ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຈົ້າຟ້າຍິງກີສາຮຳພືງ (ສຶກສາຄຳວ່າ “ນິພພານ”)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

(ຊົງມອບມາໄລໃຫ້ພຣະນາງພິມພາ)
- ເມື່ອເຈົ້າຊາຍສິດທັດຖະເດີນກັບວັງ ພຣະອົງເດີນດ້ວຍທ່າທາງອັນສະງ່າຮຽບຮ້ອຍນຸ່ມນວນ ເຈົ້າຟ້າຍິງກີສາໂຄຕະມີ ລັກສ່ອງມອງອອກໄປຈາກປ່ອງຢ້ຽມເຫັນແລ້ວ ຈຶ່ງອຸທານຮ້ອງອອກມາວ່າ “ໂອ່…ຖ້າຫາກໃຜໄດ້ຊາຍຄົນນີ້ມາເປັນສາມີ ຍິງຜູ້ເປັນພັນລະຍາກໍຈະໄດ້ນິບພານ(ນິພພານ) ໃຜໄດ້ຊາຍຜູ້ມາເປັນລູກ ຍິງຜູ້້ເປັນແມ່ກໍຈະໄດ້ນິບພານ.
- ນິພພານ ຄື ອັນໃດ ? ນິບພານ ຄືຄວາມເຢັນອົກເຢັນໃຈ ສະບາຍໃຈ ເພາະສະນັ້ນໃຜໄດ້ຊາຍດີໆ ມາເປັນສາມີ ຍິງຜູ້ນັ້ນຈະໄດ້ນິພພານ ໃຜໄດ້ລູກດີມາເກີດ ຜູ້ເປັນແມ່ກໍຈະໄດ້ນິບພານ, ແຕ່ຖ້າໄດ້ບໍ່ດີ ກໍຈົ່ມກັນວ່າ ໄດ້ສາມີບໍ່ດີ ເໝືອນກັບໄດ້ຜິເຂົ້າເຮືອນ, ຄັນໄດ້ລູກບໍ່ດີ ເໝືອນມີໄຟໄໝ້ເອີກ.
- ເມື່ອເຮົາມາເບິ່ງ ຄຳອຸທານຂອງ ເຈົ້າຟ້າຍິງກີສາແລ້ວ ເຮົາຈະເຫັນວ່າ ຄຳວ່ານິບພານນັ້ນ ຄົນໃນຊຸມພູທະວີບນັ້ນຮູ້ມາກ່ອນພຣະພຸດທະເຈົ້າຍັງບໍ່ທັນຕັດສະຮູ້ພຸ້ນ ແຕ່ນິບພານຂອງຄົນຊຸມພູທະວີບຮູ້ນັ້ນ ຄື ຄວາມເຢັນອົກ ເຢັນໃຈ ແຕ່ນິພພານທີ່ພຣະອົງໄດ້ນັ້ນ ຍິ່ງກວ່ານັ້ນ.


(ເຈົ້າຟ້າຍິງກີສາໂຄຕະມີຊົງຮຳເພີງໃຈ ເມື່ອເຫັນເຈົ້າຊາຍສິດທັດຖະ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒