ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » DMC.TV ຖ່າຍທອດສົດທີ່ວັດພະທຳມະກາຍຍິບຍົກເລື່ອງ Steve Jobs ຕອນຍັງມີຊີວິດຢູ່ ແລະຫລັງຕາຍແລ້ວ...

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອວັນທີ່ 16/8/2012 ທີ່ຜ່ານມາສຳສັບຜູ້ທີ່ມັກຊົມຊ່ອງ DMC.TV ທີ່ແຜ່ພາບທຳມະທາງພະພຸດທະສາດສະໜາ
ຄົງຈະໄດ້ຊົມການຖ່າຍທອດສົດຈາກວັດພະທຳມະກາຍທີ່ປະເທດໄທ
ເພີ່ນໄດ້ຍົກເອົາເລື່ອງຂອງ Steve Jobs ຜູ້ກໍ່ຕັ້ງບໍລິສັດ APPLE
ວ່າໃນຕອນນີ້ພາຍຫລັງຄວາມຕາຍ Steve Jobs ໄດ້ກາຍເປັນເທບພະບຸດຍ້ອນຄຸນງາມຄວາມດີທີ່ສ້າງໄວ້ໃນໂລກມະນຸດຕອນຍັງມີຊີວິດຢູ່...
(ນີ້ເປັນຄວາມເຊື່ອສະເພາະບຸກຄົນ ໂປດໃຊ້ວິຈາລະນະຍານໃນການຮັບຟັງ ແລະຮັບຮູ້ຂໍ້ມູນຂ່າວສານ...)

ມີທັງໝົດ 3 ຕອນສາມາເຂົ້າໄປຊົມ ຟັງ ແລະອ່ານໄດ້ໃນນີ້ www.dmc.tv





໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມດີຂອງລາວມີຫຍັງແດ່ ?

ເຄີຍເບິ່ງ Discovery Channel ວ່າລາວເປັນຄົນໃຈຮ້າຍ
1.ມີເທື່ອ 1 ທີ່ພະນັກງານ Apple ຄົນ 1 ຍ່າງຕໍາລາວຢູ່ລິບ ມື້ຕໍ່ມາພະນັກງານຜູ້ນັ້ນຖືກໄລ່ອອກ
2.ກ່ອນລາວຕາຍລາວເວົ້າວ່າ ຕ້ອງເອົາຊະນະ Android ໃຫ້ໄດ້ເພາະໄດ້ copy ແນວຄິດຂອງເຂົາ
(ສະແດງວ່າຍັງບໍ່ປົງ)
3.ລາວເປັນນັກທຸລະກິດ ຕ້ອງການກໍາໄລ ,ຄົນທີ່ໃຊ້ iphone ມີບໍ່ທີ່ບໍ່ຕ້ອງຈ່າຍເງິນ ຖ້າວ່າດີແທ້ໆ
ແມ່ນຄື Bill gate ທີ່ບໍລິຈາກເງິນ ເປັນໝື່ນລ້ານ $ ເພື່ອການກຸສົນ .


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄວາມດີຂອງລາວມີຫຍັງແດ່ ?

ເຄີຍເບິ່ງ Discovery Channel ວ່າລາວເປັນຄົນໃຈຮ້າຍ
1.ມີເທື່ອ 1 ທີ່ພະນັກງານ Apple ຄົນ 1 ຍ່າງຕໍາລາວຢູ່ລິບ ມື້ຕໍ່ມາພະນັກງານຜູ້ນັ້ນຖືກໄລ່ອອກ
2.ກ່ອນລາວຕາຍລາວເວົ້າວ່າ ຕ້ອງເອົາຊະນະ Android ໃຫ້ໄດ້ເພາະໄດ້ copy ແນວຄິດຂອງເຂົາ
(ສະແດງວ່າຍັງບໍ່ປົງ)
3.ລາວເປັນນັກທຸລະກິດ ຕ້ອງການກໍາໄລ ,ຄົນທີ່ໃຊ້ iphone ມີບໍ່ທີ່ບໍ່ຕ້ອງຈ່າຍເງິນ ຖ້າວ່າດີແທ້ໆ
ແມ່ນຄື Bill gate ທີ່ບໍລິຈາກເງິນ ເປັນໝື່ນລ້ານ $ ເພື່ອການກຸສົນ .


ແມ່ນແລ້ວລາວຮ້າຍ ດ້ວຍເຫດພວງໂຕນີ້ແລະຈຶ່ງເຮັດໃຫ້ລາວບັນລຸພາວະບໍ່ໄດ້ເຖິງຈຸດທີ່ສູງສຸດ ມີຫລາຍໆຕອນນະເພີ່ນຈະເວົ້າລະອຽດເລີຍ
ເພີ່ນຈະບັນຍາຍທາງດ້ານດີ ແລະດ້ານຊົ່ວ ໄປໃນທາງທຳມະ ເພາະຄົນເຮົາທຸກຄົນມັນມີຄວາມໂລບຢູ່ທີ່ໃຈທຸກໆຄົນຢູ່ແລ້ວ
ຕ່າງແຕ່ໃຜຈະໜ້ອຍຫລາຍກ່ວາກັນ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຂ້ອຍອ່ານແລ້ວ ຂຳໆ ໂອຄົນປະເທດນີ້ເປັນແຮງກວ່າພວກເຮົາອີກເນາະ ໂຍງ ເຂົ້າກັນໄດ້ເສີຍ.....ເທບແທ້ໆ
ວັດພະທຳມະກາຍ ອັກໆໆໆໆ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະແດງວ່າຄົນທີ່ຮູ້ເລື່ອງນີ້ຕ້ອງລົມ ກັບ Jobs ເປັນອັງກິດ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າເປັນການໂຄສະນາຊວນເຊື່ອຂອງວັດພະທຳມະກາຍໃຫ້ຄົນສັດທາ ເພື່ອຊື່ສຽງຂອງວັດ!
ເຫັນມີຂ່າວວ່າພະສົງໃນວັດທັມມະກາຍສັນເພນຕ້ອງສັ່ງອາຫານຈາກໂຮງແຮມຫ້າດາວ ວ່າຊັ້ນ.


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເວົ້າແຕ່ເລື່ອງຂອງຄົນຕາຍ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ຄິດວ່າເປັນການໂຄສະນາຊວນເຊື່ອຂອງວັດພະທຳມະກາຍໃຫ້ຄົນສັດທາ ເພື່ອຊື່ສຽງຂອງວັດ!
ເຫັນມີຂ່າວວ່າພະສົງໃນວັດທັມມະກາຍສັນເພນຕ້ອງສັ່ງອາຫານຈາກໂຮງແຮມຫ້າດາວ ວ່າຊັ້ນ.


ໂຫ້ປານນັ້ນກະໂພດລະໄດ໋
ແຕ່ກະຢ່າເທາະເຮົາເຊື່ອໃນສັດທາ ເຊື່ອໃນຜ້າເຫລືອງບໍ່ແມ່ນເຮົາບູຊາສະເພາະບຸກຄົນ ໃຜທຳດີກະໄດ້ດີໄປ
ໃຜທຳຊົ່ວກະໄດ້ຊົ່ວໄປ ແມ່ນຄົນອື່ນອາດບໍ່ຮູ້ ແຕ່ເຮົາຮູ້ດີຢູ່ແກ່ໃຈ...


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ໂປດໃຊ້ຈັກກະຍານໃນການອ່ານ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບຊື່ໆ
ບໍ່ມີຄຳເຫັນ
ອິອິ



໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ລາວຍັງສ້າງບາບກຳໄວ້ຫລາຍ....ຢ່າງໜ້ອຍຜລິດຕະພັນທີ່ລາວຜລິດຂຶ້ນ ລາຄາແພງ ກໍ່ໃຫ້ເກີດອາຊະຍາກຳໃນສັງຄົມ....ວ່າບໍ່


໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ລາວຍັງສ້າງບາບກຳໄວ້ຫລາຍ....ຢ່າງໜ້ອຍຜລິດຕະພັນທີ່ລາວຜລິດຂຶ້ນ ລາຄາແພງ ກໍ່ໃຫ້ເກີດອາຊະຍາກຳໃນສັງຄົມ....ວ່າບໍ່

ບໍ່


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ມີຄົນໄທບໍ່ຫຼາຍດອກທີ່ເຊື່ອ ວັດຈານບິນໄຮນັ່ນ ມີພຽງສ່ວນນ້ອຍ ຄົນໄທເຮົາເຮັດຫຍັງວັດນີ້ບໍ່ໄດ້ ຍ້ອນຫຍັງຂ່ອຍບໍ່ຂອເວົ້າ http://topicstock.pantip.com/religious/topicstock/2012/04/Y11981915/Y11981915.html ຕະກີ້ວັດນີ້ນ່າເຊື່ອຖືອ ແຕ່ຍ້ອນຄົນບາງກຸ່ມເຂົ້າມາແອບອ້າງຜົນປະໂຫຍດ
(ນີ້ເປັນຄວາມເຊື່ອສະເພາະບຸກຄົນ ໂປດໃຊ້ວິຈາລະນະຍານໃນການຮັບຟັງ ແລະຮັບຮູ້ຂໍ້ມູນຂ່າວສານ...)


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ລອງເບິ່ງ ບໍ່ມີພະວັດໄດ໋ດອກ ໃສ່ເສື້ອຍືດ http://www.youtube.com/watch?v=abMQPXSng2E&feature=youtu.be
ນີ່ vdo ຂອງຫລວງພ່ອ ລືສີລິງດຳ หลวงพ่อฤาษีลิงดำ clike ທ່ານເປັນຜູ້ສອນ ກຳມະຖານ ສະມາທິ ໃຫ້ແກ່ໃນຫຼວງ ແລະເປັນພະທີ່ຄົນໄທນັບຖືມາກ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ໜຶ່ງວັດນີ້ຂ້ອຍວ່າມີດີແທ້ ສອນສາສະໜາໄດ້ຄົບຖ້ວນເລີຍສາມາດຕອບບັນຫາຂອງຊີວິດໄດ້ຢ່າງແທ້ຈິງ ສິ່ງທີ່ເຮົາບໍ່ເຫັນບໍ່ໄດ້ໝາຍຄວາມວ່າມັນບໍ່ມີນະຈະ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ວັດນີ້ຂ້ອຍວ່າມີດີແທ້ ສອນສາສະໜາໄດ້ຄົບຖ້ວນເລີຍສາມາດຕອບບັນຫາຂອງຊີວິດໄດ້ຢ່າງແທ້ຈິງ ສິ່ງທີ່ເຮົາບໍ່ເຫັນບໍ່ໄດ້ໝາຍຄວາມວ່າມັນບໍ່ມີນະຈະ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ວັດນີ້ຂ້ອຍວ່າມີດີແທ້ ສອນສາສະໜາໄດ້ຄົບຖ້ວນເລີຍສາມາດຕອບບັນຫາຂອງຊີວິດໄດ້ຢ່າງແທ້ຈິງ ສິ່ງທີ່ເຮົາບໍ່ເຫັນບໍ່ໄດ້ໝາຍຄວາມວ່າມັນບໍ່ມີນະຈະ


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເລື່ອງລາວທໍາມະບໍ່ມີຜູ້ໃດບັງຄັບໃຫ້ໃຜເຊື່ອໄດ້ ຖ້າບັງຄັບໃຫ້ຜູ້ບໍ່ເຊື່ອມາເຊື່ອກໍ່ປຽບສະເໝືອນຖອກນໍ້າມັນໃສ່ໄຟ ພະພຸດທະເຈົ້າຈຶ່ງໄດ້ເວົ້າໄວ້ວ່າ ທໍາມະເປັນປັດຈັດຕັງ ຮູ້ໄດ້ສະເພາະຜູ້ປະຕິບັດເທົ່ານັ້ນ ພະອົງເປັນພຽງຜູ້ຊີ້ທາງເທົ່ານັ້ນ
ປຽບສະເໜືອນເຮົາໄປບອກຄົນທີບໍ່ເຄີຍກິນຕໍາໝາກຫຸ່ງ ວ່າມັນແຊບ ຄົນທີ່ບໍ່ເຄີຍກິນກໍ່ຕ້ອງມີການຕໍ່ວ່າໃຫ້ຜູ້ເຄີຍກິນວ່າມັນບໍ່ແຊບດອກບໍ່ມີຈິງດອກ ຊຶ່ງເຮົາມີິວິທີດຽວເທົ່ານັ້ນທີຈະໃຫ້ເຂົາເຈົ້າຮູ້ຄວາມຈິງກໍ່ຄື ໃຫ້ເຂົາໄປຊິມດ້ວຍຕົວຂອງເຂົາເອງ ເລື່ອງທໍາມະແມ່ນມີຄວາມລະອຽດອ່ອນຫຼາຍ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຕາມຄວາມຄິດເຮົາຄິດວ່າມັນບໍ່ແມ່ນດອກເພີ່ນໄປຮູ້ໄດ້ແນວໄດມັນເປັນການເອກອ້າງເພື່ອຢາກດຶງດູດຄວາມສົນໃຈເພື່ອຊາວໂລກໃຫ້ໄປສັດທາໃນພະທຳມະກາຍ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ການທີ່ໄປສະແດງຕົນວ່າຕົນເອງຮັບຮູ້ອອກມາໃນຫລັກພຣະທຳມະວິນັຍມັນກໍຜິດຢູ່ແລ້ວ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ toungalaxy ຂຽນວ່າ...
ຕາມຄວາມຄິດເຮົາຄິດວ່າມັນບໍ່ແມ່ນດອກເພີ່ນໄປຮູ້ໄດ້ແນວໄດມັນເປັນການເອກອ້າງເພື່ອຢາກດຶງດູດຄວາມສົນໃຈເພື່ອຊາວໂລກໃຫ້ໄປສັດທາໃນພະທຳມະກາຍ

ແຕ່ຂ້ອຍຄິດມັນນ່າຈະບໍ່ແມ່ນແນວນັ້ນໃດ. ຮູ້ໄດ້ແນວໃດ ນັ້ນຂ້ອຍຄິດວ່າຕ້ອງອາໄສການປະຕິບັດ ກຳມະຖານ ຫຼື ເຮັດສະມາທິຂັ້ນສູງເຖິງຈະຮູ້ຈະເຫັນໄດ້ ແມ້ແຕ່ ພະສຳມາສຳພຸດທະເຈົ້າຍັງຮູ້ອາດີດ ແລະ ອານາຄົດຂອງຄົນອື່ນໄດ້ ນັບເປັນ ຮ້ອຍຊາດ, ພັນຊາດ, ແສນຊາດ, ຈົນເປັນອະຈິນໄຕ (ບໍ່ມີທີ່ສິ້ນສຸດ) .
ແລ້ວເປັນຫຍັງຈິ່ງມາໃຫ້ໂລກຮູ້ ຕາມທີ່ຂ້ອຍເຄີຍອ່ານໃນເວັບບອດຂອງວັດ ແມ່ນເພື່ອເປັນກໍລະນີ ສຶກສາກົດແຫ່ງກໍາ ໂດຍນໍາເອົາເລື່ອງມາເປັນແບບຢ່າງວ່າ ຜົນການກະທຳຂອງຄົນຜູ້ນີ້ ໄດ້ຮັບຜົນໃນອານາຄົດແບບໃດ ເພື່ອໃຫ້ເຮົາມີສະຕິ ດຳເນີນຊີວິດດ້ວຍຄວາມບໍ່ປະໝາດ,
ຂ້ອຍເຄີຍໄດ້ຍິນຄົນຕ້ານວັດນີ້ຫຼາຍຢູ່ ແຕ່ຂ້ອຍກໍ່ຍັງບໍ່ປັກໃຈເຊື່ອ ເພາະຍັງບໍ່ໄດ້ໄປຮູ້ໄປເຫັນດ້ວຍຕົນເອງ ແຕ່ສິ່ງທີ່ຂ້ອຍເຊື່ອກໍ່ຄືເນື້ອຫາຂອງວັດທີ່ນຳມາສະເໜີໃນເວັບ ຫຼື ໃນໂທລະພາບກໍ່ດີ ລ້ວນແລ້ວແຕ່ມີມູນຄວາມຈິງທັ້ງນັ້ນ ເລື່ອງແບບນີ້ຂ້ອຍຢາກໃຫ້ທຸກຄົນສຶກສາໃຫ້ດີໆ ແລະ ຄິດໄຕ່ຕອງໃຫ້ຄັກໆ ສິ່ງທີ່ບໍ່ເຫັນດ້ວຍຕາ, ບໍ່ໄດ້ຍິນດ້ວຍຫູ, ບໍ່ໄດ້ຮັບກິ່ນດ້ວຍດັງ, ບໍ່ຮັບຮູ້ດ້ວຍຜິວໜັງຂອງຕົນເອງ ບໍ່ສາມາດຮັບຮູ້ດ້ວຍອິນຊີທັງຫ້າຂອງຕົນເອງ ກໍ່ບໍ່ໄດ້ໝາຍຄວາມວ່າສິ່ງນັ້ນບໍ່ມີຈິງໃດ ຂ້ອຍຢາກໃຫ້ທຸກຄົນສຶກສາເບິ່ງຄັກໆວ່າ ສາສະໜາເຮົາເກີດຂຶ້ນມາຈາກໃສແທ້, ທີ່ເຂົາວ່າບາບກຳມີຈິງນັ້ນກໍ່ໃຫ້ສຶກສາຄົ້ນຄ້ວາເບິ່ງວ່າເຂົາເຈົ້າຮູ້ໄດ້ແນວໃດ ສຶກສາໄຕ່ຕອງຄັກໆແລ້ວ ທຸກຄົນຈະສັດທາ ແລະ ເຊື່ອວ່າ ເປັນຄວາມຈິງແທ້ໆ ທີ່ບໍ່ເຄີຍຮູ້ມາກ່ອນ ແຕ່ກໍ່ມີຢູ່ຈິງ ເກີດຂຶ້ນຈິງ ມາດົນນານແລ້ວ ( ຄຳເຫັນເດີ ບໍ່ໄດ້ຕໍ່ຕ້ານໃດ ມາໃຫ້ທຳມະເປັນທານ ອິໆ ) ສາທຸ ສາທຸ ສາທຸ ອະນຸໂມທາມິ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຂ້ອຍເຊື່ອໃນພຣະທັມຄຳສອນຂອງພຣະພຸດທະເຈົ້າແຕ່ໃນສິ່ງທີ່ທາງພຣະອົງນັ້ນໄດ້ເວົ້າໃນ TV ສຳລັບສ່ວນຕັວແມ່ນບໍ່ເຊື່ອ


໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ວັດນີ້ກາມີຄົນລາວຫລາຍຄົນໄດ໋ທີ່ເອົາເງິນໄປໄຫ້ ໂຕຂ້ອຍເອງຂ້ອຍບໍ່ເຊື່ອ ເພາະເວົ້າໃນສິ່ງທີ່ບໍ່ເຫັນ ພຣະພຸທເຈົ້າໄດ້ຫ້າມໄວ້ ຖຶງຈະຈິງຫລືບໍ່ຈິງກາຕາມ ເອົາຫລັກຖານມາແຕ່ໃສ ຄົນຜູ້ນີ້ລາວເປັນຄົນສລາດ ລາວຮູ້ຈັກຫລອກເອົາເງິນຄົນທີ່ໂງ່ຄົນທີ່ງົມງາຍ (ຫາກຈະຖາມວ່າເປັນຫຍັງຂ້ອຍຈຶ່ງວ່າແນວນີ້ເພາະ ຄົນຈຳພວກນີ້ສອນຜິດຄຳສອນ )ເຫັນແຕ່ຫນ້າຂ້ອຍຍັງບໍ່ເຊີນເຂົ້າບ້ານ


໒ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
วัดพระธรรมกายนี้เน้นแต่วัตถุ ไผบริจาคหลายกะได้บุญ ซึ่งบ่ถืกต้องเลย