ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຂໍເປັນທີ່ປຶກສາ

ໜ້າທີ່ 6 ຈາກທັງໝົດ 6 ໜ້າ <<<123456>>>


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Mphone ຂຽນວ່າ...
ແວະເຂົ້າມາໄຫວພຣະກ່ອນໄປໂຮງຮຽນ ອິອິ ນະມັສສະເຕ




໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sirivattana ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ຄຳຖາມນີ້ຢາກໄດ້ແຮງໆ:: ຂໍມີລາຍລະອຽດແດ່ເດີຂ້ານ້ອຍ ວິທີການ ແນວຄິດເລື່ອງການເອົາຊະນະຕົນເອງໃນພຣະພຸດທະສາສະຫນາ
ມີແນວໃດແດ່ຂ້ານ້ອຍ ??? ແນະນຳໃຫ້ແດ່ ບອກແຫລ່ງຂໍ້ມູນກະໄດ້ ຂ້ານ້ອຍ ນະມັດສະການ


ຈັດໄປຕາມຄຳຂໍ

ວຶທີເອົາຊະນະໃຈຕົວເອງ1
ວຶທີເອົາຊະນະໃຈຕົວເອງ ລິ້ງ2
ວິທີເອົາຊະນະໃຈຕົວເອງ ລິ້ງ3
ວິທີເອົາຊະນະໃຈຕົວເອງ ລີ້ງ4

ມະນຸດບໍ່ໄດ້ດຳຣົງຊີວິດດ້ວຍອາຫານພຽງຢ່າງດຽວ
ແຕ່ດຳຣົງຊີວິດດ້ວຍພຣະໂອວາທທຸຫຄຳຂອງພຣະເຈົ້າ.....


ນະມັສະການ
ຂອບໃຈໆໆ
ກະນຶກວ່າຈະຕອບໃຫ້ເນາະ ໆໆ
ແນະນຳໃຫ້ກະດີແລ້ວ ຂອບໃຈເດີ ຂ້ານ້ອຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ຂອບໃຈທີ່ຕັ້ງກະທູ້ນີ້ຂື້ນມາ. ຂ້ານ້ອຍກຳລັງມີປັນຫາໜຶ່ງບັນຫາທີ່ວ່ານັ້ນຄື ຂ້ານ້ອຍໄດ້ສູນເສຍຄົນທີ່ຂ້ານ້ອຍນັບຖື, ຄົນທີ່ຂ້ານ້ອຍຮັກ, ຄົນທີ່ຂ້ານ້ອຍສະນິດສະໜົມ, ຄົນທີ່ສາມາດເປັນທັງອາຈານ ເປັນທັງອ້າຍ ເປັນທັງໝູ່ ເປັນທັງທີ່ປຶກສາ ເປັນທັງເພື່ນຮ່ວມງານ ຂ້ານ້ອຍສາມາດປິກສາກັບຄົນຜູ້ນີ້ໄດ້ທຸກໆເລື່ອງທີ່ເກີດຂື້ນກັບຊີວິດ ຂອງຂ້ານ້ອຍ ພຽງແຕ່ເວລາປີປາຍຂ້ານ້ອຍຮູ້ສຶກວ່າລາວສາມາດມາເຕີມເຕັມຊີວິດຂອງຂ້ານ້ອຍໄດ້ຫຼາຍເທົ່າ ເຖິງວ່າຈະໃຊ້ກັນຄົນລະພາສາ ມາແຕ່ຄົນລະທາງກໍ່ບໍ່ແມ່ນບັນຫາສຳຫຼັບພວກຂ້ານ້ອຍເລີຍ. ແຕ່ກ່ອນຂ້ານ້ອຍເປັນຄົນທີ່ບໍ່ເຄີຍກັບບ້ານເວັນເຮັດແຕ່ວຽກແຕ່ວຽກ ແຕ່ພໍຮູ້ຈັກກັບຄົນຜູ້ນີ້ເຮັດໃຫ້ຂ້ານ້ອຍບໍ່ຢາກໄປໃສ ເລີກວຽກແລ້ວຕ້ອງກັບບ້ານເວັນ ຫຼັງຈາກແລ້ວວຽກເຮືອນກໍ່ມານັ່ງລົມກັນຜ່ານ internet ເປັນແບບນີ້ທຸກໆມື້ ແຕ່ເວລາພຽງຂ້າມຄືນເຮັດໃຫ້ຄົນສອງຄົນຢູ່ຄົນລະໂລກກັນ ຊ່ວງທຳອິດຂ້ານ້ອຍທຳໃຈບໍ່ໄດ້ ຄິດເຫັນແຕ່ພາບເກົ່າໆ ນຳ້ຕາກໍ່ໄຫຼອອກມາ ແລະ ມາຮອດ ປະຈຸບັນບາງຄັ້ງກໍ່ຍັງເປັນແບບນັ້ນຢູ່ ເວລາຢູ່ຄົນດຽວພາບແຫ່ງວັນຄືນເກົ່າໆກໍ່ຍັງເຂົ້າມາຢູ່ໃນຫົວຄິດໄປເຖິງຄວາມຈິງເມື່ອໃດວ່າເຂົາຄົນນັ້ນບໍ່ຢູ່ກັບເຮົາແລ້ວມັນກໍ່ເຮັດໃຫ້ໃຈຫາຍ ທຸກໆຄັ້ງຄືກັນກັບວ່າຮັບຄວາມເປັນຈິງບໍ່ໄດ້ ຄິດໄປຫຼາຍອັນຫຼາຍແນວແລ້ວກໍ່ບໍ່ສະບາຍໃຈຕົນເອງ ຂ້ານ້ອຍຄວນຈະເຮັດແນວໃດດີ?


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tainoy ຂຽນວ່າ...
[b]ສະບາຍດີ ພະອາຈານ ຄືວ່າຂະນ້ອຍມີເລື່ອງຢາກມາຂໍຄຳປຶກສາ ໄດ້ໂປດເມດຕາຊີ້ທາງແສງສະຫວ່າງໃຫ້ຜູ້ຂ້າແດ່ທ້ອນ
ເລື່ອງມີຢູ່ວ່າ ຕອນນີ້ຂ້ານ້ອຍກຸ້ມໃຈຫລາຍບໍ່ຮູ້ຈະຕັດສິນໃຈແລະແກ້ໄຂບັນຫາຊີວິດ
ສາມີຂ້ານ້ອຍເປັນຄົນຕິດໝູ່ ມັກກິນເຫລົ້າເມົາເບຍ ບາງຄັ້ງກິນເມົາແລ້ວ ກໍ່ເວົ້າຈາບໍ່ມ່ວນ ບໍ່ຊອກວຽກເຮັດງານທຳ ຖ້າແຕ່ເຮັດວຽກທີ່ຕົນເອງມັກ
ຈື່ງເຮັດ ເຊັ່ນ ພາສີ ຫລື ອາກອນ ແຕ່ວຽກນິ້ມັນແລ່ນເຂົ້າຢາກ ເພາະບໍ່ມີພັກມີພວກ ແຕ່ລາວກໍ່ລໍຖ້າ ມາເປັນສອງສາມປີ ບໍ່ຍອມຊອກວຽກອື່ນເຮັດ
ມີແຕ່ວັນເສົາວັນທິດ ໄປຮຽນສາຍພິເສດ ແຕ່ກໍ່ມັກຂາດຮຽນ ບາງທິດກໍ່ໄປ ບາງທິດກໍ່ບໍ່ໄປ ບໍ່ຄ່ອຍຕັ້ງໃຈຮຽນ ວັນຈັນ ເຖິງສຸກກໍ່ວ່າງງານ
ຈຶ່ງເຮັດໃຫ້ລາວມັກໄປຫາແຕ່ໝູ່ ໄປເກືອບວ່າທຸກມື້ ພໍໄກ້ຮອດຫ້າໂມງ ກະວ່າເມຍເລີກການກໍ່ຟ້າວມາເຮືອນ ລາວເປັນແບບນີ້ມາດົນແລ້ວ
ຂ້ານ້ອຍກໍ່ຮູ້ແຕ່ກໍ່ບໍ່ເຄີຍຫ້າມ ບໍ່ເຄີຍຮ້າຍ ແລະລາວເອງກໍ່ຄືຊິຄິດວ່າຂ້ານ້ອຍບໍ່ຮູ້ຈັກ ເພາະຂ້ານ້ອຍເຮັດຄືບໍ່ຮູ້ ແລະປ່ອຍລາວ ເພາະຄິດໃນແງ່ດີວ່າ ລາວຢູ່ບ້ານລ້າໆຄືຊິອຶດອັດ ບໍ່ຮູ້ຢູ່ເລີຍໄປຫາໝູ່ ແຕ່ຄິດອີກໃນແງ່ໜື່ງ ຂ້ານ້ອຍກໍ່ຢາກຮ້າຍ ວ່າເປັນຫຍັງຄື ໄປຫລິ້ນທຸກມື້ ເປັນຫຍັງຂ້ານ້ອຍຄື ໄປວຽກທຸກມື້ ເປັນຫຍັງບໍ່ມີວຽກຫຍັງຄືບໍ່ຢູ່ເຮືອນຢູ່ຊານ ເປັນຫຍັງບໍ່ຄິດສ້າງສາ ກິນແລ້ວນອນ ເວລາຜ່ານໄປເສຍລ້າໆ ເປັນຫຍັງລາວບໍ່ເສຍຫຍ້າ ໜ້າບ້ານ ເປັນຫຍັງຕ້ອງປ່ອຍໃຫ້ແມ່ເຖົ້າເສຍຫຍ້າຜູ້ດຽວ ເປັນຫຍັງບໍ່ໝ່າເຂົ້າຕອນສວຍ ເປັນຫຍັງຕ້ອງໃຫ້ແມ່ເຖົ້າໝ່າ ເປັນຫຍັງບໍ່ເກືອໝາຕອນສວຍ ເປັນຫຍັງຕ້ອງແມ່ເຖົ້າເກືອ ເປັນຫຍັງບໍ່ຫາຟືນຫາ ໄມ້ ໄວ້ດັງໄຟໜື່ງເຂົ້າ ເປັນຫຍັງຕ້ອງແມ່ນແມ່ເຖົ້າຫາ ເປັນຫຍັງບໍ່ຮັກສາຄວາມສະອາດ ເຮືອນຊານ ວຽກນີ້ເປັນວຽກຜູ້ຍິງຝ່າຍດຽວຫວາ ຜູ້ຊາຍຊ່ວຍກັນເຮັດບໍ່ໄດ້ຫວາ . ບໍ່ຊ່ວຍມ້ຽນແລ້ວຍັງເຮັດໃຫ້ມັນຮົກອີກ ເສື້ອຜ້າ ຍາຍຕາມຫ້ອງຮັບແຂກ ແຂກຄົນມາກໍ່ອາຍເພິ່ນ ເມຍກໍ່ບໍ່ຄ່ອຍມີເວລາຕື່ນມາກໍ່ໄປການຄຳ່ມາກໍ່ເຮັດກິນກິນເຂົ້າກໍ່ຄ່ຳ ແລ້ວກໍ່ນອນ ອາໃສມ້ຽນ ແຕ່ວັນເສົາ ວັນທິດ ມັນກໍ່ຫລາຍ ຈົນມ້ຽນບໍ່ໃຫວ ແທນທີ່ວັນພັກຊິໄດ້ພັກຜ່ອນພັດເມື່ອຍ ກ່ວາເກົ່າ .ແຕ່ເມື່ອຍ ຂ້ານ້ອຍກໍ່ມີຄວາມສຸກ ຖ້າເຂົາຢູ່ນຳບໍ່ໄປກິນເລົ້າ ບໍ່ໄປຫລີ້ນນຳໝູ່
ແຕ່ວ່າມື້ໃດເມື່ອຍມາວຽກແລ້ວບໍ່ເຫັນໃຜ ຕ້ອງມາງົມເຮັດກິນ ແລ້ວນັ່ງກິນເຂົ້າຄົນດຽວ ມັນຊິມີຄວາມໝາຍຫຍັງ ແລ້ວຂ້ານ້ອຍຊິເຮັດເພື່ອໃຜ
ລູກກໍ່ບໍ່ມີ ຄິດມາແລ້ວເສຍໃຈ ອາຈານວ່າ ສາມີຂ້ານ້ອຍກໍ່ຮັກຂ້ານ້ອຍຢູ່ຫວາ ຂ້ານ້ອຍຄວນອົດຢູ່ກັບລາວຕໍ່ໄປຢູ່ຫວາ ຫລືຄວນເລີກກັນໄປຄົນລະທາງ
1.ລາວເຄີຍໄປກິນເບຍແລ້ວເມຍໂທນຳບອກໃຫ້ໄປຕ້ອນຢູ່ຫ້ອງການ ເພາະເລີກການແລ້ວ ແຕ່ລາວນານໄປຕ້ອນເລີຍໂທຫາເອື້ອຍໄປຮັບ ແຕ່ບັງເອີນໄປຮັບພ້ອມກັນ ຂ້ານ້ອຍ ພັດເລືອກຂື້ນລົດເອື້ອຍ ແລະຝາກກະຕ່າໃຫ້ລາວເອົາເມືອ ແຕ່ລາວດຶກກະຕ່າຂ້ານ້ອຍຖີ້ມ ແຖມເວົ້າໃຫ້ຂ້ານ້ອຍອີກວ່າມັກເລື່ອງຫວາ ທັ້ງໆທີ່ຂ້ານ້ອຍບໍ່ທັນເວົ້າຫຍັງກັບລາວຊ້ຳ ອາຈານວ່າ ໃຜຜິດໃຜຖືກ ຂ້ານ້ອຍຜິດຫວາ ທີ່ບໍ່ຂື້ນລົດລາວ ຂ້ານ້ອຍຜິດຫວາ ຂ້ານ້ອຍຜິດຫວາທີ່ໜ້າບູດໃສ່ລາວ .ລາວດຶກກະຕ່າຂ້ານ້ອຍຖິ້ມໝາຍຄວາມວ່າລາວບໍ່ຮັກສານ້ຳໃຈຂ້ານ້ອຍແມ່ນບໍ່ ລາວຮັກໝູ່ ຮັກ ເບຍ ຫລາຍກວ່າເມຍແມ່ນບໍ່ ເວລາລາວກິນເບຍ ມີຄ່າກ່ວາ ເມຍແມ່ນບໍ່ . ເມຍເລີກການບໍ່ມີລົດເມືອ ໂທຕາມໃຫ້ມາຮັບແມ່ນຜິດແມ່ນບໍ່ . ເຮັດວຽກເມື່ອຍ ແຖມມາຖືກເຂົາທຳຮ້າຍຈິດໃຈແບບນີ້ ສົມຄວນແລ້ວແມ່ນບໍ່ . ຂ້ານ້ອຍບໍ່ມີສິດເສຍໃຈ.ນ້ອຍໃຈ ເລີຍແມ່ນບໍ່
2. ພໍກັບຮອດບ້ານ ຂ້ານ້ອຍກໍ່ຍ່າງເຂົ້າໄປຖາມດ້ວຍຄວາມຍາກຮ້າຍວ່າ ເປັນຫຍັງເຈົ້າ ເຮັດໃສ່ຂ້ອຍແນວນີ້ ບໍ່ໃຫ້ກຽດຂ້ອຍເລີຍ ດຶກກະຕ່າໃສ່ຂ້ອຍຕໍ່ໜ້າຫ້ອງການຂ້ອຍ ຄັນຄົນອື່ນມາເຫັນ ຂ້ອຍຊິກ້າໄປການຢູ່ຫວາ ມີຫຍັງບໍ່ພໍໃຈຫຍັງເປັນຫຍັງບໍ່ມາຮອດເຮືອນແລ້ວຈິ່ງເວົ້າ
ຢາກຮ້າຍຫຍັງ ມີສິດຫຍັງມາເຮັດແນວນີ້ ແທນທີ່ຂ້ອຍໃດຊິເປັນຄົນຮ້າຍເຈົ້າ .ເສຍເວລາກິນເບຍຫລາຍຫວາ ເຫັນໝູ່ດີກວ່າເມຍຫວາຈື່ງກ້າມາດຶກກະຕ່າໃສ່ເມຍ ຖ້າຢາກດຶກຫລາຍມາດຶກໃສ່ຂ້ອຍຢູ່ບ້ານພີ່ກະໄດ້. ໃຫ້ກຽດຂ້ອຍແດ່ບໍ່ໄດ້ຫວາ
ຂ້ານ້ອຍເວົ້າສຸດຂ້ານ້ອຍກໍ່ດຶກກະຕ່າລົງພື້ນເຮືອນ ລາວເອງກໍ່ຢືນຟັງຂ້ານ້ອຍເວົ້າຈົນສຸດ ແຕ່ໜ້າຕາຂຶງຂັງ ໂມໂຫຂະໜາດ ທັງກັດແຂ້ວ ທັງກຳກ້ຳປັ້ນ ແລ້ວກໍ່ເກັບກະຕ່ານັ້ນມາດຶກໃສ່ ຂ້ານ້ອຍຄືນອີກ ຂ້ານ້ອຍທັງເສຍໃຈ ທັງເຫລືອໃຈ ເພາະຕັ້ງແຕ່ຢູກັນມາຮັກກັນມາລາວບໍ່ເຄີຍກ້າວລ້າວ ແບບນີ້ຈັກເທື່ອ ບໍ່ເຄີຍຜິດຖຽງກັນຮ້າຍແຮງແບບນີ້ຈັກເທື່ອ ເພາະລາວເປັນຄົນບໍ່ມັກເວົ້າ ຂ້ານ້ອຍເສຍໃຈຫລາຍໃນເວລານັ້ນ ຂ້ານ້ອຍຈື່ງຄວບຄຸມອາລົມຕົນເອງບໍ່ຢູ່
ຈື່ງຍົກມືຂຶ້ນມາຕີບ່າໄຫລ່ລາວໝົດແຮງ ຍ້ອນຄວາມໂມໂຫ ແລະ ໃນເວລາດຽວກັນນັ້ນກໍ່ເໝືອນກັບຟ້າຜ່າລົງມາກາງໃຈຂ້ານ້ອຍດັງປາຽງບາດໜື່ງ
ເພາະລາວຍົກມືຂຶ້ນມາ ຕີຂ້ານ້ອຍຄືນ ທັງເຈັບໃຈເສຍໃຈ ເສຍຄວາມຮູ້ສຶກຫາອັນປຽບບໍ່ໄດ້ ນ້ຳຕາໄຫລລົງຍ່າວໆ
ຂ້ານ້ອຍຖາມລາວ ເຈົ້າກ້າຕີຂ້ອຍຫວາ ນີ້ຫວາຄົນຮັກກັນ ນີ້ຫວາລູກຜູ້ຊາຍ ນີ້ຫວາຄວາມຮັກເຈົ້າມອບໃຫ້ຂ້ອຍ ນີ້ຫວາລາງວັນທີ່ຕອບແທນຂ້ອຍ
ທັງເວົ້າທັງໄຫ້ ແລະລາວກໍ່ເວົ້າຂື້ນເອີ ມຶງມີປັນຫາຫຍັງ ໃຜບອກມຶງຕີກູກ່ອນ ຂ້ານ້ອຍກໍ່ເວົ້າຂຶ້ນ ໂອ້ ເຈົ້າກ້າເວົ້າກູ ເວົ້າມຶງກັບຂ້ອຍຫວາ ເຖິງຂ້ອຍຊິຜິດກັບເຈົ້າ ຊັງເຈົ້າ ສຳ່ໃດຂ້ອຍກໍ່ຍັງໃຫ້ກຽດເຈົ້າສະເໝີບໍ່ເຄີຍເວົາກູເວົ້າມຶງ ເຈົ້າເວົ້າອອກມາໄດ້ຈັ່ງໃດ ຕັ້ງແຕ່ຮູ້ຈັກກັນມາບໍ່ເຄີຍເວົ້າກູເວົ້າມຶງນຳກັນຈັກເທື່ອ ແຕ່ພໍມາໄດ້ຍິນແລ້ວມັນເຈັບຈີດໆ ເຂົ້າກາງໝາກຫົວໃຈ ຈົນເວົ້າບໍ່ຖືກ ນ້ຳຕາໄຫລຈົນບໍ່ເຫັນຮຸ່ງ ເບິ່ງໜ້າລາວບໍ່ເຫັນຫຍັງເລີຍ . ລາວກໍ່ຢືນຢູ່ຕໍ່ໜ້າ ທັງຊີ້ໜ້າ ຂ້ານ້ອຍແລ້ວເວົ້າ ວ່າ ເອີ ກູ ກູ ມຶງຊິເຮັດຫຍັງ ກູເມື່ອຍອົດແລ້ວ ກັບມຶງນິ ຊິມາຂົ່ມເຫັງກູຢູ່ນິໃດ ເຊົາປະ ມຶງໄປເອິ້ນແມ່ມຶງມາ ເວົ້າກັນໃຫ້ມັນແລ້ວມື້ນີ້ ໄປກັນບໍ່ໄດ້ກໍ່ບໍ່ຕ້ອງອົດ ໄປໃຜໄປມັນ . ຂ້ານ້ອຍກໍ່ເວົ້າຂື້ນ ອົດຫຍັງຂ້ອຍເຮັດຫຍັງຜິດ ຈົນເຖິງຂັ້ນເຈົ້າຕ້ອງອົດກັບຂ້ອຍ ຂ້ອຍບໍ່ດີບ່ອນໃດ ເປັນຫຍັງຕ້ອງເວົ້າຄຳວ່າອົດກັບຂ້ອຍ .ຂ້ອຍໄປການຂ້ອຍຜິດຫວາ . ເຈົ້າໄປກິນເຫລົ້າຂ້ອຍໂທນຳໃຫ້ມາຕ້ອນຂ້ອຍຂ້ອຍຜິດຫວາ.ຂ້ອຍເຄີຍປ້ອຍດ່າເຈົ້າບໍ່ບໍ່ເຄີຍ.ແລ້ວຂ້ອຍຜິດຫຍັງເຈົ້າຈຶ່ງຕ້ອງອົດກັບຂ້ອຍ. ຂ້ອຍບໍ່ໄປຫລິ້ນ.ບໍ່ໄປກິນເຫລົ້າເມົາເມຍ.ເຮັດວຽກຫາເງິນ.ເລີກວຽກມາ.ກໍ່ມາເຮືອນໂລດ. ຫຍັງບໍ່ດີອີກຫວາ.ຂ້ອຍບໍ່ດີຫຍັງເວົ້າມາແມ້
ລາວຕອບ.ເອີມຶງມັນດີ ກູນິລະບໍດີ ບໍ່ຕ້ອງລົມຍາວນາໄປແມະ ໄປເອິ້ນແມ່ມຶງມາ ເວົ້າກັນໃຫ້ມັນແລ້ວຊະ ມີຫຍັງກູກາຊິເວົ້າອອກ ມາໝົດໂລດ
ມີຢູ່ອັນກູຊິເວົ້າ . ຂ້ານ້ອຍກໍ່ເວົ້າວ່າ ເອີຢາກປະຫລາຍ ກະປະ ແຕ່ຂ້ອຍບໍ່ເອິ້ນແມ່ຂ້ອຍມາ. ເຈົາໄປເອີ້ນແມ່ເຈົ້າມາກ່ອນ ຕອນມາຂໍຂ້ອຍກໍ່ພໍ່ແມ່ເຈົ້າມາຂໍ
ບໍ່ແມ່ນແມ່ຂ້ອຍຍ່າງໄປຂໍ.ໄປໂລດໄປເອິ້ນແມ່ເຈົ້າມາກ່ອນໂລດ ຂ້ອຍຊິບອກແມ່ຂ້ອຍເອງດອກ.ທັງເວົ້າທັງໃຫ້ ແລ້ວກໍ່ຢ່າງເຂົ້າໄປໃຫ້ໃນຫ້ອງນອນ.
ສ່ວນລາວກໍ່ຈັບເອົາກະແຈລົດແລ້ວຂີ້ລົດອອກໄປນອກ.ປະມານ 20 ຫລື 30 ນາທີນິລະລາວກໍ່ເຂົ້າມາ.ແລ້ວມານັ່ງເບິ່ງໂທລະທັດເສີຍ
ສ່ວນຂ້ານ້ອຍກໍ່ນອນໄຫ້ຕາຕູບຕາໂປ.ໃຫ້ຫລາຍ ຫາຍໃຈເກືອບບໍ່ອອກ .ນາທີນັ້ນຢາກໃຫ້ ໃຫ້ຂາດໃຈຕາຍຕອນນັ້ນເລີຍແທ້ໆ
ແຕ່ຍ້ອນຄວາມຮັກແມ່ບໍ່ຢາກໃຫ້ແມ່ເສຍໃຈ ຖ້າເປັນຫຍັງໄປແມ່ເພິ່ນຄົງເສຍໃຈຫລາຍ. ແລະເລື່ອງຜິດກັນ ກໍ່ບໍ່ຢາກໃຫ້ແມ່ຮູ້ ບໍ່ຢາກໃຫແມ່ເສຍໃຈ
ຄຶດເຖິງແມ່ຂຶ້ນມາກໍ່ໃຈເຢັນລົງເກືອບເຄີ່ງ. ຄຶດເຫັນຕອນຮັກກັນ.ຕອນເຂົາດີກັບເຮົາ.ຕອນຄິດຮອດເຂົາເວລາຫ່າງກັນໄກ. ຄິດຮອດຕອນໂທຫາເຂົາ
ແລ້ວເຂົາຟ້າວຂີ່ລົດມາຫາ ເພາະເຂົາຮັກເຮົາ.ຄວາມຮັກຕອນນັ້ນ ພໍຈະກທນກິນໄດ້.ແຕ່ຕອນນີ້ເກິດຫຍັງຂື້ນ.ຕັ້ງຄຳຖາມກັບຕົນເອງວ່າ ເຮົາບໍ່ດີບ່ອນໃດ
ບໍ່ໄປຫລີ້ນໄປທ່ຽວໃສ.ເປັນແມ່ບ້ານແມ່ເຮືອນ.ບໍ່ກິນເລົ້າເມົາເບຍ.ບໍ່ຫລິ້ນການພະນັນ.ຫາເງິນທ້ອນເງິນຕັ້ງເຮືອນ ແລະເກັບໄວ້ເພື່ອລູກ . ເຮົາຜິດຫຍັງ
ຜິດບ່ອນທີ່ຫ້າມບໍ່ໃຫ້ເຂົາໄປກິນເລົ້າເມົາເບຍມາເດິກດື່ນຫັ້ນຫວາ. ເຮົາຮັກເຂົາຫວ່ງສຸຂະພາບເຂົາຜິດຫວາ.ບໍ່ຢາກໃຫ້ເຂົາຕິດໝູ່ ແລ້ວ ເຂົາເລີຍເຖີດ
ກັບສັງຄົມຕິດແສ່ຕິດສາວລືມຄອບຄົວຜິດຫວາ.ຖາມຕົນເອງແລ້ວກໍ່ບໍ່ມີຄຳຕອບ.ມີແຕ່ນ້ຳຕາຍ້ອຍອອກມາຍ່າງດຽວ.ໄຫ້ຫລາຍຈົນຫລັບໄປຕອນໃດບໍ່ຮູ້ເມື່ອ
ຕື່ນມາລາວກໍ່ເຮັດເສີຍບໍ່ປາກ ຢ່າງກາຍກັນໄປມາບໍ່ມີໃຜເວົ້ານຳໃຜ.ຂ້ານ້ອຍເອງກໍ່ເຮັດໜ້າບູດ.ບໍ່ປາກບໍ່ລົມ.ເວລາຜ່ານໄປ5-6ມື້ລາວກໍ່ເລີ່ມເວົ້ານຳເຮັດຖາມນັ້ນນີ້.ຖາມເລື່ອງຂອງກິນຢູ່ຕູ້ເຢັນ.ຖາມກະແຈ.ແຕ່ຂ້ານ້ອຍບໍ່ລົມນຳຖາມກໍ່ຕອບສັ້ນໆ ອື່ ບໍ່ ບໍ່ຮູ້ ນ້ຳສຽງແຂງກະດ້າງ. ແຕ່ລາວກໍ່ເສີຍໆລົມນຳທຳມະດາ ເວລາຜ່ານໄປ ຫລາຍມຶ້ເຫັນຂ້ານ້ອຍບໍ່ເວົ້ານຳ ລາວກໍ່ອາລົມເສຍແລ້ວກໍ່ເວົ້າວ່າ ເປັນຫຍັງເກາະຖາມກໍ່ບໍ່ປາກບໍ່ເວົ້າ ພໍເຊົາໄດ້ລະຕີ້ຄວາມຄຽດຫັ້ນ. ຂ້ານ້ອຍກໍ່ເວົາຂື້ນ ທີ່ບໍ່ປາກບໍ່ເວົ້າ ເພາະຖ້າເຈົ້າເວົ້າ ຖ້າຄຳຕອບເຈົ້າ ຖ້າແມ່ເຈົ້າ
ໃສວ່າຊິພາແມ່ມາເວົ້າກັນ ໃສວ່າຊິປະໃຫ້ມັນແລ້ວ.ລາວກໍ່ຕອບເຈົ້າຢາກປະເຈົ້າກະໄປບອກລາວມາທະແມ້. ຂ້ານ້ອຍຕອບ ບໍ່ ມື້ນັ້ນຂ້ອຍບໍ່ໄດ້ເປັນຄົນເວົ້າຂື້ນກ່ອນ ເຈົ້າເວົ້າຂື້ນກ່ອນ ເຈົ້າຢາກປະໄປທະແມພາແມ່ເຈົ້າມາ..ແລ້ວລາວກໍ່ເວົ້າວ່າ ເຊົາໆ ເວົ້າຄວາມເກົ່າກະຜິດກັນລ້າໆ
ເລື່ອງມັນແລ້ວກາແລ້ວໄປ ເລື່ອງນ້ອຍໆ ຢ່າໃຫ້ມັນກາຍເປັນເລື່ອງໃຫຍ່. ຂ້ານ້ອຍເວົ້າເອີເວົາງ່າຍເນາະ . ລາວເວົ້າຂຶ້ນ ຊັ້ນເຈົ້າຊິເອົາຫຍັງອີກ
ເອີຂ້ອຍຜິດໄປ. ເຊົາໆບາດນີ້ມາດີກັນມາຮັກກັນພີ່ນາ .ຂ້ານ້ອຍກໍ່ເວົ້າອີກດີງ່າຍໂພດຕີ້.ກັບສິ່ງທີ່ເຈົ້າກະທຳກັບຂ້ອຍ.ເຈົ້າຜິດບໍ່ຍອມຮັບຜິດ.ຄຳຂໍໂທດຈາກເຈົ້າ ຄຳໜື່ງກາບໍ່ມີ. ລາວກໍ່ທັງເວົ້າທັງຍ່າງໄປມາ ຍ່າງໄປໄຂຕູ້ເຍັນ ແລ້ວເວົ້າວ່າເອີຂໍໂທດ ພໍໃຈລະເບາະ .ເຊົາບາດນິ້ລົມກັນດີໆ
ລາວເວົ້າຄຳຂໍໂທດພໍໃຫ້ມັນແລ້ວໆໄປຊື່ໆ. ຂ້ານ້ອຍຟັງຄຳເວົ້າແລະທ່າທາງຂ້ານ້ອຍຮູ້ວ່າມັນບໍ່ໄດ້ອອກມາຈາກຈິດສຳນຶກທີ່ແທ້ຈິງຂອງລາວ
ແຕຂ້ານ້ອຍກໍ່ອະໄພໃຫ້ລາວຕັ້ງແຕ່ລາວເອີຍຄຳນັ້ນອອກມາແລ້ວ ເພາະຮັກລາວແລະຍາກໃຫ້ໂອກາດລາວແກ້ໂຕ ປ່ຽນແປງ. ແຕ່ປາກຂ້ານ້ອຍຍັງເວົ້າແຂງຕໍ່ອີກວ່າ ຂໍໂທດແບບນີ້ລະໃຫ້ແລ້ວຫວາ.ຂ້ອຍມັນຕັ້ງເປັນຄົນບໍ່ມີຄ່າເນາະສຳລັບເຈົ້າ. ຂໍໂທດຈາກໃຈ ແລະຈິດສຳນຶກ ບໍ່ໄດ້ຫວາ.ລາວເວົ້າ ຊິເອົາຫຍັງອີກ ຊີດີລະດີໃດ ຢ່າມາເຮັດເກັ່ງໃສ່ຂ້ອຍຢູ່ນີ້ໃດ. ຊິໃຫ້ກາບພຸ້ນຫວາຈິ່ງຊິເຊົາຄຽດ.ມັນຊິໂພດແລ້ວໃດ
ຂ້ານ້ອຍຕອບ ເອີ. ແຕ່ຕອບໄປຊື່ໆໃຫ້ໄດ້ໃຈນີ້ລະ ບໍ່ໄດ້ຍາກວ່າໃຫ້ກາບດອກ ຢາກໃຫ້ລາວຂໍໂທດຈາກໃຈ. ຢາກໃຫ້ລາວສຳນຶກໄດ້ຄວາມຜິດທີ່ແທ້ຈິງ
ບໍ່ແມ່ນເວົ້າແບບນ້ຳສຽງບໍ່ພໍໃຈເວົ້າອອກໄປຊື່ໆ. ໃຜຊິກ້າໃຫ້ຜົວກາບ ມັນເປັນບາບ ເປັນກຳ. ຫລັງຈາກລົມກັນມື້ນັ້ນມາ ກໍ່ຍັງຄຽດໃຫ້ກັນຢູ່ແຕ່ນ້ອຍລົງ
ເວົ້າລົມກັນຢູ່ແຕ່ລົມນ້ອຍລົງ.ດົນມາເວລາຜ່ານໄປບໍ່ຮອດສອງທິດກໍ່ດີກັນຮັກກັນດັ່ງເດີມ. ແຕ່ຮອຍແຜໃນໃຈທີ່ມັນບາດໃນໃຈຂ້ານ້ອຍບໍ່ເຄີຍຈາງຫາຍໄປ.
ຈົນເທົ່າທຸກມື້ນີ້.ທີ່ອະໄພໃຫ້ເພາະ ອີ່ຕົນແມ່.ບໍ່ຢາກໃຫ້ແມ່ເພິ່ນຄິດເປັນທຸກນຳ ເພິ່ນເຖົ້າແລ້ວພໍອົດໄດ້ກໍ່ຈະອົດ.ແລະເກິດມາຊາດດຽວກໍ່ຢາກມີຜົວດຽວເມຍດຽວ
ບໍ່ຢາກເປັນຮ້າງເປັນໝ້າຍໃຫ້ຄົນຊ່າຄົນລື. ກໍ່ເລີຍອົດມາຮອດທຸກມື້ນີ້ ແລະ ກໍ່ໃຫ້ໂອກາດລາວປ່ຽນແປງໂຕເອງ. ລາວກໍ່ສັນຍາວ່າຈະບໍ່ເຮັດແບບນີອີກ
ອາຈານວ່າ.ຂ້ານ້ອຍຄວນເຮັດແນວໃດຈື່ງປ່ຽນຕົວເຂົາໃດ້. ຂ້ານ້ອຍຜີດຫວາ ຫລື ວ່າຂ້ານ້ອຍຄວນປ່ຽນແປງ.
ເຫດການທີ່ຂ້ານ້ອຍເລົ່າມາ ອາຈານວ່າຂ້ານ້ອຍເປັນຄົນແນວໃດ ແລະ ຄວນປະພຶດຕົນແນວໃດ
ແລະ ສາມີຂ້ານ້ອຍເດເປັນຄົນແນວໃດ ແລະ ຄວນປ່ຽນແປງແນວໃດ
ຜູ້ຊາຍທີ່ດີ ທີ່ເປັນສຸພາບບູລຸດ ຮັກລູກຮັກເມຍ ກໍ່ມີຫລາຍຢູ່ຫວາ
ປະກັນຊະໃຫ້ແລ້ວໆໄປກະຊິດີຢູ່ຫວາ? ຖ້າອົດກັນໄປ ຊິບໍ່ທຸກບາດເຖົ້າຫວາ ຊິບໍ່ເສຍໃຈແບບນີ້ຈົນຮອດມື້ຕາຍຫວາ
ໄດ້ໂປດຊີ້ທາງໃຫ້ຂ້ານ້ອຍແດ່
3. ລາວເຄີຍກິນເບຍເມົາແລ້ວຮາກໃສ່ບ່ອນນອນ
4.ລາວເຄີຍໄປກິນເຫລົ້າມາເດິກແລ້ວ ຍັງມີໜ້າມາຮ້າຍເມຍ ວ່າເປັນຫຍັງມັກຄຽດມັກໜ້າບູດ ? ແຕ່ລາວບໍ່ເຄີຍຫາສາຍເຫດວ່າເປັນຫຍັງເມຍຈຶ່ງໜ້າບູດບໍ່ເວົ້ານຳ. ຖ້າວ່າຕົນຢູ່ດີໆບໍ່ເຮັດຫຍັງໃຫ້ເຂົາເສຍໃຈແລ້ວເຂົາໜ້າບູດ ເຂົາຄຽດ ແມ່ນເຂົາເປັນບ້າ ຕ້ອງເອົາໄປປົວ .ແຕ່ນີ້ສາຍເຫດເພາະຕົນໄປກິນເຫລົ້າເມົາເບຍ ມາເດິກມາດື່ນ ເຂົາເລີຍຄຽດ ລອງບໍ່ໄປ ບໍ່ ກິນເບິ່ງ ຢູ່ດີໆ ເຂົາຊິຄຽດບໍ່
5.ເລື່ອງເງິນຄຳ ກໍ່ມັກຊຸກເຊື່ອງ ເວລາໄດ້ເງິນມາບໍ່ບອກເມຍ ບໍ່ມັກຂໍເງິນເມຍ ມັກເກັບເງິນໄວ້ໃຊ້ເອງ. ຈ່າຍຫຍັງບໍ່ຢາກໃຫ້ເມຍຮູ້ ເພາະສ່ວນຫລາຍໝົດໄປກັບໝູ່ .ແບບນີ້ກໍ່ຊິເປັນຄອບເປັນຄົວຢູ່ຫວາ. ຜູ້ຊາຍເສຍປ-ຍຫລາຍຫວາ ຖ້າໃຊ້ເງິນຖົງດຽວກັນ
6.ລາວເປັນຄົນມັກສະອາດຫລາຍ ເວົ້າລະຂໍອະນຸຍາດນຳອາຈານ ເວລາລາວເຂົ້າຫ້ອງນ້ຳ ກົດຊັກໂຄກຄັ້ງດຽງແລ້ວອອກມາ ເວລາເມຍເຂົ້າໄປ ເຫັນຜັກແວ່ນຟູລອຍຢູ່ ຕ້ອງກົດລ້າງກ່ອນຈື່ງເຂົ້າໃຊ້ໄດ້ . ຜາຮອງນັ່ງປຽກເປື້ອນ ພື້ນເປື້ອນ ເມຍກໍ່ເວົ້າວ່າ ເຈົ້າກາໂພດເຂົ້າຫ້ອງນ້ຳກ່ອນຊິອອກ
ຫ້ອງນ້ຳກໍ່ແນມເບິ່ງແດ່ວ່າສະອາດລະຫວາ ຄົນອື່ຮເຂົ້າມານຳຫລັງຊິໃຊ້ໄດ້ຢູ່ຫວາ ມັນເປື້ອນກະລ້າງໃຫ້ມັນສະອາດກ່ອນກາບໍ່ ຈັ່ງແມ່ນມັກຊົກກະປົກ
ຍາມໃດກາຂ້ອຍນິລ້າງ. ອາຈານຮູ້ບໍ່ລາວຕອບແນວໃດ ລາວຕອບວ່າ ແນວຂ້ອຍມັກສະອາດ ມັນເປື້ອນ ຂ້ອຍກາບໍ່ເຮັດ ເຈົ້າຫັ້ນມາສົກກະປົກ ເຈົ້າກາເຮັດ ກາມ້ຽນກາລ້າງ . ໂດນເຕັມໆເລີຍ
7. ເຮັດແກງປາປຫ້ງ ຄ້າງໝໍ້ຟົດຢູ່ ຫລຽວເບິ່ງໝໍ້ ຜັກໜ້ອຍ ລາວກໍ່ແລ່ນໄປເກັບ ຜັກໃບໝາກຍົມມາແລ້ວຊິຖິ້ມລົງໝໍ້ ຂ້ານ້ອຍເຫັນເລີຍເວົ້າ ມັນເປື້ອນ ເປັນຫຍັງບໍ່ລ້າງນ້ຳກ່ອນ ອາຈານຮູ້ບໍ່ລາວຕອບແນວໃດ ຝົນກາຕົກໃສ່ໃບມັນຢູ່ມັນຊິເປື້ອນຫຍັງ
8.ເຮັດຂົ້ວຕັບໃສ່ຂີງ ຄົນໄປຄົນມາ ຕັບກະເດັນ ອອກຈາກໝໍ້ກະທະ ຕົກລົງໃສ່ໂຕະ ໂຕະກໍ່ອົດສາງາມ ມີແຕ່ຄາບນ້ຳມັນ ເປັນເຄີບຢູ່ ລາວກໍ່ເກັບຕັບນັ້ນດຶກໃສ່ໝໍ້ຄືນ ພໍຂ້ານ້ອຍທ້ວງເວົ້າຂື້ນມັນເປື້ອນ ລາວກໍ່ຢາກຮ້າຍ ແລ້ວກໍ່ເວົ້າວ່າມັນຊິເປື້ອນຫຍັງ
9.ສາດປູກິນເຂົ້າໃນເຮືອນ ລາວເອົາໄປປູຂີ້ດິນ ນັ່ງຊຸມເຫລົ້າກັບໝູ່ ຫລັງຈາກກິນແລ້ວລາວກໍ່ກູ້ມາມ້ຽນ ທຸ່ງໆ ຂີ້ດິນອອກກາແລ້ວ ບໍ່ເຊັດບໍ່ລ້າງ
ເມຍກໍ່ບໍ່ໄດ້ຮ້າຍ ແຕ່ວ່າບໍ່ເອົາມາປູກິນເຂົ້າເພາະມັນເປື້ອນ ຂີ້ຊາຍເຕັມໃນຫລືບສາດ ລາວກໍ່ຖາມວ່າເປັນຫຍັງບໍ່ເອົາມາປູກິນເຂົ້າ ເມຍຕອບວ່າມັນເປື້ອນ ອາຈານຮູ້ບໍ່ວ່າລາວຕອບແນວໃດ ຊິເປື້ອນຫຍັງ ກາຈັບທຸ່ງໆແລ້ວເດ້ ຕັ້ງມັກຍາກ ມັກເລື່ອງ ແລ້ວກໍ່ເຮັດທ່າທີຍາກຮ້າຍ ເວົ້ານ້ຳສ ຽງຢາກຮ້າຍແລ້ວ ເວົ້າວ່າ ຊິເອົາມາປູບໍ່ຄັນບໍ່ເອົາມາປູລະຖີ້ມເລີຍສະ ອາຈານວ່າລາວເວົ້າແບບນີ້ລາວເວົ້າຖືກບໍ່ ຂ້ານ້ອຍເດຜິດບໍ່ທີ່ບໍ່ເອົາມາປູ .ລາວເວົ້າຄຳອື່ນອີກມີຫລາຍຄຳມ່ວນໆ ເປັນຫຍັງລາວບໍ່ເວົ້າ ເຊັ່ນ ເອີ ແລ້ວຊິລ້າງໃຫ້ . ຊິເອົາແພຈຸບນ້ຳເຊັດໃຫ້ ຈັ່ງໃດກາປູລະເດ້ ກິນຢູ່ໂຕະກາໄດ້ ມັນກາແລ້ວ ມັນກໍ່ຈົບ ແຕ່ນີ້ລາວບໍ່ຮັກເມຍ ລາວ ຄັດຕະຫລອດ ເວົ້າທຳຮ້າຍຈິດໃຈຕະຫລອດ .ລາວຄົງໝົດຮັກລະຕີ້ ແບບນີ້ກະຊິຢູ່ນຳກັນມີຄວາມໝາຍຫຍັງ . ຂອງກິນເມຍຈັດໃສ່ໂຕະກິນເຂົ້າ ແຕ່ລາວຈັບລົງມາວ່ານັ່ງກິນຢູ່ສາດ ເມຍວ່າສາດເປື້ອນ ກິນຢູ່ໂຕະ ເມຍຈັບຂື້ນໂຕະ ລາວຍັງຊູຊີເກັບລົງມາສາດ ເລື່ອງເລັກໆນ້ອຍໆບໍ່ໜ້າຜິດກັນ ແຕ່ກໍ່ໄດ້ຜິດກັນ ບໍ່ເປັນຕາຖືສາ ແຕ່ກໍ່ເປັນຕາລຳຄານ
ມຸດມັດຈິດໃຈ ເພາະເປັນຕະຫລອດເປັນດຸເປັນດັນ ເມື່ອຍ ຂ້ານ້ອຍເມື່ອຍຫລາຍ ປະກາບໍ່ຢາກປະ ຢູ່ນຳກັນກໍ່ບໍ່ເປັນຕາຍາກຢູ່
ປ-ຽບເໝືອນໜາມປັກມື ເຈັບບໍ່ເຖິງຕາຍ ແຕ່ມັນອຶດອັດ
10.ລູກລອຍຕັດນ້ຳມັນບໍ່ມັກຕັດນ້ຳ ປ່ຽນຫລາຍຄັ້ງກໍ່ເປັນແບບເກົ່າ ເດິກໆມານ້ຳມັກລົ້ນ ແມ່ມັກໂທລົງມາໃຫ້ໄປປິດວາວ ລາວກໍ່ຢາກຮ້າຍອາລົມເສຍ ມີເທື່ອໜື່ງທ່ຽງຄືນແມ່ໂທມາບອກ ນ້ຳລົ້ນມອດນ້ຳແດ່ ລາວກໍ່ບໍ່ລຸກ ລາວບອກຂ້ອຍວ່າຢ່າມັນ ເພາະມື້ນັ້ນລາວຄືຊິເພຍ ເພາະໄປເຮືອນໝູ່ມາເດ້ແຕ່ເຊົ້າຈົນມືດ
ຂ້ານ້ອຍ ຕ້ອງໄດ້ລຸກໄປມອດເອງ ມືດກາມືດ ປ່າຮົກກໍ່ປານນັ້ນ ລາວນອນເສີຍ ບໍ່ຍອມລຸກນຳຫລັງມາ ບໍ່ຫ່ວງວ່າ ເດິກແລ້ວ ຍ້ານໂຈນ ຍ້ານ ງູ ຍ້ານແມງງອດ ຫລື ຫຍັງຈັກຍ່າງ ເຮັດໃສ່ເມຍ ບໍ່ ບໍ່ ລາວບໍ່ຄິດ ນອນເສີຍ ບໍ່ສົນໃຈ ນີ້ຫວາຄົນຮັກກັນ
11. ມີເທື່ອໜື່ງລາວນັ່ງກິນເບຍກັບໝູ່ ນ້ຳກິນໝົດ ເມຍໄປຫາມຕຸກນ້ຳ 20 ລິດມາບັກໄກໆ ລາວນັ່ງເສີຍບໍ່ສົນວ່າຊິມາຍາດຊ່ວຍ . ຮັກເມຍຫ່ວງເມຍບໍ່ໃຫ້ເຮັດແນວໜັກ.ບໍ່ມີໃນຄວາມຄິດລາວ .
12.ເຄີຍໄປກິນເບຍມາຈົນເດິກ ຕອນເຊົ້າບອກເມຍວ່າມື້ແລງແກງໜໍ່ໄມ້ກິນເນາະບໍ່ໄດ້ກິນດົນແລ້ວຢາກ. ເມຍເລີກການມາ ຟ້າວໄປຕະຫລາດ ຊື້ເຄື່ອງມາແກງໜໍ່ໄມ້ ໜື່ງເຂົ້າໜື່ງນ້ຳໄວ້ຖ້າ ໂທຫາຜົວ ຜົວຕອບວ່າ ກິນເບຍນຳໝູ່ ເຂົາຊື້ລົດໃໝ່ ລ້າງລົດ ຢູ່ບໍ່ດົນດອກຈັກໜ້ອຍເມືອ
ຖ້າຈົນເດິກກາບໍ່ມາ
13. ມີເທື່ອໜື່ງ ອ້າຍເຂີຍຊວນເຮັດກິນຊຸມກັນ ກຳລັງແຕ່ງກິນໄກ້ຈະແລ້ວ ກຳລັງຫາພາເຂົ້າ ໝູ່ລາວໂທມາຊວນໄປເຕະບານ ທັ້ງໆທີ່ຝົນກໍ່ຕົກ ຍິບຍັບ ຝົນຝອຍແຕ່ລາວກໍ່ລຸຍໄປ ບໍ່ສົນພາເຂົ້າພານ້ຳ ບໍ່ສົນພີ່ສົນນ້ອງ
14. ເຄີຍຊວນລາວໄປເຮືອນລຸງຜັນເຮັດມັດແຂນ ລາວບອກ ວ່າ ບໍ່ໄປ ເຈົ້າໄປສະ ຂ້ອຍອາຍເພິ່ນ ຂ້ອຍຍັງບໍ່ທັນເຮັດວຽກ ແຕ່ໄປມັດແຂນເຮືອຮໝູ່ລາວໄປ ກິນເບຍຊຸມເບຍ ເຮືອນ ໝູ່ ລາວໄປ ລາວບໍ່ອາຍ
15.ພີ່ນ້ອງອ້າຍເຂີຍເພິ່ນມາເຮັດມັດແຂນໃຫ້ເພິ່ນຈັບໄກ່ມາຜູ້ລະໂຕ ເພາະຮີດຊຳເໜືອ ແມ່ຕາຍ ພີ່ນ້ອງຕ້ອງເຮັດມັດແຂນໃຫ້ ໂທບອກ ລາວວ່າເຈົ້າເລີກ
ຮຽນແລ້ວມາເຮືອນໄວແດ່ເດີ້ ມາເຮັດວຽກຊ່ວຍກັນ ພີ່ນ້ອງອ້າຍເຂີຍມາເຮັດມັດແຂນນ້ອຍໃຫ້ ລາວຕອບເອີໆຈັກໜ້ອຍເມືອ ແວ່ເຮືອນໝູ່ກ່ອນ ເຂົາເຮັດມັດແຂນ ລາວເອົາໝູ່ສຳຄັນກວ່າຄົນໃນຄອບຄົວ ລາວເຮັດຖືກບໍ່ອາຈານ ວຽກເຮືອນມີ ເຮົາຄາວຽກ ເປັນຫຍັງ ຕ້ອງໄປເຮືອນໝູ່
ຈົນເກົ້າໂມງຈື່ງມາເຮືອນ
16. ມີມື້ໜື່ງເສຍຫຍ້າໜ້າບ້ານຂ້ານ້ອຍເຄີຍເວົ້າໃຫ້ຫລານ ອາຍຸ 3 ປີ ວ່າ ຈັ່ງແມ່ນດຸຈັ່ງແມ່ນໝັ້ນ ຍາດສຽບໄປເສຍຫຍ້າ ຜູ້ຢາກໃຫ້ເຮັດພັດບໍ່ເຮັດ ຜູ້ບໍ່ຢາກໃຫ້ເຮັດພັດພັດຍາດເຮັດ ໃຫຍ່ມາຢ່າຂີ້ຄ້ານເດິ້..ຜົວໄດ້ຍິນກໍ່ເວົາຂື້ນວ່າ ສັນດານ ທັງເວົ້າທັງຕາສັກໃສ່ ອາຈານວ່າລາວເຮັດຖືກບໍ່ ນີ້ຫວາຜູ້ຊາຍ ນີ້ຫວາສຸພາບບຸລຸດ ຂ້ານ້ອຍເວົ້າຄຳສຳນີ້ມັນເຈັບຫລາຍຫວາ ເວົ້າເພື່ອຍາກໃຫ້ຮູ້ວ່າ ເດກນ້ອຍໆ ກາຍັງຮູ້ຢາກຊ່ວຍ ແຕ່ເຈົ້າຜູ້ໃຫຍ່ແທ້ໆ ພັດບໍ່ຮູ້ເຮັດຮູ້ຊ່ວຍຖ້າແຕ່ບອກ ຈື່ງເຮັດ ຖ້າບໍ່ບອກກໍ່ແມ່ນແລ້ວ ເປັນແບບນີ້ ອີ່ຫລີ ສາບານໄດ້ . ແລ້ວເປັນຫຍັງມາເວົ້າໃສ້ ຂ້ານ້ອຍວ່າສັນຕານ
ຄຶດໄປຄຶດມາຂ້ານ້ອຍກໍ່ເປັນຜູ້ຍິງທີ່ໂງ່ ທີ່ສຸດ ຂະໜາດຜູ້ຊາຍເຂົາບໍ່ໃຫ້ກຽດເຂົາບໍ່ຮັກບໍ່ແຄ ກໍ່ຍັງອົດຊ້ຊີວິດຢູ່ກັບເຂົາ ມາຕັ້ງຫລາຍປີ
ຂ້ານ້ອຍຄວນເຮັດແນວໃດ ອາຈານຊ່ວຍຊີ້ແນະ
17. ເຄີຍຄຽດໃຫ້ລາວ ເພາະລາວບໍ່ຮູ້ຈັກຄວາມ .ຕອນສວຍຂ້ານ້ອຍກຳລັງເຮັດການລາວໂທມາຄອບ ວ່າ ຂ້ອຍກິນເຫລົ້າຢູ່ເຮືອນເດິ້ ໝູ່ ກັບ ນ້ອງຊາຍມາຫລີ້ນນຳ ຕົ້ມໝູນ້ອຍໂຕໜື່ງ ເຫລົ້າ ຈອນນີ້ ໂກ ແກ້ວໜື່ງ ຄັນກິນບໍ່ອີ່ມ ຂໍເປັດແດ່ເດິ້ 1 ໂຕ ຂ້ານ້ອຍຕອບວ່າ ກິນໄດ້ ແຕ່ກິນຮູ້ກິນຮູ້ເຊົາເດິ້ ສ່ວນເປັດ ຂ້ອຍບໍ່ໃຫ້ ເພາະຕັ້ງແຕ່ລ້ຽງມາຂ້ອຍຍັງບໍ່ທັນໄດ້ຂາຍ ຍັງບໍ່ທັນໄດ້ກິນຈັກໂຕ .ຊິເອົາໃຫ້ໝູ່ກິນ ມັນບໍ່ຄືຕີ້ .ລາວກໍ່ຕອບເອີຢ່າລະ.ກິນແຕ່ຕົ້ມໝູກາໄດ້ . ພໍວາງສາຍຂ້ານ້ອຍກໍ່ຄິດໃນໃຈວ່າ ເປັນຫຍັງລາວຫາກໍ່ກິນຢູ່ເຮືອນແມ່ ສອງສາມມື້ກ່ອນນັ້ນ ເປັນຫຍັງມື້ນີ້ຕ້ອງຊຸມເບນອີກ.ຂ້ອຍກຳລັງວຸ້ນວຽກເຮັດວຽກເມື່ອຍ ໃນນາທີນັ້ນ ແລະໃນນາທີດຽວກັນລາວກຳລັງເປິດເພັງສຽງດັງ ແລະຍົກແກ້ງເຫລົ້າ ເວົ້າດັງ ລົມມ່ວນ. ແຖມມາຂໍເປັດທີ່ຫາກໍ່ລ້ຽງ ເຈົ້າຂອງເອງກໍ່ບໍ່ທັນໄດ້ກິນ ແຕ່ກັບຈະເອົາໄປປັນໝູ່ຂີ້ເຫລົ້າກິນ ລາວເອົາສ່ວນໃດຄິດ
ບໍ່ໄດ້ຂີ້ຖີ່ແຕ່ມັນ ເຈັບໃຈ ວ່າ.ເຮົາທຸກ ເຂົາສຸກ .ເປັນຫຍັງບໍ່ທຸກນຳກັນ ບໍ່ສຸກນຳກັນ. ຍາມເຈັບເປັນໃຜເບິ່ງ ຖ້າບໍ່ແມ່ນຄອບຄົວ.
ແຕ່ເວລາກິນເປັນຫຍັງບໍ່ມີຄຳວ່າຄອບຄົວ.ເວລາທຸກ ເວລາເຈັບເປັນ ໝູ່ ຢູ່ໃສ ບໍ່ມີ. ນັ່ງເຮັດວຽກໄປຄິດໄປ ຄົນດຽວ
ແລ້ວກໍ່ບອກຕົນເອງວ່າ ຢ່າ ເທະ ດີກ່ວາເຂົາໄປກິນທາງອື່ນ .ກິນຢູ່ເຮືອນກາດີແລ້ວ.ລະ. ຄ່ຳເລີກການເມືອ ຍັງບໍ່ເລີກວົງເຫລົ້າ ແຖມເອົາເບຍມາກິນຕື່ມ
ເຫລົ້າສາມຂວດ ເບຍສອງລັງ .ມາຮອດເຮືອນວ່າຊິໄປໜື່ງເຂົ້າ.ເຂົ້າກໍ່ບໍ່ໝ່າ.ນັ່ງກິນເຫລົ້າໝົດມື້.ບໍ່ໝ່າເຂົ້າ ຖ້າກິນຮູ້ຈັກຄວາມມື້ນັ້ນກໍ່ວ່າຊິບໍ່ຄຽດ
ເພາະເວົ້າກັບຕົນເອງແລ້ວຕອນຢູ່ຫ້ອງການ.ແຕ່ມາເຮືອນ ເຫັນສະພາບເຮືອນ ອາລົມກໍ່ເລິ່ມປ່ຽນ. ເປັດກໍ່ບໍ່ເກືອ ເຫັນແລ້ວໂມໂຫ.ແຖມແມ່ພັດເປັນວິນເຈັບຫົວ
ແລະເປັນຫວັດ ຂີ້ລົດອອກໄປຊື້ຢາໃຫ້ແມ່ ອ້າຍເຂີຍພັດໃຫ້ພາໄປຕະຫລາດ ກັບມາແຕ່ຕະຫລາດຍ່າງມາເຮືອນ ພັດເຫັນຜູ້ຍິງສອງສາມຄົນນັ່ງກິນເບຍ ຄິດວ່າຊິເລິກວົງເຫລົ້າພັດໂທເອິ້ນໝູ່ມາຕື່ມ . ຂ້ານ້ອຍລືມຊື້ຢາໃຫ້ແມ່ ເລີຍກັບອອກໄປຊື້ຢາ ແລະໄປນັ່ງກິນເຂົ້າປຽກ ຢູ່ຮ້ານແຖວໂຮງໝໍ ດົນບຸດໜຶ່ງ ສາມີໂທນຳ ລາວຖາມວ່າ ເຈົ້າຢູ່ໃສ ເມຍຕອບ ຢູ່ນອກ
ຜົວຖາມເຈົ້າອອກໄປໃສ ເມຍຕອບ ຂິ້ລົດເລາະແຖວນີ້ລະ ອອກໄປຊື້ຢາໃຫ້ແມ່ ຜົວຖາມຊື້ຢາຫຍັງ ດົນແທ້ ເຂົ້າມາທະແມ້ ໝູ່ມາຫລິ້ນນຳ
ເອົາແທ້ເອົາວ່າ ເນາະ ມັນເປັນຫຍັງ ດຽວນີ້ ກິນສ່ຳນີ້ກາບໍ່ໄດ້ຫວາ ໃຫ້ຂ້ອຍເຮັດແນວໃດສັ້ນ ໃຫ້ຂ້ອຍໄລ່ເຂົາເມືອ ສ່ຳເບາະ ເວົ້ານ້ຳສຽງ ແບບ ຢາກຮ້າຍ ເມຍຕອບ ຢາກຮ້າຍຄືນ ເພາະຄົນມັນກຳລັງອົດທົນຢູ່ ແຕ່ ຜົວມາເວົ້າແຍ່ ບັ້ງອົດເລີຍແຕກ ເລີຍເວົ້າຕອບໄປວ່າ ຂ້ອຍບໍ່ໄດ້ຮ້າຍ
ກິນຮູ້ກິນຂ້ອຍບໍ່ຮ້າຍ ໂທຄອບຂ້ອຍ ຂ້ອຍກໍ່ໃຫ້ກິນແລ້ວ ແຕ່ເຈົ້າເອງກິນບໍ່ຊ່າງກິນ ຢ່າບໍ່ຕ້ອງເວົ້າໃຫ້ຜິດກັນ ເຈົ້າເຮັດຖືກແລ້ວເຈົ້າກາເຮັດ
ແລ້ວແຕ່ເຈົ້າຊິຄິດ. ເວົ້າແລ້ວກໍ່ວາງສາຍ. ກິນເຂົ້າປຽກອີ່ມແລ້ວ ກໍ່ໄປຊື້ໄຂ່ປີ້ງ ແລະ ປີ້ງເອັນເມືອຕ້ອນ ແລະ ບອກຕົວເອງວ່າ ຢ່າເດີ້ໃຈເດິ້ ອົດເອົາ
ບໍ່ໂກດ ບໍ່ຮ້າຍ ອົດ ອົດ ອົດ ທ່ອງໃນໃຈ . ເມືອຮອດເຮືອນເຫັນຄົນນັ່ງກິນເບຍເຕັມ ເຮືອນ ແລະສັ່ງມາເພີ້ມອີກ 1 ລັງ . ເຂົາກໍ່ເອິ້ນມາແມ້ເອື້ອຍກິນເບຍ ນຳກັນ ເມຍກໍ່ຕອບໄປ ໄດ້ແລ້ວຂອບໃຈ ຂ້ອຍກິນບໍ່ໄດ້ ແລ້ວກໍ່ຫາຈັດຂອງກິນໃສ່ຈານໄປເສີບໃຫ້ກິນ
ເອົາປາມືກແຫ້ງໃສ່ຈານໄປເສີບ ເອົາເຂົ້າໃຫ້ກິນ ເອົາໝາກຍົມເຊື່ອມໄປໃຫ້ກິນ ຂ້ອຍກາເຮັດສ່ຳນີ້ລະເອົາສ່ຳໃດ. ຕໍ່ໜ້າໝູ່ຄູ່ ກໍ່ບໍ່ເຄີຍຮ້າຍເຄີຍເວົ້າເຄີຍດ່າ ເຮັດຂອງກິນໃຫ້ກິນຕະຫລອດ ຕ້ອນຮັບຕະຫລອດ ມີຫຍັງໝູ່ຄູ່ເມືອຈື່ງລົມກັນ ໃຫ້ກຽດລາວສະເໝີ ແຕ່ລາວບໍ່ເຄີຍໃຫ້ກຽດຜູ້ຍິງຄົນນີ້ເລີຍ .ກິນຈົນເດິກຈື່ງເຊົາ.ເມົາແລ້ວກໍ່ນອນ. ເຄື່ອງກໍ່ກອງຊະ ແມ່ນໃຜເປັນຄົນມ້ຽນ.ຕື່ນກາສວຍ.ກິນແລ້ວບໍ່ມີຄວາມຮັບຜິດຊອບ.ກິນແລ້ວເຮັດບົກຜ່ອງຕໍ່ຄອບຄອບ.ມີຄວາມສຸກແຕ່ຕົນເອງແຕ່ຄອບຄົວເປັນທຸກ
ຖ້າກິນແຕ່ຮູ້ຮັບຜິດຊອບ.ກາຊິບໍ່ຄຽດໃຫ້.ແຕ່ນິ້ບໍ່ຮູ້ຄວາມ ຕື່ນມາແທນທີ່ຈະ ຂໍໂທດເມຍ ວ່າ ຂໍໂທດເດິ້ ວ່າຊິກິນແຕ່ຕອນສວຍ ພັດກິນເລີຍມາຈົນເດິກ ມື້ໜ້າບໍ່ໃຫ້ມີອີກດອກ.ຕ້ອງການແຄ່ນີ້ເວົ້າອອ່ນເວົ້າຫວານນຳເທົ່ານີ້ກໍ່ໃຈອອ່ນແລ້ວ. ແຕ່ນີ້ເພິ່ນກາພໍເພິ່ນຕື່ນມາເຮັດຢາກຮ້າຍຂືງຂັງໃສ່ເມຍຊ້ຳ.ຢ່າງກາຍໄປກາຍມາເຮັດກາປຶດກະປັດ.ຍິ່ງເຮັດໃຫ້ເມຍໃຈໂມໂຫ ຈາກຄຽດ 50 % ກັບຄຽດ ເຕັມ 100 %. ບໍ່ປາກນຳກັນເປັນ ສີ່ຫ້າມຶ້ .ລາວເອງກໍ່ຄົງອຶດອັດ. ກໍ່ເລີຍເລີ່ມເວົ້າເລີ່ມຖາມ .ເຊັ່ນ ເຮັດຫຍັງກິນຕອນແລງ ເມຍກໍ່ຕອບແບບເວົ້າຍາກເວົ້າບໍ່ອອກ ດພາະບໍ່ຢາກເວົ້ານຳ ຍັງຊັງຍັງຄຽດຢູ່ ຈື່ງຕອບສັ້ນໆ ບໍ່ຮູ້ ຖາມຫຍັງມາ ຖາມຄຳຕອບຄຳ ເຮັດໃຫ້ສາມີຢາກຮ້າຍ ໂມໂຫຂື້ນ ແລ້ວກາເວົ້າວ່າ ຊິດີກັນລະດີໃດ ຄຽດຫລາຍມື້ລະຍັງບໍ່ເຊົາອີກເບາະ ບໍ່ມັກໃຫ້ໝູ່ມາເຮືອນມື້ໜ້າກາຊິບອກເຂົາວ່າບໍ່ຕ້ອງມາອີກ. ເຈົ້າບໍ່ສົນນຳໝູ່ຂ້ອຍຂ້ອຍກາຊິບໍ່ສົນນຳໝູ່ເຈົ້າຄືກັນ. ເອົາແທ້ ເອົາວ່າ ຄຽດບໍ່ຮູ້ຈັກເຊົາ
ທັງເວົ້າທັງໜ້າຕາໃຊ້ອາລົມໃສ່.ເມຍຈາກທີ່ ມິດ ງຽບ ບໍ່ເວົ້າມາຫລາຍມື້ແຕ່ພໍໄດ້ຍິນຜົວເວົ້າແນວນັ້ນກໍ່ອົດບໍ່ຢູ່ເລີຍຕອບໄປວ່າ ຂ້ອຍບໍ່ເຮັດນຳໝູ່ເຈົ້າຢູ່ໃສ ຂ້ອຍກາຕ້ອນຮັບທຸກຄັ້ງທີ່ເຂົາມາ ຂ້ອຍແຕ່ງກິນໃຫ້ກິນທຸກຄັ້ງ ເຈົ້າຍັງມີໜ້າມາເວົ້າແນວນີ້ກັບຂ້ອຍອີກຫວາ
ບໍ່ຕ້ອງມາເວົ້າໃສ່ຂ້ອຍດອກວ່າໝູ່ຂ້ອຍມາແລ້ວເຈົ້າຊິບໍ່ສົນ ເຈົ້າກາບໍ່ສົນແຕ່ໃດມາແລ້ວ ຊວນໄປມັດແຂນ . ໄປເຮືອນບຸນ .ເຮືອນດີ ພີ່ນ້ອງ ຫລືເຮືອນໝູ່ ເຈົ້າກໍ່ປະຕິເສດຕະຫລອດ ແຕ່ຂ້ອຍເຮັດນຳພີ່ນ້ອງເຈົ້າ,ຄອບຄົວເຈົ້າເອົາແທ້ເອົາວ່າ ບໍ່ໄດ້ຢູ່ໄດ້ເຊົາ.ບໍ່ມີຮອດເວລາມານັ່ງກິນນຳໝູ່
ເຈົ້າຍັງມາເວົ້າແນວນີ້ອີກຫວາ ຜົວຕອບ ເອີຊັ້ນມື້ໜ້າເຈົ້າກາບໍ່ຕ້ອງເຮັດ.ບໍ່ຕ້ອງໄປ ເຮືອນພີ່ນ້ອງຂ້ອຍນະ . ຟັງລາວຕອບແມ້ ອາຈານວ່າລາວຕອບຖືກບໍ່ .ຂ້ານ້ອຍເຮັດບໍ່ໄດ້ຄືລາວເວົ້າຫັ້ນ ຂ້ານ້ອຍເຮັດທຸກຢ່າງເພື່ອໃຫ້ພີ່ນ້ອງເພິ່ນຮັກເພິ່ນອີ່ດູຕົນ.ເມື່ອຍປານໃດກໍ່ອົດ. ແຕ່ເຮັດດີສຳ່ນີ້ລາວຍັງມາເວົ້າແນວນີ້ອີກ. ກໍ່ເລີຍອະທິບາຍໃຫ້ລາວຟັງວ່າ ທີ່ຂ້ອຍຄຽດ ເພາະເຈົ້າກິນບໍ່ເປັນ ກິນບໍ່ຮູ້ຈັກຄວາມ. ເລື່ອງກິນ ກິນເປັນ ຂ້ອຍບໍ່ຫ້າມ ອັນນີ້ກິນແຕ່ສວຍຈົນເດິກ .ປານນັ້ນຮ້າຍໝວດຫ້ອງແຖວເຂົາຊຸມແຊວເດິກ ບາດເຈົ້າຂອງເຮືອນເຊົ່າເອງພັດກິນເດິກ ມື້ໜ້າໄປຮ້າຍເຂົາ ເຂົາຊິຟັງເຈົ້າຫວາ ໄປບອກເຂົາກາຊິໜ້າອາຍບອກຕີ້ ຕົນເອງກາຍັງກິນ. ຕົນເອງບໍ່ເປັນແບບຢ່າງທີ່ດີ.ມີລູກມີຫລານກາບອກລູກສອນຫລານບໍ່ໄດ້ ຖ້າຕົວເຮົາເອງບໍ່ປະພຶດແບບຍ່າງທີ່ດີໃຫ້ເຂົາເຫັນ
ຜົວເວົ້າ ເຊົາໆ ຢ່າຈົ່ມຫລາຍເວົ້າຫລາຍ ຊິດີລະດີໃດ ຢ່າມາເຮັດເກັ່ງໃສ່ຂ້ອຍຢູ່ນີ້ໃດ.ເກັ່ງຫລາຍ.ພວມຊິສະອອນເຈົ້າຕວະ ບໍ່ແມ່ນໜ້າແມ່ຂ້ອຍໃດ
ທັງເວົ້າ ທັງຊີ້ໜ້າ ລາວເວົ້າຄຳນີ້ອອກມາຈາກປາກຂອງລາວ.ໄດ້ແນວໃດ.ເລິ່ມແຕ່ປີ 2011 ມານີ້ລາວເວົ້າແຕ່ລະຄຳເຈັບຫລາຍ.ລາວປ່ຽນໄປຫລາຍ.ນີ້ຫວາຜູ້ຊາຍທີ່ເຮົາຮັກແລະໃຫ້ກຽດ.ແຕ່ເປັນຫຍັງເຂົາບໍ່ໃຫ້ກຽດເຮົາ.
ເມຍເລີຍເວົ້າຂື້ນ ໂຫ້ ! ເຈົ້າກ້າເວົ້າໃຫ້ຂ້ອຍປານນີ້ພຸ້ນຫວາ.ວ່າລະບໍ່ແມ່ນໜ້າແມ່.ຄິດຄັກລະຈື່ງເວົ້າຄຳນີ້ອອກມາ.ຂ້ອຍຟັງລະເຈັບຂະໜາດ
ເພາະຂ້ອຍບໍ່ເຄີຍເວົ້າຄຳຫຍາບໃສ່ເຈົ້າຈັກເທື່ອ.ນີ້ຫວາຄຳຂໍຄືນດີເຈົ້າເວົ້າແບບນີ້ຫວາ. ຜົວກໍ່ຕອບ ເອີ ຊິເປັນຫຍັງ ແນວເຈົ້າກໍ່ບໍ່ແມ່ນໜ້າແມ່ຂ້ອຍອີ່ຫລີ ໜ້າແມ່ຂ້ອຍເປັນແບບນີ້ຊຳເບາະ ຂ້ອຍກາເວົ້າຖືກລະເດ້ ກາບໍ່ແມ່ນໜ້າແມ່ຂ້ອຍ. ແລ້ວລາວກໍ່ເວົາປ່ຽນເລື່ອງ ຢາກດີລະດີ ຊະ ເຊົາຊະເຊົາຄຽດຫັ້ນ ຂ້ອຍບອກຫລາຍເທື່ອແລ້ວວ່າຢ່າຄຽດ ຂ້ອຍບໍ່ມັກ. ຄຽດບຸດໜື່ງລະໃຫ້ເຊົາ
ຄັນບໍ່ເຊົາຄຽດລະປະກັນເບາະ ເອີ້ນມາເວົ້າກັນ ມີຫຍັງຂ້ອຍກາຊິເວົ້າອອກມາໝົດ . ສ່ຳໝູ່ມາກິນເບຍ ນ້ອງມາກິນເບຍກາຄຽດ ກາຜິດ ເອີເວົ້າກັນ
ຂ້ານ້ອຍທັງຊັງທັງເບື່ອ .ຄຳເວົ້າລາວທີ່ສຸດ. ບໍ່ຢາກຖຽງ ໃຫ້ເປັນເລື່ອງໃຫ້ ບໍ່ຢາກໃຫ້ແມ່ຮູ້ ອົດເດີອົດ .ບອກຕົວເອງ ແລ້ວກໍ່ຍ່າງໜີ.
ແຕ່ສຸດທ້າຍເວລາຜ່ານໄປກໍ່ດີກັນຄືເກົ່າ. ຂ້ານ້ອຍໂງ່ຫລາຍແມ່ນບໍ່ ຍອມລາວທັ້ງທີ່ລາວເວົ້າລາວດ່າບໍ່ໃຫ້ກຽດ ຍັງບໍ່ໜີຈາກລາວ
ຕ່າງຄົນຕ່າງຄິດວ່າຕົນເອງຖືກ ແລະ ດີ ສະນັ້ນ ຂ້ານ້ອຍຈື່ງເລົ່າເລື່ອງນີ້ ໃຫ້ ອາຈານ ແລະ ຜູ້ອ່ານເນັດຟັງ ແລະ ຊ່ວຍ ບອກແດ່ ວ່າ
ໃຜຖືກ ໃຜຜິດ ໃຜຄວນປ່ຽນແປງ. ເພາະ ອາຈານ ເປັນຄົນກາງ ບໍ່ຮູ້ຈັກກັນ ບໍ່ເຂົ້າຂ້າງ ຝ່າຍໃດ ຝ່າຍ ໜື່ງ ຄຳຕອບນັ້ນຈຶ່ງຢຸດຕິທຳ
ຖ້າຕອບເອງ ຂ້ານ້ອຍກາວ່າຂ້ານ້ອຍດີ ຖ້າຖາມຜົວ ຂ້ານ້ອຍ ລາວກໍ່ຊິວ່າລາວດີ.
ຂໍໂທດເດີ້ ເວົ້າຫລາຍເວົ້າຍາວ ແຕ່ ຂ້າພະເຈົ້າບໍ່ມີບ່ອນລະບາຍ ບໍ່ກ້າເລົ່າໃຫ້ຄົນ ຮູ້ຈັກຟັງ. ມັນເປັນເລື່ອງສ່ວນຕົວ ອາຍເພິ່ນ ຖ້າມື້ໃດອົດສຸດຂີດແລ້ວ ຈັ່ງໃດກໍ່ຕັດໄດ້ແລ້ວຈື່ງຊິເວົ້າໃຫ້ຄອບຄົວ ຟັງ. ຂອບໃຈອາຈານທີ່ມາຕັ້ງກະທູ້ໄວ້ ໃຫ້ຂະນ້ອຍໄດ້ລະບາຍ
ເລື່ອງທີ່ເສຍໃຈເພາະລາວ ຍັງມີຫລາຍ ເລົ່າໝົດມື້ກາບໍ່ຈົບ.
[ /b]



ກ່ອນອື່ນກໍ່ຂໍ ນະມັດສະການ ພຣະອາຈານກ່ອນເລີຍ.
ບາດນີ້ກໍ່ມາຕອບ ຕ່າຍ ມີໄຊ, ຄິດວ່າຄົງເປັນເລື່ອງຂອງຕ່າຍ ມີໄຊເອງ ເພາະວ່າ ເລົ່າເລື່ອງໄດ້ລະອຽດລະອໍ ປານຕາເຫັນ ອິອິອິ.

ສາເຫດຫລັກໆແລ້ວແມ່ນເປັນນຳຜູ້ຊາຍ(ຜູ້ເປັນຜົວ) ທີ່ເມື່ອຜິດຫວັງ ກັບຫນ້າທີ່ການງານ ແລ້ວກໍ່ເກີດມີອາການຫຍໍ້ທໍ້, ທໍ້ແທ້, ບໍ່ມີກະຈິ ກະໃຈ
ຈະເຮັດຫຍັງໃຫ້ສຳເລັດໄດ້ຕໍ່ໄປອີກແລ້ວ.
-ເມື່ອບໍ່ໄດ້ເຮັດວຽກທີ່ຕົນຢາກເຮັດ ກໍ່ບໍ່ຢາກເສຍສັກສີ ຈຶ່ງບໍຢອມເຮັດວຽກອື່ນໃດໆເລີຍ.
-ເມື່ອບໍ່ມີວຽກຫຍັງເຮັດ ກໍ່ເກີດອາການກຸ້ມໃຈ ຈຶ່ງໄປຫາທາງອອກນຳການປຶກສາກັບຫມູ່ຄູ່.
-ເມື່ອຫມູ່ສະແດງຄວາມເຫັນອົກເຫັນໃຈຕົນ ຈຶ່ງຄິດວ່າຫມູ່ດີທີ່ສຸດ ແລະ ເວລາຢູ່ນຳຫມູ່ ຈະຮູ້ສຶກສະບາຍໃຈ, ບໍ່ອຶດອັດ
ເພາະຫມູ່ ບໍ່ເຄີຍຊ້ຳເຕີມວ່າ "ເຕະຝຸ່ນ"(ເຊິ່ງເປັນຄຳທີ່ແທງໃຈທີ່ສຸດສຳຫລັບຄົນຫວ່າງງານ)
-ບໍ່ຕ້ອງການໄປຫາພີ່ນ້ອງທາງໃດ ເພາະຢ້ານເຂົາເວົ້າໃຫ້ ວ່າ "ເຕະຝຸ່ນ" "ຂີ້ຄ້ານ" "ໄຮ້ປະໂຫຍດ" "ເກາະເມຍກິນ" "ສັນດານ" .
-ແຕ່ມີຢູ່ຄົນດຽວທີ່ຕ້ອງເຈີກັນຢູ່ເລື້ອຍໆ ແລະຈະເຮັດແນວໃດດີ ເພື່ອບໍ່ຢາກໃຫ້ຄົນຄົນນັ້ນ ເວົ້າຄຳທີ່ແທງໃຈ ຄຳໃດ ຄຳຫນຶ່ງຂ້າງເທິງ
ຄົນຄົນນັ້ນກໍ່ຄືເມຍສຸດທີ່ຮັກ.
-ພໍເວລາຜ່ານໄປ ເຖິງວ່າເມຍຈະບໍ່ໄດ້ເວົ້າຄຳເຫລົ່ານັ້ນໂດຍກົງ ແຕ່ກໍ່ຮູ້ສຶກລະອາຍໃນໃຈ ວ່າ ເຮົາກຳລັງຈະກາຍເປັນຄົນບໍ່ດີ,
ຄົນທີ່ບໍ່ເປັນປະໂຫຍດ, ຄົນທີ່ບໍ່ມີຄຸນຄ່າ, ເປັນພາລະຂອງຄອບຄົວ, ຍິ່ງຢູ່ໄປ ຍິ່ງຈະເລວລ້າຍລົງໄປເທົ່ານັ້ນ, ຈະເຮັດແນວໃດດີ
-ແລ້ວກໍ່ເລີ່ມ ໄປຫາຫມູ່ເລື້ອຍໆ ເພາະຫມູ່ ຈະບໍ່ເຄີຍຊ້ຳເຕີມ ຢູ່ກັບຫມູ່ແລ້ວຮູ້ສຶກວ່າຕົວເອງມີຄຸນຄ່າ(ມີຄຸນຄ່າໄປວັນໆ ຄຸນຄ່າຈອມປອມ).
-ຫນ້າເສຍດາຍ ທີ່ເວລາມັນຜ່ານໄປໄວວາ ແຕ່ງານກໍ່ຍັງບໍ່ມີໃຫ້ທຳ ກໍ່ຍິ່ງເກີດຄວາມຄຽດ, ເຄັ່ງຕຶງ, ເກັບກົດໄປວັນໆ ບໍ່ມີໃຜໃຫ້ທາງອອກໄດ້ເລີຍ.
-ບໍ່ມີຫນ້າຈະໄປສູ້ຫນ້າ ພີ່ນ້ອງທາງໃດໄດ້ ໃນເມື່ອເຮົາເອງກໍ່ຍັງຄິດວ່າຕົວເອງນີ້ບໍ່ດີແລ້ວ ຈະໄປໃຫ້ພວກເພິ່ນຊ້ຳເຕີມອີກເຮັດຫຍັງ? ເຮົາມັນຊົ່ວ.
-ວຽກບ້ານການເຮືອນ ມັນບໍ່ແມ່ນສະຕາຍຂອງເຮົາເລີຍ ຍອມເຮັດຢ່າງອື່ນແທນການເຮັດວຽກເຮືອນ ແຕ່ເຮັດຫຍັງລະ? ບໍ່ມີຫຍັງເຫມາະໃຫ້ຄົນຢ່າງເຮົາເຮັດຢູ່ດີ.
-ການທີ່ເມຍມາບອກເຮົາເຮັດນັ້ນ ເຮັດນີ້ ມັນເບິ່ງຄືເປັນການອອກຄຳສັ່ງບໍ໋ນິ? ຊ້ຳເຕີມຄົນທີ່ບໍ່ມີວຽກເຮັດງານທຳບໍ໋ນິ? ຫລື ຢາກເວົ້າວ່າ ເຮົາຂີ້ຄ້ານທາງອ້ອມບໍ໋ນິ? ເມຍເປັນຄົນທີ່ເຮົາແຄທີ່ສຸດ ໄກ້ຊິດທີ່ສຸດ ຫາກຄຳວ່າເຮົາຂີ້ຄ້ານອອກມາຈາກປາກເມຍຂອງເຮົາແມ່ນ ຈົບເລີຍເຮົາ
ຊົ່ວສຸດສຸດ, ບາງຄັ້ງເຮົາກໍ່ກະວ່າຈະຫມ່າເຂົ້າຕາມທີ່ເມຍບອກນັ້ນແຫລະ ແຕ່ຟາດວ່າລືມຫມ່າເຂົ້າຈ້ອຍ ຮ່າມັນນິ ເມຍແຮ່ງຈະຄິດວ່າເຮົາບໍ່ດີຄັກ,
ບໍ່ມີໃຜອີກລະໃດບາດນິ ຍັງແຕ່ຫມູ່ນີ້ແຫລະທີ່ຍັງພໍເປັນທີ່ເພິ່ງທາງໃຈທີ່ສຸດທ້າຍ ທີ່ເພິ່ງທີ່ບໍ່ມີວັນຊ້ຳເຕີມເຮົາ.
-ເມື່ອຄວາມອຸກອັ່ງໃຈ ເຖິງຂັ້ນທີ່ສຸດຂອງທີ່ສຸດ ຈະເກີດຫຍັງຂຶ້ນກັບເຮົາຕໍ່ລະບາດນິ? ອຸກອັ່ງໃຈ ທີ່ຕົນເອງບໍ່ມີວຽກເຮັດ ງານທຳ,
ອຸກອັ່ງໃຈ ທີ່ຄົນທີ່ບໍ່ເຄີຍຕົກອັບຢ່າງເຮົາ ຕ້ອງມາເຈີສະພາບທີ່ ຫນ້າສົມເພດສຸດໆ, ອຸກອັ່ງໃຈ ທີ່ຄົນອ້ອມຂ້າງ ມອງເຮົາໃນແງ່ລົບໄປແລ້ວ,
ອຸກອັ່ງໃຈ ທີ່ເຮົາບໍ່ສາມາດຄວາມຄຸມສະຕາຊີວິດຂອງຕົວເອງໄດ້ເລີຍໃນເວລານີ້, ຊີວິດຂອງເຮົາຕອນນີ້ ຊວຍສຸດສຸດ.
-ເມື່ອຊີວິດເຮົາມັນໄຮ້ຄ່າ ຈຶ່ງ ກິນຫຍັງກໍ່ກິນໄດ້ ຢູ່ໃສກໍ່ຢູ່ໄດ້, ບໍ່ສົນໃຈຢາກດູແລຕົວເອງ ຈຶ່ງ ກິນ, ຢູ່ ແບບຊົກມົກ ສົກກະປົກ
ບໍ່ມີລະບຽບໃນການດຳລົງຊີວິດ, ເພາະເມື່ອຊີວິດບໍ່ມີຫຍັງດີ ກໍ່ບໍ່ຕ້ອງມີຫຍັງດີເລີຍຊະ.



໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
1 - ລາວບໍ່ຄວນດຶກກະຕ່າໃສ່ເຈົ້າ
2 - ເຈົ້າເວົ້າລາມໄປເຖິງຫມູ່ຂອງລາວ ແລະເລື່ອງກິນເບຍຂອງລາວ, ແຕ່ລາວກໍ່ບໍ່ຄວນຕີເຈົ້າ.
3 - ກິນເບຍເປັນອາຊີບ ບໍ່ເຄີຍມີໃຜວ່າດີ ມີແຕ່ຈະສ້າງປັນຫາໃຫ້ຄອບຄົວ.
4 - ມີຫຍັງກໍ່ເວົ້າກັນໂລດ ເຮັດຫນ້າບູດ ມັນເດົາບໍ່ອອກດອກ ມີແຕ່ຈະບໍ່ເຂົ້າໃຈກັນເມືອຫນ້າ.
5 - ຂໍຂ້າມ
6 - ດຳລົງຊີວິດແບບບໍ່ມີລະບຽບ ເຮັດໄປຕາມອາລົມ ຕາມອຳເພີໃຈ.
7 - ກິນແບບສະຕາຍຄົນຂີ້ເມົາ ຄືບໍ່ຕ້ອງເນັ້ນສະອາດ ເອົາພໍກິນໄດ້ເປັນໃຊ້ໄດ້.
8 - ເປັນນິໃສໄປແລ້ວ.
9 - ລາວໄປເຮືອນຫມູ່ ກິນເປື້ອນກວ່າຫັ້ນ.
10 - ລາວສົນໃຈແຕ່ເລື່ອງຕົວເອງ ແລະຫມູ່ ສ່ວນກັບເມຍຈັ່ງໃດກະໄດ້ຂອງມັນແນ່ຢູ່ແລ້ວ.
11 - ລາວຄິດວ່າເມຍແມ່ນຫົວຫນ້າຄອບຄົວໄປແລ້ວ, ສ່ວນລາວແມ່ນຜູ້ຕາມ(ບໍ່ແມ່ນຜູ້ນຳ).
12 - ເບິ່ງຄືວ່າຫມູ່ ຈະເປັນສັງຄົມທີ່ລາວຄິດວ່າເປັນຕົວຕົນທີ່ແທ້ຈິງຕົນຕົນຫລາຍທີ່ສຸດ.
13 - ນິໃສ
14 - ຄົນຕົກງານກໍ່ເປັນແນວນີ້ແຫລະ ຈະບໍ່ມີຄວາມຫມັ້ນໃຈ ຢ້ານຄົນອື່ນຖາມວ່າ ເຮັດວຽກຫຍັງ ມັນຕອບລຳບາກ, ແຕ່ຢູ່ກັບຫມູ່ມັນເຂົ້າໃຈກັນ.
15 - ບໍ່ສົນໃຈນຳຫຍັງ ເຫດຜົນຫນຶ່ງກໍ່ແມ່ນ "ຂີ້ຄ້ານ"
16 - ເປັນການຕອກຍ້ຳຄວາມຂີ້ຄ້ານຂອງລາວ ມັນເລຍຕຳໃຈລາວ.
17 - "ຄົນເຮົາຈະເປັນແນວໃດ ແມ່ນຂຶ້ນກັບຫນັງສືທີ່ເຮົາອ່ານ ແລະ ຄົນທີ່ເຮົາຄົບ"
ເຈົ້າເປັນເມຍທີ່ດີ ມີຄວາມຮັກແລະຄວາມອົດທົນ ໃຫ້ໂອກາດລາວສະເຫມີ. ລາວເປັນຜົວທີ່ບໍ່ດີ ທຳຕົວໃຫ້ເມຍຕ້ອງທຸກໃຈ.

ຫາກລາວໄດ້ທຳງານທີ່ເຮັດໃຫ້ລາວຮູ້ສຶກວ່າ ລາວມີຄ່າ ລາວກັບມາເປັນຜູ້ນຳຄອບຄົວອີກຄັ້ງ ຫລື ຫາກເຈົ້າໃຫ້ຫມູ່ລາວ
ຜູ້ທີ່ເວົ້າແລ້ວລາວຟັງ ຕັກເຕືອນສັ່ງສອນລາວ ກໍ່ອາດເຮັດໃຫ້ລາວກັບໃຈໃຫມ່ ເປັນຄົນໃຫມ່ກໍ່ເປັນໄດ້ (ຕອນນີ້ລາວຕິງານ)
ຫາກເຈົ້າແລະລາວແຍກກັນຢູ່ຈັກໄລຍະຫນຶ່ງ ວັນຫນຶ່ງລາວອາດມອງເຫັນຄຸນຄ່າຂອງເຈົ້າ ແລະ
ຄິດຮອດເຈົ້າ ລາວກໍ່ອາດສາມາດປ່ຽນແປງຕົວເອງເພື່ອເຈົ້າໄດ້.

(ເປັນພຽງຄວາມຄິດເຫັນສ່ວນຕົວ)


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ສະບາຍດີຂ້ານ້ອຍ ຂ້ານ້ອຍແວະມາຂອບໃຈ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ນະມັດສະການຂ້ານ້ອຍ


໙ ກະທູ້
໑໔໑ ໂພສ
ນັກການກະທູ້
ຂໍອະນຸໂມທະນາບຸນກຸສົນນີ້ນຳ ພຣະອາຈານເດີ້

ທີ່ໄດ້ສະຫລະເວລາຕັ້ງທັງ ເວບ ທັງກະທູ້ນີ້ຂື້ນ

ສາທຸ!!!!!!!!!!!!!!!!!!!!!!!!!!!!!!!!!!!!!


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ LaoJasmine ຂຽນວ່າ...
ຂອບໃຈທີ່ຕັ້ງກະທູ້ນີ້ຂື້ນມາ. ຂ້ານ້ອຍກຳລັງມີປັນຫາໜຶ່ງບັນຫາທີ່ວ່ານັ້ນຄື ຂ້ານ້ອຍໄດ້ສູນເສຍຄົນທີ່ຂ້ານ້ອຍນັບຖື, ຄົນທີ່ຂ້ານ້ອຍຮັກ, ຄົນທີ່ຂ້ານ້ອຍສະນິດສະໜົມ, ຄົນທີ່ສາມາດເປັນທັງອາຈານ ເປັນທັງອ້າຍ ເປັນທັງໝູ່ ເປັນທັງທີ່ປຶກສາ ເປັນທັງເພື່ນຮ່ວມງານ ຂ້ານ້ອຍສາມາດປິກສາກັບຄົນຜູ້ນີ້ໄດ້ທຸກໆເລື່ອງທີ່ເກີດຂື້ນກັບຊີວິດ ຂອງຂ້ານ້ອຍ ພຽງແຕ່ເວລາປີປາຍຂ້ານ້ອຍຮູ້ສຶກວ່າລາວສາມາດມາເຕີມເຕັມຊີວິດຂອງຂ້ານ້ອຍໄດ້ຫຼາຍເທົ່າ ເຖິງວ່າຈະໃຊ້ກັນຄົນລະພາສາ ມາແຕ່ຄົນລະທາງກໍ່ບໍ່ແມ່ນບັນຫາສຳຫຼັບພວກຂ້ານ້ອຍເລີຍ. ແຕ່ກ່ອນຂ້ານ້ອຍເປັນຄົນທີ່ບໍ່ເຄີຍກັບບ້ານເວັນເຮັດແຕ່ວຽກແຕ່ວຽກ ແຕ່ພໍຮູ້ຈັກກັບຄົນຜູ້ນີ້ເຮັດໃຫ້ຂ້ານ້ອຍບໍ່ຢາກໄປໃສ ເລີກວຽກແລ້ວຕ້ອງກັບບ້ານເວັນ ຫຼັງຈາກແລ້ວວຽກເຮືອນກໍ່ມານັ່ງລົມກັນຜ່ານ internet ເປັນແບບນີ້ທຸກໆມື້ ແຕ່ເວລາພຽງຂ້າມຄືນເຮັດໃຫ້ຄົນສອງຄົນຢູ່ຄົນລະໂລກກັນ ຊ່ວງທຳອິດຂ້ານ້ອຍທຳໃຈບໍ່ໄດ້ ຄິດເຫັນແຕ່ພາບເກົ່າໆ ນຳ້ຕາກໍ່ໄຫຼອອກມາ ແລະ ມາຮອດ ປະຈຸບັນບາງຄັ້ງກໍ່ຍັງເປັນແບບນັ້ນຢູ່ ເວລາຢູ່ຄົນດຽວພາບແຫ່ງວັນຄືນເກົ່າໆກໍ່ຍັງເຂົ້າມາຢູ່ໃນຫົວຄິດໄປເຖິງຄວາມຈິງເມື່ອໃດວ່າເຂົາຄົນນັ້ນບໍ່ຢູ່ກັບເຮົາແລ້ວມັນກໍ່ເຮັດໃຫ້ໃຈຫາຍ ທຸກໆຄັ້ງຄືກັນກັບວ່າຮັບຄວາມເປັນຈິງບໍ່ໄດ້ ຄິດໄປຫຼາຍອັນຫຼາຍແນວແລ້ວກໍ່ບໍ່ສະບາຍໃຈຕົນເອງ ຂ້ານ້ອຍຄວນຈະເຮັດແນວໃດດີ?


ອາດຈະມາຕອບຊ້າໄປຕັ້ງວ່ານຶ່ງປີ ຄົນທີ່ຖາມອາດຈະທຳໃຈໄດ້ ແຕ່ທີ່ ອຕມ ເລືອກທີ່ຈະມາຕອບຕອນນີ້ຄືຢາກໃຫ້ເຫັນທັມມະຂໍ້ນຶ່ງ ຄື ອະນິຈຈັງ ທຸກຂັງ ອະນັຕຕາ
ອະນິຈຈັງ ບໍ່ທ່ຽງ ບໍ່ແນ່ນອນ ປ່ຽນແປງຢູ່ສະເຫມີ
ທຸກຂັງ ສະພາບທີ່ທົນຢູ່ສະພາບເກົ່າບໍ່ໄດ້ ໂດຍທົ່ວໄປຫມາຍເຖິງສັງຂານ
ອະນັຕຕາ ບໍ່ແມ່ນອັຕຕາ ບໍ່ແມ່ນຕົວບໍ່ແມ່ນຕົນ
ເວລາຜ່ານມາເປັນປີໂຍມອາດຈະເຫັນແລ້ວວ່າມັນບໍ່ແນ່ນອນ ຜ່ານມາແລ້ວຜ່ານໄປ ໂຍມວ່າພາບເກົ່າໆຍັງຫລອນຈິດໃຫ້ເສົ້າຫມອງ ຖາມວ່າມັນມີຕົວຕົນຢູ່ໃນປັດຈຸບັນຫລືບໍ່ ບໍ່ມີ ໃນເມື່ອມັນບໍ່ມີມັນເປັນອະນັຕຕາ ມັນບໍ່ມີຕົວຕົນທີ່ແທ້ຈິງ ເພາະທຸກມັນຕ້ອງແປສະພາບມັນຕ້ອງປ່ຽນແປງ ມີຫນອງນ້ຳຢູ່ສອງຫນອງນ້ຳ ຫນອງນຶ່ງນ້ຳຂູ່ນມົວເປື້ອນໄປດ້ວຍສິ່ງປະຕິກູນ
ແລະ ອີກຫນອງນຶ່ງນ້ຳໃສສະອາດເຍັນສ່ຳ ຖາມວ່າໂຍມຈະເລືອກລົງໄປລອຍຢູ່ຫນອງໃດ

ຈະເຣີນພຣ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນະມັສກາຣທ່ານອາຈາຣຍ໌ ຫາຍໄປດົນນໍຂະນ້ອຍ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

ໜ້າທີ່ 6 ຈາກທັງໝົດ 6 ໜ້າ <<<123456>>>