ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄວາມຈິງທີ່ໄອນ໌ສະໄຕນ໌ ນັ້ນຍອມຮັບ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ຖ້າເວົ້າເຖິງໄອນ໌ສະໄຕນ໌ ຫຼາຍຄົນກໍ່ຄົລຈະພໍຮູ້ຈັກ ຜູ່ທີ່ສະເໜີທິດສະດີສັມພັນທະພາບ ທີ່ເຮັດໃຫ້ປະເທດສາມາດນຳເອົາທິດສະດີນີ້ໄປຜະລິດ ນິວເຄລຍ ,ເຄື່ອງໄຟຟ້າ ດ້ວຍເຫດນີ້ເຂົາຈິ່ງໄດ້ຊື່ວ່າເປັນ ບິດາຂອງ ປະຣະມະນູ .ນອກຈາກນີ້ເຂົາຍັງຄົ້ນພົບທິດສະດີ ຄວານຕັ້ມ (Quantum Mechanic ) ເຊິ່ງຄວາມຄິດຫຼັກຂອງທິດສະດີນີ້ແມ່ນ ທຸສິ່ງທຸກຢ່າງໃນຈັກກະວານເກີດຂຶ້ນ ແລະ ມີວົງຈອນຄືການໂຍນລູເຕົ໋າ ຜົນຂອງມັນຕັ້ງຢູ່ເທິງຟຶ້ນຖານຂອງຄວາມໜ້າຈະເປັນ ນັ້ນກໍ່ໝາຍຄວາມວ່າທຸກຄັ້ງ ທີ່ໂຍນລູກເຕົ໋າເຮົາບໍ່ຮູ້ເລີຍວ່າຈະອອກໜ້າໃດແທ້ ເຊິ່ງ ໃນທິດສະດີນີ້ ກົງກັບຫຼັກຄຳສອນຂອງ ພຣະພຸທທະເຈົ້າ ທີ່ບອກວ່າ : ທຸກສິ່ງຢ່າງເປັນ (ອະນິດຈັງ ຄືບໍ່ມີຄວາມທ່ຽງ ເວົ້າໄວ້ໃນໄຕຣລັກຂະນະສູດ ຄື : ລັກສະນະການເປັນໄປຂອງ ສັບພະສິ່ງ ມີຢູ່ສາມຢ່າງ ) ແຕ່ໃນເບື້ອງຕົ້ນ ໄອນ໌ສະໄຕນ໌ ປະຕິເສດ ຫຼັກການນີ້ ແລະ ຕ້ອງການຫາຄວາມທ່ຽງແທ່ແນ່ນອນ ດ້ວຍເຫດຜົນີທ່ເຂົາ ມີຄວາມເຊື່ອເດີມໃນພຣະເຈົ້າ ແລະ ມີນິໄສເດີມຄຶຕ້ອງຮູ້ແລະເຂົ້າໃຈທຸກສິ່ງຢ່າງ ໂດຍ ກະຈ່າງແຈ້ງ ເພື່ອຈະແປຄວາມເຂົ້າໃຈນັ້ນອອກມາເປັນສູດສຳເລັດທາງຄະນິດສາດ ແລະ ກໍ່ເປັນວິທີດຽວທີ່ເຂົາສາມາດເຂົ້າໃຈໄດ້ຄື ການຄິດຄົ້ນ ແລ້ວ ປ່ຽນຫຼັກການມາເປັນສູດສຳເລັດ ,ແນວໃດກໍ່ຕາມດ້ວຍຄວາມຮັກ ຫຼົງໄຫຼ ແລະ ບູຊາໃນພຣະເຈົ້າໄປພ້ອມໆກັບ ຄະນິດສາດ ນີ້ເອງໄດ້ເປັນຈຸດເລີມຕົ້ນ ແລະພັກດັນໄອນ໌ສະໄຕນ໌ ເຂົ້າສູ່ຍຸກຂອງການຄົ້ນຄິດ ,ໃນປີ 1920 ເຂົາໄດ້ຄົ້ນພົບທິດສະດີ ເອກພາບ (The unified Theory or The Theory Of Everything ) ເຂົາເຊື່ອວ່າ ຄວາມຈະແຈ້ງທາງຄະນິດສາດ ຈະສາມາດອະທິບາຍທຸກສິ່ງທຸຢ່າງໃນຈັກກະວານ ແລະ ສາມາດລວມຄວາມຮູ້ທຸກສິ່ງທຸກຢ່າງໃນຈັກກະວານເຂົ້າມາເປັນໜຶ່ງດຽວ ລວມໄປເຖິງ ພຣະເຈົ້າສ້າງໂລກນີ້ໄດ້ຢ່າງໃດ ດັ່ງທີ່ຄຳ ໄອນ໌ສະໄຕນ໌ເວົ້າວ່າ “ ຂ້າພະເຈົ້າຕ້ອງການຈະຮູ້ວ່າພຣະເຈົ້າສ້າງໂລກນີ້ໄດ້ຢ່າງໃດ ຂ້າງພະເຈົ້າບໍ່ໄດ້ສົນໃຈຈະຮູ້ ປະກົດການນັ້ນນີ້ ວ່າມັນເປັນພຽງທາດນັ້ນຫຼືທາດນີ້ ສິ່ງເຫຼົ່ານີ້ເປັນພຽງລາຍລະອຽດເທົ່ານັ້ນ ຂ້າພະເຈົ້າຕ້ອງການຈະຮູ້ຄວາມຄິດຂອງ ພຣະເຈົ້າຕ່າງຫາກ ’’ ທິດສະດີເອກພາບນີ້ປຽບດັ່ງ ສາດທີ່ສາມາດອ່ານຈິດໃຈຂອງ ພຣະເຈົ້າ ແລະ ງານສິລລະປະການສ້າງໂລກ ແລະ ມະນຸດຂອງພຣະເຈົ້ານັ້ນເອງ ເຊິ່ງເປັນຄວາມຄິດທີ່ເຍີທະຍານສູງ ກໃນເດືອນ ເມສາ ປີ 1955 ໄອນ໌ສໄຕນ໌ ປວຍໂຊໜັກ ຕ້ອງເຂົ້າຮັກສາໂຕທີ່ໂຮງບານ ປຣິນຕັນ ລັດນິວເຈີຊີ ການປ່ວຍຄັ້ງນີ້ ອາດຈະເປັນຄັ້ງສຸດທ້າຍຂອງເຂົາ ເຖິງແມ່ນວ່າເຂົາຈະລົ້ມປ່ວຍໜັກແຕ່ເຂົາກໍ່ອຸທິດໃຫ້ກັບວຽກງານນີ້ ເຊິງ ໝໍທີ່ເບິງແຍງເຂົາບອກວ່າ : ໃນມືຂອງເຂົາກຳ ປາກກາ ແລະ ເຈ້ຍ ໄວ້ຕະຫຼອດ ເພື່ອຂີດຂຽນສູດ ຂຽນເຄື່ອງໝາຍ ເຊິ່ງໃນຊ່ວງເວລາສາມປີ ເຂົາໄດ້ ໄດ້ຫາຄຳຕອບ ຈາກ ການອ່ານຄວາມຄິດຂອງພຣະເຈົ້າ ແລະ ບັນດາາະນາຕ່າງໆ ພະຍາບານ ຄົ້ນນັ້ນຮູ້ສຶກເຫັນໃຈ ແລະຢາກໃຫ້ ໄອນ໌ສະໄຕນ໌ຜ່ອນ ຈິ່ງເວົ້າກັບ ໄອນ໌ສະໄຕນ໌ວ່າ : “ ບາງທີ່ ພຣະເຈົ້າອາດ ຈະບໍ່ຢາກໃຫ້ເຮົາ ອ່ານຄວາມຄິດຂອງທ່ານກໍ່ເປັນໄດ້ Maybe God doesn’t want us to know his mind ” ໄອນ໌ສະໄຕນ໌ ຕອບກັບໄປວ່າ “ ພຣະເຈົ້າບໍ່ຫຼິ້ນ ລູກເຕົ໋າດອກ ພະຍານບານ God doesn’t play dice , nurse !” ນີ້ກໍ່ໝາຍຄວາວ່າ ພຣະເຈົ້າບໍ່ຮູ້ເລື່ອງກ່ຽວກັບລູກ ເຕົ໋າ ແລະກໍ່ໝາຍຄວາມວ່າເຂົາພົບຄຳຕອບແລ້ວ ແຕ່ກໍ່ບໍ່ແມ່ນທັງໝົດ .ວັນທີ 18-ເມສາ-1955 ບຸກຄົນ ອັດສະຣິຍະຂອງໂລກ ກໍ່ໄດ້ຈາກໂລກນີ້ໄປ ທັງທີ່ໃນມືຍັງກຳເຈ້ຍ ແລະ ປາກກາໄວ້ ເຊິ່ງໃນເຈ້ຍ ໃບນັ້ນ ມີຂໍ້ຄວາມຢູ່ວ່າ ດັ່ງນີ້ :
The religion of the future will be a cosmic religion. It should transcend personal God and avoid dogma and theology. Covering both the natural and the spiritual, it should be based on a religious sense arising from the experience of all things natural and spiritual as a meaningful unity. Buddhism answers this description. If there is any religion that could cope with modern scientific needs it would be Buddhism. (Albert Einstein)

"ສາສະນາໃນອະນາຄົຕ ຈະຕ້ອງເປັນສາສະນາສາກົນ ສາສະນານັ້ນຄວນຢູ່ເໜືອພຣະເຈົ້າທີ່ມີຕົວຕົນ ແລະ ຄວນລະເວັ້ນຄຳສອນແບບສິທທັນຕ໌ (ຄືເປັນການສອນ ແບບສຳເລັດຮູບ ທີ່ເນັ້ນໃຫ້ເຊື່ອພຽງຢ່າງດຽວ) ແລະ ແບບເທວະວິທະຍາ (ຄືເພິ່ງເທວະດາເປັນຫຼັກ) ສາສະນານັ້ນ ມີຂອບເຂດຄອບຄຸມທັງທັມມະຊາດ ແລະ ຈິດໃຈ ທີ່ຄວນມີຮາກຢູ່ເທິງສາມັນສຳນຶກທາງສາສະນາ ທີ່ເກີດຈາກປະສົບການຕໍ່ສິ່ງທັງປວງ ຄືທັມມະຊາດແລະ ຈິດໃຈ ຢ່າງເປັນໜ່ວຍລວມທີ່ມີຄວາມໝາຍ ພຣະພຸທທະສາສະນາຕອບຂໍກຳນັດນີ້ແລ້ວ,ຖ້າສາສະນາໃດຈະຮັບມືກັບວິທະຍາສາດສະໃໝປະຈຸບັນໄດ້ ສາສະນານັ້ນຄວນເປັນສາສະນາພຸທ "

ນີ້້້ຄືສິ່ງທີ່ໄອນ໌ສະໄຕນ໌ ຂຽນໄວໃນນາທີ່ສຸກທ້າຍກອ່ນລາໂລກນີ້້ໄປ ແຕ່ເຂົາກໍ່ເສຍໃຈທີ່ຍັງ ບໍ່ໄດ້ທຳຄວາມເຂົ້າໃຈທັງສາມ ຫຼັກການ ຂອງ ໄຕຣລັກສ໌ ( ອະນິດຈັງ ,ທຸກຂັງ,ອະນັດຕາ ) ເຊິ່ງກໍ່ຖືໄດ້ວ່າ ເຂົ້າເປັນບຸກຄົນທີ່ໜ້າເອົາແບບຢ່າງທັງໃນທາງວິທະຍາສາດ ແລະ ທາງສາສດນາ ເຖິງແມ່ນວ່າເຂົາຈະບໍ່ແມ່ນນັກການສາສະນາ ແຕ່ ເຂົາກໍ່ເປັນນັກການສາສະນາໂດຍແທ້ຈິງ.
ອັລເບີຣລ໌ ໄອນ໌ສໄຕນ໌
ນັກຟີສິກ ຊາວເຢີຣະມັນ ຜູ່ສະເໜີທິດສະດີສັມພັນທະພາບ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ຂໍ້ມູນຈາກປຶ້ມ ໄອນ໌ສະໄຕນ໌ ຖາມພຣະພຸທທະເຈົ້າຕອບ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວຫຼາຍ ບໍ່ໄດ້ອ່ານ ຮາໆໆໆໆ


໐ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ຍາວຫຼາຍ ບໍ່ໄດ້ອ່ານ ຮາໆໆໆໆ

ກັກໆໆໆມາຫົວລ້າໆໆໆໆ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ແກ້ໄຂແກ້ໄຂມາກັບມາຕຶ່ມອີກສອງ..ກໍ່ຕ້ອງຂໍອະໄພ....




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆໆໆໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ອ່ານ ແລ້ວ ເລື່ອງນີ້ ຢູ່ Wiki
ໂດຍສະເພາະ ເລື່ອງ Einstein ບອກ ວ່າມັກ ສາດສະໜາ ພຸດ ທີ່ສຸດ
ເພາະສາມາດພິສູດ ທາງ ດ້ານວິທະຍາສາດ ໄດ້


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາຮະ

ເພາະອາຈານເຮົາກະເຄີຍບອກວ່າ ສາສະໜາພຸດ ແມ່ນສາສະໜາ ວິທະຍາສາດ

I believe in the IMPOSSIBLE

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາດສະຫນາທີ່ອະທິບາຍອະ ດີດປັດຈຸບັນ ອະນາຄົດ ວິທະຍາສາດ ໄດ້ ກະແມ່ນສາດສະຫນາພຸດ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສາມາດພິສູດ ທາງ ດ້ານວິທະຍາສາດ ໄດ້ ແມ່ນແລ້ວ ເພາະສາສະຫນາພຸດ
ເປັນສາສະຫນາແຫ່ງວິທະຍາສາດ ຄົນທີ່ເປັນບັນດິດນັກປາດຫລືຄວາມຮູ້ຄວາມສາມາດ ຕ້ອງມາພິສູດ
ເຖິງອະ ດີດປັດຈຸບັນ ອະນາຄົດ ແລະ ຄວາມສຸກ ຄວາມທຸກໂລກນີ້ ໂລກຫນ້າ ວ່າມີເຫດມາຈາກໃສ່
ພວກເຮົາກະເປັນກຸ່ມຄົນຫນຶ່ງ ທີ່ມາພິສູດ ແລະ ມາເຮັດຄວາມດີໃຫ້ກັບຕົວເອງ ແລະ ສັງຄົມ
ຂອບໃຈກັບຂໍ້ມູນດີດີເລື່ອງນີ້