ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂ້ອຍໄດ້ຕັ້ງແບບສຳຫລວດ ນີ້

ແບບສຳຫລວດ

ມີ 17 ທ່ານ ບອກວ່າ ບໍ່ເຄີຍໄດ້ ແລະ ມີ 3 ທ່ານ ບອກວ່າ ເຄີຍໄດ້ຍິນ.
ເຣື່ອງບາບໃນກໍລະນີນີ້ ຊິມີຄວາມຈິງ ຫລືບໍ່ ແມ່ນບໍ່ມີໃຜຮູ້. ແຕ່ວ່າ ຢ່າງນ້ອຍກໍມີ 3 ທ່ານ ແລະ ຂ້ອຍຜູ້ໜຶ່ງທີ່ໄດ້ເຄີຍໄດ້ຍິນຄົນເວົ້າ.

ສ່ວນຫລາຍເມື່ອຄົນເກີດມາ ເມື່ອມີຂໍ້ຫຍຸ້ງຍາກ ມີຄວາມທຸກ ກໍມັກຖາມວ່າ ຍ້ອນບາບແຕ່ຊາດແລ້ວບໍ.
ບາດນີ້ ຜູ່ຍິງສ່ວນຫລາຍ ລຳບາກກວ່າຜູ່ຊາຍບໍ?. ດຽວນີ້ ຊິແຄນແດ່ແລ້ວ. ແຕ່ເມື່ອຫລາຍສິບ ຫລາຍ ຮ້ອຍປີກ່ອນ ຜູ້ຍິງແມ່ນເປັນຄືກັບວ່າ ຊົນຊັ້ນ ທີ່ຕ່ຳກວ່າຊາຍ:
- ໃນສາດສະໜາພຸດ ໂດຍສະເພາະ ລາວ ໄທ ຜູ່ຍິງຊິບວດເປັນພະກໍຍາກ. ບວດໄດ້ແຕ່ເປັນແມ່ຂາວ
- ແຕ່ກີ້ ມີແຕ່ຜູ້ຊາຍ ເປັນຜູ້ນຳ. ແຕ່ກີ້ຜູ້ຊາຍມີເມຍໄດ້ເປັນສິບ ພາບກັນ. ເຈົ້າຊີວິດຈີນ ມີເມຍເປັນຮ້ອຍ
- ເມື່ອຫລາຍສິບປີກ່ອນ ເພິ່ນມັກເວົ້າວ່າ ຖືພາຄາທ້ອງຄອງຖ້າແຕ່ມື້ຕາຍ ເພາະວິຊາການແພດຫລ້າຫລັງຫລາຍ.

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ...

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເຊື່ອ.
ຄົນເຮັດບຸນຫລາຍຊາດແລ້ວຈະເກີດມາລວຍຊາດນີ້
ເມື່ອຊາດນີ້ເກີດມາລວຍແລ້ວບໍ່ເຮັດບຸນບາລະມີ
ຊາດຕໍ່ໄປກໍເກີດນໍາຄອບຄົວທີ່ລຳບາກລົງ .

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງເພດກໍມີຂໍ້ໄດ້ປຽບເສຍປຽບ ສະດວກຫຍຸ້ງຍາກຕ່າງກັນ
ເຊັ່ນການເຮັດສົງຄາມ ລ້ວນແຕ່ແມ່ນຜູ້ຊາຍເປັນແນວຫນ້າ ເຝິກຝົນທັກສະການສູ້ຮົບ ສຸດທ້າຍກໍອາດຈະໄປຕາຍກາງສະຫນາມຮົບ
ຫລືເລື່ອງຂອງສິດທິການໃຫ້ກຽດຕ່າງໆ ຜູ້ຍິງມັກຈະໄດ້ຫລາຍກວ່າຜູ້ຊາຍ
ກໍຂຶ້ນກັບທັດສະນະຂອງແຕ່ລະຄົນ

໑ ກະທູ້
໒໖໑ ໂພສ
ນັກການກະທູ້
ບໍ່ແມ່ນເກີດມາມີບາບ ແຕ່ມີບາບມາແຕ່ເກີດ

ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ

໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ສະແດງວ່າຂ້ອຍບາບຫຼາຍຈຶ່ງໄດ້ເກີດເປັນແມ່ຍິງ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ສະແດງວ່າຂ້ອຍບາບຫຼາຍຈຶ່ງໄດ້ເກີດເປັນແມ່ຍິງ

ອັນວ່າບາບຫລາຍ ຫລືນ້ອຍປານໃດນີ້ ກະຄືຊິບໍ່ມີໃຜຕອບໄດ້ດອກເນາະ.

ອີງຕາມສາສະໜາພຸດເຮົາ ຄົນເກີດມາໃນໂລກນີ້ ແມ່ນມາໃຊ້ກຳ. ກໍ່ໝາຍຄວາມວ່າ ມີບາບເໝິດທຸກຄົນ. ຖ້າເໝິດບາບແລ້ວ ແມ່ນບໍ່ໄດ້ມາເກີດອີກ.

ແຕ່ເມື່ອເຫັນວ່າ ຄົນຜູ້ໜຶ່ງ ມີຄວາມສຸກ ມີຄວາມງາມ ມີອຳນາດ ມີໂອກາດຫລາຍກວ່າ ຄົນເຮົາກໍ່ມັກເວົ້າວ່າ ຜູ້ນັ້ນຄືຊິເຮັດກຳດີແຕ່ໍຊາດແລ້ວ ຫລາຍກວ່າຄົນທີ່ມີປົມດ້ອຍກວ່າ.

ຄົນທຸກຍາກ ຂາດເຂີນ ຂີ້ເຮິ ຂີ້ຮ້າຍ ບໍ່ມີອຳນາດ ບໍ່ມີໂອກາດວາດສະໜາ ລາງເທື່ອກໍ່ມັກເວົ້າວ່າ ຍ້ອນບາບກຳ ແຕ່ຊາດແລ້ວ.

ແຕ່ຂ້ອຍເອງບໍ່ຮູ້ດອກວ່າໃຜເວົ້າຖືກ ເຊື່ອຖືກ, ຂ້ອຍພຽງແຕ່ຢາກບອກວ່າ ມີຄົນເວົ້າແນວນີ້ແທ້

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...

ໜ້າຈະ