ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ມະຫັດສະຈັນແຫ່ງປັນຍາມະນຸດຂໍ້ທີ່ ຫນຶ່ງ ຈະເລີນໆໆທ

໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ

ທ່ານເຄີຍສັງເກດບໍ່ວ່າ ໃນບັນດາສັດທັງຫລາຍທີ່ຊື່ວ່າໂຫດຮ້າຍແລະຫນ່າຍ້ານທີ່ສຸດເຂົ້າຈະມີອາວຸດປະຈຳຕົວຫມົດເຊັ່ນ ເສືອ ກໍມີເລັບ ມີຂ້ຽວ, ງູມີຜິດ ,ຊ້າງມີຫງາ, ມັງກອນແລະຣາຊາສີມີເລັບ ມີໄຟເປັນອາວຸດທັ້ງນັ້ນ ເບິງອີກຢ່າງຫນຶ່ງຄືວ່າທຳມະຊາດລຳອຽງຫລືລັງແກ້ມະນຸດເນາະ ເພາະວ່າທຳມະຊາດບໍ່ເຄີຍໃຫ້ຂ້ຽວ ໃຫ້ງາ ໃຫ້ຜິດມາແກ່ມະນຸດ ໃນທາງກາຍຍະພາບນັ້ນ ມະນຸດໄປສູ້ກັບເສືອບໍ່ໄດ້ ເພາະວ່າບໍ່ມີເລັບ, ບໍ່ມີຂ້ຽວ ສູ້ກັບຊ້າງ ກໍບໍ່ມີງາ ກັບງູກໍບໍ່ມີຜິດ ເບິງຄືວ່າມະນຸດເປັນສັດທີ່ບໍ່ຫ່ນາຍ້ານ ແຕ່ແທ້ທີ່ຈິງແລ້ວ ທຳມະຊາດໄດ້ມອບ ປັນຍາ ໃຫ້ໂຄງສ້າງທາງສະຫມອງແກ່ມະນຸດທີ່ວິຈິດທີ່ສຸດກ່ວາສັພພະສັດທີ່ມີໃນໂລກທຸກຊີວິດ ປັນຍາ ສິ່ງນີ້ແຫລະຄືອາວຸດທີ່ຫນ່າທຶມ ຫນ່າຍ້ານທີ່ສຸດຂອງມະນຸດຄືສະຫມອງຫລືປັນຍາ ມະນຸດຄົນຫນຶ່ງທີມີປັນຍາ ສາມາດກໍການດີເຮັດໃຫ້ສັນຕິພາບປົກກຸ້ມທົ່ວໂລກ ແລະທາງຕົງຂ້າມ ມະນຸດຄົນຫນຶ່ງທີ່ມີປັນຍາແຕ່ປາສະຈາກສິນ ສາມາດກໍການຮ້າຍ ເຮັດໃຫ້ສັນຕິພາບໂລກສັ່ນສະເທືອນ ແລະມະນຸດສາມາດສ້າງດາວທຽມຂື້ນໄປຢຽບໂລກພະຈັນໄດ້ ສາມາດສ້າງສັນສິ່ງມະຫັດສະຈັນອະລັງການໃນໂລກນີ້ມາກມາຍ ແບບທີ່ສັດອື່ນບໍ່ສາມາດເຮັດໄດ້ເຊັ່ນສ້າງລະເບີດປຣຳມະຫນູທີ່ມີອະນຸພາບສາມາດທຳລາຍລ້າງໂລກພຽງບໍ່ຈັກນາທີ ດັ່ງນັ້ນ ຖ້າມະນຸດຄົນຫນຶ່ງບໍ່ມີສິນມາກຳກັບການໃຊ້ກາຍ ວາຈາ ແລະການໃຊ້ຄວາມຄິດຂອງເຂົ້າ ມະນຸດທີ່ບໍ່ມີສີນຈະກາຍເປັນມະນຸດທີ່ຫນ່າຍ້ານທີສຸດໃນໂລກ, ອິງຕາມມຸມມອງຂອງພຸທທະສາສນາໃນຈັກກະວານນີ້ ມີສິ່ງທີ່ມີຊີວິດຢູ່ 31 ພູມຫລືໂລກໃນບັນດາ 31 ໂລກເຫລົ້ານັ້ນ ມີມະນຸດພູມດ່ຽວເທົ່ານັ້ນ ທີ່ເຮັດໄດ້ທຸກຢ່າງ ສ້າງສັນໄດ້ທຸກສິ່ງ ເປັນໄດ້ທຸກຢ່າງຕາມແຕ່ຢາກເປັນ ເພາະມະນຸດມີສິ່ງມະຫັດສະຈັນຄືປັນຍາ ມະນຸດຈິງສາມາດເປັນໄດ້ຕາມແຕ່ໃຈເຂົ້າກຳນົດເອງ ຈະເປັນໂຈນ, ເປັນພະໂພທິສັດ,ເປັນເສດຖີຫລືຍາຈົກ ແມ້ເປັນພະພຸທທເຈົ້າກໍຍັງໄດ້ທຸກຢ່າງລ້ວນແຕ່ມະນຸດເປັນຜູ້ກຳນົດເອງໃນໂລກມະນຸດນີ້ແຫລະ, ບໍ່ມີສິ່ງໃດມາກຳນົດໃຫ້, ພຣະພຸທທເຈົ້າຕັດວ່າໂລກມະນຸດນີ້ເປັນແດນແຫ່ງການສ້າງສັນທີ່ໄຮ້ພຣົມແດນຂອງມະນຸດທັ້ງດີແລະຊົ່ວໃຫ້ເລືອກເອົາ ຈຶງເປັນຕາຫນ່າເສຍດາຍເນາະ ທີ່ບາງຄົນໄດ້ອັຕຕະພາບມາເປັນມະນຸດແລ້ວ ແທນທີ່ຈະຊອກຮູ້ຮຳຮຽນ(ເປັນພະຫູສູດ)ແລ້ວໃຊ້ສັກກະພາບສະຕິປັນຍາຂອງຕົນໃຫ້ເຕັ່ມທີ ແຕ່ກັບໃຊ້ຫນ່ອຍດ່ຽວ ຊ້ຳບໍ່ນຳບາງຄົນກັບທຳລາຍສະຫມອງສະຕິປັນຍາຂອງໂຕເອງດ້ວຍຊ່ຳ ດ້ວຍການດື່ມສຸລາ ເສບສິ່ງເສບຕິດ, ມັນຫນ່າອິດສາສັດເດຍຣັດສານບໍໝູ່ເຈົ້າເອີຍ! ຄິດໆໆໆໆ (ຂໍເຊີນຕິດຕາມຕອນທີ່ສອງຕໍ່)


໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ມະນຸດຄືຜູ້ສ້າງ ແລະ ຜູ້ທຳລາຍທີ່ເກົ່ງທີ່ສຸດ.

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໙ ກະທູ້
໙໔ ໂພສ
ນັກການກະທູ້
ຄົນເຮົາປ່ຽນແປງໂຕເອງຍາກ
ນອກຈາກວ່າຈະມີຄວາມເຊື່ອແລະສັດທາທີ່ເຂັ້ມງວດແຂງຂັນແບບຊາວອິສະລາມ

ເສົ້າໃຈທີ່ເຫັນຄົນລາວ "ຍອມແພ້"