ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຊີວິດເຈົ້າເກີດມາ ຄຸ້ມທຶນແລ້ວບໍ່?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຂ້າພະເຈົ້າວ່າ ຄົນເຮົາເກີດມາພ້ອມກັບການຕິດຫນີ້ ຊີວິດຈະຍືນຍາວ ກ້າວຫນ້າພຽງໃດ ເຮົາຍິ່ງຕິດຫນີ້ຄົນອ້ອມຂ້າງ ແລະສິ່ງຕ່າງໆໃນໂລກຫລາຍຊື້ນ ເພາະວ່າຊີວິດເຮົາປະສົບຄວາມສຳເລັດໃນລະດັບຕ່າງໆນັ້ນ ແມ່ນມີຜູ້ຢູ່ເບື້ອງຫລັງສະເໝີ ເຊັ່ນ ຄົນທີ່ຈົບການສຶກສາສູງໆ ຍ່ອມເປັນໜີ້ບຸນຄຸນພໍ່ແມ່ ແລະຄູບາອາຈານ ຄົນປະສົບຄວາມສຳເລັດທາງທຸລະກິດ ກໍເປັນໜີ້ລູກຈ້າງ ແລະລູກຄ້າຫລາຍຂື້ນ ດັ່ງນັ້ນໃຫ້ເຮົາຄິດວ່າ ເຮົາເກີດຂື້ນມາເພື່ອໃຊ້ຫນີ້ທີ່ໄດ້ຕັ້ງໃຈ ແລະບໍ່ໄດ້ຕັ້ງໃຈໃຫ້ສົມບູນຈິງຊິໄດ້ເອີ້ນວ່າ ຊີວິດນີ້ ມີຈຸດຄຸ້ມທຶນ ແຕ່ຖ້າຄົນໃດສາມາດຕອບແທນຄົນອື່ນ ແລະສິ່ງຮອບຂ້າງຫລາຍກວ່າສິ່ງທີ່ເຮົາໄດ້ມາ ຄົນນັ້ນໄດ້ຊື່ວ່າຊີວິດມີ ມີກຳໄລ ຫວັງຢ່າງຍິ່ງວ່າ ເຖິງແມ່ນວ່າເຮົາ ບໍ່ຮູ້ວ່າຈະຕອບບຸນແທນຄຸນໃຜ ແນວໃດ ຈິງຈະຮູ້ວ່າ ຄຸ້ມທຶນ ກໍໃຫ້ຄິດພຽງວ່າເຄີຍໄດ້ຮັບຫຍັງ ຈາກໃຜເເດ່ ແລ້ວເຮົາໄດ້ຕອບແທນບຸນຄຸນແກ່ຄົນໆນັ້ນແລ້ວບໍ່ ຖ້າຕອບວ່າ ໄດ້ຕອບແທນແລ້ວ ຂ້າພະເຈົ້າຄິດວ່າກໍພຽງພໍແລ້ວຊີວິດນີ້ໄດ້ ເຂົ້າສູ່ຈຸ້ມຄຸ້ມທຶນແລ້ວ ສາທຸ

ພາວະນາ ພິກຂຸ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງໜີ້ບຸນຄຸນພໍ່ແມ່
ຍັງໄປຫາຝັນບໍ່ພົບ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຍັງໜີ້ບຸນຄຸນພໍ່ແມ່
ຍັງໄປຫາຝັນບໍ່ພົບ

ຫນີ້ບຸນຄຸນພໍ່ ແມ່ ມີຫລາຍຈົນຊາດນີ້ ແລະຊາດຫນ້າກໍໃຊ້ບໍ່ຫມົດ

ພາວະນາ ພິກຂຸ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ານ້ອຍຍັງບໍ່ທັນຄຸ້ມທຶນເທື່ອ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງເລີຍ ໆໆໆໆໆໆໆໆໆໆ
ແຕ່ກຳລັງເຮັດໃຫ້ດີທີ່ສຸດ ຂ້ານ້ອຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຕັ້ງແຕ່ເກີດມາ ຮູ້ສຶກວ່າຂາດທຶດຕະຫຼອດເລີຍ

ຢູ່ຫ່າງໆ ຢ່າງຫ່ວງໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຸນຄຸນພໍ່ແມ່ມີາມກມາຍ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ຍັງມີລົມຫາຍໃຈໃນວັນນີ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ພະຍາຍາມໃຊ້ຫນີ້ໄປເລື້ອຍໆ ແຕ່ປະກົດວ່າ ມັນເພີ້ມຂື້ນທຸກປີ !

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ elghteenagain ຂຽນວ່າ...
ພະຍາຍາມໃຊ້ຫນີ້ໄປເລື້ອຍໆ ແຕ່ປະກົດວ່າ ມັນເພີ້ມຂື້ນທຸກປີ !

ມະນຸດເກີດມາໃຊ້ກັມ ໃນຂະນະທີ່ໃຊ້ກັມຢູ່ນັ້ນ ແມ່ນໄດ້ເຮັດກັມໃຫມ່ເກີດຂື້ນຢູ່ຕະຫລອດເວລາ ເພາະສະນັ້ນຕ້ອງເລືອກເຮັດເເຕ່ກັມດີເດີ ສາທຸ

ພາວະນາ ພິກຂຸ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນີ້ກ້ອນໃຫຍ່ທີ່ສຸດໃນຊີວິດກໍຄືຕິດຫນີ້ພໍ່ແມ່...
ຊາດນີ້ຫມົດຊາດ ກໍຄືຊິໃຊ້ຄືນບໍ່ຫມົດ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ XuXiujing ຂຽນວ່າ...
ຫນີ້ກ້ອນໃຫຍ່ທີ່ສຸດໃນຊີວິດກໍຄືຕິດຫນີ້ພໍ່ແມ່...
ຊາດນີ້ຫມົດຊາດ ກໍຄືຊິໃຊ້ຄືນບໍ່ຫມົດ

ແມ່ນແລ້ວ

ພາວະນາ ພິກຂຸ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດ​ວ່າ​ຄຸ້ມ ​ເພາະ​ຜ່ານ​ມາ​ເຄີຍ​ສ້າງ​ປະ​ໂຫຍ​ດສຸກ​ໄວ້​ກັບ​ສ່ວນ​ລວມຫຼາຍໆຢ່າງ​ທີ່​ບໍ່ຄິດ​ຄ່າ​ຕອບ​ແທນ​ໃດໆ ​ແຕ່​ກະ​ຄິດ​ທໍ້​ເປັນ​ບາງ​ຄັ້ງ​ຄາວ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ຄິດ​ວ່າ​ຄຸ້ມ ​ເພາະ​ຜ່ານ​ມາ​ເຄີຍ​ສ້າງ​ປະ​ໂຫຍ​ດສຸກ​ໄວ້​ກັບ​ສ່ວນ​ລວມຫຼາຍໆຢ່າງ​ທີ່​ບໍ່ຄິດ​ຄ່າ​ຕອບ​ແທນ​ໃດໆ ​ແຕ່​ກະ​ຄິດ​ທໍ້​ເປັນ​ບາງ​ຄັ້ງ​ຄາວ

ສູ້ໄປເລື້ອຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ຄິດ​ວ່າ​ຄຸ້ມ ​ເພາະ​ຜ່ານ​ມາ​ເຄີຍ​ສ້າງ​ປະ​ໂຫຍ​ດສຸກ​ໄວ້​ກັບ​ສ່ວນ​ລວມຫຼາຍໆຢ່າງ​ທີ່​ບໍ່ຄິດ​ຄ່າ​ຕອບ​ແທນ​ໃດໆ ​ແຕ່​ກະ​ຄິດ​ທໍ້​ເປັນ​ບາງ​ຄັ້ງ​ຄາວ

ສູ້ຕໍ່ໄປ ການເດີນທາງຂອງຊີວິດ ບໍ່ໄດ້ຢູ່ທີ່ເສັ້ນໄຊຢ່າງດຽວແຕ່ ສິ່ງເເຄມທາງຕ່າງຫາກສຳຄັນກວ່າ

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ຍັງເລີຍ ໆໆໆໆໆໆໆໆໆໆ
ແຕ່ກຳລັງເຮັດໃຫ້ດີທີ່ສຸດ ຂ້ານ້ອຍໆ

ສາທຸ ທຸກຢ່າງບໍ່ເຫນືອຄວາມພະຍາຍາມເຮົາ ຖ້າລົງມືທຳ

ພາວະນາ ພິກຂຸ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ແມ້ແຕ່ຜູ້ເຂົ້າບວດຍັງຄິດເຖິງທຶນ ຄິດເຖິງກໍາໄລ....
ຍ້ອນຍຶດຕິດກັບສິ່ງຕ່າງໆນອກກາຍຄົນເຮົາຈິ່ງມີທຸກ...
ຄົນເຮົາຕ້ອງດໍາລົງຊີວິດຕາມກົດເກນທໍາມະຊາດ ຜູ້ເຄີຍເປັນລູກຍ່ອມກາຍເປັນພໍ່ແມ່ໃນອານາຄົດຖ້າໃຊ້ຊິວິດໄປຕາມກົດເກນຂອງມັນ...
ຂ້າພະເຈົ້າບໍ່ໄດ້ມີແນວຄິດສອນໃຫ້ເນລະຄຸນຄົນ(ລືມບຸນຄຸນຄົນອຶ່ນ)...
ຖ້າຖາມວ່າຄຸ້ມທຶນ...ແລ້ວມີໃຜສາມາດ ກໍານົດຕົ້ນທຶນຂອງຊີວິດຕົນເອງໄດ້ວ່າທຶນຊີວິດນັ້ນໜ້ອຍຫຼາຍປານໃດ???
ຄ້າພະເຈົ້າວ່າການໄດ້ເກີດເປັນຄົນ...ຮູ້ຈັກຮັບຜິດຊອບ ຮູ້ຈັກຜິດຖືກ ຊົ່ວດີກໍ່ພໍແລ້ວ...ຢ່າໄປຢຶດຕິດກັບຄໍາວ່າທຶນກໍາໄລເລີຍ...

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...

ກ່ອນອື່ນທ່ານທຳຄວາມເຂົ້າໃຈແລ້ວບໍ່ນໍ ທີ່ຂ້າພະເຈົ້າຂຽນຢູ່ເທີງນັ້ນ ຈຸດຄຸ້ມທຶນ ກຳໄລ ມັນເປັນແນວຄວາມຄິດທາງດ້ານເສດຖະສາດ ແລະບໍລິຫານທຸລະກິດ ແຕ່ຂ້າພະເຈົ້າ ເອົາຫລັກຄິດອັນນັ້ນ ມາປະຍຸກເຂົ້າກັບທຳມະຕ່າງຫາກ ຕົ້ນທຶນ ຊີວິດຂອງຄົນເຮົາ ແມ່ນໄດ້ເກີດຂື້ນມາເປັນຄົນ ມີໂອໄວຍະວະຄົບອົງປະກອບ ສ່ວນທ່ານຈະຫາຜົນກຳໄລຈາກຕົ້ນທຶນນັ້ນ ໄດ້ຫລາຍ ຫຼືໄດ້ນ້ອຍ ມັນແລ້ວແຕ່ສັກກະຍະພາບ ຄວາມສາມາດຂອງທ່ານ ກຳໄລ ໃນທີ່ນີ້ບໍ່ແມ່ນຕົວເງີນທອງ ຊັບສິນ ແຕ່ ຄືບຸນ ຄວາມສຸກ ການຕອບແທນພໍ່ແມ່ ຕໍ່ຄູບາອາຈານ ນີ້ຄືກຳໄລຊີວິດ ບໍ່ແມ່ນກຳໄລ ຄື ທຸລະກິດ ກຳໄລທາງທຸລະກິດ ຄືຕົວເງີນ ແຕ່ຂ້າພະເຈົ້າໃຊ້ຫລັກຄິດອັນດຽວກັນ ນີ້ຄືຫລັກຄິດ ຂໍໃຫ້ທ່ານທັ້ງຫລາຍທຳຄວາມເຂົ້າໃຈກ່ອນເດີ ກ່ອນຈະວິຈານ ໃດໆ ຂອບໃຈັຫລາຍໆ

ພາວະນາ ພິກຂຸ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ນອກຈາກມີຊີວິດໃຫ້ຄຸ້ມທືນແລ້ວ ເຮົາຍັງຈະຕ້ອງ ເກີດມາເພື່ອເປັນຄົນບໍ່ທຳມະດາ ຄື: ເຮັດໃຫ້ໂລກຈົດຈຳເຮົາໄປຊົ່ວກາລະນາ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ຍັງເລີຍ ໆໆໆໆໆໆໆໆໆໆ
ແຕ່ກຳລັງເຮັດໃຫ້ດີທີ່ສຸດ ຂ້ານ້ອຍໆ

ສາທຸ ທຸກຢ່າງບໍ່ເຫນືອຄວາມພະຍາຍາມເຮົາ ຖ້າລົງມືທຳ

ແມ່ນແລ້ວໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ຂ້າພະເຈົ້າວ່າ ຄົນເຮົາເກີດມາພ້ອມກັບການຕິດຫນີ້ ຊີວິດຈະຍືນຍາວ ກ້າວຫນ້າພຽງໃດ ເຮົາຍິ່ງຕິດຫນີ້ຄົນອ້ອມຂ້າງ ແລະສິ່ງຕ່າງໆໃນໂລກຫລາຍຊື້ນ ເພາະວ່າຊີວິດເຮົາປະສົບຄວາມສຳເລັດໃນລະດັບຕ່າງໆນັ້ນ ແມ່ນມີຜູ້ຢູ່ເບື້ອງຫລັງສະເໝີ ເຊັ່ນ ຄົນທີ່ຈົບການສຶກສາສູງໆ ຍ່ອມເປັນໜີ້ບຸນຄຸນພໍ່ແມ່ ແລະຄູບາອາຈານ ຄົນປະສົບຄວາມສຳເລັດທາງທຸລະກິດ ກໍເປັນໜີ້ລູກຈ້າງ ແລະລູກຄ້າຫລາຍຂື້ນ ດັ່ງນັ້ນໃຫ້ເຮົາຄິດວ່າ ເຮົາເກີດຂື້ນມາເພື່ອໃຊ້ຫນີ້ທີ່ໄດ້ຕັ້ງໃຈ ແລະບໍ່ໄດ້ຕັ້ງໃຈໃຫ້ສົມບູນຈິງຊິໄດ້ເອີ້ນວ່າ ຊີວິດນີ້ ມີຈຸດຄຸ້ມທຶນ ແຕ່ຖ້າຄົນໃດສາມາດຕອບແທນຄົນອື່ນ ແລະສິ່ງຮອບຂ້າງຫລາຍກວ່າສິ່ງທີ່ເຮົາໄດ້ມາ ຄົນນັ້ນໄດ້ຊື່ວ່າຊີວິດມີ ມີກຳໄລ ຫວັງຢ່າງຍິ່ງວ່າ ເຖິງແມ່ນວ່າເຮົາ ບໍ່ຮູ້ວ່າຈະຕອບບຸນແທນຄຸນໃຜ ແນວໃດ ຈິງຈະຮູ້ວ່າ ຄຸ້ມທຶນ ກໍໃຫ້ຄິດພຽງວ່າເຄີຍໄດ້ຮັບຫຍັງ ຈາກໃຜເເດ່ ແລ້ວເຮົາໄດ້ຕອບແທນບຸນຄຸນແກ່ຄົນໆນັ້ນແລ້ວບໍ່ ຖ້າຕອບວ່າ ໄດ້ຕອບແທນແລ້ວ ຂ້າພະເຈົ້າຄິດວ່າກໍພຽງພໍແລ້ວຊີວິດນີ້ໄດ້ ເຂົ້າສູ່ຈຸ້ມຄຸ້ມທຶນແລ້ວ ສາທຸ

ການທີ່ຂ້າພະເຈົ້າມີຄໍາເຫັນວ່າ: ຢຶດຕິດ...ມັນຜິດໄປບໍ?....
ການທີ່ຂ້າພະເຈົ້າກ່າວວ່າຄົນຕ້ອງດໍາລົງຊີວິດໄປຕາມກົດເກນຂອງທໍາມະຊາດຄືຜູ້ເປັນລູກຕ້ອງກາຍເປັນພໍ່ແມ່ຖ້າດໍາລົງຊີວິດໄປຕາມກົດເກນຂອງທໍາມະຊາດມັນຜິດໄປບໍ່?...
ຂ້າພະເຈົ້າຢາກກ່າວວ່າ:ພໍ່ ແມ່ ທີ່ເປັນພໍ່ແມ່ ແຕ່ກ່ອນກໍ່ຕ້ອງເຄີຍເປັນເດັກມາກ່ອນ ເຄີຍເປັນລູກມາກ່ອນນີ້ ແມ່ນກົດເກນລີກລ້ຽງບໍ່ໄດ້...
ເພາະສະນັ້ນ:ຖ້າຄິດວ່າ ການໄດ້ເກີດກໍ່ເປັນໜີ້.ການໄດ້ຮໍ່າຮຽນກໍ່ເປັນໜີ້ ເປັນນາຍຈ້າງກໍ່ເປັນໜີ້ລູກນ້ອງ...ຖ້າຢຶດຕິດຈັ່ງຊີ້ມັນບໍ່ເປັນການເບື່ອເມົາເກີນໄປບໍ່?...
ຂ້າພະເຈົ້າກໍ່ໄດ້ກ່າວແລ້ວວ່າບໍ່ໄດ້ສອນໃຫ້ຄົນເນລະຄຸນລືມຄຸນຄົນ...
ຈັ່ງໄດກໍ່ຕາມ ຄົນເຮົາຍ່ອມມີແນວຄິດທີ່ແຕກຕ່າງ ຖ້າຄິດຄືກັນ ສະຫຼາດຄືກັນ ....ທຸກຄົນກໍ່ຄົງຈະເປັນນາຍຍົກກັນໝົດແລ້ວ ...ຖ້າການປະກອບຄວາມຄິດເຫັນຜິດພາດປະການໄດກໍ່ຂໍໂທດມານະທີ່ນີ້ດ້ວຍ...

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າເກິດມາບໍ່ຮູ້ວ່າໃຊ້ຊີວິດຄຸ້ມຫລືບໍ່ຄຸ້ມເພາະບໍ່ຮູ້ວ່າສິ່ງທີ່ມີຫລາຍປານໃດ ແລະສິ່ງທີ່ເສຍໄປຫລາຍປານໃດ
ມັນບໍ່ຄືການລົງທຶນຄ້າຂ້າຍເພາະເຮົາລົງທຶນເທົ່າໃດ ເສຍເທົ່າໃດ ໄດ້ເທົ່າໃດເຮົາຮູ້ ແຕ່ການໃຊ້ຊິວີດຕາມຄວາມຄິດ ແລະ ຄວາມເປັນຈິງຂອງຂ້າພະເຈົ້າຂໍຕອບວ່າບໍ່ຮູ້.

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ຂ້າພະເຈົ້າວ່າ ຄົນເຮົາເກີດມາພ້ອມກັບການຕິດຫນີ້ ຊີວິດຈະຍືນຍາວ ກ້າວຫນ້າພຽງໃດ ເຮົາຍິ່ງຕິດຫນີ້ຄົນອ້ອມຂ້າງ ແລະສິ່ງຕ່າງໆໃນໂລກຫລາຍຊື້ນ ເພາະວ່າຊີວິດເຮົາປະສົບຄວາມສຳເລັດໃນລະດັບຕ່າງໆນັ້ນ ແມ່ນມີຜູ້ຢູ່ເບື້ອງຫລັງສະເໝີ ເຊັ່ນ ຄົນທີ່ຈົບການສຶກສາສູງໆ ຍ່ອມເປັນໜີ້ບຸນຄຸນພໍ່ແມ່ ແລະຄູບາອາຈານ ຄົນປະສົບຄວາມສຳເລັດທາງທຸລະກິດ ກໍເປັນໜີ້ລູກຈ້າງ ແລະລູກຄ້າຫລາຍຂື້ນ ດັ່ງນັ້ນໃຫ້ເຮົາຄິດວ່າ ເຮົາເກີດຂື້ນມາເພື່ອໃຊ້ຫນີ້ທີ່ໄດ້ຕັ້ງໃຈ ແລະບໍ່ໄດ້ຕັ້ງໃຈໃຫ້ສົມບູນຈິງຊິໄດ້ເອີ້ນວ່າ ຊີວິດນີ້ ມີຈຸດຄຸ້ມທຶນ ແຕ່ຖ້າຄົນໃດສາມາດຕອບແທນຄົນອື່ນ ແລະສິ່ງຮອບຂ້າງຫລາຍກວ່າສິ່ງທີ່ເຮົາໄດ້ມາ ຄົນນັ້ນໄດ້ຊື່ວ່າຊີວິດມີ ມີກຳໄລ ຫວັງຢ່າງຍິ່ງວ່າ ເຖິງແມ່ນວ່າເຮົາ ບໍ່ຮູ້ວ່າຈະຕອບບຸນແທນຄຸນໃຜ ແນວໃດ ຈິງຈະຮູ້ວ່າ ຄຸ້ມທຶນ ກໍໃຫ້ຄິດພຽງວ່າເຄີຍໄດ້ຮັບຫຍັງ ຈາກໃຜເເດ່ ແລ້ວເຮົາໄດ້ຕອບແທນບຸນຄຸນແກ່ຄົນໆນັ້ນແລ້ວບໍ່ ຖ້າຕອບວ່າ ໄດ້ຕອບແທນແລ້ວ ຂ້າພະເຈົ້າຄິດວ່າກໍພຽງພໍແລ້ວຊີວິດນີ້ໄດ້ ເຂົ້າສູ່ຈຸ້ມຄຸ້ມທຶນແລ້ວ ສາທຸ

ການທີ່ຂ້າພະເຈົ້າມີຄໍາເຫັນວ່າ: ຢຶດຕິດ...ມັນຜິດໄປບໍ?....
ການທີ່ຂ້າພະເຈົ້າກ່າວວ່າຄົນຕ້ອງດໍາລົງຊີວິດໄປຕາມກົດເກນຂອງທໍາມະຊາດຄືຜູ້ເປັນລູກຕ້ອງກາຍເປັນພໍ່ແມ່ຖ້າດໍາລົງຊີວິດໄປຕາມກົດເກນຂອງທໍາມະຊາດມັນຜິດໄປບໍ່?...
ຂ້າພະເຈົ້າຢາກກ່າວວ່າ:ພໍ່ ແມ່ ທີ່ເປັນພໍ່ແມ່ ແຕ່ກ່ອນກໍ່ຕ້ອງເຄີຍເປັນເດັກມາກ່ອນ ເຄີຍເປັນລູກມາກ່ອນນີ້ ແມ່ນກົດເກນລີກລ້ຽງບໍ່ໄດ້...
ເພາະສະນັ້ນ:ຖ້າຄິດວ່າ ການໄດ້ເກີດກໍ່ເປັນໜີ້.ການໄດ້ຮໍ່າຮຽນກໍ່ເປັນໜີ້ ເປັນນາຍຈ້າງກໍ່ເປັນໜີ້ລູກນ້ອງ...ຖ້າຢຶດຕິດຈັ່ງຊີ້ມັນບໍ່ເປັນການເບື່ອເມົາເກີນໄປບໍ່?...
ຂ້າພະເຈົ້າກໍ່ໄດ້ກ່າວແລ້ວວ່າບໍ່ໄດ້ສອນໃຫ້ຄົນເນລະຄຸນລືມຄຸນຄົນ...
ຈັ່ງໄດກໍ່ຕາມ ຄົນເຮົາຍ່ອມມີແນວຄິດທີ່ແຕກຕ່າງ ຖ້າຄິດຄືກັນ ສະຫຼາດຄືກັນ ....ທຸກຄົນກໍ່ຄົງຈະເປັນນາຍຍົກກັນໝົດແລ້ວ ...ຖ້າການປະກອບຄວາມຄິດເຫັນຜິດພາດປະການໄດກໍ່ຂໍໂທດມານະທີ່ນີ້ດ້ວຍ...

ຂອບໃຈຫລາຍໆເດີທ່ານ ທີ່ເຂົ້າມາປະກອບຄວາມຄິດເຫັນ ຂ້າພະເຈົ້າວ່າມີຫລາຍສິ່ງຫລາຍຢ່າງທີ່ເຮົາມອງບໍ່ກົງກັນ ໂດຍສະເພາະແມ່ນທ່ານຄິດວ່າ ການລ້ຽງດູ ພໍ່ ແມ່ ລູກຈ້າງກັບ ນາຍຈ້າງ ເປັນກົດເກນທຳມະຊາດ ຄວາມຄິດຂ້າພະເຈົ້າ ຄິດວ່າ ກົດເກນທຳມະຊາດ ມັນບໍ່ສາມາດປ່ຽນແປງໄດ້ ເຊ່ນ ຕະເວັນຂື້ນ ຂື້ນຢູ່ທິດຕະເວັນອອກ ຕະເວັນຕົກ ໄປຕົກຢູ່ທິດຕະເວັນຕົກ ຍາມເເດດອອກຮ້ອນ ຝົກຕົກ ແມ່ນເປັນນ້ຳ ເປັນຫີນບໍ່ໄດ້ ຂ້າພະເຈົ້າວ່າ ສິ່ງທີ່ທ່ານເວົ້າມາ ພໍ່ແມ່ ດູແລບຸດ ເປັນກົດເກນເປັນທຳມະຊາດ ມັນຄົນລະເລື່ອງກັນເລີຍກັບຕັກກະວິທະຍາສາດ ໂອເຄ ຂ້າພະເຈົ້າຢາກໃຊ້ຄຳວ່າ ກົດເກນວັດທະນະທຳ ຄວາມສຳພັນ ຂອງພໍ່ ແມ່ ທີ່ມີຕໍ່ບຸດ ຫຼື ຄວາມສຳພັນຂອງນາຍຈ້າງທີ່ມີຕໍ່ລຸກຈ້າງ ຊິບໍ່ດີກວ່າບໍ່ທ່ານ ແຕ່ລະສັງຄົມ ແຕ່ລະປະເທດ ມີວັດທະນະທຳທີ່ແຕກຕ່າງກັນ ກົດເກນທາງດ້ານສັງຄົມ ແຕກຕ່າງກັນ ການລ້າງດູບຸດຕ່າງກັນ ເຊັ່ນອະເມລິກາ ອາດຈະລ້ຽງດູບຸດອີກຢ່າງ ມາທາງອາຊີ ໄປອີກຢ່າງ ນີ້ຄືວັດທະນະທຳ ແລ້ວ ກັບມາເລື່ອງຕອບບຸນແທນຄຸນຂອງຜູ້ມີພຣະຄຸນ ນີ້ມັນເປັນວັດທະນະທຳ ຂອງລາວ ແລະຂອງອາຊີພ້ອມ ທ່ານຕ້ອງເຂົ້າໃຈວ່າ ຄົນປະສົບຄວາມສຳເລັດດ້ານໃດ ດ້ານຫນຶ່ງນີ້ ມັນຕ້ອງມີຄົນຢູ່ເບື້ອງຫລັງສະເຫມີ ທ່ານຮຽນໄດ້ ດຣ ແນ່ນອນຢ່າງນ້ອຍຕ້ອງມີພໍ່ ແມ່ ສົ່ງເງີນໃຫ້ ຫຼືມີຄູບາອາຈານຊ່ວຍສັ່ງສອນອົບຮົມ ຫຼືມີຫມູ່ເພື່ອນຊ່ວຍບອກ ຊ່ວຍສອນໃຫ້ ທຸລະກິດປະສົບຄວາມສຳເລັດ ແນ່ນອນຕ້ອງມີພະນັກງານລູກຈ້າງເປັນກົງຈັກຊ່ວຍເຫລືອຈິງປະສົບຄວາມສຳເລັດໄດ້ ການທີ່ທ່ານໄປລືມບຸນຄຸນຄົນທີ່ມີພຣະຄຸນ ຖືວ່າເປັນການປະພຶດໂຕ ຂັດກັບວັດທະນະທຳ ຫຼືຫລັກສາດສະຫນາພຸດຢ່າງສິ້ນເຊີງ ທ່ານບອກວ່າ ທ່ານບໍ່ໄດ້ສອນຄົນເນລະຄຸນ ຂ້າພະເຈົ້າຢາກບອກທ່ານວ່າ ຄຳເວົ້າຂອງທ່ານນັ້ນລະ ຄືສອນຄົນເນລະຄຸນ ທາງອ້ອມ

ພາວະນາ ພິກຂຸ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຂອບໃຈເຊັ່ນກັນເດີທີ່ຕັ້ງກະທູ້ຂື້ນມາເພື່ອເປັນການແລກປ່ຽນຄວາມຮູ້ ແລະ ທັດສະນະມູມມອງຂອງແຕ່ລະບຸກຄົນທີ່ໃຫ້ຄວາມຮູ້ໃໝ່ ແລະເກົ່າທີ່ມີສາລະປະໂຫຍດດີໆ ຂອບໃຈ..................

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍທັນໄດ້ ຫັຍງຊ້ຳ

ຊີວິດ ແຕ່ ລະມື້ ວ່າຈະໃຊ້ໃຫ້ຄຸ້ມ ແຕ່ບາດມາຄິດຄືນ ລະ
ມັນຍັງບໍ່ທັນໄດ້ ທຶນມາເລີຍ
ເລື່ອງ ບຸນຄຸນ ພໍ່ ແມ່ນ ນິ ແຮງຍັງບໍທັນເຮັດຫັຍງໃຫ້ເພີ່ນ ເລີຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ຖ້າກ່າວວ່າ ການລ້ຽງດູລູກຄືວັດທະນະທໍາກໍ່ເຫັນດີນໍາ...ແຕ່ວັດທະນາທໍາທີ່ວ່າມັນຄື ຮູບແບບ ວິທີລ້ຽງລູກຂອງແຕ່ລະເຊື້ອຊາດ ມັນເປັນຜົນຕາມມາຈາກກົດເກນ...(ການສືບທອດ ຂະຫຍາຍສາຍເລືອດ ເຝົ່າພັນຈາກລຸນສູ່ລຸ້ນ ສືບທອດກັນມາ ບໍ່ມີການປ່ຽນແປງນັ້ນກໍ່ຄືກົດເກນຢ່າງໜຶ່ງ ....)
ມີພໍ່ແມ່ໃສ ທີ່ບໍ່ຮັກລູກ ບໍ່ລ້ຽງດູ ບໍ່ສົ່ງເສີມລູກ...ດັ່ງທີ່ເຫັນກັນໃນສັງຄົມປະຈຸບັນ...
ຄວາມຮັກທີ່ພໍ່ແມ່ມີຕໍ່ລູກຄືດັ່ງທີ່ທຸກຄົນຮູ້ນໍາກັນ...ຜູ້ບໍ່ເຄີຍເປັນພໍ່ບໍ່ເຄີຍເປັນແມ່ບໍ່ທັນຮູ້ຈັກດອກວ່າຄວາມຮັກຄວາມຝູກພັນນັ້ນມັນຫຼາຍສໍາໃດ....
ມີບາງຄົນຍັງຕາຍແທນລູກໄດ້...ການລ້ຽງດູລູກຂອງພໍ່ແມ່ບໍ່ມີເງື່ອນໄຂ ບໍ່ມີຫັວງຜົນກໍາໄລ...ຂໍພຽງແຕ່ເຫັນລູກມີຊີວິດທີ່ດີ​ເຫັນລູກໄດ້ດີ
ຊີວິດລູກມີຄວາມສຸກ ມີເງິນມີຄໍາເທົ່າໃດກໍ່ທຸ້ມເທ...ລ້ຽງໃຫ່ໃຫ່ຍແລ້ວຍັງສັ່ງສອນສົ່ງເສີມຄວາມຮູ້ ແຕ່ງຄູ່ຊີວິດໃຫ້ ບໍ່ໄດ້ຫັວງຜົນຕອບແທນ
ແລ້ວທ່ານຄິດວ່າມີລູກຜູ້ໃດທີ່ສາມາດກໍານົດຕົ້ນທຶນຊີວິດຕົນໄດ້ ມີໃຜສາມາດຕອບແທນ ບຸນຄຸນຂອງພໍ່ແມ່ໃດ້ໝົດ ...ຕ້ອງຕອບແທນເທົ່າໃດຈິ່ງຮັບຮູ້ວ່າກຸ້ມທຶນ
ຜູ້ເປັນລູກຕອບແທນຄຸນພໍ່ແມ່ຊົ່ວຊີວິດຂອງເຂົາມັນພຽງພໍແລ້ວບໍ່ກັບການໄດ້ຮັບມາຈາກພໍ່ແມ່????
ເພາະສະນັ້ນຂ້າພະເຈົ້າຈິ່ງເວົ້າວ່າເປັນກົດເກນ...
ເຮົາຕອບແທນບຸນຄຸນພໍ່ແມ່ບໍ່ໝົດແຕ່ສິ່ງທີ່ເຮົາຕ້ອງໄດ້ຮັບຜິດຊອບ ສະໜອງຕອບຄື ຕ້ອງລ້ຽງດູລູກໃຫ້ດີ ທຸ້ມເທເພື່ອລູກຕາມກໍາລັງຄວາມສາມາດ
ສ່ວນຜູ້ເປັນລູກຈະຄິດເຫັນພໍ່ແມ່ແນວໃດນັ້ນກໍ່ຂື້ນກັບການສັ່ງສອນຂອງພໍ່ແມ່ສັງຄົມ ແລະຄວາມສະຫຼາດ ພາຍໃນຕົວຂອງລູກ ສະເພາະບຸກຄົນນັ້ນໆ....
ແລ້ວການທີ່ຂ້າພະເຈົ້າກ່າວ ປະກອບຄວາມເຫັນ ຄືການສັ່ງສອນໃຫ້ຄົນເນລະຄຸນຄົນ ຄືທ່ານຕີລາຄາ ກໍ່ແລ້ວແຕ່ຜູ້ທີ່ຈະຄິດຈະ ພິຈາລະນາ........

ຂອບໃຈທ່ານຫລາຍໆເດີ ທີ່ໃຫ້ແງ່ຄິດດີໆ ແຕ່ຂ້າພະເຈົ້າ ຍັງເບິ່ງບໍ່ເຫັນເລີຍວ່າ ການລ້ຽງດູບຸດ ຈະເປັນກົດເກນທາງທຳມະຊາດ ຄືທ່ານວ່າ ຂ້າພະເຈົ້າ ຍືນຍັນຄຳເກົ່າວ່າ ນັ້ນ ຄືວັດທະນະທຳ ຄວາມສຳນຶກຂອງມະນຸດ ທີ່ມີຕໍ່ສິ່ງຂອງຕົນເອງ ແນ່ນອນສິ່ງທີ່ເປັນເຈົ້າຂອງຂອງຄົນໃດ໋ ເຂົາກໍຮັກກໍຫ່ວງ ຄືກັນກັບລູກທີ່ອອກຈາກມານດາ ມານດາຕ້ອງຮັກ ຕ້ອງລ້ຽງດູ ແລະວ່າແຕ່ລະສັງຄົມ ແຕ່ລະປະເທດມີລັກສະນະການລ້ຽງດູບຸດແຕກຕ່າງກັນ ເພາະວ່າວັດທະນະທຳ ຄ່ານິຍົມ ທັດສະນະຄະຕິຂອງຄົນໃນແຕ່ລະສັງຄົມມັນແຕກຕ່າງກັນ ກາຕິກາໃນການຢູ່ຮ່ວມກັນກັນໃນສັງຄົມກໍຕ່າງກັນ ມາຈາກປັດໄຈຫລາຍຢ່າງໆ ບໍ່ວ່າດ້ານປະຊາຊາກອນສາດ ຈິດຕະສາດ ພູມສາດ ເປັນຕົ້ນ ປັດໄຈເຫລົ່ານີ້ຍ່ອມສົ່ງຜົນຕໍ່ການກຳຫນົດກາຕິກາ ວັດທະນະຂອງຄົນໃນສັງຄົມທັ້ງນັ້ນ ເຊີ່ງເຮົາເອີ້ນວ່າ ກົດເກນທາງສັງຄົມ ທ່ານຢາກວ່າກົດເກນທາງທຳມະຊາດ ກະສຸດແລ້ວແຕ່ໃຈທ່ານເດີ ຂ້າພະເຈົ້າເຊື່ອວ່າ ກົດເກນທຳມະຊາດ ບໍ່ສາມາດປ່ຽນແປງໄດ້ ເຊັ່ນໂລກໝຸນອ້ອມຕົວມັນເອງ ທ່ານໃຫ້ມັນຫຍຸດ ໃຫ້ຕະເວັນໝຸນແທນ ມັນເປັນໄປບໍ່ໄດ້ ແຕ່ກົດເກນທາງສັງຄົມປ່ຽນແປງໄດ້ ເຊ່ນ ກົດຫມາຍປົກຄອງບ້ານເມືອງ ລະບົບການປົກຄອງ ກາຕິກາໃນການຢູ່ຮ່ວມກັນ ນີ້ປ່ຽນເເປງໄດ້ ເພາະ ມະນຸດສ້າງຂື້ນມາເອງ ຍ່ອມ ສາມາປ່ຽນແປງໄດ້ຕາມ ກາລ ເວລາ ແລະຄວາມເຫມາະສົມ ຂອບໃຈຫລາຍໆ

ພາວະນາ ພິກຂຸ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຍັງບໍ່ທັນໄດ້ລູກໄດ້ເມຍເທື່ອ ພໍ່ແມ່ຢາກອຸ້ມຫຼານວ່າຊັ້ນ ແຕ່ຂ້ອຍນີ້ຕິຍັງຫາເຈົ້າສາວບໍ່ທັນໄດ້ ຢາກເຮັດໃຫ້ພໍ່ແມ່ເຫັນໃຫ້ເພິ່ນພູມໃຈໃນຍາມເພິ່ນຍັງເປັນຄົນຢູ່ຊັ້ນເດ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

ຖ້າເວົ້າວ່າການລ້ຽງລູກຄືວັດທະນະທໍາ....ແລ້ວສັດເດ?....ມັນມີວັດທະນະທໍາບໍ່?...ມັນກໍ່ລ້ຽງລູກເຊັ່ນກັນ...
ຄົນເຮົາກໍ່ເປັນພຽງສັດໂລກຊະນິດໜຶ່ງທີ່ຕ້ອງມີການເກີດແກ່ເຈັບຕ່າຍບໍ່ຕ່າງກັບສັດແລະພຶດ.ເຊິ່ງສິ່ງເຫຼົ່ານີ້ລ້ວນແຕ່ດໍາລົງຊີວິດຄົງຢູ່ດັບໄປຕາມ
ວັດທະຈັກ ຕາມກົດເກນຂອງທໍາມະຊາດ...

ປຽບທຽບສັດເດຍລະສານ ເນາະ ທ່ານຕ້ອງເເຍກແຍະກ່ອນເດີ ມະນຸດເປັນສັດປະເພດຫນຶ່ງແມ່ນຢູ່ ຖ້າເຮົາມາແຍກສັດຕາມລັກສະນະຈິດຕະສາດເດີ ມີ 2ປະເພດ ຫນຶ່ງ ມີຈິດໃຈສູງ ຮັບຜິດຊອບ ມີ ຄຸນນະທັມ ຮູ້ຈັກ ຮັບຜິດຊອບ ຊົ່ວດີ ອັນນີ້ຄື ສັດ ມະນຸດ ດຳລົງຊີວິດໄປຕາມຄຸນນະທັມຊັ້ນສູງ ອີກປະເພດຫນຶ່ງ ຄືສັດເດຍລະສານ ແມ່ນດຳລົງຊີວິດໄປຕາມສັນຊາດຕະຍານ ກິນຢູ່ເພື່ອເອົາຕົວລອດໄປວັນໆ ລ້ຽງລູກກໍລ້ຽງຕາມສັນຊາດຕະຍານ ບໍ່ໄດ້ແຍກແຍະຜິດ ຊອບຊົ່ວດີ ມັນລ້ຽງຕອນຍັງນ້ອຍ ໃຫຍ່ຂື້ນມາຖາມວ່າ ມັນມີເພດສຳພັນເລືອກຫນ້າ ລູກ ແມ່ ອ້າຍ ນ້ອງ ບໍ່ ເປັນໄປບໍ່ໄດ້ ເພາະສັດ ເຮັດໄປຕາມສັນຊາດຕະຍານ ສ້າງວັດທະນະທຳຕົນເອງຂື້ນມາບໍ່ໄດ້ ດຳລົງຊີບ ຕາມສັນຊາດຕະຍານ ເຂົ້າໃຈຢູ່ນໍທ່ານ ໃຈໃນຂ້າພະເຈົ້າ ຢາກໃຫ້ທ່ານໄປອ່ານຫນັງສື ກຳເນີດວັດທະນະທຳ ກ່ອນເນີ ຄ່ອຍມາວ່າກັນ

ພາວະນາ ພິກຂຸ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>