ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ປະເພນີທອດກະຖິນ ບຸນໃຫຍ່ແຫ່ງປີ

໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ການທອດກະຖິນເປັນປະເພນີອັນດີງາມຂອງຊາວພຸດທີ່ປະພຶດປະຕິບັດສືບຕໍ່ກັນມາເປັນເວລາຍາວນານກວ່າ 2,500 ປີ ກຳເນີດຂຶ້ນເມື່ອຄັ້ງທີ່ ພະພິກສຸຊາວເມືອງປາໄຖຍະລັດ ອອກເດິນທາງໄກ ເພື່ອໄປເຝົ້າພະສຳມາສຳພຸດເຈົ້າ ທີ່ ວັດພະເຊຕະວັນ ພະພິກສຸເຫລົ່ານັ້ນມີຈີວອນທີ່ເປິເປື້ອນປຽກຊຸ່ມແລະເປື່ອຍຂາດ ດ້ວຍຄວາມເກົ່າ ພະບະລົມສາດສະດາຈຶ່ງຊົງມີພຸດທານຸຍາດໃຫ້ພິກສຸຜູ້ຢູ່ຈຳພັນສາຮັບຜ້າກະຖິນໄດ້ຫລັງອອກພັນສາ ເພື່ອນຳມາຜັດປ່ຽນຜ້າເກົ່າ ປະເພນີທອດກະຖິນໄດ້ເກີດ...ຂຶ້ນຕັ້ງແຕ່ເທື່ອນັ້ນແລະສືບທອດມາຈົນກະທັ້ງປະຈຸບັນ

ບຸນຈາກການທໍອດກະຖິນເປັນບຸນພິເສດທີ່ເຮັດໄດ້ຍາກກວ່າບຸນອື່ນ ດ້ວຍສາເຫດຫລາຍປະການ ດັ່ງນີ້ ຈຳກັດການເວລາ ຄື ຕ້ອງຖວາຍພາຍໃນ 1 ເດືອນ ນັບຕັ້ງແຕ່ມື້ອອກພັນສາ ຈຳກັດຊະນິດທານ ຄື ຕ້ອງຖວາຍເປັນສັງຄະທານເທົ່ານັ້ນຈະຖວາຍເຈາະຈົ່ງພິກສຸຮູບໃດຮູບໜຶ່ງເໝືອນທານຢ່າງອື່ນບໍ່ໄດ້ ຈຳກັດຄາວ ຄື ແຕ່ລະວັດຮັບກະຖິນໄດ້ພຽງປີລະ 1 ເທື່ອ ເທົ່ານັ້ນ ຈຳກັດຜູ້ຮັບ ຄື ພະພິກສຸຜູ້ຮັບກະຖິນໄດ້ຈະຕ້ອງຈຳພັນສາທີ່ວັດນັ້ນຄົບໄຕມາດ (3 ເດືອນ) ແລະຕ້ອງມີຈຳນວນຕັ້ງແຕ່ 5 ຮູບຂຶ້ນໄປ ຈຳກັດງານ ຄື ເມື່ອພະພິກສຸຮັບຜ້າກະຖິນແລ້ວ ຈະຕ້ອງຮັບກະຖິນໃຫ້ສຳເລັດພາຍໃນມື້ນັ້ນ ຈຳກັດຂອງຖວາຍ ຄື ໄທຍະທຳທີ່ຖວາຍຕ້ອງເປັນຜ້າຜືນໃດຜືນໜຶ່ງໃນໄຕຈີວອນເທົ່ານັ້ນ ໂດຍທົ່ວໄປນິຍົມໃຊ້ສັງຄາຕິ ໄທຍະທຳອື່ນຈັດເປັນບໍລິວານກະຖິນ ເກີດຈາກພຸດປະສົງ ພະສຳມາສຳພຸດເຈົ້າຊົງມີພຸດທານຸຍາດໃຫ້ພະພິກສຸສົງຄ໌ຮັບຜ້າກະຖິນເພື່ອຜັດປ່ຽນໄຕຈີວອນເກົ່າ ແຕ່ທານຢ່າງອື່ນທາຍົກທູນຂໍໃຫ້ຊົງອະນຸຍາດ ເຊັ່ນ ມະຫາອຸບາສິກາວິສາຂາທູນຂໍອະນຸຍາດຖວາຍຜ້າອາບນ້ຳຝົນ

ນອກຈາກນີ້ການທອດກະຖິນຍັງເປັນທານທີ່ພິເສດ ຄື ທັງພະພິກສຸແລະຍາດໂຍມຜູ້ທອດກະຖິນໄດ້ອານິສົງສ໌ນຳກັນທັງ 2 ຝ່າຍ ການທອດກະຖິນຈຶ່ງເປັນບຸນໃຫຍ່ ທີ່ຜູ້ໃຫ້ (ຄະລືຫັດຖ໌) ແລະຜູ້ຮັບ (ພະພິກສຸສົງຄ໌) ຕ່າງກໍໄດ້ບຸນຢ່າງມະຫາສານ
ສາທຸຊົນຜູ້ມີບຸນທັງຫລາຍ ພະສຳມາສຳພຸດເຈົ້າຕັດວ່າ “ການສັ່ງສົມບຸນ ນຳສຸກມາໃຫ້” ເພາະບຸນຄືຜົນທີ່ເກິດຂື້ນຈາກການເຮັດຄວາມດີ ທີ່ຈະຄອຍຖ້າໜຸນນຳຊີວິດຂອງເຮົາໃຫ້ປະສົບແຕ່ຄວາມສຸກຄວາມສຳເລັດ “ເມື່ອມີບຸນຫລາຍອຸປະສັກກໍນ້ອຍ ເມື່ອມີບຸນນ້ອຍອຸປະສັກກໍຫລາຍ” ດັ່ງນັ້ນ ບັນທິດຜູ້ສະຫລາດຈຶ່ງໝັ່ນສັ່ງສົມບຸນຢູ່ເປັນນິດຍ໌ ໂດຍສະເພາະຢ່າງຍິ່ງ “ບຸນກະຖິນ” ມະຫາທານບາລະມີແຫ່ງປີ.. ຊຶ່ງເປັນບຸນໃຫຍ່ທີ່ຈະຊ່ວຍເຕີມເຕັມຄວາມສຸກຄວາມສຳເລັດໃຫ້ບັງເກີດຂຶ້ນກັບຊີວິດຂອງເຮົາໃນຊາດນີ້ແລະເພື່ອຊີວິດທີ່ດີກວ່າໃນພົບຊາດຕໍ່ ໆ ໄປ ຕາບກະທັ່ງມື້ເຂົ້າສູ່ພະນິບພານ
ການເຮັດບຸນທອດກະກຖິນເປັນບຸນທີ່ເຮັດໄດ້ປີລະເທື່ອ ຫລືທີ່ຮຽກວ່າເປັນບຸນຕາມການ ຄື ໃຫ້ຕາມເວລາທີ່ຄວນຈະໃຫ້ ເຊັ່ນ ໃຫ້ກັບພະຫລືຄົົນທີ່ກຳລັງເດິນທາງ ຫລືໃຫ້ຫມາກໄມ້ຕາມລະດູການເປັນທານ ຫລືໃຫ້ຂອງກັບຜູ້ທີ່ກຳລັງເຈັບໄຂ້ໄດ້ປ່ວຍ ທີ່ສຳຄັນການທອດກະຖິນເປັນການເຮັດບຸນກັບພະພິກສຸທີ່ຫາກໍ່ຈຳພັນສາຄົບ 3 ເດືອນ ຊຶ່ງເປັນເນື້ອນາບຸນເປັນຢ່າງດີ ແລະຜູ້ທີ່ເຮັດບຸນຕາມການເຊັ່ນນີ້ ຈະມີຜົນບຸນຕິດຕົວໄປ ຄື ບໍ່ວ່າຈະເກີດມາຈັກພົບ ຈັກຊາດ ກໍຈະເປັນຜູ້ມີສົມບັດຫລາຍ ໄດ້ຮັບຄວາມສຳເລັດຕາມປະສົງໃນເວລາທີ່ຕ້ອງການໄດ້ໂດຍງ່າຍ ຫລືຮຽກໄດ້ວ່າມີສົມບັດມາບໍ່ຂາດມື ແມ່ນອາດຈະບໍ່-ແມ່ນຄົນລວຍ ແຕ່ຫາກຢາກໄດ້ສິ່ງໃດກໍຈະໄດ້ດັ່ງໃຈ ຫລືຖ້າຈະໄປອ່ານໃນພະໄຕປິດົກເພິ່ມເຕິມກໍຈະພົບວ່າ ອານິສົງສ໌ຂອງການເຮັດບຸນທອດກະຖິນນັ້ນ ໃນຊາດທີ່ເກີດມາເຈີພະສຳມາສຳພຸດເຈົ້າກໍຈະໄດ້ຮັບການບວດແບບເອຫິພິກຂຸອຸປະສຳປະທາມີຜ້າຟູລົງມາຈາກເທິງທ້ອງຟ້າ

ກະຖິນ ເປັນພາສາພະວິໄນ ເປັນຊື່ຮຽກຜ້າພິເສດ ທີ່ພະພຸດທະເຈົ້າຊົງອະນຸຍາດໃຫ້ພິກສຸຜູ້ຢູ່ຈຳພັນສາຄົບ 3 ເດືອນແລ້ວຮັບມານຸ່ງຫົ່ມໄດ້

ກະຖິນ ແປຕາມສັບວ່າ ໄມ້ສະດຶງ ຄືກອບໄມ້ຫລືບໍ່ ແບບສຳລັບຂຶງຜ້າທີ່ຈະຫຍິບເປັນຈີວອນ ຜ້າທີ່ຫຍິບສຳເລັດຈາກກະຖິນຫລືໄມ້ສະດຶງແບບນີ້ຮຽກວ່າ ຜ້າກະຖິນ

ກະຖິນ ມີກຳນົດລະຍະເວລາຖວາຍ ຈະຖວາຍຕະຫລອດໄປເໝືອນຜ້າຊະນິດອື່ນບໍ່ໄດ້ ລະຍະເວລານັ້ນມີພຽງ 1 ເດືອນ ຄືຕັ້ງແຕ່ມື້ແຮມ 1 ຄ່ຳ ເດືອນ 11 ໄປຈົນເຖິງມື້ຂຶ້ນ 15 ຄ່ຳ ເດືອນ 12 (ມື້ເພັນງເດືອນ 12) ລະຍະເວລານີ້ຮຽກວ່າ ກະຖິນການ ຄືລະຍະເວລາທອດກະຖິນຫລືເທດການທອດກະຖິນ
ຄວາມຫມາຍຂອງກະຖິນທີ່ກ່ຽວຂ້ອງກັນຢູ່ຫລາຍຄວາມຫມາຍດັ່ງນີ້

ກະຖິນທີ່ເປັນຊື່ຂອງກອບໄມ້ ກອບໄມ້ແມ່ແບບສຳລັບເຮັດຈີວອນ ຊຶ່ງອາດຮຽກວ່າສະດຶງກໍໄດ້ ເນື່ອງຈາກໃນເທື່ອພຸດທະການການເຮັດຈີວົນໃຫ້ມີຮູບລັກສະນະຕາມທີ່ກຳນົດກະທຳໄດ້ໂດຍຍາກ ຈຶ່ງຕ້ອງເຮັດກອບໄມ້ສຳເລັດຮູບໄວ້ ເພື່ອເປັນອຸປະກອນສຳຄັນໃນການເຮັດເປັນຜ້ານຸ່ງຫລືຜ້າຫົ່ມ ຫລືຜ້າຫົ່ມຊ້ອນທີ່ຮຽກວ່າຈີວອນເປັນສ່ວນລວມ ຜືນໃດຜືນໜຶ່ງກໍໄດ້ ໃນພາສາລາວນິຍົມຮຽກ ຜ້ານຸ່ງ ວ່າ ສະບົງ ຜ້າຫົ່ມ ວ່າ ຈີວອນ ແລະ ຜ້າຫົ່ມຊ້ອນ ວ່າ ສັງຄາຕິ

ກະຖິນທີ່ເປັນຊື່ຂອງຜ້າ ໝາຍເຖິງຜ້າທີ່ຖວາຍໃຫ້ເປັນກະຖິນພາຍໃນກຳນົດການ 1 ເດືອນ ນັບຕັ້ງແຕ່ມື້ແຮມ 1 ຄ່ຳ ເດືອນ 11 ເຖິງມື້ຂຶ້ນ 15 ຄ່ຳ ເດືອນ 12 ຜ້າທີ່ຈະຖວາຍນັ້ນຈະເປັນຜ້າໃໝ່ ຫລືຜ້າທຽມໃໝ່ ເຊັ່ນ ຜ້າຟອກສະອາດ ຫລືຜ້າເກົ່າ ຫລືຜ້າບັງສຸກຸນ ຄືຜ້າທີ່ພວກເຂົາຖິ້ມແລ້ວ ແລະເປັນຜ້າເປື້ອນຝຸ່ນຫລືຜ້າທີ່ມີຜູ້ຖວາຍຈະເປັນຄະລືຫັດຖ໌ກໍໄດ້ ເປັນພິກສຸຫລືສາມະເນນກໍໄດ້ ຖວາຍແກ່ສົງຄ໌ແລ້ວກໍເປັນອັນໃຊ້ໄດ້

ກະຖິນທີ່ເປັນຊື່ຂອງບຸນກິລິຍາ ຄືການເຮັດບຸນ ຄືການຖວາຍຜ້າກະຖິນເປັນທານແກ່ພະສົງຄ໌ຜູ້ຈຳພັນສາຢູ່ໃນວັດໃດວັດໜຶ່ງຄົບໄຕມາດ ເພື່ອສົງເຄາະຜູ້ປະພຶດປະຕິບັດມັກໃຫ້ມີຜ້ານຸ່ງຫລືຜ້າຫົ່ມໃໝ່ ຈະໄດ້ໃຊ້ຜັດປ່ຽນຂອງເກົ່າທີ່ຈະຂາດຫລືຊຳລຸດ ການເຮັດບຸນຖວາຍຜ້າກະຖິນ ຫລືທີ່ຮຽກວ່າ ທອດກະຖິນ ຄືທອດຫລືວາງຜ້າລົງໄປແລ້ວກ່າວຄຳວ່າຖວາຍໃນທ່າມກາງສົງຄ໌ ຮຽກໄດ້ວ່າເປັນ ການທານ ຄືການຖວາຍກ່ອນໜ້ານັ້ນ ຫລືຫລັງຈາກນັ້ນບໍ່ເປັນກະຖິນ ທ່ານຈຶ່ງຖືໂອກາດເຮັດໄດ້ຍາກ
ກະຖິນທີ່ເປັນຊື່ຂອງສັງຄະກຳ ຄືກິດຈະກຳຂອງສົງຄ໌ກໍຈະຕ້ອງມີການສວດປະກາດຂໍຮັບຄວາມເຫັນມັກຈາກທີ່ປະຊຸມສົງຄ໌ ໃນການມອບຜ້າກະຖິນໃຫ້ແກ່ພິກສຸຮູບໃດຮູບໜຶ່ງ ເມື່ອເຮັດຈີວອນສຳເລັດແລ້ວດ້ວຍຄວາມຮ່ວມມືຂອງພິກສຸທັງຫລາຍກໍຈະໄດ້ເປັນໂອກາດໃຫ້ໄດ້ຊ່ວຍກັນເຮັດຈີວອນຂອງພິກສຸຮູບອື່ນ ຂະຫຍາຍເວລາເຮັດຈີວອນໄດ້ອີກ 4 ເດືອນ ທັງນີ້ເພາະໃນສະໄໝພຸດທະການການຫາຜ້າ ການເຮັດຈີວອນເຮັດໄດ້ໂດຍຍາກ ບໍ່ຊົງອະນຸຍາດໃຫ້ເກັບສະສົມຜ້າໄວ້ເກີນ 10 ມື້ ແຕ່ເມື່ອໄດ້ຊ່ວຍກັນເຮັດສັງຄະກຳເລື່ອງກະຖິນແລ້ວອະນຸຍາດໃຫ້ສະແຫວງຫາຜ້າແລະເກັບໄວ້ເຮັດເປັນຈີວອນໄດ້ຈົນຕະຫລອດລະດູໜາວ ຄືຈົນເຖິງມື້ຂຶ້ນ 15 ຄ່ຳເດືອນ 4

ທີ່ມາຂອງປະເພນີທອດກະຖິນ

ໃນສະໄໝພຸທົດການ ພິກສຸຊາວເມືອງປາໄຖຍະລັດຈຳນວນ 30 ຮູບ ເດິນທາງມາເຝົ້າພະສາດດາ ແຕ່ບໍ່ທັນມື້ເຂົ້າພັນສາ ຈຶ່ງຈຳພັນສາ ນ ເມືອງສາເກຕຸ ໃນລະຫວ່າງທາງ ພໍອອກພັນສາຝົນຍັງຕົກຊຸກຢູ່ ພິກສຸເຫລົ່ານັ້ນກໍເດິນທາງມາເຂົ້າເຝົ້າພະສາດສະດາດ້ວຍຄວາມລຳບາກ ລະຍະນັ້ນມີຝົນຕົກຊຸກ ຫົນທາງທີ່ຍ່າງຊຸ່ມໄປດ້ວຍນ້ຳ ເປັນໂຄນເປັນຕົມ ຕ້ອງບຸກຕ້ອງລຸຍມາຈົນກະທັ້ງເຖິງກຸງສາວັດຖີ ພະສາດສະດາຕັດຖາມເຖິງຄວາມເປັນຢູ່ແລະການເດິນທາງ ພິກສຸເຫລົ່ານັ້ນຈຶ່ງກາບທູນໃຫ້ຊົງຮູ້ ຈາກນັ້ນພະພຸດທະອົງຄ໌ຊົງມີພຸດທານຸຍາດໃຫ້ມີການຖວາຍຜ້າກະຖິນແກ່ພິກສຸທັງຫລາຍຜູ້ຈຳພັນສາຄົບຖ້ວນໄຕມາດ ໂດຍກຳນົດລະຍະເວລາ ຄື ນັບຈາກມື້ອອກພັນສາຕັ້ງແຕ່ມື້ແຮມ 1 ຄ່ຳ ເດືອນ 11 ເຖິງມື້ຂຶ້ນ 15 ຄ່ຳ ເດືອນ 12 ເປັນລະຍະເວລາ 1 ເດືອນ ກະຖິນ ຈຶ່ງໄດ້ຊື່ວ່າເປັນ ການທານ
ຄວາມພິເສດຂອງກະຖິນນະທານ

ໃນປີໜຶ່ງ ແຕ່ລະວັດສາມາດຮັບກະຖິນໄດ້ພຽງເທື່ອດຽວ ນອກຈານັ້ນແລ້ວກະຖິນນະທານກໍມີຄວາມພິເສດແຕກຕ່າງຈາກການທານຢ່າງອື່ນ ໄດ້ແກ່

1. ຈຳກັດປະເພດທານ ຄື ຕ້ອງຖວາຍເປັນສັງຄະທານເທົ່ານັ້ນ ຈະຖວາຍສະເພາະເຈາະຈົ່ງພິກສຸຮູບໃດຮູບໜຶ່ງເໝືອນທານຢ່າງອື່ນບໍ່ໄດ້

2. ຈຳກັດເວລາ ຄື ຕ້ອງຖວາຍພາຍໃນລະຍະເວລາ 1 ເດືອນ ນັບແຕ່ມື້ອອກພັນສາເປັນຕົ້ນໄປ

3. ຈຳກັດງານ ຄື ພະພິກສຸທີ່ຮັບກະຖິນຕ້ອງຕັດ ຫຍິບ ຍ້ອມ ແລະຄອງໃຫ້ສຳເລັດພາຍໃນວັນທີ່ຮັບກະຖິນ

4. ຈຳກັດໄທຍະທຳ ຄື ຜ້າທີ່ຖວາຍຕ້ອງຖືກຕ້ອງຕາມລັກສະນະທີ່ສົງຄ໌ກຳນົດໄວ້

5. ຈຳກັດຜູ້ຮັບ ຄື ພະພິກສຸຜູ້ຮັບກະຖິນ ຕ້ອງເປັນຜູ້ທີ່ຈຳພັນສາໃນວັດນັ້ນໂດຍບໍ່ຂາດພັນສາ ແລະມີຈຳນວນບໍ່ນ້ອຍກວ່າ 5 ຮູບ

6. ຈຳກັດຄາວ ຄື ວັດ ໆ ໜຶ່ງຮັບກະຖິນໄດ້ພຽງປີລະ 1 ເທື່ອເທົ່ານັ້ນ

7. ເປັນພະບະລົມພຸດທານຸຍາດ ທານຢ່າງອື່ນທາຍົກທູນຂໍໃຫ້ພະສຳມາສຳພຸທົດເຈົ້າຊົງອະນຸຍາດ ເຊັ່ນມະຫາອຸບາສິກາວິສາຂາທູນຂໍອະນຸຍາດຖວາຍຜ້າອາບນ້ຳຝົນ ແຕ່ຜ້າກະຖິນນີ້ພະອົງຊົງອະນຸຍາດເອງ ນັບເປັນພະພຸດທະປະສົງໂດຍກົງ


໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອານິສົງສ໌ບຸນທອດກະຖິນສາມັກຄີ
໑. ເຮັດໃຫ້ມັ່ນຄັ່ງດ້ວຍໂພກະຊັບສົມບັດ
໒. ເຮັດໃຫ້ປະສົບຄວາມຈະເລີນຮຸ່ງເຮືອງໃນຫນ້າທີ່ການງານ
໓. ເຮັດໃຫ້ເປັນຜູ້ມີສຳມາທິຖິ ພົບເຈີແຕ່ບັນດິດກັນຍານະມິດ ເພາະບູຊາບຸກຄົນທີ່ຄວນບູຊາ
໔. ເຮັດໃຫ້ມີຊື່ສຽງແລະເປັນທີ່ເຄົາລົບສັດທາຂອງມະຫາຊົນ
໕. ເຮັດໃຫ້ມີຈິດໃຈແຊ່ມຊື່ນ ບໍລິສຸດ ຜ່ອງໃສ ແລະມີຄວາມສຸກຢູ່ ສະເໝີ
໖. ເຮັດໃຫ້ຈິດໃຈຕັ້ງມັ່ນເປັນສະມາທິແລະເຂົ້າເຖິງທຳໄດ້ງ່າຍ
໗. ໄດ້ຊື່ວ່າຮູ້ຈັກໃຊ້ຊັບສົມບັດໃຫ້ເກີດເປັນບຸນຕິດຕາມຕົວໄປໃນພົບໜ້າຢ່າງເຕັມທີ່
໘. ເຮັດໃຫ້ມີຮູບງາມ ຜິວພັນງາມ ບໍ່ຂາດແຄນເຄື່ອງນຸ່ງຫົ່ມ ອັນປານີບ ແລະເປັນທີ່ຮັກຂອງບຸກຄົນທົ່ວໄປ
໙. ໄດ້ບັງເກີດຂຶ້ນໃນປະຕິຮູບປະເທດ ພາຍໃຕ້ລົ່ມເງົາພະພຸດທະສາດສະຫນາ
໑໐. ເມື່ອລະຈາກໂລກມະນຸດແລ້ວຈະໄດ້ໄປເກີດໃນສຸກະຕິໂລກສະຫວັນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ສາທ ສາທຸ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂດຍ
ບຸກຄົນໃດໃຫ້ທານດ້ວຍຕົນເອງ ແລະຊັກຊວນຜູ້ອື່ນໃຫ້ເຮັດດ້ວຍ ບຸກຄົນເຊັ່ນນີ້ໄປເກີດທີ່ໃດຍ່ອມໄດ້ທັງໂພກຊັບສົມບັດແລະບໍລິວານສົມບັດໃນທີ່ທີ່ຕົນໄປເກີດນັ້ນເອງ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TOMMY ຂຽນວ່າ...
ອານິສົງສ໌ບຸນທອດກະຖິນສາມັກຄີ
໑. ເຮັດໃຫ້ມັ່ນຄັ່ງດ້ວຍໂພກະຊັບສົມບັດ
໒. ເຮັດໃຫ້ປະສົບຄວາມຈະເລີນຮຸ່ງເຮືອງໃນຫນ້າທີ່ການງານ
໓. ເຮັດໃຫ້ເປັນຜູ້ມີສຳມາທິຖິ ພົບເຈີແຕ່ບັນດິດກັນຍານະມິດ ເພາະບູຊາບຸກຄົນທີ່ຄວນບູຊາ
໔. ເຮັດໃຫ້ມີຊື່ສຽງແລະເປັນທີ່ເຄົາລົບສັດທາຂອງມະຫາຊົນ
໕. ເຮັດໃຫ້ມີຈິດໃຈແຊ່ມຊື່ນ ບໍລິສຸດ ຜ່ອງໃສ ແລະມີຄວາມສຸກຢູ່ ສະເໝີ
໖. ເຮັດໃຫ້ຈິດໃຈຕັ້ງມັ່ນເປັນສະມາທິແລະເຂົ້າເຖິງທຳໄດ້ງ່າຍ
໗. ໄດ້ຊື່ວ່າຮູ້ຈັກໃຊ້ຊັບສົມບັດໃຫ້ເກີດເປັນບຸນຕິດຕາມຕົວໄປໃນພົບໜ້າຢ່າງເຕັມທີ່
໘. ເຮັດໃຫ້ມີຮູບງາມ ຜິວພັນງາມ ບໍ່ຂາດແຄນເຄື່ອງນຸ່ງຫົ່ມ ອັນປານີບ ແລະເປັນທີ່ຮັກຂອງບຸກຄົນທົ່ວໄປ
໙. ໄດ້ບັງເກີດຂຶ້ນໃນປະຕິຮູບປະເທດ ພາຍໃຕ້ລົ່ມເງົາພະພຸດທະສາດສະຫນາ
໑໐. ເມື່ອລະຈາກໂລກມະນຸດແລ້ວຈະໄດ້ໄປເກີດໃນສຸກະຕິໂລກສະຫວັນ


ສາທຸ ສາທຸ ສາທຸ


໘ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຍາກຮູ້ເລື່ອງການສົມໂພດພະນະ
ມີປະຫວັດຄວາມເປັນມາແນວໃດນໍ
ໃຜຮູ້ຊ່ວຍສົງເຄາະຂ້ານ້ອຍແດ່


໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂດຍ
ເຮົາຢາກແນະນຳຫມູ່ຢູ່
ແຕ່ເອົາແບບສັ້ນໆ
ພວກເຮົາລອງຄິດເບີ່ງ
ດຽວນີ້ມັກມີການສ້າງພະພຸດທະຮູບຢ່າງຫລວງຫລາຍ
ແລະຈັດງານສົມໂພດພະຕະຫລອດ
ພວກທີ່ໄປສົມໂພດ ຕອນແລ້ວ ກໍຍາດຝ້າຍກັນ,ທຽນໄຊແລະນຳມົນ
ເອົາມາເຮັດຫຍັງ ຄິດວ່າເປັນມຸງຄຸນ
ແລະ ພວກທີ່ທຳພິທີ ເຂົາມີບົດສູດໃດ ທີ່ອັນເຊີນພະສັມມາສັມພຸດທະເຈົ້າມາສະທິດຢູ່ພະພຸດທະຮູບ
ເຂົາເຈົ້າວິເສດມາແຕ່ໃສ
ພະສັມມາສັມພຸດທະເຈົ້າ ພະອົງເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ໄດ້ປະລິນິພານໄປແລ້ວກວ່າ2500ປີ
ພະອົງໄດ້ສັງສອນສັດໂລກ "ກັມມຸນາ ວະຈະຕີ ໂລໂກ ສັດໂລກຍ່ອມເປັນໄປຕາມກັມ"
ສ່ວນພະພຸດທະຮູບກໍ່ເປັນຕົວແທນຂອງພະອົງ
ບໍ່ແມ່ນຄິດຢາກສ້າງກໍ່ສ້າງ
ສ້າງແລ້ວກໍ່ໃສ່ຊື່ໃສ່ນາມ ຕາຍໄປແລ້ວເປັນກິໂກະກິກຽມເຝົ້າພະພຸດທະຮູບ
ແລ້ວກໍ່ປະເພີ່ນໄວ້ແບບອານາຖາ
ຈັກຜີ ຈັກພົມ ຈັກເທວະດາ ຊິມາສີ່ງສະທິດ
ເອົາໄວ້ແບບຊະຊາຍ ຕາມຮົ້ວວັດ ຕາມແຄມທາງ ເດີ່ມວັດ ຕາກຝົນ ຕາກແດດ ຕາກລົມ
ພະພຸດທະຮູບບໍ່ແມ່ນເຮົາຈະມາສ້າງທົ່ວຖີບ
ຢາກຮູ້ ຄຳຕອບ ມາເຈີກັນທຸກວັນອາທິດຕອນ13ໂມງຊັ້ນ2​ ທີ່ວັດທາດຫລວງ ຮັບປະກັນພວກເຈົ້າຈະຮູ້ແບບລຶກເຊີງ
ຂໍເປັນທັມມະຖານ ໃຫ້ຫມູ່ທຸກຄົນ
ສາທຸ


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັນຖິນຕິເບາະ ຫຼືວ່າ ກະຖິນ ບໍ່ຮູ້ຄືກັນ ຮາໆໆໆ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ສາທຸ ສາທຸ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ສາທຸ ສາທຸ

ຂໍອານຸໂມທານນຳ...


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເດີ້ ເຮັດບຸນກະຖິນ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າມັກສຶກສາທັມມະ ຫລາຍ ຄຳສອນຂ້າ ພຣະພຸທະເຈົ້າ ເປັນຄຳສອນທີ່ສາມາດນຳມາໃຊ້ໄດ້ໃນຕົວຈິງ ແລະຫາກໃຜເຮັດໄດ້ ກໍ່ແມ່ນເກີດຜົນແທ້ ຂ້າພະເຈົ້າຢາກເຂົ້າຮ່ວມຮັບຟັງນຳໄດ້ບໍ່ນໍ້?


໙ ກະທູ້
໑໔໑ ໂພສ
ນັກການກະທູ້
ສາທຸໆໆໆໆໆໆໆໆ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ເຈົ້າຂອງກະທູ້ ເປັນຄົນສຶກສາທຳມາຈາກວັດທຳມະກາຍ ຢູ່ປະເທດໄທແມ່ນບໍ່ ຄັນແມ່ນ ເອົາບຸນມາເຜີຍແຜ່ໃຫ້ນ້ອງແດ່ເດີ ສົນໃຈສຸດກ່ຽວກັບວັດນີ້ ແຕ່ບໍ່ຮູ້ວ່າສິໄປໄດ້ແນວໃດ ຊື່ເຟກບຸກນ້ອງ Lodsada Meekola


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເຈົ້າຂອງກະທູ້ທີ່ເອົາມາເຜີຍແພ່ແຕ່ຄົນລາວມີຄວາມເຂົ້າໃຈ(ເສື່ອກັນເອົາເອງ)ວ່າ ຄົນອາຍຸບໍ່ຮອດ 60ປີ ເປັນເຈົ້າພາບຈັດບຸນກະຖິນລະສິຕາຍ ວ່າສັ້ນເດ,,,,,,,,,,,,,,,,,ເອົາແຕ່ສິຄຶດເນາະ,,,,,

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TOMMY ຂຽນວ່າ...
ໂດຍ
ເຮົາຢາກແນະນຳຫມູ່ຢູ່
ແຕ່ເອົາແບບສັ້ນໆ
ພວກເຮົາລອງຄິດເບີ່ງ
ດຽວນີ້ມັກມີການສ້າງພະພຸດທະຮູບຢ່າງຫລວງຫລາຍ
ແລະຈັດງານສົມໂພດພະຕະຫລອດ
ພວກທີ່ໄປສົມໂພດ ຕອນແລ້ວ ກໍຍາດຝ້າຍກັນ,ທຽນໄຊແລະນຳມົນ
ເອົາມາເຮັດຫຍັງ ຄິດວ່າເປັນມຸງຄຸນ
ແລະ ພວກທີ່ທຳພິທີ ເຂົາມີບົດສູດໃດ ທີ່ອັນເຊີນພະສັມມາສັມພຸດທະເຈົ້າມາສະທິດຢູ່ພະພຸດທະຮູບ
ເຂົາເຈົ້າວິເສດມາແຕ່ໃສ
ພະສັມມາສັມພຸດທະເຈົ້າ ພະອົງເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ໄດ້ປະລິນິພານໄປແລ້ວກວ່າ2500ປີ
ພະອົງໄດ້ສັງສອນສັດໂລກ "ກັມມຸນາ ວະຈະຕີ ໂລໂກ ສັດໂລກຍ່ອມເປັນໄປຕາມກັມ"
ສ່ວນພະພຸດທະຮູບກໍ່ເປັນຕົວແທນຂອງພະອົງ
ບໍ່ແມ່ນຄິດຢາກສ້າງກໍ່ສ້າງ
ສ້າງແລ້ວກໍ່ໃສ່ຊື່ໃສ່ນາມ ຕາຍໄປແລ້ວເປັນກິໂກະກິກຽມເຝົ້າພະພຸດທະຮູບ
ແລ້ວກໍ່ປະເພີ່ນໄວ້ແບບອານາຖາ
ຈັກຜີ ຈັກພົມ ຈັກເທວະດາ ຊິມາສີ່ງສະທິດ
ເອົາໄວ້ແບບຊະຊາຍ ຕາມຮົ້ວວັດ ຕາມແຄມທາງ ເດີ່ມວັດ ຕາກຝົນ ຕາກແດດ ຕາກລົມ
ພະພຸດທະຮູບບໍ່ແມ່ນເຮົາຈະມາສ້າງທົ່ວຖີບ
ຢາກຮູ້ ຄຳຕອບ ມາເຈີກັນທຸກວັນອາທິດຕອນ13ໂມງຊັ້ນ2​ ທີ່ວັດທາດຫລວງ ຮັບປະກັນພວກເຈົ້າຈະຮູ້ແບບລຶກເຊີງ
ຂໍເປັນທັມມະຖານ ໃຫ້ຫມູ່ທຸກຄົນ
ສາທຸ

ຄຶດຄືເຈົ້ານິບໍ່ຕ້ອງເຂົ້າວັດສະ ກະຍ້ອນຄົນສັດທາສ້າງວັດຂຶ້ນມາ ເຈົ້າຈຶ່ງໄດ້ມີພະໃຫ້ໃຫວ້ ບໍ່ຊັ້ນເຈົ້າກະບໍ່ຮູ້ຊ່ຳວ່າ ຮູປປັ້ນແທນອົງພະພຸດທະເຈົ້າມີຮູບຊົງແນວໃດ ,,,ຄົນແບບນີ້ເອີ້ນວ່າ ຄົນທີ່ສຶກສາບໍ່ຮອດເປືອກ ....ບໍ່ຕ້ອງແນະນຳດອກເດີ ຄຶດເອງແບບນີ້ ຢ່າເອົາຄວາມຄິດນີ້ມາເຜີຍແຜ່ສະ ຈັກນ່ອຍສິພາຄົນຕົກນາລົກລ້າໆ ເຈົ້າບໍ່ສັດທາໃນພະພຸດທະຮູບ ຫຼືພຸດທະສະຖານເຈົ້າກະບໍ່ຕ້ອງເຂົ້າ ຢ່າພາຄົນອື່ນທີ່ເຂົາມີຄວາມສັດທາມາເສຍຄວາມສັດທາຍ້ອນແນວຄິດປ່ວງບ້າແບບນີ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TOMMY ຂຽນວ່າ...
ໂດຍ
ເຮົາຢາກແນະນຳຫມູ່ຢູ່
ແຕ່ເອົາແບບສັ້ນໆ
ພວກເຮົາລອງຄິດເບີ່ງ
ດຽວນີ້ມັກມີການສ້າງພະພຸດທະຮູບຢ່າງຫລວງຫລາຍ
ແລະຈັດງານສົມໂພດພະຕະຫລອດ
ພວກທີ່ໄປສົມໂພດ ຕອນແລ້ວ ກໍຍາດຝ້າຍກັນ,ທຽນໄຊແລະນຳມົນ
ເອົາມາເຮັດຫຍັງ ຄິດວ່າເປັນມຸງຄຸນ
ແລະ ພວກທີ່ທຳພິທີ ເຂົາມີບົດສູດໃດ ທີ່ອັນເຊີນພະສັມມາສັມພຸດທະເຈົ້າມາສະທິດຢູ່ພະພຸດທະຮູບ
ເຂົາເຈົ້າວິເສດມາແຕ່ໃສ
ພະສັມມາສັມພຸດທະເຈົ້າ ພະອົງເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ໄດ້ປະລິນິພານໄປແລ້ວກວ່າ2500ປີ
ພະອົງໄດ້ສັງສອນສັດໂລກ "ກັມມຸນາ ວະຈະຕີ ໂລໂກ ສັດໂລກຍ່ອມເປັນໄປຕາມກັມ"
ສ່ວນພະພຸດທະຮູບກໍ່ເປັນຕົວແທນຂອງພະອົງ
ບໍ່ແມ່ນຄິດຢາກສ້າງກໍ່ສ້າງ
ສ້າງແລ້ວກໍ່ໃສ່ຊື່ໃສ່ນາມ ຕາຍໄປແລ້ວເປັນກິໂກະກິກຽມເຝົ້າພະພຸດທະຮູບ
ແລ້ວກໍ່ປະເພີ່ນໄວ້ແບບອານາຖາ
ຈັກຜີ ຈັກພົມ ຈັກເທວະດາ ຊິມາສີ່ງສະທິດ
ເອົາໄວ້ແບບຊະຊາຍ ຕາມຮົ້ວວັດ ຕາມແຄມທາງ ເດີ່ມວັດ ຕາກຝົນ ຕາກແດດ ຕາກລົມ
ພະພຸດທະຮູບບໍ່ແມ່ນເຮົາຈະມາສ້າງທົ່ວຖີບ
ຢາກຮູ້ ຄຳຕອບ ມາເຈີກັນທຸກວັນອາທິດຕອນ13ໂມງຊັ້ນ2​ ທີ່ວັດທາດຫລວງ ຮັບປະກັນພວກເຈົ້າຈະຮູ້ແບບລຶກເຊີງ
ຂໍເປັນທັມມະຖານ ໃຫ້ຫມູ່ທຸກຄົນ
ສາທຸ


ເວົ້າແບບເຈົ້າມັນກໍ່ບໍ່ຖືກແລ້ວ ການສ້າງພຣະພຸທທະຮູບມັນຂຶ້ນກັບສັດທາຂອງຜູ້ຢາກສ້າງ
ທີ່ວ່າປະຕາກແດດຕາກຝົນປະຢູ່ໃສ ວັດໃດ ບອກແນ່ສິໄປເບິ່ງນຳນິ
ການສົມໂພດພຣະພຸທທະຮູບມັນກໍ່ຕ້ອງມີປະຫວັດຄວາມເປັນມາຂະເຈົ້າຖາມປະຫວັດຄວາມເປັນມາກະເອົາປະຫວັດມາເວົ້າຕິ ວິຈານແບບນີ້ມັນບໍ່ຖືກປະເດັ່ນຕິເບາະ
ທີ່ວ່າຍາດຝ້າຍຍາດທຽນຫັ້ນມັນກະເລື່ອງຂອງຂະເຈົ້າມັນແລ້ວແຕ່ຜູ້ປະຕິບັດດອກ ແລະກະມີສ່ວນໜ້ອຍທີ່ເປັນແບບນັ້ນ ຢ່າເອົາມາເໝົາລວມແມ
ທຸກພິທີທາງພຸທທະສາສະໜາລ້ວນແຕ່ມີປະຫວັດຄວາມເປັນມາ ມີຄວາມໝາຍ ແລະກະມີອະນິສົງທັງນັ້ນ ມັນຂຶ້ນຢູ່ກັບຜູ້ປະຕິບັດ
ຄິດເບິ່ງດີໆກ່ອນສິວິຈານນະ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ເຈົ້າຂອງກະທູ້ ເປັນຄົນສຶກສາທຳມາຈາກວັດທຳມະກາຍ ຢູ່ປະເທດໄທແມ່ນບໍ່ ຄັນແມ່ນ ເອົາບຸນມາເຜີຍແຜ່ໃຫ້ນ້ອງແດ່ເດີ ສົນໃຈສຸດກ່ຽວກັບວັດນີ້ ແຕ່ບໍ່ຮູ້ວ່າສິໄປໄດ້ແນວໃດ ຊື່ເຟກບຸກນ້ອງ Lodsada Meekola


ວັດທຳມະກາຍເຄີຍໄດ້ຍິນຢູ່
ແຕ່ບໍ່ສູ້ວັດກຳມະຖານຢູ່ບ້ານເຮົາດອກ
ຢາກຮູ້ລາຍລະອຽດຫຼັງໄມມາກະໄດ້ເດີ

ສອຍໆ ຄຸສອງໜ່ວຍ ເປັນຫາບ