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ koulee ຂຽນວ່າ...
ຖາມແດ່ ຖ້າເຮັດບນຫລາຍຕາຍໄປຈະໄດ້ໄປຢູ່ສະຫັວນບໍ່ ເຮັດບຸນແນວໃດຂະໄດ້ບຸນ ທຕອບແດ່ ແລ້ວໄປເຮັດຢູ່ໄສ



ເຮັດຫນ້ອຍເຮັດຫລາຍກະໄດ້ໄປສະຫວັນ ແນະນຳໃຫ້ນັ່ງລົດເມຍ໌ສາຍໃຕ້ຜ່ານທ່າແຂກແລ້ວກະສຶເຫັນແລ້ວລະສະຫວັນນະ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ koulee ຂຽນວ່າ...
ຖາມແດ່ ຖ້າເຮັດບນຫລາຍຕາຍໄປຈະໄດ້ໄປຢູ່ສະຫັວນບໍ່ ເຮັດບຸນແນວໃດຂະໄດ້ບຸນ ທຕອບແດ່ ແລ້ວໄປເຮັດຢູ່ໄສ



ເຮັດຫນ້ອຍເຮັດຫລາຍກະໄດ້ໄປສະຫວັນ ແນະນຳໃຫ້ນັ່ງລົດເມຍ໌ສາຍໃຕ້ຜ່ານທ່າແຂກແລ້ວກະສຶເຫັນແລ້ວລະສະຫວັນນະ


ຕາລົກເນາະ


໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ເປັນບົດຄວາມທີ່ດີຫຼາຍ ຂຽນເອງບໍນີ້ ຖ້າຂຽນເອງໄດ້ສ່ຳນີ້ ຂໍຊື່ນຊົມ ເພາະຄົນທີ່ຈະຂຽນໄດ້ແບບນີ້ ຕ້ອງມີພອນສະຫວັນດ້ານງານຂຽນ ເປັນຄົນ
ສຶກສາຫຼາຍອ່ານຫຼາຍ ເປັນຄົນມັກຄິດມັກຊອກຮູ້... ອະນາຄົດຍາວໄກແນ່ນອນໃນໜ້າທີ່ໃດໜຶ່ງໃນອະນາຄົດຂ້າງໜ້າ ເວບພັນລາວຄວນມີຄົນແບບນີ້
ເຂົ້າຮ່ວມທຳງານດ້ວຍ..... ເພື່ອພັດທະນາເວບໃຫ້ດີຍິ່ງໆຂຶ້ນໄປ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຂົ້າສູ່ນິພານ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດີແລ້ວລະຂຽນແບບນີ້ລະມີປະໂຫຍດຫລາຍ


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ແມ່ນສອນໃຫ້ປັນຄົນດີ, ແລະ ຫລຸດພົ້ນຈາກຄວາມທຸກໆຢ່າງ


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ຈຸດມຸ່ງໝາຍສູງສຸດຂອງພຸທະສາສນາ ຄືການພົ້ນທຸກ ບໍ່ກັບວຽນວ່າຍຕາຍເກິດອີກ ( ນິພານ )


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຈຸດຫມາຍ ຂອງ ພຸທສາສໜາ ແມ່ນສອນໃຫ້ຄົນລະຄວາມຊົ່ວ ກະທຳຄວາມດີ ຫລັງຈາກນັ້ນກໍ່ລະທັ້ງຄວາມຊົ່ວ ແລະ ທັ້ງຄວາມດີ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Death ຂຽນວ່າ...
ເປົ້າຫມາຍຂອງພຸທະສາສນາ

- ຄວາມເຂົ້າໃຈຂັ້ນພື້ນຖານໃນເລື່ອງຂອງພຸດທະສາສະໜານັ້ນມີຄົນສ່ວນຫລາຍເຂົ້າໃຈວ່າ : ມີຄວາມມຸ່ງຫມາຍຈະນໍາຄົນໄປສູ່ເມີືອງສະຫວັນຊັ້ນຟ້າອັນເປັນແດນແຫ່ງຄວາມສຸຂທີ່ສຸດ ເພາະເຊື່ອວ່າຕົນເອງຈະໃດ້ເສບກາມະຣົມອັນວິເສດຕາມທີ່ປາຖະໜາ ແລະຕັ້ງໃຈໄວ້ໃນຊາດໜ້າ - ເປັນເມືອງທີ່ຕົນຈະຫາຄວາມສຸຂຄວາມສໍາລານໄດ້ຢ່າງສຸດຫວ່ຽງທີ່ດຽວ ແບບສະຫວັນນິຣັນຂອງສາສນາອື່ນໆ ທີ່ເຂົ້າໄຊ້ສະຫວັນເປັນເຄື່ອງລໍໃຫ້ຄົນເຮັດຄວາມດີ ຕ່າງກັບສາສນາພຸທ ແມ່ນນຳຄົນໄປດັບທຸກຂ໌ ແຕ່ໃຫ້ຢູ່ໃນກອງທຸກຂ໌ນັ້ນໄດ້ຄືດັບກິເລດ - ຕັນຫາ ອອກຈາກຄົນໃຫ້ຫມົດໄປ ຫລື ຢ່າງນ້ອຍກໍເບົາບາງລົງ. ສະນັ້ນຄົນຈຶ່ງບໍມັກບໍສົນໃຈຈະໄປດັບທຸກຂ໌ ເພາະບໍຖືກກັບຈິດໃຈ ຊືງຍັງຢາກມີກິເລດແລະຕັນຫາຢູ່. ຕາມຄວາມມຸ່ງ ໝາຍອັນແທ້ຈິ່ງຂອງພຸທະສາສນານັ້ນອຸປະສັກອັນສຳຄັນທີ່ເຮັດໃຫ້ຄົນເຮົາບໍ່ເຂົ້າເຖິງເປົ້າຫມາຍຂອງພຸທະສາສນານັ້ນໄດ້ກໍເພາະໄປຫມາຍຫມັ້ນເອົາແຕ່ຕັນຫາແລະອຸປະທານກັນຈົນຫມົດ.
- ສະນັ້ນຈະຕ້ອງທຳຄວາມເຂົ້າໃຈໃຫ້ຖືກຕ້ອງເສຍກ່ອນວ່າ : ເມືອງສະຫວັນຊັ້ນຟ້າດັງທີ່ກ່າວຂ້າງຕົ້ນນັ້ນວ່າເປັນເມືອງທີ່້ຈະຕ້ອງໄປໃຫ້ເຖິງໃຫ້ຈົນໄດ້ນັ້ນມັນ່ເປັນການກ່າວສົມມຸດຢ່າງບຸຄະລະທິດຖານເທົ່ານັ້ນ ຄືກ່າວເຖິງສິ່ງທີ່ເປັນນານທັມ ໃຫ້ເປັນຮູປະທັມ ຫລື ໃຫ້ເປັນວັດຖຸຂື້ນມາ - ເປັນການກ່າວແບບໂຄຊະນາຊວນເຊື່ອໃນຂົ້ນຕົ້ນເທົ່ານັ້ນ ເພາະສໍາຫລັບບຸກຄົນທີ່ຍັງມີສະຕິສຳປັນຍາອ່ອນບໍ່ພໍທີຈະເຂົ້າໃຈເຖິງຄວາມຫມາຍທີ່ແທ້ຈິງຂອງພຸທະສາສນາໄດ້ ແມ່ນແຕ່ຄຳວ່າ: “ ນິພພານ ” ຊຶ່ງຫມາຍເຖິງການດັບທຸກຂ໌ກໍຍັງກາຍເປັນເມືອງແກ້ວ ຫືລ ນະຄອນແຫ່ງຄວາມບໍ່ຕາຍ ຢ່າງດຽວກັບທຽນໄທ້ ຫືລ ສຸຂາວະດີ ຂອງພວກຖືສິລກິນເຈ໋ທົ່ວໄປ - ຄໍາວ່າ “ ສຸຂາວະດີ ” ນັ້ນຕາມຄວາມຫມາຍທີ່ແທ້ຈິ່ງແລ້ວ ຫມາຍເຖິງ“ ນິພພານ ” ຄືຄວາມວ່າເປົ່າ ຈາກກິເລດ - ວ່າງເປົ່າຈາກທຸກຂ໌ ບໍ່ໄດ້ຫມາຍເຖິງບ້ານເມືອງ ອັນສວຍສົດ ງົດງາມດັ່ງອາລິຍະທັມ ທາງສາສນາອື່ນເຊື່ອກັນນັ້ນ - ເຂົາເຊື່ອກັນວ່າມີພຣະຜູ້ເປັນເຈົ້າຊື່ວ່າ : “ ອາມິຕະພະ ” ປະທັບຢູ່ເປັນປະທານ ຖ້າໃຜໆ ໄປຢູ່ທີ່ນັ້ນແລ້ວຈະໄດ້ຮັບຄວາມພໍໃຈທຸກຢ່າງຕາມທີຕົນຫວັງເພາະແວດລ້ອມໄປດ້ວຍສິ່ງຈົບງາມ ແລະຊື່ນຊົມທີສຸດອັນນີ້ເປັນຄຳກ່າວຂອງບຸຄະລະທິດຖານທັງນັ້ນ ສ່ວນພວກນິກາຍເຊັນບໍຍ້ອມເຊື່ອແນວນັ້ນ ແຕ່ໄດ້ເອົາຄຳວ່າ “ ອະມິຕະພະ ” ນັ້ນມາເປັນຊື່ຂອງ “ ຈິເດິມ ” ຊຶ່ງເພີ່ນເອີນວ່າ : “ ຄວາມວ່າງ ” ຄືວ່າງຈາກກິເລດ ຫືລ ວ່າງຈາກຄວາມທຸກຂ໌ນັ້ນເອງ. ເມື່ອເປັນດັ່ງນີ້ອາມິຕະພະ ຫືລ ສຸຂາວະດີຂອງພວກຖືສິລກິນເຈທັງຫລາຍຈຶ່ງກາຍເປັນສິ່ງທີ່ບໍມີຄວາມຫມາຍຫຍັງໄປ.
- ສະນັ້ນເມື່ອຖາມວ່າ :ພຸທະສາສນານັ້ນມີຄວາມມຸ່ງຫມາຍຫຍັງໄປຢ່າງໃດ ? ກໍຕອບວ່າ : ມຸ່ງຫມາຍຈະແກ້ບັນຫາຊີວິດປະຈຳວັນຂອງທຸກຄົນໃນໂລກນີ້ໂດຍບໍມີຄວາມທຸກຂ໌ເລີຍ - ເວົ້າສັ້ນໆວ່າ : ອຸປະມາຢູ່ໃນໂລກນີ້ບໍເປັນກ້າງຂວາງໂລກຄືໃຫ້ຢູ່ເປັນກາງບໍ່ເຄັງບໍ່ຍານ ຫືລ ຈະປຽບທຽບກໍຄືໃຫ້ຢູ່ໃນທ່າມກາງຂອງເຕົາຫລອມເຫລັກອັນໃຫຍ່ທີ່ກຳລັງຮ້ອນແດງໂຊນຢູ່ກັບນໍ້າກ້ອນທີມີຄວາມເຍືອກເຢັນທີສຸດ - ສຸລບວ່າ ພຸທະສາສນາມຸ່ງຫມາຍທີ່ຈະຂະຈັດຄວາມທຸກຂ໌ໃຫ້ຫມົດໄປ ຈາກຄົນໃນທີ່ນີ້ ແລະດຽວນີ້ ບໍແມ່ນ ມຸ່ງຫມາຍທີ່ຈະພາຄົນໄປຢູ່ເມືອງສະຫວັນຊັ້ນຟ້າອັນບໍຮູ້ວ່າເມືອງນັ້ນຢູ່ທີ່ໃດມີຈິ່ງຫລືບໍ່ມີຈິ່ງເພາະມີຄົນພິສຸດໄດ້ນອກຈາກການກ່າວກັບມາຢ່າງລົມໆແລ້ງໆແລ້ວກໍຍ່ອມເຊື່ອກັນໄປໂດຍບໍມີເຫຕຜົລຈົນກາຍເປັນຄວາມງົມງາຍໄປອີກຢ່າງນຶ່ງ.
- ບາງຄົນອາຈຈະຖຽງວ່າ : ຄຳສອນຂອງພະພຸທະສາສນານັ້ນຄວນມີເປັນຂັນໆຄວາມມຸ່ງຫມາຍກໍຄວນເປັນຂັນໆໄປເຊັນໃຫ້ມີຄວາມຈະເລີນໃນໂລກນີ້ແລະມີຄວາມຈະເລີນໃນໂລກຫນ້າແລ້ວຈຶ່ງເຖິງຄວາມຈະເລີນຢ່າງເຫນືອໂລກທີ່ເຄີຍເວົ້າກັນມາ : ມະນຸດສົມບັດ - ສຫວັນສົມບັດ ແລະ ນິພພານສົມບັດ ທີ່ເປັນເຊັ່ນນີ້ກໍໍເພາະ ເຂົາບໍຮູ້ວ່າ ສົມບັດ ທັງ ໓ ປະການນີ້ແມ່ນຫຍັງແທ້ ທີ່ຈິ່ງແລ້ວເປັນພຽງລະດັບຕ່າງໆທີ່ຕ້ອງບັນລຸໃຫ້ໄດ້ໃນໂລກນີ້ ແລະ ດຽວນີ້ ຫລື ໃນຊາຕເທົ່ານັ້ນບໍ່ແມ່ນເອົາສຫວັນເມື່ອຕາຍແລ້ວ ແລະ ເອົານິພພານ ຫລັງຈາກນັ້ນບໍ່ຮູ້ວ່າອີກກີສິບຊາດຈຶ່ງຈະເຖິງ - ຄວາມຫມາຍທີ່ຖືກຕ້ອງກໍຄື : ມະນຸດສົມບັດ ຫມາຍເຖິງການໄດ້ປະໂຍດຢ່າງມະນຸດທັມມະນຸດສາມັນຈະບັນລຸເຖິງໄດ້ດ້ວຍການເອົາເຫື່ອເອົາໄຄ ເຂົ້າແລກຈົນໄດ້ມາ ແລະຊົມໄຊ້ຢ່າງຜາສຸກຢ່າງຄົນທັມມະດາສາມັນທີ່ມີຢູ່ທົ່ວໄປໃນຄະນະນີ້. ສຫວັນສົມບັດນັ້ນ ຫມາຍເຖິງ ປະໂຍດທີ່ຄົນມີສະຕິປັນຍາມີບຸນ - ມີອຳນາຈ - ວາສນາທີ່ໃຊ້ຫົວຄິດເອົາ ສິ່ງທີ່ຕ້ອງການມາໄດ້ ໂດຍບໍຕ້ອງເອົາເຫືອເອົາໄຄ ເຂົ້າແລກກໍຫຍັງໄດ້ ແລະມີຊີວິດຢູ່ຢ່າງຮູ່ງເຮື່ອງຜາສຸກທາມກາງສົມບັດ - ກຽດຕິຍົດ - ຊື່ສຽງ ແລະຄວາມເຕັມປ່ຽມທາງກາມຄຸນ. ສ່ວນນິພພານສົມບັດຫມາຍເຖິງການໄດ້ ມາຈາກຄວາມສງົບຮົ່ມເຢັນທາງດ້ານຈິດໃຈ ເພາະບໍຖຶຣາຄະ- ໂທສະ - ໂມຫະບຽດບຽນຈັດເປັນປະໂຍດຊນິດທີ່ຄົນສອງພວກຂ້າງຕົ້ນນັ້ນບໍອາຈຈະໄດ້ຮັບ ເພາະເຂົາເຫົ່ລານັ້ນຍັງເຮັງຮ້ອນ ເພາະພິດຮ້າຍຂອງຣາຄະ - ໂທສະ - ໂມຫະຢ່າງໃດຢ່າງນຶ່ງທີ່ເຮົາຄວນພິຈາລະນາ ໃຫ້ເຫັນວ່າ ສົມບັດທັງສາມ ເປັນປະໂຍດຢູ່ໃນລະດັບຊັ້ນຕ່າງ ຂອງຕົນໃນຊາຕນຶ່ງເທົ່ານັ້ນ.
- ບັນຫາທີ່ຈະຕ້ອງພິຈາລະນາກັນ ຢ່າງຣອບຄອບທີ່ສຸດ ໃນບັນດາປະໂຍດ ທັງສາມນັ້ນຄື : ມະນຸດສົມບັດ - ສະຫວັນສົມບັດ ແລະ ນິພພານສົມບັດນັ້ນ ອັນໃດ້ເປັນ ປະໂຫຍກທີ່ມຸ່ງຫມາຍ ຢ່າງແທ້ຈິ່ງຂອງພຸທະສາສນາ ເຣື່ອງນີ້ຄົນທີ່ມີ ສຕິປັນຍາຢູ່ແລ້ວ ຍ່ອມແລເຫັນ ດ້ວຍຕົນເອງວ່າ : ມະນຸດສົມບັດ ແລະ ສຫວັນສົມບັດ ເຫມືອນປາມີກ້າງ- ປ່າງຫລຽວເຫັນແດ່ ແລະ ຊັບຊ້ອນຢູ່ເບື້ອງໃນ ຢ່າງບໍເຫັນແດ່ ຫລື ຢ່າງດີແດ່ ຢ່າງບໍດີແດ່ ຕາມຊັນເຊີງຂອງມັນ ຄົນເຮົາຈຶ່ງມີທຸກຂ໌ທີ່ເປັນທຸກຂ໌ແດ່ ແລະ ສນຸກ ສນາມແດ່ ປະປົນກັນໄປ ຢ່າງຊໍ້າໆ ຊາກໆກໍເພາະສັມບັດທັງ ໒ ຢ່າງນີ້ ກໍເປັນທຸກຂ໌ ໂດຍຕ້ອງ ເມື່ອ ສແວງຫາມັນໃຫ້ໄດ້ມາກໍເປັນທຸກຂ໌ ໂດຍທາງອ້ອມ ໃນເມື່ອໄດ້ມັນມາສົມປະສົງແລ້ວ ຫລື ກຳລັງບໍລິໂພກມັນຢູ່ ຫລື ກຳລັງລັກສາມັນຢູ່ ຕ້ອງທົນທຸກຂ໌ ໃນທາມກາງ ຂອງສິ່ງທີ່ຫລົງວ່າສຳຄັນ ຄິດວ່າເປັນຄວາມສຸຂຕ່າງກັນກັບໃນເມື່ອໄດ ສົມບັດອັນທີ່ ໓ ຄື ນິພພານສົມບັດນັ້ນ ເຂົ້າໄດ້ມາໂດຍ ຄວາມບໍຣິສຸດ ທາງໃຈ ຈຶ່ງສາມາຈປົດເປື້ອງ ພິດສົງ ຫລື ຄວາມ ບິບຄັ້ນ ຂອງສົມບັດທັງ ໒ ປະເພດ ຂ້າງຕົ້ນນັ້ນອອກໄປໄດ້ - ມີຊີວິດຢູ່ຢ່າງມີອິສສາຣະພາບ ໂດຍປະສະຈາກ ການບິບຄັ້ນໂດຍອຳນາຈ ຣາຄະ -ໂທສະ - ໂມຫະ ອັນເນື່ອງດ້ວຍສົມບັດທັງ ໒ ທີ ກ່າວມາຂ້າງຕົ້ນນັ້ນ./.

ຫົວໃຈພຸທະສາສນາ


-ກ່ອນທີ່ຈະທຳຄວາມເຂົ້າໃຈ ໃນຫົວໃຈພຸທສາສນາ ຂໍກ່າວເຖິງຈຸດກຳເນີດຂອງຄຳສອນ ທີ່ຖຶວ່າເປັນຫົວໃຈຂອງພຸທສາສນາ ເປັນອັນດັບທຳອິດເສຍກ່ອນ. ໃນວັນມາຄະບູຊາ ຂື້ນ ໑໕ ຄໍ່າ ເດືອນ ໓ ສໄຫມທີ່ພຣະພຸທະເຈົ້າປະທັບຢູ່ທີ່ ພະເວສຸວັນມະຫາວິຫານ ກຸງຣາຊະຄຶ ປະເທດອິນເດຍ ຫຼັງຈາກພຣະເຈົ້າຕັດສະຮູ້ ເປັນພຣະອໍລະຫັນສັມມາສັມ ພຸທເຈົ້າ ໙ ເດືອນໄດ້ມີເຫດການສຳຄັນເກີດຂື້ນ ໃນປະຫວັດສາດພຣະພຸທສາສນາ ໂດຍທີ່ບໍ່ມີໃຜຄາດຄິດມາກ່ອນຄື: ໄດ້ເກີດມີການປະຊູມທີ່ເອີ້ນວ່າ :
“ ຈາຕູຣົງຄະສັນນິບາຕ ” ການປະຊຸມປະກອບດ້ວຍອົງ ໔ ນັ້ນຄຶ :
໑ . ພຣະສົງສາວົກຈຳນວນ ໑.໒໕໐ ຮູບມາປະຊຸມກັນໂດຍບໍ່ມີການນັດຫມາຍກັນ.
໒ . ພຣະສົງເຫົ່ລານັ້ນ ເປັນຜູ້ທີ່ພຣະພຸທະເຈົ້າບວຊໃຫ້ທັງຫມົດ.
໓ . ພຣະສົງສາວົກເຫົ່ລານັ້ນລ້ວນເປັນພຣະອໍຣະຫັນ(ປະສະຈາກກິເລດ ).
໔ . ວັນທີ່ປະຊຸມກົງກັບວັນເພັງເດືອນ ໓ ດວງຈັນໂຄຈອນມາເຖິງດາວຣິທຊື່ ມາຄະ ເອີ້ນວ່າ
ດວງຈັນສເວີຍມາຄະຣິທ ວັນນີ້ຈຶ່ງເອີ້ນວ່າ ມາຄະບູຊາ .
ປາກົດການແນວນີ້ພຣະພຸທະເຈົ້າ ຈຶ່ງໄດ້ສະແດງຫລັກທັມຊຶງຖຶວ່າເປັນຫົວໃຈຂອງພຣະພຸທະສາ ສນາ ແກ່ສາວົກທັງຫລາຍ ເພື່ອນຳໄປເປັນຫລັກ ໃນການສັ່ງສອນປະຊາຊົນ ໃນແນວທາງອັນດຽວກັນ ເອີ້ນວ່າ ໂອວາດປະຕິໂມກຂ໌ ( ຫລັກແຫ່ງຄຳສອນ ຫລື ຫົວໃຈພຸທສາສນາ ) ອັນໄດ້ແກ່ :
໑ . ບໍ່ເຮັດຄວາມຊົ່ວທັງປວງ ( ສພພປາປສສອກຣນ໌ ) .
໒. ເຮັດແຕ່ຄວາມດີ ( ກສສສຸປສມຸປທາ ) .
໓. ປະຕິບັດໃຈຂອງຕົນໃຫ້ຜ່ອງໃສ ( ສຈິຕຕປຣິໂຍທປນ໌ )
ຄໍາອະທິບາຍ :
໑. ຄວາມຊົ່ວ : ຄືພາວະທີ່ບໍ່ດີີສິ່ງທີ່ໃຫ້ຜູ້ເຮັດເກີດຄວາມເດຶອດຮ້ອນໃຈພາຍຫລັງຜູ້ເຮັດຄວາມຊົ່ວຈະເກີດຄວາມຫວາດກົວຕໍ່ໄພ ທີ່ຈະເກີດຂື້ນໃນອານາຄົດການດຳເນີນຊີວິດກໍ່ຕ້ອງຣະມັດຣະວັງໄພຢ້ານຖືກສັຕຣູທຳລ້າຍຄວາມຊົ່ວມີຢູ່ໃນບຸກຄົນໃດນິດໄສຈະອອກມາໃນລັກຊນະໂຫດຮ້າຍຣະແວງສົງໄສຜູ້ອື່ນແລະຄວາມກະວົກກະວາຍໃຈຈະເກີດຂື້ນຕຣອດເວລາຜູ້ອື່ນບໍ່ຢາກເຂົ້າໄປໄກ້ຫລືຫາກຢູ່ໄກ້ຈະເກິີດຄວາມຮູ້ສຶກທີ່ຢາກຫນີຈາກບຸກຄົນນັ້ນສເມີ ໃນສ່ວນຂອງການງານຫລືກິຈະການໄດໆໄວ້ຈະຄ່າຍເຊື່ອມຄວາມນິຍົມຫລືບໍ່ກໍປະສົບຄວາມຂາດທຶນຍ່ຽບຍັບໄປໃນບໍ່ຊ້າ
໒. ຄວາມດີ : ຄຶພາວະທີ່ດີສິ່ງທີ່ດີສິ່ງທີ່ເຮັດໃຫ້ຜູ້ເຮັດໃຫ້ເກີດຄວາມສບາຍອົກສບາຍໃຈ ແມ່ນແຕ່ນຶກເຖິງຄວາມທີ່ດີເຮັດໄປແລ້ວກໍ່ເກີດຄວາມສບາຍໃຈບໍ່ເດຶອດຮ້ອນບໍ່ເກີດຄວາມຢ້ານກົວຕໍ່ໄພຕ່າງໆ ເພາະຄວາມທີ່ດີເຮັດໄວ້ ເຮັດໃຫ້ຜູ້ເຮັດເກິດຄວາມແກ່ກ້າອາດຫານບໍ່ມີສັຕຣູທຳລ້າຍ ເຖິງມີຜູ້ອື່ນມາປອງຮ້າຍກໍບໍ່ສາມາດທຳໃຫ້ພິນາດຍ່ຽບຍັບໄດ້ກັບຈະເຮັດໃຫ້ຄົນເຮົາເດັ່ນຂື້ນມີຄວາມສາມາດຫລາຍຂື້ນນັ້ນຫມາຍຄວາມວ່າສັຕຣູຂຶງຄົນດີຈະສົງເສີມໃຫ້ຄົນດີເກິດຄວາມສຳເລັດ ໃນຫນ້າການງານ ໄດ້ຮັບຄວາມນິຍົມຍັກຍ້ອງສັນລະເສີນຈາກຜູ້ອື່ນ ເປັນທີ່ເຄົາຣົບຮັກຂອງຄົນທົ່ວໄປຜູ້ທີ່ຢູ່ໄກ້ຄົນເຮັດດີຈະເກີດຄວາມສບາຍໃຈ ເອີບອື່ມໃຈຣ່າເຣີງເບິກບານໃຈ ເຫມືອນກັບເດັກນ້ອນທີ່ຢູ່ໄກ້ພໍ່ແມ່ ໄດ້ຮັບຄວາມອົບອຸ່ນຂອງພໍ່ແມ່ຄວາມຊື່ງເກີດຈາກບຸນປາຣະມີຂອງຄົນດີ ເຮັດໃຫ້ຄົນຢູ່ໄກ້ເຄົາຣົບນັບຖຶ ຢາກທຳຄວາມຮູ້ຈັກຄຸ່ນເຄິຍເຖິງແມ່ນບໍ່ທັນເຫັນຫນ້າກໍ່ເກີດຄວາມສັດທາກອນແລ້ວພຣະພຸທເຈົ້າຊົງສແດງລັກຊນະຂອງຄວາມດີກັບຄວາມຊົ່ວທີ່ຄົນຍາກເຮັດໄວ້ໃນຄາຖາພຣະທັມມະບົດພາກຫ້າວ່າ “ ຄວາມຊົ່ວຄົນຊົ່ວເຮັດງ່າຍ - ຄວາມຊົ່ວຄົນດີເຮັດໄດ້ຍາກຄວາມດີຄົນຊົ່ວເຮັດໄດ້ຍາກ ” ເຮົາຈະຮູ້ວ່າຄົນຊົ່ວເບິ່ງທີ່ການກະທຳຂອງເຂົາຊຶ່ງບາງຄົນທີເຮົາເຫັນເຂົາກຳລັງທຳຢູ່ເປັນການເຮັດໃຫ້ຜູ້ອື່ນ ເດືອດຮ້ອນທົ່ວໄປນັ້ນແຫລະຄືຄວາມຊົ່ວທີ່ມີຄວາມຮູ້ສຶກສາວ່າຄົນຊົ່ວເຮັດໄດ້ງ່າຍແຕ່ຄົນດີເຮັດໄດ້ຍາກເພາະມັນຝືນກັບຄວາມຮູ້ສຶກຂອງຕົນ ແຕ່ຖ້າຫາກເຮົາຮູ້ວ່າສິ່ງນີ້ດີຄະນະທີ່ຈະເຮັດຈະທຳລົງໄປກໍ່ເກີດຄວາມຄິດທີ່ບໍ່ຕໍ່ຕ້ານຢູ່ຕະຣອດເວລາ ບໍ່ຢ້ານເກິດຄວາມເສັຍຫາຍທີ່ຈະຕິດຕາມມາພາຍຫລັງຈົ່ງຮູ້ໄວ້ເຖີດວ່ານັ້ນແຫລະຄືຄວາມດີທີ່ຄວນທຳ.
໓.ການປະຕິບັດຕົນໃຫ້ຜ່ອງໃສ : ຄືການເຮັດໃຈໃຫ້ເປັນສາມາທິ ເຮັດໃຫ້ໃຈປອດໂປ່ງປະສະຈາກຄວາມໂລບ - ຄວາມໂກດ - ຄວາມຫລົງ ສາມາດຄວບຄຸມຈິດໃຈຂອງ ຕົນ ບໍ່ໃຫ້ເກິດຄວາມໂລບໄນການຢາກໄດ້ຂອງຜູ້ອື່ນ ຊຶ່ງເຮັດຄວາມບໍ່ດີບໍ່ງາມຕໍ່ເຮົາ ຫລືບໍ່ຜູກພະຍາບາດປອງຮ້າຍຜູ້ອື່ນ ໃຫ້ອາໄພຕໍ່ຜູ້ອື່ນທີ່ທຳລາຍເຮົາ. ຄວບຄຸມຈິດໃຈບໍ່ໃຫ້ເກີດຄວາມຫລົງມົວເມົາໃນສິ່ງຕ່າງໆ ເຊັ່ນການຄຸນຫ້າຢ່າງອັນມີ: “ ຮູບ-ສຽງ-ກິ່ນ-ຣົດ-ສຳພັດ ” . ປະຕິບັດໃຈໃຫ້ມີປັນຍາ ພິຈາລະນາສິ່ງຕ່າງໆຢ່າງເປັນຈິ່ງ ບໍ່ຕົວະຍົວະຫລອກລວງຕົນເອງ ແລະ ຜູ້ອື່ນ. ມີປັນຍາຄວາມສາມາດ ໃນການແກ້ໃຂບັນຫາຊີວິດ ໃຫ້ຖຶກຕ້ອງຕາມທຳນອງຄອງທັມ ຄົນທີ່ມີສາມາທິຈິດດີຈະບໍ່ວຸນວາຍໃຈ ຫລືໃຈສັບສົນວຸ່ນວາຍບໍ່ຟຸ່ງຊ່ານ ເຮັດອັນໃດກໍ່ປະສົບຜົນສຳເຣັດຕລອດເວລາ.
ເມື່ອບໍ່ເຮັດຄວາມຊົ່ວແລ້ວ ກໍ່ຄວານດຳຣົງຕົນຢູ່ໃນສິລ ຊຶ່ງເປັນຂໍ້ຫ້າມໃນການເຮັດຄວາມຊົ່ວຂັ້ນພື້ນຖານດັ່ງນີ່:
໑. ບໍ່ຂ້າສັດ.
໒. ບໍ່ລັກຊັບ.
໓. ບໍ່ຫລິ້ນຊູ້ສູ່ເມັຍທ່ານ.
໔. ບໍ່ເວົ້າຕົວະ.
໕. ບໍ່ດື່ມຂອງມຶນເມົາ.
ຫາກຈະເຮັດຄວາມດີກໍ່ຄວນປະຕິບັດຕົນ ໃຫ້ຢູ່ໃນຄຸນງາມຄວາມດີຕ່າງໆ ໃນຂັ້ນຕົ້ນເພື່ອຄວາມເປັນມະ ນຸດທີ່ດີຄືດຳຣົງຕົນຢູ່ໃນປະໂຍດ ໔ ຢ່າງຄື:
໑ . ຕຽມພ້ອມດ້ວຍຄວາມຫມັ່ນ ໃນການປະກອບອາຊີບ - ໃນການສຶກສາເລົ່າລຽນ - ແລະທຸຣະຫນ້າທີ່ຂອງຕົນ.
໒ . ຕຽມພ້ອມດ້ວຍການລັກສາຊັບສົມບັດທີ່ຕົນສແຫວງຫາໄດ້ດ້ວຍຄວາມຫມັ່ນບໍ່ໃຫ້ເປັນອັນຕຣາຍເສຍໄດ້ລັກສາຫນ້າທີ່ການງານບໍ່ໃຫ້ເຊື່ອມເສຍໄປ
໓ . ຕຽມພ້ອມທີ່ຈະມີເພື່ອນເປັນຄົນດີບໍ່ຄົບຄົນຊົ່ວ.
໕ . ລ້ຽງຊິວິດຕາມສົມຄວນ ແກ່ກຳລັງທີ່ຫາມາໄດ້ ບໍ່ໃຫ້ຝຶດເຄື່ອງຫນັກຫລາຍ ແລະຫລິກເວັ້ນການຟຸມເຟືອຍຕ່າງໆ.
ສິ່ງທີ່ກັ້ນກາງຈິດໃຈຂອງເຮົາບໍ່ໃຫ້ບັນລຸຄວາມດີ - ບໍ່ໃຫ້ປະສົບຄວາມສຳເຣັດໃນຊີວິດ - ບໍ່ໃຫ້ມີຈິດໃຈຜ່ອງໃສຂາວສະອາດໃນລະດັບຕົນໄດ້ແກ່:
໑. ກາມສັນທ໌ ຫລືຄວາມພໍໃຈໃນອາລົມຕ່າງໆເຊັ່ນ: ຮູບ-ສຽງ-ກິ່ນ-ຣົດ-ສຳພັດ.
໒. ພະຍາບາດ ຫລືຄວາມມີຈິດໃຈຄິດປອງຣາຍຜູ້ອື່ນ.
໓. ຖິ່ນມິທທະ ຄວາມມີຈິດຫົດຫູ່ແລະເຄີບເຄີມ.
໔. ອຸດທັກກຸດກຸຈຈະ ຄວາມຟຸ່ງຊ່ານແລະລຳຄານໃຈ ເຮັດຫຍັງກໍ່ສັບສົນວຸ່ນວາຍ.
໕. ວິຈິກິຈສາ ຄວາມລັງເລສົງໄສ ຕົກລົງໃຈບໍ່ໄດ້ເຊັ່ນສົງໄສ ໃນພຣະພຸທເຈົ້າວ່າ: ເປັນ ແນວທາງສູ່ຄວາມພົ້ນທຸກແທ້ບໍ ? ສົງໄສໃນພຣະສົງວ່າ: ດຳຣົງຢູ່ໃນທັມມະຂອງພຣະພຸດທະເຈົ້າຈົນກະທັ່ງບັນລຸພຣະນິບພານໄດ້ຫລືບໍ່ ? ດັງນີ້ເປັນຕົ້ນ.
ຫົວໃຈພຸທສາສນານັບວ່າເປັນຫລັກການ ທີ່ເຮົາຊາວພຸທຄວນໃສ່ໃຈໄວ ເພາະເປັນຫລັກການທີ່ສາມາດຍົກລະດັບຄວາມເປັນມະນຸດໃຫ້ສົມບຸນໄດ້. ການປະຕິບັດທັມບໍ່ແມ່ນປະຕິບັດຕາມວັນສຳຄັນທາງພຸທສາສນາຢ່າງດຽວ ແຕ່ຕ້ອງປະຕິບັດທັມຢູຕຣອດເວລາຊົ່ວຊີວິດ ທຸກຂະນະແຫ່ງການກະທຳຂອງເຮົາ ຈຳຕ້ອງຮຽນຮູ້ເຂົ້າໃຈຕົນເອງຢູ່ສະ ເມີ ຫມັ່ນສຳຫລວດຕົວເອງວ່າ ຄະນະນີ້ຈິດໃຈຂອງເຮົາເປັນຢ່າງໃດ ເຮັດຄວາມດີອັນໃດແດ່ແລ້ວ ຍັງບໍ່ທັນໄດ້ເຮັດຫຍັງແດ່ ທັມະນັ້ນບໍ່ແມ່ນຢູ່ທີ່ວັດ ຫລືຕາມສະຖາບັນປະຕິບັດທັມ ແຕ່ທັມະມັນຢູ່ທີ່ໃຈຂອງເຮົາເອງ ຖ້າເຮົາຮູ້ຈັກໄຜ່ຝັນຫາ ໃຫ້ທັມະມາຢູ່ທີ່ໃຈເຮົາ ເຮົາກໍຈະໄດ້ຜົນປະໂຍດຈາກທັມະຕຣອດອາຍຸການຂອງເຮົາ. ພຣະພຸທເຈົ້າຕັດໄວ້ວ່າ: “ ເຮົາຕະຖາຄົດເປັນພຽງຜູ້ບອກທາງເທົ່ານັ້ນ ສ່ວນການປະຕິບັດນັ້ນຢູ່ທີ່ທ່ານທັງຫລາຍຈະກະທຳກັນເອງ ” ນັ້ນຫມາຍຄວາມວ່າ ພຣະພຸທເຈົ້າຊົງຊີ້ແນະນຳທາງໃນການເຂົ້າເຖິງ ຫົວໃຈພຸທສາສນາແລ້ວ. ບໍ່ແມ່ນຈະຫຍິບຍື່ນໃຫ້ ເຫມືອນດັ່ງຫຍິບຍື່ນສິ່ງຂອງກັນຕາມທຳມະດານັ້ນເປັນໄປບໍ່ໄດ້ ນອກຈາກຈະປະຕິບັດຕາມການປະຕິບັດໃຈໃຫ້ຜ່ອງໃສ ມີສາມະທິກຳຈັດຄວາມຊົ່ວຕ່າງໆເທົ່ານັ້ນ ຈຶ່ງສາມາດພົບຄວາມດີ ອັນເປັນຫົວໃຈຂອງພຣະພຸທສາສນາດ້ວຍຕົນເອງ.

ພຣະພຸທສາສນາກັບຄວາມສະງົບສຸກຂອງສັງຄົມ


“ ຜູ້ສລາດກ່າວວ່າ ປັນຍາແລປະເສີດສຸດ ເຫມືອນດວງຈັນສ່ອງແສງສວ່າງຍິ່ງກ່າວດາວທັງຫລາຍ ສິລສີສະງ່າຕຣອດຈັນທັມະ ຂອງຄົນດີມີມາກຕາມຫລັງຜູ້ມີປັນຍາ”
-‚‚ພຣະພຸທສາສນາ ເມື່ອກ່າວໂດຍທົ່ວໄປ ເປັນສາສນາແຫ່ງປັນຍາ ຄວາມສລາດ ເພາະຈຸດມຸ່ງຫມາຍຂອງພຣະພຸທສາສນາຄືການຕໍ່ສູ້ ຄວາມມຸ່ງຮ້າຍຈອງຜານກັບ ຄວາມວຸ່ນວາຍຂອງສັງຄົມເກີດຈາກອະວິຊາ ຄືຄວາມໂງ່ເຂົ້າເບົາປັນຍາຂອງມະນຸດ ຈາກອະວິຊານັ້ນກໍ່ເກີດຕັນຫາ ຄືຄວາມທະຍານຢາກແລະອະກຸສົນມຸນທັງ ໓ ຄື: ຄວາມໂກດ ຄວາມໂລບຄວາມຫລົງ ສົມເດັດພຣະສຳມາສຳພຸທເຈົ້າຊົງສັງສອນໃຫ້ເຮົາທັງຫລາຍໃຫ້ດັບທຸຂທັງປວງ ດ້ວຍການພະຍາຍາມກຳຈັດຄວາມບໍ່ຮູ້ຈິ່ງແລະຄວາມທະຍານຢາກ ເພາະວ່າເມື່ອກຳຈັດຄວາມບໍ່ຮູ້ຈິ່ງແລະຄວາມທະຍານຢາກໄດ້ ອະກຸສົນມຸນທັງປວງກໍ່ຈະຕັ້ງຢູ້ບໍ່ໄດ້ ຈະພຽງຖືກກຳຈັດທຳລາຍລົງເຊັນດຽວກັນ. ປະຊາຊົນສ່ວນໃຫຍ່ຂອງໂລກທຸກວັນນີ້ ອາດຮູ້ສຶກພາບພູມໃຈໃນສິດທິແລະເສຣິພາບຂອງຕົນ ໃນການເວົ້າການຂຽນແລະຄວາມຄິດອື່ນໆ ແຕ່ນ້ອຍຄົນດອກທີ່ຈະຮູ້ວ່າຕົນຍັງຄົງເປັນທາດຂອງກິເລດຕ່າງໆຂອງຕົນເອງ ເປັນກິເລດທີ່ທຳຄວາມລຳບາກເດືອດຮ້ອນໃຈກັບທັງກາຍແລະໃຈ ຄົນເຫລົ່ານັ້ນເປັນອິດສລະຢ່າງແທ້ຈິງຈາກການເປັນທາດຂອງເງີນແລະສິ່ງຢົ້ວຢວນອື່ນໆແລ້ວຫລືືຶ ! ເປີເຊັນສົງຄາມໂລກນັ້ນບໍ່ແມ່ນອື່ນໄກ ນອກຈາກເປັນຜົນແຫ່ງຄວາມໂງ່ເຂົາເບົາປັນຍາຂອງມະນຸດ ຄວາມໂງ່ເຂົາເບົາປັນຍານັ້ນຂຫຍາຍຕົວຂຶ້ນເປັນກິເລດຕ່າງໆ ເຊັນຄວາມທະຍານຢາກ ຄວາມໂກດ ແລະໃນທີ່ສຸດກໍ່ນຳຄວາມເສົ້າສລົດແລະນຳຄວາມພິນາດສິບຫາຍມາສູ່ສັງຄົມ.
- ສົມເດັດພຣະສັມມາສັມພຸທເຈົ້າໄດ້ຊົງຊີ້ໄຫ້ເຫັນວ່າການຈະປົດເປື້ອງມະນຸດຊາຕໄຫ້ພົນຈາກຄວາມທຸຂນັ້ນເປັນການຈຳເປັນທີ່ຈະຕ້ອງໃຫ້ພວກເຂົາຮູ້ຄວາມຈິ່ງວ່າ ໃນທາງກາຍເຂົ້າອາດເປັນອິດສລະຈິ່ງ ແຕ່ຕາບໃດທີ່ເຂົາຍັງຖືກຜູກມັດດ້ວຍຄວາມຍຶດຖື ຄວາມຖືຕົວ ຄວາມອາຄາດພະຍາບາດແລະຄວາມທະເຍີທະຍານຢາກຕ່າງໆແລ້ວ ຕາບນັ້ນເຂົາກໍ່ຍັງເຊື່ອວ່າເປັນທາດທາງຈິດໃຈ ແລະອາດຖືກກິເລດຂອງຕົນເອງບັງຄົບໃຫ້ປະກອບອາດຊະຍາກັມໄດ້ທຸກສະນິຫລືແມ່ນແຕ່ຂ້າຕົວຕາຍກໍ່ໄດ້ແລ້ວແຕ່ກໍລະນີ ເຮັດແນວໃດພວກເຂົາຈຶ່ງຈະຊ່ວຍຕົວເອງໃຫ້ເປັນອິດສລະຈາກຄວາມເປັນທາດພາຍໃນໄດ້ ເປັນບັນຫາທີ່ບຸກຄົນຜູ້ຮັກເສຣິພາບແລະຄວາມສຫງົບ ໂດຍສເພາະຜູ້ຮັບຜິດຊອບຕໍ່ຄວາມປອດໄຟຂອງສັງຄົມແລະຂອງໂລກຈະຕ້ອງແກ້ໄຂບັນຫາໃຫ້ຕົກໄປ
- ທີ່ປະຊຸມຫລືສັນຕິພາບຫລືສວັດດີພາບຂອງສັງຄົມໃດໆກໍ່ຕາມ ຖ້າຜູ້ມີສ່ວນໃນການປະຊຸມນັ້ນ ກ່ອນອື່ນບໍພະຍາຍາມເຮັດໃຫ້ຕົນເອງມີຄວາມສງົບ ແລະບໍພະຍາຍາມທາງໃດທາງນຶ່ງທີ່ຈະບັນເທົາຄວາມທະຍານຢາກແລະຄວາມເຫັນແກ່ຕົວຂອງຕົນເອງໃຫ້ລົດນ້ອຍລົງ ຜົລທີມຸ່ງຫວັງກໍຈະບໍສົມໃຈນຶກ ແລະຈຸດປະສົງກໍຈະເປັນອຳມະພາດ ພຸທາສນາສຸພາສິດບົດນຶ່ງກ່າວໄວ້ວ່າ: ໂລກຂອງຄວາມຂາດແຄນ ບໍ່ຮູ້ຈັກອີ່ມ ເປັນທາດຂອງຄວມທະຍານຢາກຄວາມສັບສົນອັນລະເວງຂອງໂລກທຸກວັນນີ້ເປັນຜົນຂອງການລ້າຫາສິ່ງໆດຽວເທົ່ານັ້ນ ແລະ ສິໆດຽວອີກເມືອນກັນລັດທິເສດທະກິດເຫລືອຫລາຍຈືງໄດ້ຖືກສເນີໃຫ້ແກ່ໂລກ ສິ່ງໆນຶງທີ່ກ່າວນັ້ນ ຄືການເພີມຄວາມຕ້ອງການຂອງມະນຸດທັງຫລາຍໃຫ້ເຕັມລຫືໃຫ້ເປັນທີພໍປາຖນາ ໂດຍບໍ່ເລືອກວ່າຄວາມຕ້ອງການເຫລົ່ານັ້ນຈະຈຳເປັນຫລືຈຳເປັນ ຈະເປັນຄວາມຕອງການທີສລາດຫລືໂງ່ ກ່າວຕາມປົກກະຕິວິໄສຄວາມຕ້ອງການທັງຫລາຍເປັນຂອງບໍມີຂອບເຂດແລະບໍອາດທຳໄຫ້ເຕັມໃດ້ ພາຍຫລັງທີ່ໄດ້ຮັບສິງຊຶງປາຖນາແລ້ວຄວາມຕ້ອງການກໍ່ປ່ຽນໄປຫາສິງອຶນອີກເມືອຄວາມຕ້ອງການແຮງກ້າຂຶ້ນມັນກໍ່ກາຍເປັນຄວາມທະຍານຢາກແລະຖ້າຖືກອຸປະສັກໃດໆກີດຂວາງກໍ່ໃຫ້ເກີດຄວາມຣະທົມຂົມຂຶນແກ່ຜູ້ມີຄວາມຕ້ອງການເປັນຢ່າງຍິ່ງຄົນຈົນກັບເສດຖີກໍເຫມືອນໆກັນໃນການແລ່ນຕາມຫລັງຄວາມທະຍາມຢາກຂອງຕົນຍິ່ງຮັ່ງມີຫລາຍກໍຍິ່ງຢາກໄດ້ຫລາຍຂື້ນ ແມ່ນຄວາມຈີງຂໍ່ນີ້ຈະບໍ່ແມ່ນເລື່ອງລືກລັບອັນໃດ ແລະເບີ່ງຄືຈະຮູ້ຈັກກັນດີ ໃນທຸກເລົ່າຜູ້ມີສາມັນສຳນຶກເຖີງຢ່າງໃດກໍ່ຕາມແທນທີ່ຈະທຳລາຍຄວາມທະຍານຢາກ ເຂົາກັບພັດນຳຄວາມທະຍານຢຢາກນັ້ນກັບມາທຳລາຍເຜົາຕົນເອງ ແລະໃນຄນະດຽວກັນນັ້ນກໍຮ້ອງຂໍຄວາມຊ່ວຍເຫືລອດດ້ວຍສຽງອັນດັງ.
- ບຸກຄົນບາງຄົນບາງຄົນກ່າວວ່າ “ ຄວາມ້ອງການຂອງວັດຖຸມະນຸດຊາດອາກເຮັດໃຫ້ເຕັມປເຖນາໄດ້ໂດຍວິທີ່ຈັດການທາງເສຖກິດຄືຕ້ອງການຜລິດສິນຄ້າຂື້ນ, ແບ່ງສັນປັນສ່ວນແກ່ປັຈເຈກຊົນ, ຈັດເຮືອງ ການບໍລິດໂພກຄືຈັດໃຫ້ດີໃນຫລັກຜລິດກັມວິພາກກັມແລະບໍຣິໂພກກັມ ” ກ່າວອີກຢ່າງນື່ງ ເຂົາຄິດກັນວ່າຄວາມຈະເຮີນທາງດ້ານວັດຖຸຈະນຳສັນຕິພາບແລະເສຣິພາບມາສູ້ສັງຄົມມະນຸດແລະສູ້ໂລກໄດ້ນັ້ນອາດເປັນເຊັ່ນກ່າວແຕ່ຈາກຈຸດທັດສະນະທາງພຣະພຸທສາສນາ ເອົາອາດລົງຄວາມເຫັນດ້ວຍກັບທິສດີ ແຕ່ພຽງສ່ວນນື່ງຄວນຈະແກ້ໄຂໃຫ້ທ່ວງທີຖ້າບໍດັ່ງນັ້ນທຸຣະກິຈໃນຮູປຕ່າງໆກໍຈະເກິດຂື້ນ ດັ່ງພຣະສັມມາສັມພຸທເຈົ້າຈຶງສັງສອນສາວົກຜູ້ເປັນອຸປະສັກ ອຸປະສິກາໃຫ້ປະກອບດ້ວຍ :
໑. ພະຍາຍາມສະແວງຫາໍຊັບ (ອຸຖຖານສັມປະທາ)
໒. ຮູ້ວິທີຮັກສາຊັພທີ່ຫາມາໄດ້ (ອາຣັກຂະສັມປະທາ)
໓. ຄົບເພື່ອນດີທີ່ງາມ (ກັລຍາມະມິຕຕະຕາ)
໔. ຮູ້ຈັກຄອງຊີພໂດຽເໝາະສົມ (ສະມະຊິວິຕາ)
ພຣະສັມມາສັມພຸທເຈົ້າຊົງສັ່ງສອນຣາມກຸຕທັນຕະຊຶງເປັນຜູ້ປົກຄອງເມືອງ ໃຫ້ຈັຕມາຕຖານການຄອງຊີພຊີພໃຫ້ດີຂື້ນ ແກ້ໄຂເລື່ອງຄົນບໍ່ມີງານເຮັດ ໃຫ້ສນັບສນູນຂ້າຣາຊການທີ່ຊື່ສັຕມີຄວາມສາມາຕຄ່ອງແຄ່ວມີການງານດ້ວຍການເພີ່ມເງີນເດືອນ ໃຫ້ຊ່ວຍພໍ່ຄ່າດ້ວຍການໃຫ້ທືນແລະຊ່ວຍຊາວນາດ້ວຍການແຈກແນວພືດແລະເຄື່ອງມືກະສິກັມ ເມື່ອທຸກຄົນມີງານເຮັດແລະລ້ຽງຊີພ ໂດຍສດວກຄວາມດີຂື້ນຂອງສັງຄັມກໍ່ຫວັງໄດ້ນີ້ສແດງໃຫ້ເຫັນວ່າພຣະພຸທສາສນາຍອມຮັບສ່ວນນື່ງເຖີງຄວາມສຳຄັນຄວາມຈະເຣີນທາງວັຕຖຸ ໃນເລື່ອງແຫ່ງຄວາມປອດໄພຂອງມະນຸດ ແຕ່ວັດຖຸບໍແມ່ນມີພຽງສິ່ງດຽວທີ່ມີສ່ວນສຳຄັນໃນຊີວິດ ເພາະເຮົາມັກໄດ້ຍີນເລື່ອງເສດຖີຂ້າຕົວຕາຍ, ປະວັດສາດກໍບອກເຮົາດ້ວຍກັນວ່າ ພະມະຫາກາສັດ ນັກຣົບບາງພະອົງ ຜູ້ບໍອີມດ້ວຍເຂດແຄ້ວແລະຊັພສົມບັດຂອງຕົນເອງ ຈຶ່ງສນອງຄວາມທະຍານຢາກ ດ້ວຍການຮຸກຮານດີນແດນອື່ນໆ ແລະກໍ່ສົງຄວາມຂື້ນ, ໃນທີ່ສຸດກໍ່ສິ້ນສຸດຊີວິດໃນສັງຄວາມນັ້ນກ່ອນຄວາມກະຫາຍກໍ່ຄວາມຍິ່ງໃຫ່ຍ ກຽດຍົດດີນແດນແລະຊັພສົມບັດຈະທຳເຕັມຕາມປະສົງ ເຮົາບໍອາດເຮັດໃຫ້ໄຟອີ່ມດ້ວຍຟືນຫລືເຊື່ອເພີງອື່ນໆ ສັນໃດ ຄວາມທະຍານຢາກດ້ວຍອາຣົມທີ່ປາຖນາເຮົາກໍບໍອາດໃຫ້ເຄັມດ້ວຍສັນນັ້ນ ຂາດສັນໂດດຄືຄວາມພໍໃຈດ້ວຍຂອງໆຕົນເສັຍແລ້ວເຮົາກໍຂາດຄວາມສຸຂການປູກຝັງໃຫ້ເກີດຄວາມພໍໃຈດ້ວຍຂອງຕົນ ຈຶ່ງຊື່ວ່າເປັນນາຍເໝືອນຄວາມທະຍານຢາກ ການລັກຂໂມຍ ການປຸ້ນສະດົມ ແລະກຸສົນກຳ ປະເພດຕ່າງໆ ເນື່ອງຈາກຂາດສັນໂດດຄືຄວາມພໍໃຈດ້ວຍຂອງທີ່ມີຢູູ່ ແຕ່ກໍຄວນສັງເກດໃວ້ໃນທີ່ນີ້ດ້ວຍວ່າການບັນເທົ່າຄວາມທະຍານຢາກນັ້ນ ບໍ່ໄດ້ວ່າການຂັດຂວາງຄວາມກ້າວໜ້າຂອງເຮົາ ບໍ່ພຽງແຕ່ເຮົາຈະຄຸມກ້າວໜ້າໃຫ້ເປັນໄປໃນທາງທີ່ຖືກເທົ່ານັ້ນ ດ້ວຍສຳມາອະຊິວະ (ການລ້ຽງຊີພທີ່ຊອບ) ຄວາມກ້າວໜ້າຂອງເຮົາຈະບໍໄດ້ຮັບສົ່ງເສີ່ມໃນທາງທີ່ຖືກແລະບໍເປັນອັນຕະລາຍແກ່ໃຜດ້ວຍ.
- ພຣະສັມມາສັມພຸທເຈົ້າຄົງສັ່ງສອນໃນເລື່ອງການຈັດການກັບທັມະຊາດພາຍໃນຂອງມະນຸດເພາະທັມະຊາດພາຍໃນນັ້ນເປັນແຫລ່ງສຳຄັນຂອງຄວາມສຸຂແລະຄວາມທຸກທັງສອງຢ່າງພຣະອົງໄດ້ຕັຣດໃວ້ວ່າ“ທັມທັງຫລາຍມີໃຈເປັນຫົວໜ້າມີໃຈເປັນໃຫ່ຍສຳເລັດດ້ວຍໃຈບຸຄຄົນໃດມີໃຈຊົ່ວ ເວົ້າກໍຕາມ ເຮັດກໍຕາມ ທຸກຍ່ອມຕິດຕາມຜູ້ນັ້ນບຸກຄົນໃດມີໃຈຜ່ອງໃສແລ້ວ ເວົ້າກໍຕາມ ເຮັດກໍ່ຕາມຄວາມສຸຂຍ່ອມຕິດຕາມນັ້ັນໄປ”.”ຜູ້ສລາດຍ່ອມຮັກສາຈິດຂອງຕົນອັນກັວດແກ່ວງສແວງຫາອາຣົມທີ່ຕົນມັກເປັນເນື່ອງນິດຈິດນັ້ນຄຸ້ມຄອງດີແລ້ວນຳຄວາມສຸຂມາໃຫ້” ຄົນທີ່ກຽດກັນຈະເຮັດສິ່ງໃດແກ່ຄົນທີ່ຕົວຊັງຫລືຄົນຈອງເວນ ເຮັດໃດໃຫ້ແກ່ຄົນທີ່ຕົນຈອງເວນກໍຕາມຈິດທີ່ຕັ້ງໃວ້ນັ້ນຜິດແລ້ວຈະນຳຄວາມທຸກມາໃຫ້ຫລາຍ ກ່ວານັ້ນ” ”ບໍແມ່ນບິດາຫລືມານດາຫລືຍາດອື່ນໃດຈະເຮັດຈະເຮັດໃຫ້ຄົນປະເສີດຂື້ນໄດ້ຍີ່ງກ່ວາຈິດໃຈທີ່ຕັ້ງໃວ້ແລ້ວ” ”ມີເລື່ອງເລົ່າໃນສໃໜນື່ງເປັນລະດູໜາວ ເມື່ອສັມມາສັມພຸເຈັ້າປະທັບແຮມຣາຕີຣໃນປ່າແຫ່ງນື່ງບັນທົມເໝືມທີ່ຣານໃບໃມ້ມະນົບຜູ້ນື່ງ ເຂົ້າໄປເຝົ້າທຸນຖາມວ່າພຣະອົງບັນທົມເປັນສຸຂໃນທີ່ນັ້ນບໍພຣະອົງວ່າ ”ດຸກ່ອນມານົບເປັນຢ່າງນັ້ນ ເຮົານອນເປັນສຸຂບັນດາຄົນທີ່ນອນເປັນສຸຂໃນໂລກເຮົາເປັນຄົນນຶ່ງ”ເມື່ອຖືກຂໍຮ້ອງໃຫ້ຊົງອະທິບາຍຕໍ່ໄປອີກພຣະອົງຈຶ່ງຕັສວ່າຕາບໃດຜູ້ຄົນຫຍັງຖືກຜຸກມັດ ແລະເຜົາລົນຢູ່ດ້ວຍຄວາມໂລບຄວາມໂກບຄວາມຫລົງຟຸ້ງຊ້ານຕາຍນັ້ນເຂົາຊື່ວ່າເປັນໄຂ້ທາງຈິດໃຈແລະບໍອາດນອນເປັນສຸຂ ໃດ້ແມ່ນເຂົາຈະນອນເຖິງທີ່ນອນອັນອ່ອນນຸ່ມມີຄົນຄໍຮັບໃຊ້ແວດລ້ອມໄປດ້ວຍຣູປສຽງກິ່ນເປັນຕົ້ົ້ນອັນນ້າຮຶນຮົມໃຈ ແຕ່ບຸຄຄົນທີ່ເປັນອິດສລະຈາກຄວາມເຈັບໄຂ້ທາງໃຈຍ່ອມອາດຈະນອນໄດ້ຢ່າງເປັນສຸຂຄວາມສງົບທີ່ແທ້ຈິງນັ້ນບໍໄດ້ຢູ່ຂ້າງນອກຫາກຢູ່ພາຍໃນຈິດໃຈຂອງຄໄນເຮົາການສຳຣະຈິດໃຫ້ສອາດຈຶ່ງເປັນຫລັກມູນຖານອັນນື່ງແຫ່ງພຣະພຸທສາສນາການຊນະຈິດໃຈໄດ້ກໍຄຶການຊນະໂລກໄດ້ ແລະໄຊຊນະເຊັ່ນນັ້ນຍ່ອມບໍກໍ່ໃຫ້ເກີດຄວາມແຕກແຍກໃດໆມີແຕ່ນຳຄວາມຜາສຸຄືຄວາມສມັກສມານເປັນອັນນື່ງອັນດຽວກັນ ແລະຄວາມຮູ້ຈັກອົດທັນຕໍ່ຄວາມຄິດຂອງຄົນອື່ນມາແທນທີ່.
- ສໃຫມນື່ງພຣະສຳມາສຳພຸທເຈົ້າສເດັດພຣະພຸທດຳເນີນໄປໃນລະຫວ່າງກຸງຣາຊຄຶກັບເມືອງນາລັດທາມີພິສຸສົງຫມູ່ໃຫ່ຍຕາມສະເດັດພຣະອົງໃດ້ຕັດສອນພິສຸທັງຫລາຍວ່າ.” “ດູກ່ອນພິສຸທັງຫລາຍຖ້າບຸກຄົນເຫລົ່າອື່ນກ່າວຮ້າຍຕິຕຽນຕະຖາຄົດບໍດີພຣະທັມກໍດີພວກທ່ານຢ່າພ້າວໂກດເຄື່ອງຄຸ້ນແຄ້ນໃນເລື່ອງນັ້ນເລີຍ.” “ດູກ່ອນພິສຸທັງຫລາຍ ແທ້ຈິ່ງຖ້າທ່ານໂກດເຄື່ອງຄຸ້ມແຄ້ນເມື່ອຄົນອື່ກ່າວຮ້າຍຕິຕຽນພຣະຕະຖາຄົດກໍ່ດີພຣະທັມກໍ່ດີພຣະສົງກໍ່ດີທ່ານໂກດເຄື່ອງຄຸ້ນແຄ້ນ ແລ້ວທ່ານຈະຕັດສິນໄດ້ຫລືວ່າຄຳກ່າວຂອງຜູ້ນັ້ນເປັນຈິ່ງຫລືບໍດີພຽງໃດ.” “ດູກ່ອນພິສຸທັງຫລາຍເພາະເຫຕນັ້ນແລຖ້າຂໍ້ຄວາມທີ່ຄົນອື່ນກ່າວເຖິງພຣະຕະຖາຄົດຫລືພຣະທັມພຣະສົງບໍ່ເປັນຄວາມຈິງທ່ານຢ່າຂຸ້ນແຄ້ນແຕ່ຈິງມີຈິດປະກອບເມດຕາຊີ້ແຈ້ງສິ່ງທີ່ຜິດໃຫ້ເຂົາເຫັນວ່າບໍ່ຖືກຢ່າງໃດ.” “ ດູກ່ອນພິສຸທັງຫລາຍຖ້າຄົນອື່ນກ່າວສັນລະເສີນຕະຖາຄົດກໍ່ດີສັນລະເສີນພຣະທັມກໍ່ດີສັນລະເສີນພຣະສົງກໍ່ດີທ່ານບໍ່ຄວາມຍິ້ມຍີນດີແລະເຫີເຫີມໃນເລື່ອງນັ້ນ.“ “ ດູກ່ອນພິສຸທັງຫລາຍເພາະເມື່ອທ່ານຍິ້ມຍີນດີແລະເຫີເຫີນ ໃນເມື່ອພູ້ອື່ນສັນລະເສີນຕະຖາຄົດສັນລະເສີນພຣະທັມສັນລະເສີນພຣະສົງ ຍ່ອມກີດຂວາງຄວາມກ່າວຫນ້າຂອງທ່ານທ່ານຈົ່ງຢ່າໃດ້ຍີນດີຍີນຮ້າຍໃນຄຳສັນລະເສີນນັ້ນຈົ່ງຊີ້ແຈງໃຫ້ເຫັນໃນສິ່ງທີ່ເປັນຈິງ”.ນີ້ເປັນຕົວຢ່າງແຫ່ງຄວາມອົດທົນຟັງຄວາມຄິດເຫັນຂອງຜູ້ອືນ ເພືອປະໂຫຍດແລະຄວາມສະຫວັດດີຂອງມະນຸດຄືການປະກອບດ້ວຍຄວາມເປັນພຣົມທາງຈິດພຣົມວິຫານ ໔ ປະການຄື :
໑. ເມດຕາຄວາມມີໄມຕີຈິດຮັກແພງທັມະຂໍ້ນີ້ຊ່ວຍໃຫ້ໄຊ້ຄຸນນະທັມຄືໄມຕີຈິດຮັກແພງແຜ່ໄປສູ່ຫມູ່ສັດທັງປວງບໍເລືອກເຜົ່າຊາຕສາສນາຄວາມນຶກຄິດຈອງເວນອາຄາດພຍາບາດທັງປວງຍ່ອມຖືກກຳຈັກໄປຄວາມໂກດເຄື່ອງຍ່ອມຖືກລະຖີ້ນ .
໒. ກະລຸນາຄວາມເອັນດູຕໍ່ຜູ້ປະສົບທຸກທັງປວງທັມຂໍ້ນີ້ດຳລົງໄວ້ຊຶງຫລັກແຫ່ງຄວາມກົມກ່ຽວເປັນອັນນຶ່ງອັນດຽວກັນທຳລາຍຄວາມເຫັນແກ່ຕົວແລະບັນເທົາຄວາມໂຫດຮ້າຍຊຶ່ງຊ້ອນຢູ່ໃນສັນດານຂອງມະນຸດໃຫ້ລົດນ້ອຍລົງດ້ວຍການທຳໃຈໃຫ້ອອນໂຍນ.
໓. ມຸທິຕາຄວາມພຽນຍິນດີກັບຄວາມຄຸກຂອງຜູ້ອື່ນທັມະຂໍ້ນີ້ທຳໃຈໃຫ້ເປັນອິດສລະຈາກຄວາມລິດສະຍາແລະນຳໄສູ່ຄວາມຮູ້ສຶກຍິນດີ.
໔. ອຸເປກຂາຄືຄວາມວາງເສີຍບໍ່ຕິດໃນບຸກຄົນຫນ້າທີ່ຂອງອຸເປກຂາຄືເບິງຄົນອື່ນໂດຍບໍ່ລ້ຽງ ສພາບຂອງໃຈ ໓ ຢ່າງທີ່ກ່າວແລ້ວໃນເບື້ອງຕົ້ນນັ້ນຄື: ເມຕຕາກະຣຸນາແລະມຸທິຕານັ້ນເປັນການມີສ່ວນຮ່ວມໃນຄວາມຮູ້ສືກະເທືອນໃຈມາສູ່ຄວາບໍ່ຍືດຖືອັນສງົບຣະງັບ.
- ພຣົມວິຫານເຫລົ່ານີ້ຈະຊ່ວຍເຫລືອໃຫເກີດສັນຕິພາບຂອງສັງຄົມຂອງໂລກໃດຢ່າງຫລວງ ຫລາຍແຕ່ຖ້າບໍ່ນຳມາປະຕິບັດກັນກໍ່ຈະເຫມືອນທີ່ກັບເກັບໄວ້ໃນຕູ້ບໍ່ນຳອອກມາໃຊ້ມີຄຳກ່າວວ່າໂລກນັ້ນບໍ່ອາດຮັກສາໃດ້ດ້ວຍພຽງການອ່ານຊື່ຢາສັນໃດເລື່ອງທີ່ກຽວກັບລັກທັມທີ່ກ່າວເປັນສັນນັ້ນເຫມືອນກັນ ພຣະສຳມາສຳພຸທະເຈົ້າຊົງປະກາດພຣະອົງເອງວ່າເປັນພຽງຜູ້ຊີ້ທາງເທົ່ານັ້ນບຸກຄົນຈະຕ້ອງຮັບຜິດ ຊອບຕົນເອງ. ເຮັດແນວໃດຈື່ງຈະກຳຈັດຄວາມບໍ່ຮູ້ຈິງຄືອະວິຊາເສຍໃດ້ດັງກ່າວໄວ້ໃນເບື້ອງຕົນແລ້ວວ່າອະວິຊາເປັນເຫດດັງເດີມຂອງຄວາມມຸ່ງຮ້າຍຈອງຜານກັນ ແລະຄວາມວຸ່ນວາຍຂອງສັງຄົມເມື່ອເກີດອະວິຊາກໍ່ເຮັດໃຫ້ເກີດຄວາມທະຍານຍາກແລະກິເລດທຸກຊະນິດ. ໃນພຸທສາສນາວິຊາຄວາມຮູ້ຈຶ່ງມີຄຳຈຳກັດຄວາມບໍ່ຮູ້ອະລິຍະສັດຄືຄວາມຈິງ ໔ປະການກ່າວຄື: ທຸຂ໌ຄວາມບໍ່ສະບາຍກາຍສະບາຍໃຈຫັດ, ສະມຸໄທເຮັດໄຫ້ເກີດທຸຂ໌, ນິໂລດຄວາມດັບທຸຂ໌, ມັກທາງທີ່ນຳໄປສູ່ຄວາມດັບທຸກ. ກ່າວອີກໃນນຶ່ງໃນການຮູ້ອະຣິຍະສັດ ໔ ນັ້ນເຮົາຍ່ອມຮູ້ທັງສອງດ້ານຄື - ດ້ານປະຕິເສດເຮັດແນວໃດຈຶ່ງຈະເຮັດສິ່ງທີສຸດຂອງທຸຂ໌ທັງປວາງ (ທຳລາຍຄວາມທຸກ) - ດ້ານຮັບເຮັດແນວໃດຈຶ່ງຈະບັນລຸສັນຕິພາບອັນແທ້ຈິງຫລືຄວາມສຸຂ໌ຊົ່ວນິຣັນດອນ.
- ເມື່ອຣູ້ອະຣິຍສັຈ ໔ ປະການທຸກຄົນຍ່ອມບໍ່ຕື່ນເຕັນໃນຄວາມທຸຂ໌ຂອງຕົນເຂົາຈະຄົ້ນຫາຕົນເຫຕທີ່ໃກ້ສິດທຸຂ໌ນັ້ນຊຶ່ງໃດ້ແກ່ຄວາມທະຍານຢາກຂອງເຮົາເອງແລ້ວພະຍາຍາມກຳຈັດຄວາມທະຍານຢາກນັ້ນເສັຍດ້ວຍການຄຸມວາຈາການກະທຳແລະຄວາມຄິດນຶກໃຫ້ເປັນໄປໃນທາງທີ່ຖືກຄຳວ່າທາງທີ່ຖືກໃນທີນີ້ໃດ້ແກ່ທາງອັນປະເສີດປະກອບດ້ວຍອົງ ໘ ຄື: ຄວາມເຫັນຊອບ, ຄວາມດຳຣິຊອບ, ການເຈລະຈາຊອບ, ການກະທຳຊອບ, ການລ້ຽງຊີວິດຊອບ, ຄວາມພະຍາຍາມຊອບ, ການຣະລຶກຊອບ, ແລະການຕັ້ງໃຈຫມັ້ນຊອບ. ທາງອັນປະເສີດປະກອບດ້ວຍອົງ ໘ ນີ້ເປັນຂອງຈຳເປັນສຳຫລັບທຸກຄົນຕາມພູມຕາມຊັ້ນ.ການບໍຮູ້ຄວາມຈິງເລື່ອງຂອງຄວາມທຸຂ໌ພ້ອມທັງຕົນເຫດແຫ່ງທຸຂ໌ກັບທັງວິທີກຳຈັດເຫດແຫ່ງຄວາມທຸກບາງຄັ້ງບຸກຄົນມີຄວາມຕ້ອງການຈະນຳຄວາມສຸຂມາສູ່ຕົນແຕ່ກັບນຳຄວາມທຸຂ໌ມາແທນກໍ່ມີບຸກຄົນຍິ່ງເພີ່ມຄວາມທະຍານຢາກແລະຫລັບຫູຫລັບຕາເຕີມຄວາມທະຍານຢາກນັ້ນໃຫ້ເຕັມຫລາຍຂຶ້ນພຽງໃດເຂົາກໍ່ເຊື່ອວ່າຜູກມັດຕົນເອງດ້ວຍຄວາມທຸກຫລາຍຂຶ້ນພຽງນັ້ນເມື່ອລົງມືປະຕິບັດຕາມຄວາມເຫັນຊອບ ດຳຣິຊອບຈົນເຖິງການຕັ້ງໃຈຊອບ ແລ້ວກໍຈະເປັນເຫດໃຫ້ໄດ້ບັນລຸປັນຍາອັນສົມບູນຫລືການຕັດສຣູ້ແລ້ວອະວິຊາຄວາມບໍ່ຮູ້ຈິງກໍຈະຖືກທຳລາຍໄປເຊັ່ນກັນກັບຄວາມມືດຍ່ອມຫາຍໄປເມື່ອແສງສະວ່າງປາກົດແລະເມື່ອປັນຍາທຳຫນາທີ່ຂອງມັນແລ້ວສິລສິສງ່າແລະຄວາມດີງາມທັງຫມົດກໍ່ຈະຕາມມາເປັນບໍລິວານຂອງປັນຍານັ້ນ.
- ໃນການສຶກສາພຣະພຸທສາສນາເຮົາເລີ່ມດ້ວຍເສຣິພາບຄືເສຣິພາບໃນຄວາມຄິດເສຣິພາບໃນການຕັດສິນໃຈດ້ວຍຕົວເອງເພາະເຮົາໄດ້ຮັບສັງສອນບໍ່ໃຫ້ເຊື່ອໃນສິ່ງງ່າຍໆເຫດທີ່ໄດ້ຍິນໃດ້ພັງມາຫລືເພາະເຫຕທີ່ມີຄຳກ່າວໄວເຊັ່ນໃນຄຳພີຫລືເພາະນຳສືບມາຕໍ່ກັນມາຈາກໂບຮານຫລືຈາກຍຸກນຶ່ງໄປສູ່ອີກຍຸກນຶງຍານທັດສນະ ( ຄວາມເຫັນປະຈັກດ້ວຍຍານ ) ຂອງຕົນເອງພາຍຫລັງການພິຈາຣະນາແລະປະຕິບັດຢ່າງຣອບຄອບຖີ່ຖ້ວນແລ້ວຈະບອກເຮົາໄດ້ເຖິງຄວາມຈິງນັ້ນ. ອັນນຶງໃນການປະຕິບັດຕາຄຳສອນຂອງພຣະພຸທສາສນານັ້ນກໍ່ເລີ້ມດ້ວຍເສຣພາບອີກເຫມືນກັນໂດຍການຮັດໃຫຕົວເຮົາເປັນອິດສລະຈາກຄວາມເປັນທາດພາຍໃນຫລືກິເລດຈົນກ່ວາເຮົາຈະບັນລຸຈຸດຫມາຍປາຍທາງກ່າວຄືການຕັດສຣູ້. ຂໍໃຫ້ທ່ານຜູ້ອ່ານທັງຫລາຍຈົ່ງແຜ່ຄວາມປາຖນາດີຄວາມມີໄມຕີຈິດຄວາມກະລຸນາແລະຄວາມພຽງຍິນດີເຫັນອົກເຫັນໃຈໄປຍັງສັດໂລກທັງຫລາຍໂດຍບໍ່ຈຳແນກເຜົ່າພັນເຊື້ອຊາດສາສນາຜູ້ມີຄວາມທຸຂ໌ຈົ່ງມີຄວາມສຸຂເຖີດຜູ້ມີຄວາມກົວຈົງຫາຍກົວເຖີດຜູ້ມີຄວາມເສົ້າໂສກຈົງຍິນດີເຖີນຂໍສັນຕິຈົງມີແດ່ສັພພະສັຕທັງຫລາຍ . ຯ.
* ນົກອີອ້ຽງກິນຫມາກໂພໄຮແຊວໆສຽງບໍມີໂຕຮ້ອງແຊວໆຮ້ອງໂຕດຽວຫມົດຫມູ່ບໍ່ໄດ້ຢູ່ລ້າໆມີແຕ່ໂຫ່ແຊວ
* ອັນວ່າເຊື້ອຊາດນັ້ນຂີ້ກະເດືອນຊັ້ນຕ່ຳດິນດາກຕິດງ່ອນດົ້ນກໍຫລົງສົ້ນວ່າແມ່ນຫອມແທ້ແລ້ວ.

ຄວາມມຸ່ງຫມາຍຂອງການປະຕິບັດທັມ

- ຄວາມມຸງຫມາຍອັນແທ້ຈິງຂອງການປະຕິບັດທັມນັ້ນແມ່ນເພື່ອຈຸດປະສົງອັນໃດ ? ກໍ່ຕອບວ່າ : ການປະຕິບັດທັມທຸກຢ່າງນັ້ນແມ່ນເພື່ອ “ ດັບຕັນຫາ ” ນັ້ນເອງ . ແຕ່ການດັບຕັນຫານັ້ນມີຢູ່ສອງຢ່າງຄື: ດັບຈິງກັບດັບບໍຈິງສຳລັບການດັບທີ່ບໍຈິງນັ້ນຕົວຢ່າງມັນດັບໄປເອງຕາມທຳມະຊາຕຂອງມັນຄືເມື່ອຕັນຫາໄດ້ເສບເຫຍື່ອທີ່ຕ້ອງການໄປແລ້ວມັນກໍດັບໄປເອງເພື່ອໄປຫາເຫຍື່ອອັນໃຫມ່ຫລືອາລົມອັນໃຫມ່ທີ່ສູງຂຶ້ນມານ້ອຍນຶ່ງກໍ່ຄືດັບດ້ວຍຄວາມຈວມພໍ້ທີ່ສູງຂຶນມາອີກ ກໍຄ


໒ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ພໍແຕ່ເປີດຂື້ນມາເຫັນກະເມື່ອຍລະມັນຫຼາຍເພີດ ເອົາເປັນວ່າ ສາທຸເດີ

ສາຍນ້ຳບໍ່ຄອຍປາ ເວລາບໍ່ຄອຍຄົນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ລະຄວາມຊົ່ວໄດ້ແລ້ວ ທຳດີ ລະຄວາມດີໄດ້ແລ້ວບໍ່ເຮັດທັ້ງຄວາມຊົ່ວແລະທັ້ງຄວາມດີ


໕ ກະທູ້
໒໗໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດດີໄດ້ດີເຮັດຊົ່ວໄດ້ຊົ່ວ



໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ


໐ ກະທູ້
໖໒ ໂພສ
ຂາປະຈຳເວັບບອດ


໐ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຈຸດໝາຍສູງສຸດຄື ນິພພານ
ໃນສາດສະໜາພຸດມີຄຳສອນຢູ່ 3 ລະດັບ


໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ນິພພານ

ລິຄິດຟ້າ ຫຼື ຈະສູ້ມານະຕົນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຈຸດຫມາຍແມ່ນຢາກໃຫ້ທຸກຄົນເປັນຄົນດີ ມີຄວາມລະອາຍຕໍ່ຄວາມຊົ່ວທີ່ຕົນກະທຳ ຮັກສາສິນຫ້າໃຫ້ໄດ້ ເພາະບາງຄົນເຂົ້າໃຈວ່າສິນບາງຂໍ້
ຕົວຢ່າງຂໍ້ 1 ບໍ່ໃຫ້ຂ້າສັດຫັ້ນມີຄົນຖາມວ່າຄັນບໍ່ຂ້າສັດແລ້ວຈະກີນຫຍັງ ແຕ່ຄວາມຈິງເຮົາກໍ່ມີແນວກີນຫັ້ນປລ້ວເພື່ອຮັກສາຊີວິດສັດອື່ນໄວ້
ເຂົາກໍ່ບໍ່ຢາກຕາຍ ຊັ້ນເສືອ ແຂ້ ກີນເຮົາ ເຮົາກໍ່ຕ້ອງເປັນອາຫານມັນເພາະຄົນຄືອາຫານມັນຄົນກໍບໍ່ຢາກຕາຍແຕ່ຄົນມີປັນຍາຫນ້າຈະ
ຮູ້ຫລີກແມວບໍດີໄດ້


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ແຕ່ກ່ອນໄປຂໍເລກນໍາອ້າຍຈົວ ແມ້ນ ອິຫຼີ


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ຄວນຍົກເລີກຂໍ້ທີ່ວ່າບໍ່ໃຫ້ຂ້າສັດ,ເພາະຂ້ອຍຂ້າເລື້ອໆ,ຂ້າເພື່ອກິນນີ້ລະ,ເຮັດອາຫານໄປວັດນໍາ ,


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ຄວນຍົກເລີກຂໍ້ທີ່ວ່າບໍ່ໃຫ້ຂ້າສັດ,ເພາະຂ້ອຍຂ້າເລື້ອໆ,ຂ້າເພື່ອກິນນີ້ລະ,ເຮັດອາຫານໄປວັດນໍາ ,


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຈິງ ເລີ້ຍບໍ່ກ້າອອກຄວມເຫັນ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑໒ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຍ້ອນເພິ່ນເຫັນຄົນເປັນທຸກແລ້ວເພິ່ນຢາກເຫັນມວນມະນຸດໂລກພົ້ນທຸກເພິ່ນຈິ່ງອອກບວດເປັນພະພຸດທະເຈົ້າ
ດັ່ງນັ້ນຈຸດໝາຍນັ້ນກໍ່ຄົງຈະແມ່ນເພື່ອຊ່ວຍໃຫ້ຄົນພົ້ນທຸກ ແລະ ເຂົ້າໃຈກະຈ່າງແຈ້ງເຖິງບັນດາສິ່ງຕ່າງໆເຫຼົ່ານັ້ນ


ແມ່ນແລ້ວ​ທ່ານ​ເວົ້າ​ຖືກ​ຕ້ອງຫຼາຍ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ ເປັນບບຸນແລ້ວທີ່ເຮົາໄດ້ເຂົ້າມາອ່ານ ຂໍອະນຸໂມທະນານຳ ສາທຸ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຍາວໆໆໆ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແມ່ນຕ້ອງການສອນໃຫ້ຄົນເປັນບັນດິດ ເປັນຄົນດີຍັງບໍ່ສົມບູນສົມບູນແທ້ຕ້ອງເປັນບັນດິດ


໑໒ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ສອນໃຫ້ເປັນຄົນດີ ຕາຍໄປແລ້ວຈະໄດ້ຂື້ນສະຫວັນ


ຂໍໂທດເດີ ພຣະສາສນາບໍ່ໄດ້ສອນໃຫ້ເຮົາຕາຍໄປແລ້ວຕ້່ອງຂື້ນສະຫວັນເຖິງຈະພົ້ນທຸກ ແຕ່ເພິ່ນສອນໃຫ້ເຮົາພົ້ນທຸກດ້ວຍການບຳເພັນພຽນ ເຂົ້າສູ່ພຣະນິບພານ ນີ້ແຫຼະຄືເປົ້າສູງສຸດຂອງພຣະພຸດທະສາສນາ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>