ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄະຕິເຕືອນໃຈທີ່ຄົນເຫັນຕ້ອງອ່ານເດີ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ຖ້າທ່ານທຳຕົວແຂງກັບສັງຄົມ ທາງແຫ່ງຄວາມລົ້ມຈົ່ມກຳລັງຕາມມາ
ຖ້າທ່ານທຳງານເຫັນແກ້ຫນ້າ ທ່ານຈະພົບກັບບັນຫາເລື່ອຍໄປ
ຖ້າທ່ານທຳຕົວເຫັນແກ້ໄດ້ ທ່ານຢ່າຫວັງນ້ຳໃຈຈາກເພື່ອນຝຸ່ງ
ຖ້າທ່ານກົວຈົນ ເກີນໄປ ທ່ານຈະເຮັດອັນໃດບໍ່ໄດ້ຄວາມ
ຖ້າທ່ານກ້າຈົນເກີນງານ ທ່ານຈະພົບກັບຄວາມເດື້ອດຮ້ອນ
ຖ້າທ່ານຂາດຄວາມພໍດີ ທ່ານຈະເປັນຫນີ້ເຂົ້າຕະຫລອດການ
ຖ້າທ່ານມົ້ວເມົາຄວາມສະຫນຸກສະຫານ ທ່ານຈະເປັນທຸກມະຫາສານພາຍຫນ້າ
ຖ້າທ່ານຂາດຄວາມຍັ້ງຄິດ ຊີວິດທັ້ງຊີວິດຈະຫມົດຄວາມຫມາຍ
ຖ້າທ່ານທຳໃຈໃຫ້ສຫງົບ ທ່ານຈະພົບກັບຄວາມສຸກແບບງ່າຍດາຍ ແລະນິຣັນ$

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ຖ້າທ່ານທຳໃຈໃຫ້ສຫງົບ ທ່ານຈະພົບກັບຄວາມສຸກແບບງ່າຍດາຍ ແລະນິຣັນ.....
sa...........thu...........

ຄົນລາວຄົນມີນ້ຳໃຈ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸໆໆ
ຂໍໃຫ້ຈະເລີນ

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ສາທຸ!!!

໑ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ສາທຸ ບໍ່ເປັນນິຣັນ ຍ້ອນໃຈຍັງບໍ່ສະຫງົບນີ້ເອງ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆໆໆ ທ່ານ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສວດຢອດເລີຍ

໕໒ ກະທູ້
໗໒ ໂພສ
ນັກການກະທູ້
ເງີນຊົ່ວມັນພີກຂື້ນເທີງ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ຊຶ້ງ T_T

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ສາທຸ ສາທຸ ສາທຸ...

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ສາທຸ!!!

ເຮີ້ຍ ຄືໃຊ້ລາຍເຊັນຄືກັນ ວະ ບໍ່ໄດ້ ບໍ່ໄດ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ

ຮັກແທ້ຄືແມ່

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳສຸພາສິດລາວ+ຄຳຄົມ

ເຫລັກຄົດເອົາໄວ້ເຮັດຂໍ ເຫລັກງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວເອົາໄວ້ບໍ່ດີ
ຄົນບໍ່ອອກຈາກບ້ານບໍ່ເຫັນດ່ານແດນໄກ ຄົນບໍ່ໄປຫາຮຽນຍ່ອມບໍ່ມີຄວາມຮູ້
ເງີນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ
ໄປຢຽບຫມາ ມາຢຽບຂຽດ
ຢູ່ໃຫ້ເພີ່ນວ່າດີ ຫນີໃຫ້ເພີ່ນຄິດຮອດ
ເພີ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ວຍ
ຂອງກິນບໍ່ມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ
ເກົ້າອົດເກົ້າເຍື້ອນ ຫາກສິໄດ້ທ່ອນຄຳ
ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ
ໄລຍະທາງພິສູດມ້າ ການເວລາພິສູດຄົນ
ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ
ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈຶ່ງດີ
ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີກາຍເປັນອື່ນ
ຄວາມສາມັກຄີ ຄືບໍ່ເກີດຂອງຄວາມສຳເລັດ
ຮັກຊາດໃຫ້ຫມັ່ນສຶກສາ ຮັກສາດສະຫນາໃຫ້ຫມັ່ນທຳຄວາມດີ
ຮຽນຫນັງສື ແມ່ນຮັກຊາດ
ພາສາບອກຊາດ ມາລະຍາດບອກຕະກຸນ
ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ມັນສິຈົນໃຈໂຕ
ໄມ້ລຳດຽວອ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ
ປາໂຕດຽວ ເນົ່າເຫມັນຫມົດຂ້ອງ
ເຂົ້າເພີ່ນຂາວ ເພາະລູກສາວເພີ່ນງາມ
ນາດີຍ້ອນຝຸ່ນ ບ້ານອົບອຸ່ນຍ້ອນຜູ້ສາວຫລາຍ
ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ
ຢາກຮູ້ໃຫ້ຖາມ ຢາກງາມໃຫ້ແຕ່ງ
ສາວງາມນາມຄ່ອງ ສາວຈອງຫອງມີແຕ່ຄົນຊັງ
ບ່າວງາມນາມຄ່ອງ ບ່າວຈອງຫອງມີແຕ່ຄົນຊັງ
ຄົບເພື່ອນດີມີສີແກ່ຕົວ ຄົບເພື່ອນຊົ່ວພາຕົວຫມົ່ນຫມອງ
ໂຮມກັນເຮົາຢູ່ ແຍກຫມູ່ເຮົາຕາຍ
ຫລົງທາງເສຍເວລາ ຫລົງຕິດຢາເສຍອະນາຄົດ
ສິບປາກເວົ້າ ບໍ່ເທົ່າຕາເຫັນ
ກຳຂີ້ ດີກ່ວາກຳຕົດ
ນາດີຍ້ອນກ້າ ຟ້າເຂົ້າຍ້ອນຫີນຊາ
ຊື່ກິນບໍ່ຫມົດ ຄົດກິນບໍ່ນານ
ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ
ບຸນຄຸນພໍ່ແມ່ນີ້ ຫນັກກ່ວາແຜ່ນທໍລະນີ
ບຸນຄຸນພໍ່ທໍ່ພູເຂົາກ້າ ບຸນຄຸນແມ່ທໍ່ຟ້າກັບແຜ່ນດີນ
ຊີ້ນໄປປາມາ ເພື່ອຮັກສາຄວາມສາມັກຄີ
ຄວາມປະຫມາດ ຄືຫົນທາງແຫ່ງຄວາມຕາຍ
ກິນເຂົ້າ ຢ່າລືມບຸນຄຸນຄວາຍ
ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
ຫນູກັດຜ້າຈຶ່ງຮູ້ຄຸນແມວ ລູກແຂນແອວຈຶ່ງຮູ້ຄຸນພໍ່ແມ່
ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ (ສັ່ງສອນ)
ຄວາມກະຕັນຍູ ເປັນເຄື່ອງຫມາຍຂອງຄົນດີ
ລູກເວົ້າຢາກ ພໍ່ແມ່ປາກປຽກ
ສິຖົ່ມນ້ຳລາຍ ໃຫ້ຫລຽວເບີ່ງປ່ອງ ສິນັ່ງຢ່ອງຢໍ້ໃຫ້ຫລຽວເບີ່ງວ່າງຂາ
ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
ຮີດຄອງລາວ ເກົ້າຜົມບ່ຽງແພ ເຂົ້າວັດຟັງທຳ
ສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫລົງລືມ
ໄວປາກເສຍສິນ ໄວຕີນຕົກກົກໄມ້
ໃຈຮ້າຍເປັນຜີ ໃຈດີເປັນພຣະເຈົ້າ
ກິນໃນເຮືອນ ຂີ້ໃສ່ເທິງຫລັງຄາ (ມັນບໍ່ດີ)
ເຂົ້າເມືອງຕາລິ່ວ ໃຫ້ລິ່ວຕາຕາມ
ອົດສົ້ມໄວ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ
ແສງສະຫວ່າງຮຸ່ງແຈ້ງ ພົ້ນພຸ່ງໃນນະພາຍັງບໍ່ທໍ່ປັນຍາ
ຂອງຄົນຜູ້ສະຫລາດ
ສິບສະຫລຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄະນືງຫາ ສອງສະຫລຶງຢູ່ໃນມື ໃຫ້ຮີບໂຮມເອົາໄວ້
ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ ຖ້າຢາກໃຫ້ຄັກແທ້ໆ ຕ້ອງເບິ່ງຮອດເຊື້ອເຜົ່າພົງພັນ
ເບິ່ງວັດໃຫ້ເບິ່ງຖານ ເບິ່ງສົມພານ ໃຫ້ເບິ່ງຈົ໋ວນ້ອຍ
ນ້ຳຂຶ້ນ ໃຫ້ຮີບຕັກ (ໂອກາດມາ ໃຫ້ຮີບຄ້ວາ)
ຫນ້າໄຫວ້ ຫລັງຫລອກ (ມັນບໍ່ດີ)
ອາຍຄູບໍ່ໄດ້ຄວາມຮູ້ ອາຍຊູ້ບໍ່ໄດ້ນອນນຳ
ໄປມາລາໄຫວ້ (ມາລະຍາດດີ ຄົນນັບຖື)
ເຮັດຢ່າງເພິ່ນ ແຕ່ຢ່າເຮັດຄືເພິ່ນ (ທຸກຢ່າງ)
ຕົກຫມູ່ແຮ້ງເປັນແຮ້ງ ຕົກຫມູ່ກາເປັນກາ
ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ
ກິນຫລາຍທ້ອງແຕກ ແບກຫລາຍຫລັງຫັກ
ເມືອງລາວ ສວຍງາມຮັ່ງມີ
ປູກພືດຫວັງຜົນ ເກີດເປັນຄົນ ຕ້ອງສືກສາຫາຄວາມຮູ້
ນັກຮຽນດີ ມີສີແກ່ຊາດ ນັກຮຽນສະຫລາດ ພາຊາດຈະເລີນ
ຢາກກິນຫລາຍໄດ້ກິນທໍ່ກ້ອຍ ຢາກກິນຫນ້ອຍໄດ້ກິນທໍ່ໂປ້ມື
ເດັກໃນວັນນີ້ ຄືຜູ້ໃຫຍ່ໃນວັນຫນ້າ
ຄູຄື ແມ່ພີມຂອງຊາດ
ຊາວນາຄື ກະດູກສັນຫລັງຂອງຊາດ
ເຫັນວ່າຜັກຫອມຫ້ຽນ ແຄມສວນຢ່າຟ້າວຢ່ຳ ບາດວ່າມັນພໍຝຸ່ນນ້ຳ ມັນສິປີ້ນປົ່ງໃບ
ພໍ່ແມ່ ຄື ພຣະພຣົມຂອງລູກ
ພໍ່ແມ່ ຮັກແລະຫ່ວງລູກສະເຫມີ
ລູກບໍ່ຟັງຄວາມພໍ່ແມ່ ຜີແກ່ເຂົ້າຫມໍ້ນະຮົກ
ເຫັນເງິນຫນ້າດຳ ເຫັນຄຳຫນ້າແລ້
ຮຽນໃຫ້ສຸດ ຂຸດໃຫ້ເຖິງ ເບິ່ງໃຫ້ຄັກໆ
ກວາງກິນຫມາກຂາມປ້ອມ ພັດໄປຄາກົ້ນລະມັ່ງ ລະມັ່ງຂີ້ບໍ່ໄດ້ ສາມມື້ກະຕ່າຍຕາຍ
ຊາດທີ່ເປັນຄົນນີ້ ໃຫ້ທຳພຽນຄືນົກເຈົ່າ ບາດວ່າບິນເພັ່ນພ້າຍ ຈຶ່ງຂາວແຈ້ງດັ່ງນົກຍາງ
ເຫັນຊ້າງຂີ້ ແຕ່ຢ່າຂີ້ຕາມຊ້າງ
ຕິນາຍ ໄດ້ພາຍຖົງຫນີ
ຢ່າແກ່ໄມ້ທາງປາຍ (ມັນລຳບາກ)
ລູກຫລານບໍ່ຟັງຄວາມຜູ້ເຖົ້າ ຜີເປົ້າຈະກິນຕັບກິນໄຕ
ຢູ່ຄົນດຽວໃຫ້ລະວັງຄວາມຄິດ ຢູ່ຮ່ວມມິດໃຫ້ລະວັງວາຈາ
ຝົນສິຕົກຟ້າແຈ້ງ ຝົນສິແລ້ງ ຟ້າມືດຟ້າມົວ ຜົວສິຫນີ ຢ່າຕີລູກຕີເຕົ້າ
ຢູ່ບ້ານເພີ່ນ ຢ່ານິ້ງດູດາຍ ປັ້ນງົວປັ້ນຄວາຍໃຫ້ລູກເພີ່ນຫລີີ້ນ
ຕົ້ົນໄມ້ໄກ້ຝັ່ງ ບໍ່ດົນກໍພຸພັງ (ດູແລໃຫ້ດີໆ)
ນຸ່ງຜ້າລາຍຫມາເຫົ່າ ເວົ້າຄວາມເກົ່າຜິດກັນ
ແຄບທີ່ຢູ່ໄດ້ ແຄບໃຈຢູ່ຍາກ
ຍິງສາມຜົວ ເຈົ້າຫົວສາມວັດບໍ່ດີ
ຈິດເປັນນາຍ ກາຍເປັນບ່າວ
ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ (ມັນອັນຕະລາຍ)
ມັກງ່າຍໄດ້ຍາກ ມັກລຳບາກໄດ້ດີ
ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ
ເອົາຫູໄປນາ ເອົາຕາໄປໄຮ່ (ມັນບໍ່ດີ)
ນ້ຳເພີ່ງເຮືອ ເສືອເພີ່ງປ່າ
ໄປປ່າຢ່າເວົ້າເລື່ອງເສືອ ຂີ່ເຮືອຢ່າເວົ້າເລື່ອງແຂ້
ເງິນເຕັມຖົງຢ່າໄດ້ອົ່ງອວດອ້າງ ຜູ້ເພິ່ນກວ້າງ ມີມາກກ່ວາໂຕ
ໃຈໂມໂຫພາໂຕມັກມາກ ປາກໄປກ່ອນມັນບໍ່ເປັນທຳ
ກິນຢູ່ກັບປາກ ຢາກຢູ່ກັບທ້ອງ ທຽວຂີ້ພັດແມ່ນຂາ
ຢ່າເສວະນາກັບຄົນຊົ່ວ ຢ່າມົ້ວອະບາຍຍະມຸກ ຢ່າຊີງສຸກກ່ອນຫ່າມ ຢ່າຖາມໂດຍບໍ່ຄິດ ບັນດິດເຂົາບໍ່ສັນສັນລະເສີນ
ຍິງຮູບຮ້າຍຄອງວັດພາງາມ ຊາຍຮູບຊາມວິຊາພາຮຸ່ງ
ຫນັກໃຫ້ຊ່ວຍກັນຫາບ ຫຍາບໃຫ້ຊ່ວຍກັນດຶງ
ນ້ຳມາປາກິນມົດ ນ້ຳລົດມົດກິນປາ
ທຸກເພີ່ນບໍ່ວ່າດີ ມີເພີ່ນຈຶ່ງວ່າພີ່ນ້ອງ ລຸງປ້າຈຶ່ງວ່າຫລານ
ຫມັ່ນເທື່ອດຽວຫລັງຫ້ານ ຄ້ານເທື່ອດຽວຫລັງຫັກ
ໄມ້ລຳດຽວຍັງຕ່າງປ້ອງ ພີ່ນ້ອງຍັງຕ່າງຈິດຕ່າງໃຈ
ຍາມກິນບໍ່ຮຽກ ຍາມວຽກພັດເອີ້ນໃຊ້ (ເຈັບໃຈເດ)
ເອີ້ນກິນແລ່ນໃສ່ ເອີ້ນໃຊ້ພັດແລ່ນຫນີ (ອັນນີ້ກະບໍ່ດີ)
ຜູ້ກິນກິນພໍຮາກ ຜູ້ຢາກຢາກພໍຕາຍ
ບໍ່ກິນຜັກບໍ່ມີອີ່ມທ້ອງ ບໍ່ເອົາພີ່ນ້ອງມັນບໍ່ເປັນຄົນ

ທີ່ມາ phengpuan.blogspot.com

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໒໔໘ ໂພສ
ນັກການກະທູ້

໐ ກະທູ້
໒໔໘ ໂພສ
ນັກການກະທູ້

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຫ້ຈະເລີນ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູກບໍ່ຟັງຄວາມພໍ່ແມ່ ຜີແກ່ເຂົ້າຫມໍ້ນະຮົກ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາດສະໜາລ່ວງໃກ້ ເຂົ້າເຂດສາມພັນ ບ້ານເມືອງມີວິບັດ
ທົ່ວດີນດ້າວ ຊາວເມືອງຮ້ອນ ປານໄຟເຜົາແຜ່ນ
ແສນແມ່ນ້ຳ ພັນຊິຕຸ້ມກໍ່ບໍ່ເຢັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ສາດສະໜາລ່ວງໃກ້ ເຂົ້າເຂດສາມພັນ ບ້ານເມືອງມີວິບັດ
ທົ່ວດີນດ້າວ ຊາວເມືອງຮ້ອນ ປານໄຟເຜົາແຜ່ນ
ແສນແມ່ນ້ຳ ພັນຊິຕຸ້ມກໍ່ບໍ່ເຢັນ

ແມ່ນໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຄຳສຸພາສິດລາວ+ຄຳຄົມ

ເຫລັກຄົດເອົາໄວ້ເຮັດຂໍ ເຫລັກງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວເອົາໄວ້ບໍ່ດີ
ຄົນບໍ່ອອກຈາກບ້ານບໍ່ເຫັນດ່ານແດນໄກ ຄົນບໍ່ໄປຫາຮຽນຍ່ອມບໍ່ມີຄວາມຮູ້
ເງີນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ
ໄປຢຽບຫມາ ມາຢຽບຂຽດ
ຢູ່ໃຫ້ເພີ່ນວ່າດີ ຫນີໃຫ້ເພີ່ນຄິດຮອດ
ເພີ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ວຍ
ຂອງກິນບໍ່ມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ
ເກົ້າອົດເກົ້າເຍື້ອນ ຫາກສິໄດ້ທ່ອນຄຳ
ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ
ໄລຍະທາງພິສູດມ້າ ການເວລາພິສູດຄົນ
ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ
ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈຶ່ງດີ
ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີກາຍເປັນອື່ນ
ຄວາມສາມັກຄີ ຄືບໍ່ເກີດຂອງຄວາມສຳເລັດ
ຮັກຊາດໃຫ້ຫມັ່ນສຶກສາ ຮັກສາດສະຫນາໃຫ້ຫມັ່ນທຳຄວາມດີ
ຮຽນຫນັງສື ແມ່ນຮັກຊາດ
ພາສາບອກຊາດ ມາລະຍາດບອກຕະກຸນ
ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ມັນສິຈົນໃຈໂຕ
ໄມ້ລຳດຽວອ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ
ປາໂຕດຽວ ເນົ່າເຫມັນຫມົດຂ້ອງ
ເຂົ້າເພີ່ນຂາວ ເພາະລູກສາວເພີ່ນງາມ
ນາດີຍ້ອນຝຸ່ນ ບ້ານອົບອຸ່ນຍ້ອນຜູ້ສາວຫລາຍ
ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ
ຢາກຮູ້ໃຫ້ຖາມ ຢາກງາມໃຫ້ແຕ່ງ
ສາວງາມນາມຄ່ອງ ສາວຈອງຫອງມີແຕ່ຄົນຊັງ
ບ່າວງາມນາມຄ່ອງ ບ່າວຈອງຫອງມີແຕ່ຄົນຊັງ
ຄົບເພື່ອນດີມີສີແກ່ຕົວ ຄົບເພື່ອນຊົ່ວພາຕົວຫມົ່ນຫມອງ
ໂຮມກັນເຮົາຢູ່ ແຍກຫມູ່ເຮົາຕາຍ
ຫລົງທາງເສຍເວລາ ຫລົງຕິດຢາເສຍອະນາຄົດ
ສິບປາກເວົ້າ ບໍ່ເທົ່າຕາເຫັນ
ກຳຂີ້ ດີກ່ວາກຳຕົດ
ນາດີຍ້ອນກ້າ ຟ້າເຂົ້າຍ້ອນຫີນຊາ
ຊື່ກິນບໍ່ຫມົດ ຄົດກິນບໍ່ນານ
ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ
ບຸນຄຸນພໍ່ແມ່ນີ້ ຫນັກກ່ວາແຜ່ນທໍລະນີ
ບຸນຄຸນພໍ່ທໍ່ພູເຂົາກ້າ ບຸນຄຸນແມ່ທໍ່ຟ້າກັບແຜ່ນດີນ
ຊີ້ນໄປປາມາ ເພື່ອຮັກສາຄວາມສາມັກຄີ
ຄວາມປະຫມາດ ຄືຫົນທາງແຫ່ງຄວາມຕາຍ
ກິນເຂົ້າ ຢ່າລືມບຸນຄຸນຄວາຍ
ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
ຫນູກັດຜ້າຈຶ່ງຮູ້ຄຸນແມວ ລູກແຂນແອວຈຶ່ງຮູ້ຄຸນພໍ່ແມ່
ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ (ສັ່ງສອນ)
ຄວາມກະຕັນຍູ ເປັນເຄື່ອງຫມາຍຂອງຄົນດີ
ລູກເວົ້າຢາກ ພໍ່ແມ່ປາກປຽກ
ສິຖົ່ມນ້ຳລາຍ ໃຫ້ຫລຽວເບີ່ງປ່ອງ ສິນັ່ງຢ່ອງຢໍ້ໃຫ້ຫລຽວເບີ່ງວ່າງຂາ
ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
ຮີດຄອງລາວ ເກົ້າຜົມບ່ຽງແພ ເຂົ້າວັດຟັງທຳ
ສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫລົງລືມ
ໄວປາກເສຍສິນ ໄວຕີນຕົກກົກໄມ້
ໃຈຮ້າຍເປັນຜີ ໃຈດີເປັນພຣະເຈົ້າ
ກິນໃນເຮືອນ ຂີ້ໃສ່ເທິງຫລັງຄາ (ມັນບໍ່ດີ)
ເຂົ້າເມືອງຕາລິ່ວ ໃຫ້ລິ່ວຕາຕາມ
ອົດສົ້ມໄວ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ
ແສງສະຫວ່າງຮຸ່ງແຈ້ງ ພົ້ນພຸ່ງໃນນະພາຍັງບໍ່ທໍ່ປັນຍາ
ຂອງຄົນຜູ້ສະຫລາດ
ສິບສະຫລຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄະນືງຫາ ສອງສະຫລຶງຢູ່ໃນມື ໃຫ້ຮີບໂຮມເອົາໄວ້
ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ ຖ້າຢາກໃຫ້ຄັກແທ້ໆ ຕ້ອງເບິ່ງຮອດເຊື້ອເຜົ່າພົງພັນ
ເບິ່ງວັດໃຫ້ເບິ່ງຖານ ເບິ່ງສົມພານ ໃຫ້ເບິ່ງຈົ໋ວນ້ອຍ
ນ້ຳຂຶ້ນ ໃຫ້ຮີບຕັກ (ໂອກາດມາ ໃຫ້ຮີບຄ້ວາ)
ຫນ້າໄຫວ້ ຫລັງຫລອກ (ມັນບໍ່ດີ)
ອາຍຄູບໍ່ໄດ້ຄວາມຮູ້ ອາຍຊູ້ບໍ່ໄດ້ນອນນຳ
ໄປມາລາໄຫວ້ (ມາລະຍາດດີ ຄົນນັບຖື)
ເຮັດຢ່າງເພິ່ນ ແຕ່ຢ່າເຮັດຄືເພິ່ນ (ທຸກຢ່າງ)
ຕົກຫມູ່ແຮ້ງເປັນແຮ້ງ ຕົກຫມູ່ກາເປັນກາ
ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ
ກິນຫລາຍທ້ອງແຕກ ແບກຫລາຍຫລັງຫັກ
ເມືອງລາວ ສວຍງາມຮັ່ງມີ
ປູກພືດຫວັງຜົນ ເກີດເປັນຄົນ ຕ້ອງສືກສາຫາຄວາມຮູ້
ນັກຮຽນດີ ມີສີແກ່ຊາດ ນັກຮຽນສະຫລາດ ພາຊາດຈະເລີນ
ຢາກກິນຫລາຍໄດ້ກິນທໍ່ກ້ອຍ ຢາກກິນຫນ້ອຍໄດ້ກິນທໍ່ໂປ້ມື
ເດັກໃນວັນນີ້ ຄືຜູ້ໃຫຍ່ໃນວັນຫນ້າ
ຄູຄື ແມ່ພີມຂອງຊາດ
ຊາວນາຄື ກະດູກສັນຫລັງຂອງຊາດ
ເຫັນວ່າຜັກຫອມຫ້ຽນ ແຄມສວນຢ່າຟ້າວຢ່ຳ ບາດວ່າມັນພໍຝຸ່ນນ້ຳ ມັນສິປີ້ນປົ່ງໃບ
ພໍ່ແມ່ ຄື ພຣະພຣົມຂອງລູກ
ພໍ່ແມ່ ຮັກແລະຫ່ວງລູກສະເຫມີ
ລູກບໍ່ຟັງຄວາມພໍ່ແມ່ ຜີແກ່ເຂົ້າຫມໍ້ນະຮົກ
ເຫັນເງິນຫນ້າດຳ ເຫັນຄຳຫນ້າແລ້
ຮຽນໃຫ້ສຸດ ຂຸດໃຫ້ເຖິງ ເບິ່ງໃຫ້ຄັກໆ
ກວາງກິນຫມາກຂາມປ້ອມ ພັດໄປຄາກົ້ນລະມັ່ງ ລະມັ່ງຂີ້ບໍ່ໄດ້ ສາມມື້ກະຕ່າຍຕາຍ
ຊາດທີ່ເປັນຄົນນີ້ ໃຫ້ທຳພຽນຄືນົກເຈົ່າ ບາດວ່າບິນເພັ່ນພ້າຍ ຈຶ່ງຂາວແຈ້ງດັ່ງນົກຍາງ
ເຫັນຊ້າງຂີ້ ແຕ່ຢ່າຂີ້ຕາມຊ້າງ
ຕິນາຍ ໄດ້ພາຍຖົງຫນີ
ຢ່າແກ່ໄມ້ທາງປາຍ (ມັນລຳບາກ)
ລູກຫລານບໍ່ຟັງຄວາມຜູ້ເຖົ້າ ຜີເປົ້າຈະກິນຕັບກິນໄຕ
ຢູ່ຄົນດຽວໃຫ້ລະວັງຄວາມຄິດ ຢູ່ຮ່ວມມິດໃຫ້ລະວັງວາຈາ
ຝົນສິຕົກຟ້າແຈ້ງ ຝົນສິແລ້ງ ຟ້າມືດຟ້າມົວ ຜົວສິຫນີ ຢ່າຕີລູກຕີເຕົ້າ
ຢູ່ບ້ານເພີ່ນ ຢ່ານິ້ງດູດາຍ ປັ້ນງົວປັ້ນຄວາຍໃຫ້ລູກເພີ່ນຫລີີ້ນ
ຕົ້ົນໄມ້ໄກ້ຝັ່ງ ບໍ່ດົນກໍພຸພັງ (ດູແລໃຫ້ດີໆ)
ນຸ່ງຜ້າລາຍຫມາເຫົ່າ ເວົ້າຄວາມເກົ່າຜິດກັນ
ແຄບທີ່ຢູ່ໄດ້ ແຄບໃຈຢູ່ຍາກ
ຍິງສາມຜົວ ເຈົ້າຫົວສາມວັດບໍ່ດີ
ຈິດເປັນນາຍ ກາຍເປັນບ່າວ
ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ (ມັນອັນຕະລາຍ)
ມັກງ່າຍໄດ້ຍາກ ມັກລຳບາກໄດ້ດີ
ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ
ເອົາຫູໄປນາ ເອົາຕາໄປໄຮ່ (ມັນບໍ່ດີ)
ນ້ຳເພີ່ງເຮືອ ເສືອເພີ່ງປ່າ
ໄປປ່າຢ່າເວົ້າເລື່ອງເສືອ ຂີ່ເຮືອຢ່າເວົ້າເລື່ອງແຂ້
ເງິນເຕັມຖົງຢ່າໄດ້ອົ່ງອວດອ້າງ ຜູ້ເພິ່ນກວ້າງ ມີມາກກ່ວາໂຕ
ໃຈໂມໂຫພາໂຕມັກມາກ ປາກໄປກ່ອນມັນບໍ່ເປັນທຳ
ກິນຢູ່ກັບປາກ ຢາກຢູ່ກັບທ້ອງ ທຽວຂີ້ພັດແມ່ນຂາ
ຢ່າເສວະນາກັບຄົນຊົ່ວ ຢ່າມົ້ວອະບາຍຍະມຸກ ຢ່າຊີງສຸກກ່ອນຫ່າມ ຢ່າຖາມໂດຍບໍ່ຄິດ ບັນດິດເຂົາບໍ່ສັນສັນລະເສີນ
ຍິງຮູບຮ້າຍຄອງວັດພາງາມ ຊາຍຮູບຊາມວິຊາພາຮຸ່ງ
ຫນັກໃຫ້ຊ່ວຍກັນຫາບ ຫຍາບໃຫ້ຊ່ວຍກັນດຶງ
ນ້ຳມາປາກິນມົດ ນ້ຳລົດມົດກິນປາ
ທຸກເພີ່ນບໍ່ວ່າດີ ມີເພີ່ນຈຶ່ງວ່າພີ່ນ້ອງ ລຸງປ້າຈຶ່ງວ່າຫລານ
ຫມັ່ນເທື່ອດຽວຫລັງຫ້ານ ຄ້ານເທື່ອດຽວຫລັງຫັກ
ໄມ້ລຳດຽວຍັງຕ່າງປ້ອງ ພີ່ນ້ອງຍັງຕ່າງຈິດຕ່າງໃຈ
ຍາມກິນບໍ່ຮຽກ ຍາມວຽກພັດເອີ້ນໃຊ້ (ເຈັບໃຈເດ)
ເອີ້ນກິນແລ່ນໃສ່ ເອີ້ນໃຊ້ພັດແລ່ນຫນີ (ອັນນີ້ກະບໍ່ດີ)
ຜູ້ກິນກິນພໍຮາກ ຜູ້ຢາກຢາກພໍຕາຍ
ບໍ່ກິນຜັກບໍ່ມີອີ່ມທ້ອງ ບໍ່ເອົາພີ່ນ້ອງມັນບໍ່ເປັນຄົນ

ທີ່ມາ phengpuan.blogspot.com

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນສະຫລາດຍ່ອມຮູ້ວ່າຕົນບໍ່ທັນຮູ້ ເທົ່າທີ່ຄວນ ແຕ່ຄົນໂງ່ພັດຄິດວ່າໂຕຮູ້ໄປທຸກສີ່ງທຸກຢ່າງແລ້ວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຜູ້ມີຊັບນ້ອຍ ຄອຍຈ່າຍແຕ່ແນວເປືອງ
ເບື້ອງຄົນມີກຳລັງນ້ອຍດຽວ ມັກຂັນທ້າ
ຄົນບໍ່ມີວິຊາຄວາມຮູ້ ຊູຊີອວດສະຫລາດ
ຫມາດທັງ 3 ທ່ານີ້ຄັນບໍ່ບ້າ ກໍ່ແມ່ນເມົາ

thank

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>