ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຜູ້ຂຽນເຄີຍອ່ານປະຫວັດສາດເມືອງໂຂງ ແລະແຂວງຈຳປາສັກ ຕະລອດການໄດ້ຍິນປະຫວັດສາດກ່ຽວກັບບ້ານຜູ້ຂຽນເອງນັ້ນ ຈຶ່ງມີຄວາມຮູ້ວ່າ ສະໄໝໄທຍ໌ນັ້ນ ພວກໄທຍ໌ ແລະຄົນລາວຈຳນວນໜຶ່ງ ໄດ້ໄປກວດຕ້ອນ ແລະຈັບເອົາຂ້າ ແລະຊາວບ້ານນອກມາຂາຍໃຫ້ຄົນໃນເມືອງ ຫຼືສົ່ງຂາຍໃຫ້ ຄົນໄທຍ໌ສຍາມ ເພື່ອຈະເອົາໄປເປັນທາດ ຫຼືຄົນຮັບໃຊ້, ກ່ຽວກັບເລື່ອງນີ້ ເມື່ອຜູ້ຂຽນໄດ້ຟັງການເລົ່າການຈື່ຊາດ ຂອງນະບ່າວຂອງຜູ້ຂຽນ ຈາກຍາດຕິພີ່ນ້ອງຂອງເພິ່ນ ແລະຄຳໃຫ້ການຂອງເພິນເອງແລ້ວ ກໍເຫັນວ່າປະຫວັດສາດ "ກ່ຽວການຊື້ຂາຍທາດໃນຫົວເມືອງສຍາມຕອນນັ້ນ ເປັນຈິງ

- ການກວດຕ້ອນຄົວຄົນລາວໄປເມືອງສຍາມ ນັບແຕ່ປີ ໑໗໗໙ ນັ້ນເປັນຕົ້ນມາເປົ້າໝາຍຫຼັກ ແມ່ນການເອົາໄປເຮັດທາດ ດ້ວຍການເອົາໄປເຮັດທາດ ເອງ, ເອົາໄປເປັນບັນນນາການໃຫ້ແກ່ເຈົ້າເມືອງ ຫຼືກະສັດ ແລະເອົາໄປຂາຍ, ເພາະຣະບົບທາດໃນເມືອງສຍາມນັ້ນ ແມ່ນຖືກປະຕິບັດມາຕັ້ງແຕ່ສະໄໝອາຍຸທະຍາພຸ້ນ ເມື່ອສຍາມມີການພົວພັນກັບຕ່າງປະເທດຫຼາຍ ຄວາມຕ້ອງການຕໍ່ເຂົ້າ ແລະພືດຜົນທາງການກະເສດກໍຫຼາຍຂຶ້ນ ຄວາມຕ້ອງການຕໍ່ແຮງງານກໍເພີ່ມຂຶ້ນ ຣະບົບທາດຍັງມີມີຄວາມເຂັ້ມແຂງຢູ່ ສະນັ້ນການຕ້ອງການຕໍ່ທາດ ຂອງສຍາມຈຶ່ງມີຫຼາຍຂຶ້ນ ທາດໃນຫົວເມືອງສຍາມນັບແຕ່ ປີ ໑໗໗໙ ຈົນຮອດ ປີ ໑໙໐໔ ກໍມີການຄ້າຂາຍກັນຢ່າງສະບາຍ, ຈົນ ຣັດຖະການທີ ໕ ຂອງສຍາມປະກາດເລີກທາດ ແຕ່ການເລືອກປ່ຽນທາດກໍມີເລື້ອຍມາ ຈົນຮອດປີ ໑໙໔໕ ", ຈະໂດຍຮູບແບບໃດກໍຕາມ.

- ດ້ວຍເຫດນັ້ນ, ເມື່ອຜູ້ຂຽນໄດ້ຟັງ ການເລົ່າເລື່ອງການຈື່ຊາດຂອງ ນະບ່າວຜູ້ຂຽນເອງແລ້ວ ຜູ້ຂຽນຈຶ່ງເຊື່ອວ່າ ປະຫວັດສາດ ແລະການຈື່ຊາດນີ້ເປັນຈິງສົມຄວນ ເລື່ອງລາວ ເປັນຈັ່ງຊີ້

[color=red]

- ປັດຈຸບັນ ເຈົ້າຂອງຜູ້ຈື່ຊາດນີ້ ຊື່ວ່າ ຍະບ່າວບຸນເພັງ ອຸ່ນວົງ, (ບ້ານເກີດຫາງດອນຂະເໝົາ ຕາແສງຂະເໝົາ ເມືອງມະໂນໄພ ນະຄອນຈຳປາສັກ) ມີສັກເປັນນ້ອງແມ່ຂອງຜູ້ກ່ຽວ ປັດຈຸບັນບ້ານຫາງດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ, ເຂົາເກີດ ວັນຈັນ ເດືອນ ໓ (ລາວ) ປີ ໑໙໓໖ (ປີກຸນ) ປັດຈຸບັນຍັງແຂງແຮງໄປ ມາສະດວອກສະບາຍ, ເນື່ອງຈາກມີຍາດຕິພີ່ນ້ອງ ເລົ່າວ່າເພີ່ນເປັນຄົນຈື່ຊາດ ກໍບໍ່ມີໂອກາດຖາມເພີ່ນຈັກເທື່ອ ເມື່ອເພີ່ນມາຢາມທີ່ວຽງຈັນ ກຳລັງກັບເມື່ອວັນນີ້ (ວັນທີ ໑໐/໖/໒໐໐໙) ກໍເລີຍຖາມເພີ່ນເມື່ອຫຼາຍວັນກ່ອນ ໃນທີ່ສຸດເພີ່ນກໍຕອບວ່າ "ແມ່ນຈິງ".
- ຄວາມຈິງ ເຂົາຈື່ຊາດມາຕລອດ ເມື່ອເຂົາອາຍຸໄດ້ ໒໓ ປີ ຄືເມື່ອບວດເປັນພຣະໄດ້ ໒ ພັນສາ ເຂົາຈຶ່ງເລົ່າເຣື່ອງນີ້ໃຫ້ ພໍ່ແລະແມ່ເຂົາຟັງ, ຈຸດພິເສດຂອງເຂົາ ຄືເກີດມານັ້ນ ເຂົາມີຫູຂ້າງຊ້າຍຂາດກິ້ນ ພີ່ນ້ອງ ເພື່ອນຝູງຈຶ່ງຮຽກເຂົາວ່າ "ຂ້າຫູເຕິ່ງ" ເຂົາກໍຮ້າຍ ຕີໂພຍຕີພາຍ ຮ້າຍຈົນເຖິງວ່າ ເວລາກອນເຂົ້າ ຫາກມີຄົນເວົ້າຢອກເຂົາວ່າ "ຂ້າຫູເຕິ່ງ" ເຂົາຈະບໍ່ກິນເຂົ້າເລີຍ, ເຂົາເລົ່າວ່າ ສະໄໝຍັງນ້ອຍ ເຂົາເຂົ້າໂຮງປະຊາບານ ສະໄໝນັ້ນ ບັນດາດອນຕ່າງໆ ພ້ອມທັງຝັ່ງຂະເໝນດ້ານທ່າເປືອຍ ເມືອງນະໂນໄພ ເຄີຍເປັນສ່ວນໜື່ອງຂອງແຂວງຈຳປາສັກ ຈຳປາສັກ ເຄີຍຂຶ້ນກັບສຍາມ ມີຄຣູໄທຍ໌ມາສອນ ໂຮງຮຽນປະຊາບານ ຄູໄດ້ເອົາມືຍົກຂ້າມຫົວເຂົາ ແລະຈັບຫູເຂົາ ເຂົາກັບອອກໂຮງຮຽນ ສະໄໝນັ້ນຮຽນທີ່ສາລາວັດ ບໍ່ໄດ້ມີໂຮງຮຽນເໝືອນສະໄໝນີ້ ໂຮງຮຽນທັງໝົດແມ່ນຮຽນໃນວັດ ເຂົາອອກໂຮງຮຽນແລ້ວ ຈຶ່ງໄດ້ບວດ ແລະເຂົ້າໂຮງຮຽນໃນວັດເລີຍ ຮອດ ປໍ ໓ ເມື່ອເຂົາບວດເປັນພຣະແລ້ວ ເຂົາຈຶ່ງຮູ້ຊົ່ວຮູ້ດີ ແລະຮູ້ບາບຮູ້ບຸນ ຈຶ່ງຕັດສິນໃຈເລົ່າເລື່ອງການກັບຊາດມາເກີດໃຫ້ ພໍ່ແລະແມ່ຂອງເຂົາຟັງ(ປັດຈຸບັນນີ້ນະບ່າວເພັງ ປັດຈຸບັນ ເຂົາຢູ່ບ້ານແສນຮາດໃຕ້ ເມືອງ ໂຂງ ແຂວງຈຳປາສັກ.

- ເຂົາເລົ່າການກັບຊາດເກີດວ່າຈັ່ງຊີ້ "ເຂົາບອກວ່າ ເຂົາເອງເປັນຂ້າ ທີ່ພວກຄົນລາວ ຄົນສຍາມ ໄປກວາດຕ້ອນມາຈາກທີ່ໃດ ອັນນີ້ເຂົາບໍ່ຮູ້ ແລະກໍບໍ່ຮູ້ວ່າ ເຂົາຈະກວດເອົາໄປໃສກະບໍ່ຮູ້ຄືກັນ, ຮູ້ແຕ່ພຽງວ່າ ເມື່ອເຂົາກວາດຕ້ອນມາຮອດບ້ານໜຶ່ງ (ອັນນີ້ກະບໍ່ຈື່) ເຂົາຮູ້ວ່າ ຄົນທີ່ກວາດຕ້ອນ ເຂົາມາ ຕ້ອງຄິດບໍ່ດີກັບເຂົາ ເຂົາກະເລີຍລັກໜີອອກຈາກຸ່ມ ເຂົາຈື່ແຕ່ວ່າ ເຂົານຸ່ງກະຕ່ຽວ ແລະມີກະຕິບເຂົ້າກ່ອງໜຶ່ງພາຍໄວ້ບ່າເບື້ອງຂວາ ແລະທີ່ຫູເບື້ອງຂວານັ້ນ ມີກະຕ້ອງໃຫຍ່ອັນໜຶ່ງ ເຮັດດ້ວຍງາ ແລະໂອບຄຳ, ເມື່ອເຂົາລັກອອກໄປຈາກ ຄົນທີ່ກວາດຕ້ອນເຂົາມາແລ້ວ ກໍໄປລີ້ຢູ່ ແຄມນ້ຳ ພໍດີຄົນທີ່ກວາດຕ້ອນເຂົາມາກໍເຫັນເຂົ້າ ກໍເຈີບເຂົາ ເຂົາກໍຕື່ນຕົກໃຈ ຈຶ່ງໂຕນລົງນ້ຳ ເມື່ອເຂົາໂຕນລົງນ້ຳເຂົາກໍພະຍາຍາມລອຍ ແຕ່ກະ ລອຍບໍ່ເປັນ ແລະແລ້ວເຫດການກໍສິ້ນສຸດ (ບໍ່ຈື່) ຈື່ແຕ່ພຽງວ່າ ເຂົານັ່ງຂອນໄມ້ລຳນຶ່ງ ເຊິ່ງໃນບ່າ ພາຍກະຕິບເຂົ້າໄວ້ຢູ່ ຂອນນັ້ນໄດ້ພາເຂົາໄປ ເປີທີ່ຕົ້ນຫວ້າແຄມທີ່ທີ່ໜຶ່ງ (ບ້ານແມ່ນເຂົາ-ກໍເປັນທ່ານບ້ານຜູ້ຂຽນເອງປັດຈຸບັນນີ້ ດຽວນີ້ຕົ້ນຫວ້ານັ້ນບໍ່ມີແລ້ວ ມີແຕ່ຂອນຫວ້າຈົມຢູ່ໃນນ້ຳ ຍາມແລ້ງຈຶ່ງເຫັນ) ເມື່ອຂອນໄປເປີ້ະທີ່ຕົ້ນຫວ້າແລ້ວ ເຂົາເກີດຄວາມໝາຍ ເນື່ອງຈາກບໍ່ມີເສື້ອ ກະພໍດີມີຄົນມາເອົາໄມ້ໄປຊຸກຂອນອອກຈາກຕົ້ນ ຫວ້ານັ້ນ ພໍດີເຂົາກໍຈຶ່ງເອົາມືຄວາເອົາປາຍໄມ້ໄດ້ ກໍເຕັ້ນຂຶ້ນຕົ້ນຫວ້ານັ້ນ, ເຂົາຢູ່ຕົນຫວ້າ ໑ ຄືນ, ວັນຕໍ່ມາ ເຂົາເຫັນຜູ້ຍິງຄົນໜຶ່ງມາຕັກນ້ຳທີ່ທ່າ ເຂົາກໍກໍເຕັ້ນຂຶ້ນໄມ້ຄາຍຂອງຍິງຄົນນັ້ນ (ຍິງຄົນນັ້ນເຂົາບອກວ່າຜູ້ເປັນແມ່ຂອງເຂົາໃນຊາດນີ້ນັ້ນເອງ ແມ່ຂອງເຂົາຊື່ ສຸນີ) ເມື່ອເຂົາຂຶ້ນໄມ້ຄານ ແລ້ວ ເຂົານຶກວ່າແມ່ຂອງເຂົາຊິໜັກ ແຕ່ແມ່ຂອງເຂົາກໍຫາບເຂົາແລະ ຄຸນ້ຳຂຶ້ນໄປສະບາຍ ຕອນນີ້ເອງເຂົາຈຶ່ງຮູ້ວ່າເຂົາຄົງຕາຍແລ້ວ.
- ເມື່ອຍິງຄົນນັ້ນເອົານໍ້າໄປຖອກໃສ່ອຸນ້ຳເຂົາກໍເຕັ້ນຂຶ້ນ ຫາກໄຫ ນຶກວ່າໄຫຊິຂວໍ້າໄຫກະບໍ່ຂວ້ຳ ກໍໝັ້ນໃຈໂຕເອງວ່າຕາຍແລ້ວ ເຂົາກໍພະຍາຍາມ ເວົ້າກັບຄົນໃນເຮືອນນັ້ນ ກໍບໍ່ມີໃຜເວົ້ານຳ ເຂົາກໍໄປລື້ໃນຮາວຜ້າເທິງຊານ ພໍດີໝາໂຕໜຶ່ງມາໄລ່ຊິຂົບເຂົາ ເຂົາກໍກະໂດດລົງເຮືອນ ໄປນອນຂົດຢູ່ເທິງຄອກໝູ ຢູ່ທີ່ນັ້ນຫຼາຍວັນ ໃນວັນນັ້ນ ກໍມີເຈົ້າພູມເຮືອນ (ຜີພູມນັ້ນບອກເຂົາເອງວ່າເຂົາເປັນເຈົ້າຂອງເຮືອນນີ້) ມາຫາເຂົາສອງຄົນ ບອກໃຫ້ເຂົາໜີ ທັງຍັງເອົາມືມາຖົກເອົາກະຕ້າງຫູເຂົາ ເຮັດໃຫ້ຫູເຂົາຂາດ ເລືອດອາບຍ້ອຍ ເຂົາດ່າຜີພູມນັ້ນ ພໍດີຜີພູມກໍໄປເອີ້ນເອົາໝູ່ເຂົາມາໄລ່ເຂົາ, ເຂົາຢ້ານຜີພູມເຂົາກໍແລ່ນຂຶ້ນເຮືອນ ໄປລີ້ຢູ່ໃນກະບວຍ ໃນອຸນ້ຳນັ້ນ ຜີພູມພະຍາຍາມຂຶ້ນເທິງເຮືອນ ແຕ່ກໍຂຶ້ນບໍ່ໄດ້ ເຂົາກໍຢູ່ໃນກະບວຍນັ້ນ, ພໍດີແມ່ຍິງຄົນໜຶ່ງ (ແມ່ຂອງເຂົາໃນຊາດນີ້) ມາເອົາກະບວຍຕັກນໍ້າກິນເຂົາກໍຕົກລົງນໍ້າໃນກະບວຍນັ້ນ ເວລາແມ່ເຂົາກິນໍ້າກໍໄປຢູ່ໃນທ້ອງຂອງແມ່ເຂົາ ແຕ່ວັນນັ້ນເຂົາກໍຢູ່ສຸກສະບາຍ ແລະອົບອຸ່ນດີ ມີເຂົ້າກິນ"
- ຈາກວັນນັ້ນ ຈົນເຖິງວັນເຂົາເກີດມາເຂົາກໍຈື່ເຫດການມາຕລອດ ແຕ່ບໍ່ໄດ້ເວົ້າໃຫ້ໃຜຟັງ ຈົນວ່າໄດ້ອາຍຸ ໒໓ ປີ ຫຼັງຈາກບວດເປັນພຣະໄດ້ ພັນສາ ເຂົາກໍອົດທົນບໍ່ໄດ້ ຈຶ່ງໄຂຄວາມລັບນີ້ໃຫ້ ພໍ່ກັບແມ່ຂອງເຂົາຟັງ ເປັນຄົນທຳອິດ ແລະຍັງຈື່ເທົ້າບັດນີ້".

- ຕອນເຂົາເວົ້າໃຫ້ພໍ່ ແມ່ຂອງເຂົາຟັງທຳອິດ ພໍ່ແມ່ກໍບໍ່ຢາກຈະເຊື່ອ ເມື່ອເຂົາຖາມວ່າ ມີຂອນມາເປີ້ະທີ່ທ່ານ້ຳບໍ ? ພໍ່ກໍເລີ່ມເຊື່ອ ເພາະໃນປິນັ້ນ ມີສົບຄົນຕາຍມາເປີະທີຕົ້ນຫວ້າແຄມທ່າ ຖາມເຖິງຄອກໝູ, ຖາມເຖິງຕົ້ນໝາກກ້ຽມ ທີ່ປ້ຳໄປແລ້ວ ກໍມີທຸກຢ່າງ ພໍ່ເຂົາ ແມ່ເຂົາຈຶ່ງເລີ່ມເຊື່ອ ເລື່ອງນີ້ ນອກຈາກຜູ້ກ່ຽວໄດ້ເວົ້າໃຫ້ຂຽນຟັງແລ້ວ ຍັງໄດ້ຍິນຈາກ ແມ່ຂອງຜູ້ຂຽນເອງ ແລະປ້າຂອງຜູ້ຂຽນ ທັງສອງຄົນ ເປັນເອື້ອຍຂອງນະບ່າວເພັງນີ້.
- ທ່ານໄດ້ຟັງແລ້ວ ຊິເຊື່ອບໍ່ເຊື່ອກໍຕາມ ແຕ່ເທົ່າທີ່ໄດ້ຟັງມາກໍ ເປັນເຊັ່ນນັ້ນແທ້.


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການຄ້າຂາຍ ຂ້າທາດທີ່ຍົກມາແຖລງຂ້າງເທິງນີ້ມີຄວາມຈິງ ທີ່ພາໃຫ້ເຈັບແສບ.ການຂຸດ ຄອງຕ່າງໆໃນໄທນັ້ນ ເຊັ່ນຄອງແສນແສບນັ້ນແມ່ນຂ້າທາດຄົນລາວເປັນຜູ້ຂຸດ ແລະບໍ່ຮູ້ວ່າລົ້ມຕາຍກັນຫຼາຍພຽງໃດ?

ມີຕອນໝຶ່ງທີ່ ມີຄະນະ ຢ້ຽມຢາມຈາກລາວໄປທ່ຽວໄທ ຖາມຫາ ຄອງແສນແສບ !ໜູ່ຄູ່ທີ່ໄປນຳກັນແທບວ່າ ຈະຢາກເຕະຜູ້ກ່ຽວລົງຄອງ!!


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນຈົບແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ບໍ່ແມ່ນເດີອະນາຄົດກະເປັນຂອງເຮົາຄືກັນ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທີ່ຢາກໄດ້ອະນາຄົດເປັນຂອງຕົນທີ່ສົມຫວັງ ຕ້ອງສ້າງປັດຈຸບັນໃຫ້ດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖືກຕ້ອງ ທີ່ສຸດ
ຂະນ້ອຍກາຄິດແບບນັ້ນ

ຢ່າເຊື່ອໃຈທາງ ຢ່າວາງໃຈຄົນ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຈື່ຊາດໄດ້ດີບໍ່ ຂະນ້ອຍ?

ຢ່າເຊື່ອໃຈທາງ ຢ່າວາງໃຈຄົນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທີ່ ໄດ້ສຶກສາກັບຄົນທີ່ຈື່ຊາດໄດ້ນັ້ນ ເຂົາເວົ້າສະເໝີວ່າ ຕລອດຊີວິດບໍ່ເຄີຍທຳຊົ່ວ ແລະບໍ່ກ້າທຳຊົ່ວ ແລະມັກຈະເຮັດບຸນສະເໝີ ມີໂອກາດໄປເມືອງໂຂງ ໃຫ້ໄປຖາມເຂົາຄົນນີ້ ຊື່ ບຸນເພັງ ອຸ່ນວົງ ເຂົາຢູ່ບ້ານແສນຮາດ ແລະເຂົາເປັນໝໍຢາພ້ອມ, ເຂົາບອກວ່າ ເຖິງເຂົາທຸກ ເຂົາເຮັດບຸນມາຕລອດ ບໍ່ວ່າແຕ່ຜ້າປ່າ ຜ້າກະຖິນ ເຮັດມາໝົດ ດຽວນີ້ເຂົາເຮັດຮອດພຣະໃສ່ເດີ່ບ້ານເຂົາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ໄດ້ຍິນຫຼາຍຢູ່ເລື່ອງຄົນຈຶ່ຊາດ ເຂົາເຈົ້າວ່າຢູ່ເມືອງຫຼວງພະບາງແຮ່ງມີເລື່ອງແນວນີ້ຫຼາຍ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ supertingtong ຂຽນວ່າ...
ໄດ້ຍິນຫຼາຍຢູ່ເລື່ອງຄົນຈຶ່ຊາດ ເຂົາເຈົ້າວ່າຢູ່ເມືອງຫຼວງພະບາງແຮ່ງມີເລື່ອງແນວນີ້ຫຼາຍ


ເວົ້າໃຫ້ຟັງແນ່ດູ ກຳລັງສຶກສາເຣື່ອງນີ້ຢູ່

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ມັນຫຼາຍເລື່ອງເລີຍບໍ່ຈື່ວ່າຜູ້ໃດຈື່ຫຍັງແນ່
ສະຫຼຸບຫຍໍ້ແມ່ນ ມີຄົນຈື່ວ່າຕົວເອງຕາຍຍ້ອນຫຍັງ ຕອນອາຍຸຈັກປີ ຈື່ບ້ານເກົ່າ ພໍ່ແມ່ເກົ່າ ຈື່ວ່າຫ້ອງນອນຕົວເອງຈັດເຄື່ອງແບບໃດ

ມີິອັນໜື່ງທີ່ supertingtong ຄາໃຈແມ່ນ ຖ້າຄົນເຮົາຕາຍແລ້ວເກີດໃໝ່, ຕາຍ10 ຄົນ ກໍ່ເກີດ 10ຄົນ. ແລ້ວເປັນຫຍັງປະຊາກອນໂລກຈື່ງເພີ່ມຂຶ້ນທຸກມື້



໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
"ຮັກແທ້ມີຢູໍຈີງ"ເລືໍອງທີໍຂະພະເຈົັາສິເວົ້າຕ່ໍໄປນີ້ມີຢູໍຈີງຖ້າທໍານໄດໃຫ້ຄວາມສົນໃຈເລືໍອງແບບນີ້ຄືຈະເຂົ້າໃຈດີແລ້ວນ່ເລືໍອງຂອງຄວາມຮັກແຕໍຂະພະເຈົ້າຄີດວໍາທໍານທັງຫລາຍອາດຈະບ່ໍເຊືອວໍາເລືໍອງແບບນີ້ຈະສົມຫວັງຄຳວໍາຄວາມຮັກແລ້ວສະກົດຈັງໃດກະຄືຊິບ່ໍຮູ້ເບືໍອຮູ້ນໍາຍນ່ຮິຮິຟັງແຕໍຊືໍຫັນລະເລືໍອງມີຢູໍວໍາບໍາວສາວຄູໍເນືງເຊືໍງບ່ໍເຄືຍພົບຫນ້າພ່້ຕາກັນຈັກເທືໍອຈະເຫ້ນກັນໄດ້ນັ້ນກໍ່ລຳບາກຍາກເຄັນເຫັນໄດ້ກໍ່ພງງແຕໍໃນຫນ້າຄອມແຕໍທັງສອງກໍ່ຮັກກັນໄດ້ບໍ່ແພ້ຄູໍຮັກອືໍນອືໍນເລີຍແມໍນແຕໍນອຍສງງເວົ້າສງງຫົວຮອຍຍີມແລະຄວາມເຂົ້າໃຈເຖືງຈະບໍ່ຮູ້ລະອງດວໍາອີກຝໍາຍເປັນຈັກໃດແລ້ວເຂົ້າເຈົ້າຍີໍງຮັກກັນເພືໍມຄືນທຸກວັນທຸກວັນເປັນເວລາຍາວນານສົມຄວນປະມານ4ປີທີໍເຂົ້າລົມກັນໂດຍສະທາງອີນເຕີເນັດທາງໂມບາຍຂະພະເຈົ້າຊິບໍ່ຄິດໄລໍສາແລະທຸກທໍານຮູ້ບໍ່ວໍາໃນໄລຍະສີໍປີນັ້ນສອງຄົນບໍ່ໄດ້ພົບກັນເລືຍແຕໍຍອນຄວາມອົດທົນແລະຮັກແທ້ທີໍມີຢູໍຈີງຫັນລະທັງສອງຈີງຄອງຮັກຕະຫລອດໄປແລະວັນນັ້ນວັນທີໍຄອງຄອຍອັນແສນຍາວນານກໍ່ມາເຖືງທັງສອງໄດ້ສົມຫວັງແລະກ້າວໄປສູໍພິທີວິວາເປັນອັນວໍາຮັກແທ້ນັ້ນບໍ່ໄດ້ເຫັນກໍ່ຮັກກັນຈີງໄດ້"ຂ່ຂອບໃຈທຸກທໍານທີໍໃຫ້ຄວາມສົນໃຈໃນເລືອງນີ້"


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະຈື່ຄືກັນ ເປັນລີງຊາດກ່ອນ ຮິຮິ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑ ກະທູ້
໒໒໓ ໂພສ
ນັກການກະທູ້
ປ່າທີໂທ.....ຫຼາຍຂະໜາດ....ແຮ່ແຮ່


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເລືອກໄດ້ ຂະນ້ອຍບໍ່ຢາກຈື່ຊາດໄດ້

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫດຜົນສ່ວນຕົວ ຫ້າມຖາມວ່າ ຍ້ອນຫັຍງເດີ້

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ແມ່ນຫວາຢາກເປັນຄົນຈື່ໍຊາດເດ່ເນາະຄືຊິດີ
ຄື້ນທະເລບໍ່ເຄີຍສຫງົບ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງສ້າງບຸນ ນັ່ງສະມາທິຈັກຈື່ຊາດໄດ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໑໗໒ ໂພສ
ນັກການກະທູ້


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຈື່ຊາດນັ້ນ ມີສອງແບບຄື ຈື່ໂດຍຕິດພັນບຸບເສສັນນິວາດ ຈືແບບທຳສາມາທິພາວະນາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ເຄຍໄດ້ຍິນເລຶ່ອງແນວນີ້ມາຫຼາຍ ນ່າສນໃຈຫຼາຍໆ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ເປັນເຫດການໃຫ້ໝູ່ເຮົາໄດ້ຮູ້ວ່າ ຄົນເຮົາເກິດມາຫຼາຍຄັ້ງ ຢາກຮູ້ເລື່ອງນີ້ໄປຖາມພະອະລິຍະສົງທີ່ມີຢູ່ໃນປັດຈຸບັນ ລາວຈື່ຊາດໄດ້ ແຕ່ວ່າສິບອກຫຼືແນະນຳທ່ານອີກແນວໄດ໋ນັ່ນ ເປັນອີກເລື່ອງນຶງ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ຫາກເຮົາຍັງບໍ່ທັນຮູ້ຈັກຕົນເອງແລ້ວ ບໍ່ຈືຊາດກະດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອືມ..ກ່ຽວກັບຄົນຈື່ຊາດນິກະເຄີຍໄດ້ເບິ່ງຢູ່ໃນລາຍການຕີສິບຢູ່ນໍ.

ເທບແຫ່ງພາສາລາວ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ເບິ່ງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຄັນເຈົ້າຢາກເບິ່ງ.click

ເທບແຫ່ງພາສາລາວ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຄັກດີ ແຕ່ມື້ໜ້າຈະມາອ່ານຕໍ່ ດຽວຊິໄປຮຽນບໍ່ທັນ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຈື່ຊາດໄດ້ເດ ຊາດກ່ອນຕ້ອງເປັນລີງລະ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໙ ກະທູ້
໒໑໙ ໂພສ
ນັກການກະທູ້
ຈື່ຊາດໄດ້ຄືຊີດີນໍຍ້ອນຊີໄດ້ເອົາອາດີດມາປັບປູງແກ້ໄຂ

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>