ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ທ່ານຄິດວ່າສາສະນາພຸທເປັນສາສະນາແນວໃດ?

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ທ່ານຄິດວ່າສາສະນາພຸທເປັນສາສະນາແນວໃດ? ແລະ ທ່ານຕ້ອງການຢາກຮູ້ຫຍັງກ່=ວກັບສາສະນາພຸທ??





ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເປັນສາດສະໜາພຸດຫັນລະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ພຸທ ສາສນາສອນໃຫ້ມນຸດຮູ້ຈັກປະຕິບັດຕົນທັງທີ່ເປັນມະນຸດແລະເມື່ອສິ້ນໃຈໄປຈາກໂລກນີ້. ດັ່ງຄຳສອນໃນການປະຕິບັດຂອງ ທາງຫ້າສາຽ.
໑. ໂລພະ ໂມຫະ ໂທສະ ແມ່ນເສັ້ນທາງ ໄປສູ່ອະບາຽະພູມ (ນາຣົກ)
໒. ສິລຫ້າ ແມ່ນທາງໄປສູ່ຄວາມເປັນມນຸດເຕັມໂຕ
໓. ມະຫາກຸສົລ ແມ່ນທາງໄປສູ່ສວັນ
໔. ອາລົມຂອງສະມະຖະກັມຖານ ໔໐ ແມ່ນຫົນທາງໄປສູ່ ພຣະພຣົມ
໕. ອາລົມຂອງວິປັສນາກັມຖານ ຄືຂັນ ໕ ຫຼືຮູບນາມ ເປັນຫົນທາງໄປສູ່ນິພານ
ຫົນທາງ ໕ສາຽນີ້ເປັນຫົນທາງທ່ອງທ່ຽວສຳລັບຈິດໃຈ. ປຸຖຸຊົນເຮົາທຸກຄົນບໍ່ວ່າຈະເປັນຊົນຊັ້ນໃດກໍ່ຕາມຍ່ອມມີຈິດປະຈຳຢູ່ທຸກຕົວຕົນ ແລະຈິດດັ່ງກ່າວຍ່ອມທ່ອງທ່ຽວໄປມາໃນຫົນທາງທັງ ໕ ສາຍດັ່ງກ່າວບໍ່ວ່າສາຽໃດກໍ່ສາຽໜຶ່ງ ຈົນວ່າຕາຽໄປຈິດຂອງຜູ່ນັ້ນກໍ່ຈະທ່ອງທ່ຽວຢູ່ໃນທາງສາຽນັ້ນຕາມທີ່ຕົນເອງເຄີຽທ່ອງທ່ຽວຕອນເປັນມະນຸດ.
ບັຣດາພຸທບໍຣິສັດທັງຫຼາຽ ທີ່ໄດ້ບຳເພັນກຸສົນ, ໃຫ້ທານແລະຮັກສາສິລ ຫຼືພາວະນາທຸກວັນນີ້ ບາງຄົນກໍ່ປາຖນາຢາກໄປສວັນ, ບາງກໍ່ໄປ ພຣົມ, ບາງກໍ່ ໄປສູ່ ນິພານ ດັ່ງນີ້ເປັນຕົ້ນ. ອັນຄວາມເປັນຈິງຖ້າເຮົາຖ້າເຮົາບໍ່ຮູ້ວ່າທາງໃດ ໄປສວັນ, ໄປພຣົມ, ໄປນິພານແລ້ວ, ເຖິງເຮົາຈະປຣາຖນາສັກພຽງໃດກໍ່ຄົງບໍ່ສຳເຣັຈຕາມຄວາມປຣາຖນາແລະຄວາມປຣສົງໄດ້ເລີຽ. ດ້ວຽເຫດນັ້ນເຮົາຕ້ອງໄດ້ສຶກສາໃຫ້ເຖິງຖອງກ່ຽວກັບຄຳສອນແລະຫຼັກການສາກ່ອນຈຶ່ງເປັນໄປໄດ້. ເໝືອນເຮົາບໍ່ມີຄວາມຮູ້ຕອນເກີດມາ ເມື່ອໃຫ່ຽຂຶ້ນມາເຮົາກໍ່ເລີ່ມສຶກສາຮຽນຈົນຈົບສາມັນສຶກສາແລ້ວກໍ່ເຂົ້າມະຫາວິທຽາລັຍ. ນີ້ຄືກັນກໍ່ຕ້ອງໄດ້ໝັ່ນສຶກສາຫາຫົນທາງໄປສູ່ບອ່ນທີ່ຕົນຕ້ອງການ....


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ກະເປັນສາດສະໜາພຸດຫັນລະ

ຄິດແລ້ວທ່ານຕ້ອງບໍ່ຮູ້ແນ່ນອນ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ສາສະໜາຄິສ ບໍ່ມັກສາສະໜາພຸດ ,ສາສະໜາພຸດ ບໍ່ມັກສາສະໜາຄິສ , ສາສະໜາພຸດນ້ອຍ ບໍ່ມັກໜ້າສາສະໜາພຸດໃຫຍ່ ,,,,ກົດຂອງສາສະໜາແມ່ນຄົນເຮົາຕັ້ງຂື້ນມາເອົາ ,ກົດສາສະໜາພຸດແຕ່ລະ ບ່ອນບໍ່ຄືກັນ ,


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຸດທະສາສະຫນາ ເປັນສີ່ງທີ່ດີ ຫັ້ນລະ
ຂ້ອຍຢາກຮູ້ວ່າເປັນຫຍັງພະພຸດທະເຈົ້າເພີ່ນຈື່ງຢັ່ງຮູ້ທຸກຢ່າງງງ????


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ arunya ຂຽນວ່າ...
ສາສະໜາຄິສ ບໍ່ມັກສາສະໜາພຸດ ,ສາສະໜາພຸດ ບໍ່ມັກສາສະໜາຄິສ , ສາສະໜາພຸດນ້ອຍ ບໍ່ມັກໜ້າສາສະໜາພຸດໃຫຍ່ ,,,,ກົດຂອງສາສະໜາແມ່ນຄົນເຮົາຕັ້ງຂື້ນມາເອົາ ,ກົດສາສະໜາພຸດແຕ່ລະ ບ່ອນບໍ່ຄືກັນ ,

ສາດສະດາບໍ່ເຄີຍບອກໃຫ້ລູກສິດເພີ່ນບໍ່ມັກຫລືຂັດແຍ່ງກັບສາດສະຫນາໃດ ແມ້ກະທັ້ງວ່າ ລະບຸໄວ້ໃນໃບລານຫລືໃບເບີ້ ກະບໍ່ເຄີຍລະບຸວ່າພຸດບໍ່ມັກຄລິສ ຄລິສບໍ່ມັກພຸດ ....... ຄົນທີ່ຢູ່ໃນສາດສະຫນານັ້ນໆເອງ ທີ່ປະພຶດໂຕເປັນສຳມາທິດຖິຕໍ່ສາດສະຫນາອື່ນ ເຮັດໃຫ້ຜູ້ບໍ່ເຂົ້າໃຈ ຫລັງເຊື່ອວ່າສາດສພຫນານັ້ນ ບໍ່ມັກ ສາດສະຫນາເຮົາ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...

ຂ້ອຍຢາກຮູ້ວ່າເປັນຫຍັງພະພຸດທະເຈົ້າເພີ່ນຈື່ງຢັ່ງຮູ້ທຸກຢ່າງງງ????

ເພາະວ່າອົງພະສາດສະດາສຳມາສຳພຸດທະເຈົ້າເພີ່ນ ເປັນ............. ເວົ້າໃຫ້ເຂົ້າໃຈງ່າຍໆ
ເພີ່ນເປັນພຸດໂທ
ພຸດໂທ=ຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານຄິດວ່າສາສະນາພຸທເປັນສາສະນາແນວໃດ?
ເປັນສາສະນາທີ່ອະທິບາຍຖຶງເຫດແລະຜົນ ຈຸດທີ່ພາໃຫ້ເກີດເຫດ ແລະຜົນທີ່ຕາມມາ ພ້ອມທັງສອນໃຫ້ຮູ້ວິທີແກ້ໃຂຈຸດ ທີ່ພາໃຫ້ເກີດເຫດ ເພື່ອ ໃຫ້ໄດ້ຜົນທີ່ຕາມມາ........
whatever ສາສະນາພຸດເປັນສາສະນາທີ່ນັກວິທະຍາສາດລະດັບໂລກເຊັ່ນ ອັລເບີຣ໌ດໄອນ໌ສໄຕນ໌ ໄດ້ເວົ້າວ່າ ((...ຖ້າຈະມີສາສະນາໃດທີ່ຮັບມືໄດ້ກັບຄວາມຕ້ອງການທາງວິທະຍາສາດສະໃຫມໃຫມ່ປັດຈຸບັນສາສະນານັ້ນກໍ່ຄວນເປັນທຸດທະສາສະນາ))


ທີ່ມາ ກົດເສີດເບີ່ງໃນກູເກີ້ ວ່າ ໄອສຕາຍກັບສາສະນາພຸດ ....ຂຶ້ນມາເປັນແຖວ....

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທູ້ນີ້ 1 ປີແລ້ວ ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ທ່ານຄິດວ່າສາສະນາພຸທເປັນສາສະນາແນວໃດ?
ເປັນສາສະນາທີ່ອະທິບາຍຖຶງເຫດແລະຜົນ ຈຸດທີ່ພາໃຫ້ເກີດເຫດ ແລະຜົນທີ່ຕາມມາ ພ້ອມທັງສອນໃຫ້ຮູ້ວິທີແກ້ໃຂຈຸດ ທີ່ພາໃຫ້ເກີດເຫດ ເພື່ອ ໃຫ້ໄດ້ຜົນທີ່ຕາມມາ........
whatever ສາສະນາພຸດເປັນສາສະນາທີ່ນັກວິທະຍາສາດລະດັບໂລກເຊັ່ນ ອັລເບີຣ໌ດໄອນ໌ສໄຕນ໌ ໄດ້ເວົ້າວ່າ ((...ຖ້າຈະມີສາສະນາໃດທີ່ຮັບມືໄດ້ກັບຄວາມຕ້ອງການທາງວິທະຍາສາດສະໃຫມໃຫມ່ປັດຈຸບັນສາສະນານັ້ນກໍ່ຄວນເປັນທຸດທະສາສະນາ))


ທີ່ມາ ກົດເສີດເບີ່ງໃນກູເກີ້ ວ່າ ໄອສຕາຍກັບສາສະນາພຸດ ....ຂຶ້ນມາເປັນແຖວ....




ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຸດໂທ=ຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ກ່ອນຈະຮູ້ວ່າສາສນະພຸດເປັນແນວໃດຕ້ອງມີສາສະນາອື່ນມາປຽບທ້ຽບກ່ອນຈິ່ງຈະຮູ້ໃຫ້ນິຍາມວ່າເປັນແນວໃດ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສາສະໜາພຸດເປັນສາສະໜາ ປະເພດເທວະນິຍາຍ.


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ສາສະຫນາພຸດກໍ່ດີຫັ້ນລະສຳລັບຂ້ອຍນະ?


໗ ກະທູ້
໕໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soukdavone ຂຽນວ່າ...
ສາສະໜາພຸດເປັນສາສະໜາ ປະເພດເທວະນິຍາຍ.


ເທວະນິຍາຍ ແມ່ນອີຫຍັງນໍ??? ບໍ່ເຄີຍໄດ້ຍິນ
ເຄີຍໄດ້ຍິນແຕ່ ເທວະນິຍົມ ກັບ ອະເທວະນິຍົມ(ເທວະນິຍົມ=ນິຍົມພະເຈົ້າ, ອະເທວະນິຍົມ=ບໍ່ນິຍົມພະເຈົ້າຫຼືປະຕິເສດພະເຈົ້າ)
ສ່ວນສາສະໜາພຸດແມ່ນຈັດຢູ່ໃນປະເພດອະເທວະນິຍົມ.......ບໍ່ແມ່ນເທວະນິຍາຍເດີພີ່ນ້ອງ!!!

ຮັກເຈົ້າເດີ...!!!

໐ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ສາສະໜາພຸດ ເປັນສາສະໜາທີ່ດີ ແຕ່ຄົນສ່ວນໜ້ອຍສຸດທີ່ຈະປະຕິບັດຕາມ ແຕ່ຄຼບາອາຈານຍັງປະຕິບັດບໍ່ໄດ້ເລີຍ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວແຕ່ມຸມມອງຂອງແຕ່ລະຄົນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ກ່ອນຈະຮູ້ວ່າສາສນະພຸດເປັນແນວໃດຕ້ອງມີສາສະນາອື່ນມາປຽບທ້ຽບກ່ອນຈິ່ງຈະຮູ້ໃຫ້ນິຍາມວ່າເປັນແນວໃດ


ຖ້າບໍ່ມີອັນອື່ນປຽບທຽບກະບໍ່ຈັກເນາະໆ ໆໆ ແມ່ນຄວາມ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ