ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ
ຈາກຂໍ້ຄວາມໃນເວັບພັນລາວຂຽນວ່າ ”ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ” ຖາມເພື່ອນໆທຸກທ່ານວ່າ ບໍ່ໃຫ້ສົນທະນາແບບໃດ ລະດັບໃດ ຫຼືບໍ່ໃຫ້ວິພາກວິຈານກ່ຽວກັບລັດຖະບານເລີຍບໍ ອັນໃດທີ່ມີຄວາມສົງໃສ ເລື່ອງລາວກ່ຽວກັບລັດຖະບານ
ແລ້ວບໍ່ໃຫ້ເວົ້າບໍ ຖ້າມີກຸ່ມຄົນໃດໂຈມຕີລັດຖະບານເຮົາກໍ່ບໍ່ສົນວ່າຜິດຫຼືຖືກບໍ ຫຼືໃຫ້ຢູ່ເສີຍໆ ຜິດກໍ່ຜິດ ບໍ່ສົນ ຖ້າເຮົາໄດ້ຂ່າວສານຂໍ້ມູນກ່ຽວ
ກັບລັດຫຼືຄົນຂອງລັດເຊັ່ນ ກະຊວງ ກົມກອງຕ່າງໆ ທີ່ສົງໃສວ່າອາດທຳຜິດ ບໍ່ໃຫ້ເວົ້າເດັດຂາດບໍ ເປັນຕົ້ນ ກະລຸນາໃຫ້ຄວາມເຫັນແດ່ເພື່ອ
ປ້ອງກັນການຜິດຖຽງກັນໃນການໂຕ້ຕອບໃນເວັບພັນລາວ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍ່ສົມຄວນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຄົງຈະເວົ້າໄດ້ຢູ່ຕິ ແຕ່ເວົ້າໄດ້ບໍ່ຫລາຍ (ຄິດວ່າໃດ)

ໝາຍເຫດ: ບົດຄວາມ, ຂໍ້ຂຽນ, ຄຳເຫັນຕ່າງ ໆ ທີ່ມີໃນໜ້ານີ້ ຖືກສົ່ງເຂົ້າມາໂດຍສາທາລະນະຊົນ ແລະຖືກເຜີຍແຜ່ໂດຍອັດຕະໂນມັດ ບໍ່ໄດ້ຜ່ານການກວດສອບຈາກທີມງານ ດັ່ງນັ້ນ ຈຶ່ງຂໍໃຫ້ທ່ານຜູ່ອ່ານຈົ່ງໃຊ້ວິຈາລະນະຍານ ແລະຖືຄະຕິ ກາລາມະສູດ : ພິຈາລະນາກ່ອນເຊື່ອ ໃນການຮັບຮູ້ຂໍ້ມູນຕ່າງ ໆ ທີ່ມີໃນໜ້າເວັບນີ້ ຫາກທ່ານພົບວ່າມີຂໍ້ຄວາມໃດທີ່ບໍ່ເໝາະສົມ ຫຼືຜິດຕໍ່ລະບຽບກົດໝາຍ ທ່ານສາມາດແຈ້ງເນື້ອຫາບໍ່ເໝາະສົມໄດ້ ຫຼືຕິດຕໍ່ທີມງານພັນລາວໂດຍກົງ ຂໍຂອບໃຈ.

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ບ້ານເຮົາສັງຄົມນິຍົມປະຊາທິປະໄຕເນາະ ໝັ່ນຍືນ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າໂລດ

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ຄິດວ່າ ການທີ່ເຮົາຈະວິພາກວິຈານ,ຫຼືອອກຄໍາເຫັນໃດໆ ມັນຕ້ອງຂື້ນກັບພື້ນຖານຄວາມເປັນຈິງ,ມີຫຼັກຖານອ້າງອິງ ຖ້າມີການ ຄິດເອົາເອງ,ຟັງຜູ້ອື່ນມາ ແລະ ມາເວົ້າປາກເປົ່າ ໃນທາງທີ່ເຮັດໃຫ້ ລັດຖະບານຫຼືໃຜໄດ້ຮັບຄວາມເດືອດຮ້ອນ ມັນກະບໍ່ສົມຄວນ, ເພາະສະນັ້ນໜ້າຈະລະວັງ ໃນການໃຊ້ປະໂຫຍກ ແລະຄໍາສັບ ບໍ່ໃຫ້ເປັນການ ກ່າວຮ້າຍໂດຍກົງ ເພາະຖ້າມີຄວາມຜິດແທ້ ກໍ່ໃຫ້ເປັນໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງເຮັດການສືບສວນ ແລະ ຕັດສິນຕາມຂະບວນການຍຸດຕິທໍາ, ເມື່ອມີການຕັດສິນ ຈິ່ງສາມາດກ່າວໂທດ ໄດ້

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໒ ກະທູ້
໑໗໘ ໂພສ
ນັກການກະທູ້
hen d

Just cuase I Love anime doesn't mean I don't have a life

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຂີ້ອອກກົ້ນຂອງນັກງານເມືອງ ສຸດທີ່ຈະຫອມຫວນ ແລະ ສະອາດບໍລິສຸດ ຂໍໃຫ້ທຸກທ່ານຈົ່ງໃຫ້ຄວາມເຄົາລົບ ແລະ ບູຊາໄວ້ທີ່ສູງ.... ຄິດມາລະເມື່ອຍຄວາມຍຸດຕິທຳຂອງບ້ານເມືອງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເວົ້າກະເວົ້າໂລດແລ້ວ ບໍ່ແມ່ນວ່າເຂົາເຮັດຫຍັງກະຖືກໝົດ ສິໄປແລ່ນນຳແຕ່ພັກ-ລັດ ອັນໃດດີກະຄວນຕາມ ອັນໃດບໍ່ດີກະບໍ່ຕາມ ສົນໃຈຫົວເຂົາເຮັດຫຍັງກິນເຂົ້າເຮືອນເຮົາພາສີກະເຮົາຈ່າຍ ເວົ້າແລ້ວໃຜສິລົງແດງຕາຍກະໃຫ້ມັນຮູ້ໄປ...

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນອື່ນເຮັດຜິດເວົ້າໄດ້ແຕ່ XXX ເຮັດຜິດເວົ້າບໍ່ໄດ້ແມ່ນບໍ່ ເຈົ້າຂອງກະທູ້ .

ແລ້ວ XXX ແມ່ນໃຜລະ ?

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄົນອື່ນເຮັດຜິດເວົ້າໄດ້ແຕ່ XXX ເຮັດຜິດເວົ້າບໍ່ໄດ້ແມ່ນບໍ່ ເຈົ້າຂອງກະທູ້ .

ແລ້ວ XXX ແມ່ນໃຜລະ ?

ຄົງແມ່ນລະ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ບ້ານເຮົາຫາກໍ່ປົດປ່ອຍ ຄ່ອຍເປັນຄ່ອຍໄປ ເຫັນວ່າບໍ່ດົນກະສິຫລຸດພົ້ນຄວາມທຸກຍາກ ຕິເບາະ...???
ເຊື່ອໃນພັກປະຊາຊົນປະຕິວັດລາວ ໝັ່ນຍືນ ເພີ່ນວາຊັ່ນເດ

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ທຸກຄົນຄົງຈະເຂົ້າໃຈນະການເມືອງການປົກຄອງຢູ່ບ້ານເຮົາ ລະບອບພັກດຽວ ສ່ວນຕົວຂ້ອຍມັກລະບົບຄອມນິດນະ ມີດີຫລາຍຢ່າງ ແລະທີ່ບໍ່ດີກໍ່ມີຫລາຍຢ່າງ ລະບົບການປົກຄອງບ້ານເຮົາເປັນຄອມມິວນິດກໍ່ຈິງ ແຕ່ບໍ່ແມ່ນຄອມມິວນິດຕາມທິດສະດີມາກ ຮ້ອຍປະເຊັນ ເປັນລະບົບການປົກຄອງແບບຄອມປະສົມ ສ່ວນຕົວຂ້ອຍມັກການວິພາກວິຈານນະເພາະມັນເປັນເຫມືອນແວ່ນແຍງໃຫ້ກັບຕົວເອງສິ່ງ
ໃດດີ ແລະສິ່ງໃດຄວນປັບປຸງ ເວັບນີີ້ຄິດວ່າເຂົາເຮັດເພື່ອທຸລະກິດຂອງເຂົາ ໃຫ້ເດັກນ້ອຍແລະຄົນທົ່ວໄປໄວ້ທັກທາຍສະບາຍດີເຮຮາ ບໍ່ແມ່ນ
ເວັບເພື່ອຂໍ້ມູນຂ່າວສານ ແລກປ່ຽນສະແດງອອກຂອງນັກປັນຍາຊົນ
ຈະເຫັນໄດ້ວ່າ ເຮົາພຽງຕັ້ງກະທູ້ນ້ອຍໆ ໄກ້ຕົວເຮົາທີ່ເປັນຂ່າວກຳລັງເກິດຂຶ້ນ ມັນຈະອອກການເມືອງຫນ່ອຍຫນຶ່ງແອັດມິ້ນ ກໍຈະບັອກ ຫລື ລັອກ ທັນທີ ຫາວ່າ ເປັນຫາຂອງຊາດ ຫລື ກະທົບຄວາມຫມັ້ນຄົງ ລະຫວ່າງປະເທດ ,,,,,,,, ຂ້ອຍຢາກຫົວຈົນເເຂ້ວແຫ້ງກະທູ້ນ້ອຍໆສ່ຳນີ້ຍັງເວົ້າບໍ່ໄດ້ ນີ້ສະແດງວ່າ ຄົນລາວເຮົາປະເທດລາວເຮົາກຳລັງປ່ວຍເຂົ້າຂັ້ນໂຄມາຢ່າງຫນັກ ຄື ອ່ອນແອທາງດ້ານສະຕິປັນຍາປະຊາຊົນໂງ່ຈ້າລ່າຫລັງ ຫວັ່ນໄຫວຕາມໂຄສະນາຊ່ວນເຊື່ອຂອງຜູ້ປົກຄອງ ບໍ່ມີປັນຍາຄຸ່ນຄິດດ້ວຍຕົວເອງ ທຸກສິ່ງທຸກຢ່າງຕ້ອງເຈົ້ານາຍເປັນຜູ້ກຳຫນົດ ປະຊາຊົນຕ້ອງຢູ່ໃຕ້ພື້ນຕີນ ຂອງນັກການເມືອງ ເປັນຂີ້ຂ້າໃຫ້ເຈົ້ານາຍໄປຈົນຕາຍ ໂດຍບໍ່ໄດ້ຄິດວ່າຕົວເອງມີຄຸນຄ່າພໍ ເຂົາກໍ່ເປັນຄົນ ເຮົາກໍ່ເປັນຄົນ ເກິດມາໃນແຜ່ນດິນລາວເຫມືອນກັນ ຄືວິພາກວິຈານບໍ່ໄດ້ ຕ້ອງເປັນເທວະດາຢູ່ເຫນືອປະຊາຊົນຕີ້ ແລ້ວງົບປະມານ ພາສີເງິນເດືອນ ເຂົ້າທີ່ເຈົ້ານາຍຜູ້ປົກຄອງກິນບໍ່ແມ່ນ ມາຈາກປະຊາຊົນບໍ່ ໃນເມື່ອທຸກຄົບບໍ່ເວົ້າບໍ່ວິພາກວິຈານຈຶ່ງງ່າຍຕໍ່ການສໍ້ໂກງ ທໍລະຍົດຕໍ່ປະເທດແລະປະຊາຊົນນັ້ນແຫລະ ດັ່ງນັ້ນຕ້ອງມີຄວາມກ້າທີ່ຈະທັກທ້ວງ ຜູ້ປົກຄອງທີ່ມັນບໍ່ດີໂກງຊາດພາສີປະຊາຊົນ ກະຊາກຫນ້າກາກໃຫ້ຜູ້ຄົນທົ່ວໄປໄດ້ເຫັນ ເພາະບ້ານເຮົາບໍ່ມີຝ່າຍກວດສອບ ສື່ກໍ່ເປັນແຕ່ກະບອກສຽງຂອງລັດ ແລ້ວຈະໄປຫວັງພຶ່ງພາໃຜໄດ້ ຜູ້ປົກຄອງກໍ່ຍັງມີຄວາມໂລບ ຄວາມໂກດ ຄວາມຫລົງ ເປັນຫຍັງຄືວິພາກວິຈານບໍ່ໄດ້ ຂະຫນາດພະພຸທທະເຈົ້າ ຕັດສະຣູ້ແລ້ວ ກໍ່ັຍັງບໍ່ປິດກັ້ນການວິພາກວິຈານຈາກປະຊາຊົນ ຍ້ອນຜູ້ປົກຄອງບ້ານເຮົາຄວບຄຸມແນວຄິດ ແລະການສະແດງອອກບໍ່ໃຫ້ຄິດແນວອື່ນນອກຈາກເສີຍແຕ່ເຂົາຈະກຳຫນົດໃຫ້ ປະເທດຊາດຈຶ່ງມີແຕ່ຄົນໂງ່ຈ້າ ຕົກເປັນເມືອງຂຶ້ນປະເທດອື່ນ ພັດທະນາບໍ່ທັນຂາວໂລກເຂົາ ມີແຕ່ໃຫ້ປະເທດອື່ນໄປຂຸດເອົາຊັບໃນດິນສິນໃນນ້ຳ ຫອບໄປພັດທະນາເສິມຄວາມລ່ຳຮວຍໃຫ້ບ້ານເຂົາ ສ່ວນຄົນລາວກໍ່ເປັນໄດ້ແຕ່ລູກຈ້າງກຳມະກອນຂີ້ຂ້າຫນ້າດຳ ຫລັງສູ່ຟ້າຫນ້າສູ່ດິນ ກ່ອນສິເວົ້າແບບນີ້ເຄີຍໄດ້ລົມຄົນງານໃນໂຮງແຮມເປັນອັນດັບຕົ້ນໆຂອງວຽງຈັນ ມັນເປັນຜູ້ບໍລິຫານຝ່າຍພະນັກງານ ເຮົາສົງໄສຖາມມັນກົງໆ ເຂົາຄືບໍ່ເອົາຄົນລາວເຮັດ ມັນບອກວ່າເຈົ້າຂອງທີ່ເປັນຄົນມາເລ ປະກາດຮັບສະມັກໄປຫລາຍຄັ້ງແຕ່ບໍ່ມີໃຜມີຄຸນສົມບັດພໍທີ່ຈະເຮັດໄດ້ເລຍໄປຈ້າງຄົນຕ່າງປະເທດມາເຮັດແທນ ນີ້ແຫລະ ວຽກງານທີ່ດີໆຄົນລາວເຮັດບໍ່ໄດ້ເນື່ອງມະຫາວິທະຍາໄລ ຜະລິດນັກສຶກສາບໍ່ມີຄຸນນະພາບ ແລະມີເພື່ອນຄົນທີ່ເຮັດວຽກກັບລັດມັນບອກວ່າ ໄປເຮັດວຽກແມ່ນໄປລົມກັນ ລໍໃຫ້ຫມົດຊົ່ວໂມງແລ້ວກັບບ້ານ ຫມົດເດືອນກໍຮັບເງິນເດືອນບາງວັນບໍ່ມີງານຫຍັງເຮັດເລຍ ນີ້ແຫລະຄວາມໂຄ່ມ່າອາການຫນັກຂອງປະເທດລາວ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ninjanoy ຂຽນວ່າ...

ເຫັນວ່າມີເຫດຜົນສົມຄວນ!!
ໃນແງ່ນື່ງຂອງຣະບອບນີ້ ກໍຄືງັດປະຊາຊົນບໍ່ໃຫ້ມີຄວາມຮອບຮູ້ ທັງຂ່າວຄາວຕ່າງໆ
ມີແຕ່ດ່າຜູ່ອື່ນ, ຍ້ອງໂຕເອັງ!!
ອີກຢ່າງຫາກ ມີຄົນໂງ່ ບໍ່ຮູ້ຂີ້ໜູຂີ້ໜາ ເລ້ຫຼ່ຽມເຂົາຫຼາຍກະແຮງປົກຄອງງ່າຍ!!
ພໍແລ້ວທີ່ທຸກຄົນຄວນຕື່ນແລະລຸກຂື້ນໃຊີສິດໃນການປາກເວົ້າຂີດຂຽນ ດັ່ງທີ່ກົດໜາຍຣັຖທັມມະນູນທີ່ມີໃຫ້!
ຫາກຣັຖບານແລະພັກ ແນ່ແທ້ແລະຊື່ສັດສຸຈຣິດແທ້ກະເປັນຫຍັງບໍ່ໃຫ້ທ້ວງໃຫ້ຖາມໃຫ້ຕ້ອງໃຫ້ຕິ?
ໃຊ້ກົດອັຍການເສີກໃສ່ກັນໂລດແບບນີ້ ມັນຮ້າຍກວ່າຜເດັດການໃນທຸກແຫ່ງຂອງໂລກ!

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຢາກເວົ້າກະເວົ້າໂລດແລ້ວ ບໍ່ແມ່ນວ່າເຂົາເຮັດຫຍັງກະຖືກໝົດ ສິໄປແລ່ນນຳແຕ່ພັກ-ລັດ ອັນໃດດີກະຄວນຕາມ ອັນໃດບໍ່ດີກະບໍ່ຕາມ ສົນໃຈຫົວເຂົາເຮັດຫຍັງກິນເຂົ້າເຮືອນເຮົາພາສີກະເຮົາຈ່າຍ ເວົ້າແລ້ວໃຜສິລົງແດງຕາຍກະໃຫ້ມັນຮູ້ໄປ...

ອ້າຍທີມາລະບາຍຫຍັງຢູ່ນີ້ນໍ້ 555555555555

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນຫລາຍແມ່ນພາກັນເວົ້າກວນເມືອງຈຶ່ງຜິດກັນ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຕ້ອງຮູ້ຈັກພື້ນຖານປະຊາທິປະໄຕຂອງລາວ

ຄື: ລັດເຮັດໄດ້ແຕ່ສິ່ງທີ່ກົດໝາຍກຳນົດ

ປະຊາຊົນເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ

ພັນທະຫົວໃຈ::

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຫາກລັຖະບານກະທຳສິ່ງໃດທີ່ກົດໝາຍບໍ່ໄດ້ກຳນົດແລ້ວພວກເຮົາຕ້ອງເວົ້າ

ພັນທະຫົວໃຈ::

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຂ້າພະເຈົ້າຄິດວ່າ ລະບອບການປົກຄອງຄອມມຸນິດ ຄວບຄຸມ ເສດຖະກິດ ສັງຄົມ ການເມືອງ ໂດຍພັກ ການເມືອງພັກດຽວ ເວົ້າງ່າຍໆອຳນາດລວມສູນໄວ້ທີ່ສ່ວນກາງ ຖາມວ່າດີຢູ່ບໍ່? ຂ້າພະເຈົ້າວ່າດີຢູ່ ໃນແງ່ຂອງຄວາມບໍ່ແຕກແຍກທາງຄວາມຄິດ ເປັນເຫດບໍ່ໃຫ້ສະພາວຸ່ນວາຍຄືກັບບາງປະເທດ ແລະຄວາມສະມານສາມັກຄີ ຂອງຄະນະຜູ້ປົກຄອງ ຄືລັດຖະບານມີສະຖຽນນະພາບ ໝັ້ນຄົງ ເຮັດໃຫ້ການພັດທະນາເສດຖະກິດ ສັງຄົມ ການສຶກສາ ບໍ່ຫຍຸດສະງັກ ເພາະສ່ວນຫລາຍຜູ້ນຳທັ້ງຄະນະລັດຖະບານມີອຸດົມການການເມືອງອັນດຽວກັນ ສ່ວນດີການລວມສູນອຳນາດ ແມ່ນ ສາມາດບັງຄັບມວນຊົນໃຫ້ຢູ່ໃນທິດທາງຂອງພັກຕ້ອງການໄດ້ ເຊ່ນວ່າ ການຊຸມນຸມປະທ້ວງ ຂ້າພະເຈົ້າຄິດວ່າ ເຖິງວ່າການລວມສູນອຳນາດ ເປັນການດີ ແຕ່ຂ້າພະເຈົ້າ ກະຂ້ອງໃຈເຖິງ ຈຸດເສຍຫາຍຂອງລະບອບນີ້ຫລາຍໆຢ່າງ ໂດຍສະເພາະ ມີຫລາຍໆຄົນ ອອກມາເວົ້າ ໂດຍສະເພາະ ຄູອາຈານ ນັກວິຊາການລາວ ຫລາຍໆຄົນເວົ້າວ່າ ສປປລາວ ຄືປະຊາທິປະໄຕ ປະຊາຊົນ ປະຊາທິປະໄຕໃນຂອບເຂດ ຂ້າພະເຈົ້າກໍງົງຄືກັນວ່າ ອັນທີ່ນັກວິຊາການເວົ້ານັ້ນ ເຂົາມີຫລັກການຂອບເຂດຂອງປະປະຊາທິປະໄຕ ຢູ່ໃນລະດັບໃດ໋ ການມີຄົນກຸ່ມດຽວກຳອຳນາດ ຂ້າພະເຈົ້າເຫັນວ່າ ເປັນການເປີດໂອກາດໃຫ້ພວກມີອຳນາດທັ້ງຫລາຍ ສໍ້ລາດບັງຫລວງໄດ້ງ່າຍ ເພາະວ່າ ຄົນກຸ່ມດຽວກັນ ມາຕັ້ງອົງການກວດສອບແຫ່ງລັດ ເຊີ່ງມີຫນ້າທີ່ກວດສອບຄວາມໂປ່ງໄສການບໍລິຫານວຽກຂອງລັດຖະບານ ແລະລັດຖະກອນ ຖາມວ່າອົງການກວດກາລັດ ແມ່ນໃຜ ອົງກອນນີ້ມາຈາກອຳນາດການເມືອງ ຄືພັກ ຖາມວ່າ ຄວາມເຊື່ອຖືໃນການປະຕິບັດຫນ້າທີ່ຂອງອົງກອນເຫລົ່ານີ້ ມີບໍ່ ສຳຫລັບຂ້າພະເຈົ້າ ແທບຈະບໍ່ມີຄວາມຫນ້າເຊື່ອຖືຫຍັງເລີຍ ຂ້າພະເຈົ້າໃນຖານະປະຊາຊົນຄົນຫນຶ່ງບໍ່ມີຄວາມຫວັງນຳອົງກອນ ໂຕນີ້ເລີຍ ເຫດຜົນຄືຄົນກຸ່ມດຽວກວດສອບກັນເອງ ຕາມຕັກກະງ່າຍໆ ຄື ລູກນ້ອງຄົນໃດ໋ ກ້າເອົາຜິດຫົວຫນ້າ ແລະເທົ່າທີ່ເຮົາເຫັນປະຊາທິປະໄຕລວມສູນແບບນັກວິຊາການຫລາຍໆຄົນເວົ້ານີ້ ຄວາມຄິດເຫັນສ່ວນຕົວຂ້າພະເຈົ້າ ຄິດວ່າ ການມີປະຊາທິປະໄຕລວມສູນແບບລາວເຮົານີ້ ມັນຂັດກັບຫລັກປະຊາທິປະໄຕ ແບບສາກົນທີ່ເຂົາຍຶດຖືຢູ່ໃນປະເທດປະຊາທິປະໄຕທັ້ງຫລາຍ ມັນກໍຈີງຢູ່ບອກວ່າລະບອບການປົກຄອງແມ່ນສອດຄ່ອງກັບພື້ນຖານຂອງແຕ່ລະປະເທດ ອັນນີ້ບໍ່ຖຽງແຕ່ທ່ານຢ່າລືມວ່າ ປັດຈຸບັນນີ້ ເປັນຍຸກໂລກາພິວັດ ເຕກໂນໂລຍີທັນສະໄຫມ ຜູ້ຄົນມີການສຶກສາຫລາຍຂື້ນ ໄດ້ຮັບຮູ້ຂໍ້ມູນຂ່າວສານກວ້າງຂື້ນ ແລະທີ່ສຳຄັນເຂົາເຫລົ່ານັ້ນໄດ້ຕະຫນັກເຖິງສິດທິ ເສລີພາບ ສ່ວນບຸກຄົນຫລາຍຂື້ນ ເພາະສະນັ້ນ ພັກ ລັດ ຈະລວບລວມອຳນາດໄວ້ທີ່ສ່ວນກາງຝ່າຍດຽວ ໂດຍທີ່ກັກກັ້ນບໍ່ໃຫ້ປະຊາຊົນມີສ່ວນຮ່ວມທາງການເມືອງເລີຍ ມັນບໍ່ຢາກຖືກຕ້ອງປານໃດ໋ ລັດຖະທຳມະນູນ ກໍຂຽນໄວ້ ເລື່ອງສິດທິເສລີພາບຂັ້ນພື້ນຖານຢ່າງກວ້າງຂວາງ ໂດຍສະເພາະໃນມາດຕາ 44 ສິດທິໃນການປາກເວົ້າ ຊຸມນຸມ ຂ້າພະເຈົ້າເບິ່ງບໍ່ເຫັນທິດທາງເລີຍວ່າ ມາດຕານີ້ປະຊາຊົນຈະສາມາດນຳມາປະຕິບັດຕົວຈີງໄດ້ ກໍເພາະວ່າ ອຸປະສັກ ມັນຢູ່ທີ່ ປະຊາທິປະໄຕລວມສູນ ນີ້ແຫລະ

ພາວະນາ ພິກຂຸ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ເວົ້າເລື່ອງການເມືອງ ໃນບາງບ່ອນ (ແຕ່ຍັງບໍ່ທັນເຫັນໃນພັນລາວນີ້ດອກ) ກໍ່ບໍ່ຍອມເບັດ ຍອມອ່ອນໃຫ້ກັນ. ລາງເທື່ອ ລາງຄົນ ກໍ່ເວົ້າໝົ້ນປ່າ ໝົ້ນດົງ, ເວົ້າແບບອັດຫູ ຫລັບຕາ ໄປ ຈັ່ງຊັ້ນ. ຈັ່ງວ່າ ເວັບໄຊ ບາງບ່ອນ ກໍ່ຄືຊິບໍ່ຢາກໃຫ້ມີ ການສົນທະນາ ຫລືວ່າ ອອກຄຳເຫັນແບບນັ້ນ, ເພິ່ນກໍ່ເລີຍ ຫ້າມໆໄວ້. ອັນນີ້ ຂ້ອຍເວົ້າທົ່ວໆໄປ ດອກເດີ ບໍ່ແມ່ນສະເພາະເຈາະຈົງ ພັນລາວ ນີ້ດອກ.
ຄົນເຂົ້າມາໃຊ້ ເວັບໄຊ ຕ່າງໆ ແມ່ນມີອາຍຸຕ່າງກັນ ອາດຊິແມ່ນ ຕັ້ງແຕ່ ອາຍຸ ນັກຮຽນປະຖົມ ໄປຈົນຮອດຜົມຂາວເຕັມຫົວ ຫລື ບໍ່ມີຜົມຈ້ອຍ.
ຈັ່ງຊັ້ນ ຈັ່ງວ່າ ຄວາມເຂົາໃຈ ຄວາມຮູ້ສຶກ ໃນສະພາບການບາງຢ່າງ ກະຄືຊິຕ່າງກັນຫລາຍ.

໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ເປັນກະທູ້ທີ່ໜ້າສົນໃຈດີ ສ່ວນຫຼາຍກະທູ້ທີ່ຕັ້ງຢູ່ພັນລາວແມ່ນຈະບໍ່ຄ່ອຍມີສາລະແຕ່ມີຄົນໃຫ້
ຄວາມສົນໃຈຫຼາຍ

e+1=0

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຢາກເວົ້າກະເວົ້າໂລດແລ້ວ ບໍ່ແມ່ນວ່າເຂົາເຮັດຫຍັງກະຖືກໝົດ ສິໄປແລ່ນນຳແຕ່ພັກ-ລັດ ອັນໃດດີກະຄວນຕາມ ອັນໃດບໍ່ດີກະບໍ່ຕາມ ສົນໃຈຫົວເຂົາເຮັດຫຍັງກິນເຂົ້າເຮືອນເຮົາພາສີກະເຮົາຈ່າຍ ເວົ້າແລ້ວໃຜສິລົງແດງຕາຍກະໃຫ້ມັນຮູ້ໄປ...

ອ້າຍທີມາລະບາຍຫຍັງຢູ່ນີ້ນໍ້ 555555555555

ເວົ້າໄປຊີ້ແລະເດດເອີຍ ເວົ້າຕາມເມົາ ອິອິ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ເຂົາເຕືອນໄວ້ກ່ອນ ກໍ່ເພາະມັນຊິພາໃຫ້ເຈົ້າຂອງເວບເຂົາເຈັບຫົວຫັ້ນຕິ, ເວບ ມະຫາສານ.ຄອມ ເຄີຍໂດນມາແລ້ວ

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ຂອບໃຈສຳຫຼັບທຸກໆຄວາມຄິດເຫັນ ອ່ານແລ້ວມີຫຼາຍໆຄວາມເຫັນມີປະໂຫຍດຫຼາຍ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ເວົ້າໄດ້ ໂດຍປະສະຈາກອະຄະຕິ
ເວົ້າແບບເປັນ ກາງ ບໍ່ໃຊ້ອາລົມມາຕັດສິນ

ໃຫ້ຕິເພື່ອ ກໍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔ ກະທູ້
໑໐໓ ໂພສ
ນັກການກະທູ້
ຣັດທະບາລຖືກສະເໝີ..........

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ການເມືອງ ກໍ່ເປັນສິ່ງໜຶ່ງທີ່ສຳຄັນ ຫາກມີເຫດຜົນ ແລະ ມີຫລັກຖານອ້າງອີງ ບໍ່ໂຈມຕີຝ່າຍໃດໜຶ່ງບຸກຄົນໃດກໍ່ຕາມຫາກກະທຳຜິດການນິນທາຍອມ
ຕາມມາເປັນປົກກະຕິ ຫາກບຸກຄົນທີ່ສຳຄັນເຮັດຖືກຕ້ອງກໍ່ຄວນຍ້ອງຍໍເປັນທຳມະດາ.

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>