ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ພວກທ່ານເຊື່ອວິທະຍາສາດຫລາຍຊໍ່າໃດ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິທະຍາສາດພິສູດທຸດທຸກຢ່າງໄດ້ບໍ່ , ເລື່ອງຜີເດວີທະຍາສາດຊິວ່າແນວໃດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງຜີ ວິທະຍາສາດ ພິສູດບໍ່ໄດ້ ມີແຕ່ ບ້າຍບ່ຽງ ເຫດການໄປ ທາງອື່ນ ເຊັ່ນ:
- ອາການ ຜີປອບສິງຄົນ ການແພດ ກໍ່ວ່າ ໄຂ້ຍຸງຂື້ນສະໝອງ, . . . .






໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເລື່ອງຜີ ວິທະຍາສາດ ພິສູດບໍ່ໄດ້ ມີແຕ່ ບ້າຍບ່ຽງ ເຫດການໄປ ທາງອື່ນ ເຊັ່ນ:
- ອາການ ຜີປອບສິງຄົນ ການແພດ ກໍ່ວ່າ ໄຂ້ຍຸງຂື້ນສະໝອງ, . . . .



ເວົ້າງ່າຍໆກໍ່ຄື ວິທະຍາສາດບໍ່ຍອມເສຍປຽບຄິດວ່າໂຕເອງອະທິບາຍໄດ້ທຸກຢ່າງບໍ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເລື່ອງຜີ ວິທະຍາສາດ ພິສູດບໍ່ໄດ້ ມີແຕ່ ບ້າຍບ່ຽງ ເຫດການໄປ ທາງອື່ນ ເຊັ່ນ:
- ອາການ ຜີປອບສິງຄົນ ການແພດ ກໍ່ວ່າ ໄຂ້ຍຸງຂື້ນສະໝອງ, . . . .



ເວົ້າງ່າຍໆກໍ່ຄື ວິທະຍາສາດບໍ່ຍອມເສຍປຽບຄິດວ່າໂຕເອງອະທິບາຍໄດ້ທຸກຢ່າງບໍ



ຖືກຕ້ອງ, ແຕ່ວິທະຍາສາດເປັນໂຕ ເຮັດໃຫ້ວິວັດທະນາການດ້ານສັງຄົມມະນຸດ ເປັນຮູບປະທຳກວ່າ ຈຶ່ງເຮັດໃຫ້ຄົນເຊື່ອໃນສິ່ງນີ້ ຫຼາຍກວ່າ ໄຊຍະສາດ, ດັ່ງນັ້ນໄຊຍະສາດ ຈຶ່ງຖືກຕີຖອຍບ້າຍບ່ຽງ ໃຫ້ກາຍເປັນສິ່ງທີ່ລຶກລັບ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຄົນເກ່ງວິທະຍາສາດ ແຕ່ບໍ່ເຊື່ອກໍາເວນ ແລ້ວໝັ້ນໃຈບໍວ່າສັງຄົມຈະເປັນແນວໃດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວນກຳມັນມີຈິງ ແລະມັນກະມີຈິງ...


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ເວນກຳມັນມີຈິງ ແລະມັນກະມີຈິງ...

ແມ່ນ!! ເວນກຳມັນມີຈິງ


໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
50-50


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ເວນກຳມັນມີຈິງ ແລະມັນກະມີຈິງ...



ຄຶດແນວໃດຄືເຊື່ອ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ເວນກຳມັນມີຈິງ ແລະມັນກະມີຈິງ...



ຄຶດແນວໃດຄືເຊື່ອ


ຂ້ອຍເຄີຍມີບັນຫາເລື່ອງການເຮັດວຽກຢູ່ບໍ່ແກ້ວ ເລື່ອງບັນຫາມັນເປັນບັນຫາໃຫຍ່ທີ່ເຮົາບໍ່ສາມາດຈະແກ້ບັນຫາໄດ້ດ້ວຍຕົວເອງ ແລະກະບໍ່ແມ່ນຄວາມຜິດ
ຂອງເຮົາພຽງຝ່າຍດຽວ ມັນເປັນຄວາມຜິດທີ່ເຂົາຍິບຢື່ນໃຫ້ເຮົາຍ້ອນຄວາມໂລບມາກຂອງຄົນແລະອຳນາດເສັ້ນສາຍທີ່ເຂົາມີ ອີກຢ່າງເຮົາກະເປັນຄົນຕ່າງແຂວງບໍ່ມີພີ່ມີນ້ອງແມ່ນແຕ່ຄົນດຽວນັ້ນມັນບໍ່ແມ່ນບັນຫາ ບັນຫາຄືເຮົາຍັງບໍ່
ທັນມີປະສົບການ ບໍ່ທັນເກັ່ງພໍທີ່ຈະຕອບໂຕ້ກັບເຂົາທຸກຍ່າງອ້ອມຂ້າງມັນລຸມມາທີ່ຕົວເຮົາໝົດມືດແປດດ້ານບໍ່ວ່າຈະເປັນບັນຫາຄອບຄົວທາງບ້ານ(ຢູ່ເມືອງຫລວງ), ບັນຫານ້ອງໆທີ່ກຳລັງຮຽນຕໍ່ຢູ່ ມຊ ທາງນັ້ນກະປ່ວຍຮອດສອງສາມປີ ເກືອບຮຽນບໍ່ຈົບໂຕເອງພັດເປັນລູກກົກ ຮູ້ສຶກວ່າຕອນນັ້ນໄດ້ 23-24 ປີ (ດຽວນີ້ໄດ້ 28 ປີແລ້ວ)
ມີໝໍມາທັກທັ້ງໆທີ່ເຮົາບໍ່ຮູ້ຈັກເພີ່ນກະເວົ້າມາໝົດ ແລະກະຖືກໝົດ ເພີ່ນບອກໃຫ້ໄປສູດລົດນ້ຳ, ສືບສະຕາ ແລະເສຍເຄາະ (ຕອນນັ້ນເວົ້າຕົງໆບໍ່ເຄີຍໄປວັດນອກຈາກປີໃໝ່ລາວລະແມ່ນແລ້ວ ແລະກະບໍ່ເຄີຍເຊື່ອເລື່ອງແບບນີ້ແຕ່ກະລອງເຮັດເບິ່ງມັນບໍ່ເສຍຫາຍ) ແລະເພີ່ນເວົ້າວ່າໃຫ້ອົດເອົາຄວາມຫວັງມີພຽງນ້ອຍນິດ ອົດສູ້ຢູ່ທີ່ນີ້ມົ້ມຜ່ານປີນີ້ໄປ(ທ້າຍປີແລ້ວ)ຕໍ່ໃສປີໜ້າອີກທ້າຍປີຈະມົ້ມທຸກຈະໄດ້ດີ ແຕ່ຖ້າໜີບັນຫາໄປຈະຢູ່ບ່ອນມືດ (ຂ້ອຍມາສັງເກດເບິ່ງຂ້ອຍຢູ່ບໍ່ໄດ້ ຂໍໄປຕາຍດາບໜ້າດີກ່ວາຈະຢູ່ທີ່ນີ້ເພາະທຸກຢ່າງມັນຮ້ອນຄືໄຟເປັນຕາຍເທົ່າກັນ ຈຳເປັນຕັດສິນໃຈໜີບໍ່ມີໃຜຮູ້ ແລະຂ້ອຍກະບໍ່ໄດ້ບອກໃຜແມ່ນແຕ່ພໍ່ ແລະແມ່) ໄປຢູ່ພາກໃຕ້ກະພໍມີຍາດພີ່ນ້ອງຢູ່ ປາກເຊ-ສາລະວັນ-ເມືອງຄົງ-ອັດຕະປື ພີ່ນ້ອງກະຄືວ່າເຮົາບໍ່ມີກະກາຍເປັນຄົນອື່ນແທບຈະບໍ່ມີທີ່ສຸກຫົວນອນ ເງິນພັນກີບຍັງບໍ່ມີຕິດກະເປົາແບບນັ້ນເກືອບເປັນເດືອນທຸກແທ້ໆຍອມຮັບເລີຍວ່ານ້ຳຕາຈັກມາແຕ່ໃສເປັນແບບນັ້ນເກືອບທຸກມື້ເກືອບຂ້າໂຕຕາຍ ຖ້າບໍ່ອີຕົນພໍ່ກັບແມ່ກະຄົງບໍ່ມີວັນນີ້ ຈົມທຸກຢູ່ທີ່ນັ້ນ 8 ເດືອນເຕັມໆ ແຕ່ກະພໍໄຄຍັງພໍມີເງິນນ້ອງຂາຍລົດຈັກໃຫ້ຄ່ອຍຝາກເດືອນລະສອງ ສາມແສນ ສ່ວນຫລາຍກະຊື້ສິ່ງຂອງຕ່າງໆໄປໃສ່ບາດຢູ່ວັດ ເຫັນຄົນຂໍທານມາຂໍຄັນມີກະໃຫ້ ທັ້ງໆທີ່ໂຕເອງກະບໍ່ມີ ຄິດໃນໃຈສະເໝີວ່າເພື່ອບຸນກຸສົນຖ້າຄິດຕອນນີ້ຄືຊິແມ່ນບຸນທານຕອນນັ້ນແລະ
ຈື່ໄດ້ວ່າມື້ນັ້ນແມ່ນມື້ເອົາພະເຈົ້າລົງສົງຢູ່ວັດໜຶ່ງຈື່ຊື່ບໍ່ໄດ້ຢູ່ແຂວງສາລະວັນ ພັດບໍ່ມີຜູ້ຊາຍຍົກພະລົງມາສົງຫັ້ນນະ ມີແຕ່ຜູ້ເຖົ້າຍົກພະລົງກະບໍ່ໄດ້ ຂ້ອຍເປັນຄົນຍົກລົງແທ່ນສົງທັງໝົດທຸກອົງ
ພະອາຈານເພີ່ນກະມາທັກວ່າ ນັບແຕ່ນີ້ໄປຈະຫາຍທຸກຫາຍໂສກແລ້ວເດີ ຈະມີຄົນເອົາໄປໄວ້ເມືອງໃຫຍ່ ຈະມີຜູ້ໃຫຍ່ອູ້ມຊູຊ່ວຍເຫລືອ ສິ່ງທີ່ເຄິຍສູນຫາຍໄປເຈົ້າຈະໄດ້ກັບຄືນມາຫລາຍເທົ່າພັນປະການ ຂ້ອຍກະງົງໃຜເດ້ຊິເອົາເຮົາໄປຢູ່ນຳຂະໜາດພີ່ນ້ອງແທ້ໆພໍໃຫ້ເປັນທີ່ເພີ່ງຕອນນີ້ເຂົາຍັງ
ໄລ່ຫົວໜີຕີຫົວພ່າຍທຸກວັນ ລະຄົນອື່ນມັນຊິສ່ຳໃດ? (ຕັ້ງຄຳຖາມໃສ່ໂຕເອງ) ຕໍ່ມາບໍ່ຮອດເດືອນ ມີອ້າຍຮັກລາວມາຮຽນຕໍ່ຢູ່ວຽງ ລາວໂທຫາ ມັນບັງເອີນຕົງທີ່ວ່າຂ້ອຍເອົາເບີເກົ່າທີ່ເຄີຍໃຊ້ຢູ່ບໍ່ແກ້ວມາຊຸບໃສ່ໂທລະສັບເພື່ອຈະທຳການຄັດລອກເບີໂທໝູ່ຢູ່ໃນຊີມນັ້ນອອກມາໃສ່ໄວ້ໃນໜ່ວຍລະມີສາຍໂທເຂົ້າ
ໂທບອກໃຫ້ຂ້ອຍມາຢູ່ວຽງໃຫ້ຂ້ອຍມາເຮັດວຽກຢູ່ນຳພີ່ນ້ອງໝູ່ຂອງລາວແຕ່ຂ້ອຍກະຍັງລັ່ງເລໃຈຢາກມາແດ່ ບໍ່ຢາກມາແດ່ ມີຄຳໜຶ່ງລາວເວົ້າວ່າ: ຢາກໄດ້ລູກເສືອຕ້ອງເຂົ້າຖ້ຳເສືອ ມື້ໃດມື້ໜຶ່ງເຮົາມີແລ້ວແກ້ແຄ້ນ 10 ປີຍັງບໍ່ສວຍ (ຕອນນີ້ບໍ່ຄິດເຖິງວ່າຈະແກ້ແຄ້ນແລ້ວເພາະປົງທຸກຢ່າງກ່ຽວກັບອາດີີດ)
ກະເລີຍຕັດສິນໃຈມາຢູ່ຮອດທຸກມື້ນີ້ກະພໍມີຢູ່ມີກິນບໍ່ອາຍຄົນອື່ນທຸກຢ່າງກະຄືເຮົາຫາດ້ວຍລຳແຄ່ງໂຕເອງແລະເພີ່ນກະມີຄວາມເມດຕາຕໍ່ເຮົາເຖິງທຸກວັນນີ້
ລົມໄປລົມມາພັດວ່າເປັນພີ່ນ້ອງຫ່າງໆກັນອີກ ຕົ້ນປີກະມີຄົນມາທັກວ່າຂ້ອຍຈະຖືກເລກ ແລະກະຖືກແທ້ໆ (ບໍ່ຄ່ອຍມັກຫລິ້ນເລກ ແຕ່ຝັນເພີ່ນເອົາເລກມາໃຫ້ກັບມືກະເລີຍລອງຊື້) ແລະວັນເສົາແລ້ວນີ້ວັນທີ 8/6/2013 ໄປເຮັດບຸນຢູ່ວັດສ້າງໄຊ ຍາພໍ່ເພີ່ນທັກວ່າຕົ້ນປີມີໂຊກມີລາບແລ້ວເນາະ ໃຫ້ຍືດອາຊີບຄ້າຂາຍນີ້ເດີຈະໄດ້ດີ (ງົງໆຄືຮູ້?) ເຮົາບໍ່ເຄີຍໄປຈັກເທື່ອ ແລະເພີ່ນກະລັບຕາເວົ້າ(ນັ່ງກຳມະຖັນ)
ນີ້ແລະຈຶ່ງເຮັດໃຫ້ຂ້ອຍເຊື່ອວ່າເວນກຳມັນມີຈິງ ແລະທຸກຢ່າງຊະນະຍ້ອນຄວາມດີ ທຸກມື້ນີ້ຂ້ອຍຢາກຈະຂອບໃຈດ້ວຍຊ້ຳກັບຄົນທີ່ເຂົາເຮັດໃຫ້ເຮົາທຸກໃນຄັ້ງນັ້ນ ຕະຫລອດເຖິງຄົນທີ່ເຄີຍນິນທາ ແລະດູຖູກເຮົາ ຍອມຮັບເລີຍວ່າຂ້ອຍຮຽນຮູ້ ແລະເຕີບໂຕມາກັບສິ່ງເຫລົ່ານັ້ນມາມັນຍາກທີ່ຂ້ອຍຈະລືມ

ປລ. ຂອບໃຈເດີສຳລັບຜູ້ທີ່ອ່ານຈົນຈົບ ແລະຂໍໃຫ້ເຊື່ອໝັ້ນໃນຄວາມດີ ເພາະຄວາມດີຂອງເຮົານັ້ນແລະຈະເຮັດໃຫ້ເຮົາພົ້ນທຸກ ພົ້ນໄພທັງປວງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຕໍ່ອີກເດີ ຂອງຄ້ຳເຄື່ອງຄູນຕ່າງໆ ທາງໃຕ້ກາຍພູພະນັງມາແມ່ນໝົດລິດເດດ (ຖ້າບໍ່ສູດໃໝ່) ທາງເໜືອ ແມ່ນກາຍພູພະ ລົງມາກະໝົດຄືກັນ
ນີ້ແລະຈຶ່ງເປັນທີ່ມາຂອງຄຳວ່າມືດ ປະມານວ່າມີຂອບເຂດຂອງໃຜມັນ ທີ່ວິທະຍາສາດບໍ່ສາມາດພິສູດໄດ້


໐ ກະທູ້
໑໑໒ ໂພສ
ນັກການກະທູ້
ຄົນຕັ້ງຊື່ໃຫ້ສິ່ງທີ່ຕົນສາມາດອະທິບາຍ,ພິສູດໄດ້ ແລະ ຂຽນເປັນກົດເກນ ຫລື ນິຍາມໄດ້ ວ່າ ວີທະຍາສາດ
ນັ້ນສະແດງວ່າ ສິ່ງນອກເຫນືອຈາກນັ້ນ ກໍອາດຈະຖືກອະທິບາຍ ແລະ ພິສູດໄດ້ໃນອະນາຄົດເຊັ່ນກັນ
ອາຍຸຂອງວິທະຍາສາດ ຍັງນ້ອຍຫລາຍ ຖ້າທຽບໃສ່ ຄວາມຮູ້ຂອງມະນຸດ ນັບຕັ້ງແຕ່ຮູ້ແພ່ພັນ, ໃຊ້ໄຟ, ໄຊ້ເຄື່ອງມື .​.​.
ສະນັ້ນ ຄວາມເຊື່ອໃນວິທະຍາສາດກະມີນ້ອຍຊຳກັບສິ່ງທີ່ມັນອະທິບາຍແລະພີສູດໄດ້ເທົ່ານັ້ນ
ມະນຸດ ຄວນເຊື່ອໃນຄວາມຮູ້ ແລະ ຄວາມສັດທາ ທີ່ໄດ້ຖ່າຍທອດ ແລະ ປູກຝັງມາໃນຕົວຕົນຂອງຕົນ.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດໃນສິ່ງທີ່ຕົນເຮັດເຊີໍ່ອໃນສີ່ງທີ່ຕົນເຊີໍ່ອ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານ thy ຊ່ວຍເອົາລົງ diary ເລີຍເຮັດເປັນ ພາກໃໝ່ເລີຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານ thy ຊ່ວຍເອົາລົງ diary ເລີຍເຮັດເປັນ ພາກໃໝ່ເລີຍ.....

ຂ້ອຍລະຕ່າງກັບເຈົ້າຫລາຍ ເກີດມາບໍ່ເຄີຍທຸກກາຍ(ແຕ່ກະບໍ່ໄດ້ລວຍ)
ລະກະບໍ່ມີແນວໃຫ້ທຸກໃຈ(ບໍ່ມີບັນຫາກັບຄອບຄົວ)

ແຕ່ຂ້ອຍກະເຊື່ອນີ້ ຈາກອ້າຍຮັກທີ່ມັກດື່ມເບຍນຳກັນ ເພາະລາວເຄີຍເປັນຄົນຖືສິນມາ 5 ປີ
ທຳອິດລາວວ່າລາວເຫັນຜີເຜດໂຕສູງໆ ຂ້ອຍກະຄຶດວ່າລາວຄຶດໄປເອງ ສຸດທ້າຍຂ້ອຍກະເລີຍສົງໃສ
ວ່າ "ຜີມີແທ້ບໍ" ເພາະຂ້ອຍກະຕັ້ງແຕ່ໃຫຍ່ມາເຊື່ອແຕ່ວ່າຄົນຕາຍໄປເປັນຂີ້ເຖົ່າລະກະຈົບ.
ຈາກນັ້ນເລີຍເບິ່ງລາຍການ ຄົນອວດຜີ ຊ່ວງ ສູູນບັນເທົາທຸກຜີ "ຣຶວ ຈິດສຳຜັດ"
ເລີຍເຊື່ອວ່າກຳມີຈິງ ........ ປັດຈຸບັນນີ້ສຶກສາທຳມະ ຈາກພະອາຈານ ວໍວະຊິລະເມທີ ທາງ youtube ຢູ່


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ທ່ານ thy ຊ່ວຍເອົາລົງ diary ເລີຍເຮັດເປັນ ພາກໃໝ່ເລີຍ.....

ຂ້ອຍລະຕ່າງກັບເຈົ້າຫລາຍ ເກີດມາບໍ່ເຄີຍທຸກກາຍ(ແຕ່ກະບໍ່ໄດ້ລວຍ)
ລະກະບໍ່ມີແນວໃຫ້ທຸກໃຈ(ບໍ່ມີບັນຫາກັບຄອບຄົວ)

ແຕ່ຂ້ອຍກະເຊື່ອນີ້ ຈາກອ້າຍຮັກທີ່ມັກດື່ມເບຍນຳກັນ ເພາະລາວເຄີຍເປັນຄົນຖືສິນມາ 5 ປີ
ທຳອິດລາວວ່າລາວເຫັນຜີເຜດໂຕສູງໆ ຂ້ອຍກະຄຶດວ່າລາວຄຶດໄປເອງ ສຸດທ້າຍຂ້ອຍກະເລີຍສົງໃສ
ວ່າ "ຜີມີແທ້ບໍ" ເພາະຂ້ອຍກະຕັ້ງແຕ່ໃຫຍ່ມາເຊື່ອແຕ່ວ່າຄົນຕາຍໄປເປັນຂີ້ເຖົ່າລະກະຈົບ.
ຈາກນັ້ນເລີຍເບິ່ງລາຍການ ຄົນອວດຜີ ຊ່ວງ ສູູນບັນເທົາທຸກຜີ "ຣຶວ ຈິດສຳຜັດ"
ເລີຍເຊື່ອວ່າກຳມີຈິງ ........ ປັດຈຸບັນນີ້ສຶກສາທຳມະ ຈາກພະອາຈານ ວໍວະຊິລະເມທີ ທາງ youtube ຢູ່


ມື້ຫນ້າຫວ່າງໆແລ້ວຊິຂຽນໄວ້ໃຫ້ອ່ານແຕ່ຄິດວ່າມັນຍາວໆເກີນຄຳບັນຍາຍຂ້ອຍເວົ້າໃຫ້ໝູ່ຂ້ອຍຟັງລາວຍັງໄຫ້ວ່າອີຕົນຂ້ອຍ ແລະລາວຖາມວ່າຜ່ານມາໄດ້ແນວໃດ?

ອີກຢ່າງຂ້ອຍກະບໍ່ເຂົ້າໃຈໃນຕົວຂ້ອຍສິ່ງໜຶ່ງທີ່ນອກຈາກການໄປກິນໄປທານຢູ່ວັດແລ້ວພູມໃຈ ມີຄວາມສຸກບໍ່ດ້ອຍໄປກ່ວາກັນລະແມ່ນການໄດ້ໃຫ້ວັດຖຸສິ່ງຂອງ
ຫລືເງິນໃຫ້ກັບຄົນຂໍທານ ແລະຄົນທີ່ເດືອດຮ້ອນເວລາເຂົາມາຂໍ ຫລືມາຫາເຮົາແມ່ນໃຫ້ໄປທັນທີ ຖ້າມີໂດຍບໍ່ຄິດເສຍດາຍ (ຂໍຢ້ຳວ່າຂ້ອຍບໍ່ໄດ້ສົ່ງເສີມໃຫ້ມີຂໍທານໃນສັງຄົມ ແຕ່ເຫັນສະພາບທີ່ຂະເຈົ້າເປັນຢູ່ລະອີຕົນ ຄົນເຮົາຄັນມີຢູ່ມີກິນຮ່າງກາຍຄົບ 32 ຄືຊິບໍ່ມີໃຜມາເປັນຂໍທານວ່າບໍ?) ເມື່ອເຮົາໃຫ້ ເຮົົາມີຄວາມສຸກ ຊີວິດການເປັນຢູ່ເຮົາກະຍ່ອມດີຂື້ນ ແລະກະເປັນເຊັ່ນນັ້ນແທ້ໆໃນຄວາມຮູ້ສຶກຂອງຂ້ອຍ.