ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຂໍຄວາມຊ່ວຍເຫຼືອ ທາງພຸດທະສາສະໜາແດ່

໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
1. ທົ່ວໂລກມີຜູ້ນັບຖື ສາສະໜາພຸດ ຈັກເປີເຊັນ?
2. ໃນປະເທດລາວເຮົາມີຜູ້ນັບຖື ຈັກເປັນເຊັນຂອງພົນລະເມືອງລາວ?
ຂອບໃຈສຳຫຼັບທຸກຄຳເຫັນ ຈະເປັນປະຄວາມກາລຸນາຍ່າງຍິ່ງສຳຫຼັບຄຳເຫັນທຸກທ່ານ.

"Knowledge is freedom"

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຕາມຜົນສຳຫຼວດຂອງ Stanford Universityປີ2011ມີດັ່ງນີ້:
ປະຊາກອນໂລກນັບຖືສາສະນາຕ່າງໆຄື
- ຄຣິສ 33%
- ອີສລາມ18%
- ຮິນດູ16%
- ບໍ່ນັບຖືສາສະໜາໃດ16%
- ສາສະໜາອື່ນໆ 11%
- ນັບຖືສາສະໜາພຸດ6%

ສຳຫຼັບລາວເຮົາ65,4%ຂອງພົນລະເມືອງແມ່ນຖືສາສະໜາພຸດ
(ເທົ້າທີ່ໄດ້ອ່ານມາ)
ຂອບໃຈ!


໖ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
Google


໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຕາມຜົນສຳຫຼວດຂອງ Stanford Universityປີ2011ມີດັ່ງນີ້:
ປະຊາກອນໂລກນັບຖືສາສະນາຕ່າງໆຄື
- ຄຣິສ 33%
- ອີສລາມ18%
- ຮິນດູ16%
- ບໍ່ນັບຖືສາສະໜາໃດ16%
- ສາສະໜາອື່ນໆ 11%
- ນັບຖືສາສະໜາພຸດ6%

ສຳຫຼັບລາວເຮົາ65,4%ຂອງພົນລະເມືອງແມ່ນຖືສາສະໜາພຸດ

(ເທົ້າທີ່ໄດ້ອ່ານມາ)
ຂອບໃຈ!



ຂອບໃຈຫຼາຍໆໆ
ຍັງອິກອັນໜຶ່ງ ສາສະໜາພຸດເຂົ້າມາລາວປະມານ ປີໃດ?
ຂອບໃຈອິກຄັ້ງ

"Knowledge is freedom"

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ SKfreedom ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຕາມຜົນສຳຫຼວດຂອງ Stanford Universityປີ2011ມີດັ່ງນີ້:
ປະຊາກອນໂລກນັບຖືສາສະນາຕ່າງໆຄື
- ຄຣິສ 33%
- ອີສລາມ18%
- ຮິນດູ16%
- ບໍ່ນັບຖືສາສະໜາໃດ16%
- ສາສະໜາອື່ນໆ 11%
- ນັບຖືສາສະໜາພຸດ6%

ສຳຫຼັບລາວເຮົາ65,4%ຂອງພົນລະເມືອງແມ່ນຖືສາສະໜາພຸດ

(ເທົ້າທີ່ໄດ້ອ່ານມາ)
ຂອບໃຈ!



ຂອບໃຈຫຼາຍໆໆ
ຍັງອິກອັນໜຶ່ງ ສາສະໜາພຸດເຂົ້າມາລາວປະມານ ປີໃດ?
ຂອບໃຈອິກຄັ້ງ



ມີເວລາໄປແຖວຫຼັກ2ຖາມເຈົ້າຟ້າງຸ່ມເບິ່ງເພິ່ນຈະຮູ້ດີກ່ວາເພາະເພິ່ນເປັນຜູ້ນຳສາສະໜາພຸດເຂົ້າມາ!
555!


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SKfreedom ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຕາມຜົນສຳຫຼວດຂອງ Stanford Universityປີ2011ມີດັ່ງນີ້:
ປະຊາກອນໂລກນັບຖືສາສະນາຕ່າງໆຄື
- ຄຣິສ 33%
- ອີສລາມ18%
- ຮິນດູ16%
- ບໍ່ນັບຖືສາສະໜາໃດ16%
- ສາສະໜາອື່ນໆ 11%
- ນັບຖືສາສະໜາພຸດ6%

ສຳຫຼັບລາວເຮົາ65,4%ຂອງພົນລະເມືອງແມ່ນຖືສາສະໜາພຸດ

(ເທົ້າທີ່ໄດ້ອ່ານມາ)
ຂອບໃຈ!



ຂອບໃຈຫຼາຍໆໆ
ຍັງອິກອັນໜຶ່ງ ສາສະໜາພຸດເຂົ້າມາລາວປະມານ ປີໃດ?
ຂອບໃຈອິກຄັ້ງ



ມີເວລາໄປແຖວຫຼັກ2ຖາມເຈົ້າຟ້າງຸ່ມເບິ່ງເພິ່ນຈະຮູ້ດີກ່ວາເພາະເພິ່ນເປັນຜູ້ນຳສາສະໜາພຸດເຂົ້າມາ!
555!



ຊັ້ນກະປະມານປີ ຄສ 1300 ນິແຫຼະ ບໍ່ຮູ້ວ່າ 13.. ອີ່ຫຍັງ ອິອິ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ສາສະໜາພຸດອາດຊິໄດ້ເຂົ້າມາດິນແດນ ທີ່ດຽວນີ້ ຖືກເອີ້ນວ່າ ສປປລາວ ແລະ ອີສານ ກ່ອນການສ້າງຕັ້ງລາຊະອານາຈັກລ້ານຊ້າງ ຄື ປີ ຄສ 1353. ແຕ່ວ່າ ສາສະໜາພຸດ ໃນຄາວນັ້ນ ບໍ່ໄດ້ໝັ້ນຍືນ ຄືດັ່ງສາສະໜາພຸດ ທີ່ລາວເຮົານັບຖື ໃນປັດຈຸບັນ, ຍ້ອນການປ່ຽນແປງ ທາງການປົກຄອງ ແລະ ອື່ນໆ.
- ໃນລາງສະໄໝ (ກ່ອນ ປີ ຄສ 1353) ໄດ້ມີ ຄູບາ ອາຈານ ເຂົ້າມາເຜີຍແຜ່ ແລະ ໄດ້ມີຄົນນັບຖື ບໍ່ຫລາຍ
- ໃນລາງສະໄໝ ດິນແດນບໍລິເວນນີ້ ໄດ້ຖືກປົກຄອງ ດ້ວຍເຈົ້າຊີວິດ ແລະ ຄົນເຊື້ອຊາດ ອື່ນ ທີ່ນັບຖື ສາສະໜາພຸດ ມະຫາຍານ.
ຫລັງຈາກພະເຈົ້າຟ້າງູ່ມມະຫາລາດ ນຳສາສະໜາພຸດ ເຖລະວາດ ເຂົ້າມາແລ້ວ ລູກ ຫລານ ເຫລັນ ຫລ້ອນ ເພິ່ນ ກໍຍັງໄດ້ສືບຕໍ່ປົກຄອງ ມາຈົນຮອດ ປີ 1975. ເຖິງແມ່ນວ່າ ຈະເຄີຍຕົກເປັນເມືອງສ່ວຍຂອງອານາຈັກອື່ນ ໃນລາງສະໄໝກໍຕາມ. ບັນດາເຈົ້າຟ້າ ລາຊາ ເຫລົ່ານັ້ນ ກໍ່ໄດ້ສືບຕໍ່ຮັກສາ ສາສະໜາພຸດ ມາຕລອດ. ດັ່ງນັ້ນ ເຮົາຈຶ່ງ ມັກເວົ້າວ່າ ສາສະໜາພຸດ ເຂົ້າມາລາວ ໃນສະໄໝ ພະເຈົ້າຟ້າງູ່ມມະຫາລາດ.

ໂຕຢ່າງສາສະໜາຄິດສະຕຽນ ໃນ ສປປລາວ ຊຶ່ງດຽວນີ້ ກໍມີຄົນນັບຖື ບໍ່ຫລາຍປານໃດ, ແຕ່ກໍໄດ້ມີ ການເຜີຍແຜ່ ມາດົນແລ້ວ.

ເມື່ອປະມານ ສາມສິບປາຍປີ ກ່ອນນີ້ ສາສະໜາພຸດ ໃນປະເທດກຳປູເຈຍ ເກືອບສາບສູນໄປ.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄອໂດນໂນ່