ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ການປ່ອນບີພຣະ ແທ້ທີ່ຈິງບໍ່ມີໃນພຸດທະສາສະໜາ

໒ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ປັດຈຸບັນ ໄດ້ມີການສ້າງພຣະພຸດທະຮູບຂື້ນມາກມາຍ ແລະພາກັນນິຍົມປ່ອນບີພຣະ. ແທ້ທີ່ຈິງແລ້ວ ການປ່ອນບີພຣະບໍ່ມີໃນພຸດທະສາສະໜາ ມັນເປັນການສ້າງຂື້ນມາເອງ ແລະນິຍົມກັນໃນໝູ່ຊາວພຸດ. ຜົນເສັຍຫາຍຂອງການປ່ອນບີພຣະ ຈະເຮັດໃຫ້ເປັນໄພອັນຕະລາຍແກ່ພຣະພຸດທະສາສະໜາ ເນື່ອງຈາກວ່າ ໂຈນຈະພາກັນມາຊອກເຈາະເອົາວັດຖຸທີ່ມີຄ່າໃນໂຕພຣະໄຕ. ສະນັ້ນ ຈິ່ງບໍ່ຄວນມີການຈ່ອງບີພຣະ.



໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຄວາມຈິງເຂົາເຈົ້າກະບໍ່ໄດ້ເອົາເງິນຄຳແທ້100ເປີເຊັນດອກໄປປ່ອນໃຈ ແຕ່ເຂົາເຈົ້າເອົາຄຳປິວຫຼືສິ່ງອື່ນໆທີ່ເປັນມຸງຄຸນໃຫ້ບູຊາເອົາໄປປ່ອນໃສ່ ເພື່ອຈະເອົາເງິນບູຊານັ້ນໄປເປັນເງິນສ້າງສາວັດວາອາລາມຊື່ໆ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ແມ່ນວາ ແຕ່ວ່າເພີ່ນກະພານັບຖືມາແຕ່ປູ່ຍ່າຕາຍາຍ ພຸ້ນໃດລະ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນບາງຢ່າງ ຜູ້ເຖົ້າຜູ້ແກ່ເພິ່ນພາເຮັດກະບໍ່ແມ່ນແນວຖືກຕ້ອງໝົດສະເໝີໄປ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ...
ຄວາມຈິງເຂົາເຈົ້າກະບໍ່ໄດ້ເອົາເງິນຄຳແທ້100ເປີເຊັນດອກໄປປ່ອນໃຈ ແຕ່ເຂົາເຈົ້າເອົາຄຳປິວຫຼືສິ່ງອື່ນໆທີ່ເປັນມຸງຄຸນໃຫ້ບູຊາເອົາໄປປ່ອນໃສ່ ເພື່ອຈະເອົາເງິນບູຊານັ້ນໄປເປັນເງິນສ້າງສາວັດວາອາລາມຊື່ໆ


ແມ່ນແລ້ວຂ້ອຍເຫັນດີນຳເດີ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຄວາມຈິງແລ້ວການປ່ອນບີພຣະໃນພຣະພຸທສານານີ້ບໍ່ມີແທ້ ແມ່ນແຕ່ກ່ອນພຣະພຸທທະອົງຈະປຣລິນິພາຣພຣະອານົນຍັງທູນຖາມພຣະພຸທອົງວ່າຫລັງຈາກພຣະ
ພຸທອົງປຣະຣິນິພານໄປແລ້ວຈະເອົາຫຍັງເປັນຕົວແທນຂອງພຣະສາສດາພຣະພຸທອັງບອກວ່າ ຄຳສອນທີ່ຕະຖາຄົດນີ້ແລະຈະເປັນຕົວແທນຂອງພຣະສາສະດາ
ການເຮັດບຸນບໍ່ຈຳເປັນຕ້ອງເຮັດຢູ່ວັດ ເຮັດຢູ່ໃສກໍ່ໄດ້ ເຊັ່ນວ່າພຣະຜູ້ທີ່ເກັ່ງທາງດ້ານ ຊານ ນານ ບໍ່ຈຳເປັນຕ້ອງມີວັດ ມີກຸຕິ ທີ່ດີແລະງາມ ແຕ່ເພິ່ນຢູ່
ຕາມຖ້ຳຕາມປ່າເພິ່ນຍັງບັນລຸທຳໄດ້ ສະນັ້ນມັນບໍ່ຈຳເປັນເລີຍ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ບາບບຸນບໍ່ຈຳເປັນຕ້ອງໄປຫາໄກເດີ ຄັນໄປຫາໄກທ່ານຈະບໍ່ພົບມັນເລີຍ ເພາະມັນຢູ່ກັບຕົວທ່ານຫັ້ນລະ !!!