ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ມະນຸດທຸກໆໃຜໆກໍຢາກໄດ້ລູກຄົນຮູ້ຜູ້ດີທັງນັ້ນ, ຄົນໄທຍ໌ ກັບຄົນລາວ ກໍຢາກໄດ້ລູກຂອງຕົນເປັນຄົນຮູ້ຜູ້ດີເຊັ່ນກັນ ແຕ່ຄົນໄທຍ໌ແປກ ຢາກໄດ້ລູກຂອງຕົນເປັນເທວະດາ ກະເລີຍພິມໃສ່ເສື້ອເລີຍ ເປັນອັກສອນໄທຍ໌ວ່າ ລູກເທວະດາ ປາກົດວ່າຄົນໄທຍ໌ໄດ້ລູກເທວະດາສົມໃຈຢາກ ຄື ລູກຂອງເຂົາໄດ້ນຸ່ງເສື້ອເວດາທຸກໆຄົນ, ຜູ້ທີ່ເປັນເວດາແມ່ນລູກ ແຕ່ພໍ່ແມ່ກາຍເປັນຂໍທານ ຫຼືກາຍເປັນຄົນທີ່ຕ້ອງບາດບັ່ນທໍາງານຫາເງິນມາຊື້ເສື້ອໃຫ້ລູກໆ ຄົນລາວເຮົາເຫັນ ກໍຢາກໃຫ້ລູກຕົນເປັນເທວະດາດ້ວຍ ກໍຕ້ອງສັງຊື້ເສື້ອມາຂາຍກັນຫຼວງຫຼາຍ ທັງຄົນລາວ ແລະຄົນໄທຍ໌ ລູກຂອງໃຜໆ ກໍກາຍເປັນລູກເທວະດາກັນທັງນັ້ນ, ແຕ່ລູກໆ ຂອງພໍ່ແມ່ນເລົ່ານັ້ນ ຈະເປັນເທວະດາດັ່ງກັບຂຽນປະກາດໄວ້ໃນເສື້ອບໍ່ນັ້ນ ກໍຕ້ອງໄດ້ ເບິ່ງກັນໄປອີກຊົ່ວລູກໆ ຈະໃຫຍ່ກ້າໜ້າບານພຸ້ນ, ສ່ວນທີ່ເປັນເທວະດາທີ່ແທ້ຈິງຂະນະນີ້ ຕ້ອງແມ່ນເຈົ້າຂອງຜູ້ຜລິດ ແລະຂາຍເສື້ອ ທີ່ຂຽນວ່າ ລູກເທວະດາ ສໍາລັບພໍ່ແລະແມ່ ຂອງເດັກນ້ອຍຜູ້ເປັນຫົ່ມເສື້ອເທວະດາຂະນະນີ້ ຕ້ອງໄດ້ເປັນກຸລີ ຫຼືບໍ່ກໍຕ້ອງຕົກນະຮົກ ບາກບັ່ນຫາເງິນລ້ຽງລູກ ລ້ຽງເຕົ້າ ຄໍ່າບໍ່ໄດ້ຍືນ ຄືນບໍ່ໄດ້ຢູ່, ຫາກຜູ້ໃດ ມີວິຊາ ມີປັນຍາ ພໍ່ແມ່ນກໍສະບາຍແນ່ ຫາກພໍ່ແມ່ຜູ້ໃດອັດຕະຄັດ ຂັດສົນ ກໍຕ້ອງເປັນກຸລີເຂົາ ແລະຕົກນະຮົກ ທັງເປັນ, ຫາກອະນາຄົດ ລູກເທວະດາຂອງພໍ່ແມ່ຄົນນັ້ນ ກາຍເປັນຄົນດີຂອງສັງຄົມ ກໍກາຍເປັນເທວະດາ ດຶງພໍ່ດຶງແມ່ ອອກຈາກໝໍ້ນະຮົກໄປສະຫວັນຊັ້ນຟ້າ ກົງກັນຂ້າມຫາກລູກໆ ຂອງພໍ່ແມ່ທີ່ລ້ຽງນັ້ນ ບໍ່ໄດ້ດັ່ງໃຈ ບໍ່ໄປດັ່ງຫວັງ ກໍດຶງເອົາພໍ່ແມ່ລົງນະຮົກໄປດ້ວຍ.

ເພງອີສານ(ລູກເທວະດາ)
http://www.webratchaburi.org/1986/%E0%B9%80%E0%B8%81%E0%B8%A1%E0%B8%AA%E0%B9%8C/%E0%B9%80%E0%B8%9E%E0%B8%A5%E0%B8%87%E0%B8%A5%E0%B8%B9%E0%B8%81%E0%B8%97%E0%B8%B8%E0%B9%88%E0%B8%87/%E0%B9%80%E0%B8%9E%E0%B8%A5%E0%B8%87%E0%B8%A5%E0%B8%B9%E0%B8%81%E0%B9%80%E0%B8%97%E0%B8%A7%E0%B8%94%E0%B8%B2.html

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ໃຄແຕ່ແມ່ເຮົາບໍ່ຊື້ເສື້ອລູກເທວະດາໃຫ້ ແຕ່ເຮົາເປັນລູກຄົນທຳມະດາ

-->-->-->

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆໆ ລູກຄົນທັມມະດາດີໆໆໆໆ ແຕ່ບໍ່ທັມມະດາດີໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ


໗ ກະທູ້
໑໒໗ ໂພສ
ນັກການກະທູ້


໖ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ຂ້ອຍເປັນລູກຊາຍເທວະດາທີ່ດີ ຂອງພໍ່ແມ່

ຄົນກ່ຳພ້າແຟນ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ ໄດ້ເບີ່ງເພັງຢູ່


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະອະ.........ໆ
ລູກກະເປັນລູກເທວະດາ.......ໄປກະໄປຄືເທວະດາ.......ບໍ່ເຄີຍໄດ້ຍ່າງເດ.....ບາງຄົນຊາຂ້ອຍເຫັນຢ່າວ່າແຕ່ເສື້ອເລີຍຄັດເອົາລົດຈັກ, ລົດໃຫຍ່....ຕາມລາຍຮັບຂອງພໍ່ແມ່ ສ່ວນພໍ່ແມ່ກະບໍ່ຄັດໃຈອີກ ເອີໄປດາວລົດນຳຮ້ານມາໃຫ້(ຈ່າຍຜ່ອນບ້ານເຮົາກະມີຫລາຍຢູ່ດ໋ອກ) ລູກສະບາຍຢູ່ຄົນທຸກສິຕາຍຄືພໍ່ແມ່ ບາງຄົນເຖິງຂັ້ນເຈົ້າໜີ້ມາຢືດເອົາເຮືອນເອົາຊານ.ດິນຮົ້ວດິນສວນແລ້ວຄືດເບິ່ງບາດນີ້ສິເປັນເທວະດາ ຫລືສິເປັນຫຍັງ.............


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເອົາດອກ ຢ້ານໄດ້ເປັນພະອິນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ