ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຕັ້ງແຕ່ສະໄຫມພຸດທະການ ຕອນພະພຸດທະເຈົ້າຍັງມີຊີວິດຢູ່ ພຣະພຸດທະອົງ ພະຍາກອນໄວ້ ທຳນາຍໄວ້ວ່າ ອະນາຄົດຂ້າງຫນ້າ ມະນຸດຈະລະເລີຍສີນທັມ ສ່ວນຫລາຍແມ່ນພະນັກງານລັດຖະກອນ ຜູ້ນຳ ຜູ້ມີອຳນາດທາງການເມືອງທັ້ງຫລາຍຈະເຫັນແກ່ອາມິດສິນຈ້າງ ບໍ່ຕັ້ງຢູ່ໃນທັມມະ ທຳລາຍສົມດຸນທາງທຳມະຊາດ ເພາະຄວາມເຫັນແກ່ໂຕ ມະນຸດຈະທຳມລາຍທຳມະຊາດ ແລະທຳມະຊາດຈພກັບມາທຳງາຍຄືນ ເຫັນແກ່ໄດ້ຂອງຄົນກຸ່ມດຽວ ເຮັດໃຫ້ປະຊາຊົນເກີດຄວາມທຸກຍາກ ຂາດແຄງ ສຸດທ້າຍມະນຸດກໍຈະເກີດເຫດ ເພດໄພວິບັດສູ່ສັງຄົມ

ພາວະນາ ພິກຂຸ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັບວັນນັບສັບສົນໂລກມະນຸດເຮົາ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ສາທຸ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກອ່ານພຸດທະທຳນາຍ 16 ຂໍ້ ຈະອ່ານໄດ້ຢູ່ໃສເດນໍ?

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ຕັ້ງແຕ່ສະໄຫມພຸດທະການ ຕອນພະພຸດທະເຈົ້າຍັງມີຊີວິດຢູ່ ພຣະພຸດທະອົງ ພະຍາກອນໄວ້ ທຳນາຍໄວ້ວ່າ ອະນາຄົດຂ້າງຫນ້າ ມະນຸດຈະລະເລີຍສີນທັມ ສ່ວນຫລາຍແມ່ນພະນັກງານລັດຖະກອນ ຜູ້ນຳ ຜູ້ມີອຳນາດທາງການເມືອງທັ້ງຫລາຍຈະເຫັນແກ່ອາມິດສິນຈ້າງ ບໍ່ຕັ້ງຢູ່ໃນທັມມະ ທຳລາຍສົມດຸນທາງທຳມະຊາດ ເພາະຄວາມເຫັນແກ່ໂຕ ມະນຸດຈະທຳມລາຍທຳມະຊາດ ແລະທຳມະຊາດຈພກັບມາທຳງາຍຄືນ ເຫັນແກ່ໄດ້ຂອງຄົນກຸ່ມດຽວ ເຮັດໃຫ້ປະຊາຊົນເກີດຄວາມທຸກຍາກ ຂາດແຄງ ສຸດທ້າຍມະນຸດກໍຈະເກີດເຫດ ເພດໄພວິບັດສູ່ສັງຄົມ

ມີຫຼັກຖານບໍ?

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ຢາກອ່ານພຸດທະທຳນາຍ 16 ຂໍ້ ຈະອ່ານໄດ້ຢູ່ໃສເດນໍ?

ອ່ານຢູ່ google der ຂຽນໃສ່ໂລດ

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ແມ້ນຂະໜາດນໍ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ຕັ້ງແຕ່ສະໄຫມພຸດທະການ ຕອນພະພຸດທະເຈົ້າຍັງມີຊີວິດຢູ່ ພຣະພຸດທະອົງ ພະຍາກອນໄວ້ ທຳນາຍໄວ້ວ່າ ອະນາຄົດຂ້າງຫນ້າ ມະນຸດຈະລະເລີຍສີນທັມ ສ່ວນຫລາຍແມ່ນພະນັກງານລັດຖະກອນ ຜູ້ນຳ ຜູ້ມີອຳນາດທາງການເມືອງທັ້ງຫລາຍຈະເຫັນແກ່ອາມິດສິນຈ້າງ ບໍ່ຕັ້ງຢູ່ໃນທັມມະ ທຳລາຍສົມດຸນທາງທຳມະຊາດ ເພາະຄວາມເຫັນແກ່ໂຕ ມະນຸດຈະທຳມລາຍທຳມະຊາດ ແລະທຳມະຊາດຈພກັບມາທຳງາຍຄືນ ເຫັນແກ່ໄດ້ຂອງຄົນກຸ່ມດຽວ ເຮັດໃຫ້ປະຊາຊົນເກີດຄວາມທຸກຍາກ ຂາດແຄງ ສຸດທ້າຍມະນຸດກໍຈະເກີດເຫດ ເພດໄພວິບັດສູ່ສັງຄົມ

ຢູ່ພາກໃດຂອງພຣະໄຕຣປິດົກນໍ້....ຢາກອ່ານເບິ່ງຄັກໆເດ້

໐ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ຢາກອ່ານພຸດທະທຳນາຍ 16 ຂໍ້ ຈະອ່ານໄດ້ຢູ່ໃສເດນໍ?

ພຸດທະທຳນາຍ 16 ຂໍ້ ແມ່ນການທຳນາຍຄວາມຝັນຂອງ ພະເຈົ້າປະເສນທິໂກສົນ ໂດຍພະພຸດທະເຈົ້າທຳນາຍໄວ້ດັ່ງນີ້:
1. ງົວດຳ 4 ໂຕແລ່ນມາຄືຊິຊົນກັນແລ້ວ ກັບຖອຍໄປບໍ່ຊົນກັນ ຫມາຍເຖີງ ຝົນທຳທ່າວ່າຈະຕົກ ແຕ່ກໍບໍ່ຕົກ
2. ຕົ້ນໄມ້ອອກດອກ ອອກຫມາກ ແຕ່ນ້ອຍໆ ຫມາຍເຖິງ ຄົນຈະກິນດອງ ແລະ ມີລູກຕັ້ງແຕ່ຍັງນ້ອຍ
3. ແມ່ງົວກິນນົມລູກງົວທີ່ຫາກໍເກີດ ຫມາຍເຖີງ ຄົນເຖົ້າຄົນແກ່ຕ້ອງໄດ້ເພີ່ງພາ ແລະ ຂໍຄົນທີ່ອາຍຸຍັງນ້ອຍເພື່ອລ້ຽງຊິບ
4. ງົວໃຫຍ່ທີ່ແຂງແຮງກັບບໍ່ໃຊ້ ແຕ່ໄປໃຊ້ວຽກງົວນ້ອຍແທນ ຫມາຍເຖີງ ຜູ້ທີ່ມີຄວາມຮູ້ຄວາມສາມາດ (ຜູ້ໃຫຍ່) ບໍ່ໄດ້ເປັນຫົວຫນ້າ ແຕ່ຜູ້ເປັນຫົວຫນ້າກັບແມ່ນຜູ້ທີ່ເຮັດວຽກບໍ່ເປັນ (ເດັກນ້ອຍ)
5. ມ້າສອງປາກ ກິນຫຍ້າທັງສອງປາກທີ່ຄົນນຳມາປ້ອນ ບໍ່ຮູ້ຈັກອີ່ມ ຫມາຍເຖິງ ຜູ້ພິຈາລະນາຄະດີ (ຜູ້ພິພາກສາ) ຮັບເງິນສິນບົນທັງສອງຝ່າຍ (ທັງຝ່າຍໂຈດ ແລະ ຈຳເລີຍ)
6. ຫມາຈິງຈອກຂີ້ຫົດຖາດທອງຄຳ ຫມາຍເຖິງ ຄົນຊົ່ວຊ້າໄດ້ເປັນໃຫຍ່ເປັນໂຕ
7. ບູລຸດນັ່ງຝັ້ນເຊືອກ ແຕ່ຫມາຈິງຈອກກັດກິນເຊືອກ ຫມາຍເຖີງ ຜົວ ຫາເງິນໃຫ້ ເມັຍຊົ່ວ ໃຊ້
8. ຄົນຕັກນ້ຳໃສ່ໄຫໃຫຍ່ຈົນເຕັມລົ້ນ ບໍ່ມີໃຜສົນໃຈໄຫໃບນ້ອຍໆທີ່ຢູ່ທາງຂ້າງ ຫມາຍເຖິງ ຄົນຮັ່ງກໍ່ຍິ່ງຮັ່ງ ຄົນທຸກກໍຍິ່ງທຸກ (ຜູ້ກິນ ກິນພໍຮາກ ຜູ້ຢາກ ກໍຢາກພໍຕາຍ)
9. ບຶງໃຫຍ່ ແຕ່ນ້ຳຂຸ່ນທາງກາງ ແລະ ໃສທາງແຄມ ຫມາຍເຖິງ ໃນເມືອງຈະເກີດຄວາມວຸ້ນວາຍ ແຕ່ຊົນນະບົດຈະມິດງຽບ
10. ເຂົ້າຫມໍ້ດຽວ ມີທັງບ່ອນສຸກ ບ່ອນດິບ ແລະ ບ່ອນໄຫມ້ ຫມາຍເຖິງ ຝົນທີ່ຕົກບໍ່ຖືກຕາມລະດູການ ເຮັດໃຫ້ເຂົ້າໃນນາເສັຍຫາຍ ບໍ່ສຸກສະຫມ່ຳສະເຫມີກັນ
11. ຄົນເອົາແກນໄມ້ຈັນ ມາແລກນົມສົ້ມ ຫມາຍເຖິງ ພະສົງສະແດງທຳ ແລກເອົາເງິນທອງ
12. ນ້ຳເຕົ້າເປົ່າຈົມນ້ຳ ຫມາຍເຖີງ ຄົນດີຕົກຕ່ຳ
13. ກ້ອນຫິນຟູນ້ຳ ຫມາຍເຖິງ ຄົນຊົ່ວໄດ້ດີ
14. ກົບຂຽດກິນງູເຫົ່າ ຫມາຍເຖີງ ຊາຍຈະຢູ່ໃນອຳນາດຂອງຍິງຊົ່ວ
15. ຫົງທອງເປັນບໍລິວານກາ ຫມາຍເຖິງ ຄົນຊັ້ນຕ່ຳໄດ້ເປັນນາຍບັງຄັບບັນຊາຄົນຊັ້ນສູງ
16. ແກະກິນເສືອ ຫມາຍເຖິງ ຜູ້ຮັບໃຊ້ຂອງຜູ້ເປັນໃຫຍ່ ສວຍໂອກາດທຳລາຍຜູ້ເປັນໃຫຍ່ນັ້ນ

ທັງຫມົດນີ້ແມ່ນພຸດທະພະຍາກອນ ທີ່ຄັດມາຈາກປຶ້ມ''ມະຫາສາດສະດາຊີ້ ມະຫັນຕະໄພລ້າງໂລກ''

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lexto3386 ຂຽນວ່າ...

ຂອບໃຈ ທີ່ແບ່ງປັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າໄປ
ໂລກນີ້ ມັນກະປົນກັນໄປ ທັງດີ ແລະ ບໍ່ດີ ມີຊື່ ກໍ່ມີ ຄົດ