ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຜູ້ໃດຮູ້ສຶກວ່າຕົນເອງເປັນລູກແລະມີແມ່ຕ້ອງອ່ານບົດຄວາມນີ້

໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ

ເມື່ອແມ່ແກ່ຕົວລົງ.
ເມື່ອແມ່ແກ່ຕົວລົງບໍ່ແມ່ນແມ່ທີ່ເຄີຍເປັນຂໍໂປດເຂົ້າໃຈມີຄວາມອົດທົນຕໍ່ແມ່ໜ່ອຍຫນຶ່ງ ເມື່ອແມ່ເຮັດແກງຫົກໃສ່ຕົວເອງ, ເມື່ອລື້ມຜູກເຊື່ອກເກີບ ຂໍໃຫ້ນຶກເຖິງຕອ່ນລູກຍັງເປັນເດັກນ້ອຍ ແມ່ໃສ່ມືສອນລູກເຮັດທຸກຢ່າງ ເມື່ອເລີ້ມພ້ຳບົນແຕ່ເລື່ອງເດີມໆທີ່ລູກຮູ້ສຶກເບື່ອ ຂໍໃຫ້ອົດທົນແດ່ຈັກນ້ອຍຢ່າຟ້າວຂັດຂື້ນ ຕອ່ນລູກຍັງນ້ອຍໆແມ່ຍັງເຄີຍເລົ່ານີທານຊ້ຳໆ ຊາກໆຈົນລູກຫລັບໄປ ຫາກແມ່ຕ້ອງການໃຫ້ລູກອາບນ້ຳໃຫ້ຢ່າຕຳນິເລີຍ ຍັງຈຳຕ່ອນທີ່ລູກຍັງນ້ອຍໆ ແມ່ທັ້ງອົດທົນທັ້ງປອບໃຫ້ລູກຍ້ອມອາບນ້ຳໄດ້ບໍ? ເມື່ອແມ່ງົງກັບວິທະຍາການໃຫມ່ໆ ຢ່າຫົວເລາະເຢາະເຢີຍ ຈຳຕອ່ນທີ່ແມ່ເຝົ້າອົດທົນຕອບຄຳຖາມ !!ແມ່ນຫຍັງ ໆ? ເຮັດແນວໃດ ໆ?!! ທຸກຄັ້ງທີ່ລູກຖາມ ເມື່ອແມ່ເໝື່ອຍລ້າຈົນເດີນຕໍ່ບໍ່ໄຫວ ຂໍຈົ່ງຍືນມືທີ່ແຂງແຮງຂອງລູກອອກມາຊ່ວຍພຍຸງ ເຫມື່ອນຕອນທີ່ແມ່ພຍຸງລູກໃຫ້ຫັດເດີນໃນຕອ່ນທີ່ເຈົ້າຍັງນ້ອຍໆ ຫາກບັງເອີນລື້ມຫົວຂໍ້ທີ່ກຳລັງສົນທະນາກັນຢູ່ໃຫ້ເວລາແມ່ຄິດນ້ອຍຫນຶ່ງ ທີ່ຈິ່ງແລ້ວກຳລັງເວົ້າເລື່ອງອັນໃດບໍ່ສຳຄັນດອກຂໍພຽງມີລູກຢູ່ຟັງແມ່ກໍພໍໃຈແລ້ວ ເມື່ອລູກເຫັນແມ່ແກ່ຕົວລົງບໍ່ຕ້ອງເສຍໃຈ ຂໍໃຫ້ເຂົ້າໃຈແລະໃຫ້ກຳລັງໃຈ ໃຫ້ເຫມື່ອນຕ່ອນທີ່ແມ່ໃຫ້ກຳລັງໃຈລູກ ຕອນລູກຫາກໍເລີມຮຽນຮູ້ໃຫມ່ໆ ຕ່ອນນັ້ນແມ່ພາລູກໄປເຂົ້າສູ້ເສັ້ນທາງຊີວິດ ຕ່ອນນີ້ໃຫ້ລູກເປັນເພື່ອນແມ່ເດີນໄປໃຫ້ສຸດເສັ້ນທາງ ໃຫ້ຄວາມຮັກແລະອົດທົນຕໍ່ແມ່ ແມ່ຈະຍີ້ມດ້ວຍຄວາມຄອບໃຈ ໃນຮ້ອຍຍີ້ມຂອງແມ່ມີແຕ່ຄວາມຮັກ ອັນຫາທີ່ສຸດບໍ່ມີ ຊື່ງມີໃຫ້ກັບລູກທຸກຄົນ ເຖິງແມ້ທຳມະຊາດຈະພັດພາກຮາງກາຍຂອງແມ່ໃຫ້ຫ່າງຈາກລູກເມື່ອເຖິງວັນນັ້ນ ແຕ່ຈຳໄວ້ນະ ລູກ ຫົວໃຈແມ່ຈະຍັງຄົງຢື້ນຢັດຢູ່ຄຽງຂ້າງລູກສະເຫມີ ເມື່ອລູກທຳບຸນຫຼືທຳບາບ ຂໍນະລູກນຶກເຖິງອົກແມ່ກ່ອນນະລູກ ເມື່ອລູກມອງບໍ່ເຫັນແມ່ ແຕ່ແມ່ຢູ່ຂ້າງໆລູກທຸກເວລາ, ອະນຸໂມທະນາ ທ່ານທີ່ອ່ານທຸກທ່ານ$


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຮັກແມ່ທີ່ສຸດໆໆ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ...! ເຄີຍໄດ້ອ່ານ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດໆ ນ້ຳຕາໄຫຼເລີຍ


໒ ກະທູ້
໒໔໐ ໂພສ
ນັກການກະທູ້
ເຫັນຫົວຂໍ້ກະຍັງເສົ້າໃຈໄວ້ຖ້າລະ ມາອ່ານແຫ່ງນ້ຳຕາຈະໄຫລເລີຍ


໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຍາວຫຼາຍ ບໍ່ໄດ້ອ່ານຊ້ຳ


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດໆ ນ້ຳຕາໄຫຼເລີຍ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາມັກເປັນ ເວລາທີ່ອາລົມບໍ່ດີ ມັກໂມໂຫຮ້າຍໃສ່ແມ່

ສຸດທ້າຍແລ້ວ ເຮົາກະມານັ່ງເສຍໃຈທີ່ຮ້າຍເພິ່ນໄປ ເພາະເພິ່ນບໍ່ໄດ້ຄຽດເຮົາເລີຍ ແຖມຍັງຍອມຄວາມເຮົາອີກ
ຄິດໄປຄິດມາ ຈັ່ງແມ່ນຂ້ອຍເປັນລູກບໍ່ດີ


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເນື້ອຄວາມດີມີຄວາມໝາຍແຕ່ເສຍດາຍຫລັກໄວຍະກອນພາສາລາວໜ້ອຍໜຶ່ງ


໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ກີ້ຮັກແມ່ທີ່ສຸດໃນໂລກເດີ

Pookie Ordinary Girl

໗ ກະທູ້
໒໑໒ ໂພສ
ນັກການກະທູ້

i love laos '' n u ''

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ໃຜຮູ້ສືກມີເເມ່ຕ້ອງອ່ານບົດຄວາມນີ້?
ຈຂກທ ບັງຄັບເຂົ້າມາ


໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ເນື້ອຄວາມດີມີຄວາມໝາຍແຕ່ເສຍດາຍຫລັກໄວຍະກອນພາສາລາວໜ້ອຍໜຶ່ງ



ໜ້າຈະເອົາຂອງໄທມາແປ ຢາກຊຶ້ງຢູ່ແຕ່ອ່ານແລ້ວໄດ້ແປຄວາມໝາຍຢູ່
ປັບປຸງໄວຍາກອນອີກໜ້ອຍໜຶ່ງກະດີໄດ໋


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາພາໄປ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ