ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຫຼັກການເວົ້າຂອງພຣະພຸດທະເຈົ້າ 6 ປະການ ທີ່ຄວນເອົາມານຳໃຊ້ໃນຊີວິດປະຈຳວັນ

໒ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

[img]null[/img]

ອົງສົມເດັດພຣະສຳມາສຳພຸດທະເຈົ້າມີຫຼັກການເວົ້າຢູ່ 6 ປະການ ຄື:

1) ຖ້າສິ່ງນັ້ນ ເປັນເລື່ອງບໍ່ຈິງ ເປັນເລື່ອງບໍ່ແທ້ ແລະບໍ່ປະກອບດ້ວຍປະໂຫຍດ ແລະສິ່ງນັ້ນເປັນທີ່ຊັງ ເປັນທີ່ບໍ່ມັກຂອງຄົນອື່ນ = ພຣະພຸດທະເຈົ້າຈະບໍ່ເວົ້າສິ່ງນັ້ນ
2) ຖ້າສິ່ງນັ້ນ ເປັນເລື່ອງຈິງ ເປັນເລື່ອງແທ້ ແຕ່ພັດບໍ່ປະກອບດ້ວຍປະໂຫຍດ ແລະບໍ່ເປັນທີ່ຮັກ ບໍ່ເປັນທີ່ຖືກໃຈຂອງຄົນອື່ນ = ພຣະພຸດທະເຈົ້າຈະບໍ່ກ່າວສິ່ງນັ້ນ
3) ຖ້າສິ່ງນັ້ນ ເປັນເລື່ອງຈິງ ເປັນເລື່ອງແທ້ ແລະປະກອບດ້ວຍປະໂຫຍດ ແຕ່ສິ່ງນັ້ນພັດເປັນທີ່ຊັງ ເປັນທີ່ບໍ່ຖືກໃຈຂອງຄົນອື່ນ = ພຣະພຸດທະເຈົ້າຈະກ່າວສິ່ງນັ້ນ
4) ຖ້າສິ່ງນັ້ນ ເປັນເລື່ອງບໍ່ຈິງ ເປັນເລື່ອງບໍ່ແທ້ ແລະບໍ່ປະກອບດ້ວຍປະໂຫຍດ ແຕ່ພັດເປັນທີ່ຖືກໃຈ ເປັນທີ່ມັກຂອງຄົນອື່ນ = ພຣະພຸດທະເຈົ້າຈະບໍ່ກ່າວສິ່ງນັ້ນ
5) ຖ້າສິ່ງນັ້ນ ເປັນເລື່ອງຈິງ ເປັນເລື່ອງແທ້ ແຕ່ພັດບໍ່ປະກອບດ້ວຍປະໂຫຍດ ແລະເປັນທີ່ມັກ ທີ່ຖືກໃຈຂອງຄົນອື່ນ = ພຣະພຸດທະເຈົ້າຈະບໍ່ເວົ້າສິ່ງນັ້ນ
6) ຖ້າສິ່ງນັ້ນ ເປັນເລື່ອງຈິງ ເປັນເລື່ອງແທ້ ແລະປະກອບດ້ວຍປະໂຫຍດ ແລະທັງເປັນທີ່ຮັກ ທີ່ຊອບໃຈຂອງຄົນອື່ນ = ພຣະພຸດທະເຈົ້າຈະກ່າວສິ່ງນັ້ນ

ຈະເຫັນໄດ້ວ່າ ພຣະພຸດທະເຈົ້າຈະເວົ້າ ເມື່ອສິ່ງນັ້ນເປັນຄວາມຈິງ ແລະປະກອບດ້ວຍປະໂຫຍດ ເຖິງຈະບໍ່ມີໃຜຖືກໃຈຫຼືຖືກໃຈກໍຕາມ ບໍ່ກ່ຽວກັບວ່າຖືກໃຈຫຼືບໍ່ຖືກໃຈ ກ່ຽວຢູ່ກັບວ່າ ເປັນຄວາມຈິງແລະມີປະໂຫຍດຫຼືບໍ່ ພຣະອົງຈະບໍ່ມີອະຄະຕິຫຼືຄວາມລຳອຽງໃນການເວົ້າ "ເວົ້າໃຫ້ຖືກຕ້ອງເຖິງບໍ່ຖືກໃຈ"

ຈາກ: https://khianlao.com/6378/


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ສາທຸ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ...????????????