ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ພຣະພຸທສາສນາ - "ສາສນາແຫ່ງຈັກກະວາລ"

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອັລເບິທໄອນ໌ສະໄຕນ໌ ຜູ້ຄິດຄົ້ນທິດສະດີສັມພັທພາບ ອັນພິກວົງການວິທະຍາສາດໂລກ, ບຸກຄົນແຫ່ງສັຕວັດທີ່ຊາວຕາມທີ່ນິຕຍາສາຣ Time ໄດ້ຄັດເລືອກ ເຊິ່ງຍອດນັກວິທະຍາສາດນັກຄິດທ່ານນີ້ໄດ້ຂຽນໄວ້ໃນໜັງສືເຣື່ອງ The Human Side ໃນ ຄສ. 1954 ໄວ້ດັ່ງນີ້:
"ສາສນາໃນອະນາຄົດຈະເປັນສາສນາທີ່ກ່ຽວເນື່ອງກັບຈັກກະວາລ, ຄວນຢູ່ເໜືອພຣະເຈົ້າສ່ວນຕົວ, ຫລີກຫລ່ຽງລັດທິກົດເກນທີ່ໄຮ້ຂໍ້ພິສູດ, ຄວນຄອບຄຸມທັງເຣື່ອງທັມມະຊາດ ແລະ ຈິຕວິນຍານ, ຄວນຕັ້ງຢູ່ບົນຮາກຖານຂອງສາສນາທີ່ເກີດຈາກປະສົບການຂອງທຸກສິ່ງທີ່ສ້າງເອກະພາບອັນມີຄວາມໝາຍ ເຊິ່ງພຣະພຸທສາສນາຄ້າຍຄືວ່າຈະມີສິ່ງເຫລົ່ານີ້ຢູ່. ສາສນາພຸທໜ້າຈະເປັນສາສນາທີ່ສາມາດແກ້ໄຂບັນຫາຕ່າງ ໆ ຂອງຍຸກສມັຍໄດ້"
ນັ້ນເປັນຫລັກຖານໜຶ່ງທີ່ຢືນຢັນວ່າພຣະພຸທສາສນາເປັນສາສນາທີ່ວິທະຍາສາດມາຕາມຕັ້ງສອງພັນກວ່າປີ ພິສູດການຕຣັສຮູ້ຂອງພຣະພຸທເຈົ້າໄດ້ ແລະ ໄອນ໌ສະໄຕນ໌ ຮຽກພຣະພຸທສາສນາວ່າ "ສາສນາແຫ່ງຈັກກະວາລ"


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ໂອ ໜ້າອັດສະຈັນໄດເນະ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະພຸດທະເຈົ້າເພີ່ນໄດ້ຄົ້ນຫາວີທີທາງໃນການຕັດສະຣູ້ ຮູ້ແຈ້ງເຫັນຈີງດ້ວຍການບຳເພັນຕົນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນຳມາແຕ່ໃສ


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຂໍ້ຄວາມເດີມເປັນພາສາອັງກິດຄືດັ່ງນີ້:
The religion of the future will be a cosmic religion. It should transcend personal God and avoid dogma and theology. Covering both the natural and the spiritual, it should be based on a religious sense arising from the experience of all things natural and spiritual as a meaningful unity. Buddhism answers this description. If there is any religion that could cope with modern scientific needs it would be Buddhism.
ຫາອ່ານໄດ້ຈາກ Albert Einstein: The Human Side, edited by Helen Dukas and Banesh Hoffman, Princeton University Press, ISBN 0691023689
ຖ້າຫາບໍ່ໄດ້ໃຫ້ອ່ານໄດ້ທີ່ນີ້: http://www.spaceandmotion.com/Theology-Albert-Einstein.htm


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ໜ້າອັດສະຈັນຫລາຍ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ເພາະສາສນາເປັນຂອງສາກົນ ຫຼືຂອງຄົນທັງໂລກ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ນອກຈາກເວ໊ບໄຊທ໌ທີ່ກ່າວມາເທິງນີ້ຍັງມີອີກຫລາຍ ໆ ໄຊທ໌ ຫລາຍ ໆ ພາສາທີ່ກ່ຽວກັບພຣະພຸທສາສນາໂດຍສະເພາະ ໂອກາດໜ້າຈະແນະນຳ ໄຊທ໌ ທີ່ໜ້າສົນໃຈ ເພື່ອຈະມີເວລາສຶກສາປຽບທຽບຫລາຍ ໆ ທັສນະ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກຫລາຍ ຄັກຫລາຍ ເວບທີ່ທ່ານສະເໜີ
ຂອບໃຈ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໔ ກະທູ້
໒໓໑ ໂພສ
ນັກການກະທູ້
phoun tha sard sa nar sorn hai hao hu bard boun khoun thod


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ສາສນາທຸກສາສນາລ້ວນມີຈຸດປະສົງສອນຄົນໃຫ້ເປັນຄົນດີ, ແຕ່ຕ່າງວິທີ ແລະ ຕ່າງການປະຕິບັດ. ພຣະພຸທສາສນາສອນຄົນໃຫ້ຄົ້ນຄິດ ແລະ ຄົ້ນພົບຫົນທາງດ້ວຍຕົນເອງຕາມຫລັກ ກາລາມາສູຕ, ສ່ວນສາສນາອື່ນແມ່ນບອກຊັດເຈນເລີຍວ່າຈົ່ງເຊື່ອໃນພຣະເຈົ້າ!