ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ການເຮັດໜັງສືສູດມົນໄຫວ້ພຣະ

໒ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ສະບາຍດີເພື່ອນສະມາຊິກທຸກທ່ານ
ທ່ານມັກປຶ້ມສູດມົນທີ່ມີຄຳແປນຳ ຫລື ມີແຕ່ພາສາປາລີ?


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັກອ່ານຄຳແປ :)


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າກະພໍມີສິນທຳຢູ່ ແຕ່ກະຫາກບໍ່ມັກທ່ອງບົດສູດປານໃດ
ຈະເນັ້ນໄປທີ່ການປະຕິບັດຫລາຍກວ່າ
ແຕ່ຖ້າມີຄຳແປແມ່ນຈະດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຮຽນແຕ່ມໍປາຍ ແຕ່ຄືຊິອ່ານບໍ່ໄດ້


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ແປວ່າ ດີ / ທຸ ແປວ່າ ຊົ່ວ.....ແຕ່ເຫັນພໍ່ແມ່ ຄົນສ່ວນຫຼາຍບອກເດັກນ້ອຍ ວ່າ ທຸ ທຸ.


໐ ກະທູ້
໑໐໕ ໂພສ
ນັກການກະທູ້
http://www.dhammalao.com/371637633734375137623725373537623737.html
ລອງໄປຊອກອ່ານເບິ່ງເດີ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິດຈະກຳກ່ອນນອນປະຈຳວັນ
# ບູຊາພຣະຣັດຕະນະໄຕຣ

ອະຣະຫັງສຳມາ ສຳພຸດໂທ ພະຄະວາ ພຸດທັງພະຄະວັນຕັງ ອະພິວາເທມິ (ກາບຫນຶ່ງຄັ້ງ)
ສາວາຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ (ກາບຫນຶ່ງຄັ້ງ)
ສຸປະຖິປັນໂນ ພະຄະວະໂຕ ສາວະກະສັງໂຂ ສັງຂັງ ນະມາມິ (ກາບຫນຶ່ງຄັ້ງ)

# ສວດໄຊຍະມຸງຄຸນ (ໄຊນ້ອຍ)



# ບົດສວດແຜ່ສ່ວນກຸສົນ

+ ອິທັງເມ ມາຕາປິຕູນັງ ໂຫຕຸສຸຂິຕາ ໂຫນຕຸ ມາຕາປິຕະໂຣ
(ຂໍໃຫ້ສ່ວນບຸນນີ້ຈົ່ງສຳເລັດແກ່ມາດາບິດາຂອງຂ້າພະເຈົ້າ ຂໍໃຫ້ມາດາບິດາຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງເມຢາຕິນັງໂຫຕຸ ສຸຂິຕາໂຫນຕຸ ຢາຕະໂຍ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຍາດທັງຫລາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັງຫລາຍຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງເມ ຄະຣຸປັດຊາຢາ ຈະຣິຍານັງ ໂຫຕຸ ສຸຂິຕາໂຫນຕຸ ຄະຣຸປັດຊາຢາ ຈະຣິຍາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຄູ ອາຈານຂອງຂ້າພະເຈົ້າ ຂໍໃຫ້ຄູອາຈານຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງສັບພະ ເທວະຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເທວາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເທວະດາທັງຫລາຍທັງປວງ ຂໍໃຫ້ເທວະດາທັງຫລາຍມີຄວາມສຸກ)
+ ອິທທັງສັບພະເປຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເປຕາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເປດທັງຫລາຍທັງປວງ ຂໍໃຫ້ເປດທັງຫລາຍທັງປວງມີຄວາມສຸກ)
+ ອິທັງ ສັບພະເວຣິນັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເວຣີ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເຈົ້າກຳນາຍເວນທັງຫລາຍທັງປວງ ຂໍໃຫ້ເຈົ້າກຳນາຍເວນທັງຫລາຍທັງປວງມີຄວາມສຸກ)
+ ອິທັງສັບພະສັດຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພສັດຕາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ສັດທັງຫລາຍທັງປວງ ຂໍໃຫ້ສັດທັງຫລາຍທັງປວງມີຄວາມສຸກທົ່ວຫນ້າກັນເທີດ...)

# ບົດແຜ່ເມດຕາໃຫ້ແກ່ຕົນເອງ

ອະຫັງ ສຸຂິໂຕ ໂຫມິ (ຂໍໃຫ້ຂ້າພະເຈົ້າມີຄວາມສຸກ)
ນິດທຸກໂຂ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກຄວາມທຸກ)
ອະເວໂຣ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກເວນ)
ອັບພະຢາ ປັດໂໜ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກອຸປະສັກ ອັນຕະລາຍທັງປວງ)
ອະນິໂຄ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກຄວາມທຸກກາຍທຸກໃຈ)
ສຸຂີ ອັດຕານັງ ປະຣິຫະຣາມິ (ຂໍໃຫ້ຂ້າພະເຈົ້າມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສິ້ນເທີດ...)

# ບົດແຜ່ເມດຕາໃຫ້ສັບພະສັດ

ສັບເພສັດຕາ (ສັດທັງຫລາຍທີ່ເປັນເພື່ອນທຸກ ເກີດ ແກ່ ເຈັບ ຕາຍ ດ້ວຍກັນໝົດທັງສິ້ນ)
ອະເວຣາໂຫນຕຸ (ຈົ່ງເປັນສຸກ ເປັນສຸກເທີດ ຢ່າໄດ້ມີເວນຕໍ່ກັນ ແລະກັນເລີຍ)
ອັບພະຍາປັດຊາ ໂຫນຕຸ (ຈົ່ງເປັນສຸກເປັນສຸກເທີດ ຢ່າໄດ້ບຽດບຽນເຊິ່ງກັນ ແລະກັນເລີຍ)
ອະນີຄາ ໂຫນຕຸ (ຈົ່ງເປັນສຸກເປັນສຸກເທີດຢ່າໄດ້ມີຄວາມທຸກກາຍ ທຸກໃຈເລີຍ)
ສຸຂີອັດຕານັງ ປະຣິຫະຣັນຕຸ (ຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສິ້ນເທີດ...)

# ຕາມດ້ວຍນັ່ງສະມາທິ
ສຳມາອາຣະຫັງ ສຳມາອາຣະຫັງ ສຳມາອາຣະຫັງ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ສໍາລັບຂ້າພະເຈົ້າມັກອ່ານໂຕມີຄໍຳແປຣເພາະຈະເຂົ້າໃຈດີວ່າບົດສູຕແຕ່ລະບົດລ້ວນແຕ່ສອນເຮົາທັ້ງນັ້ນ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິທັງເມ ຫຼື ວ່າ ອີດັງແມບ ຂຽນຜິດໃດຫັນ...55


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sayadej ຂຽນວ່າ...
ສະບາຍດີເພື່ອນສະມາຊິກທຸກທ່ານ
ທ່ານມັກປຶ້ມສູດມົນທີ່ມີຄຳແປນຳ ຫລື ມີແຕ່ພາສາປາລີ?



ຂ້ານ້ອຍມັກໃຫ້ມີຄຳແປນຳຫັ້ນແລ້ວ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ກິດຈະກຳກ່ອນນອນປະຈຳວັນ
# ບູຊາພຣະຣັດຕະນະໄຕຣ

ອະຣະຫັງສຳມາ ສຳພຸດໂທ ພະຄະວາ ພຸດທັງພະຄະວັນຕັງ ອະພິວາເທມິ (ກາບຫນຶ່ງຄັ້ງ)
ສາວາຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ (ກາບຫນຶ່ງຄັ້ງ)
ສຸປະຖິປັນໂນ ພະຄະວະໂຕ ສາວະກະສັງໂຂ ສັງຂັງ ນະມາມິ (ກາບຫນຶ່ງຄັ້ງ)

# ສວດໄຊຍະມຸງຄຸນ (ໄຊນ້ອຍ).....



ຂອບໃຈເດີ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ກິດຈະກຳກ່ອນນອນປະຈຳວັນ
# ບູຊາພຣະຣັດຕະນະໄຕຣ

ອະຣະຫັງສຳມາ ສຳພຸດໂທ ພະຄະວາ ພຸດທັງພະຄະວັນຕັງ ອະພິວາເທມິ (ກາບຫນຶ່ງຄັ້ງ)
ສາວາຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ (ກາບຫນຶ່ງຄັ້ງ)
ສຸປະຖິປັນໂນ ພະຄະວະໂຕ ສາວະກະສັງໂຂ ສັງຂັງ ນະມາມິ (ກາບຫນຶ່ງຄັ້ງ)

# ສວດໄຊຍະມຸງຄຸນ (ໄຊນ້ອຍ)



# ບົດສວດແຜ່ສ່ວນກຸສົນ

+ ອິທັງເມ ມາຕາປິຕູນັງ ໂຫຕຸສຸຂິຕາ ໂຫນຕຸ ມາຕາປິຕະໂຣ
(ຂໍໃຫ້ສ່ວນບຸນນີ້ຈົ່ງສຳເລັດແກ່ມາດາບິດາຂອງຂ້າພະເຈົ້າ ຂໍໃຫ້ມາດາບິດາຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງເມຢາຕິນັງໂຫຕຸ ສຸຂິຕາໂຫນຕຸ ຢາຕະໂຍ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຍາດທັງຫລາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັງຫລາຍຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງເມ ຄະຣຸປັດຊາຢາ ຈະຣິຍານັງ ໂຫຕຸ ສຸຂິຕາໂຫນຕຸ ຄະຣຸປັດຊາຢາ ຈະຣິຍາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຄູ ອາຈານຂອງຂ້າພະເຈົ້າ ຂໍໃຫ້ຄູອາຈານຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງສັບພະ ເທວະຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເທວາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເທວະດາທັງຫລາຍທັງປວງ ຂໍໃຫ້ເທວະດາທັງຫລາຍມີຄວາມສຸກ)
+ ອິທທັງສັບພະເປຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເປຕາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເປດທັງຫລາຍທັງປວງ ຂໍໃຫ້ເປດທັງຫລາຍທັງປວງມີຄວາມສຸກ)
+ ອິທັງ ສັບພະເວຣິນັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເວຣີ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເຈົ້າກຳນາຍເວນທັງຫລາຍທັງປວງ ຂໍໃຫ້ເຈົ້າກຳນາຍເວນທັງຫລາຍທັງປວງມີຄວາມສຸກ)
+ ອິທັງສັບພະສັດຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພສັດຕາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ສັດທັງຫລາຍທັງປວງ ຂໍໃຫ້ສັດທັງຫລາຍທັງປວງມີຄວາມສຸກທົ່ວຫນ້າກັນເທີດ...)

# ບົດແຜ່ເມດຕາໃຫ້ແກ່ຕົນເອງ

ອະຫັງ ສຸຂິໂຕ ໂຫມິ (ຂໍໃຫ້ຂ້າພະເຈົ້າມີຄວາມສຸກ)
ນິດທຸກໂຂ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກຄວາມທຸກ)
ອະເວໂຣ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກເວນ)
ອັບພະຢາ ປັດໂໜ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກອຸປະສັກ ອັນຕະລາຍທັງປວງ)
ອະນິໂຄ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກຄວາມທຸກກາຍທຸກໃຈ)
ສຸຂີ ອັດຕານັງ ປະຣິຫະຣາມິ (ຂໍໃຫ້ຂ້າພະເຈົ້າມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສິ້ນເທີດ...)

# ບົດແຜ່ເມດຕາໃຫ້ສັບພະສັດ

ສັບເພສັດຕາ (ສັດທັງຫລາຍທີ່ເປັນເພື່ອນທຸກ ເກີດ ແກ່ ເຈັບ ຕາຍ ດ້ວຍກັນໝົດທັງສິ້ນ)
ອະເວຣາໂຫນຕຸ (ຈົ່ງເປັນສຸກ ເປັນສຸກເທີດ ຢ່າໄດ້ມີເວນຕໍ່ກັນ ແລະກັນເລີຍ)
ອັບພະຍາປັດຊາ ໂຫນຕຸ (ຈົ່ງເປັນສຸກເປັນສຸກເທີດ ຢ່າໄດ້ບຽດບຽນເຊິ່ງກັນ ແລະກັນເລີຍ)
ອະນີຄາ ໂຫນຕຸ (ຈົ່ງເປັນສຸກເປັນສຸກເທີດຢ່າໄດ້ມີຄວາມທຸກກາຍ ທຸກໃຈເລີຍ)
ສຸຂີອັດຕານັງ ປະຣິຫະຣັນຕຸ (ຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສິ້ນເທີດ...)

# ຕາມດ້ວຍນັ່ງສະມາທິ
ສຳມາອາຣະຫັງ ສຳມາອາຣະຫັງ ສຳມາອາຣະຫັງ


ຄັກຫລາຍ

ຮັກແທ້ຄືແມ່

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ສູດໄຊຍະມຸງຄຸນແລະບົດແຜ່ເມດຕາ ຢ່າທ່ອງໃຫ້ເວລາເພາະເປັນບົດແຕ່ງຂື້ນພາຍຫຼັັງ ບໍ່ແມ່ນຄຳຂອງພຣະພຸດທະເຈົ້າ(ພຸທທະວະຈະນະ)


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ກະແລ້ວແຕ່ສິເລືອກ


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຕ້ອງເບີ່ງໃຫ້ຈົບຈຶ່ງຮູ້ [/yt]


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຢາກຮູ້ກ່ຽວກັບຄຳສອນແທ້ໆຕ້ອງເບີ່ງໃຫ້ຈົບ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ buddhist54 ຂຽນວ່າ...
ຢາກຮູ້ກ່ຽວກັບຄຳສອນແທ້ໆຕ້ອງເບີ່ງໃຫ້ຈົບ[yt]

http://www.youtube.com/watch?v=bWiO-mtodNE ]






ພຣະອາຈານຄຶກຣິດຄືຊິຈື່ພຸດທະວັດຈະນະໄດ້ເໝິດນໍ? ມີຄວາມຈື່ຈຳດີຫລາຍ