ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຮັດແນວໃດຈຶ່ງຈະຄ້າຂາຍມີກຳໄລ?

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບັນຫາ ເພາະເຫດໃດ ຄົນບາງຄົນຄ້າຂາຍຈຶ່ງຂາດທຶນ ບາງຄົນບໍ່ໄດ້ກຳໄລຕາມທີ່ປະສົງ ບາງຄົນໄດ້ກຳໄລຕາມທີ່ປະສົງ ບາງຄົນໄດ້ຫຼາຍກວ່າທີ່ມຸ່ງຫວັງໄວ້?

ພຸທດຳຣັດຕອບ “...ດູກ່ອນສາຣີບຸດ ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົງບອກປັດໃຈທີ່ທ່ານປະສົງມາເຖີດ (ແຕ່)ເຂົາກັບບໍ່ຖວາຍປັດໃຈດັ່ງທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ເຂົາຍ່ອມຂາດທຶນ”

“...ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົ່ງບອກປັດໃຈທີ່ທ່ານປະສົງມາເຖີດ ແຕ່ເຂົາຖວາຍປັດໃຈບໍ່ເຕັມຕາມທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນຈາກອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ໆ ເຂົາຍ່ອມບໍ່ໄດ້ກຳໄລຕາມທີ່ປະສົງ”

“...ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົ່ງບອກປັດໃຈທີ່ທ່ານປະສົງມາເຖີດ ເຂົາຖວາຍປັດໃຈເຕັມຕາມທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນຈາກອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ໆ ເຂົາຍ່ອມໄດ້ກຳໄລຕາມທີ່ປະສົງ”

“...ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົ່ງບອກປັດໃຈທີ່ທ່ານປະສົງມີເຖີດ ແຕ່ເຂົາຖວາຍປັດໃຈຍິ່ງກວ່າທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນຈາກອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ໆ ເຂົາຍ່ອມໄດ້ກຳໄລຍິ່ງກວ່າທີ່ປະສົງ”

ຈາກ ວະນິດຊະສູດ ຈ. ອ. (ໜ້າທີ່ ໗໙)
ຕບ. ໒໑ : ໑໐໖ ຕທ. ໒໑ : ໙໕
ຕອ. G.S. II : ໙໑-໙໒

http://84000.org/true/201.html


໔ ກະທູ້
໒໐໓ ໂພສ
ນັກການກະທູ້
ສັ້ນບໍ່ຮຽນລະ ຖ້າກຳນົດກັນແບບນີ້

有自信不一定赢 没自信一定输

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກກໍາໄລ ຕ້ອງຕົວະເກັ່ງ ຕົວຢ່າງຊື້ມາໃນລາຄາ5ກີບ

ແຕ່ມາຂາຍ10ກີບ ຄົນຊື້ກາຕ້ອງຕໍ່ວ່າ 5ກີບຊ້າເນາະ

ບໍ່ໄດ້ນະເອື້ອຍ-ອ້າຍ ກາວ່າໄປ ອີ່ຕົນແນ່ຊື້ມາກາໃນລາຄາ8ກີບແລ້ວກາວ່າໄປ

ມີຄໍາ1ເຄີຍໄດ້ຍີນມາ ຈັກສິຖືກຫລືບໍ່?

ໄປເສິກໃຫ້ໄປຂ້າ ໄປຄ້າໃຫ້ໄປຕົວະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓ ກະທູ້
໑໙໓ ໂພສ
ນັກການກະທູ້
ເປັນຄວາມຄິດທີ່ດີ


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ອ່ານປຶ້ມທີ່ພວກນັກເສດຖະສາດອ່ານຫລາຍຯແມະ ເພາະພວກນີ້ຂະເຈົ້າຈະກິນຫົວຄົນອື່ນເກັ່ງ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ຢາກກໍາໄລ ຕ້ອງຕົວະເກັ່ງ ຕົວຢ່າງຊື້ມາໃນລາຄາ5ກີບ

ແຕ່ມາຂາຍ10ກີບ ຄົນຊື້ກາຕ້ອງຕໍ່ວ່າ 5ກີບຊ້າເນາະ

ບໍ່ໄດ້ນະເອື້ອຍ-ອ້າຍ ກາວ່າໄປ ອີ່ຕົນແນ່ຊື້ມາກາໃນລາຄາ8ກີບແລ້ວກາວ່າໄປ

ມີຄໍາ1ເຄີຍໄດ້ຍີນມາ ຈັກສິຖືກຫລືບໍ່?

ໄປເສິກໃຫ້ໄປຂ້າ ໄປຄ້າໃຫ້ໄປຕົວະ



ມັນງ່າຍປານນັ້ໜພຸ້ນນະ?

有自信不一定赢 没自信一定输

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ກາບໍ່ຣູ້ຄືກັນວ່າມັນງ່າຍຫລືຍາກຊໍ່າໃດ

ຍັງບໍ່ເຄີຍເປັນແມ່ຄ້າເທື່ອ ພຽງແຕ່ ຂພຈ ໄດ້ຍີນມາແບບນີ້

ເລີຍເກັບເອົາມາເວົ້າຕໍ່ ຊ້ານເດະນີ້ ໃຜຢາກລອງກາໄດ້ເດີ້ ບໍ່ຫວງລິກະສິດ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ບັນຫາ ເພາະເຫດໃດ ຄົນບາງຄົນຄ້າຂາຍຈຶ່ງຂາດທຶນ ບາງຄົນບໍ່ໄດ້ກຳໄລຕາມທີ່ປະສົງ ບາງຄົນໄດ້ກຳໄລຕາມທີ່ປະສົງ ບາງຄົນໄດ້ຫຼາຍກວ່າທີ່ມຸ່ງຫວັງໄວ້?

ພຸທດຳຣັດຕອບ “...ດູກ່ອນສາຣີບຸດ ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົງບອກປັດໃຈທີ່ທ່ານປະສົງມາເຖີດ (ແຕ່)ເຂົາກັບບໍ່ຖວາຍປັດໃຈດັ່ງທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ເຂົາຍ່ອມຂາດທຶນ”

“...ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົ່ງບອກປັດໃຈທີ່ທ່ານປະສົງມາເຖີດ ແຕ່ເຂົາຖວາຍປັດໃຈບໍ່ເຕັມຕາມທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນຈາກອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ໆ ເຂົາຍ່ອມບໍ່ໄດ້ກຳໄລຕາມທີ່ປະສົງ”

“...ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົ່ງບອກປັດໃຈທີ່ທ່ານປະສົງມາເຖີດ ເຂົາຖວາຍປັດໃຈເຕັມຕາມທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນຈາກອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ໆ ເຂົາຍ່ອມໄດ້ກຳໄລຕາມທີ່ປະສົງ”

“...ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະ ຫລືພຣາມແລ້ວຍ່ອມປະວາຣະນາວ່າ ທ່ານຈົ່ງບອກປັດໃຈທີ່ທ່ານປະສົງມີເຖີດ ແຕ່ເຂົາຖວາຍປັດໃຈຍິ່ງກວ່າທີ່ໄດ້ປະວາຣະນາໄວ້ ຖ້າເຂົາເຄື່ອນຈາກອັດຕະພາບນັ້ນມາສູ່ຄວາມເປັນມະນຸດນີ້ ເຂົາທຳການຄ້າຂາຍຢ່າງໃດ ໆ ເຂົາຍ່ອມໄດ້ກຳໄລຍິ່ງກວ່າທີ່ປະສົງ”

ຈາກ ວະນິດຊະສູດ ຈ. ອ. (ໜ້າທີ່ ໗໙)
ຕບ. ໒໑ : ໑໐໖ ຕທ. ໒໑ : ໙໕
ຕອ. G.S. II : ໙໑-໙໒

http://84000.org/true/201.html

ຊິບອກເດີ
ແບ່ງຊັບເປັນ ໔ ສ່ວນ ຄື
ລ້ຽງຕົນ
ລ້ຽງຄົນ
ທຳການລົງທຶນ
ຝາກຝັງເປັນທຶນນິທິ ມູນນິທິ ບຸນນິທິ
-----
ຣາຄາ ລົບ ຕົ້ນທືນ = ກຳໄລ ເອົາກຳໄລໄປແບ່ງເປັນ ໔ ສ່ວນ ເປັນເສດຖີແນ່ນອນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
ຂາຍໃນລາຄາທີ່ສຸງກວ່າຕົ້ນທຶນກະໃດ້ກຳໄລລະເດ

IlOvECompUteR

໑ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ຊຶ່ກີນບໍ່ໝົດ ຄົດກີນບໍ່ນານ ລະວັງກີນຫຼາຍທ້ອງສິແຕກ

@@@**ssv**@@@

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ກະເອົາລາຄາຊື້ມາ+ກັບຄ່າຂົ່ນສົ່ງຕ່າງໆໆ ເທົ່າກັບເທົ່າໃດລະ ເຮົາກະຄິດເອົາວ່າຊິຕັ້ງລາຄາຂາຍເທົ່າໃດ.
ແຕ່ຕ້ອງອີງຕາມສິນຄ້າທີ່ເຮົາຂາຍນັ້ນມີຄົນຂາຍຄືກັນຫຼາຍບໍ? ແລະກະເຈົ້າຂາຍເທົ່າໃດ?
ເພື່ອຈະໄດ້ຫາຊ່ອງທາງຂາຍສິນຄ້າເຮົາອອກໄດ້.
ອີກສິນຄ້າປະເພດທີ່ມີແຕ່ເຮົາຂາຍ....ອັນນີ້ແຮງຍິ້ມກິນເລີຍ ເພາະບໍ່ມີໃຜມາຍາດລຸກຄ້າເຮົາໄດ້ ການຕັ້ງລາຄາອາດຈະໄດ້ໃຈຕົນເອງມາແດ່(ແຕ່ລູກຄ້າອຸກໃຈ55)
ຄືເບຍລາວຫັນເດະ ເປັນຕົວຢ່າງ. ຊິຂຶ້ນລາຄາກະບໍ່ມີຜົນກະທົບຫຍັງຕໍ່ຍອດຂາຍແລະກຳໄລ.ຍ້ອນເປັນສິນຄ້າທີ່ບໍ່ມີຄູ່ແຂ່ງຂັນ(ທີ່ເທົ່າທຽມຕົນເອງ).
ເອົາໆໆໆໆພໍແລະ ເວົ້າຫຼາຍໆໆໆໆໆໆ. ບໍ່ໄດ້ຮຽນການຕະຫຼາດກະຫ້າວວ່າເວົ້າໂລເລເນາະຂ້ອຍນີ້ 555555 (ເວົ້າມາທັງໝົດແມ່ນຂ້ອຍເດົາເອົາເອງ)

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ຂາຍແພງໆຕີມີກຳໄລຫລາຍໃດ 555+


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ກ່ອນອື່ນ ຕ້ອງເບິ່ງກ່ອນວ່າ ສິນຄ່າຂອງເຮົາເປັນສິນຄ່າ ປະເພດຟູມເຟືອງ ຫຼື ປະເພດຈຳເປັນ
+ຖ້າສິນຄ້າຂອງເຮົາເປັນປະເພດຈຳເປັນ ເຮົາສາມາດ ເພີ່ມ ລາຄາຂາຍຂຶ້ນໄດ້ຫຼາຍ ໂດຍທີ່ປະລິມານການຊື່ລົດລົງພຽງໜ້ອຍດຽວ ເຮັດໃຫ້ເຮົາໄດ້ກຳໄລຫຼາຍຂຶ້ນ
+ຖ້າສິນຄ້າຂອງເຮົາເປັນປະເພດຟຸມເຟືອງ ເຮົາຕ້ອງລົດການຜະລິດສິນຄ້າ(ເຮັດໃຫ້ຕົ້ນທຶນການຜະລິດລົດລົງ) ແລະ ລົດລາຄາສິນຄ້າລົງ ຈະເຮັດໃຫ້ຄົນມາຊື້ສິນຄ້າຂອງເຮົາຫຼາຍຂຶ້ນ ເຊິງໝາຍເຖິງກຳໄລທີ່ເພິ່ມຂຶ້ນ