ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ພະພິກຂຸລາວ ໄດ້ຮັບເງິນເດືອນບໍ່?

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຄູບາ ອາຈານ (ພະພິກຂຸ) ລາວ ທີ່ມີໜ້າທີ່ ບໍລິຫານ ປົກຄອງ ຫລື ສອນວິຊາໃດນຶ່ງ ໃນໂຮງຮຽນ ໄດ້ຮັບເງິນເດືອນ ຫລືເງິນຕອບແທນ ຈາກລັດຖະບານບໍ? ຖ້າໄດ້ ແມ່ນປະມານ ຫລາຍປານໃດ?

ຄູບາ ອາຈານ (ພະພິກຂຸ) ລາວ ໄດ້ໄປສອນ ຢູ່ໂຮງຮຽນສາມັນ ບໍ? (ໝາຍເຖິງສອນ ຢ່າງເປັນປົກກະຕິ, ບໍ່ແມ່ນດ້າມເທື່ອ ດ້າມທີ)


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກລະຫວາ ເລື່ອງພຣະພິກສຸ ກັບເງິນເດືອນນິ ?
ອັນນີ້ກະບໍ່ຄ່ອຍໄດ້ສົນໃຈວ່າເພີ່ນຊິໄດ້ຫລືບໍ່ໄດ້ ສົນແຕ່ວ່າພຣະພິກຂຸເພີ່ນມີຫຍັງສັນຢູ່ບໍ ເພີ່ນສະດວກສະບາຍໃນການໄປການມາຢູ່ບໍ ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອີກລະຫວາ ເລື່ອງພຣະພິກສຸ ກັບເງິນເດືອນນິ ?
ອັນນີ້ກະບໍ່ຄ່ອຍໄດ້ສົນໃຈວ່າເພີ່ນຊິໄດ້ຫລືບໍ່ໄດ້ ສົນແຕ່ວ່າພຣະພິກຂຸເພີ່ນມີຫຍັງສັນຢູ່ບໍ ເພີ່ນສະດວກສະບາຍໃນການໄປການມາຢູ່ບໍ ..



ແມ່ນຄວາມເຈົ້າ....

ຄົນເຮົາມັນ "ສົນ" ຕ່າງກັນ ເພິ່ນຈັ່ງໃສ່ຊື່ວ່າ 1000 ລາວ




ຂ້ອຍອ່ານໄປພໍ້ ຄຳເຫັນຈາກສະມາຊິກ ພັນລາວ ຜູ່ນຶ່ງເວົ້າວ່າ ຄູບາ ອາຈານ ໄປສອນ ແຕ່ໄດ້ເງິນນ້ອຍ ກວ່າ ຄູ ທີ່ບໍ່ໄດ້ບວດ.
ນັ້ນ ເປັນເທື່ອທຳອິດ ທີ່ຂ້ອຍໄດ້ ເຫັນຄຳເຫັນຈັ່ງຊັ້ນ ແລະ ມີແຕ່ຜູ່ດຽວ ທີ່ຂຽນ(ຊິມີຜູ່ຂຽນລົງມາກ່ອນແລ້ວ ກໍ່ບໍ່ຮູ້)

ແຕ່ຂ້ອຍກໍ່ຍັງ ບໍ່ຮູ້ວ່າ ເພິ່ນໄດ້ຫລາຍປານໃດ ເພິ່ນສອນຫຍັງ ສອນຈັກມື້.



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍຮູ້ຄືກັນ ວ່າໄດ້ ເງິນ ເດືອນຫລືບໍ

ແຕ່ ຕອນຮຽນ ມີ ພິຂຸ ມາສອນ ວິຊາ ພາສາອັງກິດ ອັນນີ້ເພີ່ນ ໄດ້ ແນ່ນອນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອີກລະຫວາ ເລື່ອງພຣະພິກສຸ ກັບເງິນເດືອນນິ ?
ອັນນີ້ກະບໍ່ຄ່ອຍໄດ້ສົນໃຈວ່າເພີ່ນຊິໄດ້ຫລືບໍ່ໄດ້ ສົນແຕ່ວ່າພຣະພິກຂຸເພີ່ນມີຫຍັງສັນຢູ່ບໍ ເພີ່ນສະດວກສະບາຍໃນການໄປການມາຢູ່ບໍ ..



ແມ່ນຄວາມເຈົ້າ....

ຄົນເຮົາມັນ "ສົນ" ຕ່າງກັນ ເພິ່ນຈັ່ງໃສ່ຊື່ວ່າ 1000 ລາວ




ຂ້ອຍອ່ານໄປພໍ້ ຄຳເຫັນຈາກສະມາຊິກ ພັນລາວ ຜູ່ນຶ່ງເວົ້າວ່າ ຄູບາ ອາຈານ ໄປສອນ ແຕ່ໄດ້ເງິນນ້ອຍ ກວ່າ ຄູ ທີ່ບໍ່ໄດ້ບວດ.
ນັ້ນ ເປັນເທື່ອທຳອິດ ທີ່ຂ້ອຍໄດ້ ເຫັນຄຳເຫັນຈັ່ງຊັ້ນ ແລະ ມີແຕ່ຜູ່ດຽວ ທີ່ຂຽນ(ຊິມີຜູ່ຂຽນລົງມາກ່ອນແລ້ວ ກໍ່ບໍ່ຮູ້)

ແຕ່ຂ້ອຍກໍ່ຍັງ ບໍ່ຮູ້ວ່າ ເພິ່ນໄດ້ຫລາຍປານໃດ ເພິ່ນສອນຫຍັງ ສອນຈັກມື້.



ອັນນັ້ນບໍ່ຖືວ່າເປັນເງິນເດືອນສາເນາະ ຖືເປັນປັດໃຈຖວາຍເພີ່ນຄ່າລົດທີ່ເພີ່ນໄປສອນ ເຊັ່ນດຽວກັບເພີ່ນໄປຕາມກິດນິມົນ ເພີ່ນບໍ່ໄດ້ຮຽກຮ້ອງວ່າຕ້ອງໃສ່ບ້າງຫລືໃສ່ຄາຍເທົ່ານັ້ນເທົ່ານີ້ ແຕ່ມັນຂື້ນກັບສັດທາເຈົ້າພາບນັ້ນໆຈະຖວາຍເພີ່ນຫລືບໍ່ກະແລ້ວແຕ່ສັດທາ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອັນນັ້ນບໍ່ຖືວ່າເປັນເງິນເດືອນສາເນາະ ຖືເປັນປັດໃຈຖວາຍເພີ່ນຄ່າລົດທີ່ເພີ່ນໄປສອນ ເຊັ່ນດຽວກັບເພີ່ນໄປຕາມກິດນິມົນ ເພີ່ນບໍ່ໄດ້ຮຽກຮ້ອງວ່າຕ້ອງໃສ່ບ້າງຫລືໃສ່ຄາຍເທົ່ານັ້ນເທົ່ານີ້ ແຕ່ມັນຂື້ນກັບສັດທາເຈົ້າພາບນັ້ນໆຈະຖວາຍເພີ່ນຫລືບໍ່ກະແລ້ວແຕ່ສັດທາ.



ເອີ..... ບໍ່ຖືວ່າເງິນເດືອນ ກໍ່ໄດ້ ແລະ ຂອບໃຈ ທີ່ເຈົ້າ ຍັງສົນໃຈ ມາອອກຄຳເຫນ ເດີ.

ແຕ່ກີ້ ເງິນໃຫ້ຂ້າລັດຖະການ ແຕ່ລະເດືອນ ເພິ່ນກະເອີ້ນວ່າ ເງິນອັດຕາ. ຢູ່ເມືອງໄທ ເງິນທີ່ ຄູບາ ອາຈານ ທີ່ມີໜ້າທີ່ພິເສດບາງອົງ ໄດ້ຮັບທຸກເດືອນ ຈາກອຳນາດການປົກຄອງ ກໍ່ເອີ້ນໄປອີກແນວນຶ່ງ.

ເງິນເດືອນ ທີ່ຂ້ອຍຖາມນີ້ ໝາຍເຖິງເງິນ ທີ່ອຳນາດການປົກຄອງໃຫ້ ຄູບາ ອາຈານ ທີ່ມີໜ້າທີ່ຮັບຜິດຊອບ ທີ່ຂ້ອຍຍົກໂຕຢ່າງມານັ້ນ. ຊິເອີ້ນວ່າ ເງິນອີຫຍັງກະຕາມໃຈ ເດີ, ແຕ່ຖ້າມີຜູ່ສົນ ຜູ່ຮູ້ ກະຊ່ອຍອະທິບາຍແດ່ ວ່າເພິ່ນໃຫ້ກັນ ຫລາຍປານໃດ.


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ບໍຮູ້ຄືກັນ ວ່າໄດ້ ເງິນ ເດືອນຫລືບໍ

ແຕ່ ຕອນຮຽນ ມີ ພິຂຸ ມາສອນ ວິຊາ ພາສາອັງກິດ ອັນນີ້ເພີ່ນ ໄດ້ ແນ່ນອນ


ຂອບໃຈ ທີ່ມາເວົ້າສູ່ຟັງ


໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ເຄີຍເຫັນເພິ່ນໄປສອນຢູ່ໂຮງຮຽນຄືກັນບໍ່ຮູ້ວ່າເພິ່ນສິໄດ້ບໍ່ເງິນເດືອນ...

Bad boy

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ສຳຫຼັບພຣະພິກຂຸທີ່ມີໜ້າທີ່ຕ່າງໆ ໃນການບໍລິຫານສົງນນັ້ນ ຕາມທີ່ຂ້າພະເຈົ້າໄດ້ຖາມມານັ້ນຢູ່ລາວເຮົາອາດບໍ່ມີ ບໍ່ຄືປະເທດໄທ ສ່ວນອົງໃດທີ່ເປັນອາຈານສອນນັ້ນໄດ້ຢູ່ ແຕ່ບໍ່ບໍ່ແມ່ນເງີນທີ່ເປັນງົບຈາກລັດຖະບານ ເປັນສະຄົມສົງຫຼືອົງກອນສົງໃຫ້ກັນ ຮຽກ ນິຍະພັດ ເຄີຍໄດ້ຖາມ ຜູ້ທີ່ສອນ
ໃນປະຖົມເຖິງມັດທະຍົມ ໄດ້ພຽງ ໜຶ່ງແສນກີບ ຕໍ່ເດືອນ ສ່ວນອົງທີ່ສອນໃນວິທະຍາໄລສົງບໍຮູ້ວ່າຄືກັນວ່າໄດ້ເທົ່າໃດ ເພາະວິທະຍາໄລສົງໜ້າຈະມີແຕ່ ວຽງຈັນແລະຈຳປາສັກຫຼືອາດໄດ້ແສນກີບຄືກັນ ອາດເວົ້າໄດ້ວ່າໃຫ້ເປັນເງີນຄ່ານ້ຳມັນລົດຕິເບາະ ສ່ວນຫວັງຈາກລັດຖະບານນັ້ນຄົງຍາກ ແລະໂຮງຮຽນປະຣິຍັຕຕິທັມປັດຈຸບັນ ໜ້າຈະມີພຽງໃນສະຫວັນນະເຂດແຫ່ງດຽວ ຫຼືມີແຫ່ງອື່ນບໍ່ຮູ້ ເປັນຫຍັງລັດຖະບານບໍ່ຄ່ອຍໃຫ້ຄວາມສົນໃຈກັບພຣະພຸທ
ທະສາສນາ ຫຼືສາສນາເປັນຍາຝິ່ນຕິເບາະ ຫຼືບໍ່ມີເງີນພັດທະນາບໍເນາະ ຫຼືປະເທດບໍ່ຈະເລີນບໍ ຫຼືໂກງກິນຫຼາຍໂພດບໍ ບໍ່ຮູ້ ໃຜຮູ້ບອກແດ່ເດີ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ພະສົງບໍ່ສົມຄວນໄດ້ເງິນເດືອນ ເພາະວ່າມັນຊິເປັນເຫດໃຫ້ພະສົງບາງອົງເກີດກິເລດ ເພາະພະສົງຄືຜູ້ເສຍສະຫຼະຜູ້ຫ່າງໄກຈາກກິເລດແລ້ວ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ນາງສາວມີລາຍງານເດີ ວ່າເງີນເດືອນພຣະສົງໃນລາວຫາກມີໜ້າທີ່ຕຳແໜ່ງເຈົ້າເມືອງ ບໍ່ຮູ້ເດີຮູ້ແຕ່ຮອງເຈົ້າເມືອງ ປະມານາແສນສາມສິບນີ້ລະ
ຄູອາຈານສອນຫາກເປັນໂຮງຮຽນສົງເດືອນລະສາມແສນ ມັນກໍ່ເປັນສີ່ງທີ່ໜ້າຄິດເນາະໃຜຈະມີກຳລັງໃຈສອນ ຕອນນັ້ນປີສອງພັນເກົ້າຫັ້ນຮອງເຈົ້າເມືອງແມ່ນສາມສິບພັນກີບຕອນປະຊຸມແຕ່ລະຄັ້ງແມ່ຂອງຂ້າພະເຈົ້າກໍ່ໄດ້ເວົ້າຕະຫຼອດຕາມການຮ້ອງ ຂໍຂອງຄູບາຢູ່ວັດທີ່ຮູ້ຈັກເພີ່ນ ເພາະເພີ່ນບອກວ່າເງິນເດືອນຄ່າລົດບໍ່ກຸ້ມຮອດສາມມື້ຊ້ຳກາເລີຍຂື້ນໃຫ້ ເປັນຕາເມື່ອຍແທນເນາະວ່າບໍ່?


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບີ່ງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຄືຊິບໍ່ເປັນຫຍັງຕິເບາະ


໒ ກະທູ້
໒໒໓ ໂພສ
ນັກການກະທູ້
ຕອນຂ້ອຍເປັນຄູບາ (ປີ 2003) ສອນ 3 ເດືອນເງິນເດືອນ 2 ເດືອນ. ເດືອນລະ 30,000 ກີບ

“ເຖິງໜ້າຕາຈະຕິດລົບ ຖ້າໄດ້ຄົບແລ້ວຈະຕິດໃຈ”


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ຕອນຂ້ອຍເປັນຄູບາ (ປີ 2003) ສອນ 3 ເດືອນເງິນເດືອນ 2 ເດືອນ. ເດືອນລະ 30,000 ກີບ

“ເຖິງໜ້າຕາຈະຕິດລົບ ຖ້າໄດ້ຄົບແລ້ວຈະຕິດໃຈ”



ໃຈບຸນໆໆໆ ສອນເຂົາເຮົາກໍ່ສຸກໃຈ ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ໄດ້ລະເນາະຄູບາກະສັນ(ກິນ)ຄຶ
ກັບເຮົາແຕ່ລັດຖະບານບໍ່ກຳນົດ
ເຈົ້າຂອງໂຮງຮຽນໃຫ້ເອງບາງ
ເທື່ອໄດ້ບັກຫລາຍໆ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ໄດ້ລະເນາະຄູບາກະສັນ(ກິນ)ຄຶ
ກັບເຮົາແຕ່ລັດຖະບານບໍ່ກຳນົດ
ເຈົ້າຂອງໂຮງຮຽນໃຫ້ເອງບາງ
ເທື່ອໄດ້ບັກຫລາຍໆ



໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ໄດ້ລະເນາະຄູບາກະສັນ(ກິນ)ຄຶ
ກັບເຮົາແຕ່ລັດຖະບານບໍ່ກຳນົດ
ເຈົ້າຂອງໂຮງຮຽນໃຫ້ເອງບາງ
ເທື່ອໄດ້ບັກຫລາຍໆ


ເຈົ້າຂອງໂຮງຮຽນທີ່ເຈົ້າເວົ້ານີ້ ຄືຊິແມ່ນໂຮງຮຽນເອກກະຊົນ ນໍ? ຂໍໃຫ້ຊ່ອຍເວົ້າຊື່ ຫລື ບ້ານ ຂອງໂຮງຮຽນ ນັ້ນແດ່. ເຈົ້າເຄີຍຮຽນ ຢູ່ໂຮງຮຽນນັ້ນບໍ?
ບັກຫລາຍໆນັ້ນ ປະມານຈັກກິບ?
ຄູບານັ້ນ ສອນຫຍັງ?


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄູບາເອົາເງິນຜິດສິນຂໍ້ທີ10 ຊາຕະລູປປະລະສັດຕະປະຕິຄະຫະນາ ເວລະມະນີສິຂາປະທັງສະມາທິຢາມິ ແປວ່າຫ້າມບໍ່ໃຫ້ພະສົງສາມະເນນຮັບເງິນຄຳຂອງມີຄ່າເປັນເງິນເຈ້ຍກໍ່ດີເປັນໃບເຊັກກໍ່ດີຫລືອແມ້ກະທັ້ງວັດຖຸມີຄ່າທີ່ສາມາດໃຊ້ຈ່າຍໄດ້ຫ້າມບໍ່ໃຫ້ຮັບ ຖືເປັນບາບ ເປັນອາບັດ ຜິດສິນ ຄົນແລະຄູບາທຸກມື້ນີ້ບໍ່ສົນເລື້ອງສິນ ຄິດເອົາເອງວ່າມັນທັນສະໃຫມແລ້ວ ສະໃຫມໃດກະຢ່າ ສິນກະແມ່ນສິນ ຜິດສິນກະແມ່ນຜິດສິນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ໄດ້ລະເນາະຄູບາກະສັນ(ກິນ)ຄຶ
ກັບເຮົາແຕ່ລັດຖະບານບໍ່ກຳນົດ
ເຈົ້າຂອງໂຮງຮຽນໃຫ້ເອງບາງ
ເທື່ອໄດ້ບັກຫລາຍໆ


ນັ້ນກໍ່ດີລະໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ໄດ້ແຕ່ບໍ່ຫລາຍ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ໄດ້ລະເນາະຄູບາກະສັນ(ກິນ)ຄຶ
ກັບເຮົາແຕ່ລັດຖະບານບໍ່ກຳນົດ
ເຈົ້າຂອງໂຮງຮຽນໃຫ້ເອງບາງ
ເທື່ອໄດ້ບັກຫລາຍໆ


ເຈົ້າຂອງໂຮງຮຽນທີ່ເຈົ້າເວົ້ານີ້ ຄືຊິແມ່ນໂຮງຮຽນເອກກະຊົນ ນໍ? ຂໍໃຫ້ຊ່ອຍເວົ້າຊື່ ຫລື ບ້ານ ຂອງໂຮງຮຽນ ນັ້ນແດ່. ເຈົ້າເຄີຍຮຽນ ຢູ່ໂຮງຮຽນນັ້ນບໍ?
ບັກຫລາຍໆນັ້ນ ປະມານຈັກກິບ?
ຄູບານັ້ນ ສອນຫຍັງ?


ແມ່ນແລ້ວໜ້າຈະບອກວ່າໂຮງຮຽນໃດ ? ສອນຢູ່ໃສ ? ສອນຫຍັງ ? ເພາະຕາມທີ່ຂ້ອຍຮູ້ນຳຄູບາທີ່ເປັນເພື່ອນສະນິດກັນ ລາວສອນຢູ່ໂຮງຮຽນວິທະຍາໄລສົງແທ້ໆ ລາວກະຍັງໄດ້ພຽງແຕ່100.000 ກີບຕໍ່ເດືອນ ແລະຖ້າໄດ້ເປັນຄູປະຈຳຫ້ອງອີກກະໄດ້ເພີ່ມອີກ 50.000 ພັນ ລວມເປັນ 150.000 ພັນຕໍ່ເດືອນ. ຄູພຣະສົງບໍ່ວ່າຈະສອນຫຍັງ ແລະບໍ່ວ່າຈະຈົບມາຊັ້ນໃດ (ຈະຈົບຣີນຍາເອກຍາໂທກໍ່ຕາມ) ໄດ້ເງີນເທົ່າກັນໝົດ ຄື 100.000 ກີບຕໍ່ເດືອນ. ສ່ວນຂ້ອຍເຄີຍສອນມາເປັນເວລາຕັ້ງປີ (2008) ຂະເຈົ້າບໍ່ໃຫ້ເງີນເດືອນ ແຕ່ຂະເຈົ້າໃຫ້ແຕ່ເງີນນິຈະພັດ 30.ພັນກີບ ເວລາເງີນເດືອນອອກມາກະເອົາໄປເສຍຄ່າພັນທະອີກ 2000 ກີບ ສະແດງວ່າຕົກມືເຮົາພຽງແຕ່ 28000 ກີບ. ຂະໜາດວ່າເງີນເດືອນຕ່ຳໆຂະໜາດນີ້ຍັງມີບາງເດືອນຕິດຄ້າງໄວ້ບໍ່ອອກກະມີ ດົນເປັນສາມສີ່ເດືອນອອກເທື່ອໜຶ່ງ ເຄີຍຕໍ່ວ່າທາງຂັ້ນເທິງຫຼາຍເທື່ອແລ້ວວ່າໃຫ້ເພີ່ມເງີນເດືອນໃຫ້ແດ່ ແຕ່ກະບໍ່ມີຄຳຕອບມີແຕ່ບອກວ່າພຣະສົງບໍ່ຈຳໃຊ້ເງີນຫຼາຍເພີ່ນວ່າ ເຂົ້າແລະນ້ຳຂະເຈົ້າກະເອົາມາສົ່ງໃຫ້ກີນແລ້ວຊັ້ນເດ ໂອ..! ແບບນີ້ກະເອົາມາເວົ້າ ຖ້າທຸກຢ່າງພຣະສົງໃຊ້ຟຣີກະຍັງໄຄແນ່ ບໍ່ວ່າຈະໄປໆມາໆກະຍັງໄດ້ໃຊ້ເງີນແລ້ວຄ່າລົດຈ້າງມາສອນໝົດຫຼາຍກວ່າເງີນເດືອນ ແລ້ວພຣະສົງສິຜະລິດເງີນມາແຕ່ໃສຈ້າງຄ່າລົດໄປສອນໂຮງຮຽນຫວາ ອີກຢ່າງຖ້າມີແຕ່ສະຫຼະເວລາມາສອນແຕ່ໂຮງຮຽນກັບພຣະສົງທີ່ບໍ່ໄດ້ສອນ ຂະເຈົ້າໄດ້ໄປສູດໄປເທດເທື່ອໜຶ່ງໄດ້ເງີນມາຫຼາຍກວ່າເງີນເດືອນທີ່ສອນ ລອງຄິດເບີ່ງຖ້າເຮົາເອົາເວລາໄປແຕ່ສອນໜັງສືຕະຫລອດຈົນບໍ່ມີເວລາ ໄປສູດໄປເທດແລ້ວພຣະສົງທີ່ເປັນຄູສອນສິມີເງີນຈ້າງຄ່າລົດມາສອນໜັງສືບໍ່ ເຮີ້ໆໆໆໆ ເປັນແບບນີ້ສິໃຫ້ຄູພຣະສົງມີກຳລັງໃຈສອນໄດ້ແນວໃດຫວາ ຂະໜາດວ່າ ຂພຈ ກະຍັງອຸກໃຈນຳບໍ່ແລ້ວບໍ່ຢ່າຢູ່ລະ ເວົ້າເລື່ອງນີ້ມາລະເຊັງ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບໝູ່ຊະນິດອີກຄົນໜຶ່ງຂອງຂພຈທີ່ຫາກະຈົບໄປຫວ່າງໜຶ່ງນີ້ລະ ຮູບຂອງຂພຈແທ້ບໍ່ມີນຳໝູ່ ມັກລົງວີນໂດຫຼາຍເກີນໄປມັນກະເລີຍຫາຍໄປກັບວີນໂດ ຮ່າໆໆໆໆໜ້າເສຍດາຍທີ່ບໍ່ມີຮູບໄວ້ເປັນທີ່ລະນຶກຈັກໃບເລີຍ ອ໋ອຍໆໆ



ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ......ລືມໄປ...ສຳຫຼັບພຣະສົງທີ່ໄປສອນຢູ່ໂຮງຮຽນເອກະຊົນ ຂະເຈົ້າຈ່າຍໃຫ້ພຽງແຕ່ຊົ່ວໂມງລະ 15 ພັນກີບ ໜ້າເຫັນໃຈເນາະວ່າບໍ່ ລັດຖະບານໜ້າຈະໃຫ້ຄວາມສຳຄັນຫຼາຍກວ່ານີ້ນ່າ ໆໆໆໆໆໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຄວນໃຫ້ໄດ້ຮັບສະເພາະພຣະທີ່ເປັນຄູສອນເທົ່ານັ້ນ

ນັຕຖີ ປັນຍາ ສະມາອາພາ:ແສງສະຫວ່າງສະເໝີດ້ວຍປັນຍາບໍ່ມີ

໕ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ chanhtone ຂຽນວ່າ...
ຄວນໃຫ້ໄດ້ຮັບສະເພາະພຣະທີ່ເປັນຄູສອນເທົ່ານັ້ນ