ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຢາກຮູ້ລົດຊາດຂອງພາສາລາວໂດຍແທ້ອ່ານໜັງສືເຫຼັ້ມນີ້

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keolpb ຂຽນວ່າ...
ມີຫນັງສືນີ້ກໍ່ດີ ເພາະວ່າທຸກມື້ນີ້ຄົນເຮົາສ່ວນຫລາຍແມ່ນ ໃຊ້ພາສາລາວບໍ່ຖືກ ເອົາພາສາບ້ານເຂົາມາປົນນຳບາງຊັບ

ມີໜັງສືກອງເທົ່າຫົວ ຫາກບໍ່ອ່ານບໍ່ສຶກສາ ກໍບໍ່ຮູ້ພາສາ/ ຄົນທີ່ເຂົ້າໃຈພາສາ ແລະໃຊ້ພາສາເປັນຊື່ວ່າ ຈຶ່ງຊື່ວ່າຮູ້ພາສາລາວ
- ການຮຽນຮູ້ພາສາລາວ ບໍ່ແມ່ນແຕ່ໃນໄວຍາກອນ ການອ່ານທັງໝົດ ອ່ານໜັງສືທີ່ຄົນອື່ນຂຽນ ທຸກເລື່ອງ ເຮົາຈະຮູ້ດີກວ່າ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຄົນຕ່າງແຂວງ .. ບ້ານນອກຄືຜູ້ຂ້ານີ້ກໍຄົງຈະອຶດຢາກ, ໂຊກຮ້າຍຕາມເຄີຍ .. ຮ້ານຂາຍປື້ມຈັກແຫ່ງພໍເປັນຢາໃນເມືອງ ແລະ ເຂດໃກ້ຄຽງແມ່ນບໍ່ມີເລີຍ, ໃຄແດ່ແຕ່ພໍມີ Internet ທີ່ຊ່ອຍໃຫ້ທັນບ້ານເມືອງ, ທັນໂລກເຂົາ.

ໄວຍາກອນລາວທັງຂອງ ຣາຊບັນດິດ ສົມຈີນ ປີແອຣ໌ ງິນ, ຂອງ ມະຫາສີລາ ວິຣະວົງສ໌ ທີ່ປັບປຸງມາ ສາມ-ສີ່ເທື່ອ ຈົນມາປ່ຽນແທນດ້ວຍ ໄວຍາກອນຂອງ ພະຍາພູມີ ວົງວິຈິດ ແມ່ນລ້ວນໄດ້ຮຽນ, ໄດ້ອ່ານຜ່ານມາໝົດແລ້ວ, ແມ່ນແຕ່ໄວຍາກອນປາລີ ກາຍັງເຄີຍໄດ້ອ່ານ, ພາສາທັມ ກາເຄີຍຮຽນຢູ່ (1972-73)! ແຕ່ບັນຫາແມ່ນມັນຍັງຄ້າງຢູ່ໃນ "Hard Disk" ຂອງຜູ້ຂ້ານັ້ນຫລາຍຊ່ຳໃດເດ .. ໂອຍ! ເສຍດາຍ. ສ່ວນ "Hardware" ກາແມ່ນເສຍຫາຍຍ້ອນເຄື່ອນຍ້າຍຖິ່ນຖານແດ່, ປວກຢືມໄປຮຽນບໍ່ສົ່ງແດ່ .. ຈະຍັງເຫລືອກໍແຕ່ ປື້ມໄວຍາກອນລາວ ຂອງພະຍາພູມີ ວົງວິຈິດ (1967) ຂອງພະແນກສຶກສາສູນກາງແນວລາວຮັກຊາດນີ້ລະ ສີເປັນສີເປືອກໄຂ່ເຄື້ອງ ໆ ແລະ ຈະເປີດກໍຕ້ອງຣະມັດຣະວັງ ເພາະຢ້ານຂາດມຸ່ນ ..

ອານິຈາ .. ຊາຕາຊີວິດ .. ບໍ່ມີໃຜລິຂິດ ກາຕ້ອງລິຂິດເອງແລ້ວລະ!

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ຄິດວ່າຫຼັກໄວຍະກອນພາສາລາວແຍກອອກເປັນສອງສະໃໝຄືກ່ອນແລະຫຼັງປົດປ່ອຍ, ຄົນທີ່ເກີດຫຼັງປົດປ່ອຍ
ແມ່ນຈະນຳໃຊ້ຫຼັກໄວຍະກອນຂອງທ່ານພູມີ ວົງວິຈິດທີ່ມາດັດແກ້ ພາສາລາວ. ດັ່ງນັ້ນ,ຄົນສອງຍຸກມັກຈະມີ
ຄວາມຄັດແຍ້ງກັນໃນບາງເທື່ອເວລາພິມ. ສຳລັບໂຕ ຣແມ່ນເພີ່ນຫາກໍ່ເອົາມານຳໃຊ້ຄືນໄລຍະຫຼັງມານີ້.
ຖ້າຈະໃຫ້ຄຳເຫັນໂຕໃດຖືກຫຼືຜິດມັນກໍ່ຍາກ,ເພາະຮຽນກັນຄົນລະຫຼັກສູດ.
ພາສາລາວແມ່ນມີອາຍຸກ່ອນປີ1975, ເກີດມາພ້ອມອານາຈັກລ້ານຊ້າງ,ແຕ່ພໍເພີ່ນມາປົດປ່ອຍເພີ່ນກໍ່ມາ
ດັດແກ້ພາສາໃໝ່ເພື່ອໃຫ້ເປັນພາສາຂອງສ.ປ.ປ.ລາວ. ຄົນລະມຸມ.

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ເຖິງຈະດັດແປງ ແຕ່ການສະກົດຄຳແມ່ນໃຊ້ຕົວອັກສອນເດີມ ເທົ່າທີ່ເຫັນປາກົດໃນກະທູ້ນີ້ກາຂຽນບໍ່ຖືກ ຫລາຍຄຳ ຄື: ສັບ (ຄຳສັບ) - ຊັບ (ຊັບສົມບັດ), ຂັດແຍ້ງ ບໍ່ແມ່ນ ຄັດແຍ້ງ ຯລຯ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MahaHaipayok ຂຽນວ່າ...
ຄົນຕ່າງແຂວງ .. ບ້ານນອກຄືຜູ້ຂ້ານີ້ກໍຄົງຈະອຶດຢາກ, ໂຊກຮ້າຍຕາມເຄີຍ .. ຮ້ານຂາຍປື້ມຈັກແຫ່ງພໍເປັນຢາໃນເມືອງ ແລະ ເຂດໃກ້ຄຽງແມ່ນບໍ່ມີເລີຍ, ໃຄແດ່ແຕ່ພໍມີ Internet ທີ່ຊ່ອຍໃຫ້ທັນບ້ານເມືອງ, ທັນໂລກເຂົາ.

ໄວຍາກອນລາວທັງຂອງ ຣາຊບັນດິດ ສົມຈີນ ປີແອຣ໌ ງິນ, ຂອງ ມະຫາສີລາ ວິຣະວົງສ໌ ທີ່ປັບປຸງມາ ສາມ-ສີ່ເທື່ອ ຈົນມາປ່ຽນແທນດ້ວຍ ໄວຍາກອນຂອງ ພະຍາພູມີ ວົງວິຈິດ ແມ່ນລ້ວນໄດ້ຮຽນ, ໄດ້ອ່ານຜ່ານມາໝົດແລ້ວ, ແມ່ນແຕ່ໄວຍາກອນປາລີ ກາຍັງເຄີຍໄດ້ອ່ານ, ພາສາທັມ ກາເຄີຍຮຽນຢູ່ (1972-73)! ແຕ່ບັນຫາແມ່ນມັນຍັງຄ້າງຢູ່ໃນ "Hard Disk" ຂອງຜູ້ຂ້ານັ້ນຫລາຍຊ່ຳໃດເດ .. ໂອຍ! ເສຍດາຍ. ສ່ວນ "Hardware" ກາແມ່ນເສຍຫາຍຍ້ອນເຄື່ອນຍ້າຍຖິ່ນຖານແດ່, ປວກຢືມໄປຮຽນບໍ່ສົ່ງແດ່ .. ຈະຍັງເຫລືອກໍແຕ່ ປື້ມໄວຍາກອນລາວ ຂອງພະຍາພູມີ ວົງວິຈິດ (1967) ຂອງພະແນກສຶກສາສູນກາງແນວລາວຮັກຊາດນີ້ລະ ສີເປັນສີເປືອກໄຂ່ເຄື້ອງ ໆ ແລະ ຈະເປີດກໍຕ້ອງຣະມັດຣະວັງ ເພາະຢ້ານຂາດມຸ່ນ ..

ອານິຈາ .. ຊາຕາຊີວິດ .. ບໍ່ມີໃຜລິຂິດ ກາຕ້ອງລິຂິດເອງແລ້ວລະ!

- ທຸກຢ່າງທ່ານວ່າມາ ເຫັນດີໝົດ ແຕ່ທີ່ບໍ່ຄ່ອຍຈະເຫັນດີ ຄື ຄຳວ່າ " ພາສາທັມ ກາເຄີຍຮຽນຢູ່ (1972-73" ອັນນີ້ບໍ່ຢາກເຫັນພ້ອມນຳປານໃດ ເພາະທັມບໍ່ມີພາສາເລີຍ, ມີແຕ່ພາສາປາລີ, ສັນສະກິດ (ເທົ່ານັ້ນ ທີ່ສາສນາໃຊ້) ສ່ວນອັກສອນນັ້ນ ມີອັກສອນປາລີ, ສັນສະກິດ ເພື່ອບັນທຶກ ຕໍ່ມາພຣະພຸດທະສາສນາ ໄດ້ຂະຫຍາຍຕົວໄປຫຼາຍປະເທດ ໄປຮອດປະເທດໃດ ກໍເອົາອັກສອນປະເທດນັ້ນບັນທຶກ ພາສາປາລີ ແລະສັນສະກິດ ທີ່ບັນທຶກພຸດທະພົດ ຫຼືພຣະໄຕປີດົກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...

ນມັສການ ພຣະອາຈາຣຍ໌

ຄຳວ່າ “ພາສາທັມ“ ໃນທີ່ນີ້ມີສອງຄວາມໝາຍ, ຄວາມໝາຍໜຶ່ງກົງກັບພາສາອັງກິດ Dhamma Language ກໍອາດເຂົ້າໃຈຍາກແດ່ຈັກໜ່ອຍ ເພາະແຕກຕ່າງຈາກ ພາສາທີ່ໃຊ້ໃນຊີວິດປະຈຳວັນ (Everyday Language) (http://www.buddhadasa.com/naturaltruth/twolanguage1.html); ສ່ວນອີກຄວາມໝາຍໜຶ່ງ ໝາຍເຖິງ ຕົວອັກສອນທັມ (http://www.bailane.com/WebBailane/Blog/ViewBlog.aspx?sid=101&hid=21106) (ເຂົ້າໃຈວ່າ ພຣະອາຈາຣຍ໌ ເປັນຄົນໂພສທ໌) ເຊິ່ງຜູ້ຂ້າກໍພໍໄດ້ມີວາສນາສຶກສາຮ່ຳຮຽນດັ່ງທີ່ໄດ້ບອກມາ ...

ນ້ອມຄາຣະວະ
ມ. ໄຮ້ປໂຍກ

໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊື້ຢູ່ໃສນໍ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັ້ນແຫຼະທຸກມື້ນິໄວລຸ້ນລາວເຮົາໃຊ້ແຕ່ພາສາແອັບແບ້້ວ

- ຢູ່ໃນນີ້ ບໍ່ໄດ້ບອກວ່າ "ພາສາທັມ" ແຕ່ບອກວ່າ "ອັກສອນທັມ"
http://www.bailane.com/WebBailane/Blog/ViewBlog.aspx?sid=101&hid=21106
- ຫາກທ່ານເຂົ້າໃຈໃນສິ່ງທີ່ອ້າງນີ້ວ່າ "ພາສາທັມ ຄືຫຍັງ" ກໍຊົມເຊີຍ
http://www.buddhadasa.com/naturaltruth/twolanguage1.html
ແຕ່ຫາກເຂົ້າໃນວ່າ "ອັກສອນທັມ" ເປັນ "ພາສາທັມແລ້ວ" ບໍ່ແມ່ນເລີຍ(ອັກສອນທີ່ເຮົາຮຽກວ່າ ອັກສອນທັມນັ້ນ ເປັນພຽງອັກສອນລາວຊະນິດໜຶ່ງເທົ່ານັ້ນ)
- ລາວມີອັກສອນສອງຊິນິດ ເມື່ອອັກສອນໜຶ່ງຖືກໃຊ້ເປັນອັກສອນຂອງຊາດ ແລ້ວອັກສອນລາວອີກແບບໜຶ່ງກໍກາຍເປັນອັກສອນທັມ(ເນື່ອງຈາກມີການໃຊ້ຢູ່) ຫາກບໍ່ມີທັມ ຫຼືສາສນາອັກສອນນີ້ ກໍຕາຍໄປເໝືອນກັບອັກສອນຕ່າງໆ ໃນໂລກ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ linly ຂຽນວ່າ...
ຊື້ຢູ່ໃສນໍ

ເຄີຍບອກໄປແລ້ວໃນທີ່ນີ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ນມັສການ ພຣະອາຈາຣຍ໌

ຖືກຕ້ອງແລ້ວ ໃນເວ໊ບບລ໋ອກ ພຣະອາຈາຣຍ໌ເນືອງ ບໍ່ໄດ້ວ່າເປັນພາສາທັມ ຂະນ້ອຍພຽງແຕ່ຢາກໃຫ້ຜູ້ບໍ່ເຄີຍຮູ້ມາກ່ອນໄດ້ເຫັນພາບອັກສອນທັມ ວ່າມີຮູບຮ່າງຄືແນວໃດ ກໍເລີຍໃສ່ລິ້ງໄປໂດຍບໍ່ໄດ້ມີເຈຕນາອື່ນ ແລະ ບໍ່ໄດ້ຂໍອະນຸຍາດນຳພຣະອາຈາຣຍ໌ ເພາະຄິດວ່າເມື່ອນຳມາໂພສທ໌ ກໍຄົງຈະເປັນວິທະຍາທານ, ອັກສອນທັມທີ່ວ່ານີ້ ເຊິ່ງໃນຄວາມຈິງກໍຄື ພາສາລາວບູຮານ ທີ່ປະດິດຂຶ້ນມາເພື່ອບັນທຶກພຣະທັມຄຳສອນຂອງພຸທສາສນາໂດຍສະເພາະ ຊາວບ້ານທົ່ວໄປຮຽກວ່າ ໂຕທັມ ອັນສັກສິດ. ສ່ວນອີກລິ້ງທີ່ນຳມາອ້າງກໍໄດ້ສຶກສາມາພໍສົມຄວນ (ບໍ່ແມ່ນແຕ່ອ່ານ ຫລື ສຶກສາເວ໊ບດຽວນີ້ ເວ໊ບພຣະພຸທສາສນາມີຕັ້ງອີກມາກມາຍກ່າຍກອງ ຫລາກຫລາຍພາສາ) ບໍ່ແມ່ນຫາກໍ່ມາສຶກສາ ແຕ່ເປັນພຸທສາສນິກກະຊົນມາແຕ່ກຳເນີດ, ຖ້າບໍ່ເຂົ້າໃຈກໍຄົງຈະໄດ້ນິມົນພຣະອາຈາຣຍ໌ເທສຄືນອີກເທື່ອໃໝ່, ແຕ່ກໍພໍເຂົ້າໃຈ ເລີຍບໍ່ໄດ້ລົບກວນພຣະອາຈາຣຍ໌.

- ອ້າງເຖິງນັ້ນດີແລ້ວ, ເພາະການທີ່ເພີ່ນເອົາມາສະເໜີໄວ້ ນັບວ່າເປັນສົມບັດສາທາຣະນະ ແຕ່ການທີ່ເຂົ້າໃຈຖືກກົງຕາມປະເດັນນັ້ນ ນັບວ່າເປັນບັນຫາທີ່ຕ້ອງເຂົ້າໃຈ.
- ໃບບົດຂຽນຂອງທ່າຍ ພຸດທະທາດພິກຂຸນັ້ນທ່ານໄດ້ແຍກໄວ້ຈະແຈ້ງແລ້ວວ່າ "ພາສາຄົນ ພາສາທັມ" ແຕ່ບໍ່ໄດ້ໝາຍເຖິງອັກສອນ ແລະພາສາທັມເອງກໍບໍ່ໄດ້ໝາຍເຖິງພາສາພຣະພຸດທະເຈົ້າ ກໍຫາກແມ່ນພາສາຂອງແ​ຕ່ລະຊາດຫັ້ນແລ້ວ ແຕ່ເປັນຄວາມໝາຍຂອງທັມ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຂາຍສົ່ງໄປທາງໄກແນ່ບໍ?
ຫຼຶວ່າສາມາດສັ່ງຊື້ໄດ້ຢູ່ໃສແນ່?

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ MahaHaipayok ຂຽນວ່າ...
ເຖິງຈະດັດແປງ ແຕ່ການສະກົດຄຳແມ່ນໃຊ້ຕົວອັກສອນເດີມ ເທົ່າທີ່ເຫັນປາກົດໃນກະທູ້ນີ້ກາຂຽນບໍ່ຖືກ ຫລາຍຄຳ ຄື: ສັບ (ຄຳສັບ) - ຊັບ (ຊັບສົມບັດ), ຂັດແຍ້ງ ບໍ່ແມ່ນ ຄັດແຍ້ງ ຯລຯ

ບາງຄຳສັບທີ່ຂຽນຜິດ ມັນເປັນການຂຽນຜິດຂອງສ່ວນບຸກຄົນ ບໍ່ແມ່ນຍ້ອນໄວຍະກອນຫຼັງປີ 1975ເພີ່ນສອນຜິດ. ຈັ່ງໃດກາຂອບໃຈທີ່ບອກ, ຄວາມຜິດຂອງຂ້ອຍເອງ,ຄວາມຜິດສ່ວນບຸກຄົນເດີ້ໂຕນີ້,ຍອມຮັບຜິດເຕັມປະຕູ.

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ກີນເຂົ້າໜົມ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ໃນປັດຈຸບັນ ການສະກົດຄຳພາສາລາວຜິດພາດນັ້ນມີໃຫ້ເຫັນກັນໂດຍທົ່ວໄປ ເຊິ່ງສາຍເຫດໜຶ່ງໜ້າຈະມາຈາກຄຣູຜູ້ສອນພາສາລາວມາແຕ່ຕົ້ນຫລາຍຄົນກໍບໍ່ໄດ້ເອົາໃຈໃສ່ ຫລື ບາງເທື່ອກະໂຕຄຣູເອງກໍຍັງສັບສົນໃນການສະກົດຄຳ ກໍເລີຍສົ່ງຜົນໄປຮອດນັກຮຽນ. ໃນຕ່າງປະເທດ (ປະເທດທີ່ພັທນາແລ້ວ) ການທີ່ຈະໄດ້ຮຽນວິຊາຄຣູ ຕ້ອງແມ່ນຄົນທີ່ຮຽນເກັ່ງເທົ່ານັ້ນ, ແຕ່ໃນບ້ານເຮົາ (ໃນຊຸມປີ 1980 ແລະ 1990) ຄົນຮຽນບໍ່ເກ່ງ ຫລື ສອບເສັງໄດ້ຄະແນນອະນຸໂລມ ແມ່ນຊັບຊ້ອນໃຫ້ໄປຮຽນຄຣູ (ຄົນຮຽນເກັ່ງກາບໍ່ຢາກໄປຮຽນຄຣູຄືກັນ ເພາະເຫດຜົນທາງດ້ານເສຖກິດ) ມັນກໍເລີຍກາຍມາເປັນບັນຫາເຣື້ອຣັງ ...

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MahaHaipayok ຂຽນວ່າ...
ໃນປັດຈຸບັນ ການສະກົດຄຳພາສາລາວຜິດພາດນັ້ນມີໃຫ້ເຫັນກັນໂດຍທົ່ວໄປ ເຊິ່ງສາຍເຫດໜຶ່ງໜ້າຈະມາຈາກຄຣູຜູ້ສອນພາສາລາວມາແຕ່ຕົ້ນຫລາຍຄົນກໍບໍ່ໄດ້ເອົາໃຈໃສ່ ຫລື ບາງເທື່ອກະໂຕຄຣູເອງກໍຍັງສັບສົນໃນການສະກົດຄຳ ກໍເລີຍສົ່ງຜົນໄປຮອດນັກຮຽນ. ໃນຕ່າງປະເທດ (ປະເທດທີ່ພັທນາແລ້ວ) ການທີ່ຈະໄດ້ຮຽນວິຊາຄຣູ ຕ້ອງແມ່ນຄົນທີ່ຮຽນເກັ່ງເທົ່ານັ້ນ, ແຕ່ໃນບ້ານເຮົາ (ໃນຊຸມປີ 1980 ແລະ 1990) ຄົນຮຽນບໍ່ເກ່ງ ຫລື ສອບເສັງໄດ້ຄະແນນອະນຸໂລມ ແມ່ນຊັບຊ້ອນໃຫ້ໄປຮຽນຄຣູ (ຄົນຮຽນເກັ່ງກາບໍ່ຢາກໄປຮຽນຄຣູຄືກັນ ເພາະເຫດຜົນທາງດ້ານເສຖກິດ) ມັນກໍເລີຍກາຍມາເປັນບັນຫາເຣື້ອຣັງ ...

ນີ້ຄືຈຸດດ້ອຍຂອງການວາງແຜນພັດທະນາ ປະເທດຊາດສັງຄົມນິຍົມໃນບ້ານເຮົາ ໃນເມື່ອກ່ອນ ຫາກຍັງບໍ່ທັນປ່ຽນແປງຢ່າງໄວ ມີຫວັງ------

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
- ຄຳວ່າ "ໄຂວ່" , (ອັນນີ້ຫຼັກການທາງໄວຍາກອນ) "ໄົມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ" (ອັນນີ້ລົດຊາດຂອງພາສາ)
- ຄຳວ່າ "ໄຄວ່" (ອັນນີ້ຫຼັກຖານທາງໄວຍາກອນ) "ໄກ່ແມ່ລາຽຄວັກໄຄວ່ກິນຫຍ້າ ໄກ່ແມ່ກ້າຄວັດເຂັ່ຍກິນໜອນ" (ອັນນີ້ລົດຊາດຂອງພາສາ)
***********************************************

ຂພຈ ເຊື່ອວ່າ ອາດຈະແມ່ນ ໄມ້ລຳດຽວລ້ອມຮົ້ວບໍ່ໄຄວ່ ຫລາຍກວ່າ (ຂພຈ ອາດຈະເຂົ້າໃຈຜິດ ກະໄດ້)

ໄຂວ່ຂາ
ໄຂວ່ຕີນກາ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ທ່ານ Ariya ກ່າວວ່າ.....ສ່ວນອັກສອນນັ້ນ ມີອັກສອນປາລີ, ສັນສະກິດ ເພື່ອບັນທຶກ ຕໍ່ມາພຣະພຸດທະສາສນາ ໄດ້ຂະຫຍາຍຕົວໄປຫຼາຍປະເທດ ໄປຮອດປະເທດໃດ ກໍເອົາອັກສອນປະເທດນັ້ນບັນທຶກ ພາສາປາລີ ແລະສັນສະກິດ ທີ່ບັນທຶກພຸດທະພົດ ຫຼືພຣະໄຕປີດົກ
*****************************************************************************************

ອັກສອນ ປາລີ ແລະ ສັນສະກຣິດ ເປັນແນວໃດ ກະຣຸນາ ໂພສ ໂຕຢ່າງ ໃຫ້ເບິ່ງແດ່

ຂອບໃຈ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຂາຍທົ່ວໄປ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ໄຄວ່ ແບບ ໄຄວ່ຄວ້າ ຖືກບໍ່ອາຈານ ?

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ໜ້າຈະເອົາໄປແນະນຳໃຫ້ ກະຊວງສຶກສາທິການ
ວະຫະຫະ

M99NOY

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຂີນໄຂວ່
- ໄຄວ່ຄວ້າ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິຊື້ໄດ້ຢູ່ໃສ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ້ານຂາຍປຶ້ມທົ່ວໄປ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ວ່າສິຊື້ໄດ້ຢູ່ໃສເນາະ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕລາດ ແລະຮ້ານຂາຍປຶ້ມທົ່ວໄປ