ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄວາມສຸກທີ່ແທ້ເປັນແນວໃດ?

໓ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕັ້ງແຕ່ມືເກີດມາຈົນຫອດດຽວນີ້ ມີທ່ານຜູ້ໃດທີ່ມີຄວາມສຸກທີ່ແທ້ຈິ່ງແລ້ວບໍ? ແລ້ວທ່ານຄິດວ່າຄວາມສຸກທີ່ແທ້ຈິ່ງນັ້ນມີຢູ່ ຫຼື ບໍ່? ຄວາມສຸກທີ່ແທ້ຈິ່ງນັ້ນເປັນແນວໃດ?


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ຄວາມສຸກທີ່ແທ້ຈິງນັ້ນເປັນຈັ່ງໃດບໍ່ຮູ້ວ່າຈະມີຈິງ ຫຼືບໍ່...ແຕ່ຮູ້ວ່າ: ຄວາມສຸກຢູ່ທີ່ຄວາມພໍ່ໃຈ...
ເວລາໃດເຮົາໄດ້ຄິດ ໄດ້ທໍາ ໄດສໍາພັດ ໄດຮັບຮູ້ ແລະ ພໍໃຈກັບສິ່ງໃດ... ຖ້າ ສົມປາດຖະໜາ ກັບສິ່ງນັ້ນ ກໍ່ຈະມີຄວາມ ສຸກກາຍ ສຸກໃຈ...


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍ່ບໍ່ຮູ້ວ່າຂ້ອຍພົບຄວາມສຸກທີ່ແທ້ຈິງແລ້ວບໍ່?
ແຕ່ຂ້ອຍຂໍໃຫ້ນິຍາມວ່າຄວາມສຸກທີ່ແທ້ຈິງແມ່ນ:
1. ໄດ້ຢູ່ນຳຄອບຄົວທີ່ອົບອຸ່ນ.
2. ມີຄົນເຂົ້າໃຈ, ເອົາໃຈ, ປອບໃຈ.
3. ໄດ້ມີອາຊີບທີ່ເຮົາຮັກ, ໄດ້ປະຕິບັດໃນສິ່ງທີ່ເຮົາຕ້ອງການ.
4. ຫວັງສິ່ງໃດແລ້ວໄດ້ສິ່ງນັ້ນ.
5. ບໍ່ເຈັບປວດ, ບໍ່ທຸກໂສກ....
ແລະ ອື່ນໆອີກຫຼາຍ ຕິເບາະ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸກກາຍສະບາຍໃຈ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເປັນຄົນສະແຫວງຫາ
ກະເລີຍວ່າຫາບໍ່ພົບເທື່ອນະວ່າອັນໃດທີ່ເຮັດໃຫ້ຂ້ອຍມີຄວາມສຸກແທ້



໑໑ ກະທູ້
໕໓໗ ໂພສ
ຊຳນານການເວັບບອດ
ພໍໃຈແລະຍອມຮັບໃນສິ່ງທີ່ຕົນເອງມີ..ຄິດວ່າ ຖ້າເຮັດໄດ້ ບໍ່ເກີດທຸກແນ່ນອນ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ ແລະເຮົາກະໄດ້ພົບຢູ່ທຸກມື້
ຄວາມສຸກທີ່ແທ້ຈິງຂອງເຮົາ ແມ່ນການທີ່ເຮົາຍິ້ມ ເຮົາຫົົວອອກມາຈາກໃຈ ບໍ່ແມ່ນພຽງແຕ່ປັ້ນໜ້າຍິ້ມ
ບໍ່ວ່າຈະເກີດຈາກການຢູ່ນຳຄອບຄົວ ໝູ່ເພື່ອນ, ຄົນທີ່ເຮົາຮັກ ຫຼື ເຮຮາປາຕີີ້ວົນແຊວກັບໝູ່ ກໍ່ດີ, ບໍ່ວ່າຈະມາຈາກຄວາມພໍໃຈໃນສິ່ງທີ່ໂຕເອງເປັນ ແລະ ມີຢູ່ກໍ່ດີ.
ຫຼືບາງຄັ້ງ ຄວາມສຸກທີ່ແທ້ຈິງ ອາດຈະມາຈາກການທີ່ເຮົາໄດ້ໄປຮົມຢາ. ໄດ້ອ່ານປຶ້ມທີ່ເຮົາມັກ ໄດ້ຟັງເພງທີ່ມ່ວນໆ ຫຼື ໄດ້ກິນຊັອກກະແລັດແຊບໆທີ່ມັກລັກຊື້ມາເຊື່ອງໄວ້(ກິນ) ອິອິ

ບາງຄັ້ງ ຄວາມສຸກທີ່ແທ້ຈິງມັນກໍ່ເກີດໄດ້ທຸກບ່ອນ ແລະ ທຸກເວລາ
ມັນຂຶ້ນກັບວ່າໃນຂະນະທີ່ເຮົາກຳລັງມີຄວາມສຸກຢູ່ນັ້ນ ເຮົາຮູ້ສຶກດີກັບຄວາມສຸກນັ້ນຫຼາຍປານໃດ.

ຖ້າຫາກວ່າທ່ານຍັງຄິດວ່າທ່ານຍັງບໍ່ທັນເຈິຄວາມສຸກທີ່ແທ້ຈິງເທື່ອ


ມັນກໍ່ໝາຍຄວາມວ່າ "ທ່ານຍັງບໍ່ທັນພໍໃຈໃນຄວາມສຸກທີ່ໂຕເອງມີຢູ່"

I believe in the IMPOSSIBLE

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກຫາໄດ້ງ່າຍໆ......ມາກມາຍຫລາຍສະຖານ
ເປັນຕົ້ນວ່າໄດ້ພົບພານ.....ສິ່ງຂອງທີ່ຢາກໄດ້
ຫົວໃຈນັ້ນມີຄົນຮັກ..........ຮ່ວມແຮງຮຽງຊ້ອນ
ນັ່ງຂໍພອນຈາກຟ້າ.....ນຳນ້ອງເຈົ້າຜູ້ສະຫງ່າງາມ...ອັນນີ້ກະແມ່ນສອຍ................

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກຄືຄວາມພໍໃຈ.........ເພາະສຸກຫລືທຸກຈິງໆແລ້ວຢູ່ທີ່ໃຈ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓ ກະທູ້
໒໑໓ ໂພສ
ນັກການກະທູ້
ການມີຄວາມສຸກ ຄືການດັບຄວາມທຸກ
ການດັບຄວາມທຸກ ຄືການດັບຕົ້ນເຫດແຫ່ງທຸກ
ການດັບຕົ້ນເຫດຄື ການດັບກິເລດໃນໃຈ

ບໍ່ຮູ້ວ່າຂຽນຖືກບໍ່ ແຕ່ເຄີຍໄດ້ຍິນເປັນປະຈຳ

So much I need to say been lonely since the day
the day you went away......





໓ ກະທູ້
໒໑໓ ໂພສ
ນັກການກະທູ້
ພຽງແຕ່ພໍໃຈກັບສິ່ງທີ່ ຕົນເອງມີກໍສາມາດມີຄວາມສຸກໄດ້ແລ້ວ
ບໍ່ຈຳເປັນຕ້ອງໄປທະເຍີທະຍານຫລາຍ...

So much I need to say been lonely since the day
the day you went away......





໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກທີ່ແທ້ຈິງແມ່ນການໄດ້ເຮັດແຕສິ່ງດີໆ



໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີບາງຄັ້ງ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ປ່ອຍວາງ ແລ້ວ ຈະພົບກັບຄວາມສຸກທີ່ແທ້ຈິງ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຈໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ ຄວາມສຸກ ບໍ່ ມີ ຄຳນິຍາມ ຕາຍຕົວ ແລະ ບໍ່ ມີ ຫັລກເກນ ອັນໃດ ມາວັດແທກທີ່ແນ່ ນອນ
ໂດຍ ສວ່ນຕົວ ແລ້ວ ຄິດວ່າ ມັນເປັນຄວາມພຶງພໍ ໃຈ ສ່ວນ ບຸກຄົນ ເຖິງ ຈະໃຊ້ ຊີວິດ ທີ່ ລຳບາກ ໃນ ທ້ອງຖຶ່ນ ທຸລະກຫນດານ ແຕ່ ຫາກ ຜູ້ ກ່ຽວ ພຶງ ພໍໃຈ
ແລະ ບໍ່ ສ້າງຜົນ ກະ ທົບ ໃຫ້ ຜູ້ ອື່ນທ ມັນ ກໍ່ເປັນ ຄວາມສຸກແລ້ວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ມີເມຍຄົນດຽວແຟນຫຼາຍຄົນ

ວິທະຍາສາດຄວນຮູ້null

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກລະມີແຕ່ຂ້ອຍຄິດວ່າມັນບໍ່ສົມບຸນເທົ່ານັ້ນເອງ...ຄື:ສຸກກາຍ...ສະບາຍໃຈ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
keu beb ni lae.......


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸກເພາະມີເຂົ້າກິນ ສຸກເພາະມີດິນຢູ່ ສຸກເພາະມີຄູ່ນອນນຳ ອັນນີ້ແຫລະສຸກ ຫະຫະໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸກຂອງແຕ່ລະຄົນບໍ່ຄືກັນ ບາງຄົນມີຫມານ້ອຍໂຕຫນຶ່ງກະສຸກແລ້ວ ຈຶ່ງບອກໄດ້ຍາກໃນທາງເຫດຜົນ ้
ແຕ່ທາງພຸດທະສາດສະຫນາເພີ່ນບອກວ່າ (( ຖ້າທ່ານເຮັດໃຈໃຫ້ສະຫງົບ ຈະພົບຄວາມສຸກທີ່ເຢືອກເຢັນ ))...

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸກ ຫຼື ທຸກ ຢູ່ທີ່ ອົກຂ້າງຊ້າຍ ເກີດມາເປັນຄົນມັນໂຊກດີທີ່ສຸດໃນຊີວິດນີ້ແລ້ວ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໙ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຄວາມສຸກທີ່ແທ້ຈິ່ງ ຕ້ອງຍອມຖີ່ມຄວາມກິເລດຕັນຫາທັງໝົດ: ຢາກຮັ່ງຢາກມີ, ຍອມຮັບຊີວິດຕົນເອງເຄື່ອນໄຫວໃນສັງຄົມ ແລະ ຕ້ອງຮູ້ຈັກໃຫ້ບຸນ ໃຫ້ຄຸນ