ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ທ່ານໄປວັດເຮັດຫຍັງ? ເພື່ອຫຍັງ ?

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈາກກະທູ້ໃນເມື່ອກ່ອນເຮົາສາມາດຮູ້ໄດ້ວ່າ ສາເຫດຂອງຄົນທີ່ບໍ່ມັກເຂົ້າວັດນັ້ນມັນເປັນຍ້ອນຫຍັງ ? ແຕ່ມື້ນີ້ຂພຈນຳເອົາຈຸດປະສົງຂອງຄົນທີ່ເຂົ້າວັດມາເລົ່າເພື່ອຈະໄດ້ເຂົ້າໃຈນຳກັນ ຈາກການສຳຫຼວດຂອງຂພຈພໍສະຫຼຸບໄດ້ຫຍໍ້ໆມີຢູ່ 8 ຂໍ້ດ້ວຍກັນຄື :
1. ເພື່ອຝຶກຈິດຈະໄດ້ມີຊີວິດທີ່ຫ່າງໄກຈາກຄວາມທຸກ.
2. ເພື່ອສະສົມຄວາມສຸກອັນເກີດຈາກລາຍໄດ້ທາງໃຈ.
3. ເພື່ອສ້າງສັນຊີວິດໃຫ້ມີມີກຳໄລຍິ່ງຂື້ນ ດ້ວຍການສ້າງກຳໃໝ່ແກ້ໄຂກຳເກົ່າ.
4. ເພື່ອສ້າງຄ່ານິຍົມໃນໃຈຂອງເຮົາໃຫ້ສູງຍິ່ງຂື້ນ.
5. ເພື່ອສຶກສາຫາຄວາມຮູ້ ແລະ ຄວາມຖືກຕ້ອງຂອງພຸດທະສາສນາ ເພາະຈະໄດ້ແກ້ໄຂຂໍ້ຂ້ອງໃຈທີ່ໄດ້ເຂົ້າໃຈພຸດທະສາສນາມາແບບຜິດໆຕະຫຼອດ.
6. ເພື່ອສະແຫວງຫາທີ່ຢູ່ອັນລ່າເລີງ ດ້ວຍວິທີການເຂົ້າໄປຢູ່ພາຍໃນຈິດໃຈຂອງໂຕເອງ.
7. ເພື່ອຊ່ວຍໃຫ້ທ່ານຜູ້ຮູ້ຊ່ອຍກຳຈັດຂັດເກົາກິເລດ ຕະຫຼອດເຖິງສິ່ງທີ່ພັນທະນາການທັງຫຼາຍຢູ່ໃນຕົວຂອງເຮົາອອກ.
8. ເພື່ອຕ້ອງການທຳບຸນທຳກຸສົນທີ່ເຫັນວ່າໄດ້ບຸນກຸສົນເປັນຜົນເຮັດໃຫ້ໄປເຖິງຝັ່ງແຫ່ງພະນິພພານ ແລະໃຫ້ຄຸ້ມຄ່າກັບເວລາທີ່ເສຍໄປ .

ແລ້ວເພື່ອນໆທຸກຄົນເດ ທ່ານເຂົ້າໄປວັດເຮັດຫຍັງ ເພື່ອຫຍັງ? ຖາມແບບນີ້ຢ່າຄິດວ່າຄຳຖາມຈະງ່າຍ ເພາະຄົນສ່ວນຫຼາຍຕອບບໍ່ໄດ້ກໍ່ມີ... ເຊີນຕາມສະບາຍ..

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ກະໄປທຳບຸນ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ກະໄປທຳບຸນ

ໄປທຳບຸນ ຕໍ່ສາດສະຫນາ ເຮັດຕາມຮີດຄອງປະເພນີ ຕາມພໍ່ເຖົ້າແມ່ເຖົ້າພາເຮັດ ເຈົ້າ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພື້ນຖານຊາວພຸດມັກເຂົ້າວັດເຂົ້າວາຢູ່ແລ້ວ
ບາງຄົນກະເຂົ້າເອງ ໄປເອງ ບາງຄົນກະໃຫ້ຄົນອື່ນພາໄປ ຫາມໄປ ໄປເທື່ອດຽວ ໆ ຈົບ
ສາທຸໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ພື້ນຖານຊາວພຸດມັກເຂົ້າວັດເຂົ້າວາຢູ່ແລ້ວ
ບາງຄົນກະເຂົ້າເອງ ໄປເອງ ບາງຄົນກະໃຫ້ຄົນອື່ນພາໄປ ຫາມໄປ ໄປເທື່ອດຽວ ໆ ຈົບ
ສາທຸໆໆ


ຮ່າໆໆ ຄິດພໍ້ຄຳວ່າໄປເທື່ອດຽວຂື້ນມາລະຢາກຫົວ ຕາຍແລ້ວຈິ່ງໄດ້ເຂົ້າວັດແບບນີ້ກໍ່ອັນຕະລາຍໆໆໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ພື້ນຖານຊາວພຸດມັກເຂົ້າວັດເຂົ້າວາຢູ່ແລ້ວ
ບາງຄົນກະເຂົ້າເອງ ໄປເອງ ບາງຄົນກະໃຫ້ຄົນອື່ນພາໄປ ຫາມໄປ ໄປເທື່ອດຽວ ໆ ຈົບ
ສາທຸໆໆ


ຮ່າໆໆ ຄິດພໍ້ຄຳວ່າໄປເທື່ອດຽວຂື້ນມາລະຢາກຫົວ ຕາຍແລ້ວຈິ່ງໄດ້ເຂົ້າວັດແບບນີ້ກໍ່ອັນຕະລາຍໆໆໆໆ



ອັນນັ້ນສຳຫລັບຄົນຂີ້ຄ້ານຫມໍ ໆ ໃຫ້ເຂົາພາໄປເທື່ອດຽວຈົບ ຫະຫະໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະບໍ່ຮູ້ວ່າໄປເຮັດຫຍັງແຕ່ເວລາທີ່ໄດ້ໄປແລ້ວມັນສະບາຍໃຈຂ້ອຍກະໄປ
ຂ້ອຍມີແນວທຸກໃຈຂໍໄດ້ແຕ່ໄປນັ່ງກະສະບາຍໃຈຂື້ນ ເຖິງຈະບໍ່ໄດ້ແກ້ບັນຫາໃຫ້ເຮົາກໍ່ຕາມ


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ສ່ວນຫຼາຍແມ່ນໄປຂໍເລກ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຂກທ ໄປເຮັດຫຍັງຊັ້ນນະ???


໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ຈາກກະທູ້ໃນເມື່ອກ່ອນເຮົາສາມາດຮູ້ໄດ້ວ່າ ສາເຫດຂອງຄົນທີ່ບໍ່ມັກເຂົ້າວັດນັ້ນມັນເປັນຍ້ອນຫຍັງ ? ແຕ່ມື້ນີ້ຂພຈນຳເອົາຈຸດປະສົງຂອງຄົນທີ່ເຂົ້າວັດມາເລົ່າເພື່ອຈະໄດ້ເຂົ້າໃຈນຳກັນ ຈາກການສຳຫຼວດຂອງຂພຈພໍສະຫຼຸບໄດ້ຫຍໍ້ໆມີຢູ່ 8 ຂໍ້ດ້ວຍກັນຄື :
1. ເພື່ອຝຶກຈິດຈະໄດ້ມີຊີວິດທີ່ຫ່າງໄກຈາກຄວາມທຸກ.
2. ເພື່ອສະສົມຄວາມສຸກອັນເກີດຈາກລາຍໄດ້ທາງໃຈ.
3. ເພື່ອສ້າງສັນຊີວິດໃຫ້ມີມີກຳໄລຍິ່ງຂື້ນ ດ້ວຍການສ້າງກຳໃໝ່ແກ້ໄຂກຳເກົ່າ.
4. ເພື່ອສ້າງຄ່ານິຍົມໃນໃຈຂອງເຮົາໃຫ້ສູງຍິ່ງຂື້ນ.
5. ເພື່ອສຶກສາຫາຄວາມຮູ້ ແລະ ຄວາມຖືກຕ້ອງຂອງພຸດທະສາສນາ ເພາະຈະໄດ້ແກ້ໄຂຂໍ້ຂ້ອງໃຈທີ່ໄດ້ເຂົ້າໃຈພຸດທະສາສນາມາແບບຜິດໆຕະຫຼອດ.
6. ເພື່ອສະແຫວງຫາທີ່ຢູ່ອັນລ່າເລີງ ດ້ວຍວິທີການເຂົ້າໄປຢູ່ພາຍໃນຈິດໃຈຂອງໂຕເອງ.
7. ເພື່ອຊ່ວຍໃຫ້ທ່ານຜູ້ຮູ້ຊ່ອຍກຳຈັດຂັດເກົາກິເລດ ຕະຫຼອດເຖິງສິ່ງທີ່ພັນທະນາການທັງຫຼາຍຢູ່ໃນຕົວຂອງເຮົາອອກ.
8. ເພື່ອຕ້ອງການທຳບຸນທຳກຸສົນທີ່ເຫັນວ່າໄດ້ບຸນກຸສົນເປັນຜົນເຮັດໃຫ້ໄປເຖິງຝັ່ງແຫ່ງພະນິພພານ ແລະໃຫ້ຄຸ້ມຄ່າກັບເວລາທີ່ເສຍໄປ .

ແລ້ວເພື່ອນໆທຸກຄົນເດ ທ່ານເຂົ້າໄປວັດເຮັດຫຍັງ ເພື່ອຫຍັງ? ຖາມແບບນີ້ຢ່າຄິດວ່າຄຳຖາມຈະງ່າຍ ເພາະຄົນສ່ວນຫຼາຍຕອບບໍ່ໄດ້ກໍ່ມີ... ເຊີນຕາມສະບາຍ..

ຂໍ້ 3 ອາທຶບາຍໃຫ້ເຂົ້າໃຈແດ່



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄປຂໍຂະຫນົມນຳຄູບາຕອນຍັງນ້ອຍໆ......................

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຕາມປະເພນີ
ໄປຝຶກຈິດໃຈໃຫ້ງາມຄືໜ້າຕາ
ກິວໆໆ



໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ໄປຂອເຂົາພະກິນ ອຶອຶ

ວິທະຍາສາດຄວນຮູ້null

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປໃສ່ ບາດ
ກິນເຂົ້າວັດ
ບາງທີ່ ກໍ່ ໄດ້ ເຂົ້າ ຫມົມ ກັບ ເມືອ ເຮືອນອີກ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີ່ ພໍ່ ລາວ ມັກ ໄປ ສົ່ງ ພະ ສົງ
ເພາະ ລາວ ເປັນ ຜູ້ ໄປ ຮັບ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເປັນສັງກະລີ ບໍໄປວັດ ຈັກຊິໄປຢູ່ໃສ່ ລະ

ຮັກແທ້ຄືແມ່

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ໄປໃສ່ ບາດ
ກິນເຂົ້າວັດ
ບາງທີ່ ກໍ່ ໄດ້ ເຂົ້າ ຫມົມ ກັບ ເມືອ ເຮືອນອີກ


ອີ່ມໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ໄປທຳບຸນ,


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ເພາະວ່າຂ້ອຍຢາກໄປ ລະກະບໍ່ໄດ້ຫວັງຫຍັງ ຈາກການໄປທຳບຸນ
ແຕ່ທີ່ໄປກະຍ້ອນໄປແລ້ວ ເຮັດໃຫ້ຂ້ອຍສະບາຍໃຈ


໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ທີ່ເວົ້າມານັ້ນກະມີສ່ວນຖືກຫຼາຍແຕ່ຂ້ອຍມັກໄປວັດ ເພື່ອສຶກສາເບີ່ງຮູບແບບສະຖາປັດຕະຍະກຳ ແລະ ສິລະປະຄວາມງາມທີ່ມີສະເໜ່ໃນຕົວ


໓ ກະທູ້
໒໑໓ ໂພສ
ນັກການກະທູ້
1. ພໍ່ແມ່ພາໄປກະໄປນໍາເພິ່ນ
2. ໄປທໍາບຸນ ໃຫ້ຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປ
3. ໄປຟັງພຣະເພິ່ນເທດ ເພື່ອບັນທອນກິເລດ
4. ໄປພັກຜ່ອນຈິດໃຈ, ສະຫງົບສະຕິອາລົມ
5. ໄປຕາມປະເພນີ,ຕາມວາດຕາມຊົງ...

So much I need to say been lonely since the day
the day you went away......