ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ທີ່ທ່ານອ່ານຫັ້ນໝາຍຄວາມວ່າ

ໜ້າທີ່ 4 ຈາກທັງໝົດ 5 ໜ້າ <<<12345>>>


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເນື້ອໃນກະທູ້ຢາກໃຫ້ຢູ່ໃນຂອບເຂດແດ່ເດີ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ເນື້ອໃນກະທູ້ຢາກໃຫ້ຢູ່ໃນຂອບເຂດແດ່ເດີ້


ຂພຈ ເອກະພາບ ແລະ ຂອບໃຈໃນຄຳແນະນຳຂອງທ່ານ ແຕ່ຖ້າທ່ານອ່ານໃຫ້ຖີ່ຖ້ວນແລ້ວເຊື່ອແນ່ວ່າທ່ານຈະສັງເກດເຫັນຈຸດປະສົງ ຂອງ ຈຂກທ
ເລື່ອງໃຫ່ຍໆໆໆມັກເກີດມາຈາກຈຸດນ້ອຍໆໆໆຖ້າທ່ານມີວິທີຫຼືມາດຕະການຊ່ວຍແນະນຳ ຕື່ມອີກຈະເປັນການດີ
ຂພຈ ບໍ່ຢາກເຫັນຄວາມແຕກແຍກມັນເປັນເລື່ອງທີ່ບໍ່ດີເຮົາຜິດກັນເຮົາຊັງກັນຂໍຖາມແດ່ວ່າເຮົາຍ້າຍໜີຈາກກັນໃດ້ບໍ່
ສູ້ຫັນມາສ້າງມິດຕະພາບດີໆໆນຳກັນ ໃຫ້ມີຄວາມຮູ້ສຶກດີໆໆໆ ບັນຍາກາດທີ່ດີ ແລ້ວສິ່ງດີໆໆກໍ່ຈະຕາມມາ
ໂກດຄືໂງ່ໂມໂຫຄືບ້ານ, ຟືນດົ້ນດຽວດັງໄຟບໍ່ລຸກ, ຢູ່ໃຫ້ເພິ່ນວ່າດີໜີໃຫ້ເພິ່ນຄິດຮອດ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້າພະເຈົ້າບໍ່ຮູ້ວ່າ ຖ້ວມເພາະຫຍັງ ແຕ່ຄິດວ່າ ເພາະການກັກນ້ຳໃນເຂື່ອນຈົນເກີນໄປ ເພາະຈະໂກງກິນກັນໃນຫນ່ວນງານ

ສ່ວນເຮື່ອງພຣະແກ້ວມໍຣະກົດ ໃນຄວາມເຫັນຂ້າພະເຈົ້າ ຄິດວ່າ ຄວນເປັນຂອງຊາວລາວ (ແມ້ຂ້າພະເຈົ້າຈະເປັນຄົນໄທ ກ້ຮູ້ວ່າໄທໄປເອົາມາ ແຍ່ງມາ) ແຕ່ບໍ່ຮູ້ວ່າເປັນເຫດຂອງນ້ຳຖ້ວມຈິງບໍ່
ອາດຈະເປັນໄດ້


໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ TamLaozaa ຂຽນວ່າ...
ເອົາລະ ອ່ານມາດົນພໍສົມຄວນ ເອົາເປັນວ່າໃຫ້ຢຸດການໂຕ້ວາທີກັນພຽງເທົ່ານີ້ຊະເນາະ ເພາະຈະໂຕ້ກັນໄປ ມັນກະບໍ່ຊ່ວຍໃຫ້ຫຍັງມັນດີຂຶ້ນ
ມີແຕ່ຈະເຮັດໃຫ້ຄົນອ່ານທ່ານອື່ນເກີດຄວາມສົງໃສ ແລະ ຢາກຮູ້ໄປຫຼາຍກວ່ານີ້

ເອົາງ່າຍໆກໍຄືຕາມຫົວຂໍ້ກະທູ້ຕັ້ງໄວ້ ສາມາດຈຳແນກອອກໄດ້ສອງປະເພດຄື:

1. ເກີດຈາກໄພທຳມະຊາດ (ເປັນຫຍັງຈິ່ງວ່າແນວນັ້ນ?) : ປະເທດເພື່ອນບ້ານເຮົາເຂົາເຈົ້າກໍສ້າງເຂື່ອນຫຼາຍພໍສົມຄວນ ສະນັ້ນເວລາທີ່ກັກນ້ຳໄວ້ໃນເຂື່ອນຫຼາຍເທົ່າໃດ ແລ້ວບໍ່ມີການລະບາຍອອກໃຫ້ທັນທ່ວງທີ່ ແລ້ວເວລາທີ່ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ ບາງເທື່ອອາດເປັນອາທິດ ກໍຈະເຮັດໃຫ້ເຂື່ອນບໍ່ສາມາດຮອງຮັບນ້ຳກ້ອນໃໝ່ທີ່ກຳລັງເພີ່ມຂຶ້ນໄດ້, ສະນັ້ນ ທຸກເຂື່ອນຈິ່ງຈຳເປັນຕ້ອງໄດ້ລະບາຍນ້ຳອອກເພື່ອປ້ອງກັນເຂື່ອນແຕກ ນັ້ນຈິ່ງເປັນສາເຫດທີ່ເຮັດໃຫ້ເກີດມີໄພນ້ຳຖ້ວມຢ່າງວ່ອງໄວ

2. ຄວາມເຊື່ອທີ່ສືບທອດກັນຈາກຄົນຮຸ່ນກ່ອນເຖິງຄົນຮຸ່ນປັດຈຸບັນ
ຄວາມເຊື່ອເປັນສິ່ງທີ່ຢູ່ຄູ່ກັບຄົນລາວມາແຕ່ສະໄຫມປູ່ຍ່າຕານາຍ ແລະ ສົ່ງຕໍ່ມາຍັງບັນດາລູກຫຼານຮຸ່ນຕໍ່ໆມາຈົນຮອດປັດຈຸບັນ. ສະນັ້ນເວລາທີ່ເກີດມີໄພທຳມະຊາດ ບາງຄົນກໍວ່າເກີດຈາກເພດໄພທີ່ເຮັດຜິດຕໍ່ສິ່ງນັ້ນສິ່ງນີ້ ແລ້ວເພິ່ນລົງໂທດໃຫ້ເກີດນັ້ນເກີດນີ້ ຍົກຕົວຢ່າງຈາກທີ່ຫຼາຍຄົນໃນກະທູ້ນີ້ກ່າວກັນເລື່ອງນ້ຳຖ້ວມ ແລະກໍມີ
ຫຼາຍຄົນທີ່ສະແດງຄວາມຄິດເຫັນຕ່າງໆນາໆ.

ຫຼາຍຄົນກໍຫຼາຍຄວາມຄິດ ເຮົາບໍ່ສາມາດຢຸດຢັ້ງຄວາມຄິດຂອງໃຜຄົນນຶ່ງໄດ້ ມີແຕ່ຮັບຟັງ ຫຼັງຈາກຟັງແລ້ວເກັບມາພິຈາລະນາ ຫຼັງຈາກພິຈາລະນາແລ້ວກໍຫາເຫດແລະຜົນທີ່ສອດຄ່ອງ ແລ້ວຫາຂໍ້ສະຫຼຸບທີ່ສົມເຫດສົມຜົນ ວ່າສິ່ງທີ່ເກີດຂຶ້ນນັ້ນເປັນຍ້ອນຫຍັງກັນແທ້ ມັນເກີດຂຶ້ນຍ້ອນສິ່ງທີ່ເຮົາເຫັນດ້ວຍຕາ ຫຼື ເກີດຈາກຄວາມເຊື່ອ ຫຼືວ່າ ອາດເປັນໄປໄດ້ທັງສອງຢ່າງ....

ອັນນີ້ກໍສຸດແທ້ແຕ່ວ່າສະມາຊິກທ່ານໃດຈະພິຈາລະນາເອົາເນາະ ບໍ່ໄດ້ປິດກັ້ນຄວາມຄິດ ພຽງແຕ່ເຫັນມັນເລີ່ມຈະແຜ່ລາມໄປຫຼາຍແລ້ວກໍເລີຍອອກມາໃຫ້ຄຳເຫັນຈັກເລັກຈັກນ້ອຍເພື່ອໃຫ້ສະມາຊິກທ່ານຕໍ່ໄປທີ່ຈະໃຫ້ຄຳເຫັນຄວນ
ທີ່ຈະພິຈາລະນາຢ່າງຮອບຄອບແລະຖີ່ຖ້ວນ ດຽວຈະກາຍເປັນນ້ຳຖ້ວມທົ່ງ

ຈົບຂ່າວ.. ^^



ກະລຸນາອ່ານຂ້າງເທິງ ແລະ ທຳຄວາມເຂົ້າໃຈ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເລື່ອງທີ່ມັນຜ່ານມາແລ້ວກະໃຫ້ຜ່ານໄປສາ ຂ້າພະເຈົ້າວ່າເຫດຜົນສຳຄັນກໍ່ແມ່ນໄພທຳມະຊາດ
ຫັ້ນລະ: ບໍ່ແມ່ນແຕ່ໄທດອກ, ລາວກະຖ້ວມຢູ່ຫລາຍແຂວງ ປະເທດອື່ນກະຖ້ວມຄືກັນ

ໂອຍເມື່ອ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ເອົາລະເປັນອັນວ່າຈົບກັນ ຄຳຕອຍນະໄດ້ແລ້ວ ຂອບໃຈ


໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tyransiam ຂຽນວ່າ...
ຂ້າພະເຈົ້າບໍ່ຮູ້ວ່າ ຖ້ວມເພາະຫຍັງ ແຕ່ຄິດວ່າ ເພາະການກັກນ້ຳໃນເຂື່ອນຈົນເກີນໄປ ເພາະຈະໂກງກິນກັນໃນຫນ່ວນງານ

ສ່ວນເຮື່ອງພຣະແກ້ວມໍຣະກົດ ໃນຄວາມເຫັນຂ້າພະເຈົ້າ ຄິດວ່າ ຄວນເປັນຂອງຊາວລາວ (ແມ້ຂ້າພະເຈົ້າຈະເປັນຄົນໄທ ກ້ຮູ້ວ່າໄທໄປເອົາມາ ແຍ່ງມາ) ແຕ່ບໍ່ຮູ້ວ່າເປັນເຫດຂອງນ້ຳຖ້ວມຈິງບໍ່
ອາດຈະເປັນໄດ້


ຕ້ອງ ແບບນີ້ ກ້າກະທຳ ກ້າຮັບຜິດຊອບ ກັບ ສິ່ງທີ່ຕົວເຮັດ, ສຸດຍອດ ຄົນຂອງແທ້


໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ເລື່ອງທີ່ມັນຜ່ານມາແລ້ວກະໃຫ້ຜ່ານໄປສາ ຂ້າພະເຈົ້າວ່າເຫດຜົນສຳຄັນກໍ່ແມ່ນໄພທຳມະຊາດ
ຫັ້ນລະ: ບໍ່ແມ່ນແຕ່ໄທດອກ, ລາວກະຖ້ວມຢູ່ຫລາຍແຂວງ ປະເທດອື່ນກະຖ້ວມຄືກັນ

ໂອຍເມື່ອ



ອັນ ລາວກະຖ້ວມຢູ່ຫລາຍແຂວງ ຫັນນະ ຖ້ວມຢູ່ ໃສ ແດ່???


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ເຖິງວ່າຈະເປັນຍ້ອນຫຍັງກໍ່ຕາມເພາະຄຳຕອບມັນມີຢູ່ແລ້ວ ຂອບໃຈ ທ່ານທີ່ໃຫ້ຄວາມຮ່ວມມືແລະປະກອບສ່ວນນຳເດີ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າບ້ານຂ້ອຍນ້ຳກະຖ້ວມ ຝົນຕົກຫລາຍຄືນນິ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ວິທີການອະທິບາຍເຫດການຕ່າງໆ ຂອງຄົນເຮົາ ມີຫລາຍແບບ. ໃນປະເທດລາວ ໂດຍສະເພາະເມື່ອຫລາຍສິບປີກ່ອນ ມັກຈະເວົ້າ ເຖິງຜີສາງນາງໄມ້ ເວນກຳ ຕ່າງໆ. ຟ້າເຫລື້ອມ ຟ້າຜ່າ ກະແມ່ນ ຜູ່ມີມີລິດເດດ ຢູ່ເທິງຟ້າ ລົບເລວກັນ. ຝົນບໍ່ຕົກ ຫລື ຕົກຫລາຍ ໂພດ ກະແມ່ນ ຍອ້ນພະຍາແຖນ.

ຢູ່ທາງອີຍິບພຸ້ນ ຕອນທີ່ນັກຄົ້ນຄວ້າ ເລີ່ມໄຂ ປີຣາມິດ ກໍ່ມີຄົນເຈັບໄຂ້ ຕາຍຫລາຍ. ບາງຄົນກະວ່າ ຍ້ອນລິດເດດ ຂອງເຈົ້າຊີວິດ ບູຮານ ທີ່ຖືກຝັງຢູ່ຫັ້ນ ແຕ່ນັກວິທະຍາສາດ ກະບອກວ່າ ຍ້ອນພະຍາດ ຫລື ສິ່ງເປັນພິດ ບາງຢ່າງ ທີ່ມີຢູ່ໃນ ປີຣມິດນັ້ນ. ດຽວນີ້ ຂອງມີຄ່າ ຫລາຍໆ ຢ່າງກະໄດ້ຖືກຂົນອອກມາ ຈາກປີຣາມິດ. ການເຈັບໄຂ້ ຫລື ຕາຍຍ້ອນການຂຸດຄົ້ນນັ້ນ ກະບໍ່ມີອີກແລ້ວ.

ນ້ຳຖ້ວມໜັກໆ ຢູ່ເມືອງລາວ ເຮົາກະມີຫລາຍເທື່ອຢູ່ ປີ ຫົກສິບປາຍ ເຈັດສິບປາຍ...

ນັກວິຊາການໄທ ກະເຄີຍຄາດຄະເນ ໄວ້ກ່ອນແລ້ວວ່າ ນ້ຳຈະຖ້ວມກຸງເທບ ຖ້າບໍ່ແກ້ໄຂ ລະບົບລະບາຍນ້ຳ. ມີຢູ່ໃນ Youtube ເດີ

ແຕ່ຂ້ອຍເອງ ກະຊິວ່າ ແລ້ວແຕ່ລະຄົນຊິເຊື່ອ ເດີ.


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແມ່ນແລ້ວ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ວິທີການອະທິບາຍເຫດການຕ່າງໆ ຂອງຄົນເຮົາ ມີຫລາຍແບບ. ໃນປະເທດລາວ ໂດຍສະເພາະເມື່ອຫລາຍສິບປີກ່ອນ ມັກຈະເວົ້າ ເຖິງຜີສາງນາງໄມ້ ເວນກຳ ຕ່າງໆ. ຟ້າເຫລື້ອມ ຟ້າຜ່າ ກະແມ່ນ ຜູ່ມີມີລິດເດດ ຢູ່ເທິງຟ້າ ລົບເລວກັນ. ຝົນບໍ່ຕົກ ຫລື ຕົກຫລາຍ ໂພດ ກະແມ່ນ ຍອ້ນພະຍາແຖນ.

ຢູ່ທາງອີຍິບພຸ້ນ ຕອນທີ່ນັກຄົ້ນຄວ້າ ເລີ່ມໄຂ ປີຣາມິດ ກໍ່ມີຄົນເຈັບໄຂ້ ຕາຍຫລາຍ. ບາງຄົນກະວ່າ ຍ້ອນລິດເດດ ຂອງເຈົ້າຊີວິດ ບູຮານ ທີ່ຖືກຝັງຢູ່ຫັ້ນ ແຕ່ນັກວິທະຍາສາດ ກະບອກວ່າ ຍ້ອນພະຍາດ ຫລື ສິ່ງເປັນພິດ ບາງຢ່າງ ທີ່ມີຢູ່ໃນ ປີຣມິດນັ້ນ. ດຽວນີ້ ຂອງມີຄ່າ ຫລາຍໆ ຢ່າງກະໄດ້ຖືກຂົນອອກມາ ຈາກປີຣາມິດ. ການເຈັບໄຂ້ ຫລື ຕາຍຍ້ອນການຂຸດຄົ້ນນັ້ນ ກະບໍ່ມີອີກແລ້ວ.

ນ້ຳຖ້ວມໜັກໆ ຢູ່ເມືອງລາວ ເຮົາກະມີຫລາຍເທື່ອຢູ່ ປີ ຫົກສິບປາຍ ເຈັດສິບປາຍ... ແມ່ນແລ້ວທີ່ທ່ານປະກອບສ່ວນກໍ່ຖືວ່າຖືກຕ້ອງແລະມີເຫດຜົນແຕ່ຄວາມຈິງທຸກຍຸກລ້ວນແຕ່ທັນສະໃໝ ຫາກເຮົາເບິ່ງຍຸກບູຮານເຮົາຈະສະຫຼຸບໄດ້ວ່າມັນບໍ່ທັນສະໃໝລະຄິດວ່າຍຸກເຮົາທັນສະໃໝແຕ່ບາດຍຸກລູກຫຼານເຮົາເຂົາກໍ່ຈະຄິດ ວ່າຍຸກເຮົາບໍ່ທັນສະໃໝຄືກັນ ຄວ່ມຈິງມັນກໍ່ເປັນໄປຕາມຍຸກເພາະແຕ່ລະຍຸກທັນສະໃໝໝົດແຕ່ມັນທັນສະໃໝບໍ່ຄືກັນ!

ນັກວິຊາການໄທ ກະເຄີຍຄາດຄະເນ ໄວ້ກ່ອນແລ້ວວ່າ ນ້ຳຈະຖ້ວມກຸງເທບ ຖ້າບໍ່ແກ້ໄຂ ລະບົບລະບາຍນ້ຳ. ມີຢູ່ໃນ Youtube ເດີ

ແຕ່ຂ້ອຍເອງ ກະຊິວ່າ ແລ້ວແຕ່ລະຄົນຊິເຊື່ອ ເດີ.



໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄົນຮຸ້ນໃໝ່ ເປັນນັກຮຽນຮູ້ ເປັນນັກສຶກສາປັນຍາຊົນ ບໍ່ຄວນມີຄວາມຄິດທີ່ງົມງວາຍ ກ່ອນຈະເວົ້າຫຍັງ ຫຼື ກ່ອນຈະນຳສະເໜີຫຍັງ ຕ້ອງມີຫຼັກຖານ ແລະ ຂໍ້ພິສູດ ຄວນຄິດ ແລະ ສະແດງອອກໃນສິ່ງທີ່ເປັນໄປໄດ້ຫຼາຍທີ່ສຸດ.
ປະເທດໄທບໍ່ແມ່ນປະເທດຽວທີ່ຖືກນ້ຳຖ້ວມ ແຕ່ຍັງມີອີກຫຼາຍປະທດທົ່ວໂລກທີ່ຕົກຢູ່ໃນສະຖານະການດຽວກັນ ນັບທັງປະເທດລາວເຮົາເອງອີກດ້ວຍ ສາຍເຫດທີ່ອາດເປັນໄປໄດ້ກໍ່ຄື:
1. ສະພາບອາກາດປ່ຽນແປງ ອຸ່ນນະພູມຂອງໂລກຮ້ອນຂຶ້ນ ນ້ຳແຂງຢູ່ຂົ້ວໂລກມີການລະລາຍ ເຮັດໃຫ້ປະລິມານນ້ຳທະເລສູງຂຶ້ນ ມີການລະເຫີຍອາຍເປັນ ປະລິມານຫຼວງຫຼາຍ ອັນເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດພາຍຸ, ຝົນຕົກໜັກ ແລະ ນ້ຳຖ້ວມ ທົ່ວທຸກມູມໂລກ.
2. ຊ່ວງໄລຍະນີ້ ມີອຸກາບາດໜ່ວຍໜຶ່ງ ທີ່ໂຄຈອນອ້ອມດວງເດືອນ ເຄື່ອນຕົວເຂົ້າມາໄກ້ໂລກ ແຮງໜິບຂອງອຸກະບາດ ແລະ ຂອງເດືອນ ທີ່ມີຕໍ່ຜິວໜ້ານ້ຳທະເລຂອງໂລກ ເຮັດໃຫ້ນ້ຳຍື່ງຂຶ້ນ.
ລັກສະນະທັງໝົດດັ່ງກ່າວ ເຮັດໃຫ້ບັນດາພື້ນທີ່ທີ່ຕໍ່າ ເຊັ່ນ ກຸງເທບ, ປະເທດອິຕາລີ້ ແລະ ອື່ນໆ ຖືກນ້ຳຖ້ວມ ດັ່ງທີ່ເຮົາເຫັນຕາມຂ່າວ.


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ເຈົ້າເວົ້າແບບນີ້ມັນໝາຍຄວາມວ່າແນວໃດ ຂ້ອຍກໍ່ຢາກຮູ້ຊື່ໆວ່າເປັນຍ້ອນຫຍັງຍ້ອນທຳມະຊາດຫຼືອີຫຍັງກໍ່ແລ້ວແຕ່ໆມັນກໍ່ເປັນຄວາມຄິດສ່ວນຕົວເຈົ້າເວົ້າແບບນິ້ນະເຈົ້າເຈົ້າອ່ານກະທູ້ຂ້ອຍຈົບລະຈຶ່ງຕອບ ແບບນີ້ນະຂ້ອຍຄິດວ່າເຈົ້າຄົງອ່ານບໍ່ຈົບດອກ ຂ້ອຍກໍ່ຖາມແຕ່ວ່າເປັນຍ້ອນພະແກ້ວທີ່ຫຼາຍໆຄົນທີ່ເວົ້າມາຫຼືເລື່ອງທຳມະຊາດກໍ່ເທົ່ານັ້ນ ຫາກເຈົ້າຄິດວ່າທຳມະຊາດກໍ່ແລ້ວລະເຈົ້າເວົ້າແບບນີ້ນະມັນນອກກອບຂ້ອຍແລ້ວເຂົ້າໃຈບໍ່ ?


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ເປັນຄົນຮຸ້ນໃໝ່ ເປັນນັກຮຽນຮູ້ ເປັນນັກສຶກສາປັນຍາຊົນ ບໍ່ຄວນມີຄວາມຄິດທີ່ງົມງວາຍ ກ່ອນຈະເວົ້າຫຍັງ ຫຼື ກ່ອນຈະນຳສະເໜີຫຍັງ ຕ້ອງມີຫຼັກຖານ ແລະ ຂໍ້ພິສູດ ຄວນຄິດ ແລະ ສະແດງອອກໃນສິ່ງທີ່ເປັນໄປໄດ້ຫຼາຍທີ່ສຸດ.
ປະເທດໄທບໍ່ແມ່ນປະເທດຽວທີ່ຖືກນ້ຳຖ້ວມ ແຕ່ຍັງມີອີກຫຼາຍປະທດທົ່ວໂລກທີ່ຕົກຢູ່ໃນສະຖານະການດຽວກັນ ນັບທັງປະເທດລາວເຮົາເອງອີກດ້ວຍ ສາຍເຫດທີ່ອາດເປັນໄປໄດ້ກໍ່ຄື:
1. ສະພາບອາກາດປ່ຽນແປງ ອຸ່ນນະພູມຂອງໂລກຮ້ອນຂຶ້ນ ນ້ຳແຂງຢູ່ຂົ້ວໂລກມີການລະລາຍ ເຮັດໃຫ້ປະລິມານນ້ຳທະເລສູງຂຶ້ນ ມີການລະເຫີຍອາຍເປັນ ປະລິມານຫຼວງຫຼາຍ ອັນເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດພາຍຸ, ຝົນຕົກໜັກ ແລະ ນ້ຳຖ້ວມ ທົ່ວທຸກມູມໂລກ.
2. ຊ່ວງໄລຍະນີ້ ມີອຸກາບາດໜ່ວຍໜຶ່ງ ທີ່ໂຄຈອນອ້ອມດວງເດືອນ ເຄື່ອນຕົວເຂົ້າມາໄກ້ໂລກ ແຮງໜິບຂອງອຸກະບາດ ແລະ ຂອງເດືອນ ທີ່ມີຕໍ່ຜິວໜ້ານ້ຳທະເລຂອງໂລກ ເຮັດໃຫ້ນ້ຳຍື່ງຂຶ້ນ.
ລັກສະນະທັງໝົດດັ່ງກ່າວ ເຮັດໃຫ້ບັນດາພື້ນທີ່ທີ່ຕໍ່າ ເຊັ່ນ ກຸງເທບ, ປະເທດອິຕາລີ້ ແລະ ອື່ນໆ ຖືກນ້ຳຖ້ວມ ດັ່ງທີ່ເຮົາເຫັນຕາມຂ່າວ.

ຫາກເຈົ້າຢາກກະຈາຍຄວາມຮູ້ຫຼືເປັນນັກວິທະຍາສາດຫຼືໂຫລະສາດທີ່ແທ້ຈິງເຈົ້າກໍ່ບໍ່ຄວນຈະຕຳນິຄົນອື່ນແບບ ນີ້ເຈົ້າເອງກໍ່ຕ້ອງມີຈັນຍາບັນແລະສ້າງຄວາມສົນໃຈໃຫ້ກັບເຂົາໃນຖານະເຂົາຄົນບໍ່ຮູ້ແລະຢາກຮູ້ບໍ່ແມ່ນຈະຕັດບັນຫາແບບ ນີ້ໂດຍທີ່ບໍ່ມີຈຸດສົນໃຈຫຍັງແລະຄວາມກະຈາງແຈ້ງປົນກັບກຳລັງໃຈເລີຍ ບາງຄັ້ງຄວາມຮູ້ແລະທັດສະນະຂອງຄົນມັນບໍ່ຄືກັນ ຮຽນຫ້ອງດຽວກັນກໍ່ຕາມແຕ່ຄວາມຮັບຮູ້ຕ່າງກັນເຈົ້າຕ້ອງມີວິທີສ້າງຄວາມສົນໃຈໃຫ້ກັບເຂົາລະຈົບລົງດ້ອຍ ຄວາມຮູ້ທີ່ກະຈາງແຈ້ງໂດຍທີ່ເຂົາບໍ່ສົງໃສຍັງເລີຍນີ້ແມ່ນວິທີເອົາສະນະຄົນອື່ນດ້ອຍວິທີຂອງທີ່ສະຫຼາດພໍ.


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chansamouth ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ເປັນຄົນຮຸ້ນໃໝ່ ເປັນນັກຮຽນຮູ້ ເປັນນັກສຶກສາປັນຍາຊົນ ບໍ່ຄວນມີຄວາມຄິດທີ່ງົມງວາຍ ກ່ອນຈະເວົ້າຫຍັງ ຫຼື ກ່ອນຈະນຳສະເໜີຫຍັງ ຕ້ອງມີຫຼັກຖານ ແລະ ຂໍ້ພິສູດ ຄວນຄິດ ແລະ ສະແດງອອກໃນສິ່ງທີ່ເປັນໄປໄດ້ຫຼາຍທີ່ສຸດ.
ປະເທດໄທບໍ່ແມ່ນປະເທດຽວທີ່ຖືກນ້ຳຖ້ວມ ແຕ່ຍັງມີອີກຫຼາຍປະທດທົ່ວໂລກທີ່ຕົກຢູ່ໃນສະຖານະການດຽວກັນ ນັບທັງປະເທດລາວເຮົາເອງອີກດ້ວຍ ສາຍເຫດທີ່ອາດເປັນໄປໄດ້ກໍ່ຄື:
1. ສະພາບອາກາດປ່ຽນແປງ ອຸ່ນນະພູມຂອງໂລກຮ້ອນຂຶ້ນ ນ້ຳແຂງຢູ່ຂົ້ວໂລກມີການລະລາຍ ເຮັດໃຫ້ປະລິມານນ້ຳທະເລສູງຂຶ້ນ ມີການລະເຫີຍອາຍເປັນ ປະລິມານຫຼວງຫຼາຍ ອັນເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດພາຍຸ, ຝົນຕົກໜັກ ແລະ ນ້ຳຖ້ວມ ທົ່ວທຸກມູມໂລກ.
2. ຊ່ວງໄລຍະນີ້ ມີອຸກາບາດໜ່ວຍໜຶ່ງ ທີ່ໂຄຈອນອ້ອມດວງເດືອນ ເຄື່ອນຕົວເຂົ້າມາໄກ້ໂລກ ແຮງໜິບຂອງອຸກະບາດ ແລະ ຂອງເດືອນ ທີ່ມີຕໍ່ຜິວໜ້ານ້ຳທະເລຂອງໂລກ ເຮັດໃຫ້ນ້ຳຍື່ງຂຶ້ນ.
ລັກສະນະທັງໝົດດັ່ງກ່າວ ເຮັດໃຫ້ບັນດາພື້ນທີ່ທີ່ຕໍ່າ ເຊັ່ນ ກຸງເທບ, ປະເທດອິຕາລີ້ ແລະ ອື່ນໆ ຖືກນ້ຳຖ້ວມ ດັ່ງທີ່ເຮົາເຫັນຕາມຂ່າວ.

ຫາກເຈົ້າຢາກກະຈາຍຄວາມຮູ້ຫຼືເປັນນັກວິທະຍາສາດຫຼືໂຫລະສາດທີ່ແທ້ຈິງເຈົ້າກໍ່ບໍ່ຄວນຈະຕຳນິຄົນອື່ນແບບນີ້ເຈົ້າເອງກໍ່ຕ້ອງມີຈັນຍາບັນແລະສ້າງຄວາມສົນໃຈໃຫ້ກັບເຂົາໃນຖານະເຂົາຄົນບໍ່ຮູ້ແລະຢາກຮູ້ບໍ່ແມ່ນຈະຕັດບັນຫາແບບນີ້ໂດຍທີ່ບໍ່ມີຈຸດສົນໃຈຫຍັງແລະຄວາມກະຈາງແຈ້ງປົນກັບກຳລັງໃຈເລີຍ



ທ່ານສ້າງກະທູ້ຂຶ້ນມາໃນລັກສະນະຄຳຖາມ ວ່າມັນກ່ຽວກັບຫຍັງ?
ແລະສຳລັບຄວາມເຫັນຂອງຂ້ອຍແມ່ນມັນກ່ຽວກັບທຳມະຊາດ ແລະ ກໍ່ພຽງແຕ່ຂະຫຍາຍຄວາມໜ້ອຍໜຶ່ງເພື່ອໃຫ້ເຂົ້າໃຈຕື່ມ ແລະ ຂ້ອຍກໍ່ພຽງຢາກເຕື່ອນໃຫ້ຄົນຮຸ້ນໃໝ່ເຊົາຄິດໃນສິ່ງທີ່ບໍ່ສາມາດພິສູດໄດ້.
ກະທູ້ຂອງທ່ານມີຄວາມລໍ້ແຫຼມ ແລະ ບອບບາງເກີນໄປ ມີຄວາມເປັນໄປໄດ້ສູງໃນບາງຄຳເຫັນຊຶ່ງອາດຈະນຳໄປສູ່ຄວາມສຳພັນ ແລະ ຂໍ້ຂັດແຍ່ງລະຫວ່າງປະເທດ ເຊິ່ງທ່ານມາສເຕີ້ກໍ່ເຄີຍອອກມາເຕືອນເທື່ອໜຶ່ງແລ້ວ. ຄົນເຂົາກໍ່ເຈັບປວດຢູ່ແລ້ວເຮົາບໍ່ຄວນຈະໄປຊ້ຳເຕີມ ຄົນເຮົາມິສິດທີ່ຈະຄິດໃນບາງຢ່າງແຕ່ການທີ່ຈະນຳຄວາມຄິດນັ້ນອອກມາມັນກໍ່ຕ້ອງອີງໃສ່ເວລາ ແລະ ຄວາມເໝາະສົມ ຫຼື ອີງໃສ່ກາລະເທສະ.
ທ່ານຕ້ອງລະບຸເຈດຕະນາແລະ ຂອບເຂດ ຢ່າງຊັດເຈນຂອງການຕັ້ງກະທູ້ ຖ້າບໍ່ດັ່ງນັ້ນ ອາດຈະມີຄົນເວົ້າໄປທົ່ວທີບທົ່ວແດນ ຄືເຫັນມາຈາກຂ້າງເທິງຫັ້ນລະ.


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແມ່ນທີ່ເຫັນຂ້າງເທີງນັ້ນແຕ່ມັນກໍ່ເປັນຄວາມຄິດເຫັນຂອງຫຼາຍໆຄົນທີ່ເຂົາເຂົ້າໃຈໃນມູມມອງຄວາມຄິດຂອງເຂົາແຕ່ຫາເຂົ້າໃຈໃນເຈຕະນາ ແລະຈຸດປະສົງຂອງຂ້າພະເຈົ້າບໍ່ ? ແຕ່ຄວາມຈິງບໍແມ່ນຄືທ່ານຄິດວ່າຄວາມປະສົງຂອງຂ້າພະເຈົາຈະເຮັດແບບນັ້ນຂ້າພະເຈົ້າມີຈຸດປະສົງດຽວຄືຢາກຮູ້ ແຕ່ບໍ່ໄດ້ຄິດທີ່ຈະກໍ່ສະນວນຫຍັງແຕ່ມູມອງຄວາມຄິດຂອງຄົນອື່ນທີ່ຄິດນັ້ນມັນກໍ່ຫ້າມບໍ່ໄດ້!


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ NPN ຂຽນວ່າ...
ແລ້ວເປັນຫຍັງນ້ຳຄືຖ້ວມລາວ ເປັນຫັຍງນ້ຳຄືຖ້ວມຫວຽດ ເປັນຫັຍງນ້ຳຄືຖ້ວມຂະເໝົນ ນັ້ນແຫຼົະ ຄື ຄຳຕອບ ບໍ່ຕ້ອງໄປຄືດຫຼາຍດອກ.


ຕອບກາຍັງບໍ່ຕົງປະເດັນຊ້ຳຕອບໃຫ້ຄິດຊ້ຳບາດນິ ອິອິ


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ມາຈອບມາຈອບ ວາໂຕ້ວ່ທີ່ໄປຮອດໃສແລ້ວແຕ່ກະສົງສິຈົບໄປຫຼາຍຄູ່ຢູ່ຕິຕາມທີ່ອ່ານ ຈົບແລ້ວກະຊົມເຊີຍ

.ເຮີເຮີ



໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chansamouth ຂຽນວ່າ...
ແມ່ນທີ່ເຫັນຂ້າງເທີງນັ້ນແຕ່ມັນກໍ່ເປັນຄວາມຄິດເຫັນຂອງຫຼາຍໆຄົນທີ່ເຂົາເຂົ້າໃຈໃນມູມມອງຄວາມຄິດຂອງເຂົາແຕ່ຫາເຂົ້າໃຈໃນເຈຕະນາ ແລະຈຸດປະສົງຂອງຂ້າພະເຈົ້າບໍ່ ? ແຕ່ຄວາມຈິງບໍແມ່ນຄືທ່ານຄິດວ່າຄວາມປະສົງຂອງຂ້າພະເຈົາຈະເຮັດແບບນັ້ນຂ້າພະເຈົ້າມີຈຸດປະສົງດຽວຄືຢາກຮູ້ ແຕ່ບໍ່ໄດ້ຄິດທີ່ຈະກໍ່ສະນວນຫຍັງແຕ່ມູມອງຄວາມຄິດຂອງຄົນອື່ນທີ່ຄິດນັ້ນມັນກໍ່ຫ້າມບໍ່ໄດ້!



ຖ້າຢາກໄດ້ຄຳຕອບສັ້ນໆຢູ່ໃນກອບວ່າ ກ່ຽວ ຫຼື ບໍ່ກ່ຽວ ໃຫ້ເອົາໄປລົງຢູ່ ໝວດສຳຫຼວດ ພຸ້ນ ມັນຈຶ່ງສົມຄວນ. ບ່ອນນີ້ແມ່ນບ່ອນສົນທະນາ ແລກປ່ຽນ ອອກຄຳຄິດຄຳເຫັນ ຫາທາງແກ້ໄຂ ຫຼື ແຈກຢາຍຂໍ້ມູນສະຖິຕິຕ່າງໆ. ທຸກຄຳເຫັນແມ່ນກ່ຽວຂ້ອງກັບຫົວຂໍ້ກະທູ້ ແລະ ມີການພົວພັນເປັນຕ່ອງໂສ້ ໝາຍຄວາມວ່າ ເວົ້າອັນໜຶ່ງ ກໍ່ຕຳໃສ່ອັນໜຶ່ງ ແລະ ກໍ່ໄປຊອດໃສ່ອີກອັນໜຶ່ງ ນີ້ລະເຂົາເອີ້ນວ່າ ອິດສະຫຼະໃນຄວາມຄິດຂອງມະນຸດ.


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແມ່ນແລ້ວຄຳຕອບສ່ວນຫຼາຍຂ້ອຍກໍ່ຍອມຮັບເພາະມັນເປັນບົດທີ່ດີ


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຂ້ອຍກະບໍ່ຮູ້ຄືກັນ ເລື່ອງທີ່ກ່ຽວກັບພຣະແກ້ວກະຄືໆຢູ່
ເລື່ອງໄພທຳມະຊາດກະຄືຄືຄືກັນ



໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NPN ຂຽນວ່າ...
ແລ້ວເປັນຫຍັງນ້ຳຄືຖ້ວມລາວ ເປັນຫັຍງນ້ຳຄືຖ້ວມຫວຽດ ເປັນຫັຍງນ້ຳຄືຖ້ວມຂະເໝົນ ນັ້ນແຫຼົະ ຄື ຄຳຕອບ ບໍ່ຕ້ອງໄປຄືດຫຼາຍດອກ.




ຮ່າໆໆໆ ເຈົ້າເວົ້າມີເຫດຜົນນໍ ຮະ ຮະ ຮະ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນນ້ຳຖ້ວມ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຍ້ອນໄພທຳມະຊາດ


໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ

啤酒...:

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແລ້ວແຕ່ທ່ານທີ່ຈະອອກຄວາມຄິດຕາມໃຈຕົວເອງເດີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຍ້ອນພົມລີຂິດ ໆໆ ຕິເບາະ !!

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ເປັນຍ້ອນພົມລີຂິດ ໆໆ ຕິເບາະ !!


ເປັນຕາຢ້ານເນາະ?


ໜ້າທີ່ 4 ຈາກທັງໝົດ 5 ໜ້າ <<<12345>>>