ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ມາຮູ້ຈັກກັບວັນວິສາຂະບູຊາກັນເທາະ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັນວິສາຂະບູຊາແມ່ນກົງກັບວັນເພັງ 15 ຄ່ຳຂອງເດືອນ 6 ເພັງ ເປັນວັນຄ້າຍວັນເກີດ (ປະສູດ), ຕັສສະຣູ້ (ຮູ້ແຈ້ງເຫັນຈິງ) ແລະ ປະລິນິພພານ (ຕາຍ) ຂອງອົງພຣະສັມມາສັມພຸດທະເຈົ້າຂອງພວກເຮົາຊາວພຸດ. ວັນນີ້ຖືວ່າເປັນວັນສຳຄັນທາງພຸດທະສາສນາ ແລະ ວັນວັນສຳຄັນຂອງໂລກກໍ່ວ່າໄດ້ ເພາະອົງການສະຫະປະຊາຊາດ ໄດ້ປະກາດໃຫ້ວັນວິສາຂະບູຊາ ເປັນວັນສຳຄັນສາກົນຂອງໂລກ ໃນວັນທີ່ 15 ທັນວາ ພ.ສ 2542 ຄ.ສ 1999. ພວກເຮົາຊາວພຸດຈົ່ງພາກັນຮູ້ເອົາໄວ້ເພື່ອຈະໄດ້ດັບສະຕິປັນຍາ...! ຂໍຂອບໃຈ ພໍ ເມືອງພວນ ສຳລັບຮູບພາບດີໆ ແລະ ຂອບໃຈທຸກຄົນທີ່ເຂົ້າມາອ່ານ...



ວິສາຂະ.................ອັດສະຈັນ.................ໃນສາມສິ່ງ
ປະສູດຈິງ.................ເປັນສິດທັດຖະ.................ໃນສວນລຸມພິນີ
ຕັສສະຮູ້.................ເປັນພຸດທະເຈົ້າ.................ເມື່ອບວດໄດ້ຫົກປີ
ພັນສາມີ.................ແປດສິບປີ.................ກໍ່ປະລິນິພພານ.

ໃນວັນພຣະ.................ວິສາຂະ.................ບູຊາ
ຊວນກັນມາ.................ຮ່ວມທຳບຸນ.................ທຳກຸສົນ
ເຊົ້າຕັກບາດ.................ຄ່ຳວຽນທຽນ.................ກັນທຸກຄົນ
ບຸນສົ່ງຜົນ.................ສຸກໂຊກດີ.................ທຸກທ່ານເອີຍ..!

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ໂອ້ແບບນີ້ເນາະ ໄຄແດ່ມື້ນີ້ໄດ້ເຮັດຫມາກເບັງໄປບູຊາເລີຍ


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ມັນແມ່ນວັນຫຍັງກັນແທ້
ຄືວ່າມີທັງ ວັນເກີດ ວັນປະສົບຄວາມສຳເລັດ ແລະ ວັນຕາຍ ໃນມື້ດຽວກັນ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...
ມັນແມ່ນວັນຫຍັງກັນແທ້
ຄືວ່າມີທັງ ວັນເກີດ ວັນປະສົບຄວາມສຳເລັດ ແລະ ວັນຕາຍ ໃນມື້ດຽວກັນ


ກໍ່ເປັນວັນທັງສາມຢ່າງຫັ້ນແຫຼະ ຄື: ປະສູດ , ຕັສສະຮູ້ ແລະ ປະລິນິພພານ ກົງກັບວັນດຽວກັນ ຫຼື ຈະເວົ້າໃຫ້ເຂົ້າໃຈງ່າຍໆກໍ່ຄື : ມື້ປະສູດ (ເກີດ) ກໍ່ປະສູດກົງກັບວັນເພັງ 15 ຄ່ຳຂອງເດືອນ 6. ມື້ຕັສສະຮູ້ກໍ່ກົງກັບວັນເພັງ 15 ຄ່ຳເດືອນ 6 ແລະ ວັນປະລິນິພພານ ກໍ່ກົງກັບວັນເພັງ 15 ຄ່ຳ ເດືອນ 6.... ເຫດການທັງ 3 ກົງກັນໃນວັນດຽວກັນ ຄື ເດືອນເພັງ 15 ຄ່ຳ ຂອງເດືອນ 6.

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ສາທຸ ສາທຸ ສາທຸ


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...
ມັນແມ່ນວັນຫຍັງກັນແທ້
ຄືວ່າມີທັງ ວັນເກີດ ວັນປະສົບຄວາມສຳເລັດ ແລະ ວັນຕາຍ ໃນມື້ດຽວກັນ


ກໍ່ເປັນວັນທັງສາມຢ່າງຫັ້ນແຫຼະ ຄື: ປະສູດ , ຕັສສະຮູ້ ແລະ ປະລິນິພພານ ກົງກັບວັນດຽວກັນ ຫຼື ຈະເວົ້າໃຫ້ເຂົ້າໃຈງ່າຍໆກໍ່ຄື : ມື້ປະສູດ (ເກີດ) ກໍ່ປະສູດກົງກັບວັນເພັງ 15 ຄ່ຳຂອງເດືອນ 6. ມື້ຕັສສະຮູ້ກໍ່ກົງກັບວັນເພັງ 15 ຄ່ຳເດືອນ 6 ແລະ ວັນປະລິນິພພານ ກໍ່ກົງກັບວັນເພັງ 15 ຄ່ຳ ເດືອນ 6.... ເຫດການທັງ 3 ກົງກັນໃນວັນດຽວກັນ ຄື ເດືອນເພັງ 15 ຄ່ຳ ຂອງເດືອນ 6.



ຂອບໃຈຫຼາຍໆ ຂ້ານ້ອຍ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຄ່ຳຂອງມື້ນີ້ ມີການບັນຍາຍທັມ ແລະ ວຽນທຽນຢູ່ວັດ ຢ່າລືມພາກັນໄປຟັງທັມ ແລະ ວຽນທຽນນຳກັນເດີ້...!

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ສາທຸ ສາທຸໆໆ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ໄປເຮັດບຸນແລ້ວ ສະບາຍໃຈຫລາຍໆໆ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸໆໆ ມື້ຄືນວຽນທຽນ ສາວຫລາຍໆຫມໍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະອີ່ມບຸນໄປນຳ ໆໆ ໄປວຽນທຽນຮ່ວມກັນໆ ແຕ່ບໍ່ໄດ້ໃສ່ບາດຮ່ວມຂັນ ຫະຫະໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາທຸ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະພຸດ ະທຳ ພະສົງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ເຮົາກະອີ່ມບຸນໄປນຳ ໆໆ ໄປວຽນທຽນຮ່ວມກັນໆ ແຕ່ບໍ່ໄດ້ໃສ່ບາດຮ່ວມຂັນ ຫະຫະໆ


ອໍ... ຫະຫະ ຄິດວ່າຍັງອີກບໍ່ດົນດອກໝໍເອີຍ ດຽວບຸບເພກໍ່ເຂົ້າມາຫາ.. ວັນນັ້ນລະຈັ່ງສິໄດ້ຕັກບາດຮ່ວມຂັນ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫະຫະໆໆ ອ່ອຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ຟັງທຳມະ ແລ້ວຈະຮູ້ຄວາມຮັກ
ຖ້າຟັງອອບປອງສັກ ຈະຮູ້ວ່າ ຈຸດອ່ອນຂອງສັນຢູ່ທີ່ຫົວໃຈ
ຖ້າໄປຟັງຕ່າຍອລຣະໄທ ຈະຮູ້ວ່າ ເກັບຄວາມຫຼາຍໃຈໄປໄວ້ທີ່ອື່ນ



໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ແມ່ນວັນທີ່ວິເສດ ,ແລ້ວ ເພິ່ນປະລິນິພພານ (ຕາຍ) ຍ້ອນຫຍັງ