ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ດື່ມເຫຼົ້າເບຍດ້ວຍຄວາມຈໍາເປັນຜິດສິນບໍ?

໑ ກະທູ້
໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕາມຫົວຂໍ້ເລີຍ ກ່ອນອື່ນຕ້ອງບອກກ່ອນວ່າຂ້າພະເຈົ້າເປັນຄົນບໍ່ມັກດື່ມສິ່ງຂອງມຶນເມົາເລີຍ ຢາກຮັກສາສຸຂະພາບ, ບໍ່ຢາກຜິດສິນຂໍ້ຫ້າ ປົກກະຕິເປັນຄົນມັກຝຶກສະຕິ ການຮັກສາສິນມັນສາມາດຊ່ວຍໃນເລື່ອງການຝຶກສະຕິຂອງຂ້າພະເຈົ້າຫລາຍ ແຕ່ເນື່ອງດ້ວຍຫນ້າທີ່ວຽກງານ ມີການພົບປະສັງສັນກັນຕະຫລອດ ເຮົາເປັນຜູ້ນ້ອຍ ມັກຈະຖືກບັງຄັບໃຫ້ເຍັ່ນເບຍໃຫ້ຜູ້ໃຫຍ່ ແລະບໍ່ວ່າຈະປະຕິເສດສໍ່າໃດກໍຕ້ອງໄດ້ດື່ມເລັກໆນ້ອຍໆ ແຕ່ຫລັງຈາກທີ່ດື່ມທຸກຄັ້ງຂ້າພະເຈົ້າຮູ້ສຶກບໍ່ດີກັບຕົນເອງເລີຍ ຮູ້ສຶກຜິດກັບຕົນເອງທີ່ບໍ່ສາມາດປະຕິເສດໄດ້ ຕ້ອງແພ້ໃຈຕົວເອງຕະຫລອດ. ຂໍລົບກວນທ່ານຜູ້ຮູ້ຊ່ວຍຊີ້ແນະໃຫ້ຂ້າພະເຈົ້າດ້ວຍ. ຜິດພາດປະການໃດ ກໍຕ້ອງຂໍໂທດ ຂໍອະໄພນໍາ ເພາະນີ້ເປັນກະທູ້ທໍາອິດຂອງຂ້າພະເຈົ້າ.


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ໃນຄວາມເປັນຈິງແລ້ວ ເຖິງເຮົາຈະຕັ້ງໃຈຫລືບໍ່ຕັ້ງໃຈກໍ່ຕາມກໍ່ຖືວ່າຜິດ ຈະຫນ້ອຍຫລໍືຫລາຍນັ້ນມັນຂື້ນກັບເຈຕະນາ