ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຢາກຮູ້ລົດຊາດຂອງພາສາລາວໂດຍແທ້ອ່ານໜັງສືເຫຼັ້ມນີ້

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີວາງຈຳຫນ່າຍລະວະນິ..

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິຊື້ໄດ້ຢູ່ໃສ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SOUKTHAPHONE ຂຽນວ່າ...
ຊິຊື້ໄດ້ຢູ່ໃສ

ອັນນີ້ບໍ່ຄວນຖາມ ປະເທດໃດໆ ກໍຕ້ອງວາງຢູ່ຮ້ານຂາຍປື້ມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ມີວາງຈຳຫນ່າຍລະວະນິ..

ມີວາງຈຳໜ່າຍແລ້ວເດີ/ແຕ່ຜູ້ຂຽນໄດ້ຮັບອະພິນັນທະນາການຈຶ່ງທ່ານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ່ານຫົວຂໍ້ກະທູ້ແລ້ວແປກດີ ລົດຊາດຂອງພາສາລາວໂດຍແທ້ມັນເປັນແນວໃດ? ເປັນແບບໃນປື້ມເຫຼັ້ມຂ້າງເທິງນັ້ນບໍ?

ເຫັນປະໂຫຍກວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຄ່ວ” ຄຳສັບວ່າ “ໄຄ່ວ” ໃນນີ້ມັນແປກດີ ໄປເປີດໃນວັຈນານຸກົມມະຫາສິລາຯ ເພິ່ນສະກົດວ່າ

ແລ້ວແບບໃດມັເປັນລົດຊາດໂດຍແທ້?

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຄຳວ່າ "ໄຂວ່" , (ອັນນີ້ຫຼັກການທາງໄວຍາກອນ) "ໄົມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ" (ອັນນີ້ລົດຊາດຂອງພາສາ)
- ຄຳວ່າ "ໄຄວ່" (ອັນນີ້ຫຼັກຖານທາງໄວຍາກອນ) "ໄກ່ແມ່ລາຽຄວັກໄຄວ່ກິນຫຍ້າ ໄກ່ແມ່ກ້າຄວັດເຂັ່ຍກິນໜອນ" (ອັນນີ້ລົດຊາດຂອງພາສາ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...

ໜ້ານັບຖືຫຼາຍເນາະ 1

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ juan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
- ຄຳວ່າ "ໄຂວ່" , (ອັນນີ້ຫຼັກການທາງໄວຍາກອນ) "ໄົມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ" (ອັນນີ້ລົດຊາດຂອງພາສາ)
- ຄຳວ່າ "ໄຄວ່" (ອັນນີ້ຫຼັກຖານທາງໄວຍາກອນ) "ໄກ່ແມ່ລາຽຄວັກໄຄວ່ກິນຫຍ້າ ໄກ່ແມ່ກ້າຄວັດເຂັ່ຍກິນໜອນ" (ອັນນີ້ລົດຊາດຂອງພາສາ)

ໜ້ານັບຖືຫຼາຍເນາະ 1

ຂອບໃຈ(ພາສາລາວ ຂຽນຈັ່ງໃດກໍໄດ້ ແຕ່ໃຫ້ຂຽນຖືກໝ້ອງ ຖືກເລື່ອງ, ຖືກຄົນ, ຖືກກັບຄວາມໝາຍ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

ຫະຫະ ຫມົດຄຳບັນຍາຍ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິຊື້ໄດ້ຢູ່ໃສ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SOUKTHAPHONE ຂຽນວ່າ...
ຊິຊື້ໄດ້ຢູ່ໃສ

ຢູ່ຮ້ານຂາຍປື້ມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໙໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
- ຄຳວ່າ "ໄຂວ່" , (ອັນນີ້ຫຼັກການທາງໄວຍາກອນ) "ໄົມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ" (ອັນນີ້ລົດຊາດຂອງພາສາ)
- ຄຳວ່າ "ໄຄວ່" (ອັນນີ້ຫຼັກຖານທາງໄວຍາກອນ) "ໄກ່ແມ່ລາຽຄວັກໄຄວ່ກິນຫຍ້າ ໄກ່ແມ່ກ້າຄວັດເຂັ່ຍກິນໜອນ" (ອັນນີ້ລົດຊາດຂອງພາສາ)

ຂ້າພະເຈົ້າກະເຄີຍແຕ່ໃຊ້ ໄຂວ່ ໃດ໋ ບໍ່ເຄີຍເຫັນຂຽນວ່າ ໄຄວ່ ຈັກເທື່ອ ຢາກໃຫ້ອ້າຍອະຣິຍະ ອະທິບາຍຕື່ມແນ່ ວ່າເອົາມາແຕ່ທາງໃດ ເພາະສ່ວນໂຕ ກໍເຂົ້າໃຈວ່າ ພາສາລາວຂຽນໄດ້ຫລາຍແບບ ບາງທີ່ ໄຄວ່ກໍອາດຖືກແຕ່ເຮົາບໍ່ຮູ້ເອງ ກໍເລີຍຢາກຮູ້.

ສ່ວນອັນວ່າ ລົດຂອງພາສາລາວຫັ້ນນ່າ ອັນນີ້ບໍ່ເຂົ້າໃຈຄວາມຫມາຍເດີ້
ລົດ ບໍ່ແມ່ນພາຫະນະຊະນິດບໍ???

ຖ້າໃສ່ ວ່າ ຣົດ ຄົງຈະຖືກເນາະ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໑ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ໂອ້ ພາສາລາວ ອຸດົມສົມບູນ(ເກີນໄປ?)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ "ໄຄວ່ " ຂ້ອຍລະເຂົ້າໃຈວ່າ ແປວ່າ ທົ່ວ, ໄມ້ລຳດຽວລ້ອມຮົ້ວບໍ່ໄຄວ່ ໄມ້ລຳດຽວລ້ອມຮົ້ວບໍ່ທົ່ວ ທຳນອງນີ້ນະ
ຄຳວ່າ " ໄຂວ່ " ເຂົ້າໃຈວ່າ ໄຂວ່ກັນໄປມາ ເຊັ່ນ: ຂາໄຂວ່ຫ້າງ ທຳນອງນີ້

ທີ່ແທ້ລະແມ່ນເຂົ້າເຈີຜິດມາຕະຫຼອດເລີຍ
ຫາກະຊິຮູ້ຄວາມໝາຍມັນເມື່ອມາອ່ານກະທູ້ນີ້ລະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
- ຄຳວ່າ "ໄຂວ່" , (ອັນນີ້ຫຼັກການທາງໄວຍາກອນ) "ໄົມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ" (ອັນນີ້ລົດຊາດຂອງພາສາ)
- ຄຳວ່າ "ໄຄວ່" (ອັນນີ້ຫຼັກຖານທາງໄວຍາກອນ) "ໄກ່ແມ່ລາຽຄວັກໄຄວ່ກິນຫຍ້າ ໄກ່ແມ່ກ້າຄວັດເຂັ່ຍກິນໜອນ" (ອັນນີ້ລົດຊາດຂອງພາສາ)

ຂ້າພະເຈົ້າກະເຄີຍແຕ່ໃຊ້ ໄຂວ່ ໃດ໋ ບໍ່ເຄີຍເຫັນຂຽນວ່າ ໄຄວ່ ຈັກເທື່ອ ຢາກໃຫ້ອ້າຍອະຣິຍະ ອະທິບາຍຕື່ມແນ່ ວ່າເອົາມາແຕ່ທາງໃດ ເພາະສ່ວນໂຕ ກໍເຂົ້າໃຈວ່າ ພາສາລາວຂຽນໄດ້ຫລາຍແບບ ບາງທີ່ ໄຄວ່ກໍອາດຖືກແຕ່ເຮົາບໍ່ຮູ້ເອງ ກໍເລີຍຢາກຮູ້.

ສ່ວນອັນວ່າ ລົດຂອງພາສາລາວຫັ້ນນ່າ ອັນນີ້ບໍ່ເຂົ້າໃຈຄວາມຫມາຍເດີ້
ລົດ ບໍ່ແມ່ນພາຫະນະຊະນິດບໍ???

ຖ້າໃສ່ ວ່າ ຣົດ ຄົງຈະຖືກເນາະ

ຂໍຕຶ່ມເດິ!
ລົດຊາດ(ບໍ່ຮູ້)
ແຕ່ຫາກຈະຂຽນຣົດຊາດນີ້ເຫັນດີນຳເພາະໜາຍບອກເຖິງຄວາມນິຍົມຊົມຊອບ;
ຂອງທີ່ຖຶກໃຈຖຶກປາກຫາກວ່າເປັນອາຫານການກິນ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MiiNii ຂຽນວ່າ...
ໂອ້ ພາສາລາວ ອຸດົມສົມບູນ(ເກີນໄປ?)

ບໍ່ເກິນໄປ ດອກເຈົ້າ ຍັງຂາດເຂິນເກິນໄປຫຼາຍກວ່າ!

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຣະສະ ແປວ່າ ຣົສ ທີ່ຂຽນໃຫ້ຖືກແທ້ຕ້ອງຂຽນວ່າ "ຣົສ" ຂຽນ "ລົດ, ຣົດ" ກະບໍ່ຖືກ ແຕ່ຂຽນນັ້ນຂຽນຕາມພາສານິຍົມ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນແຊບປານນັ້ນຫວ໋າ ຖຶງຂັ້ນວ່າລົດຊາດ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ມັນແຊບປານນັ້ນຫວ໋າ ຖຶງຂັ້ນວ່າລົດຊາດ

- ຣົສ ທາງກາຍ
- ຣົສ ທາງວິນຍານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຄາແພງບໍ່

strawberry

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ MiiNii ຂຽນວ່າ...
ໂອ້ ພາສາລາວ ອຸດົມສົມບູນ(ເກີນໄປ?)

ບໍ່ເກິນໄປ ດອກເຈົ້າ ຍັງຂາດເຂິນເກິນໄປຫຼາຍກວ່າ!

ແມ່ນລ່ະ

strawberry

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
- ຄຳວ່າ "ໄຂວ່" , (ອັນນີ້ຫຼັກການທາງໄວຍາກອນ) "ໄົມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ" (ອັນນີ້ລົດຊາດຂອງພາສາ)
- ຄຳວ່າ "ໄຄວ່" (ອັນນີ້ຫຼັກຖານທາງໄວຍາກອນ) "ໄກ່ແມ່ລາຽຄວັກໄຄວ່ກິນຫຍ້າ ໄກ່ແມ່ກ້າຄວັດເຂັ່ຍກິນໜອນ" (ອັນນີ້ລົດຊາດຂອງພາສາ)

ຂ້າພະເຈົ້າກະເຄີຍແຕ່ໃຊ້ ໄຂວ່ ໃດ໋ ບໍ່ເຄີຍເຫັນຂຽນວ່າ ໄຄວ່ ຈັກເທື່ອ ຢາກໃຫ້ອ້າຍອະຣິຍະ ອະທິບາຍຕື່ມແນ່ ວ່າເອົາມາແຕ່ທາງໃດ ເພາະສ່ວນໂຕ ກໍເຂົ້າໃຈວ່າ ພາສາລາວຂຽນໄດ້ຫລາຍແບບ ບາງທີ່ ໄຄວ່ກໍອາດຖືກແຕ່ເຮົາບໍ່ຮູ້ເອງ ກໍເລີຍຢາກຮູ້.

ສ່ວນອັນວ່າ ລົດຂອງພາສາລາວຫັ້ນນ່າ ອັນນີ້ບໍ່ເຂົ້າໃຈຄວາມຫມາຍເດີ້
ລົດ ບໍ່ແມ່ນພາຫະນະຊະນິດບໍ???

ຖ້າໃສ່ ວ່າ ຣົດ ຄົງຈະຖືກເນາະ

ຂໍຕຶ່ມເດິ!
ລົດຊາດ(ບໍ່ຮູ້)
ແຕ່ຫາກຈະຂຽນຣົດຊາດນີ້ເຫັນດີນຳເພາະໜາຍບອກເຖິງຄວາມນິຍົມຊົມຊອບ;
ຂອງທີ່ຖຶກໃຈຖຶກປາກຫາກວ່າເປັນອາຫານການກິນ.

- ຣົສ ອາຫານ= ຄືຄວາມພໍໃຈໃນເມື່ອໄດ້ກິນຂອງທີ່ແຊບ
- ຣົສ ທາງພາສາ = ຄືຄວາມພໍໃຈ ແລະເຂົ້າໃຈໃນສິ່ງທີ່ໄດ້ຮັບຮູ້ທາງພາສາ ເຊັ່ນ "ເຖິງຊີວິດອ້າຍຈະພັງທະລາຍ ອ້າຍຂໍຢູ່ຂ້າງກາຍນ້ອງທຸກນາທີ" ຄົນຟັງຮູ້ສຶກອີ່ມເອີບ ໃນຣົສວະຈີທີ່ຊາບເຊິ່ງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຄັກໆນໍ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຶມ໌

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຂອບໃຈເດີ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ຂອບໃຈເດີ

ອ່ານໆໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ນະມັສການ ພຣະອາຈາຣຍ໌

ປື້ມນີ້ມີວາງຈຳໜ່າຍຢູ່ໃສແດ່?
ພາສາລາວອຸດົມສົມບູນແທ້ຫວະ? ... ອາດຈະອຸດົມສົມບູນໃນບາງດ້ານ ແລະ ຂາດແຄນໃນບາງດ້ານ ... ເຊັ່ນ (ບາງຕົວຢ່າງ): ໃນພາສາອັງກິດເຂົາມີຄຳວ່າ Meeting, Convention, Conference, Symposium, Congress, Forum, Lecture, Seminar, Workshop Clinic, Retreat ແລະ ຍັງມີຄຳອື່ນ ໆ ອີກ, ແຕ່ໃນພາສາລາວເຮົາແປໄດ້ສອງ-ສາມຄຳ ເປັນ ປະຊຸມ, ໂຮມຊຸນຸມ ... ສ່ວນຄຳຄຸນສັບກໍອຸດົມສົມບູນຫລາຍທີ່ສຸດ ເຊັ່ນ: ຈ່ອງປ່ອງ, ແຂ່ງແປ່ງ, ຄຸ້ມມຸ້ມ, ຄິ້ມມິ້ມ, ຈິ້ມກິມ ... ໂອ໊ຍ ຝຣັ່ງຮຽນພາສາລາວງົງ! ນັ້ນລະ ຣົສຊາດຂອງພາສາລາວ!

ນັບຖື

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MahaHaipayok ຂຽນວ່າ...
ນະມັສການ ພຣະອາຈາຣຍ໌

ປື້ມນີ້ມີວາງຈຳໜ່າຍຢູ່ໃສແດ່?
ພາສາລາວອຸດົມສົມບູນແທ້ຫວະ? ... ອາດຈະອຸດົມສົມບູນໃນບາງດ້ານ ແລະ ຂາດແຄນໃນບາງດ້ານ ... ເຊັ່ນ (ບາງຕົວຢ່າງ): ໃນພາສາອັງກິດເຂົາມີຄຳວ່າ Meeting, Convention, Conference, Symposium, Congress, Forum, Lecture, Seminar, Workshop Clinic, Retreat ແລະ ຍັງມີຄຳອື່ນ ໆ ອີກ, ແຕ່ໃນພາສາລາວເຮົາແປໄດ້ສອງ-ສາມຄຳ ເປັນ ປະຊຸມ, ໂຮມຊຸນຸມ ... ສ່ວນຄຳຄຸນສັບກໍອຸດົມສົມບູນຫລາຍທີ່ສຸດ ເຊັ່ນ: ຈ່ອງປ່ອງ, ແຂ່ງແປ່ງ, ຄຸ້ມມຸ້ມ, ຄິ້ມມິ້ມ, ຈິ້ມກິມ ... ໂອ໊ຍ ຝຣັ່ງຮຽນພາສາລາວງົງ! ນັ້ນລະ ຣົສຊາດຂອງພາສາລາວ!

ນັບຖື

- ຮ້ານປຶ້ມແຫ່ງລັດ, ດອກເກດ ແລະຫໍສະໝຸດກະມີ(ຮ້ານປຶ້ມທົ່ວໄປກະມີ)
- ໃຫ້ຮຽນໄວຍາກອນລາວຫຼາຍໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ມີຫນັງສືນີ້ກໍ່ດີ ເພາະວ່າທຸກມື້ນີ້ຄົນເຮົາສ່ວນຫລາຍແມ່ນ ໃຊ້ພາສາລາວບໍ່ຖືກ ເອົາພາສາບ້ານເຂົາມາປົນນຳບາງຊັບ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>