ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ທ່ານໃດຮູ້ຊ່ວຍອະທິບາຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມຄູບາຄຳເດີ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຮີດຫຍໍ້ມາຈາກ ຈາຣີດ ໝາຍຄວາມວ່າ ຄວາມປະພຶດ, ທຳນຽມປະເພນີທີ່ເຄີຍປະຕິບັດ.
1. ເດືອນອ້າຍ(1) ບຸນເຂົ້າກ່ຳ.
2. ເດືອນຍີ່ ບຸນຄຸນລານ
3. ດ 3 ບຸນເຂົ້າຈີ່
4. ດ 4 ບຸນພະເວດ
5. ດ5 ບຸນສົງການ
6. ດ6 ບຸນບັ້ງໄຟ
7. ດ7 ບຸນຊຳຮະ
8. ດ8 ເຂົ້າພັນສາ
9. ດ9 ເຂົ້າປະດັບດິນ
10. ດ10 ບຸນເຂົ້າສາກ
11. ດ11 ບຸນອອກພັນສາ
12.ດ12 ບຸນກະຖິນ
ນີ້ຄືຮີດ12 ສ່ວນຄອງສິບ14 ມີດັ່ງນີ້:
1 ຮີດ ເຈົ້າຄອງຂຸນ
2 ຮ ທ້າວຄອງເພຍ
3 ຮ ໄພ່ຄອງນາຍ
4 ຮ ບ້ານຄອງເມືອງ
5 ຮ ປູ່ຄອງຍ່າ
6 ຮ ຕາຄອງຍາຍ
7 ຮ ພໍ່ຄອງແມ່
8 ຮ ໄພ້ຄອງເຂີຍ
9 ຮ ປ້າຄອງລຸງ
10 ຮ ລູກຄອງຫຼານ
11 ຮ ເຖົ້າຄອງແກ່
12 ຮ ປີຄອງເດືອນ
13 ຮ ໄຮ່ຄອງນາ
14 ຮ ວັດຄອງສົງ
ໝົດ! ຂອບໃຈ!


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
.


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຊ່ວຍແນະນຳ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ຂອບໃຈຊ່ວຍແນະນຳ



ບໍ່ເປັນຫຍັງ ຖືວ່າເປັນກັນເອງ!


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຮູ້ແຕ່ຮີດເຂົາຫຼີ້ນກ້ອງໂຕະກັນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ຮູ້ແຕ່ຮີດເຂົາຫຼີ້ນກ້ອງໂຕະກັນ


ບໍ່ເຂົ້າໃຈ ຫຼີ້ນກ້ອງໂຕະແນວໃດ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ໃຊ້ເງີນກ້ອງໂຕະ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ຫາຫາ ໃຊ້ເງີນກ້ອງໂຕະ




ຮີດທີ່ 13 (ມັນຊິກາຍເປັນປະເພນີແລ້ວໃດເນາະ) ວຽກຫຍັງຄືກັນ ທຸກມື້ນີ້ ຖ້າເອົາເງິນອອກໜ້າ ຄືວ່າໄວແດ່ ອິອິ


໑ ກະທູ້
໒໗໖ ໂພສ
ນັກການກະທູ້


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ສະໃໝນີ້ ກ່ອນຊິເຮັດວຽກເຮັດງານ ຕ້ອງໄດ້ບະຜີກ່ອນ (ຜີຫົວດຳ) ວຽກຈຶ່ງຊິສຳເລັດ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຮີດຫຍໍ້ມາຈາກ ຈາຣີດ ໝາຍຄວາມວ່າ ຄວາມປະພຶດ, ທຳນຽມປະເພນີທີ່ເຄີຍປະຕິບັດ.
1. ເດືອນອ້າຍ(1) ບຸນເຂົ້າກ່ຳ.
2. ເດືອນຍີ່ ບຸນຄຸນລານ
3. ດ 3 ບຸນເຂົ້າຈີ່
4. ດ 4 ບຸນພະເວດ
5. ດ5 ບຸນສົງການ
6. ດ6 ບຸນບັ້ງໄຟ
7. ດ7 ບຸນຊຳຮະ
8. ດ8 ເຂົ້າພັນສາ
9. ດ9 ເຂົ້າປະດັບດິນ
10. ດ10 ບຸນເຂົ້າສາກ
11. ດ11 ບຸນອອກພັນສາ
12.ດ12 ບຸນກະຖິນ
ນີ້ຄືຮີດ12 ສ່ວນຄອງສິບ14 ມີດັ່ງນີ້:
1 ຮີດ ເຈົ້າຄອງຂຸນ
2 ຮ ທ້າວຄອງເພຍ
3 ຮ ໄພ່ຄອງນາຍ
4 ຮ ບ້ານຄອງເມືອງ
5 ຮ ປູ່ຄອງຍ່າ
6 ຮ ຕາຄອງຍາຍ
7 ຮ ພໍ່ຄອງແມ່
8 ຮ ໄພ້ຄອງເຂີຍ
9 ຮ ປ້າຄອງລຸງ
10 ຮ ລູກຄອງຫຼານ
11 ຮ ເຖົ້າຄອງແກ່
12 ຮ ປີຄອງເດືອນ
13 ຮ ໄຮ່ຄອງນາ
14 ຮ ວັດຄອງສົງ
ໝົດ! ຂອບໃຈ!








໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຮີດຫຍໍ້ມາຈາກ ຈາຣີດ ໝາຍຄວາມວ່າ ຄວາມປະພຶດ, ທຳນຽມປະເພນີທີ່ເຄີຍປະຕິບັດ.
1. ເດືອນອ້າຍ(1) ບຸນເຂົ້າກ່ຳ.
2. ເດືອນຍີ່ ບຸນຄຸນລານ
3. ດ 3 ບຸນເຂົ້າຈີ່
4. ດ 4 ບຸນພະເວດ
5. ດ5 ບຸນສົງການ
6. ດ6 ບຸນບັ້ງໄຟ
7. ດ7 ບຸນຊຳຮະ
8. ດ8 ເຂົ້າພັນສາ
9. ດ9 ເຂົ້າປະດັບດິນ
10. ດ10 ບຸນເຂົ້າສາກ
11. ດ11 ບຸນອອກພັນສາ
12.ດ12 ບຸນກະຖິນ
ນີ້ຄືຮີດ12 ສ່ວນຄອງສິບ14 ມີດັ່ງນີ້:
1 ຮີດ ເຈົ້າຄອງຂຸນ
2 ຮ ທ້າວຄອງເພຍ
3 ຮ ໄພ່ຄອງນາຍ
4 ຮ ບ້ານຄອງເມືອງ
5 ຮ ປູ່ຄອງຍ່າ
6 ຮ ຕາຄອງຍາຍ
7 ຮ ພໍ່ຄອງແມ່
8 ຮ ໄພ້ຄອງເຂີຍ
9 ຮ ປ້າຄອງລຸງ
10 ຮ ລູກຄອງຫຼານ
11 ຮ ເຖົ້າຄອງແກ່
12 ຮ ປີຄອງເດືອນ
13 ຮ ໄຮ່ຄອງນາ
14 ຮ ວັດຄອງສົງ
ໝົດ! ຂອບໃຈ!



ນຶກວ່າຍ້ອງແຕ່ປະເທດເພື່ອບ້ານເນາະ ຮູ້ຮີດຮູ້ຄອງແດ່ ອິອິອິ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
.



໑໗ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ເພີ່ມເຕີມເລື່ອງຮິດ12 ຄອງ14
3.3. ຮິດສີບສອງ - ຄອງສິບສີ່.
“ຮີດ” ແລະ “ຄອງ” ມີຄວາມໝາຍໃກ້ຄຽງກັນແຕ່ບໍ່ແມ່ນອັນດຽວກັນ ຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ, ສ່ວນຄຳວ່າ “ຄອງ” ໝາຍເຖິງກົດຫຼືແນວທາງທີ່ວາງໄວ້ເພື່ອປະຕິບັດຕາມ. ເມື່ອເຮົາເອົາ “ຮີດ” ແລະ “ຄອງ” ມາລວມເຂົ້າກັນຈະກາຍເປັນຄຳວ່າ “ຮີດຄອງ” ທີ່ມີຄວາມ ໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”.
“ຮີດສິບສອງ - ຄອງສິບສີ່” ບໍ່ແມ່ນ¬ຄໍາ¬ສອນ¬ຂອງພຣະ¬ພຸດທະ¬ສາ¬ສະ¬ໜາ, ບໍ່ແມ່ນ¬ທັມມະຂອງພຣະ¬ພຸດທະ-ເຈົ້າ ແຕ່ເປັນ¬ກົດ¬ມົນ¬ທຽນ¬ບານ¬ຂອງພຣະ¬ຣາ¬ຊະ¬ອານາ¬ຈັກລ້ານຊ້າງ ທີ່¬ຕັ້ງ¬ຂຶ້ນເພື່ອປົກ¬ຄອງຄົນ¬ລາວຊາວລ້ານຊ້າງ ໃຫ້¬ຢູ່ໃນ¬ກົດ¬ຂໍ້¬ບັງ¬ຄັບ ແລະ¬ແບບແຜນ¬ດໍາ¬ຣົງ¬ຊີວິດແບບ¬ດຽວກັນ. ຮີດ 12 ຄອງ 14 ທຽບໄດ້ຄືຣັດຖະ ທັມມະ-ນູນ ແລະ¬ກົດ¬ໝາຍຂອງພຣະ¬ຣາ¬ຊະ¬ອານາ¬ຈັກລ້ານຊ້າງໄດ້ກຳນົດຂຶ້ນເພື່ອເປັນແນວທາງການປະພຶດປະຕິບັດ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງເອກະພາບ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ງົມງວາຍໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດຄື ຮີດສິບສອງຄອງສິບສີ່ແທນ.
ປັດ¬ຈຸບັນຮີດ 12 ຄອງ 14 ໄດ້¬ກາຍເປັນເຄື່ອງ¬ມືພັດທະ¬ນາ¬ລະ¬ບົບ¬ວັດທະ¬ນະ¬ທໍາ¬ລາວຄຽງ¬ຄູ່¬ກັນໄປກັບລະບຽບ¬ກົດ¬ໝາຍ¬ຂອງບ້ານເມືອງ, ໂດຍ¬ບໍ່ເຊື່ອມ¬ຄາຍ ໂດຍ¬ມີວັດ, ຊຸມ¬ຊົນ ແລະ¬ສັງ¬ຄົມ¬ຈຸລະພາກເປັນແກ່ນ¬ນໍາໃນ¬ການປະ¬ຕິບັດ.
3.4. ຮິດສິບສອງ.
ໃນແຕ່ລະເດືອນຂອງປີໜຶ່ງຈະມີການເຮັດບຸນປະເພນີຕ່າງໆຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຄຳວ່າ“ຮີດ“ ໃນທີ່ນີ້ໝາຍເຖິງການທຳບຸນຕ່າງໆຕາມເດືອນທັງ 12 ເດືອນ ຫຼືປະເພນີທີ່ຕ້ອງທຳຕາມເດືອນນັ້ນໆ, ຮີດສິບສອງປະກອບມີ:
1. ເດືອນ¬ຈຽງ (ເດືອນໜື່ງ): ເຮັດ¬ບຸນເຂົ້າກັມຄືຫຼັງ¬ຈາກ¬ອອກ¬ພັນ¬ສາ ແລະ ¬ສິ້ນ¬ການກະ¬ຖິນແລ້ວ ໃຫ້ພຣະ¬ສົງເຂົ້າ¬ປະ¬ຣິວາດກັມຕາມພຣະ¬ທັມມະ¬ວິໄນ ສໍາ¬ລັບ¬ຍາດໂຍມມີໜ້າ¬ທີ່¬ອຸປະ¬ຖັມ¬ປັດໄຈ4.
2. ເດືອນ¬ຍີ່ (ເດືອນສອງ): ບຸນ¬ຄູນ¬ລານ ຫຼືບາງທ້ອງຖີ່ນກໍ່ເອີ້ນບຸນກອງເຂົ້າ, ເປັນການສະ¬ຫຼອງຜົນ¬ງານ¬ການເກັບກ່ຽວຂອງ¬ຊາວບ້ານໂດຍນີມົນພຣະສົງມາສູດເພື່ອເປັນ¬ສີຣິມຸງຄຸນ.
3. ເດືອນ¬ສາມ: ບຸນ¬ມາ¬ຄະ¬ບູຊາ ເປັນ¬ບຸນ¬ທາງ¬ພຸດທະ¬ສາ¬ສນາໂດຍແທ້ຣະ¬ນຶກເຖິງ¬ການ¬ທີ່ພຣະອົງ¬ຊົງປະກາດ ພຣະ¬ປະ¬ຕິໂມກ ຫຼືຕັ້ງ¬ສາ¬ສນາ, ສ່ວນ¬ບຸນເຂົ້າ¬ຈີ່ເມື່ອກ່ອນເປັນ¬ການລ້ຽງ¬ຜີຂອງ¬ສາ¬ສນາ¬ຜີແຖນ ແຕ່ປັດ¬ຈຸບັນ-ກາຍເປັນ¬ບຸນ¬ທາງ¬ພຸດທະ¬ສາ¬ສນາໄປແລ້ວ ເພາະ¬ຊາວລາວເປັນ¬ຊາວພຸດເກືອບ¬ໝົດແລ້ວຈຶ່ງເອົາເຂົ້າ¬ຈີ່¬ມາໃສ່-ບາດອຸທິດສ່ວນ¬ກຸສົນໄປຫາຍາດ.
4. ເດືອນ¬ສີ: ບຸນ¬ຟັງ¬ທັມ¬ລໍາ¬ພຣະ¬ເຫວດ ໃນ¬ລໍາ¬ພຣະ¬ເຫວດ¬ນັ້ນມີຄໍາ¬ສອນ¬ຢູ່ຄົບໂດຍສະ¬ເພາະເນັ້ນເຖິງ¬ການສົງເຄາະ¬, ອະ¬ນຸເຄາະ¬ຄົນ, ສັງ¬ຄົມ, ຊຸມ¬ຊົນ ແລະ¬ປະ¬ເທດ¬ຊາດ.
5. ເດືອນຫ້າ: ບຸນ¬ສັງ¬ຂານ ຫຼື ບຸນ¬ປີໃໝ່ລາວ ຫຼືບຸນເດືອນຫ້າເປັນ¬ການເປີດໂອກາດໃຫ້ປະຊາ¬ຊົນ¬ທໍາບຸນຫົດ ສົງພຣະ¬ ແລະ ສົມມາຄາລະວະຜູ້ມີພະຄຸນ.
6. ເດືອນຫົກ: ບຸນ¬ບັ້ງໄຟ ເປັນ¬ບຸນໃນ¬ສາ¬ສນາແຖນເດີມ ເປົ້າ¬ໝາຍເດີມຄືບຸນ¬ບູຊາ¬ພຣະ¬ຍາແຖນຂໍນໍ້າ¬ຟ້ານໍ້າຝົນກ່ຽວຂ້ອງ¬ກັບແຖນ. ສຳຫຼັບຊາວພຸດເຮົາເຮັດບຸນວິສາຂະບູຊາ.
7. ເດືອນເຈັດ: ເຮັດບຸນບ້ານ ຫຼື ບຸນລ້ຽງຜີມະເຫສັກຫຼັກເມືອງ.
8. ເດືອນແປດ: ບຸນເຂົ້າ¬ພັນ¬ສາ, ເປັນເຂດລະ¬ດູຝົນເປັນ¬ບຸນ¬ທາງ¬ພຸດທະ¬ສາ¬ສນາ ພຣະ¬ສົງເຂົ້າຈໍາ¬ພັນ¬ສາ¬ຕາມພຸດທະ¬ທັມະວິນັຍ ປະ¬ຊາ¬ຊົນ¬ກໍບໍາເພັງ¬ກຸສົນໃນ¬ຍາມ¬ຝົນໄປພ້ອມ ຫຼື ຮຽກ¬ອີກຢ່າງ¬ໜຶ່ງວ່າບຸນ¬ອາ¬ຫານ¬ຫາບູຊາ ເປັນ¬ວັນສະ¬ຫຼອງທີ່ພຣະ¬ພຸດທະ¬ເຈົ້າ ເທດສະ¬ໜາ¬ທັມມະ¬ຈັກກັບປະ¬ວັດຕະ¬ນະ¬ສຸດ.
9. ເດືອນເກົ້າ: ບຸນເຂົ້າ¬ປະ¬ດັບ¬ດິນ ເດີມ¬ຄົນ¬ທີ່¬ນັບ¬ຖືຜີແຖນ, ນາກ ແລະ¬ ຮີນ¬ດູຈະ¬ລຽງ¬ຜີຕ່າງໆ¬ ແຕ່ເມື່ອຄົນນັບ-ຖືພຸດທະ¬ສາ¬ສນາ¬ຫຼາຍ¬ຂຶ້ນ ກໍໄດ້ເຮັດ¬ບຸນອຸທິດ¬ຫາຍາດ¬ພີ່ນ້ອງທີ່¬ຕາຍໄປເປັນເຜດ.
10. ເດືອນ¬ສິບ: ບຸນເຂົ້າ¬ສະຫຼາກ ມີຄວາມ¬ໝາຍ¬ດຽວກັບບຸນເຂົ້າ¬ປະ¬ດັບ¬ດີນ ຕ່າງແຕ່¬ວິທີເຮັດຄືເອົາ¬ສິ່ງເລົ່ານັ້ນ ມາ¬ທານໃຫ້ພຣະ¬ສົງໂດຍສ່ວນ¬ດຽວ ຫຼື ມາ¬ຈັບສະ¬ຫຼາກ.
11. ເດືອນ¬ສິບເອັດ: ບຸນ¬ອອກ¬ພັນ¬ສາຂອງພຣະ¬ສົງ ແລະ ¬ສ່ວນ¬ບຸນຊ່ວງເຮືອ ເປັນ¬ບຸນ¬ທາງ¬ພຸດທະສາ¬ສນາ ແລະ -ຄວາມເຊື່ອເຣື່ອງ¬ຜີ ແຖນ ແລະ¬ນາກ¬ນໍ້າ.
12. ເດືອນ¬ສິບ¬ສອງ: ບຸນທອດກະ¬ຖິນ ແລະ¬ໄຫວ້ພຣະ¬ທາດ¬ຫຼວງປະ¬ຈໍາເມືອງຕ່າງໆ¬ ບຸນກະ¬ຖິນເປັນ¬ບຸນກາລະ¬ ທານ¬ທາງ¬ພຸດທະ¬ສາ¬ສນາ ສ່ວນ¬ບຸນໄຫວ້ພຣະ¬ທາດກໍເປັນ¬ບຸນ¬ທາງ¬ພຸດທະ¬ສາສນາ ເຊັ່ນ¬ກັນໂດຍເຣີ່ມຈາກເດືອນ 12 ໄປສິ້ນ¬ສຸດໃນເດືອນ 3 ເພັງ.
ທັງ¬ໝົດທີ່ກ່າວມານີ້ເປັນ¬ຮີດ 12 ຄື: ເປັນ¬ຈາ¬ຮີດ¬ທີ່ຕ້ອງປະ¬ຕິບັດ¬ທຸກໆ¬ປີບໍ່ໄດ້¬ຂາດເຮັດໄປເລື້ອຍໆ¬ ຈົນກາຍເປັນ¬ຈາ¬ຮີດປະ¬ຕິບັດ¬ທົ່ວສັງ¬ຄົມ, ທຸກ¬ກິດຈະ¬ກໍາທີ່ເກີດ¬ຂຶ້ນ¬ກໍ່ໃຫ້¬ກາຍເປັນ¬ວັດທະ¬ນະ¬ທໍາ ແລະ¬ ພັດທະ¬ນາສັງ¬ຄົມ¬ທັງທາງດ້ານເສດຖະ¬ກິດ, ວັດທະ¬ນະ¬ທັມ, ສັງ¬ຄົມ ແລະ¬ ອື່ນໆ¬ກໍ່ໃຫ້ມີການພັດທະ¬ນາ¬ທັງ¬ທາງດ້ານວັດ¬ຖຸ ແລະ¬ຈິດໄຈ ເປັນເອກະ¬ລັກສັນຍະ¬ລັກ¬ຂອງ¬ຊາດ¬ລາວຊາວລ້ານຊ້າງເລື້ອຍ¬ມາຈົນເຖີງປະຈຸບັນນີ້.
3.5. ຄອງສິບສີ່ (ຂໍ້ປະຕິບັດສຳຫຼັບຄາລະວາດ)
ຄອງສິບສີ່: ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ຄາລະວາດ (ຄົນທົ່ວໄປ) ຈະຕ້ອງປະພຶດປະຕິບັດໃນລະຫວ່າງຄອບຄົວ ຜົວເມຍ ເຮືອນຊານ ຊາວບ້ານ ແລະ ວັດວາອາຮາມ ທີ່ປະຊາຊົນລາວເຮົາຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະໃນປັດຈຸບັນກໍຍັງເຊື່ອຖືຢູ່ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວຄອງສິບສີ່ມີຄື:
1. ເມື່ອເຂົ້າໃນນາເປັນຮວງສຸກແລ້ວ (ກ່ຽວແລ້ວ) ແລະຫມາກໄມ້ໃນສວນເປັນຜົນສຸກແລ້ວໃຫ້ທໍາບຸນ ທຳທານໃຫ້ຜູ້ມີສີລກິນກ່ອນຈີ່ງຄ່ອຍກິນ.
2. ຢ່າໂລບມາກໂລພາເອົາຂອງຜູ້ອື່ນມາເປັນກັມະສິດ, ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ້າງ, ບໍ່ຂີ້ໂກງເອົາຂອງບັນຜະບຸຣຸດ ພໍ່ແມ່ຕາຍາຍ, ບໍ່ມີວາຈາຫຍາບຄາຍຫຍາບຊ້າຕໍ່ກັນ.
3. ໃຫ້ພ້ອມພາກັນເຮັດຮົ້ວໄມ້ຕ້າຍແລະກຳແພງອອ້ມວັດວາອາຣາມ ແລະບ້ານເຮືອນຂອງຕົນ ປຸກຫໍບູຊາໄວ້ທີ່ຫນ້າບ້ານ.
4. ເມື່ອຈະຂື້ນເຮືອນນັ້ນໃຫ້ສວ່າຍລ້າງເທົ້າກ່ອນ ແລ້ວຈິ່ງເຂົ້າເຮືອນ.
5. ເມື່ອມື້ວັນສິນ 7 – 8 – 14 - 15 (ວັນສິນໃຫຍ່), ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໃດ໋ເຮືອນຄົວ ແລະປະຕູເຮືອນທີ່ຕົນອາໄສຢູ່.
6. ເມື່ອຈະເຂົ້ານອນນັ້ນ ໃຫ້ເອົານ້ຳລ້າງເທົ້າຜົວແຫ່ງຕົນກ່ອນແລ້ວຈີ່ງນອນ. (ປະຈຸບັນຂໍ້ນີ້ບໍນິຍົມໃຊ້ແລ້ວ).
7. ເຖີງວັນສິນໃຫ້ເອົາດອກໄມ້, ທູບທຽນ ສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ, ມື້ວັນອະໂບສົດແຕ່ງດອກໄມ້ໄປເຄນ ພຣະພິຂຸ ສັງຂະເຈົ້າ ບູຊາໃນວັດ.
8. ເຖີງສິນດັບ ແລະມື້ສີລເພງ (ພຣະຈັນເຕັມດວງ) ມານັ້ນໃຫ້ໃຫວ້ວອນພຣະສົງອົງພຣະເຈົ້າມາສູດເຮືອນ ຫຼື ທຳບຸນໃສ່ບາດ.
9. ເມື່ອພຣະພິຂຸ ບິນທະບາດຢ່າໃຫ້ເພີ່ນຄອຍຖ້າ ຢ່າເອົາມືໄປຕຳບາດ, ບໍ່ໃຫ້ໃສ່ເກີບ, ບໍ່ໃຫ້ກັ້ງຄັນຮົ່ມ, ບໍ່ໃຫ້ຄຸມຫນ້າ, ບໍ່ໃຫ້ຖືອາວຸດ, ບໍ່ໃຫ້ອູ້ມລູກອູ້ມຫລານ.
10. ເມື່ອພຣະພິຂຸເຂົ້າວິປະສະນາກັມ (ຈຳສິນ) ໃຫ້ແຕ່ງຂັນດອກໄມ້ ທູບທຽນຖວາຍເຄື່ອງກິນຂອງທານ.
11. ເມື່ອເຫັນພຣະພິຂຸສັງຄະເຈົ້າຜ່ານມາ ໃຫ້ນັ່ງລົງຍໍມືໄຫວ້ແລ້ວຈຶ່ງເຈຣະຈາ.
12. ເມື່ອຍ່າງຕາມພຣະພິຂຸສົງ ຢ່າໄປຍ່າງຢຽບເງົາເພິ່ນ.
13. ຢ້າເອົາອາຫານທີ່ກິນເຫຼືອເປັນເງື່ອນ ແລ້ວໄປໃຫ້ທານພຣະພິຂຸສັງຄະເຈົ້າ ຫຼືໃຫ້ຜົວກິນ.
14. ຢ່າເສບກາມະຄຸນໃນວັນມະຫາສົງການ, ວັນສິນ, ວັນເຂົ້າພັນສາ, ວັນອອກພັນສາ ເພາະເຊື່ອວ່າ ຖ້າມີບຸດນັ້ນຢ້ານແມ່ນພວກເຜດອະສຸນລະກາຍມາເກີດ.
ທັງໝົດເຫຼົ່ານັ້ນແມ່ນຮິດ 12 ຄອງ 14 ທີ່ຄົນລາວເຮົານັບຖືປະພຶດປະຕິບັດມາແຕ່ດຶກດຳບັນສືບທອດມາຈາກບັນພະບູລຸດລາວມາເຖີງປະຈຸບັນນີ້ໄດ້ເຄົາລັບນັບຖືແລະປະຕິບັດຖືກກັບຮີດຄອງປະເພນີອັນດີງາມຂອງຊາດຕະຫຼອດມາ.


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
.




ຂອບໃຈເດີ,ຊອກຫາຢູ່ຕັ້ງດົນແລ້ວ

ພັນທະຫົວໃຈ::

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ສາທຸຄິຄິຄິຄິ,,,,,,

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ດີຫລາຍ ໄດ້ຄວາມຮູ້ເພິ່ມເຕິ່ມ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຖາມຕື່ມແດ່ ຄຳວ່າ "ຄອງ" ທີ່ກ່າວເຖິງ " ຄອງ"ຄອຍ ຫຼື ປົກ"ຄອງ " ທ່ານຜູ້ຮຸ້ ຊ່ວຍນິຍາມໃຫ້ເຂົ້າໃຈແດ ຂອບໃຈ