ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ທຳຄວາມດີລົບລ້າງຄວາມຊົ່ວໄດ້ບໍ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ຢາກຮູ້ຄວາມຄິດເຫັນຂອງທຸກທ່ານຜູ້ມີທັມມະໃນຫົວໃຈທຸກທ່ານວ່າ ການທຳຄວາມດີເພື່ອລົບລ້າງຄວາມຊົ່ວໄດ້ບໍ? ເພາະຫຍັງ?
ອະທິບາຍຄວາມຄິດເຫັນຂອງທ່ານທັງຫຼາຍເພື່ອເປັນທັມມະທານໃຫ້ໝູ່ເພື່ອນທັງຫຼາຍໄດ້ອ່ານແລະເຂົ້າໃຈໃຫ້ຖືກຕ້ອງ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດຢ່າງເປັນທາງການ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ກຳດີກໍ່ຄືກຳດີ ກຳຊົ່ວກໍ່ຄືກຳຊົ່ວ ບໍ່ກ່ຽວກັນ ເຮັດຜິດກໍ່ຕ້ອງຮັບໂທດ ຖ້າເຮັດແຕ່ເຮັດສີ່ງທີ່ດີ ໂທດໜັກອາດຈະກາຍເປັນເບົາ

ຖ້າໄດ້ເຮັດ ກຳຊົ່ວໄປແລ້ວກໍ່ຢ່າເຮັດເພີ່ມອີກ ສ້າງແຕ່ກຳດີຈະດີກ່ອນ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ka c dai u


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ເຮັດດີປານໃດກໍ່ບໍ່ສາມາດລ້າງຄວາມຊົ່ວໄດ້ດອອກ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
na ja dai u dok

ຢູ່ຫ່າງໆ ຢ່າງຫ່ວງໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຕາມຄວາມຄິດຂອງ ຂ້າພະເຈົ້າວ່າ: ການທຳດີເພື່ອທົດແທນຄວາມຊົ່ວໄດ້ຫລືບໍ່ໄດ້ນັ້ນມັນມີສອງບັນຫາ.
1 ໃນແງ່ຂອງທຳມະຄືທຳດີ ກໍ່ຢູ່ສ່ວນທຳດີ ທຳຊົ່ວກໍ່ຢູ່ສ່ວນທຳຊົ່ວ ມັນຈະແທນກັນບໍ່ໄດ້.
2 ໃນທາງໂລກທຳຊົ່ວແລ້ວອາດທຳດີທົດແທນໄດ້ຫາກຄົນທີ່ເຮົາທຳຊົ່ວກັບເຂົານັ້ນຫາກຍອມໃຫ້ອາໄພ.


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄ່ອຍຈະໄດ້ປານໃດ
ຄິດວ່າຫາກເຮົາເຄີຍເຮັດດີແລ້ວພໍເຮົາໄປເຮັດບໍ່ດີເທື່ອດຽວ
ສັງຄົມກໍ່ຈະເບິ່ງວ່າເຮົາບໍ່ດີໂດຍບໍ່ໄດ້ຄິດເຖິງສິ່ງດີໆທີ່ເຮົາເຄີຍສ້າງມາ



໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາດີດເປັນສິ່ງບໍ່ສຳຄັນປະຈຸບັນຄືສິ່ງຕັດສີນ ເຖິງຈະເຄີຍເຮັດແຕ່ສິ່ງບໍ່ດີຜ່ານມາ ແຕ່ເມື່ອເຮົາຮູ້ສຶກສຳນຶກຜິດປະຕິບັດໂຕເອງໃໝ່ໃຫ້ເຮັດໃຫ້ສ້າງແຕ່ຄວາມດີຕໍ່ໄປສັງຄົມຍ່ອມໃຫ້ອາໄພສະເໝີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ຢາກຮູ້ຄວາມຄິດເຫັນຂອງທຸກທ່ານຜູ້ມີທັມມະໃນຫົວໃຈທຸກທ່ານວ່າ ການທຳຄວາມດີເພື່ອລົບລ້າງຄວາມຊົ່ວໄດ້ບໍ? ເພາະຫຍັງ?
ອະທິບາຍຄວາມຄິດເຫັນຂອງທ່ານທັງຫຼາຍເພື່ອເປັນທັມມະທານໃຫ້ໝູ່ເພື່ອນທັງຫຼາຍໄດ້ອ່ານແລະເຂົ້າໃຈໃຫ້ຖືກຕ້ອງ



ພຣະທ່ານວ່າແບບນີ້: ເຫມືອນເອົານ້ຳທະເລມາຈອກຫນື່ງ...ແລ້ວເອົານ້ຳຖ່າປົນໃສ່ລົງໄປໃນຊາມ ເຖິງວ່າຈະບໍ່ຫມົດແຕ່ກໍ່ຈາງລົງ
ເຫມືອນປົນນ້ຳທະເທກັບນ້ຳຖ່າທີ່ມີປະລິມານຫລາຍກ່ວາ ຮິຮິ ປະມານນີ້ແຫລະໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ເຮັດດີປານໃດກໍ່ບໍ່ສາມາດລ້າງຄວາມຊົ່ວໄດ້ດອອກ



໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຄວາມດີ ກັບຄວາມຊົ່ວ ປຽບເໝືອນນ້ຳກັບນ້ຳມັນ ເວລາເທລົງໃສ່ກັນແລ້ວ ເຂົ້າກັນບໍ່ໄດ້ ຈະຢູ່ຄົນລະສ່ວນກັນ ສົມຫມຸດຄວາມດີເປັນນ້ຳ ຄວາມຊົ່ວເປັນນ້ຳມັນ
ເຮົາບໍ່ສາມາດໃຫ້ຊົ່ວດີ ເປັນອັນດຽວກັນໄດ້ ຖ້າຕ້ອງການແກ້ ຄວາມຊົ່ວ ຄື ເຮັດຄວາມດີຫລາຍໆ ໂດຍເທນ້ຳລົງໃນປະລິນມານຫລາຍກວ່ານ້ຳມັນ ຈະຊ່ວຍໃຫ້ຄວາມຊົ່ວເບົາບາງລົງໄດ້ ແຕ່ຄວາມຊົ່ວຍັງຄືເກົ່າຢູ່

ພາວະນາ ພິກຂຸ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແທນກັນບໍ່ໄດ້ເດີ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສັດໂລກຍ່ອມເປັນໄປຕາມກຳ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ຢາກຮູ້ຄວາມຄິດເຫັນຂອງທຸກທ່ານຜູ້ມີທັມມະໃນຫົວໃຈທຸກທ່ານວ່າ ການທຳຄວາມດີເພື່ອລົບລ້າງຄວາມຊົ່ວໄດ້ບໍ? ເພາະຫຍັງ?
ອະທິບາຍຄວາມຄິດເຫັນຂອງທ່ານທັງຫຼາຍເພື່ອເປັນທັມມະທານໃຫ້ໝູ່ເພື່ອນທັງຫຼາຍໄດ້ອ່ານແລະເຂົ້າໃຈໃຫ້ຖືກຕ້ອງ



ພຣະທ່ານວ່າແບບນີ້: ເຫມືອນເອົານ້ຳທະເລມາຈອກຫນື່ງ...ແລ້ວເອົານ້ຳຖ່າປົນໃສ່ລົງໄປໃນຊາມ ເຖິງວ່າຈະບໍ່ຫມົດແຕ່ກໍ່ຈາງລົງ
ເຫມືອນປົນນ້ຳທະເທກັບນ້ຳຖ່າທີ່ມີປະລິມານຫລາຍກ່ວາ ຮິຮິ ປະມານນີ້ແຫລະໆໆ


ເຫັນດີນຳ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມດີ ຄວາມຊົ່ວ ສັງຄົມເປັນຜູ້ຕັດສິນ
ຖ້າສັງຄົມໃຫ້ອະໄພ ແລະ ຮັກກໍ່ຖືວ່າດີແລ້ວ
ຖ້າຈະໄປລົບລ້າງຄວາມຈຳທຸກຄົນທີ່ຮູ້ວ່າຕົວເອງເຄີຍທຳຊົ່ວ ກໍ່ຄົງເປັນໄປບໍ່ໄດ້
ເຮົາຍອມຮັບຕົວເອງ ສັງຄົມ, ຄົນທີ່ຮັກເຮົາ ແລະ ຮັກເຮົາຍອມຮັບ ແລະ ໃຫ້ອະໄພ ຖືວ່າດີແລ້ວ
ອາດີດແກ້ໄຂບໍ່ໄດ້ ແຕ່ໄດ້ກາຍເປັນບົດຮຽນອັນໃຫຍ່ຫຼວງ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ມັນອາດຈະລົບບໍ່ໄດ້ແຕ່ຖ້າເຮົາພະຍາຍາມສ້າງຄວາມດີໃຫ້ຫລາຍທີ່ສຸດຄວາມຊົ່ວກໍ່ອາດຈະເບີ່ງຄືຫນອ້ຍລົງ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ມັນອາດຈະລົບບໍ່ໄດ້ແຕ່ຖ້າເຮົາພະຍາຍາມສ້າງຄວາມດີໃຫ້ຫລາຍທີ່ສຸດຄວາມຊົ່ວກໍ່ອາດຈະເບີ່ງຄືຫນອ້ຍລົງ


ແມ່ນໆໆໆ ສວດຍອດເລີຍຄຳເວົ້າ ອິອິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້
ຂ້າຄົນແລ້ວກະຕ້ອງຮັບບາບ
ບໍ່ແມ່ນຂ້າຄົນແລ້ວເຮັດບຸນ 1000 ວັດບາບກະຄືເກ່າ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລຶບອອກໃຫ່ແນ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລຶບອອກໃຫ່ແນ່


໒ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ຄວາມດີ ກັບຄວາມຊົ່ວ ປຽບເໝືອນນ້ຳກັບນ້ຳມັນ ເວລາເທລົງໃສ່ກັນແລ້ວ ເຂົ້າກັນບໍ່ໄດ້ ຈະຢູ່ຄົນລະສ່ວນກັນ ສົມຫມຸດຄວາມດີເປັນນ້ຳ ຄວາມຊົ່ວເປັນນ້ຳມັນ
ເຮົາບໍ່ສາມາດໃຫ້ຊົ່ວດີ ເປັນອັນດຽວກັນໄດ້ ຖ້າຕ້ອງການແກ້ ຄວາມຊົ່ວ ຄື ເຮັດຄວາມດີຫລາຍໆ ໂດຍເທນ້ຳລົງໃນປະລິນມານຫລາຍກວ່ານ້ຳມັນ ຈະຊ່ວຍໃຫ້ຄວາມຊົ່ວເບົາບາງລົງໄດ້ ແຕ່ຄວາມຊົ່ວຍັງຄືເກົ່າຢູ່


ໂດຍເຫັນດີນຳຂະນ້ອຍ

ສາຍນ້ຳບໍ່ຄອຍປາ ເວລາບໍ່ຄອຍຄົນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ບໍ່ໄດ້ເດີ


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ໄດ້ , ໄປລ້າງບາບເອົາຢູ່ໂບດ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຢ່າງໄດ້ ບາງຢ່າງບໍ່ໄດ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ໄດ້
ຂ້າຄົນແລ້ວກະຕ້ອງຮັບບາບ
ບໍ່ແມ່ນຂ້າຄົນແລ້ວເຮັດບຸນ 1000 ວັດບາບກະຄືເກ່າ

........ເປັນແບບນີ້ແລະແມ່ນແທ້ ...........ຊະນັ້ນຈຶ່ງຢ່າໃຈຮ້ອນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vvatthana ຂຽນວ່າ...
ໄດ້ , ໄປລ້າງບາບເອົາຢູ່ໂບດ

ສຳຫລິບສາດສະໜາຄລິສໄດ້ ແຕ່ຄວາມຈິງ ມັນບໍ່ໄດ້ແລະບາງຢ່າງກໍ່ໄດ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chansamouth ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ເຮັດດີປານໃດກໍ່ບໍ່ສາມາດລ້າງຄວາມຊົ່ວໄດ້ດອອກ




໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າມັນທົດແທນກັນໄດ້ ແຕ່ໃນໂລກປັດຈຸບັນ ເຮັດດີ 10 ເທື່ອບໍ່ສູ້ເຮັດຊົ່ວເທື່ອດຽວ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>