ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຣື່ອງຂອງໝາ ໃຜວ່າຄົນບໍ່ກ່ຽວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຣື່ອງໝາໆ ແຕ່ມັນກ່ຽວກັບຄົນ ຫຼືວ່າຄົນໄປກ່ຽວກັບໝາ ສຸດແລ້ວແຕ່ໃຜຊິເວົ້າຊິວ່າ ຕາມຄວາມຄິດ ຄວາມເຫັນຂອງໃຜຂອງມັນ ແນວວ່ານານາຈິດຕັງ, ຄັນບໍ່ນຳມາເວົ້າ ແຕ່ມັນກະເປັນຕາເວົ້າ ແລະມັນກໍເກີດຂຶ້ນ ແລ້ວ ຈຶ່ງຂໍເອົາເຣື່ອງຈິງບໍ່ຕ້ອງອີງນິຍາຍມາເວົ້າສູ່ກັນຟັງ.
ດຽວນີ້ ໃຜວ່າບາບບໍ່ມີຈິງ ຢ່າຟ້າປາໝາດ ບໍ່ທັນຖືກກັບໃຜ ກະຢ່າວ່າ, ຄວາມຈິງແລ້ວ ບາບນີ້ມັນເກີດຂຶ້ນ ກັບມະນຸດຜູ້ຄິດຊົ່ວ, ທຳຊົ່ວ ແລະເວົ້າຊົ່ວສະເໝີມາ ຕ່າງແຕ່ວ່າມັນເກີດຊ້າເກີດໄວ, ຄົນທີ່ທຳບາບແລ້ວ ບໍ່ເຫັນຫຍັງ ກະຢ່າໄປຄິດວ່າ ເຮົາບໍ່ບາບ ຫຼືບໍ່ໄດ້ຮັບຜົນຂອງບາບ, ອີກຢ່າງໜຶ່ງຄົນທີ່ຄິດດີ ທຳດີ ເວົ້າດີແລ່້ວ ບຸນກຸສົນບໍ່ທັນເກີດ ກະຢ່າຟ້າເສັຍໃຈ ບໍ່ໄດ້ຮັບຜົນມື້ນີ້ກໍມື້ໜ້າ, ບໍ່ເດືອນນີ້ກໍເດືອນໜ້າ, ບໍ່ຊາດນີ້ ກໍຊາດໜ້າ ຫຼືຊາດຕໍ່ໆໄປ ເຊັ່ນດຽວກັບ ບາບກຳທີ່ເກີດຂຶ້ນ ເມື່ອທ້າຍເດືອນພຶດສະພາຜ່ານມານີ້ ທີ່ເຮືອນຫ້ອງຫົວຂົວ ເມືອງໄຊເສດຖາຜ່ານມາ.
ເຣື່ອງນີ້ ແມ່ນເຣື່ອງຈິງ ແລະເຣື່ອງນີ້ກໍເປັນເຣື່ອງທີ່ຊາວຕະຫຼາດທາດຫຼວງ ແລະຕະຫຼາດມືດ ແລະນັກບໍ ຣິໂພກຊິ້ນໜ້າຮູ້ກັນດີ.
ທີ່ເຮືອນຫ້ອງແຖວຫົວຂົວ ບ້ານທາດຫຼວງໃຕ້ນັ້ນ ເປັນເຮືອນໄມ້ຈັດເປັນຫ້ອງແຖວ ເພື່ອຄ້າຂາຍຫງາຍມື ຂອງຊາວຄ້າຂາຍບໍ່ຈັກຈີນຈັກລາວ ໃນຫ້ອງແຖວຈຳນວນ ໗-໘ ຫ້ອງນັ້ນ ມີຫ້ອງໜຶ່ງມີອາຊີບຂາຍຊີ້ນໝາປິ້ງ ເປັນທີ່ຮູ້ຈັກກັນດີໃນນາມ “ປິ້ງຟານບ້ານ”, ເຂົາເຮັດອາຊີບນີ້ມາຫຼາຍສິບປີ ແຕ່ເມື່ອປິ ໒໐໐໓ ເປັນຕົ້ນມາ ເຂົາຍ້າຍ ຮ້ານມາເປິດຂາຍຊີ້ນໝາ ທີ່ເຮືອນຫ້ອງແຖວ ບ້ານທາດຫຼວງໃຕ້ ບຶງທາດຫຼວງ ແຖວຫົວຂົວນັ້ນ.
ວັນເກີດເຫດການອັນວິນາດໃຫ້ແກ່ເຂົາ ແລະບັນດາຊາວຂ້າຂາຍ ທັງຈີນທັງລາວ ຈຳນວນ ໘ ຫ້ອງກໍໄດ້ ຮັບຜົນພອຍໄດ້ຈາກວິນາດຊະໄພ ອັນເກີດຈາກອັກຄີໄພ.
ເຣື່ອງມີຢູ່ວ່າ, ເຂົາໄດ້ຂ້າໝາຂາຍເພື່ອທຳປິ້ງຂາຍເປັນປົກກະຕິ ວິທີຂ້າຂອງເຂົານັ້ນກະເປັນວິທີແປກໆ ຄື ເຂົາຈະຂ້າໝາ ດ້ວຍການເອົາໄມຄ້ອນທຸບໃຫ້ໝາຕາຍ ແລ້ວເຂົາກໍຈະເອົານ້ຳມັນເອັດຊັງຫົດທົ່ວຕົວໝາ ແລ້ວເອົາ ໄຟຈູດ ເພື່ອເຜົາຂົນໝາ ແລ້ວຂູດຂົນອອກ, ແຕ່ວັນນັ້ນ ເຂົາໄດ້ເຮັດເໝືອນທີ່ເຮັດມາ ຄືເອົາຄ້ອນທຸບຫົວໝາຈົນຕາຍ ເມື່ອເຫັນວ່າມັນຕາຍແລ້ວ ເຂົາກໍເອົານຳ້ມັນເອັດຊັງຮາດລົງ ຄັ້ງນີ້ບໍ່ເປັນຈ່ັງບຸນ ຫຼືບາບກັມມາຕາມທັນບໍ່ຮູ້ ໃນຂະ ນະທີ່ເຂົາເອົາໄຟຈູດໝາກຳລັງລຸກທົ່ວຕົວໝາຕາຍຢູ່ນັ້ນ, ໝາກັບຟື້ນຄືນຊີບຂຶ້ນມາ ດ້ວຍຄວາມຮ້ອນທີ່ໄຟກຳລັງລຸກ ໃໝ້ທົ່ວຕົວຢູ່ນັ້ນ ມັນກແລ່ນເຂົ້າກ້ອງລ່າງເຮືອນທີ່ຕ່ຳບໍ່ສູງເທົ່າສອກຄົງຈະໄດ້ ວ່າແຕ່ໝາແລ່ນເຂົ້າໄປກ້ອງລ່າງ ເຮືອນຫ້ອງແຖວເທົ່ານັ້ນແລ້ວ ໄຟກໍລຸກໃໝ່ຂຶ້ນ ຮາວກັບປາຕິຫານ ຄືມັນໄໝ້ຂຶ້ນພ້ອມກັບຈາກຫ້ອງໜຶ່ງ ຕໍ່ໃສ້ຫ້ອງ ສອງ ຈາກຫ້ອງສອງກໍຕໍ່ໃສ່ຫ້ອງສາມ ຈົນຮອດຫ້ອງທີ່ສີ່ໜ້າຈຶ່ງສິ້ນໃຈລົງດ້ວຍຄວາມທໍຣະມານ.
ຝ່າຍຄົນຂ້າໜາ ເຫັນເປັນເຊັ່ນນັ້ນ ກໍບໍ່ຈັກຊິເຮັດຈັ່ງໃດ ໄດ້ແຕ່ຢືນຊະເງິະ ດ້ວຍຄວາມຕົກໃຈ ຈົນວ່າເຮືອນ ຂອງຕົນ ແລະເຮືອນຜູ້ອື່ນໄຟໄໝ້ໄປແລ້ວເຄິງໜຶ່ງ ຈຶ່ງແລ່ນໄປຍ້ານສິ່ງຍ້າຍຂອງ ຄົນອື່ນໆ ກໍມົວແຕ່ຍ້າຍຂອງອອກ ຈາກເຮືອນ ຍ້ອນວ່າເຮືອນໄມ້ ຈຶ່ງເຮັດໃຫ້ຟໄລຸກລາມໄປໃສ່ເຮືອນຫ້ອງອື່ນໆອີກ ສະຫຼຸບແລ້ວໄຟໄໝ້ເຮືອນຫ້ອງແຖວ ນັ້ນ ໝົດໄປ ໘ ຫ້ອງຢ່າງຮາບຄາບ.
ເມື່ອປະຊາຊົນ ຮູ້ເລືອງແລ້ວ ຕ່າງຝ່າຍຕ່າງວິພາກວິຈານໄປຕາມແຕ່ໃຜຢາກວ່າແຕ່ຄຳທີ່ຜູ້ຂຽນຍິນແລ້ວ ຮູ້ສຶກກິນໃຈມີ ໒ ຄຳ ຄື “ໝາມັກເອົາຄືນ” ກັບຄຳວ່າ “ເຣື່ອງຂອງໝາໆ ໃຜວ່າມັນຊິບໍ່ກ່ຽວກັບຄົນ”, ທ່ານເຫັນເຣື່ອງ ເປັນເຊັ່ນໃດ ກໍສຸດແລ້ວແຕ່ທ່ານຈະຄິດ ແຕ່ໝາເປັນສັດຊິນິດໜຶ່ງ ໃນ ໑໐ ປະເພ ທີ່ພຸດທະສາສນາຫ້າມກິນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ເປັນຕາອີ່ຕົນທັງໝາທັງຜູ້ເຄາະຮ້າຍ

"no one is perfect"

໒ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ຍາວໂພດອ່ານບໍ່ໄດ້..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈັກວ່າຊິ ຄອມເມັ້ນຈັ່ງໃດ !

ບໍ່ເຄີຍກິນຈັກເທຶ່ອ ກະບໍ່ຄິດຢາກຈະກິນ!


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງລະອຽດຄືບໜ້າຈັ່ງໃດ ຊິພະຍາຍາມເອົາມາເລົ່າໃຫ້ຟັງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໝາກ່ອນຕາຍ ຂໍລ້າງແຄ້ນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ເປັນພຽງວິບາກກຳ ຂັ້ນຕົ້ນ ຕໍ່ໄປຄົງຈະຍັງມີອີກຫລາຍ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຕາອີ່ຕົນ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ບາບກຳຫັ້ນລະ ໝາກະມີຊີວິດ ແຕ່ບາງຄົນຄົງບໍ່ຮູ້ວ່າໝາມີດີແນວໃດ ໝາເປັນສັດສະຫຼາດ ຮູ້ຄວາມ ຖ້າເຮົາຝຶກ ມັນມີຊີວິດເທົ່າໆກັບຄົນໆໜື່ງ ລອງຄຶດເບິ່ງ ຕອນຜູກພັນກັບມັນ ຍາມມັນຈາກໄປ ຄ້າຍໆກັບວ່າ ສິ່ງບາງສິ່ງຂາດໄປ ບາງຄົນຜູກພັນກັບໝາຫຼາຍກ່ວາຄົນອີກ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄຳເວົ້າຜູ້ເຖົ້າເວົ້າຈັ່ງຊີ້ "ສັດທີ່ເກີດເປັນໝານັ້ນ ມີໂອກາດທີ່ຈະເກີດເປັນຄົນໃນຊາດຕໍ່ໄປ".

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ສົມນ້ຳໜ້າຄົນ ທີ່ໃປທາຣຸນກັບໝາ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຣື່ອງຈິງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ່ານໄດ້ເຄີ່ງ1 ລະຊິກັບມາອ່ານຕໍ່ເດີ


໒ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
jang wa der


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຂໍ້ມູນໃໝ່ຈະອັບເດດໃຫ້ໃນໄວໆນີ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແຕ່ວ່າຄົນກຳລັງນິຍົມກັນກິນຫມາທຸກມື້ນີ້ ຂ້ານ້ອຍ.............

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ເວທນາ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳຕາມສະໜອງແລ້ວ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ກຳຕາມສະໜອງແລ້ວ


ແມ່ນຄັກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຖວເຮືອນກະມີ ຮ້ານຫວຽດຂາຍໝາຄືກັນ
ຫົວເດີນ ເມືອງໄກສອນ ເປັນທີ່ ລືຊາ ຮ້ານປີ້ງໝາ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າກິນໝາ ເດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒