ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ນັ່ງສະມາທີບໍ່ເຄີຍນີ້ງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຂໍຄຳເຫັນນຳໝູ່ໆພັນລາວທຸກຄົນກຽ່ວກັບການນັ່ງສະມາທີ ເພາະຂ້າພະເຈົ້ານັ່ງແລ້ວ
ບໍ່ຄອ່ຍຈະນີ້ງ ຖ້າທ່ານໃດມີປະສົບກັນກະຂໍຄຳປືກສານຳແດ່
ຂອບໃຈ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄືຍຄິດໃນຫົວເລືຍ ນັ່ງສະມາທິນິ

ທ້າວທອງໃສ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຂໍອອກຕົວກ່ອນວ່າ ຂພຈ ກໍ່ບໍ່ຊ່ຽວຊານຄືກັນ ກໍ່ພຽງແຕ່ເຄີຍປະຕິບັດໄປຕາມແບບງູ ໆ ປາ ໆ ຊື່

ໄດ້ຍິນຄູບາອາຈານເພິ່ນບອກເປັນສຽງດຽວກັນວ່າ ການທີ່ນັ່ງສະມາທິແລ້ວບໍ່ມີສະມາທິນັ້ນ ສ່ວນຫຼາຍຈະເປັນຍ້ອນວ່າ ມີຄວາມຢາກຫຼາຍເກີນໄປ ຄື ຢາກນັ່ງໃຫ້ມັນໄດ້ສະມາທິ ມັນກໍ່ເລີຍນັ່ງແລ້ວບໍ່ໄດ້ຈັກເທື່ອ ເພາະຄວາມຢາກນີ້ເອງທີ່ເປັນສິ່ງລົບກວນຈິດໃຈບໍ່ໃຫ້ຕັ້ງໝັ້ນເປັນໜຶ່ງໄດ້..

ອຸປະສັກໃນການຈະເລີນພຣະກັມຖານນັ້ນ ເພິ່ນເອີ້ນວ່າ “ນິວອນ” ແປວ່າ “ເຄື່ອງກັ້ນ” ກັ້ນບໍ່ໃຫ້ໄປຮອດຄວາມດີ.. ນິວອນມີ ໕ ຢ່າງຄື:
໑. ກາມສັນທະ ຄວາມພໍໃຈໃນຮູບ ສຽງ ກິ່ນ ຣົດ ອັນເປັນວິໄສຂອງກາມມາລົມ
໒. ພະຍາບາດ ຄວາມບໍ່ພໍໃຈ ຄວາມໂກດ ຄວາມຄັບແຄ້ນໃຈ
໓. ຖີນະມິດທະ ຄວາມທໍ້ຖອຍ ເຫງົານອນ ບໍ່ມີກຳລັງໃຈ
໔. ອຸດທັດຈະກຸກກຸດຈະ ຄວາມຄຶດເລື່ອນລອຍ ບໍ່ສະຫງົບ ເໜັງຕີງໄປມາຕະຫຼອດເວລາ ບໍ່ຢູ່ກັບທີ່
໕. ວິຈິກິດສາ ຄວາມລັງເລ ສົງໄສ ບໍ່ແນ່ໃຈ (ໃນຜົນຂອງການປະຕິບັດທັມ)

ນິວອນທັງ ໕ ນີ້ອາດຈະມີໃນຈິດໃຈພ້ອມກັນ ຫຼືມີຢ່າງໃດຢ່າງໜຶ່ງ ຫຼືມີບາງຢ່າງປົນກັນ ເຊິ່ງໃນການຈະເລີນພຣະກັມຖານນັ້ນ ຈະຕ້ອງຫາວິທີການປະຕິບັດທີ່ຖືກກັບຈຣິດຂອງຕົນ ຈຶ່ງຈະກ້າວໜ້າໄດ້ໄວ..


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ໂອ໋ ສົງໄສເປັນຍ້ອນຢາກນີ້ແລ
ຂອບໃຈ


໒ ກະທູ້
໑໒໙ ໂພສ
ນັກການກະທູ້
ສິວ່ານິວອນກໍ່ແມ່ນ
ງ່າຍໆໃຫ້ເຮົາຈຳໄວ້ວ່າ ຖ້າສະຫງົບເຮົາຄົງຈະບໍ່ມານັ່ງສະມາທິດອກ ດັ່ງນັ້ນຈາກຄວາມທີ່ບໍ່ສະຫງົບ
ເຮົາຈຶ່ງມາຝືນຄວາມຕ້ອງການຂອງມັນ ບໍ່ສຫບົງກໍ່ໃຫ້ນັ່ງໄປ ຄືກັບເພິ່ນຕີພ້າຕີມີດນັ້ນແຫລະ
ເພິ່ນຕ້ອງເຜົາໃຫ້ມັນອ່ອນກ່ອນ ຈື່ງຕີເປັນພ້າເປັນມີດໄດ້
ໃຫ້ເຮົາອົດທົນ ພະຍາຍາມທຳໄປ ໃຫ້ກຳຫນົດອະນາປະນະສະຕິເປັນອາລົມ
ຄືກຳຫນົດລົມຫາຍໃຈເຂົ້າ-ອອກນັ້ນເອງ ບໍ່ຕ້ອງໄປກຳຫນົດໄປຄິດຫຍັງຫລາຍ ໃຫ້ກຳຫນົດລົມຫາຍໃຈຢ່າງດຽວ
ບໍ່ດົນທ່ານກໍ່ຈະສະຫງົບໄດ້


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຂໍອອກຕົວກ່ອນວ່າ ຂພຈ ກໍ່ບໍ່ຊ່ຽວຊານຄືກັນ ກໍ່ພຽງແຕ່ເຄີຍປະຕິບັດໄປຕາມແບບງູ ໆ ປາ ໆ ຊື່

ໄດ້ຍິນຄູບາອາຈານເພິ່ນບອກເປັນສຽງດຽວກັນວ່າ ການທີ່ນັ່ງສະມາທິແລ້ວບໍ່ມີສະມາທິນັ້ນ ສ່ວນຫຼາຍຈະເປັນຍ້ອນວ່າ ມີຄວາມຢາກຫຼາຍເກີນໄປ ຄື ຢາກນັ່ງໃຫ້ມັນໄດ້ສະມາທິ ມັນກໍ່ເລີຍນັ່ງແລ້ວບໍ່ໄດ້ຈັກເທື່ອ ເພາະຄວາມຢາກນີ້ເອງທີ່ເປັນສິ່ງລົບກວນຈິດໃຈບໍ່ໃຫ້ຕັ້ງໝັ້ນເປັນໜຶ່ງໄດ້..

ອຸປະສັກໃນການຈະເລີນພຣະກັມຖານນັ້ນ ເພິ່ນເອີ້ນວ່າ “ນິວອນ” ແປວ່າ “ເຄື່ອງກັ້ນ” ກັ້ນບໍ່ໃຫ້ໄປຮອດຄວາມດີ.. ນິວອນມີ ໕ ຢ່າງຄື:
໑. ກາມສັນທະ ຄວາມພໍໃຈໃນຮູບ ສຽງ ກິ່ນ ຣົດ ອັນເປັນວິໄສຂອງກາມມາລົມ
໒. ພະຍາບາດ ຄວາມບໍ່ພໍໃຈ ຄວາມໂກດ ຄວາມຄັບແຄ້ນໃຈ
໓. ຖີນະມິດທະ ຄວາມທໍ້ຖອຍ ເຫງົານອນ ບໍ່ມີກຳລັງໃຈ


ຂະຫນາດງູຯປາຯ ໄດນິ
໔. ອຸດທັດຈະກຸກກຸດຈະ ຄວາມຄຶດເລື່ອນລອຍ ບໍ່ສະຫງົບ ເໜັງຕີງໄປມາຕະຫຼອດເວລາ ບໍ່ຢູ່ກັບທີ່
໕. ວິຈິກິດສາ ຄວາມລັງເລ ສົງໄສ ບໍ່ແນ່ໃຈ (ໃນຜົນຂອງການປະຕິບັດທັມ)

ນິວອນທັງ ໕ ນີ້ອາດຈະມີໃນຈິດໃຈພ້ອມກັນ ຫຼືມີຢ່າງໃດຢ່າງໜຶ່ງ ຫຼືມີບາງຢ່າງປົນກັນ ເຊິ່ງໃນການຈະເລີນພຣະກັມຖານນັ້ນ ຈະຕ້ອງຫາວິທີການປະຕິບັດທີ່ຖືກກັບຈຣິດຂອງຕົນ ຈຶ່ງຈະກ້າວໜ້າໄດ້ໄວ..


ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເປັນຄືກັນ ແຕ່ໃຫ້ນັ່ງລ້າໆຢູ່ບ່ອນເກົ່າຈັກ 5ນາທີກະຍັງບໍ່ໄດ້

ເລື່ອງສີ່ງລີ້ລັບ ເລື່ອງຂອງຜີຫຼືວິນຍານ ທ່ານຄິດວ່າເປັນເລື່ອງຈິງຫຼືບໍ່ ສ່ວນຕົວບໍ່ເຄີຍເຫັນແລະກະບໍ່ຢາກເຫັນ ແຕ່ຢາກຮູ້ວ່າເປັນແນວໃດ ຢາກໃຫ້ມາເລົ່າປະສົບການສູ່ຟັງວ່າທ່ານພົບເຫັນມາແບບໃດແນ່???

໑ ກະທູ້
໒໒໓ ໂພສ
ນັກການກະທູ້
ຂ້ອຍລະບໍ່ເຄີນນັ່ງຈັກເທື່ອ...
ເບິ່ງເຈົ້າເວົ້າແລ້ວຄືຊິຍາກເນາະ...


໖ ກະທູ້
໑໐໑ ໂພສ
ນັກການກະທູ້
ຄືຊິນັ່ງບໍ່ໄດ້ດົນດອກ ເຈັບຫລັງ

Catnoi ຜູ້ຫນ້າຮັກສະເຫມີ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາຍັງບໍ່ເຄີຍນັ່ງຊ້ຳ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍແຕ່ ນອນສະມາທິຫັ້ນຄືຢູ່

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳນົດລົມຫາຍໃຈເຂົ້າ-ອອກເອົາຈິດຈ້ອງທີ່ປາຍຮູດັງ
ນັ່ງໄປນັ່ງມາ ຮອດຮ້ານເບຍແລ້ວອັນຈິດນີ້ກະດາຍ... ຈັ່ງແມ່ນໄວ...

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ສະມາທິ ຕ້ອງໄດ້ຝຶກແອບ ເອົາມື້ລະຫນ້ອຍ
ເຮັດຕອນໃດກໍ່ໄດ້ ມີເວລາ 1 ຫາ 2 ນາທີກໍ່ໄດ້ ສົມມຸດຕອນນັ່ງຖ້າບາງຢ່າງ ກໍ່ສາມາດແອບເຮັດໄດ້
ຖ້າຢາກເອົາຈິງແທ້ ຕ້ອງສ້າງສິ່ງແວດລ້ອມທີ່ເອື້ອອຳນວຍ ບໍ່ໃຫ້ມີສິ່ງທີ່ລົບກວນ

ມັນມີພະຍາດຊະນິດຫນຶ່ງຊື່ວ່າພະຍາດສະມາທິສັ້ນ
ມີເດັກນ້ອຍຈຳນວນບໍ່ຫນ້ອຍເປັນພະຍາດນີ້

- ອາການສະມາທິສັ້ນ ແມ່ນອາການຂາດສະມາທິ, ຂີ້ດື້ ບໍ່ຢູ່ບ່ອນເກົ່າ, ໃຈຮ້ອນວູ່ວາມ ແລະ ອາການເຫຼົ່ານີ້ຕ້ອງສະແດງອອກກ່ອນອາຍຸ 7 ປີ.
- ເສົ້າຊຶມໃນການເຮັດກິດຈະກຳ ຫຼື ການເຮັດວຽກຕ່າງໆ ແລະມັກເມີນເສີຍ ຕໍ່ລາຍລະອຽດ.
- ບໍ່ມີສະມາທິ ໃນການເຮັດວຽກ, ຮຽນໜັງສື ຫຼື ການຫຼິ້ນ.
- ເບິ່ງຄືບໍ່ເຊື່ອຟັງ ແລະ ບໍ່ສົນໃຈເມື່ອບໍ່ມີຄົນເວົ້ານຳ.
- ເຮັດກິດຈະກຳ ຫຼື ເຮັດໜ້າທີ່ບໍ່ສຳເລັດ, ເຮັດຕາມຄຳສັ່ງບໍ່ແລ້ວ.
- ມີຄວາມລຳບາກໃນການຈັດລະບຽບວຽກງານ ຫຼື ກິດຈະກຳທີ່ເຮັ້ດ.
- ຫຼີກໜີວຽກງານ ຫຼືກິດຈະກຳ ທີ່ຕ້ອງໃຊ້ສະມາທິ.
- ເຮັດວັດຖຸສິ່ງຂອງ ເສຍເລື້ອຍໆ.
- ອາລົມປ່ຽນແປງເລື້ອຍໆ.
- ຫຼົງລືມເປັນປະຈຳ.
- ບໍ່ອົດທົນຕໍ່ການລໍຄອຍ.
- ເວົ້າຫຼາຍໂພດ.
- ເຄື່ອນໄຫວຕະຫຼອດເວລາ.
- ບໍ່ສາມາດຫຼິ້ນຢູ່ງຽບໆຄົນດຽວໄດ້.
- ລຸກໜີຈາກຫ້ອງຮຽນ ຫຼືສະຖານທີ່ຕ່າງໆ ທີ່ຕ້ອງນັ່ງ.
- ສັບສົນ ກະວົນກະວາຍ.

ຂ້າພະເຈົ້າໄດ້ຂຽນກ່ຽວກັບເລື້ອງ ນີ້ ໄວ້ຫລາຍບົດຄວາມ ທີ່ pnomsin's space

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ເປັນຄືກັນ

ຊີວິດລິຂິດເອງ noOK

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
bor khery nang ...

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ບໍ່ເຄືຍຄິດໃນຫົວເລືຍ ນັ່ງສະມາທິນິ



ນັ່ງສະມາທິຍັງບໍ່ທັນນິ້ງ ສະແດງວ່າຍັງບໍ່ທັນໄດ້ສະມາທິ ໄດ້ແຕ່ພຽງນັ່ງ
ຂໍແນະນຳເບື້ອງຕົ້ນ "ໃຫ້ຕັດກັງວົນທັງປວງອອກໃຫ້ໝົດ" ແລ້ວກຳນົດທີ່ລົມຫາຍໃຈເຂົ້າອອກ ເອົາປັດຈຸບັນເປັນບັນທັດຖານຂອງຈິດ
(ຍຸບໜໍ-ພອງໜໍ ຫຼື ພຸດ-ໂທ) ເຂົ້າອອກຕາມການເດີນຂອງລົມ ແມ່ນໄດ້ເລື່ອງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
ຂໍຄຳເຫັນນຳໝູ່ໆພັນລາວທຸກຄົນກຽ່ວກັບການນັ່ງສະມາທີ ເພາະຂ້າພະເຈົ້ານັ່ງແລ້ວ
ບໍ່ຄອ່ຍຈະນີ້ງ ຖ້າທ່ານໃດມີປະສົບກັນກະຂໍຄຳປືກສານຳແດ່
ຂອບໃຈ



ເທິງນັ້ນ ຕອບຜິດຄົນ

ນັ່ງສະມາທິຍັງບໍ່ທັນນິ້ງ ສະແດງວ່າຍັງບໍ່ທັນໄດ້ສະມາທິ ໄດ້ແຕ່ພຽງນັ່ງ
ຂໍແນະນຳເບື້ອງຕົ້ນ "ໃຫ້ຕັດກັງວົນທັງປວງອອກໃຫ້ໝົດ" ແລ້ວກຳນົດທີ່ລົມຫາຍໃຈເຂົ້າອອກ ເອົາປັດຈຸບັນເປັນບັນທັດຖານຂອງຈິດ
(ຍຸບໜໍ-ພອງໜໍ ຫຼື ພຸດ-ໂທ) ເຂົ້າອອກຕາມການເດີນຂອງລົມ ແມ່ນໄດ້ເລື່ອງ ໄລຍະເວລານັ່ງເລີ່ມຈາກ ໑໕ ນາທີຂຶ້ນໄປ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ແຕ່ກີ້ກະເຄີຍນັ່ງສະາມທິກັບພໍ່

ບໍ່ພໍຄາວກະຫງາຍຫລັບໄປສະງັ້ນ

ແຕ່ຕອນນີ້ກະຍັງເຝິກຕົນໃຫ້ນັ່ງຍູ່ ຂອບໃຈສຳຫລັບຄຳແນະນຳ

ຂພຈ ສິລອງເອົາໄປໃຊ້ເດີ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ກະນີ້ງຢູ່ແລ້ວຫລັບໄປເລີຍ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ນີ້ງດີນໍ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ເຄີຍນັ່ງ ມີແຕ່ນອນລູກດຽວ ແຫະໆໆໆ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ບໍ່ນິ້ງຄືກັນ

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ເຄີຍຄິດ ຢາກລອງຢູ່

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ DexZaaa ຂຽນວ່າ...
ເຄີຍຄິດ ຢາກລອງຢູ່


ແລ້ວລອງລະ? ລະຫວັງຕີດເດີ


໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ນັ່ງແລ້ວບໍ່ເຫັນຊີມີຫຍັງ ຄິດວ່າຊິມີແສງອອກ ຮາຮາ

何よりも真実を貴ぶ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ່ງບໍ່ໄດ້ກະນອນເອົາ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ມັນຢູ່ທີ່ຄວາມຕັ້ງໃຈຫລາຍກວ່າ



ເຮົາມີຄວາມຕັ້ງໃຈ ບວກກັບ ສະຕິ ປ່ອຍວາງທາງຄວາມຄຶດ

...ສັດທາໃນເປົ້າຫມາຍ... ຈົນສະຫງົບນິ້ງ...ຈຶ່ງເປັນບໍເກິດແຫ່ງສະມາທິ



ເມື່ອ ສະມາທິຫມັ້ນຄົງ...ແລ້ວຈະເກິດປັນຍາມັ້ງຄັ້ງ




Melodic Intervals

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍນັ່ງ

you will when you believe

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈິດໃຈຍັງບໍ່ສະຫງົບ.. ຍັງມີແນວໃຫ້ຄິດນຳຢູ່.. ກະເລີຍນິ້ງບໍ່ໄດ້ ແຮ່ໆໆໆ

<-----ຄົນໃຈດີແຟນຄລັບ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ສະແດງວ່າໃຈກະຍັງບໍ່ນິ້ງ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>