ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ພະທຳມະຂັນ ແມ່ນຫຍັງ?

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ພະໄຕປິດົກ ມີ 84000 ພະທຳມະຂັນ. ທຳມະຂັນ ແມ່ນຫຍັງ?
ຄວາມເວົ້າຄວາມນຶ່ງບໍ?
ຫລືວ່າປະໂຫຍກນຶ່ງບໍ?
ຫລືວ່າວັກນຶ່ງບໍ?
ຫລືວ່າເລື່ອງນຶ່ງບໍ?
ຫລືວ່າແມ່ນຫຍັງອີກ?


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ໃຜຮູ້ ມາຊ່ອຍຕອບແດ່


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍ່ໄດ້ເຄືຍອ່ານຢູ່ ພຣະໄຕຣປີດົກ ແຕ່ກ່າຍັງບໍ່ຮູ້ຄືກັນເລືຍວ່າ! ພຣະທັມມະຂັນແມ່ນຫຍັງ? ແຕ່ໃນຊ່ວນເລີອກແລ້ວ! ຄົງຈະແມ່ນເລືອງໜຶ່ງຂອງພຣະໄຕຣປີດົກທີ່ມີຢູ່! ຄົງຈະແມ່ນແບບນັ້ນໜາຂ້ອຍວ່າ...! ຫຼື!ໃນໜຶ່ງຄົງຈະແມ່ນເລືອງໃດເລືອງໜຶ່ງທີ່ພຣະສາສສະດາ ຍົກມາເປັນທັມມະຕ່າງໆແລະມູນເຫດແຫ່ງການຕັ້ງວິໃນຍ໌ ແລ້ວທັມມະທີ່ພຣະອົງນຳມາສະແດງນັ້ນ! ລ້ວນແລ້ວແຕ່ເປັນຄວາມຈິງທັງໝົດ! ຂ້ອຍຈື່ໄດ້ວ່າມີຫຼາຍໝວດຫຼາຍພາກ ແຕ່ທີ່ແແນ້ໆ!ຄືພຣະອົງ ຈະຊົງສະແດງໃຫ້ເຫັນ ໃນອະດີຕອະນາຄົດ ຊ່ວນປະຈຸບັນນັ້ນພຣະອົງຈະເອົາມາເປັນຂໍ້ຕັ້ງຂໍ້ຕັດສິນ ຊີ້ແຈງໃຫ້ເຫັນເຖືງສິ່ງທີ່ເຄືຍມີມາແລ້ວໃນອະດີຕ ແລະສິ່ງນີ້ບໍ່ຄວນມີໃນອະນາຄົດ.
''ສະລຸບແລ້ວຄົງຈະແມ່ນໜຶ່ງເລືອງໜຶ່ງທັມມະຂັນ''(ອັນນີ້ຄວາມຄິດຂອງຂ້ອຍດອກວາ....!)

ຂໍອະນຸໂມທະນາໃນຄຳຖາມ

ສາ..........ທຸ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໗ ກະທູ້
໔໒໕ ໂພສ
ຊຳນານການເວັບບອດ


໐ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ພະທຳມະຂັນ ແມ່ນຂໍ້ຄວາມທີ່ພຮະພຸດທະເຈົ້າ ຂຽນໄວ້ໃນພຮະໄຕຮປີດົກ ທີ່ບັນທຶກໄວ້ ມີ 84000 ຂໍ້ ຫລື ເອີ້ນວ່າ ພະທຳມະຂັນ ນັ້ນແຫລະ ຢາກຖ້າຮູ້ເພີ່ມເຕີມ ວິໄນ ຂອງຄູ ບາ ອາຈານ ທີ່ພຮະພຸດທະເຈົ້າສັ່ງສອນ ໄວ້ໃນພຮະໄຕປີດົກ ໃຫ້ສອບຖາມໄດ້ເລີຍ ເປັນ ເຮັດບຸນຈຶ່ງບໍ່ໄດ້ບຸນ ຍ້ອນຫັຍງ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳມະແມ່ນບົດສອນຂອງພະພຸດທະເຈົ້າທີ່ຊາວພຸດຢ່າງເຮົາເຮົານັບຖື


໑໒ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ພວກທ່ານເຂົ້າໃຈກັນຜິດໝົດແລ້ວ ພຣະທັມມະຂັນ ບໍ່ມີຢູ່ໃນພຣະໄຕປິດົກ ແລະພຣະໄຕປິດົກ ກໍ່ບໍໄດ້ກ່າວເຖິງທັມອັນໃດຫຼືເລື່ອງອັນໃດທີ່ມີ ເຖິງ 84000 ເລີຍ
ເປັນເລື່ອງທີ່ສາວົກທັງຫຼາຍແຕ່ງເຕີມເຂົ້າມາ ບໍ່​ໄດ້​ກ່ຽວ​ຫ​ຍັງ​ພ​ຣະ​ທັມ​ຄຳ​ສັ່ງ​ສອນ​ເລີຍ
ເບິ່ງ​ຄ​ຣີບ​ທີ່​ສາ​ມາດ​ອະ​ທິ​ບາຍ​ໃຫ້​ທ່ານ​ທັງຫຼາຍ​ເຂົ້າ​ໃຈ​ໄດ້​ຂ້າງ​ລຸ່ມນີ້:
Link


໗ ກະທູ້
໕໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Death ຂຽນວ່າ...
ພວກທ່ານເຂົ້າໃຈກັນຜິດໝົດແລ້ວ ພຣະທັມມະຂັນ ບໍ່ມີຢູ່ໃນພຣະໄຕປິດົກ ແລະພຣະໄຕປິດົກ ກໍ່ບໍໄດ້ກ່າວເຖິງທັມອັນໃດຫຼືເລື່ອງອັນໃດທີ່ມີ ເຖິງ 84000 ເລີຍ
ເປັນເລື່ອງທີ່ສາວົກທັງຫຼາຍແຕ່ງເຕີມເຂົ້າມາ ບໍ່​ໄດ້​ກ່ຽວ​ຫ​ຍັງ​ພ​ຣະ​ທັມ​ຄຳ​ສັ່ງ​ສອນ​ເລີຍ
ເບິ່ງ​ຄ​ຣີບ​ທີ່​ສາ​ມາດ​ອະ​ທິ​ບາຍ​ໃຫ້​ທ່ານ​ທັງຫຼາຍ​ເຂົ້າ​ໃຈ​ໄດ້​ຂ້າງ​ລຸ່ມນີ້:
Link


++++ລອງອ່ານນີ້ເບິ່ງ
++ຄຳວ່າພຣະໄຕຣປິດົກ ໝາຍເຖິງຄຳພີສາມເຫຼັ້ມ ຫຼືຄຳສອນສາມໝວດ(ໄຕຣປິດົກ ມາຈາກພາສາປາລີເຊິ່ງມີສອງຄຳປະກອບເຂົ້າກັນໄດ້ແກ່: ໄຕຣ ແປວ່າສາມ ແລະ ປິດົກ ແປວ່າຕຳລາ, ຄຳພີ, ໝວດ) ຄຳພີສາມເຫຼັ້ມ(ພຣະໄຕຣປິດົກ)ມີຄື: ພຣະວິໄນປິດົກ, ພຣະສູດຕັນຕະປິດົກ ແລະ ພຣະອະພິທັມປິດົກ.
++ສ່ວນຄຳວ່າພຣະທຳມະຂັນນັ້ນໝາຍເຖິງ ໝວດທັມຕ່າງໆທີ່ມີຢູ່ໃນພຣະໄຕຣປິດົກເຊິ່ງມີທັງໝົດ 84000 ພຣະທຳມະຂັນ(ພຣະວິໄນປິດົກມີ 21000, ພຣະສູດຕັນຕະປິດົກມີ 21000 ແລະ ພຣະອະພິທຳປິດົກມີ 42000)
More Info: Link

ຮັກເຈົ້າເດີ...!!!

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ