ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ໃຜກຳລັງໄຄວຄ້ວາຫາຄວາມສຸກ ເຂົ້າທີ່ນີ້ເລີຍເດີ

໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ຂໍຈະເລີນພອນຕອນເຊົ້າເດີເພື່ອນ ພໍດີເຮົາຢາກແບ່ງຂອງຂວັນປີໃຫມ່ໃຫ້ກັບເພື່ອນທຸກທ່ານ ນັ້ນຄືຄຳຖາມແຫ່ງຊີວິດ ທ່ານຕ້ອງການໃນຊີວິດນີ້ ແລະ ທ່ານເຄີຍມີຄວາມສຸກແດ່ບໍ ແລ້ວທ່ານເຄີຍວາງແຜນວ່າຈະມີຄວາມສຸກຕ່ອນໃດລະ ຫລາຍທ່ານເພື່ອນເຮົາຕອບວ່າ ຕອ່ນຈົບການສຶກສາ ແລະໄດ້ວຽກຫລືແຕ່ງງານກັບຄົນທີ່ເຮົາຮັກ ແລ້ວກໍຕອນໄດ້ມີລູກທີ່ຫນ່າຮັກ ສິ່ງເຫລົ້ານີ້ເຮົາຄິດວ່າມັນກໍຈິງຢູ່ ແຕ່ເຮົາມີຄວາມຄິດອີກຢ່າງນະ ເຄລັດລັບສັ້ນໆທີ່ເປັນມໍລະດົກທີ່ພະພຸທທະເຈົ້າມອບແກ່ເຮົາທ່ານທັງຫລາຍນັ້ນຄື ໃຫ້ເຮົາມີຄວາມສຸກທຸກເມື່ອນັ້ນຫມາຍຄວາມວ່າທຸກເວລາເລີຍ ຄວາມສຸກຢູ່ໃນກຳມືຂອງເຮົາທ່ານທັງຫລາຍພຽງແຕ່ທ່ານຈະມີປັນຍາມອງເຫັນເທົ່ານັ້ນແຫລະ ເອົາລະ ພວກເຮົາມາເບິງນຳກັນເລີຍ ທີ່ຈິງມີຢູ່ຫລາຍຂໍ້ດ້ວຍກັນແຕ່ເຮົາຈະຂໍຝາກສັ້ນໆກ່ອນເພາະເປັນການເລີ້ມຕົນ ອັນທີ່ ຫນຶ່ງຄືການບໍລິຫານລົມຫາຍໃຈໃຫ້ເປັນເຮົາຄິດທຸກທ່ານທີ່ເກີດມາມີອາຍຸເທົ່າໃດຄົງຫາຍໃຈເທົ່ານັ້ນປີລະນໍ ແຕ່ເຮົາເຄີຍໃຫ້ຄວາມສຳຄັນມັນນ້ອຍຫລື່ເກືອບວ່າບໍ່ໃສໃຈເລີຍ ໃນພຸທທະສາສນາລົມຫາຍໃຈເປັນເຄື່ອງມືວິເສດສຳຄັນຍິ່ງ ສຳລັບເຮົາເອງກໍຄິດເຊັ່ນນັ້ນຄືນະ ເພາະວ່າມື້ໃດເຮົາລື້ມຫາຍໃຈຫລືຂີ້ຄ້ານຫາຍໃຈມື້ນັ້ນຊີວິດເຮົາບໍມີຄວາມຫມາຍ ທ່ານເປັນເຊັ່ນນັ້ນບໍ? ເຮົາທ່ານທັງຫລາຍມີເວລາເທົ່າກັນຄື 24ຊມ ໃຫ້ທ່ານລອງໃຊ້ລົມຫາຍໃຈເພື່ອເປັນທຶນຫາກຳໄລຄວາມສຸກເບິງຕີ໋ ຈະໄດ້ເທົ່າໄດ ຄົນເຮົາມີ ສີ່ ອິຣິຍະບົດເທົ່າກັນ ຄືຢື້ນ ເດີນ ນັ່ງ ນອນ ລົມຫາຍໃຈກໍຢູ່ທີ່ນັ້ນລອງຫັນມາມອງສ່ວນເລິກຂ້າງໃນໃຈເຮົາເບິງ ໂດຍການຜ່ອນຄາຍຮ່າງກາຍສະບາຍສະບາຍແລ້ວມອງທຸກສິ່ງທີ່ທ່ານເຫັນຕໍ່ຫນ້າຢ່າງຍີ້ມແຍມ ຍີ້ມນ້ອຍໆຈາກຂ້າງໃນສູ້ພາຍນອກຊື່ງເປັນຫ້ນາຕາງຂອງຫົວໃຈ ຫັດມອງໂລກໃນແງ່ດີໄວ້ກ່ອນ ແລ້ວຈື່ງຄອຍມອງໂລກຕາມຄວາມເປັນຈິງ ມື້ຫນຶ່ງຈັກຫ້ານາທີກໍໄດ້ຝືກຫັດຢູ່ເລື່ອຍໆ ແລ້ວທ່ານຈະຮູ້ສືກວ່າມີສິ່ງມະຫັດສະຈັນໃນລົມຫາຍໃຈເຂົ້າ ອອກ ຖ້າຈະໃຫ້ດີເວລາເຊົ້າເຫມາະທີ່ສຸດແລ້ວສວາຍມາຫັດຄອບພະຄຸນທຸກສິ່ງແລະທຸກທ່ານທີ່ມີບຸນຄຸນຕໍ່ຊີວິດເຮົາ ສຳຄັນຮ້ອຍຍີ້ມແລະຄຳທັກທ້າຍກໍເປັນເຄື່ອງມືສຳຄັນບໍນ້ອຍ. ເອົາມື້ຫນ້າພົບກັນອີກເນາະ ຈະເລີນພອນເດີ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນພຸທທະສາສນາລົມຫາຍໃຈເປັນເຄື່ອງມືວິເສດສຳຄັນຍິ່ງ ສຳລັບເຮົາເອງກໍຄິດເຊັ່ນນັ້ນຄືນະ ເພາະວ່າມື້ໃດເຮົາລື້ມຫາຍໃຈຫລືຂີ້ຄ້ານຫາຍໃຈມື້ນັ້ນຊີວິດເຮົາບໍມີຄວາມຫມາຍ ທ່ານເປັນເຊັ່ນນັ້ນບໍ?
ມື້ໃດບໍຫາຍໃຈ ກະຕາຍມື້ນັນລະ ຂະນ່ອຍ

ຮັກແທ້ຄືແມ່

໗ ກະທູ້
໑໒໗ ໂພສ
ນັກການກະທູ້


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວາໂຍ ກະສິນ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໆໆໆໆ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ