ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົດໄດ້ ສະຫງົບໄດ້
ພວກຕໍ່ຕ້ານເຫັນຈະບໍ່ຮູ້ຈັກຄອມມູນິດພໍ
ຊົມເຊີຍ ຈ ຂ ກ ທ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ phantahoijai ຂຽນວ່າ...
ຕ້ອງຮູ້ຈັກພື້ນຖານປະຊາທິປະໄຕຂອງລາວ

ຄື: ລັດເຮັດໄດ້ແຕ່ສິ່ງທີ່ກົດໝາຍກຳນົດ

ປະຊາຊົນເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ


ເຫັນດີຕາມນີ້

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວະມາຈອບ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແມ່ນແລ້ວການເມືອງເປັນເລຶ່ອງຂອງຜູ້ໃຫຍ່ ແລະ ເປັນອັນຕະລາຍສຳລັບຄົນທີ່ບໍ່ຮູ້ທັນການເມືອງພໍ ສະນັ້ນເຮົາຄວນງົດເພາະເວົ້າໄປກໍ່ບໍ່ມີຄວາມໝາຍ
ເພາະເຮົາຍັງບໍ່ສົມຄວນເວົ້າເທື່ອ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ
ຈາກຂໍ້ຄວາມໃນເວັບພັນລາວຂຽນວ່າ ”ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ” ຖາມເພື່ອນໆທຸກທ່ານວ່າ ບໍ່ໃຫ້ສົນທະນາແບບໃດ ລະດັບໃດ ຫຼືບໍ່ໃຫ້ວິພາກວິຈານກ່ຽວກັບລັດຖະບານເລີຍບໍ ອັນໃດທີ່ມີຄວາມສົງໃສ ເລື່ອງລາວກ່ຽວກັບລັດຖະບານ
ແລ້ວບໍ່ໃຫ້ເວົ້າບໍ ຖ້າມີກຸ່ມຄົນໃດໂຈມຕີລັດຖະບານເຮົາກໍ່ບໍ່ສົນວ່າຜິດຫຼືຖືກບໍ ຫຼືໃຫ້ຢູ່ເສີຍໆ ຜິດກໍ່ຜິດ ບໍ່ສົນ ຖ້າເຮົາໄດ້ຂ່າວສານຂໍ້ມູນກ່ຽວ
ກັບລັດຫຼືຄົນຂອງລັດເຊັ່ນ ກະຊວງ ກົມກອງຕ່າງໆ ທີ່ສົງໃສວ່າອາດທຳຜິດ ບໍ່ໃຫ້ເວົ້າເດັດຂາດບໍ ເປັນຕົ້ນ ກະລຸນາໃຫ້ຄວາມເຫັນແດ່ເພື່ອ
ປ້ອງກັນການຜິດຖຽງກັນໃນການໂຕ້ຕອບໃນເວັບພັນລາວ

....ຍ້ອນວ່າຖ້າລົມເລື້ອງນີ້ແລ້ວ ມັນພາໃຫ້ຜິດກັນ....

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ


໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ເຮົາຄົນລາວການເມື່ອງລາວ ຄົນລາວຕ້ອງຮັບຮູ້ບໍແມ່ນວະ ບໍວ່າຈະຢູ່ໃນເວບ ຫລື ຢູ່ໃສ່ຄົນລາວຕ້ອງສືສານ ສົນທະນາກັນຢູ່ແລ້ວ ຫລື ວ່າຍົກເວັ້ນໃນພັນລາວວະ

ປາດມຳໄດ


໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ແມ່ນແລ້ວການເມືອງເປັນເລຶ່ອງຂອງຜູ້ໃຫຍ່ ແລະ ເປັນອັນຕະລາຍສຳລັບຄົນທີ່ບໍ່ຮູ້ທັນການເມືອງພໍ ສະນັ້ນເຮົາຄວນງົດເພາະເວົ້າໄປກໍ່ບໍ່ມີຄວາມໝາຍ
ເພາະເຮົາຍັງບໍ່ສົມຄວນເວົ້າເທື່ອ



ເວົ້າໃດແຕ່ຫ້າມເກີນຂອບເຂດ ພໍຄວນ ເຈັ້າວ່າເບາະສາວ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninjanoy ຂຽນວ່າ...
ທຸກຄົນຄົງຈະເຂົ້າໃຈນະການເມືອງການປົກຄອງຢູ່ບ້ານເຮົາ ລະບອບພັກດຽວ ສ່ວນຕົວຂ້ອຍມັກລະບົບຄອມນິດນະ ມີດີຫລາຍຢ່າງ ແລະທີ່ບໍ່ດີກໍ່ມີຫລາຍຢ່າງ ລະບົບການປົກຄອງບ້ານເຮົາເປັນຄອມມິວນິດກໍ່ຈິງ ແຕ່ບໍ່ແມ່ນຄອມມິວນິດຕາມທິດສະດີມາກ ຮ້ອຍປະເຊັນ ເປັນລະບົບການປົກຄອງແບບຄອມປະສົມ ສ່ວນຕົວຂ້ອຍມັກການວິພາກວິຈານນະເພາະມັນເປັນເຫມືອນແວ່ນແຍງໃຫ້ກັບຕົວເອງສິ່ງ
ໃດດີ ແລະສິ່ງໃດຄວນປັບປຸງ ເວັບນີີ້ຄິດວ່າເຂົາເຮັດເພື່ອທຸລະກິດຂອງເຂົາ ໃຫ້ເດັກນ້ອຍແລະຄົນທົ່ວໄປໄວ້ທັກທາຍສະບາຍດີເຮຮາ ບໍ່ແມ່ນ
ເວັບເພື່ອຂໍ້ມູນຂ່າວສານ ແລກປ່ຽນສະແດງອອກຂອງນັກປັນຍາຊົນ
ຈະເຫັນໄດ້ວ່າ ເຮົາພຽງຕັ້ງກະທູ້ນ້ອຍໆ ໄກ້ຕົວເຮົາທີ່ເປັນຂ່າວກຳລັງເກິດຂຶ້ນ ມັນຈະອອກການເມືອງຫນ່ອຍຫນຶ່ງແອັດມິ້ນ ກໍຈະບັອກ ຫລື ລັອກ ທັນທີ ຫາວ່າ ເປັນຫາຂອງຊາດ ຫລື ກະທົບຄວາມຫມັ້ນຄົງ ລະຫວ່າງປະເທດ ,,,,,,,, ຂ້ອຍຢາກຫົວຈົນເເຂ້ວແຫ້ງກະທູ້ນ້ອຍໆສ່ຳນີ້ຍັງເວົ້າບໍ່ໄດ້ ນີ້ສະແດງວ່າ ຄົນລາວເຮົາປະເທດລາວເຮົາກຳລັງປ່ວຍເຂົ້າຂັ້ນໂຄມາຢ່າງຫນັກ ຄື ອ່ອນແອທາງດ້ານສະຕິປັນຍາປະຊາຊົນໂງ່ຈ້າລ່າຫລັງ ຫວັ່ນໄຫວຕາມໂຄສະນາຊ່ວນເຊື່ອຂອງຜູ້ປົກຄອງ ບໍ່ມີປັນຍາຄຸ່ນຄິດດ້ວຍຕົວເອງ ທຸກສິ່ງທຸກຢ່າງຕ້ອງເຈົ້ານາຍເປັນຜູ້ກຳຫນົດ ປະຊາຊົນຕ້ອງຢູ່ໃຕ້ພື້ນຕີນ ຂອງນັກການເມືອງ ເປັນຂີ້ຂ້າໃຫ້ເຈົ້ານາຍໄປຈົນຕາຍ ໂດຍບໍ່ໄດ້ຄິດວ່າຕົວເອງມີຄຸນຄ່າພໍ ເຂົາກໍ່ເປັນຄົນ ເຮົາກໍ່ເປັນຄົນ ເກິດມາໃນແຜ່ນດິນລາວເຫມືອນກັນ ຄືວິພາກວິຈານບໍ່ໄດ້ ຕ້ອງເປັນເທວະດາຢູ່ເຫນືອປະຊາຊົນຕີ້ ແລ້ວງົບປະມານ ພາສີເງິນເດືອນ ເຂົ້າທີ່ເຈົ້ານາຍຜູ້ປົກຄອງກິນບໍ່ແມ່ນ ມາຈາກປະຊາຊົນບໍ່ ໃນເມື່ອທຸກຄົບບໍ່ເວົ້າບໍ່ວິພາກວິຈານຈຶ່ງງ່າຍຕໍ່ການສໍ້ໂກງ ທໍລະຍົດຕໍ່ປະເທດແລະປະຊາຊົນນັ້ນແຫລະ ດັ່ງນັ້ນຕ້ອງມີຄວາມກ້າທີ່ຈະທັກທ້ວງ ຜູ້ປົກຄອງທີ່ມັນບໍ່ດີໂກງຊາດພາສີປະຊາຊົນ ກະຊາກຫນ້າກາກໃຫ້ຜູ້ຄົນທົ່ວໄປໄດ້ເຫັນ ເພາະບ້ານເຮົາບໍ່ມີຝ່າຍກວດສອບ ສື່ກໍ່ເປັນແຕ່ກະບອກສຽງຂອງລັດ ແລ້ວຈະໄປຫວັງພຶ່ງພາໃຜໄດ້ ຜູ້ປົກຄອງກໍ່ຍັງມີຄວາມໂລບ ຄວາມໂກດ ຄວາມຫລົງ ເປັນຫຍັງຄືວິພາກວິຈານບໍ່ໄດ້ ຂະຫນາດພະພຸທທະເຈົ້າ ຕັດສະຣູ້ແລ້ວ ກໍ່ັຍັງບໍ່ປິດກັ້ນການວິພາກວິຈານຈາກປະຊາຊົນ ຍ້ອນຜູ້ປົກຄອງບ້ານເຮົາຄວບຄຸມແນວຄິດ ແລະການສະແດງອອກບໍ່ໃຫ້ຄິດແນວອື່ນນອກຈາກເສີຍແຕ່ເຂົາຈະກຳຫນົດໃຫ້ ປະເທດຊາດຈຶ່ງມີແຕ່ຄົນໂງ່ຈ້າ ຕົກເປັນເມືອງຂຶ້ນປະເທດອື່ນ ພັດທະນາບໍ່ທັນຂາວໂລກເຂົາ ມີແຕ່ໃຫ້ປະເທດອື່ນໄປຂຸດເອົາຊັບໃນດິນສິນໃນນ້ຳ ຫອບໄປພັດທະນາເສິມຄວາມລ່ຳຮວຍໃຫ້ບ້ານເຂົາ ສ່ວນຄົນລາວກໍ່ເປັນໄດ້ແຕ່ລູກຈ້າງກຳມະກອນຂີ້ຂ້າຫນ້າດຳ ຫລັງສູ່ຟ້າຫນ້າສູ່ດິນ ກ່ອນສິເວົ້າແບບນີ້ເຄີຍໄດ້ລົມຄົນງານໃນໂຮງແຮມເປັນອັນດັບຕົ້ນໆຂອງວຽງຈັນ ມັນເປັນຜູ້ບໍລິຫານຝ່າຍພະນັກງານ ເຮົາສົງໄສຖາມມັນກົງໆ ເຂົາຄືບໍ່ເອົາຄົນລາວເຮັດ ມັນບອກວ່າເຈົ້າຂອງທີ່ເປັນຄົນມາເລ ປະກາດຮັບສະມັກໄປຫລາຍຄັ້ງແຕ່ບໍ່ມີໃຜມີຄຸນສົມບັດພໍທີ່ຈະເຮັດໄດ້ເລຍໄປຈ້າງຄົນຕ່າງປະເທດມາເຮັດແທນ ນີ້ແຫລະ ວຽກງານທີ່ດີໆຄົນລາວເຮັດບໍ່ໄດ້ເນື່ອງມະຫາວິທະຍາໄລ ຜະລິດນັກສຶກສາບໍ່ມີຄຸນນະພາບ ແລະມີເພື່ອນຄົນທີ່ເຮັດວຽກກັບລັດມັນບອກວ່າ ໄປເຮັດວຽກແມ່ນໄປລົມກັນ ລໍໃຫ້ຫມົດຊົ່ວໂມງແລ້ວກັບບ້ານ ຫມົດເດືອນກໍຮັບເງິນເດືອນບາງວັນບໍ່ມີງານຫຍັງເຮັດເລຍ ນີ້ແຫລະຄວາມໂຄ່ມ່າອາການຫນັກຂອງປະເທດລາວ



໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ສົນທະນາການເມືອງກໍ່ຫາກດີໄປການໜຶ່ງ ຈະໄດ້ແລກປ່ຽນຄຳຄິດຄຳເຫັນກັນ ແຕ່ຄວນຮູ້ວ່າການທີ່ເຮົາສົນທະນາໄປ ຈະບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນ ເພາະຄຳເວົ້າຫຼືການໂຕ້ແຍ້ງຂອງພວກເຮົາ ທີ່ລົມເລື່ອງການເມືອງ ຖ້າຫາກເກີດມີບັນຫາຂື້ນມາໃຜໄດ້ຮັບ ບັນຫານັ້ນໆໂດຍຕົງ, ຖ້າໃຜຢາກລົມເລື່ອງການເມືອງແບບເອົາຈິງເອົາຈັງ ກໍ່ສ້າງເວັບສະເພາະເລື່ອງການເມືອງເລີຍ ດີ່ກ່ວາມາຕັ້ງກະທູ້ການເມືອງແລ້ວຖືກເຂົາບັອກ ຕັ້ງເວັບເອງສາມາດຮັບຜິດຊອບເອງໄດ້ທຸກໆກໍລະນີ ຫຼືຜົນກະທົບທີ່ເກີດຂື້ນ, ແຕ່ເທົ່າທີ່ເຫັນມາມີກະທູ້ການເມືອງມາ ບໍ່ຖຽງກັນ ຫຼື ບໍ່ຜິດກັນ ກໍ່ໄປວ່າໃຫ້ເຂົາເຈົ້າຈັງຊັ້ນຈັ່ງຊີ້ ຂ້າພະເຈົ້າຢາກຮູ້ຄືກັນວ່າ ພວກລັດຖະບານເຂົາມີເວລາຫວ່າງມາຫຼີ້ນພັນລາວຢູ່ບໍ?,


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ
ຈາກຂໍ້ຄວາມໃນເວັບພັນລາວຂຽນວ່າ ”ກະລຸນາງົດເວັ້ນການສົນທະນາເລື່ອງການເມືອງ” ຖາມເພື່ອນໆທຸກທ່ານວ່າ ບໍ່ໃຫ້ສົນທະນາແບບໃດ ລະດັບໃດ ຫຼືບໍ່ໃຫ້ວິພາກວິຈານກ່ຽວກັບລັດຖະບານເລີຍບໍ ອັນໃດທີ່ມີຄວາມສົງໃສ ເລື່ອງລາວກ່ຽວກັບລັດຖະບານ
ແລ້ວບໍ່ໃຫ້ເວົ້າບໍ ຖ້າມີກຸ່ມຄົນໃດໂຈມຕີລັດຖະບານເຮົາກໍ່ບໍ່ສົນວ່າຜິດຫຼືຖືກບໍ ຫຼືໃຫ້ຢູ່ເສີຍໆ ຜິດກໍ່ຜິດ ບໍ່ສົນ ຖ້າເຮົາໄດ້ຂ່າວສານຂໍ້ມູນກ່ຽວ
ກັບລັດຫຼືຄົນຂອງລັດເຊັ່ນ ກະຊວງ ກົມກອງຕ່າງໆ ທີ່ສົງໃສວ່າອາດທຳຜິດ ບໍ່ໃຫ້ເວົ້າເດັດຂາດບໍ ເປັນຕົ້ນ ກະລຸນາໃຫ້ຄວາມເຫັນແດ່ເພື່ອ
ປ້ອງກັນການຜິດຖຽງກັນໃນການໂຕ້ຕອບໃນເວັບພັນລາວ



ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>