ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ລົມກັນເລື່ອງບຸນວາດສະໜາ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກັບ ເອື້ອຍ ກ ກຳລັງລົມກັນຢູ່ ( ນິໄສຂອງເອື້ອຍ ກ ຈະເຊື່ອເລື່ອງບຸນວາດສະໜາ, ກຳ, ມັກເບິ່ງຄຳທຳນາຍຕາມຕຳລາທຸກມື້ )

ເພິ່ນມັກເວົ້າວ່າ: ທຸກມື້ນີ້ເຮົາຕ້ອງເກີດມາຊົດໃຊ້ບຸນ ຊົດໃຊ້ກຳເກົ່າ ທີ່ມີມາກ່ອນແຕ່ຊາດແລ້ວ

( ຂ້ອຍພັດເປັນຄົນເຊື່ອວ່າ: ເຮັດແນວໃດໄດ້ແນວນັ້ນ ຫວັງຫຍັງ ຝັນຫຍັງ ແລ້ວມີຄວາມມຸ້ງໝັ້ນກໍ່ຈະສຳເລັດ ຖ້າຝັນແລ້ວ ໄປທາງນີ້ບໍ່ໄດ້

ກໍ່ຕ້ອງຫາທາງໃໝ່ ຂໍໃຫ້ເປັນທາງດີ ແລ້ວກໍ່ຈະໄປເຖິງ, ຖ້າບໍ່ໄປເຖິງ ກໍ່ໃຫ້ພິຈາລະນາໃໝ່ ເພາະບໍ່ມີອັນໃດແນ່ນອນ

ຄວາມຝັນຂອງເຮົາກໍ່ບໍ່ແນ່ນອນ ຕອນຍັງນ້ອຍໄຝ່ຝັນແນວໜຶ່ງ ໃຫຍ່ມາໄຝ່ຝັນແນວໜຶ່ງ ເວລາຜ່ານໄປຄວາມໄຝ່ຝັນກໍ່ອາດຈະເປັນແນວໃໝ່

ຜົນສຳເລັດລໍຢູ່ທາງໜ້າ ຄ້າຍຄືຜົນເທົ່າຂອງເລກ, ເຮົາຈະເອົາເລກຫຍັງກໍ່ຢ່າ ມາບວກລົບຄູນຫານ ໃຫ້ຜົນເທົ່າອອກມາເປັນເລກນັ້ນ

ແມ່ນມີຫຼາຍທາງ ວ່າແຕ່ເຮົາຈະໄປທາງໃດ ຖະໜັດທາງໃດ ແວວ ແລະ ຄວາມສາມາດຈະເປັນທາງໃດຈິ່ງໄປເຖິງຜົນເທົ່າຂອງເລກ

( ຜົນສຳເລັດ) ໄວ.

ຂ້ອຍ ກັບ ເອື້ອຍ ກ ລົມກັນ ແບບວ່າຈະຂັດໆກັນ ເພາະວ່າຄວາມເຊື່ອຕ່າງກັນ, ເພິ່ນວ່າທຸກຢ່າງເປັນຍ້ອນບຸນວາດສະໜາຟ້າລິຂິດມາໃຫ້

ແລ້ວ ລິຂິດໃຫ້ເປັນແບບນີ້ ແລະ ຕ້ອງຊົດໃຊ້ກຳໄປແບບນີ້, ເຮົາຕ້ອງທຳບຸນຫຼາຍໆ ເພິ່ນວ່າຊັ້ນ.

ຂ້ອຍເວົ້າໄປວ່າ: ເລື່ອງເຊື່ອ ຂ້ອຍກໍ່ເຊື່ອຢູ່ ບໍ່ແມ່ນວ່າຂ້ອຍປະໝາດ ແຕ່ຄົນເຮົາ ຖ້າຄອຍແຕ່ບຸນມາຄ້ຳ ບໍ່ທຳມັນບໍ່ແມ່ນຕິ!

ເພິ່ນພັດວ່າ: ເຈົ້າວ່າຂ້ອຍຄອຍແຕ່ບຸນມາຄ້ຳບໍ? ທຸກມື້ນີ້ຂ້ອຍກໍ່ທຳມາຫາກິນຢູ່ ແຕ່ມັນຍັງມີກຳ ກໍ່ເລີຍຍັງບໍ່ຮຸ່ງບໍ່ເຮືອງ

ຖ້າຍາມໃດຖືກໂຊກໝານມາຈິ່ງຊິໄດ້, ເພິ່ນເປັນຄົນຢູ່ຄົນດຽວ, ມັກເວົ້າຫຼາຍໆ ເວົ້າແຕ່ເລື່ອງຂອງເອງໃຫ້ຄົນອື່ນຟັງ

ບໍ່ຍອມຮັບຟັງເລື່ອງຄົນອື່ນຈະເວົ້າ, ຂ້ອຍວ່າອັນນັ້ນລະເປັນກຳຕິດຕົວ, ເພິ່ນໄປທາງໃດກໍ່ມາຈົ່ມວ່າ ມີຄົນອິດສາບັງບຽດເພິ່ນ

ຕາມທີ່ຂ້ອຍມາຄິດແລ້ວ, ລາວກໍ່ບໍ່ພໍມີຫຍັງໃຫ້ໃຜເປັນຕາອິດສາປານໃດນ໋າ ຖ້າບໍ່ແມ່ນໄປທຳທ່າເປັນຕາຊັງໃຫ້ເຂົາຊັງ

ອັນນັ້ນຕິເປັນກຳທີ່ໂຕເອງກໍ່ຂຶ້ນໂດຍບໍ່ຮູ້ຕົວ, ເປັນຄົນມັກທໍ້ແທ້, ເວົ້າຫຼາຍຈົນຄົນອື່ນລຳຄານ ກຳແທ້ລະຂ້ອຍວ່າ

ບາງທີຂ້ອຍກໍ່ບໍ່ຢາກໄປນັ່ງຟັງດອກ ແຕ່ດົນໆກໍ່ໄປຫຼິນນຳເພິ່ນ, ແຕ່ຖ້າໄດ້ໄປນັ່ງລົງແລ້ວ ເພິ່ນກໍ່ເວົ້າເລື່ອງກຳເພິ່ນມາ,

ເລື່ອງຄົນອິດສາເພິ່ນຫຼາຍ ຍ້ອນເພິ່ນງາມວ່າຊັ້ນ, ຄວາມວ່າຄ້ານຟັງ ວ່າຊິຍ່າງໜີກໍ່ຢ້ານເສຍມາລະຍາດ

ເລີຍອົດໆຟັງໄປ, ມີໂອກາດກໍ່ຟ້າວຫາເອົາເລື່ອງອື່ນມາລົມແຊກໄປສາ ຫາກໍ່ແລ້ວ, ລະຈັກວ່າແມ່ນອິຫຍັງ

ແຕ່ພວກຂ້ອຍກໍ່ບໍ່ໄດ້ຜິດຫຍັງກັນໃດ ໄປໃສກໍ່ໄປນຳກັນ ຍາມຫວ່າງກໍ່ມານັ່ງຟັງ ແບບວ່າຫັ້ນລະ


໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
อ่านบ่อจบยาวๆ.....
แต่คิดว่าเป็นเลื่องสิดทิเสรีภาพของเขา...


໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຄວາມເຊື່ອຂອງໃຜຂອງມັນ ກະຄືເຮົານັບຖືສາສະໜານີ້ລະ ມັນກະຍັງແຕກຕ່າງກັນ ເຊື່ອຄົນລະຢ່າງ
ແຕ່ເຮົາບໍ່ລົບລູ່ຄວາມເຊື່ອຂອງຄົນອື່ນກະແລ້ວກັນ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ອງຄົນມີວາດສະຫນາ
ຍ້ອນເທວະດາສົ່ງມາໃຫ້ລວຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ແບນ ຊີ້ ຕັດ ເຊື່ອເບິດບໍ່ເຊື່ອແຕ່ກຳ


໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
50-50

ສອຍໆ ຄຸສອງໜ່ວຍ ເປັນຫາບ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ບຸນວາດສະໜາຄືຄວາມເຊື່ອໃນທາງສາດສະໜາພຸດເຮົາ ແຕ່ມີວາດສະໜາດີແຕ່ບໍ່ເຮັດກໍ່ອົດຄືກັນເດີ້ (^_________^)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ບຸນວາດສະໜາຄືຄວາມເຊື່ອໃນທາງສາດສະໜາພຸດເຮົາ ແຕ່ມີວາດສະໜາດີແຕ່ບໍ່ເຮັດກໍ່ອົດຄືກັນເດີ້ (^_________^)


ຫັ້ນລະ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຈອບນຳ


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ບຸນວາດສະໜາສ້າງຂື້ນມາໄດ້ໃນປະຈຸບັນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonesl ຂຽນວ່າ...
ບຸນວາດສະໜາສ້າງຂື້ນມາໄດ້ໃນປະຈຸບັນ


ແມ່ນລະ ສ້າງເອາ ເນາະ :)