ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຊີວິດເຈົ້າເກີດມາ ຄຸ້ມທຶນແລ້ວບໍ່?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ຮູ້ຄືກັນ ວ່າຈະຕ້ອງເຮັດຈັ່ງໃດ ຫຼື ຈະໄປໃຫ້ເຖິງຈຸດໃດ ຈຶ່ງຈະເອີ້ນວ່າຈຸດຄຸ້ມທຶນ

ເຮົາເປັນຄົນທີ່ມັກເອົາໃຈໂຕເອງ ດັ່ງນັ້ນ ອີ່ຫຍັງທີ່ເຮົາເຮັດແລ້ວມີຄວາມສຸກໂດຍບໍ່ໄດ້ຢູ່ເທິງຄວາມທຸກຂອງໃຜ ບໍ່ວ່າຈະເປັນການໃຫ້ຫຼືການຮັບ
ທຸກໆເທື່ອທີ່ມີຄວາມສຸກ ກະຮູ້ສຶກວ່າຄຸ້ມທຶນແລ້ວ
ມີຄວາມສຸກທີ່ມີໜີ້ຖ້ວມຫົວ ຮະຮະຮະ ເປັນໜີ້ພໍ່ແມ່ ເປັນໜີ້ຄູບາອາຈານ ຮະຮະຮະ

I believe in the IMPOSSIBLE

໒ ກະທູ້
໑໓໓ ໂພສ
ນັກການກະທູ້





ປຽບທຽບສັດເດຍລະສານ ເນາະ ທ່ານຕ້ອງເເຍກແຍະກ່ອນເດີ ມະນຸດເປັນສັດປະເພດຫນຶ່ງແມ່ນຢູ່ ຖ້າເຮົາມາແຍກສັດຕາມລັກສະນະຈິດຕະສາດເດີ ມີ 2ປະເພດ ຫນຶ່ງ ມີຈິດໃຈສູງ ຮັບຜິດຊອບ ມີ ຄຸນນະທັມ ຮູ້ຈັກ ຮັບຜິດຊອບ ຊົ່ວດີ ອັນນີ້ຄື ສັດ ມະນຸດ ດຳລົງຊີວິດໄປຕາມຄຸນນະທັມຊັ້ນສູງ ອີກປະເພດຫນຶ່ງ ຄືສັດເດຍລະສານ ແມ່ນດຳລົງຊີວິດໄປຕາມສັນຊາດຕະຍານ ກິນຢູ່ເພື່ອເອົາຕົວລອດໄປວັນໆ ລ້ຽງລູກກໍລ້ຽງຕາມສັນຊາດຕະຍານ ບໍ່ໄດ້ແຍກແຍະຜິດ ຊອບຊົ່ວດີ ມັນລ້ຽງຕອນຍັງນ້ອຍ ໃຫຍ່ຂື້ນມາຖາມວ່າ ມັນມີເພດສຳພັນເລືອກຫນ້າ ລູກ ແມ່ ອ້າຍ ນ້ອງ ບໍ່ ເປັນໄປບໍ່ໄດ້ ເພາະສັດ ເຮັດໄປຕາມສັນຊາດຕະຍານ ສ້າງວັດທະນະທຳຕົນເອງຂື້ນມາບໍ່ໄດ້ ດຳລົງຊີບ ຕາມສັນຊາດຕະຍານ ເຂົ້າໃຈຢູ່ນໍທ່ານ ໃຈໃນຂ້າພະເຈົ້າ ຢາກໃຫ້ທ່ານໄປອ່ານຫນັງສື ກຳເນີດວັດທະນະທຳ ກ່ອນເນີ ຄ່ອຍມາວ່າກັນ


ການຕັ້ງກະທູ້ຂອງທ່ານຄື.ຊິວິດເຈົ້າເກີດມາຄຸ້ມທຶນແລ້ວບໍ່?
ຂ້າພະເຈົ້າກໍ່ໄດ້ປະກອບຄວາມເຫັນດັ່ງຄ້າງເທິງ...
ມາບັດນີ້....ຂ້າພະເຈົ້າປຽບທຽບວ່າຄົນແລະສັດກໍ່ລ້ຽງລູກຄືກັນ....
ບໍ່ວ່າຄົນແລະສັດເດຍລະສານ... ແຕ່ກ່ອນຄົນກໍ່ຄືຈະເປັນດັ່ງສັດນັ້ນແລ້ວ...ດໍາລົງຊີວິດຕາມສັນຊາດຕະຍານ...ຕາມທໍາມະຊາດສັນສ້າງມາ...
ກ່ອນຈະມີວັດທະນະທໍາກໍ່ຕ້ອງຜ່ານການໃຊ້ຊີວິດຜ່ານຍຸກສະໃໝ ຜ່ານກົດເກນການປ່ຽນແປງຂອງສະພາບແວດລ້ອມດິນຟ້າອາກາດ
ຜ່ານລຸ່ນຕ່າງໆມານັບຫຼາຍຮ້ອຍຫຼາຍພັນລ້ານປີຈິ່ງມີວັດທະນະທໍາການໃຊ້ຊີວິດ...ດັ່ງທີ່ທ່ານໄດ້ຮໍ່າຮຽນມາ...
ເພາະສະນັ້ນກົກເຫົ້ງາເລົ່າກໍຂອງຄົນແຕ່ອະດີດເຖິງປະຈຸບັນແມ້ຈະມີຄວາມຮູ້ຄວາມສະຫຼາດພຽງໃດກໍ່ຍັງຄົງອາໃສທໍາມະຊາດເປັນສ່ວນໃຫ່ຍ...

ແມ້ຈະມີຫົວຄິດປະດິດສ້າງກໍ່ບໍ່ໄດ້ໝາຍຄວາມວ່າຄົນຈະດໍາລົງຊີວິດຢູ່ນອກກົດເກນທໍາມະຊາດນີ້ໄດ້ ....
ສິ່ງທີ່ປະກອບເປັນຮ່າງກາຍຂອງຄົນນັ້ນກໍ່ຄືທາດຕ່າງໆຕາມທໍາມະຊາດວິວັດທະນາການມາ...
ການປະຕິສົນທິກໍ່ຄືການປະສົມທາດເຮັດໃຫ້ເກີດເປັນຮ່າງກາຍ...ແລ້ວທ່ານຍັງຈະມາອ້າງວ່າການໄດ້ເກີດມາກໍ່ເປັນໜີ້...
ຂໍໂຈະການປະກອບຄວາມເຫັນເທົ້ານີ້ກ່ອນ ຈັກໜ່ອຍມັນຈະບານປາຍ...












໐ ກະທູ້
໒໔໘ ໂພສ
ນັກການກະທູ້
ຕັ້ງແຕ່ນ້ອຍ ຈົນຮອດໃຫຍ່ ເຄີຍຜ່ານຫຼາຍສິ່ງຫຼາຍຢ່າງ ກະຮູ້ສຶກເປັນໜີ້ຢ່າງຫຼວງຫຼາຍ ໂດຍສະເພາະກະແມ່ນຄອບຄົວ...ພໍ່ແມ່ອ້າຍເອື້ອຍ ຈົນເຖິງປານນິ ກະຍັງໄດ້ອາໄສເພິ່ນຢູ່ ... ຂ້ານ້ອຍເອງກະຄິດວ່າຢາກຈະຕອບແທນເພິ່ນ ແຕ່ກະຍັງເຮັດບໍ່ໄດ້ເທື່ອ...ຮູ້ສຶກຜິດບໍ່ຊິເຮັດຈັງໃດ


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ peterbenjamin ຂຽນວ່າ...
ຕັ້ງແຕ່ນ້ອຍ ຈົນຮອດໃຫຍ່ ເຄີຍຜ່ານຫຼາຍສິ່ງຫຼາຍຢ່າງ ກະຮູ້ສຶກເປັນໜີ້ຢ່າງຫຼວງຫຼາຍ ໂດຍສະເພາະກະແມ່ນຄອບຄົວ...ພໍ່ແມ່ອ້າຍເອື້ອຍ ຈົນເຖິງປານນິ ກະຍັງໄດ້ອາໄສເພິ່ນຢູ່ ... ຂ້ານ້ອຍເອງກະຄິດວ່າຢາກຈະຕອບແທນເພິ່ນ ແຕ່ກະຍັງເຮັດບໍ່ໄດ້ເທື່ອ...ຮູ້ສຶກຜິດບໍ່ຊິເຮັດຈັງໃດ


ກໍຍັງດີນໍ ທີ່ຍັງຄິດຢາກຕອບແທນບຸນຄນເພີ່ນຢູ່ ທາງພຸດທະສາດສະຫນາ ເພີ່ນບອກວ່າ ຖ້າເຮົາສຳນຶກເຫັນບຸນຄຸນຜູ້ທີ່ມີພະຄຸນເປັນພຽງ ກາຕັນຍູ ແຕ່ຖ້າເຮົາສຳນຶກແລ້ວ ແລະລົງມືຕອບແທນ ເອີ້ນວ່າ ກາຕະເວທີ ດັ່ງທີ່ເຮົາໄດ້ຍິນ ຄຳວ່າ ກະຕັນຍູ ກະຕະເວທີ ແທ້ຈີງຄົນລະຫົວຂໍ້ທັມ ແຕ່ຢູ່ໃນຫມວດດຽວກັນ ເຖິງບໍ່ມີເງີນທອງ ຊັບສິນໃຫ້ເພີ່ນ ພຽງແຕ່ທ່ານບໍ່ເຮັດໃຫ້ພໍ່ ແມ່ ເດືອດຮ້ອນ ເສຍໃຈ ນ້ຳຕາຕົກ ເພາະເຮົາ ກໍຖືວ່າໄດ້ຕອບແທນບຸນຄຸນເພີ່ນໄປໃນລະດັບຫນຶ່ງແລ້ວ ຊີວິດເຮົາຈະຄຸ້ມທຶນນັ້ນ ຊີວິດຕ້ອງເຕັມໄປດ້ວຍຄວາມສຸກທຸກລົມຫາຍໃຈ ສູ້ຕໍ່ໄປເດີ ເປັນກຳລັງໃຈໃຫ້

ພາວະນາ ພິກຂຸ

໐ ກະທູ້
໒໔໘ ໂພສ
ນັກການກະທູ້


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ກະບໍ່ຮູ້ຄືກັນ ວ່າຈະຕ້ອງເຮັດຈັ່ງໃດ ຫຼື ຈະໄປໃຫ້ເຖິງຈຸດໃດ ຈຶ່ງຈະເອີ້ນວ່າຈຸດຄຸ້ມທຶນ

ເຮົາເປັນຄົນທີ່ມັກເອົາໃຈໂຕເອງ ດັ່ງນັ້ນ ອີ່ຫຍັງທີ່ເຮົາເຮັດແລ້ວມີຄວາມສຸກໂດຍບໍ່ໄດ້ຢູ່ເທິງຄວາມທຸກຂອງໃຜ ບໍ່ວ່າຈະເປັນການໃຫ້ຫຼືການຮັບ
ທຸກໆເທື່ອທີ່ມີຄວາມສຸກ ກະຮູ້ສຶກວ່າຄຸ້ມທຶນແລ້ວ
ມີຄວາມສຸກທີ່ມີໜີ້ຖ້ວມຫົວ ຮະຮະຮະ ເປັນໜີ້ພໍ່ແມ່ ເປັນໜີ້ຄູບາອາຈານ ຮະຮະຮະ


ສາທຸ

ພາວະນາ ພິກຂຸ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ຕອບແທນຄຸນພໍ່ແມ່ເທື່ອ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
]ຄົນທີ່ອາຍຸຍືນ...ຄືຄົນທີ່ຕາຍແລ້ວບໍ່ສູນ * ເຫລາຈື້ກ່າວໄວ *

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
]ຄົນທີ່ອາຍຸຍືນ...ຄືຄົນທີ່ຕາຍແລ້ວບໍ່ສູນ * ເຫລາຈື້ກ່າວໄວ *


ແມ່ນແລ້ວ ຊື່ສຽງກຽດຕິຍົດ ຄວາມດີ ງາມທີ່ຝາກໄວ້ໃນສັງຄົມໃຫ້ຄົນລຸ້ນຕໍ່ໆມາໄດ້ເຫັນປະໂຫຍດໃຊ້ສອຍ

ພາວະນາ ພິກຂຸ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chansamouth ຂຽນວ່າ...
ຂ້າພະເຈົ້າເກິດມາບໍ່ຮູ້ວ່າໃຊ້ຊີວິດຄຸ້ມຫລືບໍ່ຄຸ້ມເພາະບໍ່ຮູ້ວ່າສິ່ງທີ່ມີຫລາຍປານໃດ ແລະສິ່ງທີ່ເສຍໄປຫລາຍປານໃດ
ມັນບໍ່ຄືການລົງທຶນຄ້າຂ້າຍເພາະເຮົາລົງທຶນເທົ່າໃດ ເສຍເທົ່າໃດ ໄດ້ເທົ່າໃດເຮົາຮູ້ ແຕ່ການໃຊ້ຊິວີດຕາມຄວາມຄິດ ແລະ ຄວາມເປັນຈິງຂອງຂ້າພະເຈົ້າຂໍຕອບວ່າບໍ່ຮູ້.



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
]ຄົນທີ່ອາຍຸຍືນ...ຄືຄົນທີ່ຕາຍແລ້ວບໍ່ສູນ * ເຫລາຈື້ກ່າວໄວ *


ແມ່ນແລ້ວ ຊື່ສຽງກຽດຕິຍົດ ຄວາມດີ ງາມທີ່ຝາກໄວ້ໃນສັງຄົມໃຫ້ຄົນລຸ້ນຕໍ່ໆມາໄດ້ເຫັນປະໂຫຍດໃຊ້ສອຍ



ແມ່ນແລ້ວໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະໃຫ້ຊີວິດຄຸ້ມຄ່າກໍ່ເລືອກເຮັດແຕ່ແນວດີ້ດີໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຄຸນພໍ່ແມ່ນີ້ບໍ່ມີສິ່ງໃດປ່ຽບໄດ້ ຕອບແທນບຸນຄຸນຂອງເພີ່ນທຸກຊາດໆໆບໍ່ມີວັນສີ້ນສຸດ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Davisvee ຂຽນວ່າ...
ຄຸນພໍ່ແມ່ນີ້ບໍ່ມີສິ່ງໃດປ່ຽບໄດ້ ຕອບແທນບຸນຄຸນຂອງເພີ່ນທຸກຊາດໆໆບໍ່ມີວັນສີ້ນສຸດ



ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
...............

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>