ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » 10 ເຫດຜົນຂອງຄົນທີ່ບໍ່ມັກເຂົ້າວັດ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ບໍເຂົ້າໃຈໃນເລື່ອງຂອງຈິດວີນຍານ.
ນີ້ກໍ່ເປັນບັນຫາໜຶ່ງທີ່ເຮັດໃຫ້ຄົນບໍ່ເຂົ້າວັດ ເພາະວ່າເຫັນວັດຖຸສຳຄັນກວ່າຈິດໃຈ ມີຄວາມຫຼົງໄຫຼໃນວັດຖຸຫຼາຍເກີນໄປ ເຫັນສິ່ງວັດຖຸລຸ້ນໃດອອກມາເກົ່າມາໃໝ່ຮູ້ໝົດ ແຕ່ຖາມເລື່ອງຈິດວີນຍານພັດບໍ່ຮູ້ ບໍ່ເຊື່ອ ແລະ ບໍ່ເຂົ້າໃຈ ບໍ່ຢາກກັດເກົາກິເລດອອກຈາກໃຈໃຫ້ມັນຜ່ອງໃຜ ຂາວສະອາດ ດັ່ງນັ້ນ, ກໍ່ເລີຍເປັນເຫດເຮັດໃຫ້ຈິດໃຈຕ່ຳລົງໆໆ ສຸດທ້າຍກໍ່ບໍ່ຢ້ານກົວຕໍ່ບາບ-ບຸນ ແລະ ເຮັດທຸກສິ່ງຢ່າງທີ່ຊົ່ວໆໄດ້ໂດຍບໍ່ມີຄວາມລະອາຍ.

2. ບໍ່ເຂົ້າໃຈເລື່ອງສາສນາ.
ນີ້ກໍ່ເປັນບັນຫາໜຶ່ງທີ່ເຮັດໃຫ້ຄົນເຮົາບໍ່ເຂົ້າໃຈສາສນາ ຄື : ຮູ້ຈັກພຣະສາດສະດາໃນນາມບຸກຄົນທົ່ວໄປ ເໝືອນກັບໝູ່ເຮົາເຈົ້າຂ້ອຍ ແຕ່ບໍ່ຮູ້ຈັກພຣະສາສດາຕົວຈິງວ່າຫຼັກທັມຄຳສອນຂອງເພີ່ນນັ້ນສອນກ່ຽວກັບຫຍັງ ? ມີອັນໃດແດ່ ?. ມັນກໍ່ເລີຍເປັນເຫດເຮັດໃຫ້ຄົນບໍ່ເຂົ້າວັດ.

3. ບໍ່ເຂົ້າໃຈໃນເລື່ອງທັມມະ.
ເພາະບໍ່ມັກອ່ານບໍ່ມັກຟັງ ບໍ່ມັກສຶກສາຫາສະແຫວງຄົ້ນຄວ້າ ແລະ ບໍ່ຮູ້ຈັກຊ້ຳວ່າທັມມະແມ່ນຫຍັງ ? ມີດີຫຍັງ ? ມີຫຍັງດີ ? ກໍ່ເລີຍເປັນເຫດເຮັດໃຫ້ບໍ່ເຂົ້າໃຈວ່າທັມມະແມ່ນຄຳສັ່ງສອນຂອງພຣະພຸດທະເຈົ້າ ຫຼື ເວົ້າອີກຢ່າງໜຶ່ງວ່າ ແມ່ນກົດເກນທັມມະຊາດ ທັມມະເປັນກະຈົກສ່ອງຈິດວີນຍານຂອງຄົນ ເຮັດໃຫ້ຮູ້ຈັກເຫດແລະຜົນ ຮູ້ຈັກຜິດຈັກຖືກກໍ່ຍ້ອນທັມມະ ສິ່ງທີ່ເປັນແສງສະຫວ່າງໃຫ້ແກ່ທັມມະກໍ່ຄືສະຕິປັນຍາ ເມື່ອມີສະຕິປັນຍາກໍ່ຮູ້ຈັກຈຳແນກໄດ້ຄວາມຜິດຄວາມຖືກ ນີ້ແຫຼະແສງສະຫວ່າງຂອງດວງປັນຍາໂດຍບໍ່ມີຫຍັງມາສະເໝີເໝືອ ຂະໜາດດວງອາທິດຄິດວ່າມີແສງລັດສະໜີສົ່ງແສງໄດ້ກວ້າງໄກ ກໍ່ຍັງເປັນແສງສະຫວ່າງສ່ອງຈິດໃຈຄົນບໍ່ໄດ້ ນອກເໝືອຈາກທັມມະສິ່ງດຽວສ່ອງໄດ້.

4. ບໍ່ເຂົ້າໃຈເລື່ອງໂລກກຸຕຕະລະແລະນິພພານ.
ເພາະເຂົ້າໃນວ່າເລື່ອງໂລກກຸຕຕະລະແລະນິພພານນີ້ ເປັນສິ່ງທີ່ຢູ່ໄກ ແລະ ເບີ່ງບໍ່ເຫັນ. ແຕ່ທີ່ຈິງແລ້ວເລື່ອງເຫຼົ່ານີ້ ມັນບໍ່ໄດ້ຢູ່ໄກຈົນສຸດຂອບຟ້າດອກ ຢູ່ກັບໂຕເຮົານີ້ລະຢູ່ທີ່ນີ້ແລະດຽວນີ້ ເຮົາສາມາດຫາພົບເຫັນໄດ້ທຸກຄັ້ງທີ່ມີຄວາມສຸກເກີດຂື້ນ.

5. ບໍ່ເຂົ້າໃຈໃນເລື່ອງຂອງພາສາຄົນ - ພາສາທັມ.
ຄົນສ່ວນໃຫຍ່ຈະຮູ້ຈັກແຕ່ພາສາຄົນ ແຕ່ບໍ່ຮູ້ພາສາໃຈ (ທັມ). ຄືພາສາທັມເປັນພາສາທີ່ເລິກເຊີ່ງ, ກີນໃຈ ມຸ່ງເນັ້ນໃຫ້ເຫັນຕາມຄວາມຈິງເປັນຫຼັກ.

6. ບໍ່ເຂົ້າໃນເລື່ອງສິຣທັມ.
ເລື່ອງສິຣທັມນັ້ນເປັນເລື່ອງຫົວໃຈຂອງທຸກເລື່ອງສຳລັບຄວາມເປັນມະນຸດ. ດັ່ງນັ້ນ, ຈິ່ງຈຳເປັນຕ້ອງສຶກສາໃຫ້ເດັກໄດ້ຮຽນຮູ້ຈັກສິຣທັມໃຫ້ຫຼາຍ ເພື່ອປູກຈິດສຶກນຳໃຫ້ເດັກເປັນຄົນດີຂອງສັງຄົມ.

7. ບໍ່ເຂົ້າໃຈເລື່ອງພຣະສົງອົງຄະເຈົ້າ.

ພຣະສົງອົງຄະເຈົ້າເປັນຕົວຢ່າງແຫ່ງບຸກຄົນ ຜູ້ເປັນຢູ່ຢ່າງສະອາດ ສະຫວ່າງ ແລະ ສະຫງົບ ລດຈາກການບີບຄັ້ນຂອງຄວາມທຸກ ເປັນອິດສະຫຼະແກ່ກິເລດ ບໍ່ມັກວຸ້ນວາຍ ມີຄວາມເຍືອກເຍັນເປັນນິພພານ.

8. ບໍ່ເຂົ້າໃຈເລື່ອງຄວາມສຸກ.
ລະບົບຂອງຄວາມສຸກມັນຂື້ນຢູ່ກັບລະດັບຈິດ. ໃນສ່ວນຂອງປຸຖຸຊົນມີຢ່ 3 ກໍ ຄື: ກີນ, ກາມ, ກຽດ ແຕ່ໃນສ່ວນຂອງຜູ້ຝຶກຈິດມີ 3 ສໍ ຄື: ສະອາດ, ສະຫວ່າງ, ສະຫງົບ.

9. ບໍເຂົ້າໃຈເລື່ອງເຮັດບຸນ - ໃຫ້ທານ.
ແທ້ຈິງແລ້ວການເຮັດບຸນໃຫ້ທານ ບໍ່ກ່ຽວັບການໄດ້ໜ້າໄດ້ຕາ ແຕ່ຈະກ່ຽວກັບປະໂຫຍດທີ່ຈະຊ່ວຍໃຫ້ຜູ້ອື່ນໄດ້ຮັບຄວາມສຸກ ແລະ ຕົວເອງກໍ່ໄດ້ບັນເທົາກິເລດທີ່ເປັນເຫດເຮັດໃຫ້ເຫັນແກ່ຕົວຫຼຸດລົງໆ ຄື: ຈິດທີ່ໃຫ້ຈະໃຫ້ສະບາຍແລະປະເສີດກວ່າຈິດທີ່ຈະເອົາ ການບໍລິຈາກຄືການໄດ້ເພີ່ມຫຼາຍຂື້ນ ແຕ່ການເກັບເອົາໄວ້ນັ້ນຄືການສູນເສຍ.

10. ບໍ່ເຂົ້າໃຈເລື່ອງຈິດຫວ່າງ.
ຈິດຫວ່າງໝາຍເຖິງ ຫວ່າງຈາກກິເລດແລະຄວາມທຸກທັງຫຼາຍ. ຖ້າກິເລດບໍ່ມາລົບກວນກໍ່ຮຽກວ່າຫວ່າງ ຖ້າກິເລດມາລົບກວນກໍ່ຮຽກວ່າບໍ່ຫວ່າງ. (ຂໍ້ນີ້ນອກຈາກຄົນທີ່ເຄີຍຝຶກຈິດແລ້ວຈະເຂົ້າໃຈໄດ້ຍາກ ຫາກໃຜໄດ້ນັ່ງສະມາທິຈົນຈິດສະຫງົບ ແລະ ເຂົ້າເຖິງຄວາມຫວ່າງໄດ້ກໍ່ຄືສິເຂົ້າໃຈ)

...ເຄີຍຖາມພວກໄວລຸ້ນເຂົາບອກວ່າບໍ່ຢາກຂັດເກົາກິເລດ ບໍ່ຢາກໃຫ້ຈິດໃຈມີອິດສະຫຼະ ບໍ່ມັກໃຫ້ຈິດໃຈຫວ່າງ ເຂົາວ່າມັນບໍ່ມີຣົດຊາດ ເຂົາຢາກໄປມົກໝົ້ນຢູ່ກັບເລື່ອງກາມມະລົມ, ຊັບສົມບັດ, ກຽດຕິຍົດ, ຊື່ສຽງ ແລະ ຫຼາຍຢ່າງຂອງເຂົາຢູ່ໜັກແໜ້ນ. ຄົນທີ່ບໍ່ມັກເຂົ້າວັດກໍ່ເລີຍບໍ່ມີໂອກາດຊຳລະຈິດໃຈໃຫ້ກ້ຽງ ຫວ່າງ ສະຫງົບ ເຍັນ ຫຼື ເປັນອິດສະລະ.... ການເຂົ້າວັດເປັນໂອກາດອັນດີທີ່ເຮົາຈະໄດ້ເຂົ້າມາວັດເພື່ອພັດທະນາຈິດ ເປັນການວັດຄຸນນະທັມໃນຈິດໃຈຂອງເຮົາ. ດັ່ງນັ້ນ, ວັດຈິ່ງບໍ່ໄດ້ຢູ່ໄກເກີນທີ່ເຮົາຈະເຂົ້າໄປທຳຄວາມຮູ້ຈັກ ເພາະຄຳວ່າວັດກໍ່ຢູ່ໃນຕົວເຮົານັ້ນເອງ.

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກເຮົານ້ອຍ1

໒ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ບໍ່ຢາກເຂົ້າວັດ ພໍເຂົ້າໄປແລ້ວມັນອອກຮ້ອນໝົດທັງໂຕ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ສາທຸ ສາທຸ ໆໆ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ບໍ່ໄດ້ເອົາສັງກະທານໄປວັດຊ້ຳ... ກ່ວາຈະຄິດໄດ້ຫົກໂມງຍັງແລ້ວວວວວວວວວວວວວວ

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງແຕ່ສິກມາ 4 - 5 ປີນີ້ ກະຍັງບໍ່ເຂົ້າເລີຍ ຫະຫະໆ
ຫາກະເຂົ້າມື້ວານນີ້ແຫລະ ໃສ່ບາດ ວຽນທຽນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິມິນາ ສັກກາເລນະ .......... ຊາທຸ ຊາທຸ ຊາທຸ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແນ່ຂ້ອຍເຂົ້າອາທິດລະຄັ້ງ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແຕ່ເຮົາ ປະຈຳຢູ່ແຕ່ ວັດ (ເປັນສັງກະລີ ເດະ )ອິອິອິ

ຮັກແທ້ຄືແມ່

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າ ວັດ ແລ້ວ ເພິ່ນ ຣ້ອງ ວ່າ ແມ່ ອອກ, ພໍ່ ອອກ ແລະ ຍັງ ມີ ອອກຕົນ ຍາດໂຍມ ອີກ
ມີ ແຕ່ ຮ້ອງ ວ່າ ອອກ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາແຕ່ເວລາຖ້າທັນ...ໂອກາດວັນສຳຄັນທາງສາສຫນາແມ່ນໄປ.....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bbvone84 ຂຽນວ່າ...
ບໍ່ຢາກເຂົ້າວັດ ພໍເຂົ້າໄປແລ້ວມັນອອກຮ້ອນໝົດທັງໂຕ

ເປັນແບບນັ້ນແທ້ບໍ່ອ້າຍຫລືເວົ້າເອົາ

໒ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...

ບໍ່ແມ່ນອ້າຍເວົ້າຫຼິ້ນ ແລະຄົນອື່ນ ກະຮ້ອນຄືອ້າຍຫັນແລະ ເພາະວ່າເວລາເຂົ້າວັດຄູບາເພິນໄຕ້ທຽນແລ້ວມອດພັດລົມເຮັດໃຫ້ຮ້ອນໝົດທັງໂຕ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bbvone84 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bbvone84 ຂຽນວ່າ...
ບໍ່ຢາກເຂົ້າວັດ ພໍເຂົ້າໄປແລ້ວມັນອອກຮ້ອນໝົດທັງໂຕ

ເປັນແບບນັ້ນແທ້ບໍ່ອ້າຍຫລືເວົ້າເອົາ

ບໍ່ແມ່ນອ້າຍເວົ້າຫຼິ້ນ ແລະຄົນອື່ນ ກະຮ້ອນຄືອ້າຍຫັນແລະ ເພາະວ່າເວລາເຂົ້າວັດຄູບາເພິນໄຕ້ທຽນແລ້ວມອດພັດລົມເຮັດໃຫ້ຮ້ອນໝົດທັງໂຕ

ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ຮັກແທ້ຄືແມ່

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທີມີວິນຍານຮ້າຍ ຈະເຂົ້າວັດບໍ່ໄດ້ ມັນຈະຮ້ອນຮົນກະວົນກະວາຍ..............

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ເຂົ້າໃຈຢູ່ ແຕ່ວ່າ ບໍ່ມີເວລາເຂົ້າ ຕັ້ງແຕ່ຊິກອອກມາ(2004) ກໍ່ເຂົ້າ ປີໜື່ງ 2-3 ຄັ້ງນີ້ລິ.... ອີກເຫດຜົນທີ່ຄົນບໍ່ເຂົ້າວັດກໍ່ແມ່ນ
1. ຕັດບ້ວງບໍ່ຂາດ
2. ອວດສະຫຼາດກວ່າພຣະເທດສະໜາ
3. ສັງຂາລາບໍ່ອຳນວຍ
4. ພຣະບອກຫວຍບໍ່ຖືກ
5. ມີລູກທີ່ບໍ່ດີ

໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
1. ບໍເຂົ້າໃຈໃນເລື່ອງຂອງຈິດວີນຍານ.
ນີ້ກໍ່ເປັນບັນຫາໜຶ່ງທີ່ເຮັດໃຫ້ຄົນບໍ່ເຂົ້າວັດ ເພາະວ່າເຫັນວັດຖຸສຳຄັນກວ່າຈິດໃຈ ມີຄວາມຫຼົງໄຫຼໃນວັດຖຸຫຼາຍເກີນໄປ ເຫັນສິ່ງວັດຖຸລຸ້ນໃດອອກມາເກົ່າມາໃໝ່ຮູ້ໝົດ ແຕ່ຖາມເລື່ອງຈິດວີນຍານພັດບໍ່ຮູ້ ບໍ່ເຊື່ອ ແລະ ບໍ່ເຂົ້າໃຈ ບໍ່ຢາກກັດເກົາກິເລດອອກຈາກໃຈໃຫ້ມັນຜ່ອງໃຜ ຂາວສະອາດ ດັ່ງນັ້ນ, ກໍ່ເລີຍເປັນເຫດເຮັດໃຫ້ຈິດໃຈຕ່ຳລົງໆໆ ສຸດທ້າຍກໍ່ບໍ່ຢ້ານກົວຕໍ່ບາບ-ບຸນ ແລະ ເຮັດທຸກສິ່ງຢ່າງທີ່ຊົ່ວໆໄດ້ໂດຍບໍ່ມີຄວາມລະອາຍ.

2. ບໍ່ເຂົ້າໃຈເລື່ອງສາສນາ.
ນີ້ກໍ່ເປັນບັນຫາໜຶ່ງທີ່ເຮັດໃຫ້ຄົນເຮົາບໍ່ເຂົ້າໃຈສາສນາ ຄື : ຮູ້ຈັກພຣະສາດສະດາໃນນາມບຸກຄົນທົ່ວໄປ ເໝືອນກັບໝູ່ເຮົາເຈົ້າຂ້ອຍ ແຕ່ບໍ່ຮູ້ຈັກພຣະສາສດາຕົວຈິງວ່າຫຼັກທັມຄຳສອນຂອງເພີ່ນນັ້ນສອນກ່ຽວກັບຫຍັງ ? ມີອັນໃດແດ່ ?. ມັນກໍ່ເລີຍເປັນເຫດເຮັດໃຫ້ຄົນບໍ່ເຂົ້າວັດ.

3. ບໍ່ເຂົ້າໃຈໃນເລື່ອງທັມມະ.
ເພາະບໍ່ມັກອ່ານບໍ່ມັກຟັງ ບໍ່ມັກສຶກສາຫາສະແຫວງຄົ້ນຄວ້າ ແລະ ບໍ່ຮູ້ຈັກຊ້ຳວ່າທັມມະແມ່ນຫຍັງ ? ມີດີຫຍັງ ? ມີຫຍັງດີ ? ກໍ່ເລີຍເປັນເຫດເຮັດໃຫ້ບໍ່ເຂົ້າໃຈວ່າທັມມະແມ່ນຄຳສັ່ງສອນຂອງພຣະພຸດທະເຈົ້າ ຫຼື ເວົ້າອີກຢ່າງໜຶ່ງວ່າ ແມ່ນກົດເກນທັມມະຊາດ ທັມມະເປັນກະຈົກສ່ອງຈິດວີນຍານຂອງຄົນ ເຮັດໃຫ້ຮູ້ຈັກເຫດແລະຜົນ ຮູ້ຈັກຜິດຈັກຖືກກໍ່ຍ້ອນທັມມະ ສິ່ງທີ່ເປັນແສງສະຫວ່າງໃຫ້ແກ່ທັມມະກໍ່ຄືສະຕິປັນຍາ ເມື່ອມີສະຕິປັນຍາກໍ່ຮູ້ຈັກຈຳແນກໄດ້ຄວາມຜິດຄວາມຖືກ ນີ້ແຫຼະແສງສະຫວ່າງຂອງດວງປັນຍາໂດຍບໍ່ມີຫຍັງມາສະເໝີເໝືອ ຂະໜາດດວງອາທິດຄິດວ່າມີແສງລັດສະໜີສົ່ງແສງໄດ້ກວ້າງໄກ ກໍ່ຍັງເປັນແສງສະຫວ່າງສ່ອງຈິດໃຈຄົນບໍ່ໄດ້ ນອກເໝືອຈາກທັມມະສິ່ງດຽວສ່ອງໄດ້.

4. ບໍ່ເຂົ້າໃຈເລື່ອງໂລກກຸຕຕະລະແລະນິພພານ.
ເພາະເຂົ້າໃນວ່າເລື່ອງໂລກກຸຕຕະລະແລະນິພພານນີ້ ເປັນສິ່ງທີ່ຢູ່ໄກ ແລະ ເບີ່ງບໍ່ເຫັນ. ແຕ່ທີ່ຈິງແລ້ວເລື່ອງເຫຼົ່ານີ້ ມັນບໍ່ໄດ້ຢູ່ໄກຈົນສຸດຂອບຟ້າດອກ ຢູ່ກັບໂຕເຮົານີ້ລະຢູ່ທີ່ນີ້ແລະດຽວນີ້ ເຮົາສາມາດຫາພົບເຫັນໄດ້ທຸກຄັ້ງທີ່ມີຄວາມສຸກເກີດຂື້ນ.

5. ບໍ່ເຂົ້າໃຈໃນເລື່ອງຂອງພາສາຄົນ - ພາສາທັມ.
ຄົນສ່ວນໃຫຍ່ຈະຮູ້ຈັກແຕ່ພາສາຄົນ ແຕ່ບໍ່ຮູ້ພາສາໃຈ (ທັມ). ຄືພາສາທັມເປັນພາສາທີ່ເລິກເຊີ່ງ, ກີນໃຈ ມຸ່ງເນັ້ນໃຫ້ເຫັນຕາມຄວາມຈິງເປັນຫຼັກ.

6. ບໍ່ເຂົ້າໃນເລື່ອງສິຣທັມ.
ເລື່ອງສິຣທັມນັ້ນເປັນເລື່ອງຫົວໃຈຂອງທຸກເລື່ອງສຳລັບຄວາມເປັນມະນຸດ. ດັ່ງນັ້ນ, ຈິ່ງຈຳເປັນຕ້ອງສຶກສາໃຫ້ເດັກໄດ້ຮຽນຮູ້ຈັກສິຣທັມໃຫ້ຫຼາຍ ເພື່ອປູກຈິດສຶກນຳໃຫ້ເດັກເປັນຄົນດີຂອງສັງຄົມ.

7. ບໍ່ເຂົ້າໃຈເລື່ອງພຣະສົງອົງຄະເຈົ້າ.

ພຣະສົງອົງຄະເຈົ້າເປັນຕົວຢ່າງແຫ່ງບຸກຄົນ ຜູ້ເປັນຢູ່ຢ່າງສະອາດ ສະຫວ່າງ ແລະ ສະຫງົບ ລດຈາກການບີບຄັ້ນຂອງຄວາມທຸກ ເປັນອິດສະຫຼະແກ່ກິເລດ ບໍ່ມັກວຸ້ນວາຍ ມີຄວາມເຍືອກເຍັນເປັນນິພພານ.

8. ບໍ່ເຂົ້າໃຈເລື່ອງຄວາມສຸກ.
ລະບົບຂອງຄວາມສຸກມັນຂື້ນຢູ່ກັບລະດັບຈິດ. ໃນສ່ວນຂອງປຸຖຸຊົນມີຢ່ 3 ກໍ ຄື: ກີນ, ກາມ, ກຽດ ແຕ່ໃນສ່ວນຂອງຜູ້ຝຶກຈິດມີ 3 ສໍ ຄື: ສະອາດ, ສະຫວ່າງ, ສະຫງົບ.

9. ບໍເຂົ້າໃຈເລື່ອງເຮັດບຸນ - ໃຫ້ທານ.
ແທ້ຈິງແລ້ວການເຮັດບຸນໃຫ້ທານ ບໍ່ກ່ຽວັບການໄດ້ໜ້າໄດ້ຕາ ແຕ່ຈະກ່ຽວກັບປະໂຫຍດທີ່ຈະຊ່ວຍໃຫ້ຜູ້ອື່ນໄດ້ຮັບຄວາມສຸກ ແລະ ຕົວເອງກໍ່ໄດ້ບັນເທົາກິເລດທີ່ເປັນເຫດເຮັດໃຫ້ເຫັນແກ່ຕົວຫຼຸດລົງໆ ຄື: ຈິດທີ່ໃຫ້ຈະໃຫ້ສະບາຍແລະປະເສີດກວ່າຈິດທີ່ຈະເອົາ ການບໍລິຈາກຄືການໄດ້ເພີ່ມຫຼາຍຂື້ນ ແຕ່ການເກັບເອົາໄວ້ນັ້ນຄືການສູນເສຍ.

10. ບໍ່ເຂົ້າໃຈເລື່ອງຈິດຫວ່າງ.
ຈິດຫວ່າງໝາຍເຖິງ ຫວ່າງຈາກກິເລດແລະຄວາມທຸກທັງຫຼາຍ. ຖ້າກິເລດບໍ່ມາລົບກວນກໍ່ຮຽກວ່າຫວ່າງ ຖ້າກິເລດມາລົບກວນກໍ່ຮຽກວ່າບໍ່ຫວ່າງ. (ຂໍ້ນີ້ນອກຈາກຄົນທີ່ເຄີຍຝຶກຈິດແລ້ວຈະເຂົ້າໃຈໄດ້ຍາກ ຫາກໃຜໄດ້ນັ່ງສະມາທິຈົນຈິດສະຫງົບ ແລະ ເຂົ້າເຖິງຄວາມຫວ່າງໄດ້ກໍ່ຄືສິເຂົ້າໃຈ)

...ເຄີຍຖາມພວກໄວລຸ້ນເຂົາບອກວ່າບໍ່ຢາກຂັດເກົາກິເລດ ບໍ່ຢາກໃຫ້ຈິດໃຈມີອິດສະຫຼະ ບໍ່ມັກໃຫ້ຈິດໃຈຫວ່າງ ເຂົາວ່າມັນບໍ່ມີຣົດຊາດ ເຂົາຢາກໄປມົກໝົ້ນຢູ່ກັບເລື່ອງກາມມະລົມ, ຊັບສົມບັດ, ກຽດຕິຍົດ, ຊື່ສຽງ ແລະ ຫຼາຍຢ່າງຂອງເຂົາຢູ່ໜັກແໜ້ນ. ຄົນທີ່ບໍ່ມັກເຂົ້າວັດກໍ່ເລີຍບໍ່ມີໂອກາດຊຳລະຈິດໃຈໃຫ້ກ້ຽງ ຫວ່າງ ສະຫງົບ ເຍັນ ຫຼື ເປັນອິດສະລະ.... ການເຂົ້າວັດເປັນໂອກາດອັນດີທີ່ເຮົາຈະໄດ້ເຂົ້າມາວັດເພື່ອພັດທະນາຈິດ ເປັນການວັດຄຸນນະທັມໃນຈິດໃຈຂອງເຮົາ. ດັ່ງນັ້ນ, ວັດຈິ່ງບໍ່ໄດ້ຢູ່ໄກເກີນທີ່ເຮົາຈະເຂົ້າໄປທຳຄວາມຮູ້ຈັກ ເພາະຄຳວ່າວັດກໍ່ຢູ່ໃນຕົວເຮົານັ້ນເອງ.

ນີ້ຄືການເບຶ່ງນອກອົງກ່ອນຢ່າງດຽວ
ເບຶ່ງໃນອົງກ່ອນ
1 ພຮະປະຕຶບັດບໍດີ
2 ພຮະບໍເຂົ້າໃຈຫຍັງທັມມະ
ເຮັດໃຫ້ຄົນຍັງບໍຮຼ້ທັມມະເບື່ອຈືງບໍເຂົ້າວັດກໍເປັນໄດ້

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
ອືມ... ທີ່ທ່ານເວົ້າມາມັນກໍ່ເປັນເຫດຜົນໜຶ່ງທີ່ເຮັດໃຫ້ຄົນບໍ່ເຂົ້າວັດໄດ້ເຊັ່ນກັນ ທີ່ຈິງຫຼາຍເລື່ອງນີ້ມັນບໍ່ແມ່ນແຕ່ຝ່າຍໜຶ່ງຝ່າຍດຽວເປັນຄົນຜິດດອກ ມັນຜິດໆກັນທັງໝົ້ດຫັ້ນລະ ແຕ່ໃນນີ້ຂພຈຍົກພຽງບັນຫາມາພຽງ10ຂໍ້ເທົ່ານັ້ນ. ສິ່ງທີ່ເຮັດໃຫ້ສາສນາເຊື່ອມນັ້ນມີຢຸດ4ຢ່າງນັ້ນກໍ່ຄື : 1. ພິກຂຸ. 2. ພິກຂຸນີ. 3. ອຸປາສົກ. 4. ອຸປາສິກາ. ສາສນາຈະເຊື່ອມແລະຈະເລີນແມ່ນຂື້ນກັບບໍລິສັດສີ່ນີ້ ແຕ່ກໍ່ໃຫ້ເຫັນນຳກັນຫັ້ນແຫຼະວ່າ ຢູ່ໃນສັງຄົມໜຶ່ງໆແນ່ນອນກໍ່ຕ້ອງມີທັງຄົນດີແລະບໍ່ດີ ພຣະທີ່ປະຕິບັດໃນທັມມະ ແລະໃນພຣະວິໄນນັ້ນກໍ່ມີຫຼາຍ ທາງອົງກອນເຮົາກໍ່ໄດ້ນິ່ງເສີຍກ່ຽວກັບບັນຫານີ້ ແລະ ມີການແກ້ໄຂຢູ່. ຫາກພົບເຫັນວ່າສະມາຊິກຂອງພວກເຮົາບໍ່ປະຕິບັດຄືຂາດສີນຂາດທັມ ພວກເຮົາກໍ່ໄດ້ຕຳນິຕິຊົມກັນແລະຖ້າໃນກໍລະນີຜິດເຖິງຂັ້ນຮ້າຍແຮງ ພວກເຮົາກໍ່ບໍເອົາໄວ້ໃນພຸທທະສາສນາເຊັ່ນດຽວກັນ... ສິ່ງທີ່ຊີ້ແຈງວ່າຖືກ ຫຼື ຜິດນັ້ນ ມັນຂື້ນຢູ່ກັບເຫດແລະຜົນ ແລະຜູ້ຄົນສ່ວນຫຼາຍທີ່ເຫັນວ່າສົມຄວນ. ຄົນທີ່ເປັນກຸ່ມນ້ອຍເຮັດຜິດແລ້ວເຮົາສິເອົາມາຕັດສີນວ່າມັນບໍ່ດີເລີຍ ແບບນີ້ຍ່ອມເປັນໄປບໍ່ໄດ້ ແມ່ນບໍ່ທ່ານ... ຂໍໃຫ້ເຂົ້າໃຈແບບນັ້ນເນາະ... ຮັກແພງ....

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ຕັ້ງແຕ່ສິກມາປະມານສອງເດືອນ ເຂົ້າວັດຕະຫຼອດ ເຂົ້າວັດແລ້ວມີຄວາມສຸກ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາວ່າ ເຂົ້າວັດບໍ່ມ່ວນຊວນຫົວ ຫາຜົວກະບໍ່ໄດ້
ເຂົາເທັກເຂົ້າບາ ມ່ວນໆ ເຮຮາ ຫາຜົວ .....??

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໙ ກະທູ້
໑໔໑ ໂພສ
ນັກການກະທູ້
ນີ້ຄືການເບຶ່ງນອກອົງກ່ອນຢ່າງດຽວ
ເບຶ່ງໃນອົງກ່ອນ
1 ພຮະປະຕຶບັດບໍດີ
2 ພຮະບໍເຂົ້າໃຈຫຍັງທັມມະ
ເຮັດໃຫ້ຄົນຍັງບໍຮຼ້ທັມມະເບື່ອຈືງບໍເຂົ້າວັດກໍເປັນໄດ້

ເປັນເຫດຜົນທີ່ດີ
ສາທຸ ຢ່າໃຫ້ບາບ
ຜູ້ຂ້າ ກະເຫັນບາງອັນ ບໍ່ເໜາະສົມແທ້
ເຊັ່ນ: ກຳນົດເງິນໃສ່ບ້າງ ກໍ່ມີ ບາງວັດ
ຕິຂອງທານກະມີ
ເວົ້າຫລາຍ ກະຢ້ານບາບ
ອັນນີ້ ຂພຈ ປະສົບມາ
ຕົວເອງ ໃປ ມັດແຂນ ໃສ່ເງິນ 2.000 ກີບ ມັດໃຫ້ເບື້ອງດຽວ
ໝູ່ ຂພຈ ໃສ່ 5.000 ກີບ ມັດໃຫ້ 2ເບື້ອງ
ແຕ່ 10 ປີຫລັງພຸ້ນລະແຕ່ຍັງຈື່ໄດ້
ວັດທີ່ມີຊື່ສຽງໃນ ນະຄອນຫລວງນີ້ລະ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
ເປັນຊັ້ນຫວາ ອືມ... ໜ້າເຫັນໃຈເນາະ ດຽວນີ້ຄົນບາງກຸ່ມທີ່ບວດມາກໍ່ບໍ່ຄ່ອຍຮູ້ຮຽນທັມມະປານໃດ ບາງຄັ້ງກະເປັນຍາພໍ່ຍາຕາຊີ້ນະ ບວດມາແລ້ວບໍ່ໄດ້ສຶກສາທັມມະວິໄນ ເພາະເຫັນວ່າຈື່ບໍ່ໄດ້ແລະສາຍຕາບໍ່ດີຈັ່ງຊີ້ ມັນເລີຍບໍ່ຮູ້ທັມມະທັມໂມອິຫຍັງມັນກໍ່ເລີຍເປັນສ່ວນໜຶ່ງ ທີ່ເຮັດໃຫ້ຄົນມອງມາວັດໂດຍສາຍຕາບໍ່ດີ. ອີກຢ່າງຄົນທີ່ບວດມາກໍ່ເປັນພວກທີ່ເຂົາໂສຖີ້ມ ຄື: ທີ່ເຫັນໆກັນລູກຄົນໃດບໍ່ດີ, ຂີ້ຄ້ານ ໄລ່ຫົວມັນໄປບວດ ລູກຄົນໃດຕິດມ້າດົມກົວໄລ່ຫົວມັນໄປບວດ ມັນກໍ່ເລີຍເປັນເຫດໃຫ້ມີສພສາບເຊັ່ນນີ້ ຄົນທີ່ດີໆມີຢູ່ໃສທີ່ວ່າລູກໂຕເອງຈົບປະຣີນຍາໂທ ປະຣີນຍາເອກມາແຕ່ຕ່າງປະເທດ ໄລ່ຫົວມັນໄປບວດເພື່ອສົ່ງເສີມ ພັດທະນາສາສນາ ຂພຈກໍ່ວ່າໄປຕາມສ່ວນຫຼາຍທີ່ເຫັນມາຄືກັນດອກຫວາ ແຕ່ກໍ່ບໍ່ໄດ້ຖືວ່າເປັນໝົດທຸດຄົນດອກ... ບໍ່ໄດ້ເໝົາລວມ...ແຕ່ກໍ່ຕ້ອງໃຫ້ເຂົ້າວ່າຢູ່ໃນສັງຄົມໜຶ່ງໆມັນກໍ່ປະກອບມີທັງຄົນດີແລະບໍ່ດີກັນທັງນັ້ນແຫຼະ ໃຫ້ມັນເປັນຄືກັນໝົ້ດມັນກະເປັນໄປບໍ່ໄດ້ ອັນເລື່ອງນີ້ບໍ່ວ່າຢູ່ໃສ, ປະເທດໃດກໍ່ແກ້ໄຂບໍ່ຕົກ.

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
^
^
ເປັນຊັ້ນຫວາ ອືມ... ໜ້າເຫັນໃຈເນາະ ດຽວນີ້ຄົນບາງກຸ່ມທີ່ບວດມາກໍ່ບໍ່ຄ່ອຍຮູ້ຮຽນທັມມະປານໃດ ບາງຄັ້ງກະເປັນຍາພໍ່ຍາຕາຊີ້ນະ ບວດມາແລ້ວບໍ່ໄດ້ສຶກສາທັມມະວິໄນ ເພາະເຫັນວ່າຈື່ບໍ່ໄດ້ແລະສາຍຕາບໍ່ດີຈັ່ງຊີ້ ມັນເລີຍບໍ່ຮູ້ທັມມະທັມໂມອິຫຍັງມັນກໍ່ເລີຍເປັນສ່ວນໜຶ່ງ ທີ່ເຮັດໃຫ້ຄົນມອງມາວັດໂດຍສາຍຕາບໍ່ດີ. ອີກຢ່າງຄົນທີ່ບວດມາກໍ່ເປັນພວກທີ່ເຂົາໂສຖີ້ມ ຄື: ທີ່ເຫັນໆກັນລູກຄົນໃດບໍ່ດີ, ຂີ້ຄ້ານ ໄລ່ຫົວມັນໄປບວດ ລູກຄົນໃດຕິດມ້າດົມກົວໄລ່ຫົວມັນໄປບວດ ມັນກໍ່ເລີຍເປັນເຫດໃຫ້ມີສພສາບເຊັ່ນນີ້ ຄົນທີ່ດີໆມີຢູ່ໃສທີ່ວ່າລູກໂຕເອງຈົບປະຣີນຍາໂທ ປະຣີນຍາເອກມາແຕ່ຕ່າງປະເທດ ໄລ່ຫົວມັນໄປບວດເພື່ອສົ່ງເສີມ ພັດທະນາສາສນາ ຂພຈກໍ່ວ່າໄປຕາມສ່ວນຫຼາຍທີ່ເຫັນມາຄືກັນດອກຫວາ ແຕ່ກໍ່ບໍ່ໄດ້ຖືວ່າເປັນໝົດທຸດຄົນດອກ... ບໍ່ໄດ້ເໝົາລວມ...ແຕ່ກໍ່ຕ້ອງໃຫ້ເຂົ້າວ່າຢູ່ໃນສັງຄົມໜຶ່ງໆມັນກໍ່ປະກອບມີທັງຄົນດີແລະບໍ່ດີກັນທັງນັ້ນແຫຼະ ໃຫ້ມັນເປັນຄືກັນໝົ້ດມັນກະເປັນໄປບໍ່ໄດ້ ອັນເລື່ອງນີ້ບໍ່ວ່າຢູ່ໃສ, ປະເທດໃດກໍ່ແກ້ໄຂບໍ່ຕົກ.

ແມ່ນໆຂະນ້ອຍ ພະດີໆກໍ່ມີຖົມໄປ