ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ມະຫັດສະຈັນແຫ່ງປັນຍາມະນຸດ

໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ຂໍຈະເລີນພອນທ່ານທີ່ຫນ່າຮັກທຸກທ່ານ ເຮົາຢາກແບ່ງປັນຄວາມຮູ້ນຳກັນ ພວກເຮົາເຄີຍໃຊ້ເວລານັ່ງນິງໆຈັກ ຫ້ານາທີເພື່ອເບິ່ງຕົນເອງແດ່ບໍ ຫ່ນາເສຍເດຍຫລາຍທ່ານເກີດມາກັບເອົາຊີວິດທັງຫມົດໄປໃຫ້ກັບວຽກງານຫມົດ ຫ່ນາເສຍເດຍຈັ່ງ ພະພຸທທະເຈົ້າບອກວ່າການໄດ້ເກີດມາຢູ່ໂລກນີ້ ມັນວິເສດໆສຸດໆເຫນື້ອສັດໃດໆໃນດາວອັງຄານນີ້ ວິເສດແນວໃດນັ້ນ ຕັ່ງແຕມື້ນີ້ໄປ ເຮົາຈະໄດ້ແບ່ງໃຫ້ທ່ານໄດ້ຮູ້ຈັກມື້ລະນ້ອຍ ບອກໃຫ້ຮູ້ໄວ້ກ່ອນ


໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸເດີ


໑໔ ກະທູ້
໑໕໔ ໂພສ
ນັກການກະທູ້
ສາທຸ

ຮັກ mamy & dady

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ເວລາທ່ານນອນທ່ານເຮັດຫຍັງກ່ອນນອນ ຂໍແນະນຳເຄັລດລັບການນອນທີ່ອົບອຸ່ນແລະຕື່ນຂື້ນຢ່າງມີຄວາມສຸກ ໃຫ້ທ່ານນອນແບບປ່ອຍວາງທັງຫມົດຜ່ອນຄາຍລົມຫາຍໃຈເຂົ້າອອກຢ່າງຮູ້ສືກຕົວ ປ່ອຍວ່າງທຸກສິ່ງທີ່ທ່ານປະສົບມາທັ້ງວັນແລ້ວພັກຜອນໃຫ້ອິສສະລະ ພໍຕື່ນຂື້ນມາຮັບເອົາຊີວິດໃນວັນໃຫມ່ຢ່າງມີອາລົມບານຍີ້ມໃຫ້ກັບທຸກຄົນທີ່ເຈີນະ ຈະເລີນພອນ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາບນະມັດສະການຫຼວງພີ່..
ຂອບໃຈທີ່ນຳເຄັດລັບຄວາມສຸກເລັກຯນ້ອຍຯມາຝາກ..


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍນ້ອມນະມັດສະການ.........ສາທຸ ສາທຸ ສາທຸ





໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ຂໍຈະເລີນພອນຕອນເຊົ້າເດີເພື່ອນ ພໍດີເຮົາຢາກແບ່ງຂອງຂວັນປີໃຫມ່ໃຫ້ກັບເພື່ອນທຸກທ່ານ ນັ້ນຄືຄຳຖາມແຫ່ງຊີວິດ ທ່ານຕ້ອງການໃນຊີວິດນີ້ ແລະ ທ່ານເຄີຍມີຄວາມສຸກແດ່ບໍ ແລ້ວທ່ານເຄີຍວາງແຜນວ່າຈະມີຄວາມສຸກຕ່ອນໃດລະ ຫລາຍທ່ານເພື່ອນເຮົາຕອບວ່າ ຕອ່ນຈົບການສຶກສາ ແລະໄດ້ວຽກຫລືແຕ່ງງານກັບຄົນທີ່ເຮົາຮັກ ແລ້ວກໍຕອນໄດ້ມີລູກທີ່ຫນ່າຮັກ ສິ່ງເຫລົ້ານີ້ເຮົາຄິດວ່າມັນກໍຈິງຢູ່ ແຕ່ເຮົາມີຄວາມຄິດອີກຢ່າງນະ ເຄລັດລັບສັ້ນໆທີ່ເປັນມໍລະດົກທີ່ພະພຸທທະເຈົ້າມອບແກ່ເຮົາທ່ານທັງຫລາຍນັ້ນຄື ໃຫ້ເຮົາມີຄວາມສຸກທຸກເມື່ອນັ້ນຫມາຍຄວາມວ່າທຸກເວລາເລີຍ ຄວາມສຸກຢູ່ໃນກຳມືຂອງເຮົາທ່ານທັງຫລາຍພຽງແຕ່ທ່ານຈະມີປັນຍາມອງເຫັນເທົ່ານັ້ນແຫລະ ເອົາລະ ພວກເຮົາມາເບິງນຳກັນເລີຍ ທີ່ຈິງມີຢູ່ຫລາຍຂໍ້ດ້ວຍກັນແຕ່ເຮົາຈະຂໍຝາກສັ້ນໆກ່ອນເພາະເປັນການເລີ້ມຕົນ ອັນທີ່ ຫນຶ່ງຄືການບໍລິຫານລົມຫາຍໃຈໃຫ້ເປັນເຮົາຄິດທຸກທ່ານທີ່ເກີດມາມີອາຍຸເທົ່າໃດຄົງຫາຍໃຈເທົ່ານັ້ນປີລະນໍ ແຕ່ເຮົາເຄີຍໃຫ້ຄວາມສຳຄັນມັນນ້ອຍຫລື່ເກືອບວ່າບໍ່ໃສໃຈເລີຍ ໃນພຸທທະສາສນາລົມຫາຍໃຈເປັນເຄື່ອງມືວິເສດສຳຄັນຍິ່ງ ສຳລັບເຮົາເອງກໍຄິດເຊັ່ນນັ້ນຄືນະ ເພາະວ່າມື້ໃດເຮົາລື້ມຫາຍໃຈຫລືຂີ້ຄ້ານຫາຍໃຈມື້ນັ້ນຊີວິດເຮົາບໍມີຄວາມຫມາຍ ທ່ານເປັນເຊັ່ນນັ້ນບໍ? ເຮົາທ່ານທັງຫລາຍມີເວລາເທົ່າກັນຄື 24ຊມ ໃຫ້ທ່ານລອງໃຊ້ລົມຫາຍໃຈເພື່ອເປັນທຶນຫາກຳໄລຄວາມສຸກເບິງຕີ໋ ຈະໄດ້ເທົ່າໄດ ຄົນເຮົາມີ ສີ່ ອິຣິຍະບົດເທົ່າກັນ ຄືຢື້ນ ເດີນ ນັ່ງ ນອນ ລົມຫາຍໃຈກໍຢູ່ທີ່ນັ້ນລອງຫັນມາມອງສ່ວນເລິກຂ້າງໃນໃຈເຮົາເບິງ ໂດຍການຜ່ອນຄາຍຮ່າງກາຍສະບາຍສະບາຍແລ້ວມອງທຸກສິ່ງທີ່ທ່ານເຫັນຕໍ່ຫນ້າຢ່າງຍີ້ມແຍມ ຍີ້ມນ້ອຍໆຈາກຂ້າງໃນສູ້ພາຍນອກຊື່ງເປັນຫ້ນາຕາງຂອງຫົວໃຈ ຫັດມອງໂລກໃນແງ່ດີໄວ້ກ່ອນ ແລ້ວຈື່ງຄອຍມອງໂລກຕາມຄວາມເປັນຈິງ ມື້ຫນຶ່ງຈັກຫ້ານາທີກໍໄດ້ຝືກຫັດຢູ່ເລື່ອຍໆ ແລ້ວທ່ານຈະຮູ້ສືກວ່າມີສິ່ງມະຫັດສະຈັນໃນລົມຫາຍໃຈເຂົ້າ ອອກ ຖ້າຈະໃຫ້ດີເວລາເຊົ້າເຫມາະທີ່ສຸດແລ້ວສວາຍມາຫັດຄອບພະຄຸນທຸກສິ່ງແລະທຸກທ່ານທີ່ມີບຸນຄຸນຕໍ່ຊີວິດເຮົາ ສຳຄັນຮ້ອຍຍີ້ມແລະຄຳທັກທ້າຍກໍເປັນເຄື່ອງມືສຳຄັນບໍນ້ອຍ. ເອົາມື້ຫນ້າພົບກັນອີກເນາະ ຈະເລີນພອນເດີ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ຈະເລີນພອນຈ໋າ ຮັກຈິງຢູ່ກັບແມ່ ຮັກແທ້ຢູ່ກັບພໍ່ເຮົາ ຮັກເນົ່າໆຢູ່ກັບຄົນໃຈອ່ອນແອ່ ຮັກແທ້ຢູ່ກັບຕົວເຈົ້າເອງ ຈົ່ງຮັກຕົວເອງໃຫ້ດີທີສຸດ ເດີ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ມື້ນັ້ນຂ້ານ້ອຍນັ່ງສະມາທິໃນປ່າ ໃນເວລານັ່ງຢູ່ບ່ອນມືດໆໃນປ່າຂ້ານ້ອຍໄດ້ຍິນສຽງ ບຶກໆໆ ທີ່ເປັນຕາຢ້ານຂ້ານ້ອຍນັ່ງມິດໆຕັ້ງສະມາທິໃນໃຈ ເພື່ອໃຫ້ເຈົ້າປ່າເຈົ້າເຂົາຊ່ວຍ ແລ້ວກໍ່ເຫັນແສງສະຫ່ວາງ ດວງໜຶ່ງມໍ່ເຂົ້າມາມໍ່ເຂົ້າມາ ຂ້ານ້ອຍຢ້ານແຮງ ເອົາໝາກຫີນເລວໃສ່ມັນ ແລ້ວທັນໃດນັ້ນ ຂ້ານ້ອຍໄດ້ຍິນສຽງ ເອິ...(ໃຜເອົາໝາກຫີນເລວໃສ່ຫົວກູ...)
ແລ້ວຂ້ານ້ອຍກໍ່ແລ່ນກັບບ້ານ ແຮໆ ເປັນຄົນຂີ້ຢ້ານຜີນາ....ຫື....ຜິດນະ

-->-->-->

໗ ກະທູ້
໑໙໐ ໂພສ
ນັກການກະທູ້

THE GUNNER

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ່ງສະມາທິ ກັບຜ່ອນຄາຍເນາະ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຣັດດີທຳດີໄດ້ດີ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?