ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ວິນຍານແມ່ນຫຍັງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ມີອາຈານຢູ່ວິທະຍາໄລແຫ່ງໜຶ່ງບອກວ່າ ສາສະນາພຸທ ເປັນ"ສາສະນາທີ່ງົມງວຍ,ພິສູດບໍ່ໄດ້,ສະແຫວງຫາປະໂຫຍດໍຫ"ເຊິ່ງມັນກໍ່ຄ້າຍຄືວ່າ ອາດຈະເປັນຄືວ່າ ເປັນຄວາມຈິງຢູ່ ເນີ່ອງຈາກວ່າ ຄົນສ່ວນໃຫຍ່ຍັງບໍ່ເຂົ້າໃຈໃນເລື່ອງກັມ,ຊາດນີ້,ບາບບູນ,ວິນຍານສ່ວນບາງຄົນກໍ່ເຂົ້າໃຈຜິດຄົນລະຄວາມໝາຍ ເຮັດໃຫ້ກາຍເປັນຄົນທີ່ ມີຄວາມເຊື່ອຖືຫຼາຍກວ່າປັນຍາ ຄື ເຊື່ອທຸກຢ່າງທີ່ເຂົາເລົ່າຕໍ່ກັນມາ ໂດຍບໍ່ໃສ່ໃຈທີ່ຈະສຶກສາ ສະນັ້ນ ຄຳທີ່ພຣະພຸທທະເຈົ້າເວົ້າວ່າ ເອຫິປັດສິໂກ ຄືຈົ່ງມາພິສູດດ້ວຍຕົນເອງ ກັບບໍ່ມີຄົນໃຫ້ຄວາມສຳຄັນ ຊ້ຳພັດໃຫ້ຄວາມເຊື່ອກັບຄຳຄົນອຶ່ນເວົ້າຫຼາຍກວ່າ ດ້ວຍເຫດ ນີ້ຈິ່ງຫາຄົນທີ່ຈະເຈົ້າໃຈເຖິງຫຼັກສາສະນາທີ່ແທ້ຈິງ ຄຳ ວ່າ ພຸທ ນັ້ນມີຄວາມໝາຍວ່າ ຜູ່ຮູ້,ຜູ້ຕຶ່ນ,ຜູ່ເບິກບານ...ສະນັ້ນທຸກສິ່ງທູກຢ່າງທີ່ພຸທທະສາສະນາສອນ ຈິງເປັນສິ່ງທີ່ເຂົ້າໃຈໄດ້ ແລະ ພິສູດໄດ້ ແຕ່ຖ້າ ຫາກ ສິ່ງທີ່ສອນແລ້ວ ພິສູດບໍ່ໄດ້ນັ້ນກໍ່ໝາຍຄວາມວ່າບໍ່ຕົງກັບຫຼັກພຸທທີ່ສອນໄວ້ຢ່າງແນ່ນອນ ,,,,,ຄືກັບຄຳວ່າ 'ວິນຍານ" ເຊິ່ງມີຄວາມໝາຍວ່າ ຮູ້ສຶກ ...ປະກອບດ້ວຍອົງ 6 ຄືຄວາມຮູ້ສຶກທາງ ຫູ.ຕາ,ດັງ,ລີ້ນ,ກາຍ ແລະ ໃຈ ທີ່ມີການບັນທຶກໄວ້ຢ່າງຊັດເຈນ ແຕ່ ຍັງງົມງວຍເພາະ ຂາດຜູ່ໄປສຶກສານັ້ນເອງ,




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຄຳວ່າງົມງວຍແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຕາມຄວາມຈິງ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິນຍານແມ່ນ.....


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິນຍານແມ່ນວິນຍານ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິນຍານແມ່ນຜີ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
'ວິນຍານ" ເຊິ່ງມີຄວາມໝາຍວ່າ ຮູ້ສຶກ ...ປະກອບດ້ວຍອົງ 6 ຄືຄວາມຮູ້ສຶກທາງ ຫູ.ຕາ,ດັງ,ລີ້ນ,ກາຍ ແລະ ໃຈ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
'ວິນຍານ" ເຊິ່ງມີຄວາມໝາຍວ່າ ຮູ້ສຶກ ...ປະກອບດ້ວຍອົງ 6 ຄືຄວາມຮູ້ສຶກທາງ ຫູ.ຕາ,ດັງ,ລີ້ນ,ກາຍ ແລະ ໃຈ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິນຍານກັບຈິດບໍ່ແມ່ນອັນດຽວກັນບໍ?

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Vimoutto ຂຽນວ່າ...
'ວິນຍານ" ເຊິ່ງມີຄວາມໝາຍວ່າ ຮູ້ສຶກ ...ປະກອບດ້ວຍອົງ 5 ຄືຄວາມຮູ້ສຶກທາງ ຫູ.ຕາ,ດັງ,ລີ້ນ,ກາຍ ແລະ ໃຈ



ເຄີຍໄດ້ຍິນຢູ່ດົນແລ້ວແຕ່ບໍ່ຈື່

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິນຍານ ແມ່ນສິ່ງທີ່ເຮົາຮູ້ສຶກວ່າມັນມີ (ເຊິ່ງບໍ່ຮູ້ວ່າມີແທ້ ຫຼື ບໍ່)

ເມື່ອເຮົາຢ້ານ(ເກີນໄປ)ແລະຄິດວ່າມັນມີ ມັນກໍ່ມີ

I believe in the IMPOSSIBLE

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ວິນຍານກັບຈິດບໍ່ແມ່ນອັນດຽວກັນບໍ?

ບໍ່ແມ່ນອັນດຽວກັນ..ດອກ ..ວິນຍານຄືຄວາມຮູ້ສຶກ..ແຕ່ຈິດເປັນໂຕຮັບຮູ້ອາຣົມ ທີ່ເອີ້ນວ່າເວທະນາ ຫຼື ຄວາມ ສຸກ ,ທຸກ ຮ້ອນ ເຢັນ ,,ເສີຍໆໆ......




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Vimoutto ຂຽນວ່າ...
ມີອາຈານຢູ່ວິທະຍາໄລແຫ່ງໜຶ່ງບອກວ່າ ສາສະນາພຸທ ເປັນ"ສາສະນາທີ່ງົມງວຍ,ພິສູດບໍ່ໄດ້,ສະແຫວງຫາປະໂຫຍດໍຫ"ເຊິ່ງມັນກໍ່ຄ້າຍຄືວ່າ ອາດຈະເປັນຄືວ່າ ເປັນຄວາມຈິງຢູ່ ເນີ່ອງຈາກວ່າ ຄົນສ່ວນໃຫຍ່ຍັງບໍ່ເຂົ້າໃຈໃນເລື່ອງກັມ,ຊາດນີ້,ບາບບູນ,ວິນຍານສ່ວນບາງຄົນກໍ່ເຂົ້າໃຈຜິດຄົນລະຄວາມໝາຍ ເຮັດໃຫ້ກາຍເປັນຄົນທີ່ ມີຄວາມເຊື່ອຖືຫຼາຍກວ່າປັນຍາ ຄື ເຊື່ອທຸກຢ່າງທີ່ເຂົາເລົ່າຕໍ່ກັນມາ ໂດຍບໍ່ໃສ່ໃຈທີ່ຈະສຶກສາ ສະນັ້ນ ຄຳທີ່ພຣະພຸທທະເຈົ້າເວົ້າວ່າ ເອຫິປັດສິໂກ ຄືຈົ່ງມາພິສູດດ້ວຍຕົນເອງ ກັບບໍ່ມີຄົນໃຫ້ຄວາມສຳຄັນ ຊ້ຳພັດໃຫ້ຄວາມເຊື່ອກັບຄຳຄົນອຶ່ນເວົ້າຫຼາຍກວ່າ ດ້ວຍເຫດ ນີ້ຈິ່ງຫາຄົນທີ່ຈະເຈົ້າໃຈເຖິງຫຼັກສາສະນາທີ່ແທ້ຈິງ ຄຳ ວ່າ ພຸທ ນັ້ນມີຄວາມໝາຍວ່າ ຜູ່ຮູ້,ຜູ້ຕຶ່ນ,ຜູ່ເບິກບານ...ສະນັ້ນທຸກສິ່ງທູກຢ່າງທີ່ພຸທທະສາສະນາສອນ ຈິງເປັນສິ່ງທີ່ເຂົ້າໃຈໄດ້ ແລະ ພິສູດໄດ້ ແຕ່ຖ້າ ຫາກ ສິ່ງທີ່ສອນແລ້ວ ພິສູດບໍ່ໄດ້ນັ້ນກໍ່ໝາຍຄວາມວ່າບໍ່ຕົງກັບຫຼັກພຸທທີ່ສອນໄວ້ຢ່າງແນ່ນອນ ,,,,,ຄືກັບຄຳວ່າ 'ວິນຍານ" ເຊິ່ງມີຄວາມໝາຍວ່າ ຮູ້ສຶກ ...ປະກອບດ້ວຍອົງ 6 ຄືຄວາມຮູ້ສຶກທາງ ຫູ.ຕາ,ດັງ,ລີ້ນ,ກາຍ ແລະ ໃຈ ທີ່ມີການບັນທຶກໄວ້ຢ່າງຊັດເຈນ ແຕ່ ຍັງງົມງວຍເພາະ ຂາດຜູ່ໄປສຶກສານັ້ນເອງ,

ແມ່ນໆເຫັນດີ ສຳລັບຂ້ອຍສາສະໜາພຸດແມ່ນວິທະຍາສາດ ທີ່ສາມາດອະທິບາຍໄດ້ອີຫລີ ແລະ ຖືກຕ້ອງທຸກຢ່າງ ເປັນວິທະຍາສາດຢ່າງແທ້ຈິງ ຢືນຢັນໄດ້ ສ່ວນຫຼາຍຄົນເຮົາບໍ່ມັກສຶກສາ ໂດຍສະເພາະບໍ່ມັກອ່ານ ມີໃຜເຄີຍສົງໄສບໍສາສະຫນາພຸດແມ່ນຫັຍງກັນແທ້ ນະຣົກ ສະຫັວນນິ ກະເຈົ້າຮູ້ໄດ້ມາຈາກໃສ ໃຜເປັນຜູ້ກຳນົດກົດແຫ່ງກຳ ພະພຸດທະເຈົ້າເບາະ ຫລື ວ່າແມ່ນຜູ້ໃດ ຄັນລອງສຶກສາເບິ່ງລະອຽດລະຈະຮູ້ ວ່າທຸກຄຳສອນຂອງສາສະຫນາພຸດນິແມ່ນຄວາມຈິງທຸກຢ່າງ ມີຜູ້ໄປຮູ້ໄປເຫັນມາແລ້ວ ຕອນທຳອິດຂ້ອຍກໍ່ບໍ່ເຊື່ອຄິດຕະຫລົກດ້ວຍຊ້ຳ ເຊັ່ນວ່າ ອະນິສົງການໃຫ້ທານ ຈະເຮັດໃຫ້ລ່ຳລວຍ ຍິ່ງຫມັ້ນໃຫ້ທານກໍ່ຍິ່ງລວຍ ຕອນນັ້ນຄິດວ່າມັນຂັດກັບວິທະຍາສາດເອົາແທ້ເອົາວ່າ ມັນສິເປັນໄປໄດ້ຈັ່ງໃດ ຍິ່ງໃຫ້ກະຍິ່ງຫມົດຕົວ ແຕ່ພໍຕັ້ງໃຈສຶກສາທຳມະດີໆວ່າເປັນຫັຍງຈຶ່ງເປັນແນວນັ້ນດຽວນີ້ ກະເລີຍມັກໃຫ້ໃຫ້ທານ ລະກະດີຂຶ້ນກ່ວາເກົ່າອີ່ຫລີ ມີແນວໂນ້ມດີຂຶ້ນເລື້ອຍໆໃນເລື່ອງຊັບສິນ ຖ້າທຽບໃສ່ແຕ່ກ່ອນ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ໂດຍສະເພາະໃຈຄົນເດີ ທານແລ້ວຕ້ອງທານດ້ວຍຄວາມບໍລິສຸດໃຈ ວັດຖຸທານບໍລິສຸດ ຜູ້ໃຫ້ທານບໍລິສຸດດ້ວຍສິນ ຜູ້ຮັບກໍ່ເປັນພະທີ່ມີສິນ (ເນື້ອນາບຸນ) ຕ້ອງປື້ມປິຕິໃຈ ກ່ອນຈະໃຫ້ທານ ປື້ມປິຕິຂະນະທີ່ໃຫ້ທານ ແລະ ຍັງປື້ມປິຕິໃຈ ແລະ ສຸກໃຈຫລັງຈາກທີ່ໃຫ້ທານໄປແລ້ວ ຂ້ອຍເຊື່ອວ່າໃຜເຮັດໄດ້ແນວນີ້ ຢ່າງຕໍ່ເນື່ອງ ບໍ່ຖ້າເຖິງຊາດໜ້າ ຊາດນິບຸນສົ່ງຜົນແນ່ນອນຈະ ຟັນທົງ ສຳຫລັບບຸນໄດ້ຫລາຍນ້ອຍສຳໃດ ໃຫ້ຄິດເອົາປະມານນີ້ເດີ ບຸນ = (ຈຳນວນວັດຖຸທານ x ຄວາມປື້ມປິຕິໃຈ ຂະນະກ່ອນໃຫ້ທານ, ໃຫ້ທານ ແລະ ຫັລງໃຫ້ທານ)
ງ່າຍໆກໍ່ຄື ວັດຖຸທານເປັນຕົວຕັ້ງ ສ່ວນໃຈຜູ້ໃຫ້ທານເປັນຕົວຄູນ ສະນັ້ນບໍ່ຈຳເປັນຕ້ອງສົງໄສວ່າ ທານນ້ອຍກະສິໄດ້ບຸນຫລາຍບໍ່ ທານຫລາຍໄດ້ບຸນນ້ອຍກະມີເດີ ຄິດໄລຕາມສູດ ( ສູດຫັນຍົກໃຫ້ເຫັນແລະສຳນຶກອອກຊື່ໆເດີ ຍົກມາປຽບທຽບໃນທາງວິທະຍາສາດ) ເພາະໃນຄວາມເປັນຈິງແລ້ວອະນິສົງຂອງການທານຫຼາຍ ແລະ ສະຫຼັບຊັບຊ້ອນກ່ວານີ້ອີກ



໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິນຍານໃນທີນີ້ແມ່ນກໍລະນີເວົ້າຖຶງຫຍັງ ຄັນກໍລະນີເວົ້າຖຶງຜູ້ທີ່ຕາຍໄປແລ້ວ ກະແມ່ນດວງຈິດທີ່ບໍ່ມີຮ່າງສິງສະຖິດ ຄັນຖ້າເວົ້າຖຶງ ອົງປະກອບການຮັບຮູ້ກໍ່ຫມາຍຖຶງ ຄວາມຮັບຮູ້ ແລະຕ້ອງເບີ່ງອີກວ່າ ຄວາມຫມາຍນັ້ນແມ່ນຢູ່ເຂດໃດ ຄັນເຂດປະຊາຊົນວິນຍານກະແມ່ນຜີລູກດຽວ ຄັນເຂດໃນເມືອງຄຳວ່າວິນຍານກໍ່ອາດຈະຫມາຍຖຶງ ກະແສຈິດຂອງຜູ້ໃດຜູ້ຫນຶ່ງ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈິດໃຈ


໙ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ຄຳວ່າວິນຍານ: ກໍ່ຄືຄວາມເຊື່ອນັ້ນເອງ

ປາກການ້ອຍຄອຍຄຳຕອບ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ສາສະໜາໃດກໍ່ມີຄວາມເຊື່ອຖືທີ່ແຕກຕ່າງກັນ

ພຸທເຊື່ອຖືເລື່ອງວິນຍານ

ຄຣິດເຊື່ອຖືແວັມພາຍ

ສາສະໜາອື່ນໆ..........................

ພຸທບໍ່ສາມາດລ້າງບາບໄດ້ແຕ່ຜ່ອນເບົາໄດ້

ຄຣິດສາມາດລ້າງບາບໄດ້

ສາສະໜາອື່ນໆ..........................

ແລະ ອື່ນໆອີກຫຼາຍຢ່າງ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໐ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ອັນນີ້ມັນກະຂຶ້ນຢູ່ກັບວ່າໃຜນັບຖືສາດສະຫນາໃດ...ບໍ່ຂໍອອກຄວາມຄິດເພາະມັກບໍ່ຄືກັນ

ທ່ານໃດມີໂປຣແກຣມປົດລອກໄຟລທີ່ດາວໂຫລດມາແດ່...

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ຝ່າຍຈິດຕະນິຍົມເວົ້າວ່າ:ວິນຍານແມ່ນປັດໄຈຕັດສິນ,ຮ່າງກາຍເປັນພຽງບ່ອນອາໄສຂອງວິນຍານເທົ່ານັ້ນ ເມື່ອວິນຍານຫນີອອກຈາກຮ່າງກາຍ ຮ່າງກາຍກໍ່ຈະຕາຍ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ວິນຍານແມ່ນກໍ່ແມ່ນຕົວເອງນີ້ລະ ຖ້າຈະອະທິບາຍໃຫ້ລະອຽດແທ້ກະແມ່ນຮູບພາບທີ່ແທ້ຈິງຂອງເຮົາທີ່ກອບປີ່ຈາກຕົວເຮົາເອງ ສ່ວນເວລາຕາຍສິ່ງເຫຼົ່ານີ້ຈະອອກຈາກຮ່າງ ແລ້ວປະຮ່າງກາຍໄວ້ ສ່ວນເຮົາບໍ່ສາມາດພິສູດໄດ້ນັ້ນອັນນີ້ກໍ່ຕ້ອງຖາມຕົວເອງເບິ່ງວ່າເຮົາເກັ່ງສຳໃດຄັນເຮົາບໍ່ເກັ່ງເຮົາກໍ່ບໍ່ເຫັນເພາະສິ່ງເຫຼົ່ານີ້ເປັນສິ່ງທີ່ລະອຽດອ່ອນ ຄ້າຍໆຄືອາກາດຫັ້ນລະ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...
ສາສະໜາໃດກໍ່ມີຄວາມເຊື່ອຖືທີ່ແຕກຕ່າງກັນ

ພຸທເຊື່ອຖືເລື່ອງວິນຍານ

ຄຣິດເຊື່ອຖືແວັມພາຍ

ສາສະໜາອື່ນໆ..........................

ພຸທບໍ່ສາມາດລ້າງບາບໄດ້ແຕ່ຜ່ອນເບົາໄດ້

ຄຣິດສາມາດລ້າງບາບໄດ້

ສາສະໜາອື່ນໆ..........................

ແລະ ອື່ນໆອີກຫຼາຍຢ່າງ


ເວົ້າໄປ ຄຣິດສາມາດລ້າງບາບໄດ້ ບໍ່ເຊື່ອຈັກໜ້ອຍ

ພັນທະຫົວໃຈ::

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຄຳສອນຂອງພະພຸດທະ້ຈົ້າດີອທ້,ຖືກຕ້ອງແທ້

ແຕ່ປະຈຸບັນກະໂຕຄູບາທີ່ເປັນຕົວແທນຂອງພະເຈົ້ານົ້ນບໍ່ດີ,ບໍ່ເຂົ້າໃຈ ສອນໃຫ້ຄົນງົມງວາຍ.

ບໍ່ພິສູດໃຫ້ສັງຄົມເຫດເຖິງບ່ອນວິທະຍາສາດ.
ຍາມໃດກໍ່ສອນວ່າ: ທານຊາດນີ້ຫຼາຍໆ ຊາດໜ້າຈິ່ງມີເງິນຫຼາຍ.

ຄູບາເປັນຕົ້ນເຫດໃຫ້ຄົນງົມງວາຍ

ພັນທະຫົວໃຈ::

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ phantahoijai ຂຽນວ່າ...
ຄຳສອນຂອງພະພຸດທະ້ຈົ້າດີອທ້,ຖືກຕ້ອງແທ້

ແຕ່ປະຈຸບັນກະໂຕຄູບາທີ່ເປັນຕົວແທນຂອງພະເຈົ້ານົ້ນບໍ່ດີ,ບໍ່ເຂົ້າໃຈ ສອນໃຫ້ຄົນງົມງວາຍ.

ບໍ່ພິສູດໃຫ້ສັງຄົມເຫດເຖິງບ່ອນວິທະຍາສາດ.
ຍາມໃດກໍ່ສອນວ່າ: ທານຊາດນີ້ຫຼາຍໆ ຊາດໜ້າຈິ່ງມີເງິນຫຼາຍ.

ຄູບາເປັນຕົ້ນເຫດໃຫ້ຄົນງົມງວາຍ


ແມ່ນແລ້ວເຫັນດີນຳ


໐ ກະທູ້
໖໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ວິນຍານໃນທີນີ້ແມ່ນກໍລະນີເວົ້າຖຶງຫຍັງ ຄັນກໍລະນີເວົ້າຖຶງຜູ້ທີ່ຕາຍໄປແລ້ວ ກະແມ່ນດວງຈິດທີ່ບໍ່ມີຮ່າງສິງສະຖິດ ຄັນຖ້າເວົ້າຖຶງ ອົງປະກອບການຮັບຮູ້ກໍ່ຫມາຍຖຶງ ຄວາມຮັບຮູ້ ແລະຕ້ອງເບີ່ງອີກວ່າ ຄວາມຫມາຍນັ້ນແມ່ນຢູ່ເຂດໃດ ຄັນເຂດປະຊາຊົນວິນຍານກະແມ່ນຜີລູກດຽວ ຄັນເຂດໃນເມືອງຄຳວ່າວິນຍານກໍ່ອາດຈະຫມາຍຖຶງ ກະແສຈິດຂອງຜູ້ໃດຜູ້ຫນຶ່ງ


ວິນຍານ ຄືຄວາມຮັບຮູ້( ຮູບ ເວທະນາ ສັນຍາ ສັງຂານ ວິນຍານ)


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຄຳວ່າວີນຍານນັ້ນພິສູດໄດ້ດ້ວຍຕົນເອງ ວີນຍານແມ່ນຄວາມຮູ້ແຈ້ງທາງອາລົມ ຕາ,ຫູ,ດັງ,ລີ້,ກາຍ,ໃຈ ເຊັ່ນວ່າຕາກະທົບຮູບ ຮູ້ສືກທຸກ ສຸກ ເສີຍໆ
ວີນຍານບໍ່ແມ່ນສິ່ງງົມງວຍແຕ່ເພາະບໍ່ຮູ້ຄວາມຫມາຍວີນຍານ. ຄົນໄປເຂົ້າໃຈຜິດເອງ
ຕາມຄວາມຫມາຍ ພຸທທະ
Link

Link ເບີ່ງ


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ phantahoijai ຂຽນວ່າ...
ຄຳສອນຂອງພະພຸດທະ້ຈົ້າດີອທ້,ຖືກຕ້ອງແທ້

ແຕ່ປະຈຸບັນກະໂຕຄູບາທີ່ເປັນຕົວແທນຂອງພະເຈົ້ານົ້ນບໍ່ດີ,ບໍ່ເຂົ້າໃຈ ສອນໃຫ້ຄົນງົມງວາຍ.

ບໍ່ພິສູດໃຫ້ສັງຄົມເຫດເຖິງບ່ອນວິທະຍາສາດ.
ຍາມໃດກໍ່ສອນວ່າ: ທານຊາດນີ້ຫຼາຍໆ ຊາດໜ້າຈິ່ງມີເງິນຫຼາຍ.

ຄູບາເປັນຕົ້ນເຫດໃຫ້ຄົນງົມງວາຍ


ແມ່ນແລ້ວເຫັນດີນຳ


ເທວະດາທູນຖາມວ່າ
ຊົນເຫລົ່າໃດໃນໂລກນີ້ ເປັນຄົນຂີ້ຖີ່ ໜຽວແໜ້ນ ເຂົາດີແຕ່ເຮັດ
ການກີດຂວາງຄົນເຫລົ່າອື່ນຜູ້ໃຫ້ຢູ່ ວິບາກຂອງຄົນນັ້ນຈະເປັນເຊັ່ນໃດ ແລະ
ສັມປະຣາຍະພົພຂອງເຂົາຈະເປັນເຊັ່ນໃດ ຂ້ານ້ອຍມາເພື່ອທູນຖາມພຣະຜູ້ມີພຣະພາຄ
ເຫຕໃດຂ້ານ້ອຍຈຶ່ງຈະຮູ້ຄວາມຂໍ້ນັ້ນ.
ພຣະຜູ້ມີພຣະພາຄຕຣັສຕອບວ່າ
ຊົນເຫລົ່າໃດໃນໂລກນີ້ ເປັນຄົນຂີ້ຖີ່ ໜຽວແໜ້ນ
ດີແຕ່ວ່າ ເຂົາທຳການກີດຂວາງຄົນເຫລົ່າອື່ນຜູ້ໃຫ້ຢູ່ ຄົນເຫລົ່ານັ້ນ
ຍ່ອມເຂົ້າເຖິງນະຣົກ ກຳເນີດເດລັດສານ ຫລືຍົມໂລກ ຖ້າຫາກເຖິງ
ຄວາມເປັນມະນຸສ ກໍເກິດໃນສະກຸລຄົນຍາກຈົນ ຊຶ່ງຈະຫາຜ້າ ອາຫານ
ຄວາມລ່າເລີງແລະຄວາມສະນຸກ ສະໜານໄດ້ໂດຍຍາກ ຄົນພານ
ເຫລົ່ານັ້ນຕ້ອງປະສົງສິ່ງໃດແຕ່ຜູ້ອື່ນ ເຂົາຍ່ອມບໍ່ໄດ້ແມ່ນສິ່ງນັ້ນ
ສົມຄວາມປາດຖະຫນາ ນັ້ນເປັນຜົນໃນພົພນີ້ ແລະພົພໜ້າກໍຍັງ
ເປັນທຸຄະຕິອີກດ້ວຍ.
ກໍຂໍ້ນີ້ຂ້ານ້ອຍເຂົ້າໃຈແຈ້ງຢ່າງນີ້ (ແຕ່) ຈະທູນຖາມຂໍ້ອື່ນກະ
ພຣະໂຄດົມ ຊົນເຫລົ່າໃດໃນໂລກນີ້ໄດ້ຄວາມເປັນມະນຸສແລ້ວຮູ້ຖ້ອຍຄຳ ປາສະຈາກ
ຄວາມຂີ້ຖີ່ ເລື່ອມໃສໃນພຣະພຸທທະເຈົ້າ ພຣະທັມແລະພຣະສົງຄ໌ ເປັນຜູ້ມີ
ຄວາມເຄົາລົບແຮງກ້າ ວິບາກຂອງຊົນເຫລົ່ານັ້ນຈະເປັນເຊັ່ນໃດ ແລະສັມປະຣາຍະພົພ
ຂອງເຂົາຈະເປັນເຊັ່ນໃດ ຂ້ານ້ອຍເພື່ອທູນຖາມພຣະຜູ້ມີພຣະພາຄ ເຫຕໃດ
ຂ້ານ້ອຍຈຶ່ງຈະຮູ້ຄວາມຂໍ້ນັ້ນ.
ພຣະຜູ້ມີພຣະພາຄຕຣັສຕອບວ່າ
ຊົນເຫລົ່າໃດໃນໂລກນີ້ ....
ການໃຫ້ບໍ່ແມ່ນບໍ່ຂອງງົມງວຍສືກາກ່ອນຈຶງແທ້ຫລືບໍ? ບໍ່ເຄີຍຮູ້ສາສະໜາເລີຍ
ຄົນເຂົ້າໃຈຜິດກ່ຽວກັບສາສະໜາຫລາຍກວ່າ 90%


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າອາຈານເພີນຢາກພິສູດວ່າວິນຍານມີແທ້ບໍ ສາມາດພິສູດໄດ້ ບອກລາວໃຫ້ລອງຕາຍລອງເບິ່ງ ຖ້າຕາຍແລ້ວກາຍເປັນວິນຍານ ກະສະແດງວ່າ ວິນຍານມີແທ້ ກົງກັນຂ້າມ ຖ້າຕາຍແລ້ວບໍ່ໄດ້ເປັນວິນຍານ ກະສະແດງວ່າ ວິນຍານບໍ່ມີ

ຢ່າລືມບອກອາຈານເດີ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khones ຂຽນວ່າ...
ຖ້າອາຈານເພີນຢາກພິສູດວ່າວິນຍານມີແທ້ບໍ ສາມາດພິສູດໄດ້ ບອກລາວໃຫ້ລອງຕາຍລອງເບິ່ງ ຖ້າຕາຍແລ້ວກາຍເປັນວິນຍານ ກະສະແດງວ່າ ວິນຍານມີແທ້ ກົງກັນຂ້າມ ຖ້າຕາຍແລ້ວບໍ່ໄດ້ເປັນວິນຍານ ກະສະແດງວ່າ ວິນຍານບໍ່ມີ

ຢ່າລືມບອກອາຈານເດີ

ໂອ່! ຄັກໆ


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້

ຮ່າກວ່າທຸກເທື່ອ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ວິນຍານແມ່ນ...ສິ່ງທີ່ອອກຈາກຮ່າງກາຍທີ່ໄຮ້ວິນຍານບໍ່ວ່າທັ້ງຄົນແລະສັດ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>