ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ສົມມຸດວ່າ: ຖ້າ ພະ ຈົວ ເປັນເກ ເປັນກະເທີຍ ຈະຜິດຫຍັງບໍ?

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຍິນຈົວອົງໜຶ່ງເວົ້າວ່າ: ເປັນຫຍັງກໍ່ແມ່ນຄົນ ບໍ່ແມ່ນສັດເດຍລະສານ ເພິ່ນວ່າ

_______________________________________________

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈັກ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ຜິດແທ້

ສອຍໆ ຄຸສອງໜ່ວຍ ເປັນຫາບ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ພຣະພຸດທະສາສນາເພິ່ນບໍ່ອະນຸຍາດໃຫ້ຄົນທີ່ມີອົງປະກອບທີ່ບໍ່ສົມບູນເຂົ້າບັນພະຊາຫຼືອຸປະສົມບົດໄດ້ ເຊັ່ນວ່າ:ແຂນຂາພິການ ເປັນບ້າເສຍຈິດ ຫູໜວກຕາບອດ ແລະ ພວກທີ່ເປັນກະເທີຍເປັນເກກໍຄືຊິລວມຢູ່ໃນຫັ້ນລະ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງກະບໍ່ກ່ຽງຂໍພຽງເປັນຄົນດີພໍ
ພໍ່ເຮົາກະຍັງເປັນຜູ້ຊາຍເລີຍ
ສ່ວນແມ່ກະເປັນຜູ້ຍິງ
ສິມີກະເທີຍ ຫລືເກມາອີກກະສິເປັນຫຍັງໄປໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ເປັນຫຍັງກະບໍ່ກ່ຽງຂໍພຽງເປັນຄົນດີພໍ
ພໍ່ເຮົາກະຍັງເປັນຜູ້ຊາຍເລີຍ
ສ່ວນແມ່ກະເປັນຜູ້ຍິງ
ສິມີກະເທີຍ ຫລືເກມາອີກກະສິເປັນຫຍັງໄປໆ

ເຂົາເວົ້າເຖິງຈົວຄູບາພຸ້ນນະ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ໄດ້ຍິນຜູ້ເຖົ້າຜູ້ແກ່ເວົ້າເພິ່ນກະວ່າຜິດ

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ບໍ່ຜິດ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນເລື່ອງຜິດນັ້ນແມ່ນບໍ່ຜິດ ເພາະເຮົາເຊື່ອຖືໃນຜ້າເຫລືອງຂອງອົງສຳມາສຳພຸດທະເຈົ້າ ບໍ່ແມ່ນເຊື່ອຖືໃນຕົວບຸກຄົນ ຖ້າຄົນໃດບວດແລ້ວຕັດກີແລດຕັນຫາໄດ້ ກະສະແດງວ່າບຸນບາລາມີຕົກເປັນຂອງຕົວເອງທັງຊາດນີ້ ແລະຊາດຕໍ່ໆ
ແຕ່ກົງກັນຂ້າມທັງຊາຍ ຍິງ ແລະເພດທີ່ສາມຖ້າບວດຢູ່ໃນຜ້າຂາວ ແລະຜ້າເຫລືອງແລ້ວພັດບໍ່ລົດລະກິເລດຕັນຫາ ອັນນິຂໍອານຸໂມຊິກໄວໆໂລດເພາະບາບກຳນັ້ນຈະຕົກໄປຮອດຊົ່ວລູກຊົ່ວຫລານ
ຄືເພີ່ນວ່າ ທຳດີໄດ້ດີ ທຳຊົ່ວຍ່ອມໄດ້ຊົ່ວ ຄົນອື່ນບໍ່ຮູ້ແຕ່ເຮົາຮູ້ດີຢູ່ແກ່ໃຈ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sos ຂຽນວ່າ...
ພຣະພຸດທະສາສນາເພິ່ນບໍ່ອະນຸຍາດໃຫ້ຄົນທີ່ມີອົງປະກອບທີ່ບໍ່ສົມບູນເຂົ້າບັນພະຊາຫຼືອຸປະສົມບົດໄດ້ ເຊັ່ນວ່າ:ແຂນຂາພິການ ເປັນບ້າເສຍຈິດ ຫູໜວກຕາບອດ ແລະ ພວກທີ່ເປັນກະເທີຍເປັນເກກໍຄືຊິລວມຢູ່ໃນຫັ້ນລະ

ແມ່ນ....ຖືກຕ້ອງ ເພິ່ນບໍ່ໃຫ້ບວດດອກພວກນີ້ໜ່າ ເພາະຈັດຢູ່ໃນພວກຄົນບ່ຽງເບນທາງເພດ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...

ບໍ່ຮອດລູກຫລານດອກ ໃຜເຮັດກຳອັນໃດ ກຳມັນກະເປັນຂອງຜູ້ນັ້ນ ມັນບໍ່ແມ່ນຊິຄືຫນີ້ທີ່ຄົນໃນຄອບຄົວຄົນໃດຄົນນື່ງສ້າງໄວ້ເມື່ອຕາຍໄປແລ້ວ ຄົນໃນຄອບຄົວທີ່ຍັງມີຊີວິດຢູ່ຈະຕ້ອງໃຊ້ຫນີ້ໃຫ້ແທນ ນອກຈາກວ່າລູກຫລານຈະເຮັດບາບຄືພໍແມ່ປູ່ຍ່າເຂົາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...

ຂ້ອຍກໍ່ວ່າຫັ້ນລະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
ບໍ່ຮອດລູກຫລານດອກ ໃຜເຮັດກຳອັນໃດ ກຳມັນກະເປັນຂອງຜູ້ນັ້ນ ມັນບໍ່ແມ່ນຊິຄືຫນີ້ທີ່ຄົນໃນຄອບຄົວຄົນໃດຄົນນື່ງສ້າງໄວ້ເມື່ອຕາຍໄປແລ້ວ ຄົນໃນຄອບຄົວທີ່ຍັງມີຊີວິດຢູ່ຈະຕ້ອງໃຊ້ຫນີ້ໃຫ້ແທນ ນອກຈາກວ່າລູກຫລານຈະເຮັດບາບຄືພໍແມ່ປູ່ຍ່າເຂົາ

ຂ້ອຍກໍ່ວ່າຫັ້ນລະ :)

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ສິ່ງທີ່ຂ້ອຍຊິເວົ້ານີ້ ຄືຊິບໍ່ກົງກັບ ກະທູ້ນີ້.

ເມື່ອເວົ້າເຖິງເພດແລ້ວ ຄົນເຮົາສ່ວນຫລາຍ ເຂົ້າໃຈແຕ່ ຍິງກັບຊາຍ ຊຶ່ງມັກມີເພດສຳພັນກັບເພດກົງກັນຂ້າມ.
ເມື່ອເວົ້າເຖິງຄົນທີ່ຕ່າງນີ້ແລ້ວ ສ່ວນຫລາຍ ແມ່ນເຂົ້າໃຈຍາກ.

ໃນພະໄຕປິດົກ ໄດ້ເວົ້າເຖິງຄົນທີ່ຄົນສ່ວນຫລາຍເຂົ້າໃຈຍາກ (ກ່ຽວກັບເພດ ແລະ ເພດສຳພັນ) 2 ກຸ່ມ:
- ອຸພະໂຕພະຍັນຊະນະກະ Ubhatovyanjanaka
- ປັນເທາະ (ຫລື ບັນເທາະ) Pandaka

ອີກຢ່າງໜຶ່ງ ລາງຄົນກໍສົງໄສວ່າ ຄູບາ ອາຈານ ບວດ 30-40 ປີ ຈັ່ງສິກອອກມາເອົາເມຍ, ຕອນທີ່ບວດຢູ່ນັ້ນ ເພິ່ນບໍ່ຄຶດເຖິງເລື່ອງເພດສຳພັນເລີຍບໍ.

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຂ້ອຍຄິດວ່າຄົນທີ່ຜິດຄືຜູ້ທີ່ບວດແລ້ວແຕ່ບໍ່ສາມາດຕັດກິເລດຕັນຫາອອກຈາກໃຈໂຕເອງໄດ້ນັ້ນລະຜິດ
ສ່ວນຄົນທີ່ເປັນເກ ຫຼືກະເທີຍຖ້າເຂົາບວດແລ້ວແຕ່ເຂົາເຈົ້າສາມາດຕັດກິເລດຕັນຫາອອກຈາກໃຈເຂົາໄດ້
ແລະປະຕິບັດທຳຢ່າງສະໝ່ຳສະເໝີເຂົາເຈົ້າຄືຊິບໍ່ຜິດແມ່ນບໍ່ ????

ຜູ້ໃດທີ່ເຄີຍເປັຍພະເປັນຈົວກະມາເວົ້າໃຫ້ຟັງເບິ່ງດຸວ່າມັນເປັນແນວໃດກັນແທ້......

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sos ຂຽນວ່າ...
ພຣະພຸດທະສາສນາເພິ່ນບໍ່ອະນຸຍາດໃຫ້ຄົນທີ່ມີອົງປະກອບທີ່ບໍ່ສົມບູນເຂົ້າບັນພະຊາຫຼືອຸປະສົມບົດໄດ້ ເຊັ່ນວ່າ:ແຂນຂາພິການ ເປັນບ້າເສຍຈິດ ຫູໜວກຕາບອດ ແລະ ພວກທີ່ເປັນກະເທີຍເປັນເກກໍຄືຊິລວມຢູ່ໃນຫັ້ນລະ

ແມ່ນ....ຖືກຕ້ອງ ເພິ່ນບໍ່ໃຫ້ບວດດອກພວກນີ້ໜ່າ ເພາະຈັດຢູ່ໃນພວກຄົນບ່ຽງເບນທາງເພດ

ຖືກຕ້ອງທີ່ສຸດ ແຕ່ວ່າຄົນໃນສະໃຫມທຸກມື້ນີ້ເປັນຄົນຈອງຫອງອວດດີມັກບໍ່ສົນໃຈກົດເກນແລະບັນຢັດເກົ່າແກ່ ຊ້ຳມັກຈະຄິດໄປເອງວ່າໄດ້ເພາະວ່າເປັນຄົນຄືກັນ ສະມະນະເພດ ບໍ່ແມ່ນເພດມະນຸດ(ຄົນ) ເອີ້ນວ່ານັກບວດ ມີສິນສູງກວ່າຄົນທົ່ວໄປ ຕັ້ງແຕ່ 10 ຈົນຮອດ 227 ໃນພຸດທະສາດສະຫນາແລ້ວບໍ່ແມ່ນຄົນ ສູງກວ່າຄົນທຸກຜູ້ທຸກເຫລົ່າ
ພຸດທະສາດສະຫນາບັນຢັດໄວ້ແລ້ວຄືທີ່ທ່ານ sos ໄດ້ກ່າວໄວ້ ຄົນທີ່ບວດເທົ່ານັ້ນຈຶ່ງຈະເຂົ້າໃຈ ແມ້ແຕ່ນາກທີ່ມີອິດທິລິດສາມາດແປງກາຍເປັນຄົນໄດ້ ພະພຸດທະເຈົ້າກໍ່ບໍ່ຍອມໃຫ້ບວດ ເພາະວ່າ ເບື້ອງນອກເປັນຄົນ ແຕ່ເບື້ອງໃນ ເນື້ອແທ້ ເປັນສັດເດຍລະສານ ບໍ່ເປັນຜູ້ຊາຍສົມບູນແບບຕາມທຳມະຊາດຂອງມະນຸດ

ສະຫລຸບແລ້ວ ໃນທາງພຸດທະສາດສະຫນາ ຄົນທີ່ເປັນຜູ້ຊາຍບໍ່ຊະເພາະຮ່າງກາຍແລະຈິດໃຈສົມບູນ ເທົ່ານັ້ນ ຍັງຕ້ອງເປັນຄົນທີ່ບໍ່ມີຄະດີຕິດຕົວມາຂໍບວດ(ອຸປະສົມບົດ) ຈຶ່ງຈະມີສິດບວດໄດ້ຕາມພຸດທະສາດສະຫນາ ຖ້ານອກຈາກນີ້ມາບວດແລ້ວ ເອີ້ນວ່າ ປະລະສິກ ມີໂທດຫນັກ ມີນາລົກອະເວຈີເປັນທີ່ໄປ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...

ຫັ້ນລະ ຂ້ອຍກໍ່ເຄີຍຍິນມາແນວນັ້ນລະ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ແມ່ຍິງກໍບວດໄດ້.
ພິກຂຸນີ ຖືສິນຫລາຍກວ່າ 300 ຂໍ້

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ປຶ້ມພະໄຕປິດົກ ໝວດ ວິໄນປິດົກ ຫົວທີ 4 ມະຫາວັກ ພາກ 1 ເວົ້າວ່າ ບໍ່ໃຫ້ບວດໃຫ້
- ອຸພະໂຕພະຍັນຊະນະກະ Ubhatovyanjanaka
- ປັນເທາະ (ຫລື ບັນເທາະ) Pandaka

ແຕ່ບໍ່ຜາກົດວ່າ gay ແລະ lesbian ຮວມຢູ່ໃນ ປະເພດ ອຸພະໂຕພະຍັນຊະນະກະ ຫລື ປັນເທາະ.

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ນິຍາມ:

ເກ (Gay) ວັດຈະນານຸກົມ ພາສາອັງກິດ ມີຫລາຍຄວາມໝາຍ ແຕ່ກ່ອນ ມັກຈະໝາຍເຖິງ "carefree", "happy", or "bright and showy" ແຕ່ໃນສະຕະວັດ ທີ 20 ມານີ້ ຄຳນີ້ ໝາຍເຖິງຜູ້ຊາຍທີ່ມັກຮັກ (ຢາກມີເພດສຳພັນ) ກັບເພດດຽວກັນ.

ວັດຈະນານຸກົມໄທ ກໍ່ໃຫ້ຄວາມໝາຍວ່າ ຜູ້ຊາຍທີ່ມັກຮັກ (ຢາກມີເພດສຳພັນ) ກັບເພດດຽວກັນ.

ກະເທີຍ:

ວັດຈະນານຸກົມ ດຣ ທອງຄຳ:
ກະເທີຍ: ຄົນສອງເພດ ຈະວ່າຍິງ ກໍ່ບໍ່ແມ່ນ ຊາຍກໍ່ບໍ່ແມ່ນ.

ວັດຈະນານຸກົມ ທ່ານ ມະຫາ ສິລາ
ກະເທີຍ: ຄົນຫລືສັດ ທີ່ບໍ່ຜາກົດວ່າ ເປັນຍິງ ຫລື ຊາຍຄັກແນ່ (ເທີຍ ກໍວ່າ)

ກໍລະນີ ຜູ້ຊາຍທີ່ມີວະໄວຍະວະເພດ ແຕ່ບໍ່ແຂງ ແລະ ມີເພດສຳພັນບໍ່ໄດ້ ຄົນລາວເຮົາກໍ່ມັກ ເອີ້ນວ່າ ກະເທີຍ ຫລື ເທີຍ. ຜູ້ຊາຍລາງຄົນ ກໍ່ບໍ່ໄດ້ເປັນມາແຕ່ເກີດ ແຕ່ເມື່ອມາຮອດ ອາຍຸ 40-50 ກໍ່ເລີ່ມມີອາການດັ່ງກ່າວ. ດັ່ງນັ້ນ ຈຶ່ງມີການຄົ້ນຄວ້າ ແລະ ເຮັດຢາອອກມາ ເຊັ່ນ ໄວອາກຣາ ເປັນຕົ້ນ. ຜູ້ຍິງ ກໍ່ຄ້າຍຄືກັນ ເມື່ອອາຍຸແກ່ແດ່ ກໍ່ເລີ່ມບໍ່ຢາກມີເພດສຳພັນອີກ ແຕ່ບໍ່ມີການຄົ້ນຄວ້າຈາກວົງການແພດ ຫລາຍທໍ່ຜູ້ຊາຍ.

ນິຍາມ “ຄົນສອງເພດ ຈະວ່າຍິງ ກໍ່ບໍ່ແມ່ນ ຊາຍກໍ່ບໍ່ແມ່ນ” ແລະ “ຄົນຫລືສັດ ທີ່ບໍ່ຜາກົດວ່າ ເປັນຍິງ ຫລື ຊາຍຄັກແນ່” ກໍ່ຍັງບໍ່ແຈ້ງດີ. ເພິ່ນໝາຍເຖິງ
- ຄົນທີ່ມີອະໄວຍະເພດ ທັງຍິງ ແລະຊາຍ ບໍ? ຫລືວ່າ
- ຄົນທີ່ມີອະໄວຍະເພດ ທີບໍ່ຜາກົດແຈ້ງດີ ວ່າແມ່ນ ອະໄວຍະວະເພດຍິງ ຫລື ຊາຍ? ຫລືວ່າ ອື່ນໆອີກ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
keu si bor pen pai dai ti bc baeb ni na ......eee

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນເພີ່ນ ວ່າ ກະເທີຍ ຫລື ຜູ້ ຊາຍທີ່ມີສະພາບຈິດໃຈ ເປັນຍິງ ບໍ່ ອະນຸຍາດໃຫ້ ບວດເປັນ ພະສົງ ຫລືເປັນຈົວ ມັນຜິດວິໄນ
ແຕ່ໃນຕົວຈິງເຮົາ ກໍ່ເຫັນ ພະສົງຫລື ຈົວ ທີ່ ເປັນ ກະເທີຍ ຕາມວັດຕ່າງໆ ຫາກມີການບັນຍັດໄວ້ ວ່າ ຜິດວິໄນ ຄືມີການ ບວດໃຫ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ປຶ້ມພະໄຕປິດົກ ໝວດ ວິໄນປິດົກ ຫົວທີ 4 ມະຫາວັກ ພາກ 1 ເວົ້າວ່າ ບໍ່ໃຫ້ບວດໃຫ້
- ອຸພະໂຕພະຍັນຊະນະກະ Ubhatovyanjanaka
- ປັນເທາະ (ຫລື ບັນເທາະ) Pandaka

ແຕ່ບໍ່ຜາກົດວ່າ gay ແລະ lesbian ຮວມຢູ່ໃນ ປະເພດ ອຸພະໂຕພະຍັນຊະນະກະ ຫລື ປັນເທາະ.

ໄດ້ຍິນນ້ອງຊາຍ ເວົ້າໃຫ້ ຟັງຄືກັນ ແຕ່ ແປກໃຈວ່າ ຮູ້ວ່າເຂົາ ເປັນ ກະເທີຍ ຄືຍັງທຳພິທີບວດໃຫ້ ເຂົາ ???
ເຫັນຢູ່ໃນຫລາຍວັດ ກະມີ ບ່ອນລະອົງ ສອງອົງ ບາງອົງກໍ່ ນັ່ງຍິບໝາກເບັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອັນເລື່ອງຜິດນັ້ນແມ່ນບໍ່ຜິດ ເພາະເຮົາເຊື່ອຖືໃນຜ້າເຫລືອງຂອງອົງສຳມາສຳພຸດທະເຈົ້າ ບໍ່ແມ່ນເຊື່ອຖືໃນຕົວບຸກຄົນ ຖ້າຄົນໃດບວດແລ້ວຕັດກີແລດຕັນຫາໄດ້ ກະສະແດງວ່າບຸນບາລາມີຕົກເປັນຂອງຕົວເອງທັງຊາດນີ້ ແລະຊາດຕໍ່ໆ
ແຕ່ກົງກັນຂ້າມທັງຊາຍ ຍິງ ແລະເພດທີ່ສາມຖ້າບວດຢູ່ໃນຜ້າຂາວ ແລະຜ້າເຫລືອງແລ້ວພັດບໍ່ລົດລະກິເລດຕັນຫາ ອັນນິຂໍອານຸໂມຊິກໄວໆໂລດເພາະບາບກຳນັ້ນຈະຕົກໄປຮອດຊົ່ວລູກຊົ່ວຫລານ
ຄືເພີ່ນວ່າ ທຳດີໄດ້ດີ ທຳຊົ່ວຍ່ອມໄດ້ຊົ່ວ ຄົນອື່ນບໍ່ຮູ້ແຕ່ເຮົາຮູ້ດີຢູ່ແກ່ໃຈ

ກໍວ່າຫັ້ນແລະ
ແຕ່ເລືອ່ງບາບກຳນີ້ ແມ່ນໃຜເຮັດໃຜທຳ ຜູ້ນັ້ນກໍ່ຕ້ອງຮັບໄປເອງ ບໍ່ກ່ຽວກັບລູກຫລານ ບໍ່ແມ່ນມູນມໍລະດົກ

ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...
ຂ້ອຍຄິດວ່າຄົນທີ່ຜິດຄືຜູ້ທີ່ບວດແລ້ວແຕ່ບໍ່ສາມາດຕັດກິເລດຕັນຫາອອກຈາກໃຈໂຕເອງໄດ້ນັ້ນລະຜິດ
ສ່ວນຄົນທີ່ເປັນເກ ຫຼືກະເທີຍຖ້າເຂົາບວດແລ້ວແຕ່ເຂົາເຈົ້າສາມາດຕັດກິເລດຕັນຫາອອກຈາກໃຈເຂົາໄດ້
ແລະປະຕິບັດທຳຢ່າງສະໝ່ຳສະເໝີເຂົາເຈົ້າຄືຊິບໍ່ຜິດແມ່ນບໍ່ ????

ຜູ້ໃດທີ່ເຄີຍເປັຍພະເປັນຈົວກະມາເວົ້າໃຫ້ຟັງເບິ່ງດຸວ່າມັນເປັນແນວໃດກັນແທ້......

ແມ່ນ ກະເທີຍ ທອມ ເກ ກະຄົນຄືກັນ
ຫາກວ່າເຂົາມີໃຈສັດທາໃນພຸດທະສາສະໜາ ຢາກບວດ ແຕ່ຫາກມີກົດ ບໍ່ ອະນຸຍາດໃຫ້ ບວດ ກະເປັນຕາອີ່ຕົນ ສົງສານເຂົາຢູ່ໃດ
ຫາກເລືອກເກີດໄດ້ ຄົງບໍ່ມີໃຜຢາກເກີດ ມາ ຜິດປົກກະຕິດອກ
ການເປັນກະເທີຍ ຫລື ເກ ທອມ ມັນກໍ່ເປັນຄວາມພິການອີກຢ່າງໜຶ່ງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອັນເລື່ອງຜິດນັ້ນແມ່ນບໍ່ຜິດ ເພາະເຮົາເຊື່ອຖືໃນຜ້າເຫລືອງຂອງອົງສຳມາສຳພຸດທະເຈົ້າ ບໍ່ແມ່ນເຊື່ອຖືໃນຕົວບຸກຄົນ ຖ້າຄົນໃດບວດແລ້ວຕັດກີແລດຕັນຫາໄດ້ ກະສະແດງວ່າບຸນບາລາມີຕົກເປັນຂອງຕົວເອງທັງຊາດນີ້ ແລະຊາດຕໍ່ໆ
ແຕ່ກົງກັນຂ້າມທັງຊາຍ ຍິງ ແລະເພດທີ່ສາມຖ້າບວດຢູ່ໃນຜ້າຂາວ ແລະຜ້າເຫລືອງແລ້ວພັດບໍ່ລົດລະກິເລດຕັນຫາ ອັນນິຂໍອານຸໂມຊິກໄວໆໂລດເພາະບາບກຳນັ້ນຈະຕົກໄປຮອດຊົ່ວລູກຊົ່ວຫລານ
ຄືເພີ່ນວ່າ ທຳດີໄດ້ດີ ທຳຊົ່ວຍ່ອມໄດ້ຊົ່ວ ຄົນອື່ນບໍ່ຮູ້ແຕ່ເຮົາຮູ້ດີຢູ່ແກ່ໃຈ

ກໍວ່າຫັ້ນແລະ
ແຕ່ເລືອ່ງບາບກຳນີ້ ແມ່ນໃຜເຮັດໃຜທຳ ຜູ້ນັ້ນກໍ່ຕ້ອງຮັບໄປເອງ ບໍ່ກ່ຽວກັບລູກຫລານ ບໍ່ແມ່ນມູນມໍລະດົກ

ອັນລູກຫລານນີ້ກະປະມານວ່າຄົນທີ່ໄດ້ມູນມໍລະດົກຈາກຜູ້ກ່ຽວຫັ້ນນ່ານັບແຕ່ຜົມເສັ້ນໜຶ່ງຂື້ນໄປວ່າຊັ້ນສະ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຜິດລ້ານເປີເຊັນເພາະວ່າກ່ອນຊິບວດໄດ້ກາຕ້ອງເປັນຊາຍ 100%

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະໄໝກ່ອນພຸ້ນແມ່ນເພີນບໍ່ໃຫ້ບວດເລີຍແຕ່ດຽວນີ້ເພີນບໍ່ໃສ່ໃຈແລ້ວລະຕິ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ເປັນຫຍັງກະບໍ່ກ່ຽງຂໍພຽງເປັນຄົນດີພໍ
ພໍ່ເຮົາກະຍັງເປັນຜູ້ຊາຍເລີຍ
ສ່ວນແມ່ກະເປັນຜູ້ຍິງ
ສິມີກະເທີຍ ຫລືເກມາອີກກະສິເປັນຫຍັງໄປໆ

ແມ່ນກົດດັນຫຍັງມາລະນິ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະກະທານໄດ້ຄືກັນ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>