ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ມາເຂົ້າໃຈ ຄຳວ່າ ບາບ ບຸນ ກັນເດີພີ່ນ້ອງ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ບຸນ ແປວ່າເຄື່ອງຊຳລະຈິດໃຈໃຫ້ບໍລິສຸດ ສະອາດ ປາສະຈາກກິເລສ ເຊິ່ງກົງກັນຂ້າມກັບຄຳວ່າ ບາບ
ບຸນ ມາຈາກສັບພາສາບາລີວ່າ "ປຸນຍະ" ແປວ່າ ເຄື່ອງຊຳລະຈິດໃຈໃຫ້ສະອາດບໍລິສຸດ ບຸນເປັນເຄື່ອງກຳຈັດສິ່ງເສົ້າຫມອງທີ່ເອີ້ນກວ່າ ກິເລສ ດັ່ງນັ້ນການທຳບຸນຈິ່ງເປັນການຊ່ວຍລົດລະເລິກຄວາມໂລບ ຄວາມເຫັນແກ່ຕົົວ ຄວາມມີໃຈຄັບແຄບ ຂີ້ຖີ່ ຫວງແຫນ ຢຶດຕິດໃນວັດຖຸສິ່ງຂອງ ອັນເປັນສາເຫດຫນຶ່ງຂອງຄວາມທຸກໃຫ້ອອກໄປຈາກໃຈ ເຮັດໃຫ້ໃຈເປັນອິສະຫລະ ພ້ອມຈະກ້າວຕໍ່ໄປໃນຄຸນຄວາມດີຢ່າງອື່ນ ຫລືເປິດຊ່ອງໃຫ້ນຳເອົາຄຸນສົມບັດອັນດີງາມອື່ນໆ ມາໃສ່ເພິ່ມເຕິມແກ່ຊີວິດ ເປັນການຍົກລະດັບຈິດໃຈໃຫ້ສູງຂຶ້ນ
Jalernpone

ພາວະນາ ພິກຂຸ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດ ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຸນ ເທົ່າກັບ ດີ
ບາບ ເທົ່າກັບ ຊົ່ວ......................ແມ່ນບໍ?

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຸນ ເທົ່າກັບ ບຸນ ............ ບາບ ເທົ່າກັບ ບາບ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາບແມ່ນການກະທຳແນວບໍ່ດີ ເຊັ່ນ : ການກະທຳຂອງເຮົາຖ້າສິ່ງໃດທີ່ເຮົາເຮັດ ເຮົາກະທຳໄປແລ້ວສ້າງຄວາມເດືອດຮ້ອນ ໃຫ້ແກ່ຕົນເອງແລະຄົນອື່ນເອີ້ນວ່າບາບ.
ບຸນກະແມ່ນການກະທຳຄືກັນ ແຕ່ຕ່າງກັນບາບຢູ່ວ່າ ສິ່ງໃດທີ່ເຮົາເຮັດເຮົາກະທຳໄປແລ້ວມັນເກີດປະໂຫຍດໃຫ້ແກ່ຕົນເອງແລະຄົນອື່ນເອີ້ນວ່າບຸນ.

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ເອີ້ນອີກຢ່າງ ບຸນ ຄືຄວາມສະບາຍກາຍສະບາຍໃຈ ບໍ່ເດືອດເນື້ອ ຮ້ອນໃຈ ນີ້ກໍເປັນບຸນຄືກັນ ມີຄຳບູຮານເພີ່ເວົ້າວ່າ ສະຫວັນໃນອົກນາລົກໃນໃຈ ກໍຫມາຍເຖິງວິບາກກຳ ທີ່ເກີດຈາກການກຳ ດີ ຊົ່ວ ເປັນຜົນໃຫ້ເກີດຂື້ນທາງກາຍໃຈເຮົາໃນປັດຈຸບັນໄດ້ ແຕ່ເລື່ອງອະດີດ ຊາດຫນ້ານັ້ນເປັນອີກເລື່້ອງຫນຶ່ງ ກຳບາງຢ່າງສົ່ງຜົນຊາດນີ້ ກຳບາງຢ່າງສົ່ງຜົນຫລັງຄວາມຕາຍ ຄືຊາດຫນ້າ

ພາວະນາ ພິກຂຸ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ບຸນແມ່ນປະເພດຄວາມດີ ບາບແມ່ນປະເພດຄວາມຊົ່ວ


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ດີຫລາຍ

ພາວະນາ ພິກຂຸ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາບບຸນນີ້ເປັນຄູ່ທຽມເງົາ ເງົາມັນຕິດຕາມເຮົາຊູ່ວັນບໍ່ມີເວັ້ນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຸນ ເຮັດ ແລ້ວ ສະບາຍ ໃຈ ບໍ່ ອາຍ ໃຜ
ບາບ ເຮັດ ແລ້ວ ກະ ອຶດ ອັດ ລະ ອາຍ ແກ່ ໃຈ ບອກ ໃຜບໍ່ ໄດ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ