ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ພຸດທະສາດສະໜາທຸກມື້ນີ້

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ເດັກນ້ອຍສະໝັຍໃຫມ່ບໍ່ຄ່ອຍສົນໃຈວັດ ບາງຄົນຍັງບໍ່ຮູ້ເລີຍວ່າວັດນີ້ມີດີຫຍັງແດ່ ຂ່າວສານກໍ່ປະໂຄມແຕ່ພະສົງທີ່ປະຕິບັດບໍ່ດີ ສາດສະໜາກໍ່ເລີຍຕິດລົບ ປີ ໒໐໐໙ ມາບັນຈົບກໍ່ເລີຍນຶກເຖິງໄດ້ ແຕ່ກ່ອນເຮົາເຄີຍສ້າງບ້ານເມືອງເຮືອງຮຸ່ງ ຍ້ອນຈະເລິນເລືອງລຸ່ງພະທັມທ່ານພະສັມມາ ມາຮອດມື້ນີ້ຢາກຈະບອກທ່ານທັ້ງຫຼາຍໄວ້ວ່າພະພຸດທະສາດສະໜາເຂົ້າຂາລົງ ພຸດທະທຳນາຍຂອງພະອົງບອກວ່າເຖິງປີ ໕໐໐໐ ແຕ່ວ່າຄຳທຳນາຍນັ້ນບໍ່ເປັນຈິງສິໄດ້ບໍ່ ອາດສິແມ່ນເປັນໄດ້ໃຫ້ຮັກສາໄປໃຫ້ຫຼາຍກວ່າ ຈົນເຖິງໝື່ນເຖິງແສນ ປີລ້ານກໍ່ຢາກໃຫ້ທ່ານຮຸ່ງພະທັມ ບັນທຶກຄຳຜະຢາໄວ້ ຄົນໃນພັນລາວໃຫ້ຊ່ອຍເບິ່ງ ພຸດສິໄປຮອດໄປເຖິງ ໃຫ້ຮຸ່ງເຮືອງຄືຕະກີ້ກະສັດທ້າວເຮົາຮັກສາ ທໍ່ນັ້ນແລ້ວວ.....

ອະລົມພະບົດ
ທັມມະຂອງພະສັມມາສັມພຸດທະເຈົ້າຄືທັມອັນປະເສິດ ອະລິຍະສັດ ໔ ຄືຄວາມຈິງ
ສອນໃຫ້ຮູ້ເຫດຮູ້ຜົນ ຮຽນແລ້ວເຈົ້າຮູ້ເຫດຜົນຂອງການກະທຳນັ້ນໆ ຢ່າງບໍ່ມີຄວາມສົງສັຍງົມງາຍ

ທຳມະກາຍຍັງບໍ່ແມ່ນຂອງແທ້ ວັດໃຢ່ວັດນັ້ນຍັງບໍ່ແມ່ນຂອງແທ້ ຂອງແທ້ລາວສອນໃຫ້ຊ່ອຍເຫຼືອຕົນຄືການພາວະນາ


ຂໍນອບນ້ອມແດ່ອົງພະສັມມາສັມພຸດທະເຈົ້າ

ສາດສະໜານັບມື້ສ່ວຍ ຄັນກະບວຍນັບມື້ສື່
ບ່າວສາວພວມຂີ້ດື້ ພາກັນຫຼິ້ນທ່ຽວບາ
ທາງວັດວາບໍ່ຢາກໃກ້ ມັນບໍ່ມ່ວນຊວນສະໜຸກ
ແລ່ນເຂົ້າຫາຄວາມທຸກ ກະບໍ່ເຄີຍພຽນຮູ້
ບໍ່ເຄີຍດູບໍ່ເຄີຍໃຊ້ ເອາຫູຟັງທັມຈັກເທື່ອ
ພອປານເຮືອລຳນ້ອຍ ພວມແລ່ນເຂົ້າແກ່ງວັງ.... ຯ..

ຢ່າສຸມົວເມົາດົ້ນ ເດິນທາງຢູ່ກາງປ່າ
ໃຫ້ຖາມຜູ້ລາວຮູ້ ຈູງແຂນເຂົ້າໃສ່ທາງ
ຢ່າສຸມົວກ້າວຍ່າງ ຫຼົງຍ່າງກາງພົງໄພ
ຢ່າສຸເດົາງົມໄປ ຫາກສິເສຍເວລາເຈົ້າ
ຄົນເຮົານັບມື້ເຖ້າ ກາຍກາຍາຊະລາແກ່
ອອກຈາກເສືອສິພໍ້ແຂ້ ຄັນບໍ່ຮູ້ຮ່ອມໄປ
ລາວບອກທາງໃຫ້ຈຳໄວ້ ຢ່າໄດ້ລື່ນຄຳຈາ
ເດັກນ້ອຍບອກຜູ້ຊະລາ ກະຢ່າທຳເປັນຮ້າຍ
ລາງເຖື່ອເດັກນ້ອຍຮູ້ ເຫັນທາງສິກ້າວຍ່າງ
ຄືຈັ່ງເສືອກັບຊ້າງ ຍັງບໍ່ຮູ້ບ່ອນປາ
ຢ່າມີອະຄະຕິຮ້ອນ ຖືວ່າໂຕເກິດກ່ອນ
ສິບອກບ່ອນທາງໃຫ້ຮູ້ ພອໃຫ້ເຈົ້າຄ່ອຍໄປ
ເມືອງພະທັມຂ້ອຍນີ້ໄດ້ ເດິນທ່ອງພໍສົມຄວນ
ພອໄດ້ເຫັນກະບວນ ບ່ອນທາງສິເມືອບ້ານ
ວາຈາຂານພໍໃຫ້ຮູ້ ຜູ້ຟັງທັມໃຫ້ຈຳຈື່
ຢ່າຖືອະຄິຕິຮ້າຍ ໃຫ້ຟັງໄວ້ບັດຫ່າດີ... ຯ...

ຍືນກາງປ່າມືດ ມົວມິດບໍ່ມີແສງ
ເອົາພະທັມຊ່ອຍແຍງ ສ່ອງແສງໃຫ້ເດິນກ້າວ
ໃຫ້ເຈົ້າເດິນຕາມເສັ້ນ ຫົນທາງແສງພະທັມສ່ອງ
ຍ່າງໄປໃຫ້ຖືກໝ່ອງ ສິສົມແທ້ດັ່ງມະໂນ ..... ພູ່ນແລ້ວວ

ພີ່ນ້ອງເອີ້ຍ... ສາດສະໜາບໍ່ທັນຮ້າງ ຍັງມີທາງໃຫ້ຍ່າງເບິ່ງ
ບໍ່ທັນເຖິງຂວບກ້ຳ ບໍ່ມີຮ້າງມຸ່ນພັງ
ຫາກພະທັມຍັງຕັ້ງ ໃນໃຈແຫ່ງສາທຸຊົນ
ສາດສະໜາກະຍັງທົນ ບໍ່ອ່ອນແອລົງໄດ້
ຫາກແຕ່ໃຈຄົນສິຮ້າງ ຫ່າງຄຳລາວສອນສັ່ງ
ສາດສະໜາສິບໍ່ຕັ້ງ ຍືນໝິ່ນສິມຸ່ນເພ...... ທໍ່ນັ້ນແລ້ວ..

ສະຖານຄວນນ້ອມ ກົ້ມກາບພະນົມກອນ
ສິຍືນເດິນນັ່ງນອນ ຄິດຄະນຶງນຳບ້າງ
ນ້ອມບູຊາພະອົງເຈົ້າ ພະສັມມາໄວ້ແໜ່
ຢ່າສຸແວແຫວ່ເລີ້ຍວ ວົນເຂົ້າບ່ອນບໍ່ດີ
ສີ່ໝ່ອງເຫັນຢູ່ນີ່ ຖືເປັນບ່ອນສຳຄັນ
ເກິດນິບພານປັນຍາເລືອງ ແລກກ່າວທັມໄຂແຈ້ງ
ສີ່ໝ່ອງແຍງເຫັນໄປ່ເຈົ້າ ໃຫ້ຈື່ເອົາໄວ້ນຳແດ່
ຕົ້ນກໍພຸດແທ້ແທ້ ຄວນນ້ອມເຂົ້າມະໂນ.....ແດ່ຖ່ອນ...


ສອງພັນຫ້າລາວວ່າໄວ້ ໂລກສິປ່ຽນວຽນໄປ
ຄນສິໄກຫ່າງຄອງ ບ່ອນທັມພະອົງເຈົ້າ
ຄົນບໍ່ເອົາໃຈຕັ້ງ ສິເພພັງກະຕາມຊ່າງ
ສາດສະໜາກະສິຮ້າງ ພັງລົ້ມບໍ່ອ່ວຍຄືນ
ຄົນຕາຍໄປບໍ່ມີຟື້ນ ພະທັມກະດັ່ງດຽວກັນ
ຕອນນີ້ຍັງບໍ່ທັນແປ ປ່ຽນໄປຫຼືເພມ້າງ
ເຮືອນເພຍັງພາກັນສ້າງ ຫົນທາງພັງຍັງແປງໃໝ່
ພະທັມເດ້ສິປ່ອຍໄວ້ ບໍ່ພຽນຊ່ອມແຕ່ງເຕິມ.....ແໜ່ບໍ້...


ຄົນຂ່າກັນທຸກວັນນີ້ ເຫດມັນແມ່ນນຳຫຍັງ
ຍ້ອນບໍ່ຍັງຄວມດີ ລະລືມຄອງເຄົ້າ
ຄາແຕ່ເມົາຄຸຍໂມ້ ຄຸຍໂວໂວວ່າໂຕເກັ່ງ
ເຈົ້າກະຮ້າຍຂ້ອຍກະຮ້າຍ ໂທສະເຂົ້າກຳກວມ
ຄວມພະສັມມາເວົ້າ ກະຍັງຢູ່ແລະຄົງດີ
ຄົນຫາກໜີຫ່າງໄກ ບໍ່ຍຶດຖືຮຽມນັ້ນ
ໂລກໂລກັນກະເລີຍວຸ່ນ ບ້າງກະສຸນເທິງປ້ອຍດ່າ
ກ່ອນເຄີຍສູງຢູ່ຟ້າ ກະເລີຍຍ້າຍລ່ວງລົງ
ປາກກະຮ້າຍໂປ້ງໂປ້ງ ໄຜກະຕ່ຳຄືໝາ
ມີແຕ່ໝາກັບໝາ ກະບໍ່ມີຄົນສ້ຳ
ມີແຕ່ຕຳຕອຕຶ້ງ ມຶ້ງເອີ້ຍມຶ້ງ. ເລີຍຕົກຕ່ຳ
ຫາອີຫຍັງລະບ່ອນຄ້ຳ ບາດຍາມເຈົ້າສິຈ່ອຍຕາຍ
ວ່າພະເດ້ໃຈຮ້າຍ ບໍ່ຊ່ອຍຮັກສາໂຕ
ມີແຕ່ໂກທາຄົນ ແມ່ນໄຜສິທາງເຈົ້າ
ພະຄ້ອງຄອກະໜີເຂົ້າ ໄປໃນໄພ ລີ້ສາກ່ອນ
ໄຟໂທສາມັນແຫ່ງຮ້ອນ ໄຜໃກ້ສິໝຸ່ນມີ....ທໍ່ນັ້ນແລ້ວວ...

ກະວີແດນອີສານ ລາວລ້ານຊ້າງຝັ່ງຂວາ
ໃນດິນແດນສະຍາມປີ ໒໐໐໙ ບັນທຶກເຖິງພະທັມສະໝັຍໃຫມ່
ໂດຍ ນັດຖະພົນ ພົມພັກດີ ມຂ.ໜອງຄາຍ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກຫລາຍ ຂໍຂອບໃຈ ທີ່ອ້າຍ ນັດຖະພົນ ທີ່ແບ່ງປັນ...

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ຂ້ອຍຍົກເລີກສາສຫນາແລ້ວ



ເພາະວ່າບໍ່ມັກນົບບໍ່ມາຂາບໃຜ



ມືຫນັກ

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thrunks ຂຽນວ່າ...
ຂ້ອຍຍົກເລີກສາສຫນາແລ້ວ

ເພາະວ່າບໍ່ມັກນົບບໍ່ມາຂາບໃຜ

ມືຫນັກ



ບໍ່ເປັນຫຍັງໄອສະໄຕລ໌ ກະບໍ່ມີສາດສະໜາ

ແຕ່ວ່າໄອສະໄຕລ໌ ຍົກຍ່ອງສາດສະໜາພຸດ


໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວສາສຫນາພຸດບໍ່ບັງຄັບໃຫ້ໃຜເຊື່ອ...ມີແຕ່ເວົ້າເຫດເວົ້າຜົນໃຫ້ຟັງສິເຊື່ອຫລືບໍ່ເຊື່ອກໍ່ແລ້ວແຕ່ໃຈ

ເຫດຜົນກໍ່ຄືວ່າທຳດີໄດ້ດີ..ທຳຊົ່ວໄດ້ຊົ່ວ..ເປັນຕົ້ນ

** ຂໍຍົກຍ້ອງເຈົ້າຈອງກະທູ້ນີ້ຫລາຍເດີ້ດີຫລາຍ..ແລະຂຽນພາສາລາວກໍ່ເກັ່ງຫລາຍ

*** ປັນຍາວະ ທະເນນະ ເສີຍໂຍ== ແປວ່າມີປັນຍານັ້ນແຫລະປະເສີດກວ່າຊັບ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ໂດຍ ອະນຸໂມທະນາ ສາທຸ ສາທຸ ສາທຸ

ອ້າຍ noomnoua ທ່ານເຂົ້າໃຈຖືກຕ້ອງແລ້ວ...


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ pcampus ຂຽນວ່າ...


ບໍ່ເປັນຫຍັງໄອສະໄຕລ໌ ກະບໍ່ມີສາດສະໜາ

ແຕ່ວ່າໄອສະໄຕລ໌ ຍົກຍ່ອງສາດສະໜາພຸດ


ແມ່ນແທ້ເບາະນັດ
ເອື້ອຍຫາກະຮູ້

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ pcampus ຂຽນວ່າ...


ບໍ່ເປັນຫຍັງໄອສະໄຕລ໌ ກະບໍ່ມີສາດສະໜາ

ແຕ່ວ່າໄອສະໄຕລ໌ ຍົກຍ່ອງສາດສະໜາພຸດ


ແມ່ນແທ້ເບາະນັດ
ເອື້ອຍຫາກະຮູ້


ໄອສໄຕລ໌ບອກວ່າ "ຖ້າຈະໃຫ້ນັບຖືສາສນາ ແມ່ນເລືອກສາສນາພຸດ"
(ເພາະໄອສໄຕລ໌ ຮູ້ວ່າພຸດທະສາສນາພຸດມີ "ເຫຕ-ຜົລ" (ເຫຕຸ ປັຈຈະໂຍ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thrunks ຂຽນວ່າ...
ຂ້ອຍຍົກເລີກສາສຫນາແລ້ວ

ເພາະວ່າບໍ່ມັກນົບບໍ່ມາຂາບໃຜ

ມືຫນັກ


ໝໍນິ ຄືວ່າຈັ່ງຊີ້ລະບາດນິ.!

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ pcampus ຂຽນວ່າ...


ບໍ່ເປັນຫຍັງໄອສະໄຕລ໌ ກະບໍ່ມີສາດສະໜາ

ແຕ່ວ່າໄອສະໄຕລ໌ ຍົກຍ່ອງສາດສະໜາພຸດ


ແມ່ນແທ້ເບາະນັດ
ເອື້ອຍຫາກະຮູ້


ໄອສໄຕລ໌ບອກວ່າ "ຖ້າຈະໃຫ້ນັບຖືສາສນາ ແມ່ນເລືອກສາສນາພຸດ"
(ເພາະໄອສໄຕລ໌ ຮູ້ວ່າພຸດທະສາສນາພຸດມີ "ເຫຕ-ຜົລ" (ເຫຕຸ ປັຈຈະໂຍ)


ແລ້ວ ໄອສໄຕລ໌ ນັບຖືສາສນາຫຍັງ ອາຈານ?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອານຸໂມທະນາ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ແລ້ວ ໄອສໄຕລ໌ ນັບຖືສາສນາຫຍັງ \\



บ่ทันได้นับถืหยังกะตายก่อนแล้ว



ตายย้อนว่าึำคำนวนสูดหยังบุอยู่เตียงคนไข้หั่นน่ะ


໙ ກະທູ້
໒໑໙ ໂພສ
ນັກການກະທູ້
ຫວາເປັນໄວລູ້ນແຕ່ມັກຂອງມີຄ່ານໍເຈົ້າ

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸໆໆໆໆໆໆໆໆໆໆໆໆໆໆໆ

<-----ຄົນໃຈດີແຟນຄລັບ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັດເອີຍນັດ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໘ ກະທູ້
໒໔໑ ໂພສ
ນັກການກະທູ້
chart kam nerd kerd pen pude/.,


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັດເອີຍນັດ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ນັດເອີຍນັດ



ຈັກແມ່ນຫຍັງ???